ກົມພາສີ, ກະຊວງການເງິນ ອອກ ແຈ້ງການ ກ່ຽວກັບ ການຄຸ້ມຄອງລົດຂົນສົ່ງສິນຄ້າຜ່ານດ່ານຂົວມິດຕະພາບ I ເຂົ້າລະບົບສາງຕູ້ຄອນເທນເນີ້ (CY) ທີ່ສະຖານນີລົດໄຟທ່ານາແລ້ງ ສະບັບເລກທີ 07972/ກພສ, ລົງວັນທີ 25 ກໍລະກົດ 2016. ໂດຍໄດ້ກຳນົດໃຫ້ດ່ານພາສີຂົວມິດຕະພາບ I ແລະ ດ່ານພາສີສາງທ່ານາແລ້ງ ເອົາໃຈໃສ່ປະສານສົມທົບກັບລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໃນການຄຸ້ມຄອງລົດບັນທຸກສິນຄ້າທີ່ບໍ່ມີຄວາມສ່ຽງ ເຂົ້າຈອດພັກ ຫຼື ເກັບມ້ຽນ ທີ່ສາງຕູ້ຄອນເທນເນີ (CY) ທີ່ສະຖານນີລົດໄຟທ່ານາແລ້ງ ນັບແຕ່ວັນທີ່ 26/07/2016 ເປັນຕົ້ນໄປ.

ແຈ້ງການສະບັບນີ້ ກຳນົດໃຫ້ລົດບັນທຸກສິນຄ້າຂາເຂົ້າທຸກຄັນ ຕ້ອງໄດ້ແຈ້ງເອກະສານຂົນສົ່ງ ທີ່ດ່ານຂົວມິດຕະພາບ I  ຕາມທີ່ກຳນົດໄວ້ໃນມາດຕາ 19 ຂອງກົດໝາຍວ່າດ້ວຍພາສີ. ຈາກນັ້ນໃຫ້ດຳເນີນການຕາມລະບຽບການ ແລະ ຂັ້ນຕອນ, ຄື:

-        ສິນຄ້າປະເພດນ້ຳມັນເຊື້ອໄຟ, ວັດຖຸໄວໄຟ, ສັດມີຊີວິດ ແລະ ສິນຄ້າບູດເນົ່າ ໃຫ້ຈອດພັກ ແລະ ດຳເນີນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີຂົວມິດທະພາບ I;

-        ສິນຄ້າ-ເຄື່ອງຂອງ ທີ່ມີເປົ້າໝາຍນຳເຂົ້າເສຍພາສີ-ອາກອນ, ສິນຄ້າຝາກສາງກາຍກຳນົດ 04 ເດືອນ ແລະ ສິນຄ້າ-ເຄື່ອງຂອງອື່ນໆ ທີ່ມີຄວາມສ່ຽງໃນການລັກລອບ ໃຫ້ນຳເຂົ້າຈອດພັກ ຫຼື ເກັບມ້ຽນທີ່ດ່ານພາສີສາງທ່ານາແລ້ງ ເພື່ອດຳເນີນການແຈ້ງພາສີເປັນລາຍລະອຽດ.

-        ສິນຄ້າ-ເຄື່ອງຂອງນຳເຂົ້າຍົກເວັ້ນຄ່າພາສີ-ອາກອນ ຂອງບັນດາໂຄງການລົງທຶນ ແລະ ຂອງລັດຖະບານ ໃຫ້ນຳເຂົ້າຈອດພັກ ຫຼື ເກັບມ້ຽນ ທີ່ສາງຕູ້ຄອນເທນເນີ (CY) ທີ່ສະຖານນີລົດໄຟ ທ່ານາແລ້ງ. ໃນໄລຍະກະກຽມການຕິດຕັ້ງລະບົບການແຈ້ງພາສີແບບເອເລັກໂຕຣນິກຂອງພາສີ (ອາຊິກູດາ), ສິນຄ້າ-ເຄື່ອງຂອງທີ່ເກັບມ້ຽນຢູ່ສາງຕູ້ເທນຄອນເນີ ແມ່ນໃຫ້ດໍາເນີນການແຈ້ງພາສີເປັນລາຍລະອຽດ ທີ່ດ່ານພາສີສາງທ່ານາແລ້ງໄປກ່ອນ ຈົນກ່ວາຈະຕິດຕັ້ງລະບົບໃຫ້ສຳເລັດ.

ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 26 ກໍລະກົດ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.