ກອງປະຊຸມ ປະເມີນຜົນການນຳໃຊ້ລະບົບແຈ້ງພາສີແບບເອເລັກໂຕຣນິກ (ອາຊິກຸດາ) ຄັ້ງທີ III ໄດ້ຈັດຂື້ນ ໃນເດືອນຕຸລາ 2016 ທີ່ຜ່ານມາ, ທີ່ ໂຮງແຮມທະວີສຸກ, ເມືອງວັງວຽງ, ແຂວງວຽງຈັນ ໂດຍກົມພາສີ, ກະຊວງການເງິນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນປະເສີດ ສີກຸນລະບຸດ, ຮັກສາການຫົວໜ້າກົມພາສີ ແລະ ທ່ານ ສົມເພັດ ສີວົງໄຊ, ຮອງຫົວໜ້າກົມພາສີ / ຫົວໜ້າຄະນະປັບປຸງ ແລະ ຫັນວຽກງານພາສີ ເປັນທັນສະໄໝ (CRMT). ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກໂຄງການ CTFP.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສະຫຼຸບຕີລາຄາຄືນ ການນຳໃຊ້ລະບົບແຈ້ງພາສີແບບເອເລັກໂຕຣນິກ (ອາຊິກຸດາ) ຢູ່ 22 ດ່ານພາສີສາກົນ, ຕີລາຄາວຽກງານຂໍ້ມູນຂ່າວສານໃນໄລຍະຜ່ານມາ ແລະ ແຜນການຕໍ່ໜ້າ, ແລະ ແຜນການປັບປຸງ ເພື່ອຫັນພາສີເປັນທັນສະໄໝເຊັ່ນ:ປັບປຸງວຽກງານຂັ້ນຕອນ ການແຈ້ງພາສີ, ປັບປຸງຄ່າຄວາມສ່ຽງ (ວຽກງານບໍລິຫານຄວາມສ່ຽງ) ແລະ ການນຳໃຊ້ໂມດູນຄຸ້ມຄອງມູນຄ່າແຈ້ງພາສີ ທີ່ຄາດຄະເນຈະເລີ່ມທົດລອງນຳໃຊ້ພາຍໃນປີ 2016.

 

 

ກອງປະຊຸມໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານໃນໄລຍະ 02 ປີຜ່ານມາ ຊຶ່ງສາມາດຍົກສູງການອຳນວຍຄວາມສະດວກໃນການແຈ້ງພາສີເປັນລາຍລະອຽດຫຼາຍຂື້ນຢ່າງຕໍ່ເນື່ອງ ໃນຈັງຫວະກ້າວກະໂດດ ໄປຕາມທິດທາງຜັນຂະຫຍາຍການນຳໃຊ້ລະບົບອາຊີກຸດາ ແລະ ສອດຄ່ອງກັບສະພາບເສດຖະກິດຫັນປ່ຽນໃໝ່ຕາມຄວາມເປັນຈິງ. ການແຈ້ງພາສີຜ່ານລະບົບດັ່ງກ່າວໃນປະຈຸບັນມີລັກສະນະວ່ອງໄວ ແລະ ມີປະສິດທິຜົນສູງກວ່າເກົ່າ, ບັນຫາລະບົບຄ້າງ ຫຼື ຊັກຊ້າໄດ້ຮັບການແກ້ໄຂດີຂື້ນພາຍໃຕ້ການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນເປັນຢ່າງດີ, ການເຊື່ອມໂຍງລະບົບກັບພາກສ່ວນອື່ນທີ່ກ່ຽວຂ້ອງແມ່ນມີຄວາມກວ້າງຂວາງຂື້ນກວ່າເກົ່າ ແລະ ຜູ້ປະກອບການສ່ວນໃຫຍ່ມີຄວາມຊຳນານໃນການນຳໃຊ້ລະບົບ. ຄຽງຄູ່ກັນນັ້ນ ກໍ່ຍັງມີບາງຂໍ້ຄົງຄ້າງເຊັ່ນ: ການຈັດຕັ້ງປະຕິບັດລະບຽບການທີ່ກ່ຽວຂ້ອງ ໃນຂັ້ນຕອນການແຈ້ງພາສີແມ່ນຍັງບໍ່ທັນສາມາດປະຕິບັດໄດ້ຢ່າງຖືກຕ້ອງ ຄົບຖ້ວນ ແລະ ເປັນເອກະພາບ, ການຄ້ຳປະກັນສິນຄ້ານຳເຂົ້າດ້ວຍ IM8 ເພື່ອເອົາສິນຄ້າອອກດ່ານກ່ອນຢູ່ບາງດ່ານຍັງບໍ່ສາມາດລົບລ້າງໄດ້, ບັນຫາໄຟຟ້າຕົກ ແລະ ສັນຍານອິນເຕີເນັດຫຼົ້ມຍັງສືບຕໍ່ສົ່ງຜົນກະທົບຕໍ່ການໃຫ້ບໍລິການແຈ້ງພາສີ ໃນບາງດ່ານ ແລະ ບັນຫາອື່ນໆ.

ເພື່ອແກ້ໄຂບັນຫາຄົງຄ້າງໃນໄລຍະຜ່ານມາ ແລະ ເຮັດໃຫ້ການນຳໃຊ້ລະບົບແຈ້ງພາສີແບບເອເລັກໂຕຣນິກ (ອາຊິກຸດາ) ມີປະສິດທິຜົນ ສູງສຸດ, ກອງປະຊຸມຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບຕໍ່ແຜນພັດທະນາໃນຕໍ່ໜ້າຄື: (1) ເລັ່ງດຳເນີນຂັ້ນຕອນການສະໜອງຈັກ ໄຟຟ້າສຳຮອງຄັ້ງທີ 02 ໃນແກ່ບັນດາດ່ານພາສີເປົ້າໝາຍໂດຍໄວ; (2) ຂື້ນແຜນເປັນລາຍລະອຽດໃນການຈັດສັນການນຳໃຊ້ອຸປະກອນ ໄອທີ ແລະ ລະບົບເຄືອຂ່າຍອິນເຕີເນັດ ໃຫ້ເໝາະສົມກັບລະບົບອາຊິກຸດາ; (3) ປະເມີນຜົນ ກ່ຽວກັບ ການຈັດຕັ້ງປະຕິບັດລະບົບ Smart Tax, ພ້ອມທັງປັບປຸງລະບົບ Smart Tax ໃຫ້ສາມາດຮອງຮັບການຊຳລະຄ່າທຳນຽມ ແລະ ຄ່າບໍລິການອື່ນໆ; (4) ຈັດຝຶກອົບຮົມວິທີ ການນຳໃຊ້ລະບົບ ໃຫ້ເຈົ້າໜ້າທີ່ພາສີ ແລະ ຜູ້ປະກອບການ ຕາມຄວາມຮຽກຮ້ອງຕົວຈິງ; (5) ປັບປຸງບົດແນະນຳ ກ່ຽວກັບ ການແຈ້ງພາສີແບບເອເລັກໂຕຣນິກໃຫ້ສຳເລັດໂດຍໄວ ກ່ອນດຳເນີນການທົດລອງນຳໃຊ້ພາຍໃນປີ 2016; (6) ກຳນົດໃສ່ລະບຽບການເພີ່ມເຕີມ (ກຳນົດໃຫ້ເປັນຂໍ້ບັງຄົບ) ຕໍ່ກັບສິນຄ້າປະເພດຄວບຄຸມດ້ານລາຄາຕ້ອງຄັດຕິດສັນຍາຊື້-ຂາຍ, (7) ຕ້ອງມີເອກະສານຢັ້ງຢືນການຊຳລະສະສາງຜ່ານລະບົບທະນາຄານ ແລະ ເອກະສານທີ່ເປັນທາງການອື່ນໆ; (8) ຄົ້ນຄວ້າ ແລະ ປັບປຸງລະບຽບການ ທີ່ຕິດພັນກັບການຄຸ້ມຄອງ ບ.53 ໃຫ້ສຳເລັດພາຍໃນປີ 2016 ເພື່ອແຍກການຄຸ້ມຄອງລົດບັດທູກ ແລະ ລົດທ່ອງທ່ຽວຢ້ຽມຢາມ; (9) ຂະຫຍາຍລະບົບ E-Meter ທີ່ດ່ານພາສີສາກົນ ເປົ້າໝາຍ ແລະ ອື່ນໆທີ່ເຫັນວ່າເປັນຜົນດີຕໍ່ການນຳໃຊ້ລະບົບດັ່ງກ່າວ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ກັບການປຶກສາຫາລື ແລະ ປະກອບຄຳເຫັນ ກ່ຽວກັບ ການນຳໃຊ້ລະບົບອາຊິກຸດາ ຈາກເຈົ້າໜ້າທີ່ພາສີທຸກທ່ານ ແລະ ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ພາສີທຸກທ່ານ ເອົາໃຈໃສ່ເພີ່ມທະວີ ຄວາມເປັນເຈົ້າການໃນການຄຸ້ມຄອງ ແລະ ນຳໃຊ້ລະບົບດັ່ງກ່າວ ໃຫ້ມີປະສິດທິຜົນນັບມື້ນັບສູງຂື້ນ, ສາມາດຈັດຕັ້ງປະຕິບັດລະບຽບການ, ກົນໄກໄດ້ຢ່າງຖືກຕ້ອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ທີ່ຂັ້ນເທິງມອບໝາຍໃຫ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.