ຂັ້ນຕອນ 1ກະກຽມເອກະສານເພື່ອຂໍອະນຸຍາດ ການນໍາເຂົ້າ/ສົ່ງອອກ ຊົ່ວຄາວ ສິນຄ້າຄຸ້ມຄອງ ມີລາຍລະອຽດດັ່ງລຸ່ມນີ້:

  1. ເອກະສານເພື່ອຂໍອະນຸຍາດ ການນໍາເຂົ້າ ຊົ່ວຄາວ ສິນຄ້າຄຸ້ມຄອງ
  1. ຄໍາຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ  - ສະບັບຕົ້ນ 1 ຊຸດ
  2. ທະບຽນວິສາຫະກິດ (ຄັ້ງທໍາອິດ) - ສໍາເນົາ 1 ຊຸດ
  3. ໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ສໍາລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ - ສໍາເນົາ 1 ຊຸດ
  4. ໃບຢັ້ງຢືນ ການມອບພັນທະອາກອນປະຈໍາປີຜ່ານມາ ຍົກເວັ້ນ ບໍລິສັດທີ່ສ້າງຕັ້ງໃໝ່ - ສໍາເນົາ 1 ຊຸດ
  5. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (Invoice and packing list) - ສໍາເນົາ 1 ຊຸດ
  6. ໃບສັ່ງສ້ອມແປງ ໃນກໍລະນີນໍາເຂົ້າເພື່ອສ້ອມແປງ - ສໍາເນົາ 1 ຊຸດ
  7. ເອກະສານເຊີນເຂົ້າຮ່ວມງານວາງສະແດງ ຫຼື ເອກະສານທີ່ກ່ຽວຂ້ອງ ໃນກໍລະນີເຂົ້າຮ່ວມງານວາງສະແດງສິນຄ້າ  - ສໍາເນົາ 1 ຊຸດ

 

  1. ເອກະສານເພື່ອຂໍອະນຸຍາດ ການສົ່ງອອກ ຊົ່ວຄາວ ສິນຄ້າຄຸ້ມຄອງ
  1. ຄໍາຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ  - ສະບັບຕົ້ນ 1 ຊຸດ
  2. ທະບຽນວິສາຫະກິດ (ຄັ້ງທໍາອິດ) - ສໍາເນົາ 1 ຊຸດ
  3. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (Invoice and packing list) - ສໍາເນົາ 1 ຊຸດ
  4. ໃບສັ່ງສ້ອມແປງ ໃນກໍລະນີສົ່ງອອກເພື່ອສ້ອມແປງ - ສໍາເນົາ 1 ຊຸດ
  5. ເອກະສານເຊີນເຂົ້າຮ່ວມງານວາງສະແດງ ຫຼື ເອກະສານທີ່ກ່ຽວຂ້ອງ ໃນກໍລະນີເຂົ້າຮ່ວມງານວາງສະແດງສິນຄ້າ  - ສໍາເນົາ 1 ຊຸດ

 

  1. ເອກະສານເພື່ອຂໍອະນຸຍາດ ການນຳເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ
  1. ຄໍາຮ້ອງ ຕາມແບບພິມ ທີ່ອົງການຄຸ້ມຄອງການນໍາເຂົ້າ ແລະ ສົ່ງອອກ ໄດ້ກໍານົດ  - ສະບັບຕົ້ນ 1 ຊຸດ
  2. ທະບຽນວິສາຫະກິດ (ຄັ້ງທໍາອິດ) - ສໍາເນົາ 1 ຊຸດ
  3. ໃບອະນຸຍາດດໍາເນີນທຸລະກິດ ຫຼື ໃບອະນຸຍາດລົງທຶນ ສໍາລັບກິດຈະການທີ່ນອນໃນບັນຊີກິດຈະການຄວບຄຸມ - ສໍາເນົາ 1 ຊຸດ
  4. ໃບມອບພັນທະອາກອນປະຈໍາປີຜ່ານມາ ຍົກເວັ້ນບໍລິສັດທີ່ສ້າງຕັ້ງໃໝ່ - ສໍາເນົາ 1 ຊຸດ
  5. ໃບແຈ້ງລາຄາ ແລະ ໃບຫຸ້ມຫໍ່ (Invoice and packing list) - ສໍາເນົາ 1 ຊຸດ

 

ຂັ້ນຕອນ 2. ຮັບ ແລະ ກວດກາເອກະສານ

ພາຍຫຼັງປະກອບເອກະສານຄົບຖ້ວນແລ້ວ,​ ຜູ້ປະກອບການຕ້ອງຍື່ນເອກະສານກັບ ກົມການນໍາເຂົ້າ ແລະ ສົ່ງອອກ (ພະແນກການຄ້າຊາຍແດນ), ກະຊວງອຸດສາຫະກໍາ ແລະ ການຄ້າ. ວິຊາການຜູ້ຄົ້ນຄ້ວາຈະກວດກາຄວາມຖືກຕ້ອງຂອງເອກະສານ. ຖ້າເອກະສານຄົບຖ້ວນຕາມຂັ້ນຕອນ 1 ແມ່ນຈະເອົາເຂົ້າເລກທີຂາເຂົ້າ ແລະ ຖ້າບໍ່ຄົບຖ້ວນ ຫຼື ມີບ່ອນດັດແກ້ ແມ່ນທາງວິຊາການຈະແນະນໍາລາຍລະອຽດໃຫ້ກັບຜູ້ປະກອບເພື່ອນໍາເອກະສານໄປປະກອບຄືນໃຫ້ຖືກຕ້ອງ ແລະ ຄົບຖ້ວນ ທາງ ພະແນກການຄ້າຊາຍແດນຈິ່ງຈະຮັບເອົາເອກະສານຂອງຜູ້ປະກອບການແລ້ວດໍາເນີນການໃນຂັ້ນຕອນຕໍ່ໄປ.

ຂັ້ນຕອນ 3ຄົ້ນຄ້ວາ ແລະ ພິຈາລະນາເອກະສານ

ໂດຍ ອີງຕາມ ຂໍ້ຕົກລົງວ່າດ້ວຍ ການນໍາເຂົ້າຊົ່ວຄາວ, ສົ່ງອອກຊົ່ວຄາວ ແລະ ການນໍາເຂົ້າເພື່ອສົ່ງອອກຕໍ່ ສິນຄ້າຄຸ້ມຄອງ ສະບັບເລກທີ 0230/ອຄ.ກຂອ, ລົງວັນທີ 25 ມີນາ 2021. ພາຍຫຼັງທີ່ໄດ້ຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນຕາມລະບຽບການທີ່ໄດ້ກໍານົດ ແມ່ນຈະໃຊ້ໄລຍະເວລາ 03 ວັນລັດຖະການ ແລະ ຈ່າຍຄ່າທໍານຽມ ສິບພັນກີບຕໍ່ຊຸດ.

 

ຂັ້ນຕອນ 4.​ ເຊັນ ແລະ ປະທັບກາເພື່ອອອກໃບອະນຸຍາດ

        ພາຍຫຼັງການພິຈາລະນາເອກະສານວ່າຖືກຕ້ອງແລ້ວ ພະແນກການຄ້າຊາຍແດນ ຈະຮ່າງເອກະສານໃບອະນຸຍາດຕາມການສະເໜີຂອງຜູ້ປະກອບການແລ້ວດໍາເນີນການຂໍອະນຸມັດລາຍເຊັນ ຈາກຄະນະກົມຜູ້ປະຈໍາການ ແລະ ປະທັບກາໃສ່ໃບອະນຸຍາດ.

 

ຂັ້ນຕອນ 5. ຮັບໃບອະນຸຍາດ ການນໍາເຂົ້າ/ສົ່ງອອກ ຊົ່ວຄາວ ສິນຄ້າຄຸ້ມຄອງ

ຜູ້ປະກອບການຕ້ອງເຊັນຮັບເອົາ ໃບອະນຸຍາດຈາກ ພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ.

 

ສອບຖາມເພີ່ມເຕີມ ກະລຸນາຕິດຕໍ່: ພະແນກການຄ້າຊາຍແດນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເບີໂທລະສັບ: 021 413 901 ເບີແຟັກ: 021 454224

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.