ສາລະບານ

ພາກທີ I ບົດບັນຍັດທົ່ວໄປ

ມາດຕາ 1  (ປັບປຸງ) ຈຸດປະສົງ

ມາດຕາ 2  (ປັບປຸງ) ການປ້ອງກັນ ແລະ ການກັກກັນພືດ

 ມາດຕາ 3  (ປັບປຸງ) ການອະທິບາຍຄໍາສັບ

ມາດຕາ 4  (ປັບປຸງ) ນະໂຍບາຍຂອງລັດ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ.

ມາດຕາ 5  (ປັບປຸງ) ຫຼັກການກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ

ມາດຕາ 6  (ປັບປຸງ) ຂອບເຂດການນຳໃຊ້ກົດໝາຍ

ມາດຕາ 7  (ປັບປຸງ) ການຮ່ວມມືສາກົນ

ພາກທີ II ການປ້ອງກັນພືດ

ມາດຕາ 8  (ໃໝ່) ກິດຈະການການປ້ອງກັນພືດ

ມາດຕາ 9  (ໃໝ່) ການສ້າງບັນຊີສັດຕູພືດຄວບຄຸມ 

ມາດຕາ 10  (ໃໝ່) ແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມ

ມາດຕາ 11  (ໃໝ່) ການເຝົ້າລະວັງ ແລະ ຄວບຄຸມສັດຕູພືດ

ມາດຕາ 12  (ໃໝ່) ການລາຍງານກ່ຽວກັບສັດຕູພືດ

ມາດຕາ 13  (ໃໝ່) ການວິໄຈສັດຕູພືດ

ມາດຕາ 14  (ປັບປຸງ) ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ

ມາດຕາ 15  (ໃໝ່) ການນຳໃຊ້ມາດຕະການຄວບຄຸມໃນ ເຂດກັກກັນພືດ ແລະ ເຂດກັນຊົນ

ມາດຕາ 16  (ໃໝ່) ມາດຕະການສຸຂານາໄມພືດ

ມາດຕາ 17  (ໃໝ່) ການຍົກເລີກການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ

ມາດຕາ 18  (ໃໝ່) ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດແພ່ລະບາດຕໍ່າຂອງ ສັດຕູພືດ ແລະ ເຂດປອດສັດຕູພືດ

ມາດຕາ 19  (ໃໝ່) ການນຳໃຊ້ຢາປາບສັດຕູພືດ

ມາດຕາ 20  (ໃໝ່) ປະເພດຢາປາບສັດຕູພືດ

ມາດຕາ 21  (ໃໝ່) ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ.

ມາດຕາ 22  (ໃໝ່) ຢາປາບສັດຕູພືດອັນຕະລາຍຮ້າຍແຮງ

ມາດຕາ 23  (ໃໝ່) ຢາປາບສັດຕູພືດອັນຕະລາຍປານກາງ.

ມາດຕາ 24  (ໃໝ່) ຢາປາບສັດຕູພືດອັນຕະລາຍໜ້ອຍ

ມາດຕາ 25  (ໃໝ່) ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ

ມາດຕາ 26  (ໃໝ່)  ບັນຊີຢາປາບສັດຕູພືດ

ມາດຕາ 27  (ໃໝ່) ການນຳໃຊ້ຊີວະພາບປາບສັດຕູພືດ

ພາກທີ III ການກັກກັນພືດ

ມາດຕາ 28  (ໃໝ່) ກິດຈະການການກັັກກັນພືດ

ໝວດທີ 1 ການນຳເຂົ້າ

ມາດຕາ 29  (ໃໝ່)  ການກຳນົດເງື່ອນໄຂການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ

ມາດຕາ 30  (ໃໝ່) ມາດຕະການສຸຂານາໄມພືດສຳລັບການນຳເຂົ້າ

ມາດຕາ 31  (ປັບປຸງ) ການຂໍອະນຸຍາດນຳເຂົ້າພືດ.

ມາດຕາ 32  (ໃໝ່) ການພິຈາລະນາອະນຸຍາດນຳເຂົ້າ

ມາດຕາ 33  (ປັບປຸງ) ເອກະສານທີ່ຕ້ອງແຈ້ງ

ມາດຕາ 34  (ປັບປຸງ)  ການກວດກາການນຳເຂົ້າ

ມາດຕາ 35  (ໃໝ່)  ການນຳເຂົ້າຜ່ານທາງໄປສະນີ

ມາດຕາ 36  (ປັບປຸງ) ການນໍາເຂົ້າ ຕິດຕົວ ແລະ ພາຫະນະ ທີ່ເດີນທາງເຂົ້າມາໃນ ສປປ ລາວ

ມາດຕາ 37  (ໃໝ່) ເງື່ອນໄຂພາຍຫຼັງການນຳເຂົ້າວັດຖຸຕ້ອງຄວບຄຸມທີ່ມີຄວາມສ່ຽງສູງ

ໝວດທີ 2 ການສົ່ງອອກ

ມາດຕາ 38  (ປັບປຸງ) ການສົ່ງອອກ 

ມາດຕາ 39  (ໃໝ່) ການສົ່ງອອກຕໍ່

ມາດຕາ 40  (ປັບປຸງ) ການຢັ້ງຢືນການສົ່ງອອກ ແລະ ສົ່ງອອກຕໍ່

ໝວດທີ 3 ການສົ່ງຜ່ານ

ມາດຕາ 41  (ໃໝ່) ມາດຕະການສຸຂານາໄມພືດ ສຳລັບຊຸດສິນຄ້າສົ່ງຜ່ານ

ມາດຕາ 42  (ປັບປຸງ) ການຂໍອະນຸຍາດສົ່ງຜ່ານ

ມາດຕາ 43  (ປັບປຸງ) ການໄຂວັດສະດຸຫຸ້ມຫໍ່ ແລະ ການຄ່ຽນຖ່າຍ

ໝວດທີ 4 ການບຳບັດ

ມາດຕາ 44  (ໃໝ່) ການບຳບັດ

ມາດຕາ 45  (ປັບປຸງ) ການກໍາຈັດ, ຂ້າເຊື້ອ ແລະ ອະນາໄມພາຫະນະ

ມາດຕາ 46   ອຸປະກອນ ແລະ ວັດສະດຸຫຸ້ມຫໍ່ ທີ່ນຳເຂົ້າ

ພາກທີ IV ທຸລະກິດການປ້ອງກັນ ແລະ ການກັກກັນພືດ

ໝວດທີ 1 ການຂໍອະນຸຍາດດຳເນີນທຸລະກິດ ແລະ ປະເພດທຸລະກິດ

ມາດຕາ 47  (ປັບປຸງ) ການຂໍອະນຸຍາດດຳເນີນທຸລະກິດການປ້ອງກັນ ແລະ ການກັກກັນພືດ

ມາດຕາ 48  (ປັບປຸງ) ປະເພດທຸລະກິດການປ້ອງກັນ ແລະ ການກັກກັນພືດ

ມາດຕາ 49  (ໃໝ່) ການບໍລິການວິໄຈສັດຕູພືດ

ມາດຕາ 50  (ໃໝ່) ການບໍລິການການປ້ອງກັນ ແລະ ການກໍາຈັດສັດຕູພືດ

ມາດຕາ 51  (ໃໝ່) ການນຳເຂົ້າ ແລະ ຈຳໜ່າຍແນວພັນປອດສັດຕູພືດ, ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະກອນປ້ອງກັນພືດ

ມາດຕາ 52 (ໃໝ່)  ການບໍລິການສຸຂານາໄມພືດສົ່ງອອກ

ມາດຕາ 53  (ໃໝ່) ໂຮງຮຽນວິຊາຊີບ, ສູນຝຶກອົບຮົມ ດ້ານການປ້ອງກັນ ແລະ ການກັກກັນພືດ

ມາດຕາ 54  (ໃໝ່) ການໂຄສະນາກ່ຽວກັບການປ້ອງກັນ ແລະ ການກັກກັນພືດ

ໝວດທີ 2 ການໂຈະ ແລະ ການຍົກເລີກ

ມາດຕາ 55  (ໃໝ່)  ການໂຈະການດຳເນີນທຸລະກິດ

ມາດຕາ 56  (ໃໝ່) ການຍົກເລີກການດຳເນີນທຸລະກິດ

ພາກທີ  V ສິດ ແລະ ພັນທະ ຂອງຜູ້ດຳເນີນທຸລະກິດ, ເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ

ມາດຕາ 57  (ປັບປຸງ)  ສິດ ແລະ ພັນທະຂອງຜູ້ດຳເນີນທຸລະກິດ

ມາດຕາ 58  (ປັບປຸງ) ສິດ ແລະ ພັນທະຂອງເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ

ພາກທີ VI ຂໍ້ຫ້າມ

ມາດຕາ 59  (ປັບປຸງ) ຂໍ້ຫ້າມທົ່ວໄປ

ມາດຕາ 60  (ປັບປຸງ) ຂໍ້ຫ້າມສຳລັບ ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ

ພາກທີ VII ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 61  (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 62  (ໃໝ່) ການປະນີປະນອມ ຫຼື ການໄກ່ເກ່ຍ

ມາດຕາ 63  (ໃໝ່) ການແກ້ໄຂທາງດ້ານບໍລິຫານ

ມາດຕາ 64  (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ມາດຕາ 65  (ໃໝ່) ການຕັດສີນຂອງສານປະຊາຊົນ

ມາດຕາ 66  (ປັບປຸງ) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ພາກທີ VIII ການຄຸ້ມຄອງ ແລະ ກວດກາວຽກງານປ້ອງກັນ ແລະ ກັກກັນພືດ

ໝວດທີ 1 ການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ

ມາດຕາ 67  (ປັບປຸງ) ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ.

ມາດຕາ 68  (ປັບປຸງ) ສິດ ແລະ ໜ້າທີ່ ຂອງກະຊວງກະສິກຳ ແລະ ປ່າໄມ້

ມາດຕາ 69  (ປັບປຸງ) ສິດ ແລະ ໜ້າທີ່ຂອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ

ມາດຕາ 70  (ປັບປຸງ) ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ

ມາດຕາ 71  (ໃໝ່) ສິດ ແລະ ໜ້າທີ່ ຂອງຈຸງານກະສິກຳ ແລະ ປ່າໄມ້ບ້ານຂອງໜ່ວຍງານ ເສດຖະກິດ-ການ ເງິນບ້ານ.

ມາດຕາ 72  (ປັບປຸງ) ສິດ ແລະ ໜ້າທີ່ ຂອງດ່ານກັກກັນພືດ

ມາດຕາ 73  (ປັບປຸງ) ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ໝວດທີ 2 ການກວດກາວຽກງານປ້ອງກັນ ແລະ ກັກກັນພືດ

ມາດຕາ 74  (ປັບປຸງ) ອົງການກວດກາວຽກງານປ້ອງກັນ ແລະ ກັກກັນພືດ

ມາດຕາ 75  (ໃໝ່) ເນື້ອໃນການກວດກາ

ມາດຕາ 76   ຮູບການກວດກາ

ໝວດທີ 3 ເຈົ້າໜ້າທີ່ກັກກັນພືດ

ມາດຕາ 77  (ໃໝ່) ເຈົ້າໜ້າທີ່ກັກກັນພືດ

ມາດຕາ 78  (ປັບປຸງ) ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ກັກກັນພືດ

ພາກທີ IX ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 79  (ປັບປຸງ) ເຄື່ອງແບບ ແລະ ເຄື່ອງໝາຍ.

ມາດຕາ 80  (ປັບປຸງ) ຕາປະທັບ

ພາກທີ X ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 81  (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ມາດຕາ 82  (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ມາດຕາ 83  (ປັບປຸງ) ມາດຕະການສຶກສາອົບຮົມ

ມາດຕາ 84  (ປັບປຸງ) ມາດຕະການທາງວິໄນ

ມາດຕາ 85  (ປັບປຸງ) ມາດຕະການປັບໃໝ

ມາດຕາ 86  (ປັບປຸງ) ມາດຕະການທາງແພ່ງ

ມາດຕາ 87  (ປັບປຸງ) ມາດຕະການທາງອາຍາ

ພາກທີ XI ບົດບັນຍັດສຸດທ້າຍ

ມາດຕາ 88   ການຈັດຕັ້ງປະຕິບັດ

ມາດຕາ 89  (ປັບປຸງ) ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ               ເລກທີ  13  /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 15  ພະຈິກ 2016

ກົດໝາຍ
ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1  (ປັບປຸງ) ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມກວດກາ ວຽກງານປ້ອງກັນ ແລະ ກັກກັນພືດ ເພື່ອສະກັດກັ້ນການແພ່ລະບາດ ຂອງສັດ ຕູພືດ ຢູ່ພາຍໃນປະເທດ, ການແພ່ລະບາດຈາກພາຍນອກເຂົ້າມາ ສປປ ລາວ ແລະ ຈາກ ສປປ ລາວ ໄປຍັງ ປະເທດອື່ນ ແນໃສ່ຮັກສາສຸຂານາໄມພືດ, ປົກປັກຮັກສາສິ່ງແວດລ້ອມ, ຄ້ຳປະກັນສະບຽງອາ ຫານ ແລະ ຜະລິດເປັນສິນຄ້າ ໃຫ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ຕາມທິດກະສິກຳສະ ອາດ, ສີຂຽວ ແລະ ຍືນຍົງ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການອຳນວຍຄວາມສະດວກ ທາງດ້ານການຄ້າ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ຂ້າງເທິງ

ມາດຕາ 2  (ປັບປຸງ) ການປ້ອງກັນ ແລະ ການກັກກັນພືດ     

 ການປ້ອງກັນພືດ ແມ່ນ ການສະກັດກັ້ນ, ເຝົ້າລະວັງ ແລະ ກຳຈັດ ບໍ່ໃຫ້ເກີດການລະບາດຂອງສັດ ຕູພືດທີ່ຈະສ້າງຄວາມເສຍຫາຍແກ່ ພືດ, ສັດ, ຄົນ ແລະ ສິ່ງແວດລ້ອມ.

ການກັກກັນພືດ ແມ່ນ ການຈຳກັດບໍລິເວນຂອງພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢ່າງ ເປັນທາງການ ໂດຍນຳໃຊ້ມາດຕະການສຸຂານາໄມພືດ ເຂົ້າໃນການກວດກາ, ທົດສອບ ຫຼື ບຳບັດບໍ່ໃຫ້ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ເຄື່ອນຍ້າຍ ມີການຕິດແປດຂອງສັດຕູພືດຄວບຄຸມ. ຂ້າງເທິງ

ມາດຕາ 3  (ປັບປຸງ) ການອະທິບາຍຄໍາສັບ

ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.   ພືດ ໝາຍເຖິງ ພືດທີ່ມີຊີວິດ ແລະ ຊິ້ນສ່ວນຂອງພືດ ເປັນຕົ້ນ ດອກ, ໝາກ, ເມັດ, ໃບ, ກິ່ງ, ກ້ານ, ຍອດ, ລໍາ, ຕາ, ໜໍ່, ຮາກ, ສະປໍ ຫຼື ເຊື້ອເຫັດລາ, ແນວພັນພືດ, ເຊື້ອພັນ ແລະ ອື່ນໆ ທີ່ນຳ ໃຊ້ເພື່ອ ປູກ ແລະ ຂະຫຍາຍພັນ;

2.   ຜະລິດຕະພັນພືດ ໝາຍເຖິງ ພືດ ແລະ ຜະລິດຕະພັນໃດໜຶ່ງ ທີ່ເກີດຂຶ້ນຕາມທຳມະ ຊາດ ຫຼື ຜ່ານການປຸງແຕ່ງ ຊຶ່ງສາມາດສ້າງຄວາມສ່ຽງໃຫ້ ສັດຕູພືດເຂົ້າມາ ແລະ ແພ່ລະບາດ;

3.   ສັດຕູພືດ ໝາຍເຖິງ ພືດ, ແມງໄມ້, ສັດ ຫຼື ເຊື້ອຈຸລິນຊີ ເຊັ່ນ ໄວຣັດ, ເຫັດລາ, ແບັກທີ ເຣຍ, ກາຝາກ ແລະ ເຊື້ອພະຍາດອື່ນ ທີ່ສ້າງຄວາມເສຍຫາຍ ແກ່ພືດ, ຜະລິດຕະພັນພືດ ແລະ ສິ່ງແວດ ລ້ອມ;

4.   ສັດຕູພືດຄວບຄຸມ ໝາຍເຖິງ ສັດຕູພືດກັກກັນ, ສັດຕູູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ແລະ ສັດຕູພືດເຝົ້າລະວັງ;

5.   ສັດຕູພືດກັກກັນ ໝາຍເຖິງ ສັດຕູພືດທີ່ອາດສົ່ງຜົນກະທົບທາງດ້ານເສດຖະກິດ ໃສ່ພື້ນ ທີ່ໃດໜຶ່ງ, ສັດຕູພືດດັ່ງກ່າວ ຍັງບໍ່ທັນປາກົດມີ ຫຼື ມີແລ້ວ ແຕ່ຍັງບໍ່ທັນມີການລະບາດເປັນວົງກ້ວາງ ແລະ ກຳລັງຖືກຄວບຄຸມ ຢ່າງເປັນທາງການ;

6.   ສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ໝາຍເຖິງ  ສັດຕູພືດທີ່ບໍ່ກັກກັນ ຊຶ່ງມີໃນພືດທີ່ຈະ ນຳໄປປູກ ແລະ ອາດຈະສ້າງຜົນກະທົບຕໍ່ຈຸດປະສົງການນຳໃຊ້ພືດດັ່ງກ່າວ ແລະ ຖືກກຳນົດໃຫ້ມີການ ຄວບຄຸມຢ່າງເປັນທາງການ;

7.   ສັດຕູພືດເຝົ້າລະວັງ ໝາຍເຖິງ ສັດຕູພືດທີ່ສ້າງຜົນກະທົບທາງດ້ານເສດຖະກິດ ຍ້ອນຄຸນ ລັກສະນະທາງດ້ານຊີວະສາດ ແລະ ມີຄວາມສ່ຽງໃນການລະບາດ ຊຶ່ງໄດ້ກຳນົດໃຫ້ມີການຄວບຄຸມໃນ ສປປ ລາວ;

8.  ວັດຖຸຕ້ອງຄວບຄຸມ ໝາຍເຖິງ ພືດ, ຜະລິດຕະພັນພືດ, ສະຖານທີ່ເກັບມ້ຽນ, ພາຊະນະ ບັນຈຸ ແລະ ຫຸ້ມຫໍ່, ຕູ້ບັນຈຸ, ດິນ, ສິ່ງທີ່ມີຊີວິດ, ວັດຖຸ ແລະ ວັດສະດຸອື່ນ ທີ່ສາມາດນຳສັດຕູພືດເຂົ້າມາ ຫຼື ພາໃຫ້ສັດຕູພືດແພ່ລະບາດ ຊຶ່ງຕ້ອງໄດ້ນຳໃຊ້ມາດຕະການສຸຂານາໄມພືດ;

9.   ຊຸດສິນຄ້າ ໝາຍເຖິງ ປະລິມານຂອງ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ ເຄື່ອນຍ້າຍ ຈາກປະເທດໜຶ່ງໄປຍັງອີກປະເທດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນໃບຢັ້ງຢືນສຸຂານາໄມພືດ ສະບັບດຽວ;

10.   ການຄວບຄຸມສັດຕູພືດ ໝາຍເຖິງ ການຢັບຢັ້ງ, ການຈຳກັດຂອບເຂດ ຫຼື ກໍາຈັດສັດຕູ ພືດໃຫ້ໝົດໄປ;

11.   ດ່ານກັກກັນພືດ ໝາຍເຖິງ ຈຸດ ຫຼື ສະຖານທີ່ເຮັດວຽກເພື່ອກວດກາ ແລະ ກັກກັນພືດ ຂອງເຈົ້້າໜ້າທີ່ກັກກັນພືດປະຈຳຢູ່ສະໜາມບິນ, ທ່າເຮືອ ຫຼື ຈຸດຊາຍແດນທາງບົກ ທີ່ກຳນົດຂຶ້ນ ຢ່າງເປັນ ທາງການ ສຳລັບການນຳເຂົ້າ ແລະ ສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ. ດ່ານ ກັກກັນພືດ ສ້າງຕັ້ງຂຶ້ນຢູ່ ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ;

12.   ການແພ່ລະບາດ  ໝາຍເຖິງ ການແພ່ຂະຫຍາຍຂອງສັດຕູພືດທີ່ພົບເຫັນ ລວມທັງ ການຍ້າຍຖິ່ນຖານ ແລະ ການເພີ່ມຂຶ້ນຢ່າງໄວວາ ຂອງສັດຕູພືດໃນເຂດໃດໜຶ່ງ;

13.   ການວິໄຈຄວາມສ່ຽງສັດຕູພືດ ໝາຍເຖິງ ຂະບວນການປະເມີນຄວາມສ່ຽງຂອງສັດຕູ ພືດຈາກຫຼັກຖານ, ຂໍ້ມູນທາງດ້ານຊີວະວິທະຍາ, ວິທະຍາສາດ ແລະ ເສດຖະກິດ ເພື່ອກຳນົດສັດຕູພືດ ຄວບຄຸມ ແລະ ລະດັບຄວາມເຂັ້ມງວດ ຂອງມາດຕະການສຸຂານາໄມພືດ ທີ່ຕ້ອງປະຕິບັດຕໍ່ສັດຕູພືດ ດັ່ງກ່າວ;

14.   ສຸຂານາໄມພືດ ໝາຍເຖິງ ການເຮັດໃຫ້ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບ ຄຸມ ມີຄວາມສະອາດ, ປອດໄພ ຈາກສັດຕູພືດ;

15.   ການປະຕິບັດດ້ານສຸຂານາໄມພືດ ໝາຍເຖິງ ການກວດກາ, ການທົດສອບ, ການເຝົ້າ ລະວັງ, ການບຳບັດ ຫຼື ການເຄື່ອນໄຫວທາງການອື່ນ ເພື່ອນຳໃຊ້ມາດຕະການສຸຂານາໄມພືດ;

16.   ມາດຕະການສຸຂານາໄມພືດ ໝາຍເຖິງ ລະບຽບການ ຫຼື ວິທີການປະຕິບັດທີ່ເປັນທາງ ການ ເພື່ອສະກັດກັ້ນການເຂົ້າມາ ຫຼື ການແພ່ລະບາດຂອງສັດຕູພືດກັກກັນ ຫຼື ເພື່ອຈຳກັດຜົນກະທົບ ທາງດ້ານເສດຖະກິດ ທີ່ອາດເກີດຂຶ້ນຈາກສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ ຢູ່ ສປປ ລາວ;

17.   ໃບຢັ້ງຢືນສຸຂານາໄມພືດ ໝາຍເຖິງ ເອກະສານຢັ້ງຢືນທາງການ ໃນຮູບແບບເຈ້ຍ ຫຼື ເອເລັກໂຕຣນິກ ຊຶ່ງສອດຄ່ອງຕາມແບບພິມ ຂອງອົງການປ້ອງກັນພືດສາກົນ ອອກໃຫ້ແກ່ຊຸດສິນຄ້າ ໃດໜຶ່ງ ທີ່ຖືກຕ້ອງຕາມເງື່ອນໄຂການນຳເຂົ້າ ລວມທັງຊຸດສິນຄ້າ ທີ່ສົ່ງອອກ ແລະ ສົ່ງອອກຕໍ່; 

18.   ການບໍາບັດ ໝາຍເຖິງ ການທຳລາຍ,  ການຢັບຢັ້ງ,  ການຄັດແຍກສັດຕູພືດອອກ ຫຼື ການ ນຳໃຊ້ວິທີການອື່ນທີ່ເປັນທາງການ ເພື່ອເຮັດໃຫ້ສັດຕູພືດ ເປັນໝັນ, ອ່ອນແອ ຫຼື ບໍ່ໃຫ້ຂະຫຍາຍໂຕ;

19.   ພາຫະນະ ໝາຍເຖິງ ເຮືອ, ເຮືອບິນ, ລົດ, ລົດໄຟ, ຕູ້ຄອນເທນເນີ, ລໍ້ຍູ້, ສັດ ຫຼື ສິ່ງ  ອື່ນໆ ທີ່ສາມາດຂົນສົ່ງພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຈາກສະຖານທີ່ໜຶ່ງໄປຍັງສະຖານ ທີ່ອື່ນ;

20.   ສະຖານີກັກກັນພືດ ໝາຍເຖິງ ສະຖານທີ່ໃດໜຶ່ງ ທີ່ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດກໍານົດໄວ້ ເພື່ອຕິດຕາມ, ກວດກາ, ຄົ້ນຄ້ວາ, ທົດສອບ, ບຳບັດ, ກັກໄວ້ ຫຼື ທໍາລາຍຖິ້ມ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ;

21.   ການສົ່ງອອກຕໍ່ ໝາຍເຖິງ ການນໍາເຂົ້າຊຸດສິນຄ້າຈາກປະເທດໃດໜຶ່ງ ແລ້ວສົ່ງອອກຕໍ່ ໄປຍັງປະເທດອື່ນ, ຊຸດສິນຄ້າດັ່ງກ່າວ ມີການເກັບມ້ຽນ, ແຍກ, ລວມເຂົ້າກັນກັບຊຸດສິນຄ້າອື່ນ ຫຼື ມີການ ປ່ຽນແປງການບັນຈຸຫຸ້ມຫໍ່;

22.   ການສົ່ງຜ່ານ ໝາຍເຖິງ ການນໍາສົ່ງຊຸດສິນຄ້າຜ່ານ ສປປ ລາວ ໄປຍັງປະເທດທີສາມ ຊຶ່ງບໍ່ແມ່ນການນຳເຂົ້າ ແລະ ຊຸດສິນຄ້າດັ່ງກ່າວ ຈະຕ້ອງຜ່ານການປະຕິບັດມາດຕະການສຸຂານາໄມ ພືດ;

23.   ເຕັກນິກການປ້ອງກັນພືດແບບປະສົມປະສານ ໝາຍເຖິງ ການນຳໃຊ້ເຕັກນິກແບບຊີ ວະວິທະຍາ, ການນຳໃຊ້ແນວພັນທີ່ທົນທານຕໍ່ສັດຕູພືດ, ການນຳໃຊ້ພູມປັນຍາຊາວບ້ານ, ການປະຕິບັດ ຕາມມາດຕະຖານ ການຜະລິດກະສິກຳທີ່ດີ ແລະ ກະສິກຳອິນຊີ;

24.  ເຈົ້າຂອງພື້ນທີ່ ໝາຍເຖິງ ເຈົ້າຂອງສວນ, ເຈົ້າຂອງຟາມ, ເຈົ້າຂອງນາ, ເຈົ້າຂອງໄຮ່, ເຈົ້າຂອງສາງ ແລະ ອື່ນໆ. ຂ້າງເທິງ

ມາດຕາ 4  (ປັບປຸງ) ນະໂຍບາຍຂອງລັດ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ

ລັດ ສົ່ງເສີມວຽກງານປ້ອງກັນ ແລະ ກັກກັນພືດ ດ້ວຍການສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານດັ່ງກ່າວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເປັນຕົ້ນ ການກໍ່ສ້າງ ພື້ນຖານໂຄງລ່າງ, ການບໍາລຸງສ້າງບຸກຄະລາກອນ, ການຄົ້ນຄວ້າທົດລອງທາງດ້ານວິທະຍາສາດ, ເຕັກໂນໂລຊີທີ່ທັນສະໄໝ, ພັດທະນາຂໍ້ມູນ ຂ່າວສານ, ການພະຍາກອນສັດຕູພືດ, ການສະໜອງງົບປະ ມານ ແລະ ວັດຖຸເຕັກນິກ.

ລັດ ຊຸກຍູ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ໃນການເຂົ້າຮ່ວມ, ລົງທຶນ ແລະ ສະໜັບສະໜູນ ການດຳເນີນທຸລະກິດກ່ຽວກັບການປ້ອງກັນ ແລະ ກັກກັນພືດ ເຊັ່ນ ການ ສ້າງເຂດປອດສັດຕູພືດ, ພັດທະນາຮູບແບບການຈັດຕັ້ງ ທີ່ຕິດພັນກັບການບໍລິການເຕັກນິກວິຊາການ ປ້ອງກັນ ແລະ ການກັກກັກພືດ, ການຟື້ນຟູການຜະລິດທີ່ໄດ້ຮັບຜົນກະທົບ ແລະ ເສຍຫາຍຈາກການລະ ບາດຂອງສັດຕູພືດ. ຂ້າງເທິງ

ມາດຕາ 5  (ປັບປຸງ) ຫຼັກການກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ

ວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ປະຕິບັດຕາມຫຼັກການພື້ນຖານ ດັ່ງນີ້:

1.   ຮັບປະກັນການຄຸ້ມຄອງຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ;

2.   ສົມທົບຢ່າງກົມກຽວຜົນປະໂຫຍດຂອງ ລັດ, ລວມໝູ່, ຄອບຄົວ, ຜູ້ປະກອບການ ທັງ ພາຍໃນ ແລະ ຕ່າງປະເທດ;

3.   ຖືເປັນສຳຄັນລະບົບນິເວດ, ຄວາມປອດໄພ ແລະ ສຸຂານາໄມ ຂອງພືດ, ຄົນ, ສັດ ເພື່ອ ຜົນປະໂຫຍດສູງສຸດສະເພາະໜ້າ ແລະ ຍາວນານຂອງສັງຄົມ;

4.   ຖືເອົາການປ້ອງກັນ ແລະ ການກັກກັນພືດເປັນສຳຄັນ  ໂດຍນຳໃຊ້ເຕັກນິກ ການປ້ອງກັນພືດແບບປະສົມປະສານ;

5.   ສອດຄ່ອງກັບມາດຕະຖານສາກົນ, ສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນ ພາຄີ. ຂ້າງເທິງ

ມາດຕາ 6  (ປັບປຸງ) ຂອບເຂດການນຳໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະ ເທດ ທີ່ກ່ຽວຂ້ອງກັບການຜະລິດ, ການຈຳໝ່າຍ, ການນຳເຂົ້າ, ການສົ່ງອອກ, ການສົ່ງອອກຕໍ່, ການສົ່ງ ຜ່ານ, ການຊົມໃຊ້ພືດ, ຜະລິດຕະພັນພືດ, ວັດຖຸຕ້ອງຄວບຄຸມ ແລະ ວຽກງານປ້ອງກັນ ແລະ ກັກກັນພືດ ໃນ ສປປ ລາວ. ຂ້າງເທິງ

ມາດຕາ 7  (ປັບປຸງ) ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ລວມທັງອົງການຈັດ ຕັ້ງສາກົນກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄ້ວາວິທະຍາສາດ, ເຕັກໂນໂລຊີ, ການພັດທະນາຊັບພະຍາກອນມະນຸດ, ການປະຕິບັດ ສັນຍາ ສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ການປ້ອງກັນພືດ

 

ມາດຕາ 8  (ໃໝ່) ກິດຈະການການປ້ອງກັນພືດ

ກິດຈະການການປ້ອງກັນພືດ ມີ ດັ່ງນີ້:

1.   ການສ້າງບັນຊີສັດຕູພືດຄວບຄຸມ;

2.   ແຜນການແກ້ໄຂສຸກເສີນ ການແພ່ລະບາດຂອງສັດຕູພືດຄວບຄຸມ;

3.   ການເຝົ້າລະວັງ ແລະ ຄວບຄຸມສັດຕູພືດ;

4.   ການລາຍງານກ່ຽວກັບສັດຕູພືດ;

5.   ການວິໄຈສັດຕູພືດ;

6.   ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ;

7.       ການນຳໃຊ້ມາດຕະການຄວບຄຸມໃນເຂດກັກກັນພືດ ແລະ ເຂດກັນຊົນ;

8.       ມາດຕະການສຸຂານາໄມພືດ;

9.       ການຍົກເລີກການປະກາດເຂດລະບາດຂອງສັດຕູພືດຄວບຄຸມ;

10.     ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດແພ່ລະບາດຕໍ່າຂອງ ສັດຕູພືດ ແລະ ເຂດປອດສັດຕູພືດ;

11.     ການນຳໃຊ້ຢາປາບສັດຕູພືດ ແລະ ຊີວະພາບປາບສັດຕູພືດ;

12.     ກິດຈະການການປ້ອງກັນພືດອື່ນ. ຂ້າງເທິງ

ມາດຕາ 9  (ໃໝ່) ການສ້າງບັນຊີສັດຕູພືດຄວບຄຸມ  

ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ ສ້າງ, ປັບປຸງ ແລະ ປະກາດບັນຊີສັດຕູພືດຄວບຄຸມ ບົນ ພື້ນຖານການປະສານສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ແລ້ວແຈ້ງ ບັນຊີ ແລະ ການປ່ຽນແປງບັນຊີດັ່ງກ່າວໃຫ້ອົງການປ້ອງກັນພືດ ພາກພື້ນ ແລະ ສາກົນ ລວມທັງປະເທດ

ຄູ່ຄ້າ ຕາມການຮ້ອງຂໍ.

ບັນຊີສັດຕູພືດຄວບຄຸມ ປະກອບດ້ວຍ:

1.       ບັນຊີສັດຕູພືດກັກກັນ;

2.       ບັນຊີສັດຕູພືດທີ່ບໍ່ກັກກັນແຕ່ຕ້ອງຄວບຄຸມ;

3.       ບັນຊີສັດຕູພືດເຝົ້າລະວັງ. ຂ້າງເທິງ

ມາດຕາ 10  (ໃໝ່) ແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມ

ຂະແໜງການກະສິກຳ ແລະ ປ່າໄມ້ ສ້າງແຜນການແກ້ໄຂສຸກເສີນການແພ່ລະບາດ ຂອງສັດຕູ ພືດຄວບຄຸມ ໂດຍປະສານສົມທົບກັບ ຂະແໜງການອຸດສາຫະກຳ ແລະ ການຄ້າ, ຂະແໜງການຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງການສາທາລະນະສຸກ, ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງການການເງິນ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການປ້ອງກັນຄວາມສະຫງົບ, ຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງບົນ ພື້ນຖານສະພາບການ ແລະ ເງື່ອນໄຂທາງດ້ານພູມສັນຖານ, ນິເວດວິທະຍາ ແລະ ເງື່ອນໄຂດ້ານສຸຂາ ນາໄມພືດ, ເຕັກນິກການຄວບຄຸມສັດຕູພືດທີ່ເໝາະສົມ ໃນສະພາບແວດລ້ອມທີ່ແຕກຕ່າງກັນ, ການຜະ ລິດ, ການຕະຫຼາດ ແລະ ປັດໄຈອື່ນ ທີ່ກ່ຽວຂ້ອງ.

ແຜນການແກ້ໄຂສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມ ມີເນື້ອໃນຕົ້ນຕໍ ດັ່ງນີ້:

1.       ຂໍ້ມູນກ່ຽວກັບສັດຕູພືດທີ່ຕ້ອງຄວບຄຸມ;

2.       ລະບົບການຈັດຕັ້ງ ທາງດ້ານການບໍລິຫານ ແລະ ວິຊາການ;

3.       ມາດຕະການລວມ ແລະ ມາດຕະການສະເພາະ ທີ່ຕ້ອງນຳໃຊ້;

4.       ງົບປະມານ. ຂ້າງເທິງ

ມາດຕາ 11  (ໃໝ່) ການເຝົ້າລະວັງ ແລະ ຄວບຄຸມສັດຕູພືດ

ຂະແໜງການກະສິກຳ ແລະ ປ່າໄມ້ ປະສານສົມທົບກັບ ຂະແໜງການອື່ນ ແລະ ອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ ສ້າງລະບົບຕາໜ່າງປ້ອງກັນພືດ ເພື່ອເຝົ້າລະວັງສັດຕູພືດ ດ້ວຍການຕິດຕາມ, ສຳຫຼວດ, ພະຍາກອນ ແລະ ແຈ້ງເຕືອນກ່ຽວກັບສັດຕູພືດ.

ເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ ຕ້ອງເຝົ້າລະວັງປາກົດການເກີດຂຶ້ນຂອງສັດຕູພືດ ໃນເບື້ອງ ຕົ້ນ ດ້ວຍການສຳຫຼວດ ແລະ ຕິດຕາມ ສົມທົບກັບການຮັບຟັງຂໍ້ມູນແຈ້ງເຕືອນກ່ຽວກັບສັດຕູພືດ, ການ ນຳໃຊ້ເຕັກນິກການປ້ອງກັນພືດແບບປະສົມປະສານ ແລະ ມາດຕະການຄວບຄຸມໃຫ້ທັນເວລາ. ຂ້າງເທິງ

ມາດຕາ 12  (ໃໝ່) ການລາຍງານກ່ຽວກັບສັດຕູພືດ

ເຈົ້າຂອງພື້ນທີ່ ແລະ ເຈົ້າຂອງ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຫຼື ບຸກຄົນອື່ນ ທີ່ ພົບເຫັນປາກົດການ ການທຳລາຍ ຫຼື ການລະບາດ ຂອງສັດຕູພືດ ຕ້ອງລາຍງານຕໍ່ອົງການຄຸ້ມຄອງວຽກ ງານປ້ອງກັນ ແລະ ກັກກັນພືດ ຫຼື ອົງການປົກຄອງບ້ານທີ່ກ່ຽວຂ້ອງພາຍໃນ ຊາວສີ່ ຊົ່ວໂມງ. ໃນກໍລະນີ ທີ່ມີການລາຍງານຕໍ່ອົງການປົກຄອງບ້ານນັ້ນ ອົງການປົກຄອງດັ່ງກ່າວ ຕ້ອງລາຍງານຕໍ່ອົງການຄຸ້ມຄອງ ວຽກງານປ້ອງກັນ ແລະ ກັກກັນພືດ ພາຍໃນເວລາ ຊາວສີ່ ຊົ່ວໂມງ.

ພາຍຫຼັງໄດ້ຮັບການລາຍງານແລ້ວ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງ ລົງກວດກາ ແລະ ເກັບກຳຂໍ້ມູນ ພ້ອມທັງພິຈາລະນານຳໃຊ້ມາດຕະການສຸຂານາໄມພືດສຸກເສີນ ເປັນ ຕົ້ນ ການປະຕິບັດແຜນການແກ້ໄຂສຸກເສີນ ການແພ່ລະບາດຂອງສັດຕູພືດຄວບຄຸມເທົ່າທີ່ຈຳເປັນ ເພື່ອ ຄວບຄຸມ ຫຼື ກຳຈັດການຕິດແປດຂອງສັດຕູພືດ.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງປະເມີນຄືນການປະຕິບັດມາດຕະ ການສຸຂານາໄມພືດສຸກເສີນ ພາຍໃນກຳນົດເວລາ ສາມສິບ ວັນ ນັບຕັ້ງແຕ່ວັນນຳໃຊ້ມາດຕະການ ເພື່ອ ຍົກເລີກມາດຕະການດັ່ງກ່າວ ຫຼື ປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 14 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 13  (ໃໝ່) ການວິໄຈສັດຕູພືດ

ການວິໄຈສັດຕູພືດ ແມ່ນ ການກວດ ແລະ ຈຳແນກສັດຕູພືດ ພາຍຫຼັງໄດ້ຄົ້ນຄວ້າ ແລະ ທົດ ລອງແລ້ວ ເພື່ອເປັນຂໍ້ມູນໃຫ້ແກ່ວຽກງານ ປ້ອງກັນ ແລະ ກັກກັນພືດ. ການວິໄຈສັດຕູພືດ ໃຫ້ດຳເນີນ ຢູ່ ຫ້ອງວິໄຈສັດຕູພືດ ທີ່ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຮັບຮອງເອົາ.

ໃນກໍລະນີຈຳເປັນ ທີ່ຕ້ອງການສົ່ງຕົວຢ່າງສັດຕູພືດໄປວິໄຈຢູ່ຕ່າງປະເທດນັ້ນ ຫ້ອງວິໄຈດັ່ງກ່າວ ຕ້ອງຖືກຮັບຮອງຈາກອົງການປ້ອງກັນພືດຂອງປະເທດດັ່ງກ່າວ ແລະ ຖືກຮັບຮູ້ຢ່າງເປັນທາງການ ຈາກ ກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງສ້າງຕັ້ງ ຫ້ອງວິໄຈສັດຕູພືດ ເພື່ອສັງລວມ, ຮັກສາຕົວຢ່າງສັດ ຕູພືດ ເປັນຖານຂໍ້ມູນໃນການສ້າງບັນຊີສັດຕູພືດແຫ່ງຊາດ ຂອງ ສປປ ລາວ. ນອກຈາກນີ້ ກະຊວງວິທະ ຍາສາດ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລແຫ່ງຊາດ ແລະ ອົງການອື່ນ ກໍສາມາດສ້າງຕັ້ງຫ້ອງວິໄຈ ສັດຕູພືດຂຶ້ນໄດ້ ເພື່ອເປັນການສຶກສາ ແລະ ຄົ້ນຄວ້າເມື່ອມີຄວາມຈຳເປັນ ຕາມມາດຕະຖານທີ່ກະຊວງ ກະສິກຳ ແລະ ປ່າໄມ້ກຳນົດໄວ້. ຂ້າງເທິງ

ມາດຕາ 14  (ປັບປຸງ) ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ

ໃນກໍລະນີທີ່ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ໄດ້ຢັ້ງຢືນວ່າມີ ການລະບາດ ຂອງສັດຕູພືດຄວບຄຸມ ບົນພື້ນຖານທີ່ໄດ້ມີການປະເມີນຄວາມສ່ຽງ ແລະ ປະຕິບັດແຜນການແກ້ໄຂ ສຸກເສີນການແພ່ລະບາດຂອງສັດຕູພືດຄວບຄຸມ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 10 ຂອງກົດໝາຍສະ ບັບນີ້ແລ້ວ ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນ ຕ້ອງປະກາດເປັນເຂດລະບາດ ສັດຕູພືດຕາມການ ສະເໜີ ຂອງອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຂັ້ນຂອງຕົນ ຕາມແຕ່ລະກໍລະນີ ດັ່ງນີ້:

1.       ຖ້າສັດຕູພືດລະບາດ ຫາກເກີດຂຶ້ນໃນຂອບເຂດເມືອງ, ເທດສະບານ, ນະຄອນໃດໜຶ່ງ ແມ່ນ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນນັ້ນ ເປັນຜູ້ປະກາດ;

2.       ຖ້າສັດຕູພືດລະບາດ ຫາກເກີດຂຶ້ນຫຼາຍກວ່າໜຶ່ງເມືອງ, ເທດສະບານ, ນະຄອນ ແຕ່ ຢູ່ໃນຂອບເຂດຂອງແຂວງ, ນະຄອນຫຼວງ ແມ່ນ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງນັ້ນ ເປັນຜູ້ປະກາດ;

3.       ຖ້າສັດຕູພືດລະບາດ ຫາກເກີດຂຶ້ນຫຼາຍກວ່າໜຶ່ງແຂວງ, ນະຄອນຫຼວງ ແມ່ນ ນາຍົກ ລັດຖະມົນຕີ ເປັນຜູ້ປະກາດ.

ການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ ຕ້ອງມີເນື້ອໃນ ດັ່ງນີ້:

1.       ຂໍ້ມູນກ່ຽວກັບ ຊະນິດ ແລະ ຊີວະວິທະຍາ ຂອງສັດຕູພືດຄວບຄຸມທີ່ລະບາດ ລວມທັງ ຄວາມເປັນອັນຕະລາຍ;

2.       ຂອບເຂດພູມສັນຖານ ທີ່ໄດ້ຮັບຜົນກະທົບ ຈາກການລະບາດຂອງສັດຕູພືດຄວບຄຸມ;

3.       ພັນທະ ແລະ ໜ້າທີ່ ຂອງບຸກຄົນ,  ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ກ່ຽວຂ້ອງໃນການເຂົ້າ ຮ່ວມປ້ອງກັນ ແລະ ຄວບຄຸມ ການລະບາດຂອງສັດຕູພືດຄວບຄຸມເຂດດັ່ງກ່າວ;

4.       ມາດຕະການສຸຂານາໄມພືດ ທີ່ຕ້ອງນຳໃຊ້ໃນເຂດດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 16 ຂອງກົດໝາຍສະບັບນີ້;

5.       ກຳນົດເວລານຳໃຊ້ມາດຕະການ;

6.       ເຂດກັກກັນພືດ ແລະ ເຂດກັນຊົນ;

7.       ເງື່ອນໄຂໃນການອອກປະກາດໃໝ່.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງທົບທວນຄືນການປະກາດ ດັ່ງກ່າວ ຢ່າງຕໍ່ເນື່ອງ ເພື່ອກວດກາຄວາມສອດຄ່ອງ ແລະ ຕ້ອງສະເໜີໃຫ້ມີການປັບປຸງຄືນ ຕາມຄວາມຈຳເປັນ. ຂ້າງເທິງ

ມາດຕາ 15  (ໃໝ່) ການນຳໃຊ້ມາດຕະການຄວບຄຸມໃນ ເຂດກັກກັນພືດ ແລະ ເຂດກັນຊົນ

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງນຳໃຊ້ມາດຕະການຄວບຄຸມ ໃນເຂດ ກັກກັນພືດ ແລະ ເຂດກັນຊົນ ໂດຍປະສານສົມທົບກັບ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດັ່ງນີ້:

1.       ເຝົ້າລະວັງ, ຕິດຕາມ, ກວດກາ, ເກັບຕົວຢ່າງ ແລະ ທົດສອບຕາມຫຼັກວິຊາການ ເພື່ອ ປະເມີນສະພາບການຂອງສັດຕູພືດຄວບຄຸມ ນັບແຕ່ວັນອອກປະກາດ ຈົນເຖິງວັນຍົກເລີກເຂດດັ່ງກ່າວ;

2.       ໃຫ້ຄຳແນະນຳ ແກ່ເຈົ້າຂອງພື້ນທີ່ ຫຼື ເຈົ້າຂອງພືດ, ສະຖານທີ່ຜະລິດພືດ, ບັນຈຸພືດ ຫຼື ຜະລິດຕະພັນພືດ ທີ່ຢູ່ພາຍໃນເຂດດັ່ງກ່າວ;

3.       ທົບທວນຄືນມາດຕະການຄວບຄຸມທີ່ນຳໃຊ້ ເພື່ອຮັບປະກັນໃຫ້ມາດຕະການດັ່ງກ່າວມີ ຄວາມເໝາະສົມກັບສະພາບຕົວຈິງ.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງແຕ່ງຕັ້ງໜ່ວຍສະເພາະກິດ ເພື່ອປະຕິ ບັດມາດຕະການຄວບຄຸມ ດັ່ງນີ້:

1.       ການເຜີຍແພ່, ຈັດຕັ້ງປະຕິບັດ ແລະ ການກຳນົດມາດຕະການສຸຂານາໄມພືດສະ ເພາະ ຫຼື ເພີ່ມຕື່ມ ພ້ອມທັງການປະເມີນຄືນໃນແຕ່ລະໄລຍະ ເພື່ອຮັບປະກັນໃຫ້ມີຄວາມເໝາະສົມກັບ ສະພາບຄວາມເປັນຈິງ;

2.       ການກຳນົດ ຈຸດກັກກັນ ຫຼື ຈຸດກວດກາສະເພາະ ເພື່ອຕິດຕາມ ແລະ ຄວບຄຸມການ ເຄື່ອນຍ້າຍ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ນຳເຂົ້າ, ສົ່ງອອກເຂດດັ່ງກ່າວ ພ້ອມທັງປະ ຕິບັດມາດຕະການສຸຂານາໄມພືດ ໃນ ຈຸດກັກກັນ ຫຼື ຈຸດກວດກາສະເພາະນັ້ນ. ຂ້າງເທິງ

ມາດຕາ 16  (ໃໝ່) ມາດຕະການສຸຂານາໄມພືດ

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງນຳໃຊ້ມາດຕະການສຸຂານາໄມພືດ ໃນພື້ນທີ່ໃດໜຶ່ງ ທີ່ສັດຕູພືດຄວບຄຸມລະບາດ ຫຼື ສົງໄສ ຈະມີການລະບາດ ລວມທັງເຂດກັກກັນພືດ, ເຂດກັນຊົນ, ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດປອດສັດຕູພືດ ແລະ ເຂດ ແພ່ລະບາດຕໍ່າຂອງສັດຕູພືດ ຕາມແຕ່ລະກໍລະນີ ດັ່ງນີ້:

1.       ການບຳບັດ, ການທຳລາຍ, ການກໍາຈັດ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ລວມທັງການບຳບັດພາຫະນະ ທີ່ມີຄວາມສ່ຽງຕິດແປດສັດຕູພືດ ເພື່ອຈຳກັດການແພ່ລະບາດຂອງສັດຕູ ພືດຄວບຄຸມ, ຮັກສາເຂດປອດສັດຕູພືດ ຈາກສັດຕູພືດສະເພາະ ຫຼື ຄວບຄຸມລະດັບສັດຕູພືດ;

2.       ການຄວບຄຸມສັດຕູພືດໃຫ້ປະຕິບັດຕາມລະບຽບການຂອງອົງການຄຸ້ມຄອງວຽກງານ ປ້ອງກັນ ແລະ ກັກກັນພືດ;

3.       ການບໍ່ອະນຸຍາດ ຫຼື ການຈໍາກັດການເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມ ທີ່ຢູ່ພາຍໃນ, ນຳເຂົ້າ ຫຼື ສົ່ງອອກ ຈາກເຂດກັກກັນພືດ ຫຼື ເຂດກັນຊົນ;

4.       ການກຳນົດໃຫ້ເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ ປະຕິບັດມາດຕະການສຸຂານາໄມ ພືດສະເພາະໃດໜຶ່ງ ໃນພື້ນທີ່ ທີ່ຕົນຮັບຜິດຊອບ;

5.       ການບໍ່ອະນຸຍາດປູກພືດໃດໜຶ່ງ  ຫຼື ປູກພືດດັ່ງກ່າວຊໍ້າຄືນ ໃນເຂດທີ່ກຳນົດໄວ້ສະເພາະ;

6.       ການນຳໃຊ້ມາດຕະການອື່ນ ທີ່ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ເຫັນວ່າມີຄວາມຈຳເປັນ.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ ເຈົ້້າ ຂອງພື້ນທີ່ ຫຼື ເຈົ້າຂອງພືດ ເພື່ອນຳໃຊ້ມາດຕະການສຸຂານາໄມພືດ ພາຍໃນໄລຍະເວລາທີ່ກຳນົດໄວ້. ຖ້າເຈົ້າຂອງພື້ນທີ່ ຫຼື ເຈົ້າຂອງພືດ ຫາກບໍ່ປະຕິບັດຕາມມາດຕະການສຸຂານາໄມພືດນັ້ນ ອົງການຄຸ້ມ ຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງແຕ່ງຕັ້ງເຈົ້າໜ້າທີ່ກັກກັນພືດ ເພື່ອປະສານສົມທົບກັບອົງ

ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງປະຕິບັດມາດຕະການສຸຂານາໄມພືດໃນກໍລະນີນີ້ເຈົ້າຂອງພື້ນທີ່ ຫຼືເຈົ້າຂອງພືດຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃນການປະຕິບັດມາດຕະການດັ່ງກ່າວຕາມກົດໝາຍ ແລະ ລະບຽບການ.

ໃນກໍລະນີ ມີຄວາມເສຍຫາຍຈາກການທຳລາຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ ເນື່ອງມາຈາກການປະຕິບັດມາດຕະການສຸຂານາໄມພືດນັ້ນ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງລາຍງານ ແລະ ສະເໜີຕໍ່ລັດຖະບານ ຫຼື ອົງການປົກຄອງທ້ອງຖິ່ນຂັ້ນຂອງຕົນ ເພື່ອພິ ຈາລະນາຊົດເຊີຍຕາມລະບຽບການ. ຂ້າງເທິງ

ມາດຕາ 17  (ໃໝ່) ການຍົກເລີກການປະກາດເປັນເຂດລະບາດຂອງສັດຕູພືດຄວບຄຸມ

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງປະເມີນສະພາບຂອງເຂດສັດຕູພືດ ລະບາດຢ່າງເປັນປົກກະຕິ. ໃນກໍລະນີ ສັດຕູພືດຄວບຄຸມຫາກໝົດໄປ ຫຼື ຄວາມສ່ຽງຂອງສັດຕູພືດຄວບ ຄຸມຢູ່ໃນລະດັບຕໍ່າ ຊຶ່ງບໍ່ມີຄວາມຈຳເປັນຕ້ອງຄວບຄຸມບົນພື້ນຖານການຢັ້ງຢືນທາງດ້ານວິທະຍາສາດ ນັ້ນ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ, ສະເໜີຕໍ່ລັດຖະບານ ຫຼື ອົງການປົກຄອງ

ທ້ອງຖິ່ນທີ່ອອກປະກາດນັ້ນ ຍົກເລີກການປະກາດຂອງຕົນ ລວມທັງມາດຕະການຄວບຄຸມໃນເຂດກັກ

ກັນພືດ ແລະ ເຂດກັນຊົນ. ຂ້າງເທິງ

ມາດຕາ 18  (ໃໝ່) ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດແພ່ລະບາດຕໍ່າຂອງ ສັດຕູພືດ ແລະ ເຂດປອດສັດຕູພືດ

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ປະສານສົມທົບກັບອົງການປົກຄອງທ້ອງ ຖິ່ນ ແລະ ເຈົ້າຂອງພື້ນທີ່ ຫຼື ເຈົ້າຂອງພືດ ສ້າງ ແລະ ປະກາດເປັນແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ ຜະລິດປອດສັດຕູພືດ, ເຂດແພ່ລະບາດຕໍ່າຂອງສັດຕູພືດ ແລະ ເຂດປອດສັດຕູພືດ ຕາມເງື່ອນໄຂ ດັ່ງນີ້:

1.       ໄດ້ມີການຢັ້ງຢືນວ່າບໍ່ມີສັດຕູພືດຄວບຄຸມ;

2.       ໄດ້ນຳໃຊ້ມາດຕະການສຸຂານາໄມພືດ;

3.       ໄດ້ສ້າງລະບົບຄຸ້ມຄອງ ຫຼື ລະບົບຕິດຕາມ ເພື່ອພິສູດສະພາບການປອດສັດຕູພືດ ຫຼື ລະດັບສັດຕູພືດຢູ່ໃນລະດັບຕໍ່າ. ຂ້າງເທິງ

ມາດຕາ 19  (ໃໝ່) ການນຳໃຊ້ຢາປາບສັດຕູພືດ

ການນໍາໃຊ້ຢາປາບສັດຕູພືດ ເຂົ້າໃນວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງຮັບປະກັນຄຸນນະ ພາບ, ປະສິດທິພາບ, ຄວາມປອດໄພ ຂອງຢາປາບສັດຕູພືດ ຕໍ່ຄົນ, ສັດ, ພືດ, ດິນ, ນ້ຳ ແລະ ສິ່ງແວດລ້ອມ ໂດຍປະຕິບັດຕາມຫຼັກວິຊາການຢ່າງເຂັ້ມງວດ.

ຢາປາບສັດຕູພືດທີ່ນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງຂຶ້ນທະບຽນນຳກະ ຊວງກະສິກຳ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 20  (ໃໝ່) ປະເພດຢາປາບສັດຕູພືດ

ຢາປາບສັດຕູພືດໄດ້ຈັດແບ່ງຕາມປະເພດ ດັ່ງນີ້:

1.       ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ;

2.       ຢາປາບສັດຕູພືດອັນຕະລາຍຮ້າຍແຮງ;

3.       ຢາປາບສັດຕູພືດອັນຕະລາຍປານກາງ;

4.       ຢາປາບສັດຕູພືດອັນຕະລາຍໜ້ອຍ;

5.       ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ. ຂ້າງເທິງ

ມາດຕາ 21  (ໃໝ່) ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ

ຢາປາບສັດຕູພືດອັນຕະລາຍຮ້າຍແຮງສູງ ແມ່ນ ຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນ ພິດກະທັນຫັນຕໍ່ ສຸຂະພາບ ແລະ ຊີວິດຂອງຄົນ, ນອກນີ້ ຍັງສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ ຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍ ຫ້າສິບສວ່ນຮ້ອຍ ເມື່ອໄດ້ຮັບທາດພິດ ຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານ ໜ້ອຍກວ່າ ຫ້າມິນລີກຣາມ ຫຼື ເຂົ້າທາງຜີວໜັງ ໜ້ອຍກວ່າ ຫ້າສິບມິນລີກຣາມ ຕໍ່ນ້ຳໜັກຂອງໜູ ໜຶ່ງກິໂລກຣາມ. ຢາປາບສັດຕູພືດປະເພດນີ້ ບໍ່ອະນຸ ຍາດໃຫ້້ ຜະລິດ, ນຳເຂົ້າ, ຈຳໜ່າຍ, ນຳໃຊ້ ແລະ ຄອບຄອງ. ຂ້າງເທິງ

ມາດຕາ 22  (ໃໝ່) ຢາປາບສັດຕູພືດອັນຕະລາຍຮ້າຍແຮງ

ຢາປາບສັດຕູພືດອັນຕະລາຍຮ້າຍແຮງ ແມ່ນ ຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນ ພິດກະທັນຫັນຕໍ່ ສຸຂະພາບ ແລະ ຊີວິດຂອງຄົນ, ນອກນີ້ ຍັງສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ຕົກຄ້າງຍາວນານ ຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍ ຫ້າສິບສວ່ນຮ້ອຍ ເມື່ອໄດ້ຮັບທາດພິດ ຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານ ຫ້າ ຫາ ຫ້າສິບມິນລີກຣາມ ຫຼື ເຂົ້າທາງຜິວໜັງ ໜ້ອຍກວ່າ ຫ້າສິບ ຫາ ສອງຮ້ອຍ ມິນລີກຣາມ ຕໍ່ນ້ຳໜັກຂອງໜູ ໜຶ່ງກິໂລກຣາມ. ຢາປາບສັດຕູພືດ ປະ ເພດນີ້ ບໍ່ອະນຸຍາດໃຫ້ ຜະລິດ, ນຳເຂົ້າ, ຈຳໜ່າຍ, ນຳໃຊ້ ແລະ ຄອບຄອງ, ຍົກເວັ້ນ ນຳໃຊ້ເພື່ອການ ຄົ້ນຄ້ວາ ແລະ ການພັດທະນາເຕັກໂນໂລຊີຂອງລັດຖະບານ, ການປ້ອງກັນ ແລະ ຄວບຄຸມສັດຕູພືດ ກັກກັນ ຫຼື ພາຫະນະເຊື້ອພະຍາດ ແຕ່ຕ້ອງໄດ້ຂຶ້ນທະບຽນ ແລະ ຂໍອະນຸຍາດນຳ ກະຊວງກະສິກຳ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 23  (ໃໝ່) ຢາປາບສັດຕູພືດອັນຕະລາຍປານກາງ

ຢາປາບສັດຕູພືດອັນຕະລາຍປານກາງ ແມ່ນ ຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນ ພິດຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ຈາກຜົນໄດ້ຮັບທີ່ເຮັດໃຫ້ໜູທົດລອງຕາຍ ຫ້າສິບສວ່ນຮ້ອຍ ເມື່ອໄດ້ຮັບທາດພິດ ຂອງຢາປາບສັດຕູພືດເຂົ້າທາງປາກໃນປະລິມານ ຫ້າ ຫາ ສອງພັນ ມິນລີກຣາມ ຫຼື ເຂົ້າທາງຜິວໜັງ ສອງຮ້ອຍ ຫາ ສອງພັນ ມິນລີກຣາມ ຕໍ່ນ້ຳໜັກຂອງໜູ ໜຶ່ງກິໂລກຣາມ. ຢາປາບສັດຕູພືດ ປະເພດນີ້ສາ ມາດຜະລິດ, ນຳເຂົ້າ, ຈຳໜ່າຍ, ນຳໃຊ້ ແລະ ຄອບຄອງ ໂດຍຕ້ອງຂຶ້ນທະບຽນ ແລະ ຂໍອະນຸຍາດນຳ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຕາມລະບຽບ ການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 24  (ໃໝ່) ຢາປາບສັດຕູພືດອັນຕະລາຍໜ້ອຍ 

ຢາປາບສັດຕູພືດອັນຕະລາຍໜ້ອຍ ແມ່ນ ຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມເປັນພິດ ຕໍ່ສຸຂະພາບ ແລະ ຊີວິດຂອງຄົນຈາກຜົນໄດ້ຮັບ ທີ່ເຮັດໃຫ້ໜູທົດລອງຕາຍ ຫ້າສິບສວ່ນຮ້ອຍ ເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກ ຫຼື ຜີວໜັງໃນປະລິມານຫຼາຍກວ່າ ສອງພັນມິນລີກຣາມ ຕໍ່ ນ້ຳໜັກຂອງໜູ ໜຶ່ງກິໂລກຣາມ. ຢາປາບສັດຕູພືດປະເພດນີ້ ສາມາດຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງອອກ, ນຳໃຊ້ ແລະ ຄອບຄອງ ໂດຍຕ້ອງຂຶ້ນທະບຽນ ແລະ ຂໍອະນຸຍາດນຳຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງປະຕິບັດຕາມລະບຽບ ການທີ່ກ່ຽວຂ້ອງຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 25  (ໃໝ່) ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ

ຢາປາບສັດຕູພືດອັນຕະລາຍບໍ່ມີພິດກະທັນຫັນ ແມ່ນ ຢາປາບສັດຕູພືດທີ່ມີຄຸນລັກສະນະຄວາມ ເປັນພິດຕໍ່ສຸຂະພາບ ແລະ ຊີວິດຂອງຄົນ ແຕ່ບໍ່ອອກລິດທັນທີຈາກຜົນໄດ້ຮັບ ທີ່ເຮັດໃຫ້ໜູທົດລອງຕາຍ ຫ້າສິບສວ່ນຮ້ອຍ ເມື່ອໄດ້ຮັບທາດພິດຂອງຢາປາບສັດຕູພືດເຂົ້າທາງປາກ ຫຼື ຜີວໜັງໃນປະລິມານ ຫ້າພັນມິນລີກຣາມ ຫຼື ຫຼາຍກວ່າ ຕໍ່ນ້ຳໜັກຂອງໜູ ໜຶ່ງກິໂລກຣາມ. ຢາປາບສັດຕູພືດປະເພດນີ້ ສາມາດຜະລິດ, ນຳເຂົ້າ, ຈຳໜ່າຍ, ສົ່ງອອກ, ນຳໃຊ້ ແລະ ຄອບຄອງ ໂດຍຕ້ອງຂຶ້ນທະບຽນ ແລະ ຂໍອະ ນຸຍາດນຳ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຕ້ອງປະຕິບັດຕາມລະບຽບການທີ່ກ່ຽວຂ້ອງ ຢ່າງ ເຂັ້ມງວດ, ຍົກເວັ້ນຢາປາບສັດຕູພືດຊີວະພາບ ທີ່ມີຄວາມປອດໄພຕໍ່ສຸຂະພາບຂອງ ຄົນ, ສັດ ແລະ ສິ່ງແວດລ້ອມ ບໍ່ຕ້ອງຂຶ້ນທະບຽນ, ແຕ່ຕ້ອງໄດ້ຂໍອະນຸຍາດ ນຳຂະແໜງການກະສິກຳ ແລະ ປ່າໄມ້. ຂ້າງເທິງ

ມາດຕາ 26  (ໃໝ່)  ບັນຊີຢາປາບສັດຕູພືດ

ບັນຊີຢາປາບສັດຕູພືດ ທີ່ອະນຸຍາດໃຫ້ນຳໃຊ້ ແລະ ຫ້າມນຳໃຊ້ ໃນ ສປປ ລາວ ແມ່ນ ກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ ໂດຍມີການປະສານສົມທົບກັບກະຊວງທີ່ກ່ຽວຂ້ອງ.

ບັນຊີຢາປາບສັດຕູພືດ ທີ່ອະນຸຍາດໃຫ້ນຳໃຊ້ນັ້ນ ຕ້ອງມີຂໍ້ມູນກ່ຽວກັບຜູ້ຂຶ້ນທະບຽນ, ຊື່ການ ຄ້າ, ຊື່ສາມັນ, ສານອອກລິດ ແລະ ອັດຕາການນຳໃຊ້, ປະເພດຢາປາບສັດຕູພືດ, ສັດຕູພືດ ແລະ ພືດ ເປົ້າໝາຍ, ໄລຍະເວລາໃຫ້ຢຸດນຳໃຊ້ ກ່ອນການເກັບກ່ຽວພືດ. ຂ້າງເທິງ

ມາດຕາ 27  (ໃໝ່) ການນຳໃຊ້ຊີວະພາບປາບສັດຕູພືດ

ການນຳໃຊ້ຊີວະພາບປາບສັດຕູພືດ ເຂົ້າໃນວຽກງານປ້ອງກັນ ແລະ ກັກກັນພືດ ໄດ້ຮັບການສົ່ງ ເສີມເພື່ອຮັບປະກັນຄວາມປອດໄພ ແລະ ຫຼຸດຜ່ອນຄວາມສ່ຽງຕໍ່ສຸຂະພາບຂອງ ຄົນ, ສັດ, ພືດ ແລະ ສິ່ງ ແວດລ້ອມ ເປັນຕົ້ນ ການຄົ້ນຄວ້າ ແລະ ພັດທະນາຢາພື້ນເມືອງ, ເຊື້ອຊີວະວິທະຍາ, ການນໍາໃຊ້ພູມປັນ ຍາຊາວບ້ານ ແລະ ການອະນຸລັກແມງໄມ້ທີ່ເປັນປະໂຫຍດ ເພື່ອນຳໃຊ້ເຂົ້າໃນການຄວບຄຸມສັດຕູພືດ. ຂ້າງເທິງ

 

ພາກທີ III
ການກັກກັນພືດ

 

ມາດຕາ 28  (ໃໝ່) ກິດຈະການການກັັກກັນພືດ

ກິດຈະການ ການກັກກັນພືດ ມີດັ່ງນີ້:

1.       ການນຳເຂົ້າ;

2.       ການສົ່ງອອກ;

3.       ການສົ່ງຜ່ານ;

4.       ການບໍາບັດ. ຂ້າງເທິງ

ໝວດທີ 1
ການນຳເຂົ້າ

ມາດຕາ 29  (ໃໝ່)  ການກຳນົດເງື່ອນໄຂການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ

ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດເງື່ອນໄຂການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມບົນພື້ນຖານການວິໄຈຄວາມສ່ຽງສັດຕູພືດ ຫຼື ມາດຕະຖານສາກົນດ້ານມາດຕະການ

ສຸຂານາໄມພືດ.

ການກຳນົດເງື່ອນໄຂການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ໃຫ້ປະຕິບັດ ດັ່ງນີ້:

1.       ທົບທວນເງື່ອນໄຂການນຳເຂົ້າດັ່ງກ່າວ ໃນແຕ່ລະໄລຍະ, ປັບປຸງ ຫຼື ຍົກເລີກທັນທີ ໃນ ກໍລະນີທີ່ເງື່ອນໄຂ ມີການປ່ຽນແປງ ຫຼື ມີປັດໄຈໃໝ່ດ້ານສຸຂານາໄມພືດ;

2.       ເຂົ້າຮ່ວມການເຈລະຈາສອງຝ່າຍ ຫຼື ຫຼາຍຝ່າຍ ເພື່ອປະເມີນ ແລະ ຍອມຮັບມາດຕະ ການດ້ານສຸຂານາໄມພືດ ຊຶ່ງກັນ ແລະ ກັນ ລວມທັງດໍາເນີນການກວດກາກ່ອນສົ່ງອອກ ຢູ່ປະເທດຕົ້ນ ທາງ;

3.       ແຈ້ງເງື່ອນໄຂໃຫ້ອົງການປ້ອງກັນພືດສາກົນ ແລະ  ປະເທດສົ່ງອອກຢ່າງເປັນທາງການ;

4.       ຮັບຮູ້ ແຫຼ່ງຜະລິດປອດສັດຕູພືດ, ສະຖານທີ່ຜະລິດປອດສັດຕູພືດ, ເຂດແພ່ລະບາດ ຕໍ່າຂອງສັດຕູພືດ ແລະ ເຂດປອດສັດຕູພືດ ຂອງປະເທດສົ່ງອອກ ແລະ ບໍ່ເລືອກປະຕິບັດ;

5.       ຈັດປະເພດສິນຄ້າ ສຳລັບການນຳເຂົ້າຕາມຄວາມສ່ຽງຂອງສັດຕູພືດ ເພື່ອກຳນົດວັດຖຸ ຕ້ອງຄວບຄຸມ ແລະ ຍົກເວັ້ນ. ຂ້າງເທິງ

ມາດຕາ 30  (ໃໝ່) ມາດຕະການສຸຂານາໄມພືດສຳລັບການນຳເຂົ້າ

ເພື່ອສະກັດກັ້ນ ການເຂົ້າມາ ແລະ ການແພ່ລະບາດ ຂອງສັດຕູພືດຄວບຄຸມ ໃນ ສປປ ລາວ ນັ້ນ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງນໍາໃຊ້ມາດຕະການສຸຂານາໄມພືດ ສຳລັບ ການນຳເຂົ້າໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນເງື່ອນໄຂການນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ດັ່ງນີ້:

1.       ການປະຕິບັດມາດຕະການສຸຂານາໄມພືດ;

2.       ການປະຕິບັດມາດຕະການສຸກເສີນ;

3.       ການກຳນົດໃຫ້ພື້ນທີ່ສະເພາະໃດໜຶ່ງເປັນສະຖານທີ່ກັກກັນພືດ;

4.       ການບໍ່ອະນຸຍາດໃຫ້ນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຍ້ອນບໍ່ ໄດ້ປະຕິບັດມາດຕະການ ໃນການຈັດການຄວາມສ່ຽງສັດຕູພືດທີ່ເປັນໄປໄດ້ ຫຼື ບໍ່ສອດຄ່ອງກັບເງື່ອນ ໄຂການນຳເຂົ້າພືດ;

5.       ການປະຕິບັດມາດຕະການອື່ນທີ່ຈຳເປັນ. ຂ້າງເທິງ

ມາດຕາ 31  (ປັບປຸງ) ການຂໍອະນຸຍາດນຳເຂົ້າພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງ ຄວບຄຸມ ທີ່ຢູ່ໃນບັນຊີຕ້ອງຂໍອະນຸຍາດນໍາເຂົ້າ ໃຫ້ຍື່ນຄຳຮ້ອງ ແລະ ເອກະສານປະກອບ ຕໍ່ອົງການຄຸ້ມ ຄອງວຽກງານປ້ອງກັນ ແລະ ກັກກັນພືດ.

ສຳລັບ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ລຸ່ມນີ້ ກໍຕ້ອງຂໍອະນຸຍາດນຳເຂົ້າເຊັ່ນ ກັນ:

1.       ການນຳເຂົ້າ ຈາກປະເທດທີ່ຖືກຢັ້ງຢືນ ຫຼື ສົງໄສວ່າເປັນ ແຫຼ່ງຂອງສັດຕູພືດກັກກັນ;

2.       ການນຳເຂົ້າ ທີ່ຕ້ອງກັກກັນ ພາຍຫຼັງການນຳເຂົ້າ ເປັນຕົ້ນ ແນວພັນພືດ, ແມງໄມ້ທີ່ ເປັນປະໂຫຍດ, ເຊື້ອຊີວະວິທະຍາ;

3.       ການນຳເຂົ້າ ເພື່ອນຳໃຊ້ຂັ້ນສຸດທ້າຍສະເພາະໃດໜຶ່ງ ຫຼື ເພື່ອການຄົ້ນຄວ້າ ທົດລອງ;

4.       ການນຳເຂົ້າ ເພື່ອແກ້ໄຂວິກິດການດ້ານມະນຸດສະທຳ ຫຼື ໄພພິບັດທາງທຳມະຊາດ;

5.       ການນຳເຂົ້າ ທີ່ມີຄວາມຈຳເປັນຕ້ອງຕິດຕາມການຈະລາຈອນພືດ, ຜະລິດຕະພັນພືດ ຫຼື  ວັດຖຸຕ້ອງຄວບຄຸມ ໃນໄລຍະເວລາໃດໜຶ່ງ ພາຍຫຼັງການນຳເຂົ້າ.

ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ໄດ້ຮັບອະນຸຍາດນຳເຂົ້າແລ້ວ ໃຫ້ນຳເຂົ້າ ສປປ ລາວ ຕາມດ່ານ ແລະ ນຳໃຊ້ໃນຂອບເຂດ ຕາມທີ່ໄດ້ກຳນົດໄວ້ໃນໃບອະນຸຍາດນຳເຂົ້າ.

ບັນຊີ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ ໄດ້ກຳນົດໄວ້ ໃນລະບຽບການຕ່າງຫາກ.

ສຳລັບ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ບໍ່ຢູ່ໃນບັນຊີໃຫ້ປະຕິບັດຕາມເງື່ອນໄຂ

ການນຳເຂົ້າພືດ ແລະ ສາມາດແຈ້ງເອກະສານນຳເຂົ້າ ຕໍ່ດ່ານກັກກັນພືດ ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 29 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 32  (ໃໝ່) ການພິຈາລະນາອະນຸຍາດນຳເຂົ້າ

ພາຍຫຼັງໄດ້ຮັບຄຳຮ້ອງ ແລະ ເອກະສານປະກອບແລ້ວ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ  ຕ້ອງພິຈາລະນາຄຳຮ້ອງ ເພື່ອອະນຸຍາດ ຫຼື ປະຕິເສດພາຍໃນກຳນົດເວລາ ສິບວັນລັດຖະ ການ. ໃນກໍລະນີປະຕິເສດການອະນຸຍາດ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍເປັນລາຍລັກອັກສອນພ້ອມດ້ວຍເຫດ ຜົນຂອງການປະຕິເສດດັ່ງກ່າວ.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ສາມາດດັດແກ້ ຫຼື ຖອນໃບອະນຸຍາດ ນຳ ເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໄດ້ທຸກເວລາ, ໃນກໍລະນີ ມີຂໍ້ມູນກ່ຽວກັບການລະບາດຂອງສັດຕູພືດ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ນຳເຂົ້າ. ຂ້າງເທິງ

ມາດຕາ 33  (ປັບປຸງ) ເອກະສານທີ່ຕ້ອງແຈ້ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງຕໍ່ ດ່ານກັກກັນພືດນັ້ນ ເຊັ່ນ ໃບຢັ້ງຢືນສຸຂານາໄມພືດ ແລະ ເອກະສານອື່ນ ຕາມການກຳນົດ ຂອງກະຊວງກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 34  (ປັບປຸງ)  ການກວດກາການນຳເຂົ້າ

ການນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຕ້ອງຜ່ານການກວດກາຂອງເຈົ້າ ໜ້າທີ່ກັກກັນພືດ, ຖ້າວ່າຊຸດສິນຄ້າ ຫາກມີເອກະສານຄົບຖ້ວນ, ຖືກຕ້ອງ ແລະ ໄດ້ປະຕິບັດຕາມມາດ ຕະການສຸຂານາໄມພືດສຳລັບການນຳເຂົ້ານັ້ນແລ້ວ ຕ້ອງອອກໃບແຈ້ງຜ່ານເພື່ອແຈ້ງພາສີໃນຂັ້ນຕອນ ຕໍ່ໄປ.

ໃນກໍລະນີ ຊຸດສິນຄ້າ ຫາກມີເອກະສານບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ຫຼື ບໍ່ໄດ້ປະຕິບັດຕາມມາດຕະ ການສຸຂານາໄມພືດສຳລັບການນຳເຂົ້າ ຫຼື ໄດ້ພົບເຫັນສັດຕູພືດຄວບຄຸມນັ້ນ ເຈົ້າໜ້າທີ່ກັກກັນພືດ ຕ້ອງແຈ້ງໃຫ້ຜູ້ນຳເຂົ້າ ແລະ ປະຕິບັດຕາມມາດຕະການສຸກເສີນໃດໜຶ່ງ ດັ່ງນີ້:

1.       ກັກພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຈົນກວ່າຈະໄດ້ຮັບເອກະສານທີ່ຄົບ ຖ້ວນ, ຖືກຕ້ອງ  ຫຼື ສຳເລັດການກວດກາ, ເກັບຕົວຢ່າງ ແລະ ການທົດສອບທີ່ຈຳເປັນ ທາງດ້ານວິຊາການ;

2.       ໃຫ້ຜູ້ນຳເຂົ້າ ເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໄປຍັງສະຖານີ ກັກກັນພືດ ຫຼື ສະຖານທີ່ອື່ນ ເພື່ອບຳບັດຕາມການກຳນົດ ຂອງອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ຜູ້ນຳເຂົ້າ ດຳເນີນການບຳບັດພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ດັ່ງກ່າວ;

3.       ໃຫ້ຜູ້ນຳເຂົ້າ ຄັດເລືອກ, ແຍກປະເພດ ແລະ ສັບຊ້ອນພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຢ່າງຖືກຕ້ອງ ຕາມໃບຢັ້ງຢືນສຸຂານາໄມພືດ;

4.       ປະຕິເສດການນຳເຂົ້າ ແລະ ໃຫ້ຜູ້ນຳເຂົ້າ ສົ່ງກັບຄືນປະເທດຕົ້ນທາງ;

5.       ທຳລາຍຖິ້ມ ຫຼື ປະຕິບັດມາດຕະການສຸກເສີນອື່ນ.

ຄ່າໃຊ້ຈ່າຍໃນການປະຕິບັດມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ, ການສົ່ງກັບຄືນ ປະເທດຕົ້ນທາງ ແລະ ການທຳລາຍຖິ້ມ ໃຫ້ເປັນຄວາມຮັບຜິດຊອບຂອງຜູ້ນຳເຂົ້າ.

ໃນກໍລະນີປະຕິເສດການນຳເຂົ້ານັ້ນ ເຈົ້າໜ້າທີ່ກັກກັນພືດປະຈໍາດ່ານ ຕ້ອງແຈ້ງເຫດຜົນ ແລະ ໃຫ້ຂໍ້ມູນເພີ່ມຕື່ມໃຫ້ແກ່ຜູ້ນຳເຂົ້າ  ຢ່າງເປັນລາຍລັກອັກສອນ.

ເຈົ້າໜ້າທີ່ກັກກັນພືດປະຈຳດ່ານ ຕ້ອງກວດກາພືດ, ຜະລິດຕະພັນພືດ  ແລະ ວັດຖຸຕ້ອງຄວບ ຄຸມຢູ່ດ່ານກັກກັນພືດໃນໂມງລັດຖະການເທົ່ານັ້ນ ເວັ້ນເສຍແຕ່ກໍລະນີ ດັ່ງນີ້:

1.       ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ເນົ່າເປື່ອຍງ່າຍ;

2.       ປະລິມານການນຳເຂົ້າ ມີຫຼາຍ ແລະ ບໍ່ມີສາງ ຫຼື ສະຖານທີ່ເກັບມ້ຽນບໍ່ພຽງພໍ;

3.       ມີການຄ່ຽນຖ່າຍ;

4.       ມີການແຍກປ່ຽວ ຫຼື ກັກກັນ;

5.       ມີເຫດສຸດວິໄສທີ່ພາໃຫ້ການນຳເຂົ້າຊັກຊ້າ. ຂ້າງເທິງ

ມາດຕາ 35  (ໃໝ່)  ການນຳເຂົ້າຜ່ານທາງໄປສະນີ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຜ່ານທາງໄປສະນີ ຕ້ອງແຈ້ງລາຍການພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ພ້ອມດ້ວຍເອກະ ສານກ່ຽວຂ້ອງ ຕໍ່ເຈົ້າໜ້າທີ່ກ່ຽວຂ້ອງປະຈຳຢູ່ຫ້ອງການໄປສະນີ ໃນເວລາຊຸດສິນຄ້າທີ່ຂົນສົ່ງມາເຖິງ ແລະ ເກັບຮັກສາໄວ້ເພື່ອປ້ອງກັນຄວາມປອດໄພ ຕາມຫຼັກວິຊາການ.

ເຈົ້າໜ້າທີ່ກ່ຽວຂ້ອງປະຈຳຢູ່ຫ້ອງການໄປສະນີ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານປ້ອງກັນ

 ແລະ ກັກກັນພືດກ່ຽວກັບການມາເຖິງຂອງວັດສະດຸ ເພື່ອດຳເນີນການກວດກາ. ໃນກໍລະນີພົບເຫັນສັດຕູ

ພືດຄວບຄຸມ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ຂອງກົດໝາຍສະບັບນີ້.

ສຳລັບການນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕາມບັນຊີທີ່ຕ້ອງຂໍອະນຸ ຍາດນຳເຂົ້າ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ  31 , 32 ແລະ 33 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 36  (ປັບປຸງ) ການນໍາເຂົ້າ ຕິດຕົວ ແລະ ພາຫະນະ ທີ່ເດີນທາງເຂົ້າມາໃນ ສປປ ລາວ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳ ພືດ, ຜະລິດຕະພັນພືດ  ຫຼື ວັດຖຸຕ້ອງຄວບຄຸມ ຕິດ ຕົວເຂົ້າມາໃນ ສປປ ລາວ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ກັກກັນພືດ, ໃນກໍລະນີບໍ່ມີເຈົ້າໜ້າທີ່ກັກກັນພືດ ປະຈໍາ ດ່ານນັ້ນ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານ ໃນເວລາມາເຖິງດ່ານກັກກັນພືດ.

ຜູ້ໃຫ້ບໍລິການປະຈຳ ສາຍການບິນ, ລົດໂດຍສານ, ລົດໄຟ, ເຮືອ ແລະ ການຂົນສົ່ງໃນຮູບແບບ ອື່ນ ທີ່ເດີນທາງເຂົ້າມາ ສປປ ລາວ ຕ້ອງປະກາດລະບຽບການກ່ຽວກັບການແຈ້ງລາຍການ ພືດ, ຜະລິດ ຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໃຫ້ຜູ້ໂດຍສານ ຫຼື ຜູ້ເດີນທາງ.

ພາຫະນະທີ່ເຂົ້າມາ ສປປ ລາວ ຕ້ອງຜ່ານການຂ້າເຊື້ອ ຫຼື ບຳບັດ ໃນກໍລະນີທີ່ອົງການຄຸ້ມຄອງ ວຽກງານປ້ອງກັນ ແລະ ກັກກັນພືດ  ເຫັນວ່າມີຄວາມຈຳເປັນ ບົນພື້ນຖານການວິໄຈຄວາມສ່ຽງສັດຕູພືດ.

ສຳລັບການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມຕິດຕົວ ທີ່ຢູ່ໃນບັນຊີທີ່ ຕ້ອງ ຂໍອະນຸຍາດນຳເຂົ້າ ໃຫ້ປະຕິບັດຕາມ ທີ່ໄດ້ກຳນົດໄວ້ໃນ ມາດຕາ 31, 32 ແລະ 33 ຂອງກົດໝາຍສະ ບັບນີ້. ຂ້າງເທິງ

ມາດຕາ 37  (ໃໝ່) ເງື່ອນໄຂພາຍຫຼັງການນຳເຂົ້າວັດຖຸຕ້ອງຄວບຄຸມທີ່ມີຄວາມສ່ຽງສູງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ນຳເຂົ້າວັດຖຸຕ້ອງຄວບຄຸມທີ່ມີຄວາມສ່ຽງສູງ ເປັນຕົ້ນ ແນວພັນພືດ, ຊີວະພາບປາບສັດຕູພືດ ຕ້ອງຜ່ານການແຍກປ່ຽວ ຫຼື ກັກກັນ ຢູ່ສະຖານີກັກກັນພືດຂອງ ລັດ ຫຼື ສະຖານທີ່ສະເພາະໃດໜຶ່ງຂອງຜູ້ປະກອບການ ທີ່ມີເງື່ອນໄຂຄົບຖ້ວນ ເພື່ອຕິດຕາມ, ກວດກາ, ຄົ້ນຄວ້າ, ທົດສອບ, ບຳບັດ, ກັກ ຫຼື ທຳລາຍ.

ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ ສ້າງຕັ້ງ ແລະ ຮັບຮອງ ສະຖານີກັກກັນພືດ ແລະ ສະຖານ ທີ່ກັກແຍກປ່ຽວພືດ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້. ຂ້າງເທິງ

ໝວດທີ 2
ການສົ່ງອອກ

ມາດຕາ 38  (ປັບປຸງ) ການສົ່ງອອກ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ໃຫ້ສະເໜີຕໍ່ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ເພື່ອປະຕິບັດມາດຕະ ການສຸຂານາໄມພືດຕາມເງື່ອນໄຂການນຳເຂົ້າຂອງປະເທດປາຍທາງ. ສຳລັບພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ບໍ່ຢູ່ໃນບັນຊີຄວບຄຸມການກັກກັນພືດຂອງປະເທດປາຍທາງ ໃຫ້ສົ່ງອອກຕາມລະ ບຽບການທີ່ກ່ຽວຂ້ອງ.

ໃນກໍລະນີປະເທດປາຍທາງ ຫາກກຳນົດໃຫ້ມີການສະເໜີຂໍເປີດຕະຫຼາດ, ຂຶ້ນທະບຽນດ້ານ ສຸຂານາໄມພືດ, ການຢັ້ງຢືນສຸຂານາໄມພືດ, ການບຳບັດ ຫຼື ການທົດສອບ ໃຫ້ຜູ້ສົ່ງອອກຮັບຜິດຊອບ ຄ່າໃຊ້ຈ່າຍໃນການດຳເນີນການທີ່ກ່ຽວຂ້ອງນັ້ນ. ຂ້າງເທິງ

ມາດຕາ 39  (ໃໝ່) ການສົ່ງອອກຕໍ່

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງອອກຕໍ່  ຊຸດສິນຄ້າ ໃຫ້ສະເໜີຕໍ່ອົງການ ຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ເພື່ອກວດກາ ແລະ ຢັ້ງຢືນສຸຂານາໄມພືດສົ່ງອອກຕໍ່ ຖ້າ ພົບເຫັນວ່າຊຸດສິນຄ້ານັ້ນຫາກເກີດການຕິດແປດ,ປົນເປື້ອນສັດຕູພືດ,ສູນເສຍສະພາບຄວາມປອດໄພສຸຂານາໄມພືດຫຼືມີການປ່ຽນແປງຈາກສະພາບເດີມຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ສົ່ງອອກຕໍ່

ສຳລັບຊຸດສິນຄ້າ ທີ່ບໍ່ມີຄວາມສ່ຽງສັດຕູພືດ ຕາມທີ່ກຳນົດໄວ້ໃນ ວັກໜຶ່ງ ຂອງມາດຕານີ້ ໃຫ້

ສົ່ງອອກຕໍ່ຕາມລະບຽບການທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 40  (ປັບປຸງ) ການຢັ້ງຢືນການສົ່ງອອກ ແລະ ສົ່ງອອກຕໍ່

ພາຍຫຼັງໄດ້ຮັບຄຳຮ້ອງແລ້ວ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕ້ອງກວດກາ, ທົດສອບ ແລະ ບຳບັດພືດ, ຜະລິດຕະພັນພືດ, ວັດຖຸຕ້ອງຄວບຄຸມ ຫຼື ຊຸດສິນຄ້າ. ໃນກໍລະນີທີ່ຖືກຕ້ອງ ຕາມເງື່ອນໄຂສຸຂານາໄມພືດຂອງປະເທດປາຍທາງນັ້ນ ອົງການດັ່ງກ່າວ ຕ້ອງຢັ້ງຢືນສຸຂານາໄມພືດ ສໍາ ລັບການສົ່ງອອກ ຫຼື ສົ່ງອອກຕໍ່. ໃນກໍລະນີບໍ່ຖືກຕ້ອງ ກໍຕ້ອງແຈ້ງເປັນລາຍລັກອັກສອນ ພ້ອມທັງແນະ ນຳໃຫ້ຜູ້ສົ່ງອອກ ຫຼື ຜູ້ສົ່ງອອກຕໍ່ ເພື່ອທຳການປັບປຸງແກ້ໄຂ.

ພາຍຫຼັງໄດ້ຮັບການຢັ້ງຢືນສຸຂານາໄມພືດ ຜູ້ສົ່ງອອກ ຫຼື ຜູ້ສົ່ງອອກຕໍ່ ຕ້ອງປະຕິບັດຕາມການ ແນະນຳຂອງອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ.

ໃນການສົ່ງອອກຕໍ່ ທຸກຄັ້ງ ຕ້ອງມີໃບຢັ້ງຢືນສຸຂານາໄມພືດສະບັບຕົ້ນ ພ້ອມດ້ວຍເອກະສານທີ່ ກ່ຽວຂ້ອງທັງໝົດ ທີ່ປະເທດຕົ້ນທາງອອກໃຫ້ ຕິດຕາມໄປນຳ. ຂ້າງເທິງ

ໝວດທີ 3
ການສົ່ງຜ່ານ

ມາດຕາ 41  (ໃໝ່) ມາດຕະການສຸຂານາໄມພືດ ສຳລັບຊຸດສິນຄ້າສົ່ງຜ່ານ

ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດມາດຕະການສຸຂານາໄມພືດ ສຳລັບຊຸດສິນຄ້າສົ່ງ ຜ່ານ ບົນພື້ນຖານການປະເມີນຄວາມສ່ຽງ.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ສາມາດນໍາໃຊ້ມາດຕະການສຸຂານາໄມ ພືດ ສຳລັບຊຸດສິນຄ້າສົ່ງຜ່ານ ດັ່ງນີ້:

1.       ປະຕິບັດດ້ານສຸຂານາໄມພືດຕໍ່ຊຸດສິນຄ້າສົ່ງຜ່ານທີ່ເຫັນວ່າມີຄວາມສ່ຽງຕໍ່ ສປປ ລາວ;

2.       ປະຕິບັດມາດຕະການສຸກເສີນໃດໜຶ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 34 ວັກ 2 ຂອງກົດໝາຍສະບັບນີ້;

3.       ບໍ່ອະນຸຍາດໃຫ້ສົ່ງຜ່ານຊຸດສິນຄ້າ ຍ້ອນບໍ່ມີມາດຕະການໃນການຈັດການຄວາມສ່ຽງ ສັດຕູພືດທີ່ເປັນໄປໄດ້ ຫຼື ບໍ່ສອດຄ່ອງກັບມາດຕະການສຸຂານາໄມພືດ ສໍາລັບການນຳເຂົ້າ ຕາມທີ່ໄດ້ກຳ ນົດໄວ້ໃນມາດຕາ 30 ຂອງກົດໝາຍສະບັບນີ້.

ມາດຕະການສຸຂານາໄມພືດສຳລັບຊຸດສິນຄ້າສົ່ງຜ່ານ ທີ່ກຳນົດໄວ້ໃນວັກ 2 ຂອງມາດຕານີ້ ບໍ່ໃຫ້ນຳໃຊ້ໃນກໍລະນີມີການຫຸ້ມຫໍ່ທີ່ຮັບປະກັນຕໍ່ການເກີດຄວາມສ່ຽງ ໃນການລະບາດຂອງສັດຕູພືດຄວບ ຄຸມ, ໄດ້ປະຕິບັດຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງປະເທດປາຍທາງ ແລະ ມີໃບຢັ້ງຢືນສຸຂານາ ໄມພືດ ທີ່ປະເທດຕົ້ນທາງອອກໃຫ້ຕິດຕາມໄປນຳ. ຂ້າງເທິງ

ມາດຕາ 42  (ປັບປຸງ) ການຂໍອະນຸຍາດສົ່ງຜ່ານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສົ່ງຊຸດສິນຄ້າຜ່ານ ສປປ ລາວ ໃຫ້ຍື່ນຄຳຮ້ອງ ຕາມແບບພິມທີ່ກຳນົດໃຫ້ ຕໍ່ດ່ານກັກກັນພືດ.

ເຈົ້າໜ້າທີ່ກັກກັນພືດປະຈຳດ່ານ ຕ້ອງກວດກາໃບຢັ້ງຢືນສຸຂານາໄມພືດ, ພາຫະນະ ແລະ ຊຸດ ສິນຄ້າ ເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ຄວາມປອດໄພ.

ຖ້າເຫັນວ່າຊຸດສິນຄ້າສົ່ງຜ່ານ ຫາກສອດຄ່ອງກັບມາດຕະການສຸຂານາໄມພືດ ຂອງ ສປປ ລາວ ຕ້ອງອະນຸຍາດໃຫ້ສົ່ງຜ່ານໃນທັນໃດ. ໃນກໍລະນີບໍ່ສອດຄ່ອງກັບມາດຕະການສຸຂານາໄມພືດ ກໍໃຫ້ປະຕິ ເສດການສົ່ງຜ່ານ ພ້ອມທັງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ສົ່ງຜ່ານ.

ໃນກໍລະນີ ມີປາກົດການຜິດປົກກະຕິ ຫຼື ມີແຫຼ່ງຂ່າວ ຂໍ້ມູນຈາກພື້ນທີ່ ບ່ອນມີການລະບາດຂອງ ສັດຕູພືດ ຕ້ອງກວດກາຕົວຈິງຕາມຫຼັກວິຊາການ, ກົດໝາຍ ແລະ ລະບຽບການ. ເມື່ອພົບເຫັນສັດຕູພືດ ຄວບຄຸມ ຕ້ອງປະຕິບັດຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 34 ວັກ 2 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 43  (ປັບປຸງ) ການໄຂວັດສະດຸຫຸ້ມຫໍ່ ແລະ ການຄ່ຽນຖ່າຍ

ໃນໄລຍະການສົ່ງຜ່ານ ຖ້າຫາກມີການໄຂວັດສະດຸຫຸ້ມຫໍ່ ຫຼື ການຄ່ຽນຖ່າຍຊຸດສິນຄ້າ ຈາກພາ ຫະນະໜຶ່ງສູ່ພາຫະນະອື່ນ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ກັກກັນພືດປະຈຳດ່ານ ຫຼື ອົງການຄຸ້ມ ຄອງວຽກງານປ້ອງກັນ ແລະ ກັກກັນພືດ. ຂ້າງເທິງ

ໝວດທີ 4
ການບຳບັດ

ມາດຕາ 44  (ໃໝ່) ການບຳບັດ

ການບຳບັດວັດຖຸຕ້ອງຄວບຄຸມ ປະກອບດ້ວຍ ການຮົມຢາ, ການສີດຢາຂ້າເຊື້ອ, ການອົບອາຍ ຮ້ອນ, ການອົບອາຍເຢັນ, ການໃຊ້ອາຍນ້ຳຮ້ອນ, ການສາຍແສງລັງສີ ແລະ ວິທີອື່ນ ທີ່ອົງການຄຸ້ມຄອງ ວຽກງານປ້ອງກັນ ແລະ ກັກກັນພືດກຳນົດ.

ເຈົ້າໜ້າທີ່ກັກກັນພືດປະຈໍາດ່ານ ເປັນຜູ້ຕົກລົງໃຫ້ນຳໃຊ້ວິທີການບຳບັດວັດຖຸຕ້ອງຄວບຄຸມໃດ

ໜຶ່ງ ຕາມຫຼັກວິຊາການ ຕາມທີ່ໄດ້ກຳນົດໄວ້ໃນວັກ 1 ຂອງມາດຕານີ້. ຂ້າງເທິງ

ມາດຕາ 45  (ປັບປຸງ) ການກໍາຈັດ, ຂ້າເຊື້ອ ແລະ ອະນາໄມພາຫະນະ

ພາຫະນະທີ່ຂົນສົ່ງ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ເຂົ້າມາໃນ ສປປ ລາວ ທີ່ມີ ຄວາມສ່ຽງສັດຕູພືດ ຕາມແຈ້ງການຂອງ ກະຊວງກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ ຫຼື ພາຫະນະທີ່ ອອກຈາກເຂດກັກກັນພືດໃດໜຶ່ງ ລວມທັງສິ່ງຕົກຄ້າງຂອງພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໃນພາຫະນະດັ່ງກ່າວ ຕ້ອງໄດ້ຮັບການ ກຳຈັດ, ຂ້າເຊື້ອ ແລະ ອະນາໄມ. ຂ້າງເທິງ

ມາດຕາ 46   ອຸປະກອນ ແລະ ວັດສະດຸຫຸ້ມຫໍ່ ທີ່ນຳເຂົ້າ  

ອຸປະກອນ ແລະ ວັດສະດຸຫຸ້ມຫໍ່ທີ່ນຳເຂົ້າມາໃນ ສປປ ລາວ ຫາກສົງໄສວ່າຕິດແປດສັດຕູພືດ ຕ້ອງໄດ້ຜ່ານການກວດກາຈາກເຈົ້າໜ້າທີ່ກັກກັນພືດ. ໃນກໍລະນີທີ່ພົບເຫັນສັດຕູພືດ ຕ້ອງທຳການອະນາ ໄມ ແລະ ຂ້າເຊື້ອ ຕາມຫຼັກວິຊາການ. ຂ້າງເທິງ

ພາກທີ IV
ທຸລະກິດການປ້ອງກັນ ແລະ ການກັກກັນພືດ

ໝວດທີ 1
ການຂໍອະນຸຍາດດຳເນີນທຸລະກິດ ແລະ ປະເພດທຸລະກິດ

ມາດຕາ 47  (ປັບປຸງ) ການຂໍອະນຸຍາດດຳເນີນທຸລະກິດການປ້ອງກັນ ແລະ ການກັກກັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດການປ້ອງກັນ ແລະ ການກັກ ກັນພືດ ໃຫ້ຍື່ນຄຳຮ້ອງຂໍອະນຸຍາດທາງດ້ານວິຊາການນຳ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂໍຂຶ້ນທະບຽນວິສາຫະກິດນຳ ຂະແໜງການ ອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍອື່ນ ແລະ ລະບຽບ ການ ທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 48  (ປັບປຸງ) ປະເພດທຸລະກິດການປ້ອງກັນ ແລະ ການກັກກັນພືດ

ປະເພດທຸລະກິດການປ້ອງກັນ ແລະ ການກັກກັນພືດ ມີ ດັ່ງນີ້:

1.       ການບໍລິການວິໄຈສັດຕູພືດ;

2.       ການບໍລິການການປ້ອງກັນ ແລະ ການກໍາຈັດສັດຕູພືດ;

3.       ການນຳເຂົ້າ ແລະ ຈຳໜ່າຍແນວພັນປອດສັດຕູພືດ, ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະກອນປ້ອງກັນພືດ;

4.       ການບໍລິການສຸຂານາໄມພືດສົ່ງອອກ;

5.       ໂຮງຮຽນວິຊາຊີບ, ສູນຝຶກອົບຮົມ ດ້ານການປ້ອງກັນ ແລະ ການກັກກັນພືດ;

6.       ການໂຄສະນາກ່ຽວກັບການປ້ອງກັນ ແລະ ການກັກກັນພືດ;

7.       ທຸລະກິດອື່ນກ່ຽວກັບການປ້ອງກັນ ແລະ ການກັກກັນພືດ. ຂ້າງເທິງ

ມາດຕາ 49  (ໃໝ່) ການບໍລິການວິໄຈສັດຕູພືດ

ການບໍລິການວິໄຈສັດຕູພືດ ແມ່ນ ການດຳເນີນທຸລະກິດກ່ຽວກັບການວິເຄາະຫາສາເຫດການ ຖືກທຳລາຍ, ການຈໍາແນກ ແລະ ການວິໄຈຊະນິດສັດຕູພືດ ຫຼື ການສຶກສາ, ການຄົ້ນຄວ້າ ວິທະຍາສາດ ກ່ຽວກັບສັດຕູພືດ ແລະ ການຄວບຄຸມສັດຕູພືດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບການບໍລິການວິໄຈ ສັດຕູພືດ ຕ້ອງມີຫ້ອງວິໄຈສັດຕູພືດ ແລະ ປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບສະຖານທີ່ຕັ້ງ, ພື້ນຖານໂຄງລ່າງ, ນັກວິຊາການ, ເຄື່ອງມືການວິໄຈ ແລະ ລະບົບການຄຸ້ມຄອງຮັກສາຄຸນນະພາບຂອງ ການວິໄຈສັດຕູພືດ ທີ່ມີຄວາມຊັດເຈນ ແລະ ທັນກັບສະພາບການ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ ກະຊວງກະສິກຳ ແລະ ປ່າໄມ້ ກຳນົດອອກ. ຂ້າງເທິງ

ມາດຕາ 50  (ໃໝ່) ການບໍລິການການປ້ອງກັນ ແລະ ການກໍາຈັດສັດຕູພືດ

ການບໍລິການການປ້ອງກັນ ແລະ ການກໍາຈັດສັດຕູພືດ ແມ່ນ ການດຳເນີນທຸລະກິດກ່ຽວກັບ ການໃຫ້ຄຳປຶກສາດ້ານການປ້ອງກັນ ແລະ ການກໍາຈັດສັດຕູພືດ, ການກຳຈັດສັດຕູພືດດ້ວຍ ການສີດ ຢາຂ້າເຊື້ອ, ການຮົມຢາ, ການສາຍແສງລັງສີ, ການຜະລິດແນວພັນປອດສັດຕູພືດ, ຢາປາບ ສັດຕູພືດ ແລະ ຊີວະພາບປາບສັດຕູພືດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບການໃຫ້ບໍລິການ ກຳຈັດສັດຕູພືດ  ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບສະຖານທີ່ຕັ້ງ, ນັກວິຊາການ, ພື້ນ ຖານໂຄງລ່າງ, ລະບົບປອດສັດຕູພືດ, ລະບົບຮັກສາຄວາມປອດໄພ ແລະ ລະບົບການຄຸ້ມຄອງຮັກສາ ຄຸນນະພາບຂອງການຜະລິດ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກະຊວງກະສິກຳ ແລະ ປ່າໄມ້ ກຳ ນົດອອກ. ຂ້າງເທິງ

ມາດຕາ 51  (ໃໝ່) ການນຳເຂົ້າ ແລະ ຈຳໜ່າຍແນວພັນປອດສັດຕູພືດ, ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະກອນປ້ອງກັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບການນໍາເຂົ້າ ແລະ ຈຳໜ່າຍແນວພັນປອດສັດຕູພືດ, ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະກອນປ້ອງກັນ

ພືດ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ກ່ຽວກັບ ສະຖານທີ່ຕັ້ງ, ນັກວິຊາການ, ພື້ນຖານໂຄງລ່າງ, ລະບົບຄວາມປອດໄພ ແລະ ລະບົບການຄຸ້ມຄອງຮັກສາຄຸນນະພາບຂອງກິດຈະການ ທີ່ ກະຊວງກະສິ ກຳ ແລະ ປ່າໄມ້ ກຳນົດ. ຂ້າງເທິງ

ມາດຕາ 52 (ໃໝ່)  ການບໍລິການສຸຂານາໄມພືດສົ່ງອອກ

ການບໍລິການສຸຂານາໄມພືດສົ່ງອອກ ແມ່ນ ການດຳເນີນທຸລະກິດກ່ຽວກັບການຈັດຕັ້ງປະຕິບັດ ມາດຕະການສຸຂານາໄມພືດ ສຳລັບການສົ່ງອອກ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂການນໍາເຂົ້າ ຂອງປະ ເທດປາຍທາງ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດໍາເນີນທຸລະກິດກ່ຽວກັບການບໍລິການສຸຂາ ນາໄມພືດສົ່ງອອກ ຕ້ອງມີ ນັກວິຊາການ, ລະບົບການຄວບຄຸມ ແລະ ກຳຈັດສັດຕູພືດ, ລະບົບການບັນ ທຶກ ແລະ ກວດກາແຫຼ່ງຂອງພືດ ແລະ ມາດຕະການປ້ອງກັນຄວາມປອດໄພຂອງຊຸດສິນຄ້າ ຕາມການ ຢັ້ງຢືນສຸຂານາໄມພືດ ທີ່ກະຊວງກະສິກໍາ ແລະ ປ່າໄມ້ ກຳນົດອອກໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 53  (ໃໝ່) ໂຮງຮຽນວິຊາຊີບ, ສູນຝຶກອົບຮົມ ດ້ານການປ້ອງກັນ ແລະ ການກັກກັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບໂຮງຮຽນວິຊາຊີບ ດ້ານການປ້ອງກັນ ແລະ ການກັກກັນພືດ ຕ້ອງປະຕິບັດຕາມລະບຽບການ ແລະ ຫຼັກສູດການຮຽນການ ສອນ ທີ່ມີການຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມສາ ມາດທາງດ້ານວິຊາການໃຫ້ສົມຄູ່ກັບການພັດທະນາວຽກງານປ້ອງກັນ ແລະ  ກັກກັນພືດໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 54  (ໃໝ່) ການໂຄສະນາກ່ຽວກັບການປ້ອງກັນ ແລະ ການກັກກັນພືດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດການໂຄສະນາກ່ຽວກັບການ ປ້ອງກັນ ແລະ ການກັກກັນພືດ ເປັນຕົ້ນ ການສ້າງສາລະຄະດີ, ແຜ່ນພັບ, ປົດສະເຕີ, ຄູ່ມືວິຊາການກ່ຽວ ກັບການລະບາດ ແລະ ການທຳລາຍຂອງສັດຕູພືດ, ການປ້ອງກັນພືດດ້ວຍວິທີການຕ່າງໆ ຕ້ອງຂໍອະ ນຸຍາດນຳ ອົງການຄຸ້ມຄອງວຽກງານ ປ້ອງກັນ ແລະ ກັກກັນພືດ ແລະ ຕ້ອງຂໍອະນຸຍາດນຳຂະແໜງ ການທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດທີ 2
ການໂຈະ ແລະ ການຍົກເລີກ

ມາດຕາ 55  (ໃໝ່)  ການໂຈະການດຳເນີນທຸລະກິດ

ການດຳເນີນທຸລະກິດການປ້ອງກັນ ແລະ ການກັກກັນພືດ ຈະຖືກໂຈະໂດຍຂະແໜງການທີ່ກ່ຽວ ຂ້ອງ:

1.   ຕາມການສະເໜີ ຂອງຜູ້ດຳເນີນທຸລະກິດ ໃນກໍລະນີທີ່ປະສົບບັນຫາດ້ານທຸລະກິດ;

2.   ຕາມການສະເໜີ ຂອງອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຫຼື ຕາມຄຳເຫັນຂອງຂະແໜງການທີ່ກ່ຽວຂ້ອງ ໃນກໍລະນີທີ່ຜູ້ດຳເນີນທຸລະກິດ ຫາກໄດ້ລະເມີດກົດໝາຍ ຫຼື ລະ ບຽບການກ່ຽວກັບການປ້ອງກັນ ແລະ ກັກກັນພືດ ຫຼື ມີພຶດຕິກຳອື່ນ ທີ່ສ້າງຜົນເສຍຫາຍຕໍ່ເສດຖະກິດ- ສັງຄົມ ແລະ ສິ່ງແວດລ້ອມ.

ການໂຈະການດຳເນີນທຸລະກິດ ຕ້ອງມີກຳນົດເວລາອັນແນ່ນອນ ເພື່ອຊອກຫາວິທີແກ້ໄຂ ຫຼື ປັບ ປຸງໃຫ້ຄືນສູ່ສະພາບປົກກະຕິ. ໃນກໍລະນີ ທີ່ບໍ່ສາມາດແກ້ໄຂໄດ້ ທຸລະກິດນັ້ນກໍຈະຖືກຍຸບເລີກ ຕາມກົດ ໝາຍ. ຂ້າງເທິງ

ມາດຕາ 56  (ໃໝ່) ການຍົກເລີກການດຳເນີນທຸລະກິດ

ການດຳເນີນທຸລະກິດການປ້ອງກັນ ແລະ ການກັກກັນພືດ ຈະຖືກຍົກເລີກ ໂດຍຂະແໜງການ ທີ່ກ່ຽວຂ້ອງ:

1. ຕາມການສະເໜີ ຂອງອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ໃນກໍລະ ນີທີ່ມີການລະເມີດຢ່າງຮ້າຍແຮງ  ຫຼື ບໍ່ປະຕິບັດຕາມຄຳແນະນຳ;

2. ເມື່ອມີການຖອນ ໃບອະນຸຍາດດຳເນີນທຸລະກິດສຸຂານາໄມພືດ.

ຂັ້ນຕອນການພິຈາລະນາຍົກເລີກການດຳເນີນທຸລະກິດ ມີ ດັ່ງນີ້:

1. ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ອອກແຈ້ງການເຕືອນຜູ້ດຳເນີນທຸລະກິດໃນກໍລະນີທີ່ເຫັນວ່າ ມີການດຳເນີນຂັດກັບກົດໝາຍ, ມີຜົນກະທົບຢ່າງຮ້າຍແຮງຕໍ່ເສດຖະກິດ- ສັງຄົມ ແລະ ສິ່ງແວດລ້ອມ ເພື່ອໃຫ້ແກ້ໄຂ ແລະ ປັບປຸງ ພາຍໃນກຳນົດເວລາທີ່ເໝາະສົມ ນັບແຕ່ວັນ ອອກແຈ້ງການເປັນຕົ້ນໄປ ພ້ອມທັງເຮັດບົດບັນທຶກກັບຜູ້ດຳເນີນທຸລະກິດ;

2.ຖ້າຜູ້ດຳເນີນທຸລະກິດຫາກບໍ່ໄດ້ແກ້ໄຂ ແລະ ປັບປຸງພາຍໃນກຳນົດເວລາດັ່ງກ່າວແລ້ວອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດກໍຈະອອກແຈ້ງການເຕືອນເປັນຄັ້ງທີສອງ ເພື່ອໃຫ້ຜູ້ດຳເນີນທຸລະກິດ ຕ້ອງແກ້ໄຂ  ແລະ  ປັບປຸງໃນກຳນົດເວລາອັນຄວນ;

3. ຖ້າຜູ້ດຳເນີນທຸລະກິດ ຫາກຍັງບໍ່ປະຕິບັດພາຍໃນກຳນົດເວລາດັ່ງກ່າວ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດຈຶ່ງອອກແຈ້ງການຍົກເລີກ ແລະ ແຈ້ງໃຫ້ສື່ມວນຊົນເພື່ອອອກຂ່າວ ພ້ອມທັງນຳໃຊ້ມາດຕະການທີ່ຈຳເປັນຕໍ່ຜູ້ດຳເນີນທຸລະກິດຕາມກົດໝາຍ. ຂ້າງເທິງ

ພາກທີ  V
ສິດ ແລະ ພັນທະ ຂອງຜູ້ດຳເນີນທຸລະກິດ, ເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ

ມາດຕາ 57  (ປັບປຸງ)  ສິດ ແລະ ພັນທະຂອງຜູ້ດຳເນີນທຸລະກິດ

ຜູ້ດຳເນີນທຸລະກິດ ມີສິດ ແລະ ພັນທະ ດັ່ງນີ້:

1.       ດຳເນີນທຸລະກິດຂອງຕົນ ໃຫ້ຖືກຕ້ອງຕາມການອະນຸຍາດ, ມາດຕະຖານເຕັກນິກ, ກົດ ໝາຍ ແລະ ລະບຽບການຢ່າງເຂັ້ມງວດ;

2.       ເປັນເຈົ້າການ ກັກກັນ, ຄວບຄຸມ, ກຳຈັດສັດຕູພືດ, ຂ້າເຊື້ອພະຍາດພືດ ພ້ອມທັງນໍາ ໃຊ້ທຸກວິທີການເພື່ອສະກັດກັ້ນ ແລະ ແກ້ໄຂປາກົດການ ທີ່ເປັນສາເຫດໃຫ້ເກີດການແພ່ລະບາດຂອງ ສັດຕູພືດ ເປັນຕົ້ນ ການນຳເຂົ້າ ແລະ ການສົ່ງອອກພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຈາກ ພື້ນທີ່ ທີ່ມີການລະບາດຂອງສັດຕູພືດ;

3.       ຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງກ່ຽວກັບການລະເມີດກົດໝາຍ ແລະ ລະບຽບການຂອງ ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ;

4.       ປະກອບສ່ວນ ທາງດ້ານທຶນຮອນ ຫຼື ແຮງງານ ເຂົ້າໃນການພັດທະນາວຽກງານປ້ອງ ກັນ ແລະ ກັກກັນພືດ;

5.       ເສຍຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນ ຕາມກົດໝາຍ ແລະ ລະບຽບການ;

6.       ໄດ້ຮັບຂໍ້ມູນ ກ່ຽວກັບມາດຕະການສຸຂານາໄມພືດທີ່ເປັນຂໍ້ບັງຄັບ ຊຶ່ງອົງການຄຸ້ມຄອງ ວຽກງານປ້ອງກັນ ແລະ ກັກກັນພືດ ກໍານົດ;

7.       ໃຫ້ການຮ່ວມມື, ສະໜອງຂໍ້ມູນ ຂ່າວສານ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພະ ນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ;

8.       ແຈ້ງ, ລາຍງານ ສະພາບເຫດການໃນກໍລະນີທີ່ພົບເຫັນ ຫຼື ສົງໄສວ່າມີການລະບາດ ຂອງສັດຕູພືດ ໃຫ້ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຫຼື ອົງການປົກຄອງບ້ານ. ຂ້າງເທິງ

ມາດຕາ 58  (ປັບປຸງ) ສິດ ແລະ ພັນທະຂອງເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ

ເຈົ້າຂອງພື້ນທີ່ ແລະ ເຈົ້າຂອງພືດ ມີສິດ ແລະ ພັນທະຕົ້ນຕໍ ດັ່ງນີ້:

1.       ເປັນເຈົ້າການໃນການ ຕິດຕາມ, ເຝົ້າລະວັງ, ກຳຈັດ ແລະ ສະກັດກັ້ນ ການລະບາດ ຂອງສັດຕູພືດໃນພື້ນທີ່ ທີ່ຕົນຮັບຜິດຊອບ;

2.       ຮ້ອງທຸກຕໍ່ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການລະເມີດກົດໝາຍ ແລະ ລະບຽບ ການຂອງ ພະນັກງານ, ເຈົ້າໜ້າທີ່ກັກກັນພືດ ແລະ ຜູ້ດຳເນີນທຸລະກິດ;

3.       ລາຍງານສະພາບທີ່ເກີດການລະບາດຂອງສັດຕູພືດໃນພື້ນທີ່ ທີ່ຕົນຮັບຜິດຊອບຕໍ່ອົງ ການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຫຼື ອົງການປົກຄອງບ້ານທີ່ກ່ຽວຂ້ອງ;

4.       ໃຫ້ຄວາມຮ່ວມມື ແກ່ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ ໃນການປະຕິບັດໜ້າທີ່ ການປ້ອງກັນ ແລະ ກັກກັນພືດ. ຂ້າງເທິງ

ພາກທີ VI
ຂໍ້ຫ້າມ

ມາດຕາ 59  (ປັບປຸງ) ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:

1.       ນຳເອົາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ເປັນອັນຕະລາຍຕໍ່ສຸຂານາໄມ ພືດ, ຄົນ, ສັດ ແລະ ສິ່ງແວດລ້ອມ ເຂົ້າມາ ສປປ ລາວ;

2.       ນຳເຂົ້າ, ສົ່ງຜ່ານ, ເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໂດຍບໍ່ໄດ້ ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ;

3.       ນຳເຂົ້າ, ຂະຫຍາຍ ຫຼື ມີໄວ້ໃນຄອບຄອງສັດຕູພືດຄວບຄຸມ ໂດຍບໍ່ໄດ້ຮັບອະນຸຍາດ;

4.       ເຄື່ອນຍ້າຍພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຈາກພື້ນທີ່ ທີ່ມີການລະບາດ ຂອງສັດຕູພືດ ໄປພື້ນທີ່ອື່ນຢູ່ພາຍໃນປະເທດ;

5.       ສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ທີ່ບໍ່ສອດ ຄ່ອງກັບລະບຽບການດ້ານສຸຂານາໄມພືດຂອງປະເທດປາຍທາງ;

6.       ໃຫ້ສິນບົນ, ໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງ ແກ່ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ, ປອມ ແປງເອກະສານ ແລະ ຕາປະທັບ ກ່ຽວກັບການປ້ອງກັນ ແລະ ກັກກັນພືດ; 

7.       ນາບຂູ່, ກົດໜ່ວງ ຖ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ ຂອງພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ;

8.       ໂຄສະນາ ກ່ຽວກັບການປ້ອງກັນ ແລະ ການກັກກັນພືດ ເກີນຄວາມເປັນຈິງ;

9.       ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 60  (ປັບປຸງ) ຂໍ້ຫ້າມສຳລັບ ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ 

ນອກຈາກຂໍ້ຫ້າມທົ່ວໄປ ທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງກົດໝາຍສະບັບນີ້ ຫ້າມພະນັກ ງານ ແລະ ເຈົ້າໜ້າທີ່ກັກກັນພືດ ມີພຶດຕິກໍາ ດັ່ງນີ້:

1.       ສວຍໃຊ້ ສິດ, ໜ້າທີ່ ແລະ ຕຳແໜ່ງ, ໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່, ກົດໜ່ວງ ຖ່ວງດຶງ ຫຼື ຮັບສິນບົນ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດ ຂອງລັດ, ລວມໝູ່ ຫຼື ບຸກຄົນ;

2.       ເປີດເຜີຍຄວາມລັບ ຂອງລັດ ຫຼື ທາງລັດຖະການ; 

3.       ປອມແປງເອກະສານ ຫຼື ອອກເອກະສານທີ່ບໍ່ຖືກຕ້ອງ ຕາມລະບຽບການ;

4.       ຂາດຄວາມຮັບຜິດຊອບ ຫຼື ປະຕິບັດໜ້າທີ່ດ້ວຍຄວາມປະໝາດ ທີ່ກໍ່ໃຫ້ເກີດຄວາມ ເສຍຫາຍ;

5.       ເມີນເສີຍ ຕໍ່ລະບຽບການ, ຫຼັກການໃນການກວດກາພືດ,  ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມ, ແກ້ໄຂວຽກງານ ໂດຍບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ;

6.       ເພີ່ມ ຫຼື ຫຼຸດອັດຕາຄ່າທຳນຽມ, ຄ່າບໍລິການວິຊາການ ຫຼື ນຳໃຊ້ລາຍຮັບຈາກວຽກງານ ປ້ອງກັນ ແລະ ກັກກັນພືດ ຕາມລຳພັງໃຈ;

7.       ມີພຶດຕິກຳອື່ນ ທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບການ. ຂ້າງເທິງ

ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 61  (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງ

ຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດສາມາດແກ້ໄຂດ້ວຍຮູບການໃດໜຶ່ງ ດັ່ງນີ້:

1.       ການປະນີປະນອມ ຫຼື ການໄກ່ເກ່ຍ;

2.       ການແກ້ໄຂທາງດ້ານບໍລິຫານ;

3.       ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;

4.       ການຕັດສີນຂອງສານປະຊາຊົນ;

5.       ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ. ຂ້າງເທິງ

ມາດຕາ 62  (ໃໝ່) ການປະນີປະນອມ ຫຼື ການໄກ່ເກ່ຍ

ໃນກໍລະນີ ທີ່ມີຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດເກີດຂຶ້ນ ຄູ່ກໍລະນີສາມາດ ປຶກສາຫາລື, ເຈລະຈາ, ປະນີປະນອມ ຫຼື ໄກ່ເກ່ຍກັນ. ຂ້າງເທິງ

ມາດຕາ 63  (ໃໝ່) ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີທີ່ີມີຂໍ້ຂັດແຍ່ງກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດເກີດຂຶ້ນ ຄູ່ກໍລະນີມີສິດສະ ເໜີຕໍ່ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອພິຈາ ລະນາແກ້ໄຂຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 64  (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີທີ່ມີຂໍ້ຂັດແຍ່ງຈາກການດຳເນີນທຸລະກິດ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ເກີດຂຶ້ນ ຄູ່ກໍລະນີມີສິດສະເໜີໃຫ້ ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພິຈາລະນາແກ້ໄຂ ຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 65  (ໃໝ່) ການຕັດສີນຂອງສານປະຊາຊົນ

ໃນກໍລະນີທີ່ມີຂໍ້ຂັດແຍ່ງ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສີນຕາມກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 66  (ປັບປຸງ) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ໃນກໍລະນີທີ່ມີຂໍ້ຂັດແຍ່ງທີ່ມີລັກສະນະສາກົນກ່ຽວກັບການດຳເນີນທຸລະກິດປ້ອງກັນ ແລະ ກັກ ກັນພືດເກີດຂຶ້ນນັ້ນ  ຄູ່ກໍລະນີສາມາດສະເໜີ ຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນ ຕາມການຕົກລົງກັນ ຫຼື ໃຫ້ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ VIII
ການຄຸ້ມຄອງ ແລະ ກວດກາວຽກງານປ້ອງກັນ ແລະ ກັກກັນພືດ

ໝວດທີ 1
ການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ

ມາດຕາ 67  (ປັບປຸງ) ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ

ລັດຖະບານ ຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການຮັບຜິດຊອບໂດຍ ກົງ ແລະ ປະສານສົມທົບກັບ ກະຊວງອື່ນ ເປັນຕົ້ນ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ກະຊວງການເງິນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງປ້ອງກັນຄວາມສະ ຫງົບ  ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ປະກອບດ້ວຍ:

1.       ກະຊວງກະສິກຳ ແລະ ປ່າໄມ້;

2.       ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ;

3.       ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ;

4.       ຈຸງານກະສິກຳ ແລະ ປ່າໄມ້ ບ້ານຂອງໜ່ວຍງານເສດຖະກິດ-ການເງິນບ້ານ;

5.       ດ່ານກັກກັນພືດ. ຂ້າງເທິງ

ມາດຕາ 68  (ປັບປຸງ) ສິດ ແລະ ໜ້າທີ່ ຂອງກະຊວງກະສິກຳ ແລະ ປ່າໄມ້

ໃນການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.       ຄົ້ນຄວ້າສ້າງ ນະໂຍບາຍ,  ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານປ້ອງ ກັນ ແລະ ກັກກັນພືດ ເພື່ອສະເໜີລັດຖະບານພິຈາລະນາ;

2.       ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານປ້ອງ ກັນ ແລະ ກັກກັນພືດ ເປັນແຜນການ, ແຜນງານ, ໂຄງການ ແລະ ລະບຽບການລະອຽດ;

3.       ອອກ ຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ;

4.       ໂຄສະນາ, ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ລວມທັງຂໍ້ມູນ ຂ່າວສານ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ;

5.       ຊີ້ນຳ, ຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ ຂອງຂະແໜງການສາຍຕັ້ງ ໃນຂອບເຂດທົ່ວປະເທດ;

6.       ສ້າງ, ບຳລຸງ, ຍົກລະດັບ, ຄຸ້ມຄອງ ແລະ ນຳໃຊ້ ບຸກຄະລາກອນ ກ່ຽວກັບວຽກງານ ປ້ອງກັນ ແລະ ກັກກັນພືດ;

7.       ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງເຈົ້າໜ້າທີ່ກັກກັນພືດປະຈຳດ່ານສາກົນ ໃນຂອບເຂດ ທົ່ວເທດ ໂດຍມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;

8.       ສ້າງ, ພັດທະນາ ແລະ ຄຸ້ມຄອງ ດ່ານກັກກັນພືດສາກົນ, ຫ້ອງວິໄຈສັດຕູພືດ ແລະ ສະ ຖານີກັກກັນພືດ ແລະ ອະນຸຍາດສ້າງຕັ້ງຫ້ອງວິໄຈສັດຕູພືດ ໂດຍມີການປະສານສົມທົບກັບຂະແໜງ ການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;

9.       ດຳເນີນການວິໄຈຄວາມສ່ຽງສັດຕູພືດ, ພະຍາກອນການເກີດຂຶ້ນຂອງສັດຕູພືດຄວບ ຄຸມ, ສ້າງບັນຊີສັດຕູພືດຄວບຄຸມ, ສ້າງບັນຊີວັດຖຸຕ້ອງຄວບຄຸມ, ບັນຊີທີ່ຕ້ອງຂໍອະນຸຍາດນຳເຂົ້າ, ຂຶ້ນ ທະບຽນເຂດປອດສັດຕູພືດ ແລະ ເຂດແພ່ລະບາດຕໍ່າຂອງສັດຕູພືດ, ສ້າງແຜນການແກ້ໄຂສຸກເສີນ ການແພ່ລະບາດຂອງສັດຕູພືດຄວບຄຸມ ແລະ ກຳນົດມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາ ການລະບາດຂອງສັດຕູພືດ ໃນຂອບເຂດທົ່ວປະເທດ;

10.     ຄົ້ນຄວ້າ ແລະ ນຳສະເໜີ ຕໍ່ລັດຖະບານກ່ຽວກັບການປະກາດເຂດລະບາດ ຂອງສັດ ຕູພືດ;

11.     ສ້າງ ແລະ ພັດທະນາລະບົບ ຖານຂໍ້ມູນ ແລະ ການລາຍງານ ກ່ຽວກັບ ວຽກງານປ້ອງ ກັນ ແລະ ກັກກັນພືດ;

12.     ຄຸ້ມຄອງ, ອອກ, ໂຈະ ແລະ ຖອນໃບອະນຸຍາດນຳເຂົ້າພືດ, ໃບຢັ້ງຢືນສຸຂານາໄມ ພືດ, ໃບອະນຸຍາດດຳເນີນທຸລະກິດການປ້ອງກັນ ແລະ ກັກກັນພືດ ແລະ ເອກະສານອື່ນ ຕາມຂອບເຂດ ຄວາມຮັບຜິດຊອບຂອງຕົນ;

13.     ຂຶ້ນທະບຽນຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະກອນປ້ອງກັນພືດ;

14.     ຮັບ ແລະ ພິຈາລະນາ ແກ້ໄຂຄຳສະເໜີ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ;

15.     ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ລວມທັງສ້າງຈຸດປະສານງານແຫ່ງຊາດໃນການຈັດຕັ້ງປະຕິບັດ ສົນທິສັນຍາປ້ອງກັນ ພືດສາກົນ;

16.     ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ ລັດຖະບານ ຢ່າງເປັນປົກກະຕິ;

17.     ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບ ການ. ຂ້າງເທິງ

ມາດຕາ 69  (ປັບປຸງ) ສິດ ແລະ ໜ້າທີ່ຂອງ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະ ຄອນຫຼວງ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້: 

1.       ຜັນຂະຫຍາຍ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບ ວຽກງານປ້ອງກັນ ແລະ ກັກກັນພືດ ແລະ ຈັດຕັ້ງປະຕິບັດ;

2.       ໂຄສະນາ, ເຜີຍແຜ່ ກົດໝາຍ, ລະບຽບການ ແລະ ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານ ປ້ອງກັນ ແລະ ກັກກັນພືດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນ ເຂົ້າໃຈ ແລະ ເຂົ້າຮ່ວມໃນການຈັດຕັ້ງປະ ຕິບັດ;

3.       ຄົ້ນຄວ້າ ແລະ ສະເໜີ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ພິຈາລະນາ ອອກຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ;

4.       ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນ ພືດ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ;

5.       ຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວວຽກງານ ຂອງດ່ານກັກກັນພືດສາກົນ, ດ່ານກັກ ກັນພືດປະເພນີ, ສະຖານີກັກກັນພືດ ແລະ ເຈົ້າໜ້າທີ່ກັກກັນພືດ;

6.       ສະເໜີ ສ້າງ, ບໍາລຸງ, ຍົກລະດັບ ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ;

7.       ສ້າງ, ພັດທະນາ ແລະ ຄຸ້ມຄອງ ດ່ານກັກກັນພືດທ້ອງຖິ່ນ, ຫ້ອງວິໄຈສັດຕູພືດ ແລະ ສະຖານີກັກກັນພືດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

8.       ສ້າງຕາໜ່າງປ້ອງກັນພືດລົງສູ່ຂັ້ນເມືອງ ແລະ ບ້ານ, ພະຍາກອນການເກີດຂຶ້ນຂອງ ສັດຕູພືດຄວບຄຸມ, ອອກແຈ້ງເຕືອນການລະບາດ ແລະ ສ້າງຕັ້ງໜ່ວຍບໍລິການປ້ອງກັນ ແລະ ກັກກັນພືດ ເຄື່ອນທີ່ສຸກເສີນ, ກຳນົດເຂດ ແລະ ນຳໃຊ້ມາດຕະການຄວບຄຸມການລະບາດຂອງສັດຕູພືດ ແລະ ຄຸ້ມ ຄອງການກັກແຍກປ່ຽວພືດ;

9.       ສ້າງແຜນການແກ້ໄຂສຸກເສີນ ການແຜ່ລະບາດຂອງສັດຕູພືດຄວບຄຸມ ແລະ ກຳນົດ ມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາ ການລະບາດຂອງສັດຕູພືດ ;

10.     ຄົ້ນຄວ້າ ແລະ ນຳສະເໜີເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ກ່ຽວກັບການປະກາດ ເຂດລະບາດຂອງສັດຕູພືດ;

11.     ຄຸ້ມຄອງ, ຕິດຕາມ ການນຳໃຊ້ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸ ປະກອນປ້ອງກັນພືດ;

12.     ສ້າງ ແລະ ພັດທະນາຖານຂໍ້ມູນສັດຕູພືດໃຫ້ເຊື່ອມໂຍງກັບສູນກາງ, ທົດສອບ ແລະ ເຜີຍແຜ່ເຕັກນິກ, ວິທີການປ້ອງກັນ ແລະ ກັກກັນພືດ ທີ່ແທດເໝາະກັບສະພາບເງື່ອນໄຂ ຂອງທ້ອງຖິ່ນ ຕົນ;

13.     ອອກ ແລະ ຖອນໃບອະນຸຍາດນຳເຂົ້າພືດ, ໃບຢັ້ງຢືນສຸຂານາໄມພືດ, ໃບອະນຸຍາດ ດຳເນີນທຸລະກິດປ້ອງກັນ ແລະ ກັກກັນພືດ  ແລະ ເອກະສານອື່ນ ຕາມການມອບໝາຍຂອງກະຊວງ ກະສິກຳ ແລະ ປ່າໄມ້;

14.     ຮັບ ແລະ ພິຈາລະນາ ແກ້ໄຂຄຳສະເໜີກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ;

15.     ປະສານສົມທົບກັບ ພະແນກການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຂອງແຂວງ, ນະ ຄອນຫຼວງ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ;

16.     ພົວພັນຮ່ວມມືກັບຕ່າງປະເທດ ຕາມການມອບໝາຍຂອງຂັ້ນເທິງ;

17.     ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງແຂວງ, ນະຄອນຫຼວງ ຢ່າງເປັນປົກກະຕິ;

18.     ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບ ການ. ຂ້າງເທິງ

ມາດຕາ 70  (ປັບປຸງ) ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.       ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວ ກັບວຽກງານປ້ອງກັນ ແລະ ກັກກັນພືດ;

2.       ເຜີຍແຜ່ ກົດໝາຍ, ລະບຽບການ ແລະ ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ປະຊາຊົນ ແລະ ທຸກພາກສ່ວນ ເຂົ້າໃຈ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ;

3.       ຄົ້ນຄວ້າ ແລະ ສະເໜີ ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ໃຫ້ພິຈາລະນາ ອອກຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ;

4.       ຊຸກຍູ້, ນຳພາ, ຝຶກອົບຮົມເຕັກນິກການນຳໃຊ້ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະກອນປ້ອງກັນພືດ;

5.       ຊີ້ນຳ, ຕິດຕາມ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນ ພືດຂອງໜ່ວຍງານເສດຖະກິດ-ການເງິນບ້ານ;

6.       ຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວວຽກງານຂອງດ່ານກັກກັນພືດ, ເຈົ້າໜ້າທີ່ກັກ ກັນພືດ ແລະ ການດຳເນີນທຸລະກິດການປ້ອງກັນ ແລະ ກັກກັນພືດ;

7.       ສ້າງ, ພັດທະນາ ແລະ ຄຸ້ມຄອງ ດ່ານກັກກັນພືດປະເພນີ ໂດຍປະສານສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ;

8.       ສະເໜີ ສ້າງ, ບໍາລຸງ, ຍົກລະດັບ ພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ;

9.       ສ້າງແຜນການແກ້ໄຂສຸກເສີນ ການແພ່ລະບາດຂອງສັດຕູພືດຄວບຄຸມ ແລະ ກຳນົດ ມາດຕະການສຸຂານາໄມພືດ ເພື່ອແກ້ໄຂບັນຫາການລະບາດຂອງສັດຕູພືດ ;

10.     ຄົ້ນຄວ້າ ແລະ ນຳສະເໜີເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນ ກ່ຽວກັບ ການປະກາດເຂດລະບາດ ຂອງສັດຕູພືດ;

11.     ເກັບກຳຂໍ້ມູນ, ຕິດຕາມ, ເຝົ້າລະວັງ ແລະ ແຈ້ງເຕືອນ ການເກີດຂຶ້ນຂອງສັດຕູພືດ ຄວບຄຸມ, ຄົ້ນຄວ້າກຳນົດເຂດຄວບຄຸມ  ແລະ ນຳໃຊ້ມາດຕະການຄວບຄຸມສັດຕູພືດລະບາດ;

12.     ສະໜອງການບໍລິການ ກ່ຽວກັບການວິເຄາະຫາສາເຫດການທຳລາຍຂອງສັດຕູພືດ ແລະ ໃຫ້ຄຳແນະນຳກ່ຽວກັບການປ້ອງກັນ ແລະ ກັກກັນພືດ, ຄຸ້ມຄອງການນຳໃຊ້ຢາປາບສັດຕູພືດ, ຊີ ວະພາບປາບສັດຕູພືດ, ອຸປະກອນປ້ອງກັນພືດ ແລະ ເຂົ້າຮ່ວມໜ່ວຍບໍລິການປ້ອງກັນ ແລະ ກັກກັນ ພືດເຄື່ອນທີ່ສຸກເສີນ;

13.     ຮັບ ແລະ ພິຈາລະນາ ແກ້ໄຂຄຳສະເໜີ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ;

14.     ປະສານສົມທົບກັບຫ້ອງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຂອງເມືອງ, ເທດສະ ບານ, ນະຄອນໃນການຈັດຕັ້ັງປະຕິບັດ ວຽກງານປ້ອງກັນ ແລະ ກັກກັນພືດ;

15.     ສະຫຼຸບ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງເມືອງ, ເທດສະບານ, ນະ ຄອນ ຢ່າງເປັນປົກກະຕິ;

16.     ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບ ການ. ຂ້າງເທິງ

ມາດຕາ 71  (ໃໝ່) ສິດ ແລະ ໜ້າທີ່ ຂອງຈຸງານກະສິກຳ ແລະ ປ່າໄມ້ບ້ານຂອງໜ່ວຍງານ ເສດຖະກິດ-ການ ເງິນບ້ານ

ໃນການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຈຸງານກະສິກຳ ແລະ ປ່າໄມ້ບ້ານຂອງ ໜ່ວຍງານເສດຖະກິດ-ການເງິນບ້ານ ມີສິດ ແລະ ໜ້າທີ່ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.       ເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ປະຊາຊົນ ເຂົ້າໃຈ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ;

2.       ຕິດຕາມ, ກວດກາ, ເຝົ້າລະວັງສະພາບການທຳລາຍຂອງສັດຕູພືດ, ເຂົ້າຮ່ວມສະກັດ ກັ້ນ ແລະ ຄວບຄຸມການລະບາດຂອງສັດຕູພືດ;

3.       ນຳພາປະຊາຊົນພາຍໃນບ້ານເຂົ້າຮ່ວມ ຕ້ານ, ສະກັດກັ້ນ ແລະ ກຳຈັດສັດຕູພືດ;

4.       ຊຸກຍູ້, ຕິດຕາມ ການນຳໃຊ້ຢາປາບສັດຕູພືດ, ຊີວະພາບປາບສັດຕູພືດ ແລະ ອຸປະ ກອນປ້ອງກັນພືດ;

5.       ເຂົ້າຮ່ວມໃນການໄກ່ເກ່ຍ ບັນຫາກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ ພາຍໃນ ບ້ານ;

6.       ເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ ເພື່ອຍົກລະດັບທາງດ້ານວິຊາການປ້ອງ ກັນ ແລະ ກັກກັນພືດ ເປັນແຕ່ລະໄລຍະ;

7.       ຕ້ານ ແລະ ສະກັດກັ້ນການລັກລອບນຳເຂົ້າ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງ ຄວບຄຸມ ລວມທັງການກະທຳອື່ນ ທີ່ກໍ່ໃຫ້ເກີດມີການແພ່ລະບາດຂອງສັດຕູພືດ;

8.       ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ ຢ່າງເປັນປົກກະຕິ;

9.       ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບ ການ. ຂ້າງເທິງ

ມາດຕາ 72  (ປັບປຸງ) ສິດ ແລະ ໜ້າທີ່ ຂອງດ່ານກັກກັນພືດ

ໃນການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ດ່ານກັກກັນພືດ ມີສິດ ແລະ ໜ້າທີ່ ຕາມ ຂອບເຂດຄວາມຮັບຜິດຊອບຂອງຕົນ ດັ່ງນີ້:

1.       ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວ ກັບການປ້ອງກັນ ແລະ ກັກກັນພືດ;

2.       ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການປ້ອງກັນ ແລະ ກັກ ກັນພືດ, ເກັບກໍາຂໍ້ມູນເບື້ອງຕົ້ນກ່ຽວກັບການກະທຳຜິດ ແລະ ລາຍງານ ໃຫ້ການຈັດຕັ້ງ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;

3.       ອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ, ສົ່ງອອກ, ສົ່ງອອກຕໍ່ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຢ່າງວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະ ບຽບການ;

4.       ກັກ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ບຳບັດ, ປະຕິເສດການນຳເຂົ້າ, ສົ່ງກັບຄືນ, ທໍາ ລາຍ ຫຼື ນຳໃຊ້ມາດຕະການອື່ນ ຕໍ່ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ມີສັດຕູພືດຄວບຄຸມ;

5.       ກວດກາ, ທົດສອບ ແລະ ວິໄຈ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ຕາມ ເງື່ອນໄຂນຳເຂົ້າ, ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານ;

6.       ພິຈາລະນາ ອອກໃບຢັ້ງຢືນການສົ່ງອອກ, ສົ່ງອອກຕໍ່, ສົ່ງຜ່ານ ແລະ ເອກະສານອື່ນ  ຕາມການມອບໝາຍ ຂອງກະຊວງກະສິກຳ ແລະ ປ່າໄມ້;

7.       ເກັບຄ່າທຳນຽມ ແລະ ຄ່າບໍລິການວິຊາການ ຕາມລະບຽບການ;

8.       ປະສານສົມທົບກັບ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນຂັ້ນຂອງຕົນ ໃນການຈັດຕັ້ງປະຕິບັດ ວຽກງານປ້ອງກັນ ແລະ ກັກກັນພືດ;

9.       ສະຫຼຸບ ແລະ ລາຍງານ ການຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ ໃຫ້ ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຂັ້ນເທິງ ຢ່າງເປັນປົກກະຕິ;

10.     ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ. ຂ້າງເທິງ

ມາດຕາ 73  (ປັບປຸງ) ສິດ ແລະ ໜ້າທີ່ຂອງຂະແໜງການອື່ນ

ໃນການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຂະແໜງການອື່ນ ເປັນຕົ້ນ ຂະແໜງການອຸດສາຫະກຳ ແລະ ການຄ້າ, ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຂະແໜງ ການສາທາລະນະສຸກ, ຂະແໜງການໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ຂະແໜງການໂຍທາທິການ ແລະ ຂົນສົ່ງ,  ຂະແໜງການວິທະຍາສາດ ແລະ ເຕັກໂນໂລຊີ, ຂະແໜງການການເງິນ, ຂະແໜງການແຮງງານ ແລະ ສະຫວັດດີການສັງຄົມ, ຂະແໜງການປ້ອງກັນຄວາມສະຫງົບ ແລະ ອົງ ການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ມີສິດ ແລະ ໜ້າທີ່ ປະສານສົມທົບກັບອົງການຄຸ້ມຄອງວຽກງານ ປ້ອງກັນ ແລະ ກັກກັນພືດ ຕາມພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນ. ຂ້າງເທິງ

ໝວດທີ 2
ການກວດກາວຽກງານປ້ອງກັນ ແລະ ກັກກັນພືດ

ມາດຕາ 74  (ປັບປຸງ) ອົງການກວດກາວຽກງານປ້ອງກັນ ແລະ ກັກກັນພືດ

ອົງການກວດກາວຽກງານປ້ອງກັນ ແລະ ກັກກັນພືດ ປະກອບດ້ວຍ ອົງການກວດກາພາຍໃນ ແລະ ອົງການກວດກາພາຍນອກ.

ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 67 ຂອງກົດໝາຍສະບັບນີ້;

ອົງການກວດກາພາຍນອກ ແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການກວດ

ສອບແຫ່ງລັດ, ອົງການກວດກາລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ. ຂ້າງເທິງ

ມາດຕາ 75  (ໃໝ່) ເນື້ອໃນການກວດກາ

ການກວດກາວຽກງານປ້ອງກັນ ແລະ ກັກກັນພືດ ມີເນື້ອໃນຕົ້ນຕໍ ດັ່ງນີ້:

1.       ການປະຕິບັດ ກົດໝາຍ ແລະ ລະບຽບການ ກ່ຽວກັບການປ້ອງກັນ ແລະ ກັກກັນພືດ;

2.       ການປະຕິບັດໜ້າທີ່ ຂອງພະນັກງານ ແລະ ເຈົ້າໜ້າທີ່ກັກກັນພືດ;

3.       ກິດຈະການ ແລະ ການດຳເນີນທຸລະກິດ ກ່ຽວກັບການປ້ອງກັນ ແລະ ກັກກັນພືດ;

4.       ການສ້າງ ແລະ ການປະຕິບັດແຜນການ ກ່ຽວກັບວຽກງານປ້ອງກັນ ແລະ ກັກກັນພືດ. ຂ້າງເທິງ

ມາດຕາ 76   ຮູບການກວດກາ

ການກວດກາ ມີ ສາມຮູບການ ດັ່ງນີ້:

1.       ການກວດກາຕາມລະບົບປົກກະຕິ;

2.       ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;

3.       ການກວດກາແບບສຸກເສີນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນ ປະຈຳ ແລະ ມີກຳນົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າມີ ຄວາມຈຳເປັນໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ການກວດກາແບບສຸກເສີນ ແມ່ນ ການກວດກາໂດຍຮີບດ່ວນ ທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກ ກວດກາຮູ້ລ່ວງໜ້າ. ຂ້າງເທິງ

ໝວດທີ 3
ເຈົ້າໜ້າທີ່ກັກກັນພືດ

ມາດຕາ 77  (ໃໝ່) ເຈົ້າໜ້າທີ່ກັກກັນພືດ

ເຈົ້າໜ້າທີ່ກັກກັນພືດ ແມ່ນ ພະນັກງານວິຊາການ ປູກຝັງ, ປ້ອງກັນພືດ ຊຶ່ງຖືກແຕ່ງຕັ້ງຢ່າງ ເປັນ ທາງການ ຈາກກະຊວງກະສິກຳ ແລະ ປ່າໄມ້ ໃຫ້ປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດປະຈຳດ່ານ ສາກົນ ຫຼື ໃຫ້ປະຕິບັດໜ້າທີ່ສະເພາະໃດໜຶ່ງ.  ສຳລັບເຈົ້າໜ້າທີ່ກັກກັນພືດປະຈຳດ່ານທ້ອງຖິ່ນ ແລະ  ດ່ານປະເພນີ ຖືກແຕ່ງຕັ້ງຈາກເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໂດຍປະສານສົມທົບກັບ ກະຊວງກະ ສິກຳ ແລະ ປ່າໄມ້ ບົນພື້ນຖານມາດຕະຖານ ແລະ ຕຳແໜ່ງງານ ທີ່ກຳນົດໄວ້. ຂ້າງເທິງ

ມາດຕາ 78  (ປັບປຸງ) ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ກັກກັນພືດ

ເຈົ້າໜ້າທີ່ກັກກັນພືດ ມີສິດ ແລະ ໜ້າທີ່  ດັ່ງນີ້:

1. ໂຄສະນາ ເຜີຍແຜ່ ແລະ ແນະນຳ ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານ ປ້ອງກັນ ແລະ ກັກກັນພືດ;

2. ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງ ຂອງເອກະສານສຸຂານາໄມພືດ ແລະ ເອກະ ສານອື່ນທີ່ກ່ຽວຂ້ອງ ໃຫ້ແກ່ຜູ້ດຳເນີນທຸລະກິດ;

3.ກວດກາ ພາຫະນະ, ຫີບຫໍ່ ແລະ ບຸກຄົນ ພາຍໃນດ່ານ ຫຼື ເຂດຄວບຄຸມການລະບາດ ຂອງສັດຕູພືດ ແລະ ເກັບຕົວຢ່າງ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ສົ່ງໄປທົດສອບ ຫຼື ວິໄຈ ໃນກໍລະນີສົງໄສມີການຕິດແປດຂອງສັດຕູພືດຄວບຄຸມ;

4. ເຂົ້າໄປສະຖານທີ່  ຫຼື ເຂດບຸກຄົນໃດໜຶ່ງ ທີ່ກຳລັງປູກ, ຈຳໜ່າຍ, ປຸງແຕ່ງ, ເກັບຮັກສາ ຫຼື ຂົນສົ່ງ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ສົງໄສມີການຕິດແປດຂອງສັດຕູພືດຄວບຄຸມ ເພື່ອກວດກາ, ສຳຫຼວດ, ເກັບຕົວຢ່າງ ແລະ ຕິດຕາມ ສະພາບສັດຕູພືດ;

5.ກັກ, ແຍກປ່ຽວ, ບຳບັດ, ປະຕິເສດການນໍາເຂົ້າ, ສົ່ງຄືນ, ທໍາລາຍ ຫຼື ນຳໃຊ້ມາດຕະ ການອື່ນຕໍ່ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ມີສັດຕູພືດຄວບຄຸມ ຫຼື ທີ່ມາຈາກພື້ນທີ່ ທີ່ມີ ການລະບາດຂອງສັດຕູພືດ;

6. ຕິດຕາມ ແລະ ເກັບກຳການໄຂພັດສະດຸຫຸ້ມຫໍ່ ແລະ ຄ່ຽນຖ່າຍ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ໃນກໍລະນີທີ່ເຫັນວ່າມີຄວາມສ່ຽງສັດຕູພືດ;

7. ນຳໃຊ້ມາດຕະການ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການປ້ອງກັນ ແລະ ກັກກັນພືດ ຕາມຄວາມຮັບຜິດຊອບຂອງຕົນ ລວມທັງການຍຶດຂອງກາງ, ສະເໜີໃຫ້ກັກຕົວຜູ້ລະ ເມີດ ແລະ ປະກອບເອກະສານໃຫ້ພາກສ່ວນ ຫຼື ເຈົ້າໜ້າທີ່ອື່ນທີ່ກ່ຽວຂ້ອງ ເພື່ອແກ້ໄຂ ຫຼື ດຳເນີນຄະດີ ຕາມກົດໝາຍ ແລະ ລະບຽບການ;

8. ປະສານສົມທົບກັບ ເຈົ້າໜ້າທີ່ອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການ ປະຕິບັດວຽກງານປ້ອງກັນ ແລະ ກັກກັນພືດ;

9.  ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ອົງການຄຸ້ມຄອງ ວຽກງານປ້ອງກັນ ແລະ ກັກກັນພືດ ທີ່ຕົນຂຶ້ນກັບ ຢ່າງເປັນປົກກະຕິ;

10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມການມອບໝາຍ ຂອງອົງການຄຸ້ມຄອງວຽກ ງານປ້ອງກັນ ແລະ ກັກກັນພືດ. ຂ້າງເທິງ

ພາກທີ IX
ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ 79  (ປັບປຸງ) ເຄື່ອງແບບ ແລະ ເຄື່ອງໝາຍ

ເຈົ້າໜ້າທີ່ກັກກັນພືດ ມີ ເຄື່ອງແບບ, ເຄື່ອງໝາຍ ແລະ ບັດເຈົ້າໜ້າທີ່ກັກກັນພືດສະເພາະ ຊຶ່ງ ກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ.

ໃນເວລາປະຕິບັດໜ້າທີ່ຂອງຕົນ ເຈົ້າໜ້າທີ່ກັກກັນພືດ ຕ້ອງນຸ່ງເຄື່ອງແບບ, ໃສ່ເຄື່ອງໝາຍ ແລະ ຖືບັດເຈົ້າໜ້າທີ່ກັກກັນພືດ. ຂ້າງເທິງ

ມາດຕາ 80  (ປັບປຸງ) ຕາປະທັບ

ອົງການຄຸ້ມຄອງວຽກງານປ້ອງກັນ ແລະ ກັກກັນພືດ ແລະ ດ່ານກັກກັນພືດ ມີຕາປະທັບເປັນ ຂອງຕົນເອງ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ.

ສຳລັບ ເຈົ້າໜ້າທີ່ກັກກັນພືດນັ້ນໃຫ້ນຳໃຊ້ຕາປະທັບຂອງດ່ານກັກກັນພືດ. ຂ້າງເທິງ

ພາກທີ X
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 81  (ປັບປຸງ) ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ວຽກງານຄຸ້ມຄອງ, ກວດກາ, ຄວບຄຸມ, ກຳຈັດສັດຕູພືດ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍ ບາຍອື່ນ ຕາມລະບຽບການ.  ຂ້າງເທິງ

ມາດຕາ 82  (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ມາດຕະການທາງແພ່ງ ຫຼື ລົງໂທດທາງອາຍາ ຕາມກົດໝາຍ ຕາມແຕ່ລະກໍລະນີ ເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 83  (ປັບປຸງ) ມາດຕະການສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ເປັນຕົ້ນ ການລະເມີດ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ເສດຖະກິດ- ສັງຄົມ ແລະ ສິ່ງແວດລ້ອມ ແຕ່ຫາກມີຄວາມຈິງໃຈລາຍງານ, ຮັບສາລະພາບຕໍ່ການກະທຳ ທີ່ບໍ່ຖືກຕ້ອງ ຂອງຕົນ ຈະຖືກສຶກສາອົບຮົມ ແລະ ກ່າວເຕືອນ. 

ມາດຕາ 84  (ປັບປຸງ) ມາດຕະການທາງວິໄນ

ພະນັກງານ, ເຈົ້າໜ້າທີ່ກັກກັນພືດ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງມີລັກສະນະເບົາ, ບໍ່ເປັນ ການກະທໍາຜິດທາງອາຍາ, ກໍ່ຄວາມເສຍຫາຍບໍ່ຫຼວງຫຼາຍ, ບໍ່ຈິງໃຈລາຍງານການກະທຳຜິດ ແລະ ຫຼົບ ຫຼີກຈາກການກະທຳຜິດຂອງຕົນ ຈະຖືກລົງວິໄນຕາມລະບຽບການ ເປັນຕົ້ນ ກ່າວເຕືອນຄວາມຜິດ, ໂຈະ ການເລື່ອນຊັ້ນ, ຂັ້ນເງິນເດືອນ ຫຼື ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຂ້າງເທິງ

ມາດຕາ 85  (ປັບປຸງ) ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງ ອາຍາ ເປັນຕົ້ນ ດຳເນີນທຸລະກິດການປ້ອງກັນ ແລະ ກັກກັນພືດ ໂດຍບໍ່ໄດ້ຮັບອະນຸຍາດ, ດຳເນີນທຸລະ ກິດໂດຍບໍ່ຖືກຕ້ອງ ຈະຖືກປັບໃໝໜຶ່ງເທົ່າຂອງມູນຄ່າ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ຕິດແປດສັດຕູພືດ ຫຼື ຄ່າບໍລິການສຸຂານາໄມພືດ ທີ່ຈະຕ້ອງປະຕິບັດ.

ໃນກໍລະນີ ມີການລະເມີດເປັນຄັ້ງທີ ສອງ ຫຼື ເປັນອາຈີນ ກໍຈະຖືກປັບໃໝສອງເທົ່າຂອງມູນຄ່າ ທີ່ໄດ້ກຳນົດໄວ້ໃນວັກທີ 1 ຂອງມາດຕານີ້

ມາດຕາ 86  (ປັບປຸງ) ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ ແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ບຸກຄົນອື່ນ ຕ້ອງໄດ້ໃຊ້ແທນຄ່າເສຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ. 

ມາດຕາ 87  (ປັບປຸງ) ມາດຕະການທາງອາຍາ       

ບຸກຄົນ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ກໍຈະຖືກລົງໂທດຕາມ

ກົດໝາຍອາຍາ ຫຼື ກົດໝາຍອື່ນທີ່ກຳນົດໂທດທາງອາຍາ ຕາມແຕ່ລະກໍລະນີເບົາ ຫຼື ໜັກ ລວມທັງ ການໃຊ້ແທນຄ່າເສຍຫາຍທາງແພ່ງ. ຂ້າງເທິງ

ພາກທີ XI
ບົດບັນຍັດສຸດທ້າຍ

ມາດຕາ 88   ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດ ໝາຍສະບັບນີ້. 

ມາດຕາ 89  (ປັບປຸງ) ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ  ປະຊາທິ ປະໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດ ຖະການ ສິບຫ້າວັນ. 

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງ ວັນທີ 09 ທັນວາ 2008.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ. 

ປະທານສະພາແຫ່ງຊາດ
(ເຊັນ ແລະ ປະທັບກາ)

ປານີ ຢາທໍ່ຕູ້

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Law on Plant Protection and Quarantine (Amended) No. 13/NA, dated 15 November 2016 PDF
2 ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຕ້ອງມີໃບຢັ້ງຢືນສຸຂານາໄມພຶດຈາກປະເທດຕົ້ນທາງສຳລັບການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມ ຕ້ອງມີໃບຢັ້ງຢືນສຸຂານາໄມພຶດຈາກປະເທດຕົ້ນທາງ ແລະ ຍື່ນໃຫ້ເຈົ້າໜ້າທີ່ປ້ອງກັນພຶດຢູ່ດ່ານປ້ອງກັນພຶດໃນເວລານຳເຂົ້າຕົວຈີງ. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 9999-12-31 ALL
2 ການນຳເຂົ້າພຶດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມຕ້ອງຜ່ານຈຸດກວດກາສະເພາະ ທົ່ວໄປ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພຶດ, ຜະລິດຕະພັນພືດ ຫຼື ວັດຖຸຄວບຄຸມ ທຸກຄັ້ງຕ້ອງຜ່ານຈຸດກວດກາ ທີ່ໄດ້ຮັບອານຸຍາດຈາກ ກະຊວງກະສິກຳ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
9999-12-31 ALL
3 ຮຽກຮ້ອງໃຫ້ກວດກາພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ເບື້ອງນຳເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດທຸກປະເພດ ຕ້ອງໄດ້ຮັບການກວດກາຈາກ ເຈົ້າໜ້າທີປ້ອງກັນພືດ ຢູ່ດ່ານກວດກາ.
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
9999-12-31 ALL
4 ຕ້ອງໄດ້ຮັບອະນຸຍາດນຳເຂົ້າ - ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ ຕ້ອງໄດ້ຮັບອະນຸມັດ ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມຢູ່ ຕ້ອງໄດ້ຮັບອະນຸຍາດນຳເຂົ້າຈາກກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂໍ້ຕົກລົງ ວ່າດ້ວຍ ມາດຕະການສຸຂານາໄມພືດ ສຳລັບການນຳເຂົ້າ ແລະ ສົ່ງຜ່ານພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ເລກທີ 2985/ກປ, ລົງວັນທີ 28 ມິຖຸນາ 2019
  3. ບົດແນະນໍາ ກ່ຽວກັບ ການນໍາເຂົ້າ ແລະ ສົ່ງຜ່ານ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2881/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
5 ຕ້ອງໄດ້ຮັບການຢັ້ງຢືນການສົ່ງອອກຕໍ່ - ພືດ ແລະ ຜະລິດຕະພັນພຶດ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ກະສິກຳ ແລະ ປ່າໄມ້ ການສົ່ງອອກຕໍ່ພືດ ແລະ ຜະລິດຕະພັນພຶດ ຕ້ອງໄດ້ຮັບໃບຢັ້ງຢືນສຸຂານາໄມພືດ ຈາກອົງການຄຸ້ມຄອງວຽກງານປ້ອງກັນພືດ ຂັ້ນສູນກາງຕາມແຕ່ລະກໍລະນີ
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂ້ໍຕົກລົງວ່າດ້ວຍມາດຕະການສຸຂານາໄມພືດ ສໍາລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມສະບັບເລກທີ 2986/ກປ, ລົງວັນທີ 28 ມິຖູນາ 2019
9999-12-31 ALL
6 ຮຽກຮ້ອງໃຫ້ມີການກັກກັນພືດນໍາເຂົ້າທີ່ມີຄວາມສ່ຽງ SPS ກະຊວງ ກະສິກຳ ແລະ ປ່າໄມ້ ການນຳເຂົ້າວັດຖຸຕ້ອງຄວບຄຸມທີ່ມີຄວາມສ່ຽງສູງ ເປັນຕົ້ນ ແນວພັນພືດຕ້ອງຜ່ານການແຍກປ່ຽວ ຫຼື ກັກກັນ ຢູ່ສະຖານີກັກກັນພືດຂອງ ລັດ ຫຼື ສະຖານທີ່ສະເພາະໃດໜຶ່ງຂອງຜູ້ປະກອບການ ທີ່ມີເງື່ອນໄຂຄົບຖ້ວນ ເພື່ອຕິດຕາມ, ກວດກາ, ຄົ້ນຄວ້າ, ທົດສອບ, ບຳບັດ, ກັກ ຫຼື ທຳລາຍກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ ສ້າງຕັ້ງ ແລະ ຮັບຮອງ ສະຖານີກັກກັນພືດ ແລະ ສະຖານ ທີ່ກັກແຍກປ່ຽວພືດ ຕາມມາດຕະຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້ ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 9999-12-31 ALL
7 ຮຽກຮ້ອງໃຫ້ມີຢັ້ງຢືນສຸຂານາໄມພືດ ສໍາລັບພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ສົ່ງອອກ ຕ້ອງໄດ້ຮັບການຢັ້ງຢືນ ກະຊວງ ກະສິກຳ ແລະ ປ່າໄມ້ ຜູ້ສົ່ງອອກ ທີ່ມີຈຸດປະສົງສົ່ງອອກ ພືດ, ຜະລິດຕະພັນພືດ ແລະ ວັດຖຸ ຕ້ອງຄວບຄຸມໃດໜຶ່ງ ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກໍານົດໄວ້ ພ້ອມທັງຄັດຕິດເອກະສານ ທີ່ກ່ຽວຂ້ອງຂອງປະເທດນໍາເຂົ້າ ເຖິງ ກົມປູກຝັງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ.
  1. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016
  2. ຂ້ໍຕົກລົງວ່າດ້ວຍມາດຕະການສຸຂານາໄມພືດ ສໍາລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມສະບັບເລກທີ 2986/ກປ, ລົງວັນທີ 28 ມິຖູນາ 2019
  3. ບົດແນະນໍາ ກ່ຽວກັບ ຫລັກການ ແລະ ການຢັ້ງຢືນສຸຂານາໄມພືດ ສໍາຫລັບການສົ່ງອອກ ແລະ ສົ່ງອອກຕໍ່ ພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ, ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019.
9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.