ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້     ເລກທີ 3773/ກປ
ນະຄອນຫຼວງວຽງຈັນ, ວັນທີ 14 ທັນວາ 2016

ຄຳສັ່ງ
ກ່ຽວກັບການຢຸດຊົ່ວຄາວ ການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ເຂົ້າມາ ສປປ ລາວ

ເຖິງ: -  ທ່ານ ຫົວໜ້າກົມປູກຝັງ;
       -   ທ່ານ ຫົວໜ້າກົມລ້ຽງສັດ ແລະ ການປະມົງ;
      -   ທ່ານ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ;
      -   ທ່ານ ຫົວໜ້າເຈົ້າໜ້າທີ່ກັກກັນພືດ ແລະ ຫົວໜ້າເຈົ້າໜ້າທີ່ສັດຕະວະແພດ ປະຈຳດ່ານສາກົນ ໃນຂອບເຂດທົ່ວປະເທດ.

-   ອີງຕາມ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008;
-   ອີງຕາມ ກົດໝາຍວ່າດ້ວຍການປ້ອງກັນພືດ ເລກທີ 06/ສພຊ, ລົງວັນທີ 09 ທັນວາ 2008;
-   ອີງຕາມ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 1809/ຫສນຍ.ກສສ, ລົງວັນທີ 17 ພະຈິກ 2016.

     ໃນໄລຍະຜ່ານມາ, ການນຳໃຊ້ມາດຕະການສີດພົ່ນຢາຂ້າເຊື້ອຍານພາຫະນະທີ່ເຂົ້າມາ ສປປ ລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ປ້ອງກັນ, ສະກັດກັ້ນ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ການແຜ່ລະບາດຂອງເຊື້ອພະຍາດສັດ ແລະ ສັດຕູພືດ ທີ່ອາດປົນເປື້ອນຕິດມາກັບຍານພາຫະນະ ຈາກພາຍນອກ ເຂົ້າມາແຜ່ລະບາດຢູ່ພາຍໃນ ສປປ ລາວ ພວກເຮົາ.

     ເພື່ອຮັບປະກັນ ດ້ານປະສິດທິຜົນ, ບົນພື້ນຖານຄວາມສອດຄ່ອງຫຼັກວິຊາການ ນັ້ນ,

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ອອກຄຳສັ່ງ:

1.    ໃຫ້ ຢຸດຕິຊົ່ວຄາວການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປ ທີ່ບໍ່ໄດ້ຂົນສົ່ງສັດ , ຜະລິດຕະພັນສັດ ຫຼື ພືດ, ຜະລິດຕະພັນພືດ ຢູ່ບັນດາດ່ານຊາຍແດນໃນຂອບເຂດທົ່ວປະເທດ ຈົນກວ່າຈະໄດ້ຮັບແຈ້ງການຢ່າງເປັນທາງການຈາກ ກະຊວງກະສິກຳ ແລະ ປ່າໄມ້;
2.    ສຳລັບພາຫະນະຂົນສົ່ງສະເພາະສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ ທີ່ເຂົ້າມາ ສປປ ລາວ ແມ່ນອະນຸຍາດໃຫ້ສີດພົ່ນຕາມຫຼັກວິຊາການ;
3.    ໃຫ້ຢຸດຊົ່ວຄາວ ການເກັບຄ່າບໍລິການ ສີດພົ່ນຢາຂ້າເຊື້ອໃສ່ພາຫະນະທຸກປະເພດທີ່ເຂົ້າມາ ສປປ ລາວ (ພາຫະນະທົ່ວໄປ ແລະ ພາຫະນະຂົນສົ່ງ ສັດ, ຜະລິດດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ);
4.    ໃນໄລຍະຢຸດຕິຊົ່ວຄາວນີ້, ໃຫ້ ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດບາງວຽກຈຸດສຸມ ດັ່ງນີ້:

4.1. ສຳລັບ ເຈົ້າໜ້າທີ່ກັກກັນພືດ ແລະ ເຈົ້າໜ້າທີ່ສັດຕະວະແພດ ປະຈຳດ່ານ ແມ່ນໃຫ້ສືບຕໍ່ປະຕິບັດການກວດກາ ສັດ ແລະ ພືດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ;
4.2. ສືບຕໍ່ບົວລະບັດຮັກສາ ເຄື່ອງມືອຸປະກອນ ເປັນຕົ້ນ ເຄື່ອງສີດພົ່ນຢາຂ້າເຊື້ອພາຫະນະ ໃຫ້ຢູ່ໃນສະພາບຮັບປະກັນໃຊ້ງານໄດ້;
4.3. ສຳລັບດ່ານທີ່ຍັງບໍ່ທັນໄດ້ມາດຕະຖານນັ້ນ ໃຫ້ສ້າງເປັນໂຄງການ ເພື່ອນຳສະເໜີຂັ້ນເທິງພິຈາລະນາອະນຸມັດຈັດຕັ້ງປະຕິບັດ;
4.4. ຂຶ້ນແຜນງົບປະມານ ເພື່ອຈັດຊື້ຢາ (ສຳລັບສີດພົ່ນ), ຄ່າສິ້ນເປືອງອື່ນໆ ເພື່ອກະກຽມແຜນສຸກເສີນ ກຽມພ້ອມຮັບມືໃນກໍລະນີທີ່ມີການລະບາດຂອງພະຍາດສັດ ຫຼື ພືດ.

5.    ໃຫ້ ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການ ຕິດຕາມ, ປະເມີນຄວາມສ່ຽງ ແລະ ເຝົ້າລະວັງສະພາບການລະບາດຂອງສັດຕູພືດ ແລະ ພະຍາດສັດ ຢູ່ບັນດາປະເທດໃກ້ຄຽງ, ຂົງເຂດ, ພາກພື້ນ ແລະ ສາກົນ ຢ່າງໃກ້ຊິດ. ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ປະຕິບັດມາດຕະການສີດພົ່ນຢາຂ້າເຊື້ອຍານພາຫະນະທົ່ວໄປນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ຈະເປັນຜູ້ອອກແຈ້ງການ ຕາມຄວາມຈຳເປັນ ໃນແຕ່ລະໄລຍະ;
6.    ມອບໃຫ້ ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ ແລະ ດ່ານກັກກັນພືດ-ສັດ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ຢ່າງເຂັ້ມງວດ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນຳ ກະຊວງກະສິກຳ ແລະ ປ່າໄມ້ ຊາບເປັນປົກກະຕິ;
7.    ຄຳສັ່ງສະບັບນີ້ ມີຜົນສັກສິດໃນທາງປະຕິບັດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້
(ເຊັນ ແລະ ປະທັບກາ)

ລຽນ ທິແກ້ວ

ບ່ອນນຳສົ່ງ:

-   ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ    01 ສະບັບ (ໃຊ້ຕາງລາຍງານ);
-   ກະຊວງອຸດສາຫະກຳ ແລະ ການຄ້າ    01 ສະບັບ (ເພື່ອຊາບ);
-   ກະຊວງການເງິນ    01 ສະບັບ (ເພື່ອຊາບ);
-   ຫ້ອງວ່າການແຂວງ, ນວ ບ່ອນລະ   01 ສະບັບ (ເພື່ອຊ່ວຍຊຸກຍູ້);
-   ດ່ານສາກົນ ບ່ອນລະ   01 ສະບັບ (ເພື່ອຊ່ວຍຊີ້ນຳ);
-   ຫ້ອງການກະຊວງ    01 ສະບັບ (ເພື່ອຕິດຕາມ);
-   ບັນດາກົມອ້ອມ, ສະຖາບັນ ບ່ອນລະ   01 ສະບັບ (ເພື່ອຊາບ);
-   ເກັບຮັກສາໄວ້    01 ສະບັບ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Order on Temporarily Cease to Spray Disinfectant for General Vehicles Entering Lao PDR No. 3773/MAF, dated 14 December 2016 PDF
2 ຄຳສັ່ງ ກ່ຽວກັບ ການຢຸດຕິຊົ່ວຄາວ ການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ເຂົ້າມາ ສປປ ລາວ ສະບັບເລກທີ 3773/ກປ, ລົງວັນທີ 14 ທັນວາ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.