ເພື່ອຮັບປະກັນຄວາມເປັນເອກະພາບໃນການສົ່ງອອກຜະລິດຕະພັນໄມ້ປອກ (veneer) ທີ່ໄດ້ຮັບການຜະລິດແລ້ວ ຢູ່ບາງແຂວງພາກກາງ ແລະ ພາກໃຕ້ (ແຂວງ ບໍ​ລິ​ຄຳ​ໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ອັດຕະປື), ກະຊວງ ອຸດສາຫະກຳ ແລະ ການຄ້າ ອອກ ແຈ້ງການ ກ່ຽວກັບ ການສົ່ງອອກຜະລິດຕະພັນໄມ້ປອກ (veneer) ໄປຕ່າງປະເທດ ສະບັບເລກທີ 1242/ອຄ, ລົງວັນທີ 18 ກໍລະກົດ 2016.

ແຈ້ງການສະບັບນີ້ ອະນຸຍາດໃຫ້ສົ່ງອອກ ​​ໄມ້​ປອກ (veneer) ​ລະ​ຫັດເຄົ້າ 4408 ທີ່​ບັນ​ດາ​ໂຮງ​ງານ​ໄດ້​ຜະ​ລິ​ດ, ມີ​ສັນ​ຍາ ແລະ ມີແຫຼ່ງ​ທີ່​ມາຖືກ​ຕ້ອງ ​​ຕາມຈຳ​ນວນທີ່ໄດ້​ລະ​ບຸ​ໄວ້ໃນ ຕາຕະາງັງລວມຂໍ້ມູນໄມ້ປອກທີ່ຜະລິດແລ້ວ ຂອງ ກົມອຸດສາຫະກຳ ແລະ ຫັດຖະກຳ ສະບັບເລກທີ 674/.ກອ ລົງວັນທີ 13 ກໍລະກົດ 2016. ສຳ​ລັບ ​ວັດ​ຖຸ​ດິ​ບ (ໄມ້​ທ່ອນ) ທີ່​ຍັງ​ຄ້າງ​ຢູ່ໂຮງ​ງານ ແມ່ນ​ສາ​ມາດ​ສືບ​ຕໍ່​ຜະ​ລິດເພື່ອ​ສະ​ໜອງ​ພາຍ​ໃນ ຫຼື ສົ່ງ​ອອກໄປ​ຕ່າງ​ປະ​ເທດເປັນ​ຜະ​ລິ​ດ​ຕ​ະ​ພັນ​ໄມ້​ສຳ​ເລັດ​ຮູບ.

ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ​ບໍລິ​ຄຳ​ໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ອັດຕະປື ເປັນຂະແໜງການທີ່ອອ​ກ​ໃບຢັ້ງຢືນ​​ໄມ້​ປອກ (veneer) ຂຶ້ນ​ລົດ ​ໂດຍ​ສົມ​ທົບກັບ​ ​ພະແນກ ກະ​ສິ​ກຳ ແລະ ປ່າ​ໄມ້ (ຂະແໜງປ່າໄມ້) ແລະ ພະແນກ​ການ​ເງິນ (ຫ້ອງການຄຸ້​ມ​ຄອງຊັບສິນຂອງລັດ) ຮ່ວມກັນເປັນຄະນະກໍາມະການລົງກວດກາ. ກ່ອນເອົາ​​ໄມ້​ປອກ (veneer) ດັ່ງກ່າວ ຂຶ້ນລົດ, ໃຫ້ການກວດກາແຫຼ່ງ​ທີ່​ມາ, ສັນ​ຍາຊື້​ຂາຍ, ການມອບ​ພັນ​ທະຕ່າງໆ ແລະ ກ​ວ​ດ​ກາບໍລິມາດໃຫ້ຖືກຕ້ອງ​​ຕາມຈຳ​ນວນທີ່ໄດ້​ລະ​ບຸ​ໄວ້ໃນຕາ​ຕະ​ລ​າງ​ສ​ັງ​ລວມ​ຂໍ້​ມູນ​ໄມ້​ປອກ​ທີ່​ຜະ​ລິດ​ແລ້ວ ຂອງ ກົມ​ອຸດ​ສາ​ຫະ​ກຳ ແລະ ຫັດ​ຖະ​ກຳ ເລກ​ທີ 674/ອ​ຄ.ກອ​ຫ ລົງ​ວັນ​ທີ 13 ກໍ​ລະ​ກົດ 2016. ຫຼັງຈາກນັ້ນ, ໃຫ້ຄະນະກຳມະການໜີບກົ່ວໃສ່ພ້ອມ.

ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 18 ກໍລະກົດ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.