ການນໍາເຂົ້າສິນຄ້າການກະເສດ, ສັດ, ຢາ ແລະ ອາຫານ

 


ໃນການນໍາເຂົ້າຜະລິດຕະພັນເຫຼົ່ານີ້ ໂດຍທົ່ວໄປແລ້ວຕ້ອງໄດ້ຮັບອະນຸຍາດລ່ວງໜ້າກ່ອນການນໍາເຂົ້າ ເພື່ອເປັນ ການຮັບປະກັນວ່າຜະລິດຕະພັນເຫຼົ່ານີ້ ບ່ເປັນອັນຕະລາຍຕໍ່ກັບສຸຂະພາບຂອງຄົນ, ສັດ ແລະ ພືດ. ໃນເວັບໄຊທ໌ ນີ້ເຮົາພະຍາຍາມໃຫ້ຂໍ້ມູນວ່າມີສິນຄ້າ ຫຼື ຜະລິດຕະພັນໃດແດ່ທີ່ຈໍາເປັນຕ້ອງຜ່ານເງື່ອນໄຂຂໍ້ກໍານົດຕ່າງໆ. ເຖິງ ຢ່າງໃດກໍດີ, ສະຖານະການອາດມີການປ່ຽນແປງໄປໃນແຕ່ລະໄລຍະ ໂດຍອີງໃສ່ສະພາບການ ແລະ ເງື່ອນໄຂ ທີ່ປ່ຽນແປງໄປໃນປະເທດສົ່ງອອກ (ຕົວຢ່າງເຊັ່ນ: ການເກີດພະຍາດລະບາດ). ດັ່ງນັ້ນ, ທ່ານຈຶ່ງຄວນກວດກາ ຄືນກັບໜ່ວຍງານທີ່ກ່ຽວຂ້ອງເປັນແຕ່ລະໄລຍະ ເພື່ອໃຫ້ທ່ານສາມາດປະຕິບັດຕາມລະບຽບການລ່າສຸດໃນເວລາ ນັ້ນໆ.


ຜະລິດຕະພັນກະສິກໍາ

ຫາກທ່ານຕ້ອງການນໍາເຂົ້າສິນຄ້າກະສິກໍາສະເພາະໃດໜຶ່ງ  (ເຊັ່ນ: ຢາປາບສັດຕູພືດ) ທ່ານຄວນສະເໜີຂໍເອກະ ສານຢັ້ງຢືນທີ່ກ່ຽວຂ້ອງຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້.
ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນທີ່ແນະນໍາ.

ຫາກທ່ານຕ້ອງການນໍາເຂົ້າຕົ້ນໄມ້, ແນວພັນ, ໝາກໄມ້ ຫຼື ຜັກ ເພື່ອເປັນແນວພັນ ຫຼື ເພື່ອການບໍລິໂພກ, ທ່ານ ຕ້ອງໄດ້ສະເໜີຂໍເອກະສານຢັ້ງຢືນທີ່ກ່ຽວຂ້ອງຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້.
ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນທີ່ແນະນໍາ.


ສັດ ແລະ ປາ

ຫາກທ່ານຕ້ອງການນໍາເຂົ້າ ສັດທີ່ບໍ່ແມ່ນປະເພດສັດທີ່ນອນໃນບັນຊີຫວງຫ້າມ ທ່ານຕ້ອງໄດ້ສະເໜີຂໍໃບຢັ້ງຢືນ ດ້ານສຸຂານາໄມສັດ ຈາກກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້.

ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນທີ່ແນະນໍາສໍາລັບການນໍາເຂົ້າສັດ.
ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນທີ່ແນະນໍາສໍາລັບການນໍາເຂົ້າປາເປັນ ແລະ ປາແຊ່ແຂງ.


ຢາ

ຫາກທ່ານຕ້ອງການນໍາເຂົ້າຢາ ສໍາລັບການປິ່ນປົວ ທ່ານຄວນໄດ້ຮັບໃບຢັ້ງຢືນດ້ານຄຸນນະພາບມາດຕະຖານທີ່ກ່ຽວ ຂ້ອງຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ. ກ່ອນການນໍາເຂົ້າ, ທ່ານຕ້ອງໄດ້ຂຶ້ນທະບຽນຢາກັບ ກົມດັ່ງກ່າວກ່ອນ. ຜະລິດຕະພັນທີ່ຕົກຢູ່ໃນກຸ່ມຂອງຢາ ແມ່ນໄດ້ລະບຸໄວ້ໃນ ກົດໝາຍວ່າດ້ວຍຢາ ແລະ ຜະລິດ ຕະພັນການແພດ.

ກົດທີ່ນີ້ ເພື່ອກວດເບິ່ງກົດໝາຍສະບັບນີ້.
ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນການຂຶ້ນທະບຽນ ແລະ ການນໍາເຂົ້າຢາ.

ອາຫານ

ຫາກທ່ານຕ້ອງການນໍາເຂົ້າອາຫານ ເພື່ອການບໍລິໂພກຂອງຄົນ ຫຼື ສັດ ທ່ານຕ້ອງໄດ້ສະເໜີຂໍໃບຢັ້ງຢືນດ້ານຄຸນ ນະພາບມາດຕະຖານທີ່ກ່ຽວຂ້ອງຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກກ່ອນ.

ກົດທີ່ນີ້ ເພື່ອກວດເບິ່ງຂັ້ນຕອນການນໍາເຂົ້າອາຫານ. ຫາກອາຫານທີ່ທ່ານຈະນໍາເຂົ້ານັ້ນຈັດເປັນອາຫານເສີມ, ທ່ານຕ້ອງໄດ້ໃບຢັ້ງຢືນການຂຶ້ນທະບຽນກ່ອນການນໍາເຂົ້າ.
ກົດທີ່ນີ້ ເພື່ອກວດກາຂັ້ນຕອນການນໍາເຂົ້າຜະລິດຕະພັນປະເພດອາຫານເສີມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.