ສົນທິສັນຍາ ວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະຫວ່າງປະເທດ (Convention on International Trade in Endangered Species of Wild Fauna and Flora, ຫຼື CITES, www.cites.org ) ແມ່ນສົນທິສັນຍາສາກົນລະຫວ່າງບັນດາລັດຖະບານ ມີເປົ້າໝາຍເພື່ອຮັບປະການວ່າ ຄວາມເປັນຢູ່ຂອງສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ຈະບໍ່ຖືກຄຸກຄາມໂດຍການຄ້າສາກົນ.  ສົນທິສັນຍານີ້ ຄຸ້ມຄອງສັດປະມານ 5,600 ສາຍພັນ ແລະ ພືດ 30,000 ສາຍພັນຈາກການຄ້າລະຫວ່າງປະເທດ. ປະຈຸບັນ ສົນທິສັນຍາດັ່ງກ່າວມີສະມາຊິກທັງໝົົດ 182 ປະເທດ.

ສົນທິສັນຍາ CITES ແມ່ນສົນທິສັນຍາສາກົນທີ່ບັນດາປະເທດຕ່າງໆເຂົ້າເປັນສະມາຊິກດ້ວຍຄວາມສະໝັກໃຈ. ເຖິງແມ່ນວ່າ ສົນທິສັນຍາ CITES ມີລະບຽບຜູກມັດບັນດາລັດພາຄີ, ແຕ່ບັນດາລັດພາຄີຈະຕ້ອງສະແດງຄວາມຈິງໃຈໃນການຈັດຕັ້ງປະຕິບັດສົນທິສັນຍາໂດຍການປັບປຸງ ຫຼື ສ້າງນິຕິກຳພາຍໃນ ເພື່ອຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ເພື່ອຮັບປະກັນຄວາມພ້ອມພຽງໃນການຈັດຕັ້ງປະຕິບັດພາຍໃນຊາດ.

ພາຍຫຼັງ ສປປ ລາວ ເຂົ້າເປັນພາຄີສົນທິສັນຍາ CITES ໃນວັນທີ 1 ມີນາ 2004 ແລະ ມີຜົນບັງຄັບໃຊ້ໃນວັນທີ 30 ພຶດສະພາ 2004, ສປປ ລາວກໍໄດ້ອອກ ນິຕິກຳຈຳນວນໜຶ່ງເພື່ອເປັນການຄວບຄຸມການຄ້າຂາຍສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ເປັນຕົ້ນ ແມ່ນ ແຈ້ງການ ຂອງຫ້ອງວ່າການລັດຖະບານ ກ່ຽວກັບ ທິດຊີ້ນຳການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງປະເທດ (CITES) ສະບັບເລກທີ 1364/ຫລບ/ກສສ, ລົງວັນທີ 19 ສິງຫາ 2015 ເພື່ອເປັນການຄວບຄຸມການຄ້າຂາຍຊະນິດພັນສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນລະຫວ່າງປະເທດ ໂດຍສະເພາະແມ່ນການສະກັດກັ້ນການຄ້າຂາຍງາຊ້າງທີ່ຜິດກົດໝາຍ ຢູ່ ສປປ ລາວ ແລະ ບໍ່ອະນຸຍາດໃຫ້ສືບຕໍ່ຄ້າຂາຍສິນຄ້າປະເພດສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໄດ້ຈະສູນພັນທີ່ຢູ່ໃນບັນຊີ I ຫຼື ບັນຊີຫວງຫ້າມຂອງ ສົນທິສັນຍາ (CITES) ຢ່າງເຂັ້ມງວດ.

ນອກນີ້ ບົດແນະນຳ ວ່າດ້ວຍ ລະບຽບການຄຸ້ມຄອງສິນຄ້ານຳເຂົ້າເພື່ອສົ່ງອອກ ສະບັບເລກທີ 00274/ກພສ, ລົງວັນທີ 14 ຕຸລາ 2015 ຂອງກົມພາສີ, ກະຊວງການເງິນ ກໍໄດ້ລະບຸ ກ່ຽວກັບ ສິນຄ້າ, ເຄື່ອງຂອງທີ່ສາມາດນຳເຂົ້າເພື່ອສົ່ງອອກຕໍ່ ສຳລັບປະເພດສັດ ຕ້ອງແມ່ນສັດທີ່ບໍ່ນອນຢູ່ໃນບັນຊີຂອງສົນທິສັນຍາ CITES.

ປະຈຸບັນຫຼາຍຂະແໜງການ ໂດຍສະເພາະແມ່ນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນກຳລັງຮ່າງລະບຽບການສະເພາະ ເພື່ອເປັນການຄວບຄຸມການຄ້າຂາຍສິນຄ້າປະເພດສັດນໍ້າ, ສັດປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນ ໃຫ້ມີປະສິດທິພາບເປັນກ້າວໆ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.