ສາລະບານ
ມາດຕາ 1. ຈຸດປະສົງ
ມາດຕາ 2. ມາດຕະຖານກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
ມາດຕາ 3. ອະທິບາຍຄໍາສັບ
ມາດຕາ 4. ຂອບເຂດການນໍາໃຊ້
ໝວດທີ II - ການຈັດການດ້ານສິ່ງແວດລ້ອມ
ມາດຕາ 5. ປະຫວັດ ແລະ ການຈັດການພື້ນທີ່ການຜະລິດ
ມາດຕາ 6. ການຄັດເລືອກແນວພັນພືດ
ມາດຕາ 7. ການອານຸລັກດິນ ແລະ ຊັ້ນດິນ
ມາດຕາ 8. ການນໍາໃຊ້ຝຸ່ນ ແລະ ທາດອາຫານບໍາລຸງດິນ
ມາດຕາ 9. ການຈັດການນໍ້າ
ມາດຕາ 10. ການນໍາໃຊ້ສານເຄມີ
ມາດຕາ 11. ການຈັດການສິ່ງເສດເຫຼືອ ແລະ ການນໍາໃຊ້ພະລັງງານ
ມາດຕາ 12. ຊີວະນາໆພັນ
ມາດຕາ 13. ອາກາດ
ມາດຕາ 14. ການຝຶກອົບຮົມ
ມາດຕາ 15. ການເກັບຮັກສາເອກະສານ ແລະ ບົດບັນທຶກຕ່າງໆ
ມາດຕາ 16. ການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ
ໝວດທີ III - ການນໍາໃຊ້ກາໝາຍ ແລະ ສະຫຼາກ
ມາດຕາ 17. ການນໍາໃຊ້ກາໝາຍການຜະລິດກະສິກໍາທີ່ດີກ່ຽວກັບ ການຈັດການດ້ານສິ່ງແວດລ້ອມ
ມາດຕາ 18. ການນໍາໃຊ້ສະຫຼາກການຜະລິດກະສິກໍາທີ່ດີກ່ຽວກັບ ການຈັດການດ້ານສິ່ງແວດລ້ອມ
ໝວດທີ IV - ການອອກໃບຢັ້ງຢືນການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
ມາດຕາ 19. ການອອກໃບຢັ້ງຢືນການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
ໝວດທີ V - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 20. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 21. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 22. ການຈັດຕັ້ງປະຕິບັດ
ມາດຕາ 23. ຜົນສັກສິດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ 0538/ກປ
ນະຄອນຫຼວງວຽງຈັນ, ວັນທີ 09/02/2011
ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍມາດຕະຖານກະສິກໍາທີ່ດີກ່ຽວກັບການຈັດການດ້ານສິ່ງແວດລ້ອມ
- ອີງຕາມກົດໝາຍວ່າດ້ວຍ ກະສິກໍາ ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998;
- ອີງຕາມດໍາລັດຂອງ ນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10 ພຶດສະພາ 2007 ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້;
- ອີງຕາມໜັງສືສະເໜີ ຂອງກົມປູກຝັງ ສະບັບເລກທີ 1176/ກປຝ, ລົງວັນທີ 09 ພະຈິກ 2010.
ມາດຕາ 1. ຈຸດປະສົງ
ຂໍ້ຕົກລົງສະບັບນີ້ວາງອອກ ເພື່ອເປັນເຄື່ອງມືໃນການຄຸ້ມຄອງການຜະລິດ ພືດຜັກ-ໝາກໄມ້ສົດ ຕາມມາດຕະຖານກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ ເພື່ອອະນຸລັກ ແລະ ຮັກສາສະພາບແວດລ້ອມຢູ່ໃນ ແລະ ນອກສະຖານທີ່ຜະລິດກະສິກໍາ. ຂ້າງເທິງ
ມາດຕາ 2. ມາດຕະຖານກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
ມາດຕະຖານກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມຂອງ ສປປລາວ ແມ່ນໄດ້ພັດທະນາຂຶ້ນບົນພື້ນຖານ ມາດຕະຖານການກະສິກໍາທີ່ດີ ຂອງອາຊຽນ, ຊຶ່ງກວມເອົາຂໍ້ກໍານົດຕ່າງໆທີ່ຜູ້ຜະລິດ ແລະ ຜູ້ປະກອບການຕ້ອງປະຕິບັດ ເພື່ອອະນຸລັກ ແລະ ຮັກສາສະພາບແວດລ້ອມຢູ່ໃນ ແລະ ນອກສະຖານທີ່ການຜະລິດ. ຂ້າງເທິງ
ມາດຕາ 3. ອະທິບາຍຄໍາສັບ
ຄໍາສັບຕ່າງໆທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:
- ມາດຕະຖານໝາຍເຖິງ: ການກໍານົດຄຸນລັກສະນະສະເພາະ ຂອງຜະລິດຕະພັນ, ສິນຄ້າ, ການບໍລິການ, ຂະບວນການ, ສິ່ງແວດລ້ອມ ແລະອື່ນໆທີ່ກ່ຽວຂ້ອງກັບຄຸນນະພາບ;
- ການຜະລິດກະສິກໍາທີ່ດີ (Good Agriculture Practice ‘’GAP”) ໝາຍເຖິງ: ການນໍາໃຊ້ວິທີການເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມສ່ຽງ ທີ່ເປັນອັນຕະລາຍອາດເກີດຂຶ້ນ ໃນລະຫວ່າງການຜະລິດ, ການເກັບກ່ຽວ ແລະ ຫຼັງການເກັບກ່ຽວ;
- ໂຄງສ້າງເຄຫາສະຖານໝາຍເຖິງ: ສະຖານທີ່ປຸກສ້າງ, ໂຮງເຮືອນ, ສະຖານທີ່ຜະລິດ, ເກັບມ້ຽນ, ປຸງແຕ່ງ ແລະ ຫຸ້ມຫໍ່ຜົນຜະລິດ;
- ສານເຄມີໝາຍເຖິງ: ຝຸ່ນເຄມີ, ຢາປາບສັດຕູພືດ, ຢາຂ້າຫຍ້າ, ຮໍໂມນ, ສານເຄືອບຜິວ ແລະ ແຮ່ທາດບໍາລຸງດິນ;
- ເຄມີອື່ນໆໝາຍເຖິງ: ນໍ້າມັນເຊື້ອໄຟ, ນໍ້າມັນເຄື່ອງ ແລະສິ່ງອື່ນໆ;
- ທາດອາຫານບໍາລຸງດິນ (Soil Additives) ໝາຍເຖິງ: ແຮ່ທາດຕ່າງໆ: ເຫຼັກ, ມັງການ, ບໍຣອນ (Br), ຮິວມັດ (humus);
- ອົງກອນທີ່ມີອໍານາດໝາຍເຖິງ: ການຈັດຕັ້ງລັດ ຫຼື ເອກະຊົນທີ່ຖືກຮັບຮອງ ເປັນອົງການທີ່ມີສິດອໍານາດ ໃນການພັດທະນາ ຫຼື ກວດກາມາດຕະຖານ ແລະ ຫຼັກການຈັດຕັ້ງປະຕິບັດກົດລະບຽບ ແລະ ນະໂຍບາຍຕ່າງໆ. ຍົກຕົວຢ່າງ: ກົດລະຫັດອາຫານ (CODEX) ແມ່ນກົມອາຫານ ແລະ ຢາ, ກົມປູກຝັງ;
- ແນວພັນພືດ (Planting material) ໝາຍເຖິງ: ເມັດພັນ ຫຼື ສິ້ນສ່ວນພືດທີ່ໃຊ້ເຂົ້າໃນການປູກ;
- ຊື່ຜະລິດຕະພັນໝາຍເຖິງ: ຊື່ການຄ້າຂອງຜະລິດຕະພັນ;
- ຜູ້ນໍາໃຊ້ໝາຍເຖິງ: ຜູ້ຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບການນໍາໃຊ້ຝຸ່ນ, ຢາ ແລະ ສານເຄມີ;
- ສິ່ງເສດເຫຼືອໝາຍເຖິງ ສິ່ງທີ່ນໍາໃຊ້ເຂົ້າໃນການຜະລິດເຊັ່ນ: ຖົງຝຸ່ນ, ສິ່ງຫຸ້ມຫໍ່ຝຸ່ນເຄມີຕ່າງໆທີ່ເປັນຜ້າຢາງ ຫຼື ຖົງຢາງ, ສິ່ງຫຸ້ມຫໍ່ທີ່ເປັນກ່ອງເຈ້ຍ ຫຼື ກະປ໋ອງບັນຈຸຢາປາບສັດຕູພືດຕ່າງໆ ແລະອື່ນໆ. ຂ້າງເທິງ
ມາດຕາ 4. ຂອບເຂດການນໍາໃຊ້
ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບປະຕິບັດ ສໍາລັບບຸກຄົນ, ນິຕິບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງດໍາເນີນທຸລະກິດ ດ້ານການປູກພືດຕາມມາດຕະຖານ ກະສິກໍາທີ່ດີກ່ຽວກັບການຈັດການດ້ານສິ່ງແວດລ້ອມ. ຂ້າງເທິງ
ໝວດທີ II
ການຈັດການດ້ານສິ່ງແວດລ້ອມ
ມາດຕາ 5. ປະຫວັດ ແລະ ການຈັດການພື້ນທີ່ການຜະລິດ
- ການນໍາໃຊ້ພື້ນທີ່ການຜະລິດກະສິກໍາ ຕ້ອງປະຕິບັດຕາມລະບຽບການຕ່າງໆ ຂອງ ສປປລາວ ກ່ຽວກັບການຄວບຄຸມການຜະລິດ ໃນພື້ນທີ່ສູງ ຫຼື ຄ້ອຍຊັນ;
- ສໍາລັບພື້ນທີ່ຈະບຸກເບີກໃໝ່ ຕ້ອງປະເມີນຄວາມສ່ຽງທີ່ເປັນອັນຕະລາຍ ຕໍ່ສິ່ງແວດລ້ອມທີ່ຢູ່ໃນ ແລະ ນອກສະຖານທີ່. ຕ້ອງຮັກສາຜົນວິເຄາະຄວາມອັນຕະລາຍໄວ້.
ການປະເມີນຄວາມສ່ຽງຄວນພິຈາລະນາເຖິງ:
ກ. ຂໍ້ມູນການນໍາໃຊ້ພື້ນທີ່ມາກ່ອນ;
ຂ. ຜົນກະທົບອາດເປັນໄປໄດ້ຕໍ່ການຜະລິດພືດ ແລະ ການຮັກສາຜົນຜະລິດ ພາຍຫຼັງການເກັບກ່ຽວຢູ່ໃນ ແລະ ນອກສະຖານທີ່;
ຄ. ຜົນກະທົບອາດເປັນໄປໄດ້ຈາກພື້ນທີ່ໃກ້ຄຽງ ມາສູ່ພື້ນທີ່ໃໝ່.
- ຕ້ອງປະຕິບັດຕາມມາດຕະການຕ່າງໆ ເພື່ອປ້ອງກັນ ຫຼື ຫຼຸດຜ່ອນຄວາມອັນຕະລາຍຈາກການນໍາໃຊ້ພື້ນທີ່ ທີ່ມີຄວາມສ່ຽງສູງຕໍ່ການປູກພືດ ແລະ ເກັບມ້ຽນຜົນຜະລິດ;
- ການອອກແບບແຜນທີ່ຟາມຕ້ອງສະແດງໃຫ້ເຫັນ:
ກ. ພື້ນທີ່ທໍາການຜະລິດ;
ຂ. ພື້ນທີ່ ທີ່ກະທົບໄວຕໍ່ສິ່ງແວດລ້ອມ ແລະ ພື້ນທີ່ເສື່ອມໂຊມ;
ຄ. ສະຖານທີ່ເກັບຮັກສາ ແລະ ປະສົມສານເຄມີ, ອະນາໄມອຸປະກອນທີ່ນໍາໃຊ້ກັບສານເຄມີ ແລະ ພື້ນທີ່ ທີ່ນໍາໃຊ້ສານເຄມີ;
ງ. ພື້ນທີ່ ຫຼື ສິ່ງທີ່ອໍານວຍຄວາມສະດວກສໍາລັບເກັບຮັກສາ, ປະສົມ, ເຮັດຝຸ່ນບົ່ມ ແລະ ທາດອາຫານບໍາລຸງດິນ;
ຈ. ແຫຼ່ງນໍ້າ, ສະຖານທີ່ເກັບຮັກສານໍ້າ ແລະ ທິດທາງຂອງຄອງລະບາຍນໍ້າ, ພື້ນທີ່ໆໃຫ້ນໍ້າໄຫຼອອກ ແລະ ຈຸດປ່ອຍນໍ້າ;
ສ. ການອອກແບບເຄຫາສະຖານ, ໂຄງສ້າງ ແລະ ຖະໜົນຫົນທາງ.
- ຕ້ອງມີມາດຕະການ ໃນການຈັດການພື້ນທີ່ໆເສື່ອມໂຊມ;
- ການຈັດການພື້ນທີ່ການຜະລິດ ຕ້ອງປະຕິບັດຕາມກົດໝາຍສິ່ງແວດລ້ອມ ຂອງສປປລາວ ເຊັ່ນ: ອາກາດ, ນໍ້າ, ສຽງ, ດິນ, ຊີວະນາໆພັນ ແລະ ບັນຫາອື່ນໆທີ່ພົວພັນກັບສິ່ງແວດລ້ອມ. ຂ້າງເທິງ
- ຕ້ອງຄັດເລືອກແນວພັນພືດທີ່ທົນທານຕໍ່ສັດຕູພືດ ແລະ ເໝາະສົມກັບສະພາບພື້ນທີ່ທໍາການຜະລິດ ເພື່ອຫຼຸດຜ່ອນການນໍາໃຊ້ສານເຄມີ;
- ບໍ່ນໍາໃຊ້ແນວພັນທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ. ຂ້າງເທິງ
ມາດຕາ 7. ການອານຸລັກດິນ ແລະ ຊັ້ນດິນ
- ຫຼີກລ້ຽງການນໍາໃຊ້ດິນ ໃນລັກສະນະທີ່ມີຄວາມສ່ຽງຕໍ່ການເສື່ອມໂຊມ ຂອງສິ່ງແວດລ້ອມ;
- ບ່ອນທີ່ມີເງື່ອນໄຂ, ໃຫ້ນໍາໃຊ້ແຜນທີ່ດິນ ເພື່ອວາງແຜນປູກພືດໝູນວຽນ ແລະ ວາງແຜນໃນການຜະລິດພືດ;
- ຕ້ອງນໍາໃຊ້ວິທີການປູກພືດທີ່ເໝາະສົມ ເພື່ອຫຼຸດຜ່ອນການເຊາະເຈື່ອນ ແລະ ຮັກສາໂຄງສ້າງຂອງດິນ;
- ຕ້ອງເກັບຮັກສາຂໍ້ມູນກ່ຽວກັບຊື່ສານເຄມີ, ສະຖານທີ່, ວັນທີ, ຜົນຜະລິດ, ວິທີການນໍາໃຊ້, ອັດຕາການນໍາໃຊ້ ແລະ ຊື່ຜູ້ນໍາໃຊ້ສານເຄມີ ໃນກໍລະນີມີການຂ້າເຊື້ອພະຍາດໃນດິນ ແລະ ຊັ້ນດິນ. ຂ້າງເທິງ
ມາດຕາ 8. ການນໍາໃຊ້ຝຸ່ນ ແລະ ທາດອາຫານບໍາລຸງດິນ
- ການນໍາໃຊ້ທາດອາຫານບໍາລຸງດິນ ຕ້ອງປະຕິບັດຕາມຄູ່ມືທີ່ກໍານົດຂຶ້ນ ໂດຍກົມປູກຝັງ;
- ຕ້ອງບໍາລຸງຮັກສາສະຖານທີ່ເກັບຮັກສາ, ປະສົມ, ບັນຈຸຝຸ່ນ ແລະ ທາດອາຫານບໍາລຸງດິນເປັນປະຈໍາ;
- ຕ້ອງບົວລະບັດຮັກສາ ແລະ ກວດກາອຸປະກອນ ສໍາລັບການໃສ່ຝຸ່ນ ແລະ ທາດອາຫານບໍາລຸງດິນຢ່າງໜ້ອຍປີລະຄັ້ງ;
- ຕ້ອງບັນທຶກການນໍາໃຊ້ຝຸ່ນ ແລະ ທາດອາຫານບໍາລຸງດິນ, ລາຍລະອຽດຂອງຜົນຜະລິດ ຫຼື ວັດຖຸ, ສະຖານທີ່ນໍາໃຊ້, ວິທີ, ອັດຕາການນໍາໃຊ້ ແລະ ຊື່ຜູ້ນໍາໃຊ້;
- ຕ້ອງມີການຕິດຕາມ ແລະ ເກັບຮັກສາບົດບັນທຶກການປະສົມ, ການນໍາໃຊ້, ການຈັດການ, ການລະລາຍທາດອາຫານພືດ ເຂົ້າໃນການຜະລິດແບບບໍ່ນໍາໃຊ້ດິນປູກໃສ່ນໍ້າ (hydroponic). ຂ້າງເທິງ
- ການສະໜອງນໍ້າຕ້ອງແທດເໝາະກັບຄວາມຕ້ອງການ ຂອງພືດແຕ່ລະຊະນິດ ແລະ ລະດັບຄວາມຊຸ່ມຂອງດິນ;
- ຕ້ອງບໍາລຸງຮັກສາ ແລະ ກວດກາລະບົບຂອງການສະໜອງນໍ້າ ເພື່ອຮັບປະກັນການສະໜອງນໍ້າ ໃຫ້ມີປະສິດທິພາບ;
- ຕ້ອງເກັບຮັກສາບົດບັນທຶກລາຍລະອຽດການສະໜອງນໍ້າ, ຊະນິດພືດ, ວັນທີ່, ສະຖານທີ່, ບໍລິມາດຂອງນໍ້າ, ໄລຍະເວລາ ແລະ ຊື່ຂອງຜູ້ສະໜອງນໍ້າ;
- ການຄຸ້ມຄອງ, ການຮັກສາ ແລະ ການນໍາໃຊ້ນໍ້າ ຕ້ອງປະຕິບັດຕາມລະບຽບກົດໝາຍ ຂອງສປປລາວ;
- ນໍ້າທີ່ໃຊ້ຕ້ອງມາຈາກແຫຼ່ງທີ່ສະອາດ. ໃນກໍລະນີນໍ້າຫາກມີຄວາມສ່ຽງຕໍ່ການປົນເປື້ອນ ຕ້ອງມີການຈັດການ ແລະ ບໍາບັດກ່ອນການນໍາໃຊ້;
- ນໍ້າທີ່ມາຈາກຫ້ອງນໍ້າ ແລະ ລະບົບນໍ້າເປື້ອນ ຕ້ອງມີວິທີການບໍາບັດ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສິ່ງແວດລ້ອມຢູ່ໃນ ແລະ ນອກພື້ນທີ່ການຜະລິດ;
- ນໍ້າທີ່ນໍາໃຊ້ລ້າງຜົນຜະລິດຫຼັງການເກັບກ່ຽວ, ເຮັດຄວາມສະອາດ ແລະ ການຄັດແຍກຕ້ອງໄດ້ຄວບຄຸມ ຫຼື ບໍາບັດເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສິ່ງແວດລອ້ອມ. ຂ້າງເທິງ
- ຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງໄດ້ຮັບການຝຶກອົບຮົມ ການນໍາໃຊ້ສານເຄມີ ໃນພື້ນທີ່ໆເຂົາເຈົ້າຮັບຜິດຊອບ;
- ຜູ້ນໍາໃຊ້ສານເຄມີ ຕ້ອງມີຄວາມຮູ້ພື້ນຖານ ໃນການນໍາໃຊ້ສານເຄມີ;
- ຕ້ອງນໍາໃຊ້ລະບົບການປ້ອງກັນພືດ ແບບປະສົມປະສານ ເພື່ອການຄວບຄຸມການລະບາດຂອງສັດຕູພືດ ໃນບ່ອນທີ່ມີເງື່ອນໄຂ;
- ການສັ່ງຊື້ສານເຄມີຕ້ອງຊື້ຈາກຜູ້ສະໜອງ ທີ່ໄດ້ຮັບການອະນຸຍາດ ແລະ ລົງທະບຽນຈາກພາກສ່ວນທີ່ກ່ຽວຂ້ອງ;
- ການນໍາໃຊ້ສານເຄມີ ຕ້ອງປະຕິບັດຕາມຄໍາແນະນໍາ ທີ່ລະບຸໃນສະຫຼາກ (ເອກະສານກໍາກັບການນໍາໃຊ້) ຫຼື ຕາມການອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ;
- ການນໍາໃຊ້ສານເຄມີຕ້ອງຢູ່ໃນໄລຍະເວລາ ແລະ ມາດຕະການທີ່ເໝາະສົມໃນການປ້ອງກັນພືດ ເພື່ອຫຼີກເວັ້ນການຕ້ານທານຂອງສັດຕູພືດ ຕໍ່ສານເຄມີ;
- ຕ້ອງມີການຄວບຄຸມການນໍາໃຊ້ສານເຄມີ (ທາງພື້ນດິນ ແລະ ທາງອາກາດ) ໃຫ້ຖືກຕ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງຈາກລະອອງ ຢາປາບສັດຕູພືດໄປສູ່ພື້ນທີ່ໃກ້ຄຽງ ແລະ ພື້ນທີ່ໆອາດໄດ້ຮັບຜົນກະທົບຕໍ່ສິ່ງແວດລ້ອມ;
- ການປະສົມສານເຄມີ ຕ້ອງປະຕິບັດຕາມການແນະນໍາ ຂອງນັກວິຊາການ ເພື່ອຫຼຸດຜ່ອນສານເຄມີຕົກຄ້າງ;
- ສານເຄມີທີ່ເຫຼືອຈາກການປະສົມ ແລະ ນໍ້າລ້າງຖັງບັນຈຸສານເຄມີ ຕ້ອງກໍາຈັດຢ່າງຖືກຕ້ອງຕາມວິທີ;
- ວັດຖຸອຸປະກອນທີ່ນໍາໃຊ້ກັບສານເຄມີ ຕ້ອງບໍາລຸງຮັກສາ ແລະ ກວດກາປະສິດທິພາບ ໃຫ້ຢູ່ໃນສະພາບທີ່ນໍາໃຊ້ໄດ້ຢ່າງໜ້ອຍປີລະຄັ້ງ;
- ສານເຄມີຕ້ອງເກັບຮັກສາໃຫ້ຢູ່ໃນສະຖານທີ່ປອດໄພ ແລະ ປະກອບອຸປະກອນປ້ອງກັນຜົນກະທົບທີ່ຈໍາເປັນ ໃນກໍລະນີທີ່ມີສານເຄມີຮົ່ວໄຫຼ. ຫ້າມບຸກຄົນທີ່ບໍ່ກ່ຽວຂ້ອງເຂົ້າໃນສະຖານທີ່ເດັດຂາດ;
- ສານເຄມີຕ້ອງຮັກສາໄວ້ໃນພາຊະນະເດີມ ແລະ ຕິດເຄື່ອງໝາຍໃຫ້ເຫັນງ່າຍ. ຕ້ອງປະຕິບັດຕາມຂໍ້ແນະນໍາ ຫຼື ຄູ່ມືນໍາໃຊ້ຈາກບໍລິສັດຜູ້ຜະລິດ. ໃນກໍລະນີມີການປ່ຽນຖ່າຍສານເຄມີ ໄປໃສ່ພາຊະນະໃໝ່ຕ້ອງມີເຄື່ອງໝາຍຕິດໄວ້ ຢ່າງຈະແຈ້ງ ແລະ ຕິດສະຫຼາກຊື່ຂອງສານເຄມີ ແລະ ອັດຕາການນໍາໃຊ້ຢ່າງຊັດເຈນ;
- ບໍ່ໃຫ້ນໍາໃຊ້ພາຊະນະບັນຈຸສານເຄມີ ທີ່ໃຊ້ແລ້ວມານໍາໃຊ້ອີກ ແລະ ຕ້ອງເກັບຮັກສາໄວ້ສະຖານທີ່ປອດໄພ ເພື່ອລໍຖ້າການກໍາຈັດຖິ້ມ;
- ການກໍາຈັດພາຊະນະບັນຈຸສານເຄມີ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຂອງສປປລາວ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ສະພາບແວດລ້ອມ. ໃນບ່ອນທີ່ມີເງື່ອນໄຂ ໃຫ້ເກັບລວບລວມພາຊະນະບັນຈຸສານເຄມີທີ່ເປົ່າ ໄປໄວ້ບ່ອນທີ່ປອດໄພ ເພື່ອລໍຖ້າການກໍາຈັດຖິ້ມ;
- ສານເຄມີທີ່ບໍ່ໄດ້ນໍາໃຊ້ ຫຼື ຫ້າມນໍາໃຊ້ ໃຫ້ແຍກອອກຢ່າງຈະແຈ້ງ ແລະ ເກັບຮັກສາໄວ້ຈົນກວ່າຈະຖືກກໍາຈັດ;
- ການກໍາຈັດສານເຄມີທີ່ບໍ່ໄດ້ນໍາໃຊ້ ຫຼື ໝົດອາຍຸຕ້ອງຢູ່ໃນພື້ນທີ່ ທີ່ອະນຸຍາດເທົ່ານັ້ນ;
- ຕ້ອງບັນທຶກການນໍາໃຊ້ສານເຄມີເປັນແຕ່ລະພືດ, ອັດຕາ ແລະ ວິທີການນໍາໃຊ້, ລາຍລະອຽດສານເຄມີທີ່ໄດ້ນໍາໃຊ້, ວັນທີຂອງການນໍາໃຊ້, ສະຖານທີ່, ສະພາບອາກາດ ແລະ ຊື່ຜູ້ນໍາໃຊ້;
- ສານເຄມີທີ່ນໍາໃຊ້ ຕ້ອງໄດ້ເກັບມ້ຽນໄວ້ໃນສາງ ແລະ ເກັບຮັກສາບົດບັນທຶກລາຍລະອຽດຂອງສານເຄມີ, ວັນທີ ແລະ ປະລິມານທີ່ສັ່ງຊື້, ວັນທີສິ້ນສຸດການນໍາໃຊ້ ຫຼື ກໍາຈັດຖິ້ມ;
- ນໍ້າມັນ, ນໍ້າມັນເຊື້ອໄຟ, ນໍ້າຢາອະນາໄມ ແລະ ສານເຄມີອື່ນໆ, ຕ້ອງເກັບມ້ຽນໄວ້ໃນສາງ ແລະ ກໍາຈັດຖິ້ມໃນສະຖານທີ່ປອດໄພ ເພື່ອຫຼຸດຜ່ອນຕໍ່ຄວາມສ່ຽງຂອງການປົນເປື້ອນ ຕໍ່ສະພາບແວດລ້ອມ;
- ການນໍາໃຊ້, ການເກັບມ້ຽນ ແລະ ການກໍາຈັດສານເຄມີທີ່ໄດ້ນໍາໃຊ້ ຫຼັງຈາກການເກັບກ່ຽວເຊັ່ນ: ຢາປາບສັດຕູພືດ ແລະ ສານເຄືອບຜິວ (ຂີ້ເຜິ້ງ) ໃຫ້ປະຕິບັດຕາມຂໍ້ກໍານົດການນໍາໃຊ້ສານເຄມີ. ຂ້າງເທິງ
ມາດຕາ 11. ການຈັດການສິ່ງເສດເຫຼືອ ແລະ ການນໍາໃຊ້ພະລັງງງານ
- ການຈັດການສິ່ງເສດເຫຼືອ ຕ້ອງມີການບັນທຶກລາຍລັກອັກສອນ ແລະ ການຕິດຕາມຂັ້ນຕອນຕ່າງໆເຊັ່ນ ການວິເຄາະປະເພດສິ່ງເສດເຫຼືອ ຕ້ອງປະຕິບັດໃຫ້ຖືກຕ້ອງ ແລະ ນໍາໃຊ້ວິທີການຕ່າງໆ ເພື່ອຫຼຸດຜ່ອນສິ່ງເສດເຫຼືອ ໂດຍການນໍາກັບມາໃຊ້ຄືນ;
- ການນໍາໃຊ້ພະລັງງານໄຟຟ້າ ແລະ ເຊື້ອໄຟຕ້ອງນໍາໃຊ້ຢ່າງມີປະສິດທິຜົນ; ຕ້ອງມີການບໍາລຸງຮັກສາເຄື່ອງຈັກ ແລະ ອຸປະກອນ ຫຼື ປ່ຽນຖ່າຍ ເພື່ອຮັກສາປະສິດທິພາບຂອງການທໍາງານ. ຂ້າງເທິງ
- ກິດຈະກໍາຕ່າງໆ ຕ້ອງປະຕິບັດຕາມຍຸດທະສາດຊີວະນາໆພັນແຫ່ງຊາດຂອງ ສປປລາວ;
- ຕ້ອງມີການອະນຸລັກບັນດາແນວພັນພືດ, ພືດເປັນຢາ, ສັດພື້ນເມືອງ ແລະ ພືດປ່າຢູ່ໃນພື້ນທີ່ທໍາການຜະລິດ, ໃກ້ກັບຄອງລະບາຍນໍ້າ ແລະ ອ່າງເກັບນໍ້າ;
- ນໍາໃຊ້ມາດຕະການຕ່າງໆ ເພື່ອຄວບຄຸມບັນດາສັດຮ້າຍ ແລະ ສັດຕູພືດໃນທໍາມະຊາດ. ຂ້າງເທິງ
ມາດຕາ 13. ອາກາດ
ປ້ອງກັນບໍ່ໃຫ້ມີກິ່ນເໝັນ, ຄວັນໄຟ, ຂີ້ຝຸ່ນ ແລະ ສຽງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ພື້ນທີ່ໃກ້ຄຽງ ບ່ອນທໍາການຜະລິດ. ຂ້າງເທິງ
ມາດຕາ 14. ການຝຶກອົບຮົມ
ຜູ້ນໍາໃຊ້ແຮງງານ ແລະ ຜູ້ອອກແຮງງານ ຕ້ອງມີຄວາມຮູ້ ຫຼື ໄດ້ຮັບການຝຶກອົບຮົມ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ຢູ່ໃນພື້ນທີ່ໆເຂົາເຈົ້າຮັບຜິດຊອບ ດ້ານການປະຕິບັດກະສິກໍາທີ່ດີ. ຂ້າງເທິງ
ມາດຕາ 15. ການເກັບຮັກສາເອກະສານ ແລະ ບົດບັນທຶກຕ່າງໆ
- ຕ້ອງເກັບຮັກສາບົດບັນທຶກ ການປະຕິບັດກະສິກໍາທີ່ດີ ໄວ້ຢ່າງໜ້ອຍ 2 ປີ ຫຼື ດົນກວ່ານັ້ນ ຕາມກົດໝາຍທີ່ວາງອອກ;
- ໃຫ້ນໍາໃຊ້ເອກະສານ ແລະ ຫຼັກຖານທີ່ກ່ຽວຂ້ອງໃນປະຈຸບັນ. ຂ້າງເທິງ
ມາດຕາ 16. ການທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດ
- ການຜະລິດກະສິກໍາທີ່ດີ ຕ້ອງໄດ້ທົບທວນຄືນຢ່າງໜ້ອຍປີລະຄັ້ງ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ບັນຫາທີ່ເກີດຂຶ້ນໄດ້ຮັບການແກ້ໄຂ;
- ຕ້ອງເກັບຮັກສາບົດບັນທຶກ ທີ່ໄດ້ສະແດງໃຫ້ເຫັນວ່າການຜະລິດກະສິກໍາທີ່ດີ ໄດ້ທົບທວນຄືນ ແລະ ບັນທຶກເປັນລາຍລັກອັກສອນ;
- ໃຫ້ເກັບບົດບັນທຶກກ່ຽວກັບການແກ້ໄຂບັນຫາ ດ້ານສິ່ງແວດລ້ອມ ກ່ຽວກັບການຜະລິດກະສິກໍາທີ່ດີ. ຂ້າງເທິງ
ໝວດທີ III
ການນໍາໃຊ້ກາໝາຍ ແລະ ສະຫຼາກ
ມາດຕາ 17. ການນໍາໃຊ້ກາໝາຍການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
- ຜົນຜະລິດທີ່ຜ່ານການກວດກາ ແລະ ຢັ້ງຢືນມາດຕະຖານກະສິກໍາທີ່ດີ ດ້ານການຈັດການສິ່ງແວດລ້ອມຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງມີສິດນໍາໃຊ້ກາໝາຍກະສິກໍາທີ່ດີ ດ້ານການຈັດການດ້ານສິ່ງແວດລ້ອມ;
- ບໍ່ອະນຸຍາດນໍາໃຊ້ກາໝາຍກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ ເປັນຍີ່ຫໍ້ຂອງຜົນຜະລິດ, ກາໝາຍກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ ຕ້ອງບໍ່ເດັ່ນກວ່າຍີ່ຫໍ້ຂອງຜົນຜະລິດ ໂດຍໂຕອັກສອນບົ່ງບອກການຮັບຮອງມາດຕະຖານ ແລະ ສັນຍາລັກມາດຕະຖານກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ ຕ້ອງມີຂະໜາດບໍ່ເກີນ ¾ ຂອງຍີ່ຫໍ້ຜົນຜະລິດ. ຂ້າງເທິງ
ມາດຕາ 18. ການນໍາໃຊ້ສະຫຼາກການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
- ພາຊະນະບັນຈຸຕ້ອງມີຊື່ຜະລິດຕະພັນ, ນໍ້າໜັກ, ຊື່ ແລະ ທີ່ຢູ່ຜູ້ຜະລິດ ຫຼື ຜູ້ປະກອບການ ຜູ້ຜະລິດສຸດທ້າຍທີ່ຂໍການຮັບຮອງຈາກກົມປູກຝັງ, ພ້ອມທັງລະບຸແຫຼ່ງທີ່ມາຂອງຜົນຜະລິດ;
- ກ່ອນມີການຈັດພິມສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜົນຜະລິດ ທີ່ມີກາໝາຍມາດຕະຖານກະສິກໍາທີ່ດີ ດ້ານການຈັດການດ້ານສິ່ງແວດລ້ອມຕິດຢູ່, ຜູ້ຜະລິດ ຫຼື ຜູ້ປະກອບການ ຕ້ອງສົ່ງສໍາເນົາຕົ້ນສະບັບ ແບບສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜະລິດຕະພັນ ໃຫ້ກົມປູກຝັງ ກວດກາຄວາມຖືກຕ້ອງກ່ອນທຸກໆຄັ້ງ. ຂ້າງເທິງ
ໝວດທີ IV
ການອອກໃບຢັ້ງຢືນການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
ມາດຕາ 19. ການອອກໃບຢັ້ງຢືນການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ
ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບໃນການປະເມີນຜົນ, ການກວດກາ ແລະ ການອອກໃບຢັ້ງຢືນການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມໃນ ສປປລາວ. ຂ້າງເທິງ
ໝວດທີ V
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ
ມາດຕາ 20. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການດໍາເນີນກິດຈະການ ດ້ານການຜະລິດກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ ຈະໄດ້ຮັບການປະຕິບັດນະໂຍບາຍ ແລະ ການຍ້ອງຍໍຕາມຄວາມເໝາະສົມ. ຂ້າງເທິງ
ມາດຕາ 21. ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຂໍ້ຕົກລົງ ວ່າດ້ວຍມາດຕະຖານກະສິກໍາທີ່ດີ ກ່ຽວກັບການຈັດການດ້ານສິ່ງແວດລ້ອມ ສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ຫຼື ລົງໂທດທາງອາຍາຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍກະສິກໍາຂອງ ສປປລາວ. ຂ້າງເທິງ
ມາດຕາ 22. ການຈັດຕັ້ງປະຕິບັດ
ມອບໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ມີປະສິດທິຜົນສູງ. ຂ້າງເທິງ
ມາດຕາ 23. ຜົນສັກສິດ
ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ
ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້
ດຣ. ຕີ ພົມມະຈັກ
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.