ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ນາຍົກລັດຖະມົນຕີ      ເລກທີ 15/ນຍ
ນະຄອນຫຼວງວຽງຈັນ, ວັນທີ 13 ພຶດສະພາ 2016

ຄຳສັ່ງ
ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ

ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້

 ເຖິງ:   ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາ

   ທ່ານເຈົ້າແຂວງ ໃນທົ່ວປະເທດ.

     - ອີງຕາມ ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ສະບັບເລກທີ 69/ສພຊ, ລົງວັນທີ 15 ທັນວາ 2015.
     - ອີງຕາມ ກົດໝາຍວ່າດ້ວຍປ່າໄມ້ ສະບັບເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007.
     - ອີງຕາມ ຜົນກອງປະຊຊຸມນາຍົກ-ຮອງນາຍົກລັດຖະມົນຕີ ຄັ້ງວັນທີ 5 ພຶດສະພາ 2016.

      ເພື່ອເປັນການເພີ່ມທະວີໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງປ່າໄມ້, ການທຸລະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງໄມ້ ແລະ ຊື້-ຂາຍໄມ້ ໃຫ້ມີຄວາມເຂັ້ມງວດຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ລັດຖະບານ ໄດ້ວາງອອກມີຄວາມສັກສິດ, ທັງເປັນການສະກັດກັ້ນ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ໃນຂົງເຂດວຽກງານປ່າໄມ້ ໃຫ້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ.

ນາຍົກລັດຖະມົນຕີ ອອກຄຳສັ່ງ

   1. ໃຫ້ບັນດາກະຊວງ, ຂະແໜງການທີ່ກຽ່ວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເພີ່ມທະວີຄວາມເອົາໃຈໃສ່  ແລະ ຄວາມຮັບຜິດຊອບ ໃນການປະຕິບັດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຕ່າງໆທີ່ໄດ້ກຳນົດອອກ ໂດຍສະເພາະແມ່ນກົດໝາຍ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.

   2. ໃຫ້ຢຸດຕິການສົ່ງອອກ ໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫຼື ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ແລະ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ທີ່ຂຸດຄົ້ນອອກຈາກປ່າທຳມະຊາດ ໄປຕ່າງປະເທດ ໃນທຸກກໍລະນີຢ່າງເດັດຂາດລວມທັງໄມ້ທີ່ລັດຖະບານໄດ້ອະນຸມັດຜ່ານແຕ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ; ໃຫ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ຕາມມາດຖານທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ (ຕາມຂໍ້ຕົກລົງສະບັບເລກທີ 2005/ອຄ.ກອຫ ລົງວັນທີ 28/9/2015) ແລ້ວຈຶ່ງອະນຸມັດໃຫ້ສົ່ງອອກ.

   3. ຫ້າມນຳໄມ້ ແລະ ເຄື່ອງປ່າຂອງດົງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຈາກຕ່າງປະເທດມາຜ່ານເພື່ອສົ່ງໄປປະເທດທີສາມ.

   4. ໃຫ້ສືບຕໍ່ປະຕິບັດຕາມຄຳສັ່ງຂອງນາຍົກລັດຖະມົນຕີສະບັບເລກທີ 31/ນຍ, ລົງວັນທີ 5 ພະຈິກ 2013, ວ່າດ້ວຍຢຸດຕິຊົ່ວຄາວການຂຸດຄົ້ນໄມ້ຈາກເຂດປ່າຜະລິດ ແລະ ໃຫ້ສືບຕໍ່ສ້າງແຜນຈັດສັນປ່າຜະລິດໃຫ້ສຳເລັດແລ້ວລາຍງານລັດຖະບານເພື່ອພິຈາລະນາ.

       4.1 ສຳລັບການຂຸດຄົ້ນໄມ້ອອກຈາກເຂດກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ແລ້ວບຸກເບີກກໍ່ສ້າງເສັ້ນທາງໃໝ່ ເຂດກໍ່ສ້າງເຂື່ອນໄຟຟ້າ, ເຂດທີ່ນ້ຳຈະຖ້ວມ, ເຂດຂຸດຄົ້ນແຮ່ທາດ ແລະ ອື່ນໆ ແມ່ນໃຫ້ມີການສຳຫຼວດ, ຂຶ້ນບັນຊີຈຳນວນ ແລະ ບໍລິມາດໄມ້ ໃຫ້ລະອຽດແລ້ວຈຶ່ງສະເໜີລັດຖະບານ ພິຈາລະນາເພື່ອສັງລວມເຂົ້າແຜນຂຸດຄົ້ນໄມ້ປະຈຳປີແລ້ວສະເໜີສະພາແຫ່ງຊາດພິຈາລະນາ.

       4.2 ກໍລະນີທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນແມ່ນຕ້ອງໄດ້ມີການຄຸ້ມຄອງ, ກວດກາການຕັດໄມ້ຢ່າງເຂັ້ມງວດຕາມຈຳນວນ, ບໍລິມາດໄມ້ ແລະ ຂອບເຂດທີ່ໄດ້ຮັບອະນຸຍາດ. ຖ້າຫາກມີການຕັດເກີນຈຳນວນ ຫຼື ຕັດຢູ່ນອກເຂດທີ່ໄດ້ຮັບອະນຸຍາດ ແມ່ນໃຫ້ດຳເນີນການຢຶດ, ປັບໃໝພ້ອມທັງດຳເນີນຄະດີຕາມກົດໝາຍ.

       4.3 ຫ້າມອະນຸຍາດໃຫ້ຜູ້ພັດທະນາໂຄງການ ຫຼື ຫົວໜ່ວຍຮັບເໝົາກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເປັນຜູ້ດຳເນີນການຂຸດຄົ້ນໄມ້; ລັດເປັນຜູ້ຮັບຜິດຊອບໂດຍກົງໃນການຂຸດຄົ້ນ ແລະ ຂາຍໄມ້. ຫ້າມບໍ່ໃຫ້ເອົາໄມ້ຊຳລະໂຄງການພັດທະນາພື້ນລ່າງໂດຍກົງ ຫຼື ການເອົາໄມ້ຕຸບໂຄງການ.

   5. ໃນເຂດພັດທະນາກໍ່ສ້າງພື້ນຖານໂຄງລ່າງ, ເຂດຂຸດຄົ້ນແຮ່ທາດ ແລະ ເນື້ອທີ່ທຳການຜະລິດຕ່າງໆ ທີ່ລັດຖະບານ ຍັງບໍ່ທັນໄດ້ອະນຸມັດ ແມ່ນຫ້າມບໍ່ໃຫ້ດຳເນີນການສຳຫຼວດ ແລະ ຂຸດຄົ້ນໄມ້ ຢ່າງເດັດຂາດ.

   6. ໃຫ້ຢຸດຕິການສະເໜີ ແລະ ອະນຸຍາດເກັບກູ້, ທ້ອນໂຮມໄມ້ກິ່ງງ່າ, ໄມ້ທ່ອນສັ້ນ, ໄມ້ນອນຂອນຕາຍ ແລະ ບໍ່ອະນຸຍາດໃຫ້ເອົາໄມ້ ແກ້ໄຂນະໂຍບາຍໃຫ້ແກ່ບຸກຄົນໃດໜຶ່ງ.

   7. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນກວດກາ ແລະ ເກັບກຳຂໍ້ມູນລະອຽດ: ຈຳນວນ, ບໍລິມາດໄມ້ ແລະ ພັນທະຄ້າງຢູ່ສະໜາມ 2 ທີ່ໄດ້ຮັບອະນຸຍາດໃຫ້ຂຸດຄົ້ນຈາກລັດຖະບານໃນໄລຍະຜ່ານມາ ເພື່ອລາຍງານລັດຖະບານ ພິຈາລະນາ ໂດຍມອບໃຫ້ຂະແໜງການທີ່ກຽ່ວຂ້ອງປະມູນຂາຍ ໃຫ້ແກ່ສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ສະມາຄົມເຟີນິເຈີ້ລາວ ຫຼື ຜູ້ປະກອບການອື່ນໆ ເພື່ອນຳມາປຸງແຕ່ງເປັນຜະລິດຕະພັນສຳເລັດຮູບເພື່ອຂາຍຢູ່ພາຍໃນ ຫຼື ສົ່ງອອກ.

       7.1 ສຳລັບໄມ້ທີ່ຂຸດຄົ້ນເກີນແຜນການທີ່ລັດຖະບານ ອະນຸມັດ ແມ່ນໃຫ້ຢຶດເປັນຂອງລັດ ແລ້ວດຳເນີນຄະດີຕໍ່ຜູ້ກະທຳຜິດ ຢ່າງເຂັ້ມງວດ.

       7.2 ສ່ວນໄມ້ທີ່ຂຸດຄົ້ນໂດຍບໍ່ໄດ້ຮັບອະນຸຍາດ ຜິດຕໍ່ລະບຽບກົດໝາຍ ແລະ ຍັງຄ້າງຢູ່ສະໜາມ 1 ແມ່ນບໍ່ໃຫ້ເກັບກູ້ ຫຼື ທ້ອນໂຮມອີກ ເພາະຈະເປັນຊ່ອງຫວ່າງໃຫ້ແກ່ການລັກລອບຕັດໄມ້ຕໍ່ໄປ.

   8. ການຂຸດຄົ້ນໄມ້ເພື່ອເປັນແຫຼ່ງພະລັງງານ (ເຊັ່ນ: ໄມ້ຟືນ, ໄມ້ເຮັດຖ່ານ, ໄມ້ຫຼັກຮົ້ວ, ໄມ້ຄ້ຳແບບ) ແມ່ນອະນຸຍາດໃຫ້ເອົາສະເພາະຈາກເນື້ອທີ່ຄຸ້ມຄອງຂອງປະຊາຊົນ ແລະ ປ່າຊົມໃຊ້ຂອງບ້ານທີ່ໄດ້ຜ່ານການມອບດິນ-ມອບປ່າ ຫຼື ເອົາຈາກເຂດກໍ່ສ້າງພື້ນຖານໂຄງລ່າງທີ່ໄດ້ຮັບອະນຸມັດຈາກລັດຖະບານ ຊຶ່ງໄດ້ຜ່ານການສຳຫຼວດລະອຽດ ໂດຍໃຫ້ສັງລວມເຂົ້າແຜນການຂຸດຄົ້ນໄມ້ປະຈຳປີ.

   9. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບອົງການປົກຄອງທ້ອງຖິ່ນ ຄົ້ນຄວ້າ ແລະສົ່ງເສີມການລົງທຶນໃສ່ການຂຸດຄົ້ນໄມ້ ໂດຍນຳໃຊ້ທ່າແຮງຂອງພາກລັດ ແລະ ຜູ້ປະກອບການ ເພື່ອສ້າງໃຫ້ມີການຈັດຕັ້ງ ຫຼື ກອງຂຸດຄົ້ນໄມ້ທີ່ເປັນໜ່ວຍງານເຄື່ອນໄຫວແບບວິຊາຊີບ ເປັນປົກກະຕິຕໍ່ເນື່ອງ. ປະສົມປະສານກັບການປົກປັກຮັກສາ ບູລະນະປ່າໄມ້ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງທ້ອງຖິ່ນ.

   10. ໃຫ້ກະຊວງ ອຸດສາຫະກຳ ແລະ ການຄ້າເປັນໃຈກາງສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ຮີບຮ້ອນດັດສົມໂຮງງານປຸງແຕ່ງໄມ້ ໃຫ້ສຳເລັດໂດຍໄວ. ພ້ອມດຽວກັນ ກໍ່ໃຫ້ຊີ້ນຳສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແລະ ສະມາຄົມເຟີນິເຈີ້, ປັບປຸງພາລະບົດບາດ ແລະ ກົນໄກການເຄື່ອນໄຫວ ວຽກງານຂອງຕົນ ໃຫ້ມີຄວາມເຂັ້ມແຂງ ເພື່ອປະຕິບັດນະໂຍບາຍສົ່ງເສີມການປຸງແຕ່ງໄມ້ຢູ່ພາຍໃນ ໃຫ້ສາມາດສ້າງມູນຄ່າເພີ່ມ ແລະ ມີຄຸນນະພາບ ຕາມຄວາມຕ້ອງການຂອງຕະຫຼາດພາຍໃນ ແລະ ຕ່າງປະເທດ.

   11. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ສົມທົບກັບກະຊວງປ້ອງກັນປະເທດ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງກວດກາ ລາດຕະເວນ ຕາມເຂດລຽບຕາມຊາຍແດນທີ່ຫຼໍ່ແຫຼມ, ມີການລັກຂຸດຄົ້ນໄມ້ ສະຖານທີ່ຂຸດຄົ້ນໄມ້, ເສັ້ນທາງຂົນສົ່ງໄມ້, ສະໜາມໄມ້, ໂຮງເລື່ອຍ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ້, ສາງເກັບມຽ້ນໄມ້, ໂຮງງານທີ່ນຳໃຊ້ໄມ້ເປັນພະລັງງານ ແລະ ສະຖານທີ່ກ່ຽວຂ້ອງອື່ນໆຕາມການລາຍງານມາແລ້ວ. ຖ້າມີການລະເມີດ ຫຼື ການກະທຳຜິດ ແມ່ນໃຫ້ດຳເນີນການສືບສວນ-ສອບສວນເພື່ອມີມາດຕະການທາງແພ່ງ ແລະ ທັງອາຍາ; ໃນກໍລະນີຮ້າຍແຮງ ແມ່ນໃຫ້ປະກອບສຳນວນຄະດີສົ່ງໄອຍາການເພື່ອສັ່ງຟ້ອງຂຶ້ນສານ. ພ້ອມດຽວກັນ ກໍໃຫ້ດຳເນີນການກວດກາການນຳເຂົ້າ, ການຊື້-ຂາຍ, ການມີໄວ້ໃນຄອບຄອງ ແລະ ການນຳໃຊ້ ເຄື່ອງມືອຸປະກອນ, ເຄື່ອງຈັກ ແລະ ພາຫະນະຂຸດຄົ້ນໄມ້ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການກ່ຽວຂ້ອງ, ຖ້າມີການຊຸກເຊື່ອງເພື່ອລັກລອບນຳໃຊ້ແມ່ນໃຫ້ຢຶດໄວ້ ແລ້ວດຳເນີນຄະດີຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

   12. ໃຫ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ເອົາໃຈໃສ່ ປັບປຸງໜ່ວຍງານ ແລະ ບຸກຄະລາກອນຂອງຕົນ ທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍໃຫ້ປະຕິບັດລະບຽບການປະສານສົມທົບຢ່າງກົມກຽວ, ປະຕິບັດໜ້າທີ່ຂອງໃຜລາວຢ່າງຈິງຈັງ, ເຂັ້ມງວດ ແລະ ມີຄວາມໂປ່ງໃສ; ເດັດດ່ຽວປົກປ້ອງ ສົ່ງເສີມຜູ້ດີ ມີຄວາມສັດຊື່ ແລະ ມີຄວາມສາມາດ ພ້ອມນັ້ນ ກໍເຂັ້ມງວດຕໍ່ບຸກຄົນບໍ່ດີ ທີ່ມີການສົມຮູ້ຮ່ວມຄິດສວຍໂອກາດຫາຜົນປະໂຫຍດໃຫ້ແກ່ຕົນ ແລະ ຝ່າຝືນລະບຽບກົດໝາຍຢ່າງເຂັ້ມງວດ.

   13. ໃຫ້ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບ ກະຊວງ ປ້ອງກັນປະເທດ ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ອຳນາດການປົກຄອງທ້ອງຖິ່ນເພີ່ມທະວີການເຝົ້າລະວັງ ແລະ ປ້ອງກັນເວນຍາມ ບໍ່ໃຫ້ມີການລັກລອບຂຸດຄົ້ນໄມ້ໃນເຂດປ່າປ້ອງກັນ ແລະ ປ່າສະຫງວນແຫ່ງຊາດ ແລະ ຂອງທ້ອງຖິ່ນ. ກໍລະນີພົບເຫັນປະກົດການລັກລອບຕັດໄມ້ໃນເຂດດັ່ງກ່າວຕ້ອງໃຊ້ມາດຕະການເດັດຂາດ ແລະ ເຂັ້ມງວດຕໍ່ຜູ້ກະທຳຜິດ.

   14. ຫ້າມບັນດາດ່ານສາກົນ, ດ່ານທ້ອງຖິ່ນ, ດ່ານປະເພນີ ແລະ ບັນດາດ່ານຕ່າງໆຢູ່ຊາຍແດນ ອະນຸຍາດ ຫຼື ອຳນວຍຄວາມສະດວກ ໃນການສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງ ທີ່ໄດລະບຸໄວ້ໃນຂໍ້ 2 ແລະ ຂໍ້ 3 ຂອງຄຳສັ່ງສະບັບນີ້ຢ່າງເດັດຂາດ.

   15. ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈ້າການສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ຂະແໜງ ການກ່ຽວຂ້ອງຕ່າງໆ ແລະ ທ້ອງຖິ່ນຮັບຜິດຊອບຕິດຕາມກວດກາການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້ຢ່າງເຂັ້ມງວດ ແລະ ລາຍງານລັດຖະບານ ເປັນແຕ່ລະໄລຍະເພື່ອແກ້ໄຂບັນຫາຕ່າງໆ ທີ່ອາດເກີດຂຶ້ນໃຫ້ທັນກັບສະພາບການ.

   16. ໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາເຈົ້າແຂວງໃນທົ່ວປະເທດ ຄົ້ນຄວ້າກຳແໜ້ນຄຳສັ່ງສະບັບນີ້, ພ້ອມທັງຜັນຂະຫຍາຍອອກເປັນໜ້າວຽກລະອຽດຕາມຄວາມຮັບຜິດຊອບຂອງຕົນໂດຍໄວ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ. ກໍລະນີຂະແໜງການໃດ, ທ້ອງຖິ່ນໃດຫາກລະເມີດຕໍ່ຄຳສັ່ງສະບັບນີ້ ແມ່ນຄະນະນຳຂອງຂະແໜງການນັ້ນ ຫຼື ທ້ອງຖິ່ນນັ້ນຕ້ອງຮັບຜິດຊອບຕໍ່ລັດຖະບານ ແລະ ຕໍ່ກົດໝາຍ ຕາມ ລະບຽບ.

   17. ຄຳສັ່ງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ບັນດາຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳຕ່າງໆ ລວມທັງຂອງອຳນວຍການປົກຄອງທ້ອງຖິ່ນທີ່ໄດ້ອອກຜ່ານມາຂັດກັບຄຳສັ່ງສະບັບນີ້ລ້ວນແຕ່ຖືກລົບລ້າງ.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
(ເຊັນ ແລະ ປະທັບຕາ)

ທອງລຸນ ສີສຸລິດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order on Enhancing Strictness on the Management and Inspection of Timber Exploitation, Timber Movement and Timber Business No. 15/PM dated 13 May 2016 PDF
2 ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຫ້າມສົ່ງອອກໄມ້ທ່ອນ, ຕໍ​ໄມ້, ຕູ​ດ​ໄມ້, ໄມ້ແປຮູບ​ ສິນຄ້າເກືອດຫ້າມ ກະຊວງ ອຸດສາຫະກຳ ແລະ ການຄ້າ ຫ້າມສົ່ງອອກໄມ້ທ່ອນ, ໄມ້ຕີຕັບ, ໄມ້ແປຮູບ, ໄມ້ຊອຍ, ຮາກໄມ້ ຫືຼ ເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ແລະ ໄມ້ຢືນຕົ້ນ ຫຼື ໄມ້ປະດັບ ຈາກປ່າທໍາມະຊາດ ຄຳສັ່ງ ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ສະບັບ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.