ຂັ້ນຕອນການຂໍໃບອະນຸຍາດການນໍາເຂົ້າ ແລະ ສົ່ງອອກ ແມ່ນຕ້ອງປະກອບເອກະສານແລ້ວຍື່ນຫາຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ແຂວງ/ນະຄອນຫຼວງ ຂອບເຂດທົ່ວປະເທດ. ໃບທະບຽນວິສາຫະກິດອອກຢູ່ແຂວງ/ນະຄອນຫຼວງໃດ ແມ່ນໃຫ້ປະກອບເອກະສານໄປຍື່ນຢູ່ແຂວງ/ນະຄອນຫຼວງນັ້ນ.

ຢາປາບສັດຕູພືດນໍາເຂົ້າ ຕ້ອງໄດ້ຮັບການຂຶ້ນທະບຽນຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຊຶ່ງຂັ້ນຕອນ ແລະ ເອກະສານປະກອບ ສໍາລັບການຂຶ້ນທະບຽນ ປະກອບມີດັ່ງນີ້:

ຂັ້ນຕອນ 1: ຍື່ນເອກະສານ
1)    ຄໍາຮ້ອງ;
2)    ໃບທະບຽນວິສາຫະກິດ, ໃບອະນຸຍາດດໍາເນີນທຸລະກິດຢາປາບສັດຕູພືດ;
3)    ໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ ຈາກປະເທດຕົ້ນກໍາເນີດ;
4)    ໃບຢັ້ງຢືນຜົນການວິໄຈສ່ວນປະກອບຂອງຢາປາບສັດຕູພືດ ຈາກປະເທດຕົ້ນກໍາເນີດ;
5)    ບົດປະເມີນ ກ່ຽວກັບປະສິດທິພາບ, ຄຸນລັກສະນະ ແລະ ຄວາມປອດໄພຂອງຢາປາບສັດຕູພືດ;
6)    ແຜນການທົດສອບ ກ່ຽວກັບຄຸນນະພາບ ແລະ ປະສິດທິພາບຢາປາບສັດຕູພືດພາກສະໜາມ;
7)    ໃບມອບສິດຈາກຜູ້ຜະລິດຢາປາບສັດຕູພືດ ຂອງປະເທດສົ່ງອອກ;
8)    ໃບມອບສິດ ແລະ ບັດປະຈໍາຕົວ ຂອງຜູ້ຍື່ນເອກະສານ;
9)    ເອກະສານອື່ນ ຕາມການກໍານົດຂອງກະຊວງກະສິກໍາ ແລະ ປ່າໄມ້.


ຂັ້ນຕອນ 2 ພິຈາລະນາເອກະສານ
ພະນັກງານຂອງກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຈະດໍາເນີນກວດກາເອກະສານກັບທີ່. ຖ້າເອກະສານຄົບຖ້ວນ ແລະ ຖືກຕ້ອງຕາມຂັ້ນຕອນ 1 ແມ່ນຈະຮັບເອົາ ເພື່ອດໍາເນີນຕາມຂັ້ນຕອນ. ແຕ່ຖ້າບໍ່ຄົບຖ້ວນ ຫຼື ບໍ່ຖືກຕ້ອງ ແມ່ນຈະສົ່ງຄືນເອກະສານໃຫ້ຜູ້ຍື່ນຄໍາຮ້ອງ ພ້ອມແນະນໍາໃຫ້ປະກອບເອກະສານໃໝ່.


ຂັ້ນຕອນ 3 ເຊັນ ແລະ ອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ
ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ, ກົມປູກຝັງ ຈະໃຊ້ເວລາພິຈາລະນາອອກໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ ພາຍໃນ 15 ວັນລັດຖະການ ຊຶ່ງມີອາຍຸການນໍາໃຊ້ໜຶ່ງປີ ແລະ ສາມາດຕໍ່ໄດ້.


ຂັ້ນຕອນ 4 ຮັບໃບຂຶ້ນທະບຽນວິຊາການຢາປາບສັດຕູພືດ
ຜູ້ຍື່ນຄໍາຮ້ອງ ສາມາດໄປຮັບເອົາໃບຂຶ້ນທະບຽນວິຊາການຢາປາບສັດຕູພືດໄດ້ທີ່ ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຕາມວັນ ແລະ ເວລາທີ່ກໍານົດ. 
 

ແບບຟອມ
ມາດຕະການ
Step-by-Step Guide
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.