ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ     ເລກທີ 0221 /ອຄ.ກອຫ
ນະຄອນຫຼວງວຽງຈັນ, ວັນທີ 23 ມີນາ 2021

ຂໍ້ຕົກລົງ

ວ່າດ້ວຍ ຊິ້ນສ່ວນຍານພາຫະນະທາງບົກ

  • ອີງຕາມ ກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013;
  • ອີງຕາມ ດໍາລັດວ່າດ້ວຍການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ສະບັບເລກທີ 470/ລບ, ລົງວັນທີ 27 ທັນວາ 2019;
  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 230/ນຍ, ລົງວັນທີ 24 ກໍລະ​ກົດ 2017;
  • ອີງຕາມ ໜັງສືສະເໜີຂອງ ກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 337/ກອຫ.ມຖ, ລົງວັນທີ 04 ມີນາ 2021.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ກວດກາ ຊິ້ນສ່ວນຍານພາຫະນະທາງບົກ ທີ່ນຳມາຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ຢູ່ໂຮງງານ ເພື່ອເຮັດໃຫ້ການເຄື່ອນໄຫວຂອງໂຮງງານ ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ ແນໃສ່ຮັບປະກັນທາງດ້ານເຕັກນິກຄວາມປອດໄພ, ຄຸນນະພາບ ຕາມລະບົບເຕັກນິກການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ.

ມາດຕາ 2 ຊິ້ນສ່ວນຍານພາຫະນະທາງບົກ

ຊິ້ນສ່ວນຍານພາຫະນະທາງບົກ ແມ່ນ ສ່ວນປະກອບຂອງຍານພາຫະນະທາງບົກ ທີ່ເປັນຊິ້ນສ່ວນດຽວ, ຊິ້ນສ່ວນທີ່ປະກອບສົມບູນ ແລະ ຊິ້ນສ່ວນທີ່ປະກອບຍັງບໍ່ທັນສົມບູນ ທີ່ນໍາໃຊ້ເພື່ອປະກອບເປັນຍານ ພາຫະນະທີ່ສົມບູນ ໂດຍແຍກເປັນແຕ່ລະຮູບແບບຕາມທີ່ໄດ້ກໍານົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 3 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນທຸລະກິດ ການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ຢູ່ ສປປ ລາວ.

ໝວດທີ 2
ຮູບແບບຊິ້ນສ່ວນຍານພາຫະນະທາງບົກ

ມາດຕາ 4 ຮູບ​ແບບ​ຊິ້ນ​ສ່ວນ​ຍານພາຫະນະທາງບົກ

ຮູບແບບຊິ້ນສ່ວນຍານພາຫະນະທາງບົກປະກອບມີ ສາມ ຮູບແບບ ຄື:

  1. ເອັສເຄດີ Semi-Knocked Down (SKD);
  2. ຊີເຄດີ Completely Knocked Down (CKD);
  3. ໄອເຄດີ Incompletely Knocked Down (IKD).

ມາດຕາ 5 ຊິ້ນສ່ວນໃນຮູບແບບເອັສເຄດີ

ຊິ້ນສ່ວນໃນຮູບແບບ ເອັສເຄດີ  ແມ່ນ ຊິ້ນສ່ວນທີ່ບໍ່ແມ່ນຊິ້ນດຽວ ຢູ່ໃນຮູບຮ່າງລັກສະນະທີ່ແກະ ແລະ ແຍກອອກຈາກກັນບໍ່ລະອຽດ ໂດຍປະມານ ຫ້າສິບສ່ວນຮ້ອຍ (50%) ຊຶ່ງເປັນຊິ້ນສ່ວນພໍໃຜພໍມັນ.

ມາດຕາ 6     ຊິ້ນສ່ວນໃນຮູບແບບຊີເຄດີ

ຊິ້ນສ່ວນໃນຮູບແບບ ຊີເຄດີ ແມ່ນຊິ້ນສ່ວນຢູ່ໃນຮູບຮ່າງລັກສະນະທີ່ແກະ ແລະ ແຍກອອກຈາກກັນລະອຽດ ຊຶ່ງເປັນຊິ້ນສ່ວນພໍໃຜພໍມັນ ຍົກເວັ້ນແຕ່ພາກສ່ວນຈັກ ຫຼື ໝໍ້ໄຟ ທີ່ນໍາເຂົ້າຈາກຕ່າງປະເທດ ເພື່ອປະ ກອບເປັນຄັນຢູ່ໂຮງງານໃນ ສປປ ລາວ.

ມາດຕາ 7 ຊິ້ນສ່ວນໃນຮູບແບບໄອເຄດີ

ຊິ້ນສ່ວນໃນຮູບແບບ ໄອເຄດີ ແມ່ນ ຊິ້ນສ່ວນຢູ່ໃນຮູບຮ່າງລັກສະນະທີ່ແກະ ແລະ ແຍກອອກຈາກກັນລະອຽດ ຄືກັນກັບຮູບແບບ ຊີເຄດີ ທີ່ນໍາເຂົ້າ ຈາກຕ່າງປະເທດ ເພື່ອປະກອບຢູ່ໂຮງງານ ແຕ່ຍັງບໍ່ຄົບຊຸດ ຊຶ່ງມີຊິ້ນສ່ວນ ແລະ ອາໄຫຼ່ຈໍານວນໜຶ່ງ ແມ່ນ ໄດ້ຮັບການຜະລິດ ແລະ ຕົບແຕ່ງຢູ່ພາຍໃນ ສປປ ລາວ.

ການກໍານົດຊິ້ນສ່ວນໃນຮູບແບບ ໄອເຄດີ ມີດັ່ງນີ້:

  1. ຊິ້ນສ່ວນທີ່ສາມາດຜະລິດໄດ້ຢູ່ໂຮງງານ ຕ້ອງມີມູນຄ່າບໍ່ຕໍ່າກວ່າ ຊາວສ່ວນຮ້ອຍ (20%) ຂອງຕົ້ນທຶນການຜະລິດທັງໝົດຂອງຍານພາຫະນະທາງບົກປະເພດດັ່ງກ່າວ;
  2. ຊິ້ນສ່ວນທີ່ຊື້ມາຈາກໂຮງງານອື່ນ ທີ່ຜະລິດຢູ່ພາຍໃນ ສປປ ລາວ ເພື່ອນໍາມາປະກອບກັບຊິ້ນສ່ວນທີ່ ນໍາເຂົ້າຈາກຕ່າງປະເທດ ເພື່ອປະກອບເປັນຍານພາຫະນະທາງບົກປະເພດທີ່ສົມບູນ ຢູ່ໂຮງງານ ຕ້ອງມີມູນຄ່າບໍ່ຕໍ່າກວ່າ ສາມສິບສ່ວນຮ້ອຍ (30%) ຂອງຕົ້ນທຶນການຜະລິດທັງໝົດຂອງຍານພາຫະນະທາງບົກປະເພດດັ່ງ ກ່າວ.

ມາດຕາ 8 ການກໍານົດບັນຊີລາຍການຊິ້ນສ່ວນຍານພາຫະນະທາງບົກ

ການກຳນົດບັນຊີລາຍການຊິ້ນສ່ວນຍານພາຫະນະທາງບົກ ແມ່ນ ກຳນົດຕາມຮູບແບບຊິ້ນສ່ວນ ທີ່ໄດ້ກຳ ນົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ ໂດຍມີ ຫົກ ບັນຊີລາຍການຊິ້ນສ່ວນຍານພາຫະນະທາງບົກ ຕົ້ນຕໍ ດັ່ງນີ້:

  1. ບັນຊີລາຍການຊິ້ນສ່ວນ ເອັສເຄດີ ສຳລັບລົດຈັກຜູ້ຍິງ;
  2. ບັນຊີລາຍການຊິ້ນສ່ວນ ເອັສເຄດີ ສຳລັບລົດຈັກຜູ້ຊາຍ;
  3. ບັນຊີລາຍການຊິ້ນສ່ວນ ເອັສເຄດີ ສໍາລັບລົດເບົາ ແລະ ລົດບັນທຸກ;
  4. ບັນຊີລາຍການຊິ້ນສ່ວນ ຊີເຄດີ ສຳລັບລົດຈັກຜູ້ຍິງ;
  5. ບັນຊີລາຍການຊິ້ນສ່ວນ ຊີເຄດີ ສຳລັບລົດຈັກຜູ້ຊາຍ;
  6. ບັນຊີລາຍການຊິ້ນສ່ວນ ຊີເຄດີ ສໍາລັບລົດເບົາ ແລະ ລົດບັນທຸກ.

ບັນຊີລາຍການຊິ້ນສ່ວນຍານພາຫະນະທາງບົກ ແມ່ນ ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ຄົ້ນ ຄວ້າ ແລະ ຮັບຮອງເປັນແຕ່ລະໄລຍະ.

ໝວດທີ 3
ແຜນການເຄື່ອນໄຫວປະຈຳປີ ແລະ ຂັ້ນຕອນການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ

ມາດຕາ 9 ແຜນການເຄື່ອນໄຫວປະຈໍາປີ

ຜູ້ດໍາເນີນກິດຈະການໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ຕ້ອງສ້າງແຜນ   ການເຄື່ອນໄຫວປະຈໍາປີຂອງຕົນ ຕາມແບບພິມ ອ ທີ່ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ ແລ້ວນໍາສະເໜີຕໍ່ກົມອຸດສາຫະກໍາ ແລະ ຫັດຖະກໍາ ຫຼື ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເພື່ອພິຈາລະນາຢັ້ງຢືນຕາມການແບ່ງຂັ້ນຄຸ້ມຄອງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 20 ແລະ ມາດຕາ 21 ຂອງຂໍ້ຕົກລົງສະບັບນີ້. ການສ້າງແຜນການເຄື່ອນໄຫວປະຈໍາປີ ແມ່ນ ໃຫ້ສໍາເລັດກ່ອນວັນທີ 10 ທັນວາ ຂອງທຸກໆປີ.

ມາດຕາ 10 ເງື່ອນໄຂຂອງການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ

 ການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ ເພື່ອມາຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ນຳເຂົ້າຊິ້ນສ່ວນຍານພາຫະນະທາງບົກ ຕາມຮູບແບບທີ່ກຳນົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້;
  2. ຕ້ອງມີແຫຼ່ງທີ່ມາຊັດເຈນ;
  3. ນຳເຂົ້າຜ່ານດ່ານສາກົນ;
  4. ນຳເຂົ້າ ໂດຍສອດຄ່ອງກັບແຜນເຄື່ອນໄຫວປະຈຳປີ.

ມາດຕາ 11 ຂັ້ນຕອນການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ

ພາຍຫຼັງແຜນການເຄື່ອນໄຫວປະຈໍາປີ ໄດ້ຖືກຢັ້ງຢືນແລ້ວ ການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກແມ່ນ ໃຫ້ປະຕິບັດ ດັ່ງນີ້:

  1. ສະເໜີຫາ ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອຢັ້ງຢືນມາດຕະຖານ ແລະ ຄຸນນະພາບຂອງຊິ້ນສ່ວນຍານພາຫະນະທາງບົກ ທີ່ຈະນຳເຂົ້າມາປະກອບຢູ່ໂຮງງານ;
  2. ສະເໜີຫາ ຂະແໜງການເງິນ ເພື່ອເສຍພາສີ ແລະ ອາກອນ ຕາມລະບຽບການທີ່ກ່ຽວຂ້ອງ.

​​​​​​​ໝວດທີ 4
ການຢັ້ງຢືນການຜະລິດ ແລະ ການປະກອບຢູ່ໂຮງງານ

ມາດຕາ 12 ການອອກໃບ​ຢັ້ງ​ຢືນ​ການ​ຜະ​ລິດຊິ້ນ​ສ່ວນ ແລະ/ຫຼື ປະ​ກອບ​ຍານພາຫະນະທາງບົກຢູ່​ໂຮງ​ງານ

ການອອກໃບ​ຢັ້ງ​ຢືນ ​ແມ່ນ ການອອກເອກະສານຢັ້ງຢືນຂະບວນການຜະລິດ ແລະ/ຫຼື ການປະກອບຍານພາຫະນະທາງບົກຢູ່ໂຮງງານ ໂດຍການກຳນົດຮູບແບບ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 13 ເງື່ອນ​ໄຂ​ການ​ອອກ​ໃບ​ຢັ້ງ​ຢືນ​ການ​ຜະ​ລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ

ການອອກໃບຢັ້ງຢືນການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ຢູ່ ສປປ ລາວ ຕ້ອງມີເງື່ອນ ໄຂ ດັ່ງນີ້:

  1. ມີໃບຢັ້ງຢືນດຳເນີນກິດຈະການໂຮງງານ;
  2. ມີແຜນການເຄື່ອນໄຫວປະຈຳປີ.

ມາດຕາ 14 ການສະເໜີອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ

ການສະເໜີອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ແມ່ນ ໃຫ້ປະກອບເອກະສານ ຍື່ນຕໍ່ ກົມອຸດສາຫະກຳ ແລະ ຫັດຖະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 20 ແລະ ມາດຕາ 21 ຂອງຂໍ້ຕົກລົງສະບັບນີ້ ໂດຍມີເອກະສານປະກອບ ດັ່ງນີ້:

  1. ໃບສະເໜີຕາມແບບພິມ ທີ່ ກົມອຸດສາຫະກຳ ແລະ ຫັດຖະກຳ ໄດ້ກຳນົດ;
  2. ສຳເນົາໃບຢັ້ງຢືນດຳເນີນກິດຈະການໂຮງງານ;
  3. ບັນຊີລາຍການຊິ້ນສ່ວນຍານພາຫະນະທາງບົກທີ່ຜະລິດຢູ່ໂຮງງານ ພ້ອມລາຍລະອຽດຂະບວນການຜະລິດ ໃນກໍລະນີເປັນການຜະລິດຊິ້ນສ່ວນຍານພາຫະນະທາງບົກ;
  4. ບັນຊີລາຍການຊິ້ນສ່ວນຍານພາຫະນະທີ່ນຳມາປະກອບຢູ່ໂຮງງານ ພ້ອມລາຍລະອຽດຂະບວນການປະກອບ ໃນກໍລະນີເປັນການປະກອບຍານພາຫະນະທາງບົກ.

ມາດຕາ 15 ການພິຈາລະນາອອກ​ໃບ​ຢັ້ງ​ຢືນ​ ການຜະ​ລິດ​ຊິ້ນ​ສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ

ພາຍຫຼັງໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 14 ຂອງຂໍ້ຕົກລົງສະບັບນີ້, ກົມອຸດສາຫະກໍາ ແລະ ຫັດຖະກໍາ ຫຼື ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງແຕ່ງຕັ້ງຄະນະກໍາມະການລົງກວດກາ ຕາມເນື້ອໃນການກວດກາທີ່ກຳນົດໄວ້ໃນມາດຕາ 16 ຂອງຂໍ້ຕົກລົງສະບັບນີ້ ເພື່ອກວດກາຄວາມຖືກຕ້ອງຂອງຂະບວນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ ພາຍໃນ ຫ້າ ວັນ ລັດຖະການ ນັບແຕ່ວັນໄດ້ຮັບເອກະສານເປັນຕົ້ນໄປ. ການລົງກວດກາ ທຸກຄັ້ງຕ້ອງເຮັດບົດບັນທຶກຮ່ວມກັບເຈົ້າຂອງໂຮງງານ ເພື່ອປະກອບເປັນສໍານວນເອກະສານໃນການພິຈາລະນາອອກໃບຢັ້ງຢືນຂະບວນການຜະລິດ ແລະ/ຫຼື ປະກອບຕາມແຕ່ລະກໍລະນີ.

ໃນກໍລະນີ ເອກະສານບໍ່ຖືກຕ້ອງ ຫຼື ບໍ່ຄົບຖ້ວນ ຕ້ອງແຈ້ງໃຫ້ຜູ້ສະເໜີຊາບໂດຍທັນທີ ເພື່ອປັບປຸງແກ້ໄຂໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ໃນກໍລະນີ ຂະບວນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຖືກຕ້ອງ ແລະ ມີເງື່ອນໄຂຄົບຖ້ວນ, ກົມອຸດສາຫະກຳ ແລະ ຫັດຖະກຳ ຫຼື ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ຕ້ອງພິຈາລະນາອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ ພາຍໃນ ຫ້າ ວັນ ລັດຖະການ ນັບແຕ່ວັນເຮັດບົດບັນທຶກການລົງກວດກາ.

ກໍລະນີ ບໍ່ສາມາດອອກໃບຢັ້ງຢືນໄດ້ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ສະເໜີຊາບ ພາຍໃນ ຫ້າ ວັນ ລັດຖະການ ນັບແຕ່ວັນເຮັດບົດບັນທຶກການລົງກວດກາ.

ມາດຕາ 16 ເນື້ອໃນຂອງການກວດກາຂະບວນການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ

ການກວດກາຂະບວນການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ ແມ່ນ ການກວດກາຂະບວນການ, ເຕັກນິກ ແລະ ລະບົບການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຢູ່ສະຖານທີ່ໂຮງງານ ເພື່ອຮັບປະກັນຄວາມຖືກຕ້ອງຕາມຮູບແບບ, ຄຸນລັກສະນະຂອງການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ.

ມາດຕາ 17 ອາ​ຍຸ​ ແລະ ການຕໍ່ອາຍຸຂອງໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ

ໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ມີອາຍຸການນຳໃຊ້ ສາມ ປີ ແລະ ສາມາດຕໍ່ໄດ້.

ການສະເໜີຂໍຕໍ່ອາຍຸໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຕ້ອງປະ ກອບເອກະສານຍື່ນຕໍ່ ກົມອຸດສາຫະກຳ ແລະ ຫັດຖະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະ ຄອນຫຼວງ ກ່ອນໃບຢັ້ງຢືນຈະໝົດອາຍຸການນໍາໃຊ້ ສາມສິບ ວັນ ໂດຍມີເອກະສານປະກອບ ດັ່ງນີ້:

  1. ໃບສະເໜີ ຕາມແບບພິມທີ່ ກົມອຸດສາຫະກໍາ ແລະ ຫັດຖະກໍາ ໄດ້ກໍານົດ;
  2. ໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ສະບັບຕົ້ນ;
  3. ສໍາເນົາໃບຢັ້ງຢືນດໍາເນີນກິດຈະການໂຮງງານ.

ການພິຈາລະນາຕໍ່ອາຍຸຂອງໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ແມ່ນ ໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 15 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 18 ການປ່ຽນແປງການຜະລິດຊິ້ນສ່ວນ ແລະ ປະກອບຍານພາຫະນະທາງບົກ

ຜູ້ດໍາເນີນກິດຈະການໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ທີ່ຕ້ອງການປ່ຽນແປງຂະບວນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຕ້ອງປະກອບເອກະສານຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 14 ຂອງຂໍ້ຕົກລົງສະບັບນີ້ ສະເໜີຕໍ່ ກົມອຸດສາຫະກຳ ແລະ ຫັດຖະກຳ ຫຼື ພະແນກອຸດສາ ຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ເພື່ອພິຈາລະນາອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະ ກອບຍານພາຫະນະທາງບົກ ຄືນໃໝ່.

ການພິຈາລະນາອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຄືນໃໝ່ ​ແມ່ນ ​ໃຫ້​ປະຕິບັດ​ຕາມ​ທີ່​ໄດ້​ກໍາ​ກົດ​ໄວ້​ໃນ​ມາດຕາ 15 ຂອງຂໍ້ຕົກລົງສະບັບນີ້.

ໝວດທີ 5
ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ຊິ້ນສ່ວນຍານພາຫະນະທາງບົກ

ມາດຕາ 19    ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ຊິ້ນສ່ວນຍານພາຫະນະທາງບົກ

ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊິ້ນສ່ວນຍານພາຫະນະທາງບົກ ປະກອບມີ ສາມ ຂັ້ນ ຄື:

  1. ຂັ້ນສູນກາງ ແມ່ນ ກົມອຸດສາຫະກຳ ແລະ ຫັດຖະກຳ;
  2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

ມາດຕາ 20 ສິດ ແລະ ໜ້າທີ່ຂອງກົມອຸດສາຫະກໍາ ແລະ ຫັດຖະກໍາ

ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊິ້ນສ່ວນຍານພາຫະນະທາງບົກ, ກົມອຸດສາຫະກຳ ແລະ ຫັດ ຖະກຳ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ, ແຜນການເຄື່ອນໄຫວ ກ່ຽວກັບວຽກງານການຄຸ້ມຄອງ ແລະ ຕິດ ຕາມການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ ເພື່ອນໍາສະເໜີຂັ້ນເທິງພິຈາລະນາ;
  2. ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ລະບຽບການ, ໃຫ້ຄໍາແນະນໍາ ກ່ຽວກັບວຽກງານການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ, ການຢັ້ງຢືນແຜນການເຄື່ອນໄຫວປະຈຳປີ, ການອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ເພື່ອມາຜະລິດ ແລະ/ຫຼື ປະກອບຢູ່ໂຮງງານ ໃຫ້ພາກສ່ວນທີ່ກ່ຽວຂ້ອງ;
  3. ຢັ້ງຢືນແຜນການເຄື່ອນໄຫວປະຈຳປີ ແລະ ອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຂອງໂຮງງານຂະໜາດໃຫຍ່;
  4. ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາ ຫະນະທາງບົກຢູ່ໂຮງງານ ໃນຂອບເຂດທົ່ວປະເທດ;
  5. ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງພິຈາລະນາມາດຕະການຕໍ່ຜູ້ດໍາເນີນກິດຈະການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ເມື່ອເຫັນວ່າມີການກະທໍາຜິດຕໍ່ກົດໝາຍ ແລະ ລະບຽບການ;
  6. ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແລະ ຂະແໜງການກ່ຽວທີ່ຂ້ອງ ເພື່ອກວດກາການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກຢູ່ໂຮງງານ;
  7. ສະຫຼຸບ, ລາຍງານການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກປະຈໍາປີ, ການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກໃຫ້ຂັ້ນເທິງ ເປັນແຕ່ລະໄລຍະ;
  8. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມການກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 21 ສິດ ແລະ ໜ້າທີ່ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊິ້ນສ່ວນຍານພາຫະນະທາງບົກ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ໂຄສະນາ, ເຜີຍແຜ່ກົດໝາຍ ແລະ ລະບຽບການ , ໃຫ້ຄໍາແນະນໍາ ກ່ຽວກັບວຽກງານການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ, ການຢັ້ງຢືນແຜນການເຄື່ອນໄຫວປະຈຳປີ, ການອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ເພື່ອມາຜະລິດ ແລະ/ຫຼື ປະກອບຢູ່ໂຮງງານ;
  2. ຢັ້ງຢືນແຜນການເຄື່ອນໄຫວປະຈຳປີ ແລະ ອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ຂອງໂຮງງານຂະໜາດກາງ ແລະ ຂະໜາດນ້ອຍ;
  3. ຕິດຕາມ, ກວດກາການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ, ການຢັ້ງຢືນແຜນການເຄື່ອນໄຫວປະຈຳປີ ແລະ ການອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ເພື່ອມາຜະ ລິດ ແລະ/ຫຼື ປະກອບຢູ່ໂຮງງານ ໃນຂອບເຂດແຂວງ, ນະຄອນຫຼວງຂອງຕົນ;
  4. ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງພິຈາລະນາມາດຕະການຕໍ່ຜູ້ດໍາເນີນກິດຈະການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ເມື່ອເຫັນວ່າມີການກະທໍາຜິດຕໍ່ກົດໝາຍ ແລະ ລະບຽບການ;
  5. ອໍານວຍຄວາມສະດວກ ແລະ ຊຸກຍູ້ໂຮງງານຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ໃຫ້ມີການເຄື່ອນໄຫວປົກກະຕິ ແລະ ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງກຳນົດທຸກປະການ;
  6. ສະຫຼຸບ, ລາຍງານການຢັ້ງຢືນແຜນການເຄື່ອນໄຫວປະຈຳປີ ແລະ ການອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ທຸກໆ ຫົກ ເດືອນ ແລະ ໜຶ່ງ ປີ;
  7. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 22 ສິດ ແລະ ໜ້າທີ່ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ

ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊິ້ນສ່ວນຍານພາຫະນະທາງບົກ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການ, ໃຫ້ຄໍາແນະນໍາ ກ່ຽວກັບວຽກງານການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ, ການຢັ້ງຢືນແຜນການເຄື່ອນໄຫວປະຈຳປີ, ການອອກໃບຢັ້ງຢືນການຜະລິດຊິ້ນສ່ວນ ແລະ/ຫຼື ປະກອບຍານພາຫະນະທາງບົກ ເພື່ອມາຜະລິດ ແລະ/ຫຼື ປະກອບຢູ່ໂຮງງານ;
  2. ຕິດຕາມການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ ເພື່ອມາຜະລິດ ແລະ/ຫຼື ປະກອບຢູ່ໂຮງງານ ໃນຂອບເຂດເມືອງ, ນະຄອນ ຂອງຕົນ;
  3. ອຳນວຍຄວາມສະດວກ ແລະ ຊຸກຍູ້ໂຮງງານຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກໃຫ້ມີການເຄື່ອນໄຫວປົກກະຕິ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  4. ຄົ້ນຄວ້າ ແລະ ນໍາສະເໜີຂັ້ນເທິງພິຈາລະນາມາດຕະການຕໍ່ຜູ້ດໍາເນີນກິດຈະການຜະລິດ ແລະ/ຫຼື ປະກອບຍານພາຫະນະທາງບົກ ເມື່ອເຫັນວ່າມີການກະທໍາຜິດຕໍ່ກົດໝາຍ ແລະ ລະບຽບການ;
  5. ສະຫຼຸບ, ລາຍງານສະພາບການນໍາເຂົ້າຊິ້ນສ່ວນຍານພາຫະນະທາງບົກ ເພື່ອມາຜະລິດ ແລະ/ຫຼື ປະກອບຢູ່ໂຮງງານ ໃນຂອບເຂດເມືອງ, ນະຄອນ ຂອງຕົນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ທຸກໆ ຫົກ ເດືອນ ແລະ ໜຶ່ງ ປີ;
  6. ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 23 ການຈັດຕັ້ງປະຕິບັດ

ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນ ຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ເປັນເຈົ້າການປະສານສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ.

ມາດຕາ 24 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນ ແຈ້ງການ ສະບັບເລກທີ 062/ອຫ, ລົງວັນທີ 01 ກຸມພາ 1999 ແລະ ແຈ້ງການ ສະບັບເລກທີ 152/ອຫ, ລົງວັນທີ 10 ພຶດສະພາ 1999.

ລັດຖະມົນຕີ

ນ. ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ຊິ້ນສ່ວນຍານພາຫະນະທາງບົກ, ເລກທີ 0221/ອຄ.ກອຫ, ລົງວັນທີ 23 ມີນາ 2021 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຊິ້ນສ່ວນຍານພາຫະນະທາງບົກ ຕ້ອງນໍາເຂົ້າຜ່ານດ່ານ ຊາຍແດນທີ່ໄດ້ກໍານົດໄວ້ ທົ່ວໄປ ກະຊວງ ອຸດສາຫະກຳ ແລະ ການຄ້າ ຊິ້ນສ່ວນຍານພາຫະນະທາງບົກ ຕ້ອງນໍາເຂົ້າຜ່ານດ່ານຊາຍແດນ ສາກົນ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກໍານົດໄວ້.
  1. ດໍາລັດ ວ່າດ້ວຍ ການຄຸ້ມຄອງທຸລະກິດຍານພາຫະນະທາງບົກ ເລກທີ 470/ລບ ວັນທີ 27 ທັນວາ 2019
  2. ຂໍ້ຕົກລົງ ວ່າດ້ວຍ ຊິ້ນສ່ວນຍານພາຫະນະທາງບົກ, ເລກທີ 0221/ອຄ.ກອຫ, ລົງວັນທີ 23 ມີນາ 2021
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.