ລາຍລະອຽດເພີ່ມເຕີບກະລຸນາກົດ: http://www.ned.moic.gov.la/ ຫຼື ດາວໂຫຼດຟາຍ

 

ຂັ້ນຕອນການເລີ່ມຕົ້ນທຸລະກິດ ຢູ່ ສປປ ລາວ

                1. ກິດຈະການ ບໍ່ຢູ່ໃນບັນຊີຄວບຄຸມ

                ຂັ້ນຕອນທີ 1: ການຂື້ນທະບຽນ ແມ່ນຈະໃຊ້ເວລາທັງໝົດບໍ່ກາຍ 10 ວັນລັດຖະການ ສໍາລັບການໄດ້ຮັບ ໃບທະບຽນວິສາຫະກິດ ພ້ອມກັບ ເລກປະຈໍາຕົວຜູ້ເສຍອາກອນ ຂອງຜູ້ລົງທຶນ ນັບຈາກມື້ຮັບເອກະສານທີ່ຖືກຕ້ອງຄົບຖ້ວນແລ້ວ. ຜູ້ລົງທຶນ ທີ່ມີຈຸດປະສົງແຈ້ງຂື້ນທະບຽນວິສາຫະກິດ ໃນກິດຈະການ ບໍ່ຢູ່ໃນບັນຊີຄວບຄຸມ ສາມາດຍື່ນຄໍາຮ້ອງຕໍ່ເຈົ້າໜ້າທີ່ທະບຽນວະສາຫະກິດ ຂອງ ຂະແໜງອຸດສາຫະກໍາ ແລະ ການຄ້າ ຕາມການແບ່ງຂັ້ນພິຈາລະນາ ການແຈ້ງຂື້ນທະບຽນວິສາຫະກິດ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖີ່ນ ທີ່ມີທີ່ຕັ້ງສໍານັກງານຂອງຕົນຕັ້ງຢູ່.

                ຂັ້ນຕອນທີ 2: ການຮັບຕາປະທັບ ພ້ອມກັບ ໃບອະນຸຍາດນໍາໃຊ້ຕາປະທັບ ແມ່ນຈະໃຊ້ເວລາທັງໝົດບໍ່ກາຍ 5 ວັນລັດຖະການ ໂດຍຜູ້ລົງທຶນ ນໍາເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບນໍາຂະແໜງ ປ້ອງກັນຄວາມສະຫງົບ.

                ຂັ້ນຕອນທີ 3: ການຂື້ນທະບຽນປະກັນສັງຄົມ ແມ່ນຈະໃຊ້ເວລາທັງໝົດພາຍໃນ 2 ວັນລັດຖະການ. ຜູ້ລົງທຶນ ຂໍຂື້ນທະບຽນປະກັນສັງຄົມນໍາຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ.

                ຂັ້ນຕອນສຸດທ້າຍກ່ອນ ຜູ້ລົງທຶນ ສາມາດດໍາເນີນການຈັດຕັ້ງປະຕິບັດກິດຈະການຂອງຕົນໄດ້ນັ້ນ ແມ່ນຕ້ອງໄດ້ແບ່ງອອກເປັນ 2 ກໍລະນີຫຼັກຄື:

                ກໍລະນີ 1: ກິດຈະການ ທີ່ບໍ່ຈໍາເປັນຂໍອະນຸຍາດດໍາເນີນທຸລະກິດ ແມ່ນຜູ້ລົງທືນ ສາມາດດໍາເນີນທຸລະກິດໄດ້ເລີຍ ຕາມທີ່ກໍານົດໄວ້ ໃນດ້ານຫຼັງໃບທະບຽນວິສາຫະກິດ.

                ກໍລະນີ 2: ກິດຈະການ ທີ່ຕ້ອງຂໍອະນຸຍາດດໍາເນີນທຸລະກິດ ແມ່ນຜູ້ລົງທືນ ຕ້ອງຂໍອະນຸຍາດດໍາເນີນທຸລະກິດ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

 

                2. ກິດຈະການ ໃນບັນຊີຄວບຄຸມ ແລະ ກິດຈະການ ການລົງທຶນສໍາປະທານ

ກິດຈະການດັ່ງກ່າວ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ໂດນຍື່ນຄໍາຮ້ອງນໍາຂະແໜງການ ແລະ ການລົງທຶນ ໄດ້ທີ່ www.investlaos.gov.la ຫຼື ຕິດຕໍ່ສອບຖາມເພີ່ມເຕີບທີ່ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ໂທ: 021-217012, ແຟ໋ກ: 021-215491 ຫຼື ສາຍດ່ວນ ກະຊວງ ຜທ: 1503

          ບັນດາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ຂອງ ສປປ ລາວ ແມ່ນອີງໃສ່ ດຳລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສຳປະທານ ຂອງ ສປປ ລາວ ສະບັບເລກທີ 03/ນຍ, ລົງວັນທີ 10 ມັງກອນ 2019.

          2.1. ຂັ້ນຕອນການອະນຸຍາດລົງທຶນ ສຳລັບກິດຈະການຄວບຄຸມ

          ຜູ້ລົງທຶນ ໄດ້ຮັບໃບອະນຸຍາດລົງທຶນ ພາຍໃນ 25 ວັນ ລັດຖະການ ນັບແຕ່ ຫລປ ໄດ້ຮັບຄຳຮ້ອງຄົບຖ້ວນ ເປັນຕົ້ນໄປ. ຜູ້ລົງທຶນ (ບຸກຄົນ ຫຼື ນິຕິບຸກຄົນ) ຜູ້ລົງທຶນ ຍື່ນຄຳຮ້ອງຂໍລົງທຶນຕໍ່ ຫລປ.ສ ຫຼື ຫລປ.ຂ ຕາມການແບ່ງຂັ້ນອະນຸມັດ ທີ່ກຳນົດ​​ໃນເອກະສານຊ້ອນທ້າຍ (ກ) ຂອງດຳລັດ ເລກທີ 03/ນຍ,ລົງວັນທີ 10 ມັງກອນ 2019 (ບັນຊີ 01: ກິດຈະການຄວບຄຸມ). ມີລາຍລະອຽດຂອງຂັ້ນຕອນການຍື່ນເອກະສານຕາມລໍາດັບດັ່ງນີ້:

1. ຍື່ນເອກະສານທີ່ ຫ້ອງການບໍລິການ ການລົງທຶນປະຕູດຽວ (ຫລປ);

2. ຫລປ ສົ່ງຂໍຄຳເຫັນນໍາຂະແໜງການ​ (ພາຍໃນ 2 ວັນ​ລັດຖະການ);

3. ຂະແໜງການ ຄົ້ນຄວ້າ ແລະ ມີຄຳເຫັນແຈ້ງຕອບ (ພາຍໃນ 8 ວັນ​ລັດຖະການ);

4. ຫລປ ນຳສະເໜີ ຄະນະ ຄລທ ພິຈາລະນາ (ພາຍໃນ 10 ວັນ​ລັດຖະການ);

5. ອອກໃບອະນຸຍາດລົງທຶນ (ພາຍໃນ 5 ວັນ ລັດຖະການ) ຫຼື ແຈ້ງຕອບປະຕິເສດ ຜູ້ລົງທຶນ (ພາຍໃນ 3 ວັນ ລັດຖະການ).

 

2.2. ຂັ້ນຕອນການອະນຸຍາດລົງທຶນ ສຳລັບກິດຈະການສຳປະທານ

          ຜູ້ລົງທຶນ (ນິຕິບຸກຄົນ ພາຍໃນ ຫຼື ຕ່າງປະເທດ) ລົງທຶນ ໄດ້ຮັບໃບ​ອະນຸຍາດລົງທຶນ ພາຍໃນ 65 ວັນ​ ລັດຖະການ ນັບແຕ່ ຫລປ ໄດ້ຮັບຄຳ​ຮ້ອງຄົບຖ້ວນ ເປັນຕົ້ນໄປ. ຜູ້ລົງທຶນ ຍື່ນຄຳຮ້ອງຂໍລົງທຶນຕໍ່ ຫລປ.ສ ຫຼື ຫລປ.ຂ ຕາມການແບ່ງຂັ້ນອະນຸມັດ ທີ່ກຳນົດ​​ໃນເອກະສານຊ້ອນທ້າຍ (ກ) ຂອງດຳລັດ ເລກທີ 03/ນຍ, ລົງວັນທີ 10 ມັງກອນ 2019 (ບັນຊີ 02: ກິດຈະການສໍາປະທານ). ມີລາຍລະອຽດຂອງຂັ້ນຕອນການຍື່ນເອກະສານຕາມລໍາດັບດັ່ງນີ້:

1. ຍື່ນເອກະສານທີ່ ຫ້ອງການບໍລິການ ການລົງທຶນປະຕູດຽວ (ຫລປ);

2. ຫລປ ສົ່ງຂໍຄຳເຫັນນໍາຂະແໜງການ​ (ພາຍໃນ 2 ວັນ​ລັດຖະການ);

3. ຂະແໜງການ ຄົ້ນຄວ້າ ແລະ ມີຄຳເຫັນຕອບຄືນ (ພາຍ​ໃນ 30 ວັນ​ລັດຖະການ);

4. ຫລປ ນຳສະເໜີ ຄະນະ ຄລທ ພິຈາລະນາຕົກລົງ​ ດ້ານຫຼັກການ (ພາຍ​ໃນ 30 ວັນ​ລັດຖະການ). ໃນກໍລະນີບໍ່ເຫັນດີ, ແຈ້ງຕອບຜູ້ລົງທຶນ (ພາຍໃນ 3 ວັນ ລັດຖະການ)

5. ກໍລະນີເຫັນດີ, ເຈລະຈາເຊັນບົດບັນທຶກຄວາມເຂົ້າໃຈ ຫຼື ສັນຍາ;

6. ອອກໃບອະນຸຍາດລົງທຶນ (ພາຍໃນ 3 ວັນ ລັດຖະການ)

 

ແບບຟອມ
# ຫົວຂໍ້ ລາຍລະອຽດ ອອກໂດຍ ໄຟລ໌
ມາດຕະການ
# ຊື່ ລາຍລະອຽດ ປະເພດ ມາດຕະການ ອົງກອນ ຄຳເຫັນ ນິຕິກໍາ ສິ້ນສຸດ ໝວດມາດຕະການ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.