ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ອອກ ຂໍ້ຕົກລົງ ວ່າດ້ວຍ ການກຳນົດສິ່ງຂອງເກືອດຫ້າມໃນການບໍລິການໄປສະນີ ສະບັບເລກທີ 168/ປທສ, ລົງວັນທີ 23 ມັງກອນ 2017 ເຊິ່ງໄດ້ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ເພື່ອສະກັດກັ້ນ ການລັກລອບ, ການຊຸກເຊື່ອງ ຮັບຝາກ, ຈັດສົ່ງ ແລະ ແຈກຢາຍ ສິ່ງຂອງທີ່ຜິດກົດໝາຍ, ຜິດຕໍ່ລະບຽບການໄປສະນີ ຮັບປະກັນການດຳເນີນທຸລະກິດໃຫ້ບໍລິການໄປສະນີ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ    ແນໃສ່ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບການ ຂອງສະຫະພາບໄປສະນີສາກົນ, ປະກອບສ່ວນ ເຂົ້າໃນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນະທຳອັນດີງາມ ຂອງ ສປປ ລາວ.

ຂໍ້ຕົກລົງສະບັບນີ້ ໄດ້ຈັດປະເພດສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ອອກເປັນ 02 ປະເພດ ຄື: ສິ່ງຂອງເກືອດຫ້າມປະເພດໜຶ່ງ ແລະ ສິ່ງຂອງເກືອດຫ້າມປະເພດສອງ.

ສິ່ງຂອງເກືອດຫ້າມປະເພດ ໜຶ່ງ ແມ່ນ ສິ່ງຂອງທີ່ຜິດຕໍ່ລະບຽບກົດໝາຍ ຂອງ ສປປ ລາວ ແລະ ສາກົນ ຊຶ່ງປະກອບ ມີດັ່ງນີ້້:

-       ອາວຸດເສິກ;
-       ວັດຖຸລະເບີດ, ວັດຖຸໄວໄຟ, ວັດຖຸນຳເຊື້ອໂລກ, ສານເຄມີ ແລະ ວັດຖຸອັນຕະລາຍອື່ນໆ;
-       ໜັງສືພິມ, ວາລະສານ, ສິ່ງຕີພິມ, ຮູບພາບ, ກາແຊັດເທັບ, ວີດີໂອ, ແຜ່ນຊີດີ, ວີຊີດີ, ດີວີດີ ແລະ ອື່ນໆທີ່ພິມ, ຂຽນ, ບັນທຶກ ຫຼື ບັນຈຸຂໍ້ຄວາມ, ຮູບພາບ, ສຽງ ທີ່ໂຄສະນາຕ້ານ  ສປປ ລາວ, ບິດເບືອນແນວທາງ ຂອງພັກ ແລະ ນະໂຍບາຍຂອງລັດ; ທີ່ລາມົກ, ອານາຈານຂັດຕໍ່ວັດທະນະທຳອັນດີງາມຂອງຊາດ;  ບິດເບືອນ ຫຼັກທຳຄຳສັ່ງສອນຂອງສາສະໜາຕ່າງໆ;
-       ຢາ ຫຼື ສານເສບຕິດ, ສານທີ່ອອກລິດຕໍ່ ຈິດ-ປະສາດ ທຸກຊະນິດ, ຢາທີ່ຕ້ອງຫ້າມນຳໃຊ້ຢູ່ ສປປ ລາວ ຕາມບັນຊີປະເພດຢາເສບຕິດ, ວັດຖຸອອກລິດຕໍ່ ຈິດ-ປະສາດ ແລະ ສານເຄມີ; ບັນຊີຢາຕ້ອງຫ້າມນຳໃຊ້ ຢູ່ ສປປ ລາວ ທີ່ກະຊວງສາທາລະນະສຸກໄດ້ກຳນົດໄວ້;
-       ສິນຄ້າ ທີ່ຄວບຄຸມການນຳເຂົ້າ ແລະ ສົ່ງອອກທີ່ ກະຊວງອຸດສາຫະກຳ ແລະ ການຄ້າໄດ້ກຳນົດໄວ້;
-       ວັດຖຸບູຮານຕ່າງໆ ທີ່ ກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກຳນົດໄວ້;
-       ໝໍ່ແຮດ, ງາຊ້າງ, ສີ້ນສ່ວນເສືອລວມເຖິງສັດປ່າ, ໄມ້ປ່າ ແລະ ພືດປ່າທີ່ຍັງມີຊິວິດ ຫຼື ຕາຍແລ້ວ  ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກຳນົດໄວ້;
-       ເຈ້ຍພິມເງິນ, ນ້ຳມຶກສຳລັບພິມເງິນ, ເຄື່ອງຈັກພິມເງິນ ແລະ ເຄື່ອງຈັກຫຼອມເງິນຫຼຽນທີ່ ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້;
-       ສິ່ງຂອງທີ່ຫ້າມນຳເຂົ້າ ຫຼື ແຈກຢາຍພາຍໃນປະເທດປາຍທາງ;
-       ສິ່ງຂອງອື່ນໆ ທີ່ເກືອດຫ້າມ ແລະ ຜິດຕໍ່ກົດໝາຍວ່າດ້ວຍການໄປສະນີ ແລະ ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ຂອງ ສປປ ລາວ.

ສິ່ງຂອງເກືອດຫ້າມ ປະເພດ ສອງ ແມ່ນ ສິ່ງຂອງທີ່ບໍ່ຜິດກົດໝາຍ ແຕ່ບໍ່ປະຕິບັດຕາມລະບຽບການໄປສະນີ ແລະ ລະບຽບການຂອງຂະແໜງການທີ່ກ່ຽວຂ້ອງ ປະກອບມີດັ່ງນີ້:

-       ສັດທີ່ຍັງມີຊີວິດ, ຕົ້ນໄມ້ກາຝາກ, ພືດຊະນິດຕ່າງໆ, ວັດຖຸກຳມັນຕະພາບລັງສີ, ວັດຖຸຊີວະວິທະຍາ ທີ່ບໍ່ໄດ້ຮັບອະນຸຍາດໃຫ້ນຳໄປຄົ້ນຄວ້າ, ວິໄຈທາງດ້ານວິທະຍາສາດຕາມລະບຽບການທີ່ໄດ້ກຳນົດໄວ້ ໂດຍອົງການທີ່ມີສິດ ອຳນາດ ກ່ຽວຂ້ອງ;
-       ສິນຄ້າອັນຕະລາຍ;
-       ແບັດເຕີລີທຸກຊະນິດ ຕາມການກຳນົດໃວ້ໃນລະບຽບການຂອງສະມາຄົມຂົນສົ່ງທາງອາກາດ ລະຫວ່າງປະເທດວາງອອກໃນແຕ່ລະໄລຍະ;
-       ວັດຖຸສິ່ງຂອງທີ່ແຫຼມຄົມ, ແຕກຫັກງ່າຍ, ທາດແຫຼວ ແລະ ສິ່ງເນົ່າເປື່ອຍງ່າຍທີ່ຫຸ້ມຫໍ່ບໍ່ຖືກຕ້ອງ ຈະພາໃຫ້ເກີດອັນຕະລາຍ ແກ່ພະນັກງານໄປສະນີ ຫຼື ອາດເຮັດໃຫ້ເຄື່ອງຝາກອື່ນ ຫຼື ອຸປະກອນໄປສະນີເປິະເປື້ອນ, ເປ່ເພເສຍຫາຍ;
-       ສິ່ງຂອງທີ່ຫ້າມນໍາເຂົ້າ ແລະ ສົ່ງອອກ ທີ່ລະບຸໃນແຈ້ງການຂອງຂະແໜງການຕ່າງໆ ວາງອອກໃນແຕ່ລະໄລຍະ;
-       ສິ່ງຂອງທີ່ມີຄ່າ ເຊັ່ນ: ເງິນ, ຄຳ, ເພັດ, ພອຍ ຫຼື ວັດຖຸທີ່ມີຄ່າອື່ນໆ ຊຶ່ງຜູ້ຝາກບໍ່ແຈ້ງລາຍລະອຽດ ໃຫ້ເຈົ້າໜ້າທີ່ໄປສະນີຊາບ;
-       ແຊັກ ແລະ ເອກະສານທຸລະກຳທາງການເງິນທຸກປະເພດ ທີ່ຜູ້ຝາກເອົາໃສ່ໃນຊອງຈົດໝາຍຝາກສົ່ງ  ແບບຈົດໝາຍທຳມະດາ;
-       ຈົດໝາຍ ຫຼື ສິ່ງຂອງຝາກທາງໄປສະນີທີ່ຂຽນ ທີ່ຢູ່ຂອງຜູ້ຝາກ ແລະ ຜູ້ຮັບບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ບໍ່ຈະແຈ້ງ, ບໍ່ຖືກຕ້ອງຕາມມາດຕະຖານເຕັກນິກຂອງໄປສະນີ.

ຂໍ້ຕົກລົງສະບັບນີ້ ປ່ຽນແທນແຈ້ງການ ກ່ຽວກັບ ການກຳນົດສິ່ງຂອງເກືອດຫ້າມ ໃນການບໍລິການໄປສະນີ ສະບັບເລກທີ 578/ສນຍ.ອປທ, ລົງວັນທີ 10 ມິຖຸນາ 2009, ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ ແລະ ພາຍຫຼັງເຜີຍແຜ່ລົງຈົດໝາຍເຫດທາງລັດຖະການ 15 ວັນເປັນຕົ້ນໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.