ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ອອກ ຄຳສັ່ງແນະນຳ ສະບັບເລກທີ 1050/ອຄ.ກຂອ, ລົງວັນທີ 13 ມິຖຸນາ 2016 ກ່ຽວກັບ ການຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ເພື່ອເພີ້ມທະວີຄວາມຮັບຜິດຊອບ ແລະ ຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ ແລະ ແຈ້ງການ ເລກທີ 769/ຫສນຍ ໃຫ້ມີຜົນສັກສິດ ແລະ ປະກົດຜົນເປັນຈິງ.

ຄຳສັ່ງແນະນຳສະບັບນີ້ ໄດ້ແນະນຳໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງໃຫ້ຮີບຮ້ອນຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ຄຳສັ່ງ ເລກທີ 15/ນຍ ໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບໄປລວງດຽວ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ. ພ້ອມດຽວກັນນັ້ນ ກໍໃຫ້ເພີ່ມທະວີ ແລະ ເອົາໃຈໃສ່ ໃນການປະຕິບັດ ໜ້າທີ່, ຂອບເຂດສິດ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ.

ຄຳສັ່ງແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 13 ມິຖຸນາ 2016 ເປັນຕົ້ນໄປ. ຄຳສັ່ງ, ຂໍ້ຕົກລົງ, ແຈ້ງການ ແລະ ນິຕິກຳອື່ນໆ ທີ່ໄດ້ອອກຜ່ານມາ ຊຶ່ງມີເນື້ອໃນຂັດກັບຄຳສັ່ງແນະນຳສະບັບນີ້ລ້ວນແຕ່ຖືກລົບລ້າງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.