ອີງຕາມ ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ກໍລະກົດ 2016 ແລະ ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016.  ຂໍ້ຕົກລົງສະບັບນີ້ ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ  ທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ປຸງແຕ່ງ ແລະ ບໍລິການຈໍາໜ່າຍ ຢູ່ ສປປ ລາວ, ບົນພື້ນຖານຄວາມຖືກຕ້ອງຕາມລະບຽບ, ຫຼັກການ ແລະ ມາດຕະຖານແຫ່ງຊາດ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນ, ແນໃສ່ຊຸກຍູ້ສົ່ງເສີມການບໍລິການທີ່ມີຄຸນນະພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

 

ການແຈ້ງຂໍໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ມີຂັ້ນຕອນດັ່ງນີ້:

1.    ຜູ້ປະກອບການ ກະກຽມເອກະສານ ສໍາລັບຍື່ນຂໍໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ປະກອບຄື:

-      ໃບສະເໜີ

-      ສໍາເນົາເອກະສານ ການປະກອບທຸລະກິດນໍ້າມັນເຊື້ອໄຟ;

-      ສໍາເນົາເອກະສານຂໍຜະລິດ, ນໍາເຂົ້າ, ສົ່ງອອກ, ການປຸງແຕ່ງນໍ້າມັນເຊື້ອໄຟ;

-      ໃບຢັ້ງຢືນຄຸນະພາບຈາກຕົ້ນທາງ (ບໍ່ໃຫ້ເກີນ 6 ເດືອນນັບແຕ່ມື້ອອກໃບຢັ້ງຢືນ);

-      ເອກະສານອື່ນໆທີ່ກ້ຽວຂ້ອງ (ຖ້າຈໍາເປັນ)

2.    ຜູ້ປະກອບການຍື່ນເອກະສານ ພ້ອມທັງຈ່າຍຄ່າທໍານຽມ 600,000 ກີບ ຢູ່ຂາເຂົ້າ-ຂາອອກ ຂອງກົມມາດຕະຖານ ແລະ ວັດແທກ.

3.    ຫຼັງຈາກນັ້ນເຈົ້າໜ້າທີ່ຈະກວດກາຄວາມຖືກຕ້ອງຂອງເອກະສານ.

-      ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມມາດຕະຖານ ແລະ ວັດແທກ ຈະພິຈະລານາອອກໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ຊ້າສຸດບໍ່ເກີນ 03 ວັນລັດຖະການ.

-      ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມມາດຕະຖານ ແລະ ວັດແທກ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພື່ອປະກອບເອກະສານຄືນໃໝ່ ຊ້າສຸດບໍ່ເກີນ 5 ວັນລັດຖະການ.

4.    ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມມາດຕະຖານ ແລະ ວັດແທກ ຈະເຊັນ ແລະ ອອກໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ.

5.    ຜູ້ປະກອບການ ຮັບໃບຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ທີ່ກົມມາດຕະຖານ ແລະ ວັດແທກ.

-      ໃນເວລານໍ້າເຂົ້າຕົວຈິງ ຜູ້ປະກອບການນໍາເອົາໃບຢັ້ງຢືນຄຸນນະພາບ ພ້ອມທັງໃບອະນຸຍາດນຳເຂົ້າ ແລະ ເອກະສານປະກອບທີ່ກ້ຽວຂ້ອງ ແຈ້ງພາສີຢູ່ດ່ານເພື່ອດໍາເນີນການນໍາເຂົ້ານໍ້າມັນເຊື້ອໄຟດັ່ງກ່າວ.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຕ້ອງມີການຢັ້ງຢືນຄຸນນະພາບນ້ຳມັນເຊື່ອໄຟນຳເຂົ້າ ນ້ຳມັນເຊື້ອໄຟທີ່ນຳເຂົ້າຕ້ອງໄດ້ຮັບການຢັ້ງຢືນທາງດ້ານຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ເພື່ອເປັນການຄຸ້ມຄອງຄຸນນະພາບຂອງສິນຄ້ານຳເຂົ້າ ຊຶ່ງຈຳເປັນຕ້ອງໄດ້ປະຕິບັດຕາມມາດຕະຖານແຫ່ງຊາດທີ່ກຳນົດໄວ້ ແລະ ທັງເປັນການເກັບກຳສະພາບການນຳເຂົ້າ ແລະ ບໍລິສັດນຳເຂົ້າໄດ້ຢ່າງຊັດເຈນ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.