ຂັ້ນຕອນ 1ກະກຽມເອກະສານ ເພື່ອຂໍໃບອະນຸຍາດ ສິນຄ້າຄຸ້ມຄອງຜ່ານແດນ ສປປ ລາວ ມີລາຍລະອຽດດັ່ງລຸ່ມນີ້:

  1. ຄໍາຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງ ການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ - ຕົ້ນສະບັບ 1 ຊຸດ
  2. ທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ (ຄັ້ງທໍາອິດ) - ສໍາເນົາ 1 ຊຸດ
  3. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (Invoice and packing list) - ສໍາເນົາ 1 ຊຸດ
  4. ເອກະສານຢັ້ງຢືນ ການສົ່ງອອກ ຈາກປະເທດຕົ້ນທາງ, ການນໍາເຂົ້າຈາກປະເທດປາຍທາງ ຫຼື ສັນຍາ ຊື້-ຂາຍ ລະຫວ່າງຄູ່ຄ້າປະເທດຕົ້ນທາງ ແລະ ປາຍທາງ - ສໍາເນົາ 1 ຊຸດ
  5. ໃບມອບສິດຈາກເຈົ້າຂອງສິນຄ້າໃຫ້ຜູ້ດໍາເນີນການອະນຸຍາດຜ່ານແດນ ກໍລະນີມອບສິດໃຫ້ຜູ້ອື່ນມາແລ່ນເອກະສານແທນ - ຕົ້ນສະບັບ 1 ຊຸດ

 

ຂັ້ນຕອນ 2. ຮັບ ແລະ ກວດກາເອກະສານ

ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວ,​ ຜູ້ປະກອບການຕ້ອງຍື່ນເອກະສານກັບ ກົມການນໍາເຂົ້າ ແລະ ສົ່ງອອກ (ພະແນກການຄ້າຊາຍແດນ), ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ຈ່າຍຄ່າທໍານຽມ ສິບພັນກີບຕໍ່ຊຸດ. ວິຊາການຜູ້ຄົ້ນຄ້ວາຈະກວດກາຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານຄົບຖ້ວນຕາມຂັ້ນຕອນ 1 ແມ່ນຈະເອົາເຂົ້າເລກທີຂາເຂົ້າ ແລະ ຖ້າບໍ່ຄົບຖ້ວນ ຫຼື ມີບ່ອນດັດແກ້ ແມ່ນທາງວິຊາການຈະແນະນໍາລາຍລະອຽດໃຫ້ກັບຜູ້ປະກອບເພື່ອນໍາເອກະສານໄປປະກອບຄືນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ທາງ ພະແນກການຄ້າຊາຍແດນຈິ່ງຈະຮັບເອົາເອກະສານຂອງຜູ້ປະກອບການແລ້ວດໍາເນີນການໃນຂັ້ນຕອນຕໍ່ໄປ.

 

ຂັ້ນຕອນ 3ຄົ້ນຄວ້າ ແລະ ພິຈາລະນາ ເອກະສານ

ອີງຕາມ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງສິນຄ້າຜ່ານແດນ ສະບັບເລກທີ 0451/ອຄ.ກຂອ, ລົງວັນທີ 14 ມິຖຸນາ 2021 ແມ່ນຈະໃຊ້ໄລຍະເວລາ 02 ວັນລັດຖະການ ພາຍຫຼັງທີ່ໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການທີ່ໄດ້ກໍານົດ ພະແນກການຄ້າຊາຍແດນຈະຮ່າງເອກະສານໃບອະນຸຍາດຕາມການສະເໜີຂອງຜູ້ປະກອບການແລ້ວ ຂໍອະນຸມັດລາຍເຊັນ ຈາກຄະນະກົມຜູ້ປະຈໍາການ ແລະ ປະທັບກາໃສ່ໃບອະນຸຍາດ.

 

ຂັ້ນຕອນ 4. ເຊັນ ແລະ ປະທັບກາ ເພື່ອອອກໃບອະນຸຍາດ

          ພາຍຫຼັງການພິຈາລະນາເອກະສານວ່າຖືກຕ້ອງແລ້ວ ພະແນກການຄ້າຊາຍແດນ ຈະຮ່າງເອກະສານໃບອະນຸຍາດຕາມການສະເໜີຂອງຜູ້ປະກອບການແລ້ວດໍາເນີນການຂໍອະນຸມັດລາຍເຊັນ ຈາກຄະນະກົມຜູ້ປະຈໍາການ ແລະ ປະທັບກາໃສ່ໃບອະນຸຍາດ.

 

ຂັ້ນຕອນ 5.​ ການຮັບເອົາໃບອະນຸຍາດ

ຜູ້ປະກອບການຕ້ອງເຊັນຮັບເອົາໃບອະນຸຍາດຈາກ ພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ.

 

ສອບຖາມເພີ່ມເຕີມ ກະລຸນາຕິດຕໍ່: ພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ  ແລະ ການຄ້າ. ເບີໂທລະສັບ: 021 413091 ເບີແຟັກ: 021 454224

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.