ທີ່ຜ່ານມາ ສັງເກດເຫັນວ່າ ມີການເຄື່ອນໄຫວທຸລະກິດຂາຍກົງຢ່າງແຜ່ຫຼາຍ ແຕ່ຍັງບໍ່ມີລະບຽບການໃດຄຸ້ມຄອງສະເພາະ ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກ ແລະ ສັບສົນ ເຮັດໃຫ້ການດຳເນີນທຸລະກິດດັ່ງກ່າວບໍ່ເປັນລະບົບ  ແລະ ເຮັດໃຫ້ການຄຸ້ມຄອງຂອງລັດ ຍັງບໍ່ມີປະສິດທິພາບເທົ່າທີ່ຄວນ. ເພື່ອຮັບປະກັນການຄຸ້ມຄອງທີ່ໄດ້ຄຸນນະ ພາບ, ໄດ້ມາດຖານ, ມີຄວາມສະເໝີພາບ, ໂປ່ງໃສ, ແລະ ມີການແຂ່ງຂັນທາງທຸລະກິດຢ່າງເປັນທໍາ ພ້ອມທັງປົກປ້ອງຜູ້ຊົມໃຊ້ ແລະ ຜູ້ຈໍາໜ່າຍ. ກະຊວງອຸດສາຫະກຳ ແລະ ການຄ້າ ຈິ່ງໄດ້ອອກ ຂໍ້ຕົກລົງ ວ່າດ້ວຍ ທຸລະກິດຂາຍກົງ ສະບັບເລກທີ 0060/ອຄ, ລົງວັນທີ12 ມັງກອນ 2017  ເຊິ່ງກໍານົດລະບຽບການ, ຫຼັກການ, ແລະ ເງື່ອນໄຂ ໃນການດຳເນີນທຸລະກິດຂາຍກົງ ໃຫ້ເຂົ້າສູ່ລະບົບ ເຊັ່ນ: ການປະກອບເອກະສານ, ການພິຈາລະນາອອກອະນຸຍາດ ແລະ ມາດຕະການ ເພື່ອຄຸ້ມຄອງການເຄື່ອນໄຫວດຳເນີນທຸລະກິດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທາງທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ສົນໃຈຈະດຳເນີນທຸ ລະກິດຂາຍກົງ ສາມາດປະກອບເອກະສານສະເໜີນໍາຂະແໜງອຸດສາຫະກຳ ແລະ ການຄ້າ ເຊິ່ງເປັນອົງການຄຸ້ມຄອງການດຳເນີນທຸລະກິດຂາຍກົງໃນຂອບເຂດທົ່ວປະເທດ  ໂດຍເປັນໃຈກາງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ. ໃນນັ້ນ, ລະດັບສູນກາງ ປະສານຫາກົມການຄ້າພາຍໃນ, ລະດັບທ້ອງຖິ່ນ ປະສານຫາພະແນກອຸດສາຫະກຳ ແລະ ການຄ້າແຂວງ ຫຼື ນະຄອນຫຼວງ.

ສຳລັບ ຫົວໜ່ວຍທຸລະກິດໃດ ທີ່ກຳລັງດຳເນີນທຸລະກິດຂາຍກົງ  ຫຼື ມີກິດຈະການທຸລະກິດດ້ານນີ້ແລ້ວ ແຕ່ຍັງບໍ່ມີໃບອະນຸຍາດເທື່ອ ຕ້ອງປະກອບເອກະສານຄືນໃໝ່ ເພື່ອໃຫ້ເຂົ້າສູ່ລະບົບລະບຽບ ພາຍໃນກຳນົດເວລາ 90 ວັນ ນັບແຕ່ຂໍ້ຕົກລົງນີ້ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ຫຼັງຈາກ 15 ວັນ ນັບແຕ່ວັນເຜີຍແຜ່ລົງຈົດໝາຍເຫດທາງລັດຖະການເປັນຕົ້ນໄປ.

ຂໍ້ຕົກລົງສະບັບນີ້ ຈະສ້າງຄວາມສະດວກໃຫ້ຜູ້ທີ່ຈະດຳເນີນ ຫຼື ຜູ້ທີ່ກຳລັງດຳເນີນ ທຸລະກິດຂາຍກົງ ໃນ ສປປ ລາວ ເຊິ່ງໄດ້ກຳນົດຂັ້ນຕອນໃນການປະກອບເອກະສານທີ່ຊັດເຈນ, ໂປ່ງໃສ່, ສະເໜີພາບ, ແລະ ມີການແຂ່ງຂັນທາງທຸລະກິດທີ່ເປັນທໍາ ພ້ອມທັງປົກປ້ອງຜູ້ຊົມໃຊ້ ແລະ ຜູ້ຈໍາໜ່າຍ ໃນຂອບເຂດທົ່ວປະເທດ ພາຍໃຕ້ຫຼັກການ, ລະບຽບການ, ແລະ ມາດຕະການ ໃນການຄຸ້ມຄອງຂອງນິຕິກຳສະບັບນີ້.

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ ແລະ ຫຼັງຈາກ 15 ວັນ ທີ່ເຜີຍແຜ່ລົງຈົດໝາຍເຫດທາງລັດຖະການ ເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.