ອີງຕາມ ດໍາລັດວ່າດ້ວຍຮູບເງົາ ສະບັບເລກທີ 246/ລບ, ລົງວັນທີ 23 ມີຖຸນາ 2017.  ດຳລັດສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຮູບເງົາ ເພື່ອຮັບປະກັນສິດ ແລະ ພັນທະຂອງການຈັດຕັ້ງ, ນິຕິບຸກຄົນ ແລະ ບຸກຄົນ ທີ່ເຂົ້າຮ່ວມການເຄື່ອນໄຫວດຳເນີນກິດຈະການ ກ່ຽວກັບຮູບເງົາ ແນ່ໃສ່ຮັບປະກັນໃຫ້ການຄຸ້ມຄອງ ແລະ ກວດກາຮູບເງົາເປັນລະບົບ ເພື່ອເປັນເອກະພາບໃນຂອບເຂດທົ່ວປະເທດເຮັດໃຫ້ວຽກງານຮູບເງົາເປັນພາຫະນະອັນໜຶ່ງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສົ່ງເສີມມູນມໍຣະດົກທາງດ້ານວັດທະນະທຳອັນດີງາມຂອງຊາດ ແລະ ຂອງບັນດາເຜົ່າ ໃຫ້ຍືນຍົງຄຽງຄູ່ຊາດລາວຕະຫຼອດໄປ.
 

 ການແຈ້ງຂຶ້ນແຜນຂໍນໍາເຂົ້າຮູບເງົາ, ຟີມ, ໜັງແຜ່ນ CD &DVD ມີຂັ້ນຕອນດັ່ງນີ້:

  1. ຜູ້ປະກອບການ ກະກຽມເອກະສານ ສໍາລັບຍື່ນການແຈ້ງຂຶ້ນແຜນຂໍນໍາເຂົ້າຮູບເງົາ, ຟີມ, ໜັງແຜ່ນ CD &DVD ປະກອບມີຄື:

-    ໃບສະເໜີຂໍນໍາເຂົ້າຮູບເງົາ.

-      ເອກະສານປະກອບອື່ນໆ ທີ່ກ່ຽວຂ້ອງ ລວມມີ:

+ ໃບທະບຽນວິສາຫະກິດ

+ ໃບຢັ້ງຢືນລິຂະສິດຮູບເງົາ

  1. ຜູ້ນໍາເຂົ້າຈະຕ້ອງຈ່າຍຄ່າທໍານຽມ 300,000 ກີບ/ເລື່ອງ  ເພື່ອເປັນຄ່າກວດຜ່ານເນື້ອໃນຂອງຮູບເງົາ. 
  2. ຜູ້ນໍາເຂົ້າຍື່ນເອກະສານຢູ່ຂາເຂົ້າ-ຂາອອກຂອງກົມຮູບເງົາຫຼັງຈາກນັ້ນເຈົ້າໜ້າທີ່ຈະກວດກາຄວາມຖືກຕ້ອງຂອງເອກະສານ.

-  ໃນກໍລະນີທີ່ເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມຮູບເງົາ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ ຈະພິຈະລານາອອກໃບອະນຸຍາດຂໍນໍາເຂົ້າຮູບເງົາ ຊ້າສຸດບໍ່ເກີນ 03-05 ວັນລັດຖະການ.

ໃນກໍລະນີທີ່ເອກະສານບໍ່ຖືກຕ້ອງ, ກົມຮູບເງົາ ຈະແຈ້ງໃຫ້ຜູ້ປະກອບການຊາບ ເພື່ອປະກອບເອກະສານຄືນໃໝ່.

  1. ເມື່ອເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມຮູບເງົາ ຈະເຊັນ ແລະ ອອກໃບອະນຸຍາດນໍາເຂົ້າຮູບເງົາ.
  2. ຜູ້ປະກອບການມາຮັບໃບອະນຸຍາດນໍາເຂົ້າຮູບເງົາ ຢູ່ກົມຮູບເງົາ.

- ພາຍຫຼັງເຈົ້າໜ້າທີ່ອອກໃບອະນຸຍາດນໍາເຂົ້າຮູບເງົາ ຜູ້ນໍາເຂົ້າຈະຕ້ອງຈ່າຍຄ່າທໍານຽມ 300,000ກີບ/ເລື່ອງ ແລະ ຮັບໃບອະນຸຍາດນໍາເຂົ້າຮູບເງົາ ທີ່ກົມຮູບເງົາ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຕ້ອງໄດ້ຮັບອະນຸຍາດນຳເຂົ້າຮູບເງົາ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງນໍາເຂົ້າ ຮູບເງົາ ເພື່ອເຜີຍແຜ່ ຕ້ອງໄດ້ຂໍອະນຸຍາດນໍາ ຂະແໜງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອງມີໃບອະນຸຍາດ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພື່ອຮັກສາວັດທະນາທຳ ແລະ ຮີດຄອງປະເພນີຂອງຊາດ ໂດຍການຄຸ້ມຄອງ ແລະ ກວດກາດ້ານເຕັກນິກ ແລະ ເນື້ອໃນຂອງຮູບເງົາທີ່ນຳເຂົ້າ ກົດໝາຍ ວ່າດ້ວຍ ຮູບເງົາ ເລກທີ 76/ສພຊ, ລົງວັນທີ 27 ພະຈິກ 2019 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.