ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ຄຳສັ່ງຂອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເລກທີ 2109/ກປ, ລົງວັນທີ 27 ເມສາ 2016 ກ່ຽວກັບ ການເພີ່ມທະວີຄວາມເຂັ້ມງວດ ໃນການນຳໃຊ້ມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາຕໍ່ກັບການແຈ້ງເຕືອນຂອງສະຫະພາບເອີຣົບ, ແນໃສ່ຮັບປະກັນການສົ່ງອອກພືດ ແລະ ຜະລິດຕະພັນພືດຈາກ ສປປ ລາວ ໄປຍັງສະຫະພາບເອີຣົບໃຫ້ຖືກຕ້ອງ, ມີຄວາມໂປ່ງໃສ ແລະ ສອດຄ່ອງກັບເງື່ອນໄຂດ້ານສຸຂານາໄມພືດ ສຳລັບການນຳເຂົ້າສະຫະພາບເອີຣົບ. ກະຊວງ ກປ ຈຶ່ງ ອອກ ແຈ້ງການແນະນຳ ກ່ຽວກັບ ເພີ່ມທະວີຄວາມເອົາໃຈໃສ່ ໃນການຢັ້ງຢືນສຸຂານາໄມພືດ ແລະ ຜະລິດຕະພັນພືດ ຂອງ ສປປ ລາວ ທີ່ສົ່ງອອກໄປຍັງສະຫະພາບເອີຣົບ ສະບັບເລກທີ 1046/ກປຝ, ລົງວັນທີ 26 ພຶດສະພາ 2016.

ແຈ້ງການແນະນຳສະບັບນີ້ ໄດ້ກຳນົດໃຫ້ ທຸກໆພືດ ແລະ ຜະລິດຕະພັນພືດຈາກ ສປປ ລາວ ທີ່ຈະສົ່ງອອກໄປຍັງສະຫະພາບເອີຣົບ ຕ້ອງຈົດທະບຽນສວນປູກ/ຟາມ, ໂຮງເຮືອນຫຸ້ມຫໍ່ ແລະ ບໍລິສັດສົ່ງອອກ ນຳຂະແໜງປູກຝັງປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍມີການຢັ້ງຢືນຈາກ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

ນອກຈາກນີ້, ການສົ່ງອອກພືດ ແລະ ຜະລິດຕະພັນພືດ ໄປຍັງສະຫະພາບເອີຣົບ ຕ້ອງໄດ້ກວດກາວິໄຈ ບໍ່ໃຫ້ມີສານຕົກຄ້າງ (Maximum Residue Limits, MRLs) ເກີນມາດຕະຖານທີ່ກຳນົດໄວ້ ແລະ ບໍ່ໃຫ້ມີເຊື້ອຈຸລິນຊີຕິດແປດ ໂດຍສະເພາະເຊື້ອ Salmonella ແລະ Escherichia coli ພ້ອມທັງມີໃບຢັ້ງຢືນຜົນການວິໃຈຈາກຫ້ອງວິໃຈອ້າງອີງ ທີ່ໄດ້ຮັບການຮັບຮອງ ແລະ ຢັ້ງຢືນຕາມມາດຕະຖານສາກົນ ISO 1725. ກ່ອນອອກໃບຢັ້ງຢືນສຸຂານາໄມພືດ (Phytosanitary Certificate) ໃຫ້ເພີ່ມທະວີການກວດກາ, ການສຸ່ມເກັບຕົວຢ່າງສິນຄ້າຕົວຈິງ ເພື່ອຮັບປະກັນບໍ່ໃຫ້ມີການຕິດແປດສັດຕູພືດກັກກັນ ຕາມທີ່ສະຫະພາບເອີຣົບກຳນົດໄວ້.

ແຈ້ງການແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 26 ພຶດສະພາ 2016 ເປັນຕົ້ນມາ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.