ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ສະບັບເລກທີ 1833/ອຄ, ລົງວັນທີ 3 ຕຸລາ 2016 ເຊິ່ງໄດ້ລະບຸລາຍການຜະລິດຕະພັນໄມ້ທີ່ສາມາດສົ່ງອອກໄດ້ ແລະ ຫ້າມສົ່ງອອກ ພ້ອມທັງກຳນົດນິຍາມ, ຂະໜາດ, ແລະ ຮູບພາບ ຂອງຜະລິດຕະພັນໄມ້ດັ່ງກ່າວ ເພື່ອຄວາມງ່າຍດາຍໃນການທຳຄວາມເຂົ້າໃຈ ແລະ ຄວາມສະດວກໃນການຈັດຕັ້ງປະຕິບັດ.

ຂໍ້ຕົກລົງສະບັບນີ້ ໄດ້ກຳນົດໃຫ້ຜະລິດຕະພັນໄມ້ທີ່ສາມາດສົ່ງອອກໄດ້ ປະກອບມີ 12 ລາຍການ ຄື: (1) ຜະລິດຕະພັນຂີ້ເລື້ອຍອັດແທ່ງ ແລະ ອັດເມັດ, (2) ຜະລິດຕະພັນຖ່ານໄມ້, (3) ຜະລິດຕະພັນໄມ້ປັກເກ້, ໄມ້ປູພື້ນພາຍໃນ, (4) ຜະລິດຕະພັນໄມ້ອັດ, (5) ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້, (6) ຜະລິດຕະພັນໄມ້ປະກອບໃນອາຄານ, (7) ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້, (8) ເຄື່ອງເຟີນິເຈີທີ່ເຮັດດ້ວຍໄມ້, (9) ຜະລິດຕະພັນໄມ້ທີ່ເຮັດດ້ວຍໄມ້ປ່ອງ ແລະ ຫວາຍ, (10) ໄມ້ຄໍ້າແບບ, ໄມ້ຂ້າວ, ໄມ້ຮົ້້ວ (ໄມ້ກົມ), ໄມ້ເລື່ອຍເປັນແຜ່ນ (ໄມ້ປູກ), (11) ຜະລິດຕະພັນເຫຍື່ອໄມ້, ແລະ (12) ໄມ້ເກດສະໜາ (ບົດເປັນຝຸ່ນ ຫຼື ສັບເປັນປ່ຽງນ້ອຍໆ).

ສຳລັບຜະລິດຕະພັນໄມ້ທີ່ຫ້າມສົ່ງອອກ ປະກອບມີ 12 ລາຍການເຊັ່ນກັນ ຄື:  (1) ຜະລິດຕະພັນໄມ້ເສົາໂຊ, (2) ຜະລິດຕະພັນໄມ້ເສົາ ແລະ ຄານອັດປະສານ, (3) ຜະລິດຕະພັນໄມ້ໂຕະ, ຕັ່ງທີ່ເປັນໄມ້ທຳມະຊາດແຜ່ນດຽວທີ່ມີຂະໜາດໃຫຍ່, (4) ຜະລິດຕະພັນຂຽງທີ່ມີຂະໜາດໃຫຍ່, (5) ໄມ້ປູກທີ່ເປັນລຳຕົ້ນ (ໄມ້ກົມ) ຂະໜາດໃຫຍ່ (ເສັ້ນຜ່າໃຈກາງໃຫຍ່ກວ່າ 12 ຊັງຕີແມັດຂື້ນໄປ), (6) ຖ່ານດຳທຸກຊະນິດ, (7) ໄມ້ປູພື້ນສຳລັບພາຍນອກ, (8) ໄມ້ບົວ, (9) ໄມ້ປະກອບຖັງລົດ, (10) ໂລງສົບ, (11) ລູກຕິ່ງ, ແລະ (12) ຮາວພະນັກ, ຮາວພະນັກອັດເຊື່ອປະສານ.

ນອກຈາກນີ້ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍໄດ້ອອກ ຄຳແນະນຳ ກ່ຽວກັບ ລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ ສະບັບເລກທີ 1009/ກອຫ.ມຖ, ລົງວັນທີ 18 ຕຸລາ 2016 ເພື່ອຜັນຂະຫຍາຍ ຂໍ້ຕົກລົງ ສະບັບດັ່ງກ່າວ. ຄຳແນະນຳສະບັບນີ້ ໄດ້ອະທິບາຍເພີ່ມເຕີມກ່ຽວກັບນິຍາມ, ປະເພດ, ຮູບແບບ, ແຫຼ່ງທີ່ມາຂອງຜະລິດຕະພັນໄມ້ ທີ່ສາມາດສົ່ງອອກໄດ້ ແລະ ຫ້າມສົ່ງອອກ.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີ 3 ຕຸລາ 2016 ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.