ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ຫ້ອງການ    ເລກທີ 0952/ກວຕ.ຫກ
ນະຄອນຫຼວງວຽງຈັນ, ວັນທີ 28 ກໍລະກົດ 2016

ຮຽນ:  ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັສລາວ, ບັນດາບໍລິສັດນ້ຳມັນເຊື້ອໄຟ, ຜູ້ປະກອບການ, ສາງ ແລະ ປ້ຳຈຳໜ່າຍນ້ຳມັນທົ່ວປະເທດ.

ເລື່ອງ: ຂັ້ນຕອນການກວດກາຄຸນນະພາບນ້ຳມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ,ປ້ຳຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນ້ຳມັນເຊື້ອໄຟ.

-     ອີງຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 0659/ກວຕ, ລົງວັນທີ 14 ສິງຫາ 2015 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມມາດຕະຖານ ແລະ ວັດແທກ.
-     ອີງຕາມແຈ້ງການ ຂອງຫ້ອງວ່າການລັດຖະບານ ສະບັບເລກທີ 324/ຫລບ.ກລຂ, ລົງວັນທີ 3 ມີນາ 2016.
-     ອີງຕາມແຈ້ງການ ຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສະບັບເລກທີ 0396/ກວຕ, ລົງວັນທີ 28 ມິຖຸນາ 2016.
-     ອີງຕາມໂຄງສ້າງລາຄານ້ຳມັນເຊື້ອໄຟ ສະບັບເລກທີ 0570/ຄພນ.ຄສລ, ລົງວັນທີ 03 ມິຖຸນາ 2016.

     ຫ້ອງການ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບທົ່ວເຖິງກັນວ່າ: ໂດຍປະຕິບັດຕາມກອງປະຊຸມປຶກສາຫາລືຮ່ວມກັນ ຂອງກົມມາດຕະຖານ ແລະ ວັດແທກ ກັບ ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກັດລາວ ແລະ ບັນດາບໍລິສັດນຳເຂົ້າ, ປຸງແຕ່ງ ແລະ ຈຳໜ່າຍ ຄັ້ງວັນທີ 22 ກໍລະກົດ 2016 ເພື່ອເຮັດໃຫ້ຂັ້ນຕອນການຈັດຕັ້ງປະຕິບັດການກວດກາຄຸນນະພາບນ້ຳມັນເຊື້ອໄຟ ໃຫ້ໄດ້ຮັບຜົນດີ ຊຶ່ງຈະໄດ້ຈັດຕັ້ງປະຕິບັດແຕ່ວັນທີ 01 ສິງຫາ 2016 ເປັນຕົ້ນໄປ ສະນັ້ນ, ທາງກົມຈຶ່ງຂໍແຈ້ງລາຍລະອຽດຂອງຂັ້ນຕອນຕ່າງໆ ດັ່ງລຸ່ມນີ້:

ຂັ້ນຕອນການນຳນ້ຳມັນເຊື້ອໄຟເຂົ້າມາ:

1:  ຂັ້ນຕອນປະກອບເອກະສານຢູ່ກົມມາດຕະຖານ ແລະ ວັດແທກ.

2:  ຂັ້ນຕອນປະກອບເອກະສານຢູ່ດ່ານປະຈຳຊາຍແດນ.

3:  ຂັ້ນຕອນການຊຳລະຄ່າກວດສອບຄຸນນະພາບນ້ຳມັນເຊື້ອໄຟ.

4:  ສຳລັບມາດຕະຖານການກວດສອບແມ່ນອີງໃສ່ ມາດຕະຖານແຫ່ງຊາດ.

(ລາຍລະອຽດຂັ້ນຕອນການປະຕິບັດຕ່າງໆ ແມ່ນໄດ້ຄັດຕິດມາພ້ອມນີ້)

ຂັ້ນຕອນການກວດກາຄຸນນະພາບນ້ຳມັນເຊື້ອໄຟຢູ່ສາງ ແລະ ປ້ຳໃຫ້ບໍລິການ ມີດັ່ງນີ້:

1:  ການກວດກາແມ່ນມີສອງແບບຄື:

-   ກວດແບບແຜນປົກກະຕິແມ່ນ 03 ເດືອນຕໍ່ຄັ້ງ ແມ່ນຈະໄດ້ມີການແຈ້ງລ່ວງໜ້າ.

-   ກວດຕາມການຮ້ອງຮຽນ ແລະ ການສະເໜີຂອງຜູ້ຊົມໃຊ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ການຮ່ວມມືໃນການປະຕິບັດວຽກງານດັ່ງກ່າວໃຫ້ໄດ້ຮັບຜົນດີ.

ຮັກສາການ ຫົວໜ້າຫ້ອງການ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
(ເຊັນ ແລະ ປະທັບກາ)

ພຸດທະສັກ ວິຈິດຕຣາ


ຂັ້ນຕອນການອອກໃບອະນຸຍາດທາງດ້ານຄຸນນະພາບ ນ້ຳມັນ ທີ່ນຳເຂົ້າມາຈຳໜ່າຍ ແລະ ຜະລິດ ຢູ່ ສປປ ລາວ

ຂັ້ນຕອນການອອກໃບອະນຸຍາດທາງດ້ານຄຸນນະພາບ ນ້ຳມັນ ທີ່ນຳເຂົ້າມາຈຳໜ່າຍ ແລະ ຜະລິດ ຢູ່ ສປປ ລາວ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ກົມມາດຕະຖານ ແລະ ວັດແທກ    ເລກທີ 1868/ກວຕ.ກມວ
ນະຄອນຫຼວງວຽງຈັນ, ວັນທີ 27 ກໍລະກົດ 2016

ຂັ້ນຕອນການຊຳລະຄ່າກວດສອບຄຸນນະພາບນ້ຳມັນເຊື້ອໄຟ

ຊື່ບັນຊີທະນາຄານ

ເລກບັນຊີ

ທະນາຄານການຄ້າຕ່າງປະເທດ

160.110.001.223.397.001

ທະນາຄານຮ່ວມທຸລະກິດລາວຫວຽດ

010.001.200.126.51

ທະນາຄານສົ່ງເສີມກະສິກຳ

010.011.000.317.2

ທະນາຄານເອັສທີ ຈຳກັດ

010.011.000.150.3

 

ຮັກສາການຫົວໜ້າກົມ ມາດຕະຖານ ແລະ ວັດແທກ

ວົງທອງ ວົງທະວິໄລ

 

# ຫົວຂໍ້ ດາວໂຫຼດ
1 Procedure for Fuel Quality Inspection at Department of Standardization and Metrology, Border Checkpoint, Storage, Gas Station, and Procedure for Service Fee Collection of the Fuel Quality Inspection no. 0952/MoST.PS, dated 28 July 2016 PDF
2 ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງມີການຢັ້ງຢືນຄຸນນະພາບນ້ຳມັນເຊື່ອໄຟນຳເຂົ້າ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ອຸດສາຫະກຳ ແລະ ການຄ້າ ນ້ຳມັນເຊື້ອໄຟທີ່ນຳເຂົ້າຕ້ອງໄດ້ຮັບການຢັ້ງຢືນທາງດ້ານຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
  2. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
9999-12-31 ALL
2 ຮຽກຮ້ອງໃຫ້ມີໃບຢັ້ງຢືນຄຸນນະພາບຈາກປະເທດສົ່ງອອກ - ນໍ້າມັນເຊື້ອໄຟ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ການນໍາເຂົ້ານໍ້າມັນເຊື້ອໄຟ, ຕ້ອງໄດ້ຄັດຕິດໃບຢັ້ງຢືນຄຸນນະພາບທີ່ອອກໂດຍປະເທດຜູ້ສົ່ງອອກ ມານໍາໃບສະເໜີເພື່ອຂໍອອກໃບຢັ້ງຢືນຄຸນນະພາບ ຈາກກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
  1. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
  2. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
9999-12-31 ALL
3 ຕ້ອງໄດ້ຮັບການກວດກາການນໍາເຂົ້າ - ນໍ້າມັນເຊື້ອໄຟ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ອຸດສາຫະກຳ ແລະ ການຄ້າ ນໍ້າມັນເຊື້ອໄຟນໍາເຂົ້າ ຕ້ອງໄດ້ຮັບການກວດກາດ້ານປະລິມານ ແລະ ການຄັດເລືອກເອົາຕົວຢ່າງ ໂດຍເຈົ້າໜ້າທີ່ກວດສອບຄຸນນະພາບ ທີ່ປະຈໍາດ່ານ
  1. ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
  2. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
9999-12-31 ALL
4 ຕ້ອງໄດ້ຮັບການທົດສອບ - ນໍ້າມັນເຊື້ອໄຟນໍາເຂົ້າ TBT ກະຊວງ ອຸດສາຫະກຳ ແລະ ການຄ້າ ເມື່ອນ້ຳມັນຖືກສົ່ງມາຮອດດ່ານແລ້ວ, ເຈົ້າໜ້າທີ່ກວດສອບຄຸນນະພາບ ທີ່ປະຈໍາຢູ່ດ່ານ ຕ້ອງໄດ້ເກັບຕົວຢ່າງຂອງນໍ້າມັນນໍາເຂົ້າ ໄປກວດສອບຄຸນນະພາບ ກ່ອນການອອກໃບຢັ້ງຢືນຄຸນນະພາບໃຫ້ນຳເຂົ້າໄດ້.
  1. ຂັ້ນຕອນການກວດກາຄຸນນະພາບນໍ້າມັນເຊື້ອໄຟ ຢູ່ກົມມາດຕະຖານ ແລະ ວັດແທກ, ດ່ານຊາຍແດນ, ສາງ, ປໍ້າຈຳໜ່າຍ ແລະ ຂັ້ນຕອນການເກັບຄ່າບໍລິການກວດຄຸນນະພາບນໍ້າມັນເຊື້ອໄຟ ສະບັບເລກທີ 0952/ກວຕ.ຫກ, ລົງວັນທີ28 ກໍລະກົດ 2016
  2. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບນ້ຳມັນເຊື້ອໄຟ ຢູ່ ສປປ ລາວ ເລກທີ 0541/ກວຕ, ລົງວັນທີ 08 ມິຖຸນາ 2016
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.