ກອງປະຊຸມເຜີຍແຜ່ວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTM) ແລະ ນິຕິກຳທີ່ຕິດພັນກັບວຽກງານນຳເຂົ້າ ແລະ ສົ່ງອອກ ຈະໄດ້ຈັດຂື້ນວັນທີ 16-17 ມິຖຸນາ 2016, ທີ່ ຫ້ອງປະຊຸມໃຫຍ່ຊັ້ນ 1 ຂອງກະຊວງອຸດສາຫະກຳ ແລະ ການຄ້າ, ເຊິ່ງຈະຈັດໂດຍກົມການນຳເຂົ້າ ແລະ ສົ່ງອອກ. ໂດຍຈະເຊື້ອເຊີນເອົາຜູ້ຕາງໜ້າຈາກະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ແລະ ບັນດາກົມພາຍໃນກະຊວງເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວນີ້ຈະໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງຈະໄດ້ເຜີຍແຜ່ ແລະ ເຊື່ອມຊຶມບັນດານິຕິກຳທີິ່ຕິດພັນກັບວຽກງານນຳເຂົ້າ ແລະ ສົ່ງອອກ ເປັນຕົ້ນແມ່ນ:

-        ຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້;
-        ແຈ້ງການ ເລກທີ 0769/ຫສນຍ, ລົງວັນທີ 1 ພຶດສະພາ 2016 ວ່າດ້ວຍການຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ລົງວັນທີ 13 ພຶດສະພາ 2016;
-        ຄຳສັ່ງແນະນຳຂອງລັດຖະມົນຕີ ກະຊວງ ອຄ ສະບັບເລກທີ 1050/ອຄ.ກຂອ, ລົງວັນທີ 13 ມິຖຸນາ 2016 ເພື່ອຜັນຂະຫຍາຍ ການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ແລະ ແຈ້ງການເລກທີ 769/ຫສນຍ; ແລະ
-        ແຈ້ງການ ເລກທີ 0472/ອຄ.ກຂອ, ລົງວັນທີ 10 ມີນາ 2016 ວ່າດ້ວຍການນຳໃຊ້ແບບຟອມໃບອະນຸຍາດນໍາໃຊ້ແບບຟອມໃບອະນຸຍາດນຳເຂົ້າ, ໃບອະນຸຍາດສົ່ງອອກສິນຄ້າສະບັບປັບປຸງໃໝ່.

ນອກນີ້ ກໍຈະໄດ້ເຜີຍແຜ່ວຽກງານມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTM) ພ້ອມທັງການຍົກຕົວຢ່າງ ແລະ ເຮັດບົດຝຶກຫັດ. ກອງປະຊຸມດັ່ງກ່າວ ກໍຍັງຈະເປັນເວທີໃນການປຶກສາຫາລື ແລະ ສະເໜີບັນຫາຕ່າງໆ ທີ່ຕິດພັນກັບການນຳເຂົ້າ ແລະ ສົ່ງອອກ ທີ່ຂະແໜງການກ່ຽວຂ້ອງຄຸ້ມຄອງອີກດ້ວຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.