ຜູ້ປະກອບການກ່ອນຈະໄປຂໍໃບອະນຸຍາດນໍາເຂົ້າ ຫຼື ສົ່ງອອກຢາປາບສັດຕູພຶດກັບຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ແຂວງ/ນະຄອນຫຼວງ ກ່ອນອື່ນຕ້ອງໄດ້ໄປຈົດທະບຽນຢາປາບສັດຕູພຶດດັ່ງກ່າວ ກັບກົມປູກຝັງກະຊວງ ກະສິກໍາ ແລະ ປ່າໄມ້ ເພື່ອໃຫ້ໄດ້ໃບທະບຽນຢາປາບສັດຕູພືດ.

ຂັ້ນຕອນ 1: ຜູ້ປະກອບການຕ້ອງປະກອບເອກະສານຄັດຕິດກັບໃບຄໍາຮ້ອງ ຍື່ນຢູ່ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເພື່ອຂໍຈົດທະບຽນຢາປາບສັດຕູພືດ ມີດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ;
  2. ສໍາເນົາໃບທະບຽນວິສາຫະກິດ;
  3. ໃບອະນຸຍາດດໍາເນີນທຸລະກິດນໍາເຂົ້າເພື່ອຈໍາໜ່າຍຢາປາບສັດຕູພືດ;
  4. ສໍາເນົາໃບທະບຽນຢາປາບສັດຕູພືດ ຈາກປະເທດສົ່ງອອກ ຫຼື/ແລະ ປະເທດຕົ້ນກໍາເນີດ;
  5. ໃບມອບສິດໃຫ້ຈົດທະບຽນຈາກ ບໍລິສັດຜະລິດ ຫຼື ປະເທດສົ່ງອອກ;
  6. ຄູ່ມືການນໍາໃຊ້ຢາປາບສັດຕູພືດ;
  7. ໃບຢັ້ງຢືນການຈົດທະບຽນຢາປາບສັດຕູພືດຂອງປະເທດຕົ້ນທາງ;
  8. ຕົວຢ່າງຢາປາບສັດຕູພືດ;

ຂັ້ນຕອນ 2: ການກວດກາເອກະສານ.

ພະນັກງານຮັບເອກະສານຈະກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານທີ່ຜູ້ປະກອບການຍື່ນມາກັບທີ່, ຖ້າເອກະສານຄົບຕາມຂັ້ນຕອນ 1 ແມ່ນຈະຮັບເອົາເອກະສານ. ຖ້າເອກະສານບໍ່ຄົບຖ້ວນ ຫຼື ຍັງບໍ່ຖືກຕ້ອງ ແມ່ນຈະແນະນໍາໃຫ້ຜູ້ປະກອບການປະກອບເອກະສານຄືນໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມຂັ້ນຕອນ 1

ຂັ້ນຕອນ 3: ການພິຈາລະນາຈົດທະບຽນ.

 ກົມປູກຝັງ ຈະພິຈາລະນາຈົດທະບຽນ ຫຼື ປະຕິເສດການຈົດທະບຽນ ພາຍໃນກໍານົດເວລາ 30 ວັນລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ, ໃນກໍລະນີປະຕິເສດກົມປູກຝັງ ຈະແຈ້ງເຫດຜົນເປັນລາຍລັກອັກສອນ ໃຫ້ຜູ້ປະກອບການຊາບ.

ຂັ້ນຕອນ 4. ໃບທະບຽນຢາປາບສັດຕູພືດ.

ໃບທະບຽນຢາປາບສັດຕູພືດ ແມ່ນເອກະສານທາງການຊຶ່ງອອກໃຫ້ໂດຍ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຊຶ່ງມີອາຍຸການນໍາໃຊ້ 02 ປີ. ຖ້າມີຈຸດປະສົງຢາກສືບຕໍ່, ເຈົ້າຂອງໃບທະບຽນ ຕ້ອງຍື່ນຄໍາຮ້ອງຂໍຈົດທະບຽນນໍາ ກົມປູກຝັງກ່ອນໃບທະບຽນດັ່ງກ່າວໝົດອາຍຸ 02 ເດືອນ. ຄໍາຮ້ອງ ແລະ ການພິຈາລະນາຕໍ່ໃບທະບຽນຢາປາບສັດຕູພືດ ແມ່ນໃຫ້ປະຕິບັດຕາມມາດຕາ 12 ແລະ 13 ຂອງຂໍ້ຕົກລົງສະບັບເລກທີ 2860/ກປ, ລົງວັນທີ 11 ມິຖຸນາ 2010.

ຂັ້ນຕອນ 5. ການຮັບເອົາໃບທະບຽນ.

ຜູ້ປະກອບການສາມາດຮັບເອົາໃບທະບຽນຕາມວັນເວລາທີ່ໄດ້ກໍານົດ ຢູ່ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້.

ພາຍຫຼັງໄດ້ຈົດທະບຽນຢາປາບສັດຕູພືດສໍາເລັດແລ້ວ ທ່ານ ສາມາດສຶບຕໍ່ຂໍໃບອະນຸຍາດນໍາເຂົ້າ ແລະ ສົ່ງອອກ ກົດທີ່ນີ້ ເພື່ອເບີ່ງຂັ້ນຕອນການຂໍໃບອະນຸຍາດການນໍາເຂົ້າ ແລະ ສົ່ງອອກ

ທ່ານ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ້ມເຕີມໄດ້ທີ່ ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້.

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
1 ຮຽກຮ້ອງໃຫ້ຂໍອະນຸຍາດນໍາເຂົ້າຢາປາບສັດຕູພືດທີ່ມີຄວາມອັນຕະລາຍລະດັບໜ້ອຍ ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະ ພາບ ແລະ ຊີວິດຂອງຄົນ. ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ສາມາດນຳເຂົ້າໄດ້ໂດຍຂໍອະນຸຍາດນຳອົງການ​ຄຸ້ມຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ. ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອປົກປ້ອງສຸຂະພາບຂອງຄົນ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ສິນຄ້າ
2 ຮຽກຮ້ອງໃຫ້ຂໍອະນຸຍາດນໍາເຂົ້າຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ສາມາດນຳເຂົ້າໄດ້ ໂດຍຂໍອະນຸຍາດນໍາເຂົ້າ ນຳຂະແໜງການກະສິກຳ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈຳໜ່າຍ. ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອປົກປ້ອງສຸຂະພາບຂອງຄົນ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ສິນຄ້າ
3 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກຢາປາບສັດຕູພືດທີ່ມີຄວາມສ່ຽງລະດັບປານກາງ ຢາປາບສັດຕູພືດທີ່ເປັນອັນຕະລາຍປານກາງ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍປານກາງ ສາມາດສົ່ງອອກໄດ້ ໂດຍຂໍອະນຸຍາດສົ່ງອອກ ນໍາຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອປົກປ້ອງສຸຂະພາບຂອງຄົນ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ສິນຄ້າ
4 ຮຽກຮ້ອງໃຫ້ມີໃບອະນຸຍາດສົ່ງອອກຢາປາບສັດຕູພືດທີ່ມີຄວາມອັນຕະລາຍລະດັບໜ້ອຍ ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະ ພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດທີ່ເປັນອັນຕະລາຍໜ້ອຍ ສາມາດສົ່ງອອກ ໄດ້ ໂດຍຂໍອະນຸຍາດສົ່ງອອກ ນຳອົງການ​ຄຸ້ມຄອງ​ວຽກງານ​ຢາ​ປາບ​ສັດຕູ​ພືດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ. ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອປົກປ້ອງສຸຂະພາບຂອງຄົນ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ສິນຄ້າ
5 ຮຽກຮ້ອງໃຫ້ຂໍອະນຸຍາດສົ່ງອອກຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ແມ່ນຢາປາບສັດຕູພືດທີ່ມີຄຸນລັກສະນະເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນ​. ຢາປາບສັດຕູພືດອັນຕະລາຍບໍ່ເປັນພິດກະທັນຫັນ ສາມາດສົ່ງອອກໄດ້ ໂດຍຂໍອະນຸຍາດສົ່ງອອກ ນຳຂະແໜງການກະສິກຳ ແລະ ປ່າໄມ້ ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບ ຂອງຄົນ, ສັດ ແລະ ສິ່ງແວດລ້ອມ ຊຶ່ງບໍ່ໄດ້ບັນຈຸໃສ່ພາຊະນະເພື່ອຈຳໜ່າຍ. ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ເພື່ອປົກປ້ອງສຸຂະພາບຂອງຄົນ ດຳລັດ ວ່າດ້ວຍ ການຄຸ້ມຄອງຢາປາບສັດຕູພືດ ເລກທີ 258/ລບ, ລົງວັນທີ 24 ສິງຫາ 2017 9999-12-31 ສິນຄ້າ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.