ອີງຕາມ ແຈ້ງການ ສະບັບເລກທີ 0076/ອຄ.ກຂອ ລົງວັນທີ 13 ມັງກອນ 2012, ການນຳເຂົ້າ ຫຼື ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແມ່ນຕ້ອງໄດ້ຂໍອະນຸຍາດກັບກະຊວງ ພະລັງງານ ແລະ ບໍ່ແຮ່.

ສຳລັບລະບຽບການສະເພາະທີ່ຄຸ້ມຄອງ ການຂໍອະນຸຍາດນຳສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ແມ່ນ ຂໍ້ຕົກລົງ ວ່າດ້ວຍ ລະບຽບການຂໍອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ເລກທີ 0352/ພບ ລົງວັນທີ 13 ມີນາ 2012.

ການຈຳໜ່າຍ ຫຼື ສົ່ງອອກ ແຮ່ທາດ ແລະ ຜະລິດຕະພັນ ແຮ່ທາດ ແມ່ນຕ້ອງຂໍໃບຄິດໄລ່ຄ່າຊັບພະຍາກອນແຮ່ທາດ ເປັນແຕ່ລະຄັ້ງ ເຊິ່ງມີຂັ້ນຕອນດັ່ງນີ້:

1. ຜູ້ຈຳໜ່າຍ ຫຼື ຜູ້ສົ່ງອອກ ກະກຽມເອກະສານ ເພື່ອຍື່ນຂໍອະນຸຍາດ ຄື:

-     ສັນຍາສຳປະທານ ກັບ ລັດຖະບານ ສປປ ລາວ
-     ໃບອະນຸຍາດຜູ້ລົງທຶນ
-     ໃບທະບຽນສຳປະທານ
-     ໃບທະບຽນວິສາຫະກິດ
-     ໃບອະນຸຍາດຂຸດຄົ້ນ
-     ໃບອະນຸຍາດດຳເນີນກິດຈະການໂຮງງານ
-     ໃບຮັບຮອງບົດລາຍງານການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ລະອຽດ
-     ແຜນການຈຳໜ່າຍ ຫຼື ສົ່ງອອກ ປະຈຳປີ (ທີ່ກົມບໍ່ແຮ່ ຮັບຮອງ)
-     ຜົນວິໄຈແຮ່ທາດ
-     ສັນຍາຊື້-ຂາຍແຮ່ທາດ
-     ໃບຢັ້ງຢືນການມອບພັນທະອາກອນ ພ້ອມໃບບິນຊຳລະ (ຄັ້ງຜ່ານມາ)

ຜູ້ນຳເຂົ້າ ຢື່ນເອກະສານດັ່ງທີ່ກ່າວມາຂ້າງເທິງ ຢູ່ຂາເຂົ້າຂອງກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່.

2. ກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່ ພິຈາລະນາຄຳຮ້ອງ ພາຍໃນ 10 ວັນ ລັດຖະການ.

-     ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມບໍ່ແຮ່ ຈະພິຈາລະນາອອກ      ໃບຄິດໄລ່ຄ່າຊັບພະຍາກອນແຮ່ທາດ ເຖິງຂະແໜງການທີ່ກ່ຽວຂ້ອງ.
-    ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມບໍ່ແຮ່ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພຶື່ອປະກອບເອກະສານຄືນໃໝ່.

3. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມບໍ່ແຮ່ ຈະເຊັນ ແລະ ອອກ ໃບຄິດໄລ່ຄ່າຊັບພະຍາກອນແຮ່ທາດ.

4. ຜູ້ຈຳໜ່າຍ/ຜູ້ສົ່ງອອກ ຮັບໃບຄິດໄລ່ຄ່າຊັບພະຍາກອນແຮ່ທາດ ທີ່ ກົມບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່.

ພາຍຫຼັງຜູ້ສົ່ງອອກໄດ້ຮັບໃບຄິດໄລ່ຄ່າຊັບພະຍາກອນແຮ່ທາດແລ້ວ, ຕ້ອງໄດ້ນຳເອກະສານດັ່ງກ່າວ ໄປຍື່ນຕໍ່ຂະແໜງການກ່ຽວຂ້ອງ ເພື່ອດຳເນີນການໃນຂັ້ນຕອນຕໍ່ໄປ ດັ່ງນີ້:

-     ກົມຄຸ້ມຄອງຊັບສິນຂອງລັດ, ກະຊວງການເງິນ ເພື່ອແຈ້ງເສຍຄ່າຊັບ
-     ກົມພາສີ, ກະຊວງການເງິນ ເພື່ອແຈ້ງຂໍສົ່ງອອກ
-     ກົມສ່ວຍສາອາກອນ, ກະຊວງການເງິນ ເພື່ອປະຕິບັດພັນທະອາກອນ
-     ກົມການນຳເຂົ້າ ແລະ ສົ່ງອອກ,  ກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແລະ ຕິດຕາມ
-     ພະແນກພະລັງງານ ແລະ ບໍ່ແຮ່ ປະຈຳແຂວງ ຫຼື ນະຄອນຫຼວງ ເພື່ອຕິດຕາມການສົ່ງອອກຕົວຈິງ.

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.