ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄໍາສັບ

ໝວດທີ 2 - ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບຂອງບຸກຄະລາກອນ

ມາດຕາ 3. ທີ່ຕັ້ງ ແລະ ພາລະບົດບາດ
ມາດຕາ 4. ໂຄງປະກອບບຸກຄະລາກອນ

ໝວດທີ 3 - ສິດ ແລະ ໜ້າທີ່

ມາດຕາ 5. ສິດ
ມາດຕາ 6. ໜ້າທີ່

ໝວດທີ 4 - ລະບອບແບບແຜນວິທີເຮັດວຽກ, ງົບປະມານ ແລະ ກາປະທັບ

ມາດຕາ 7. ລະບອບແບບແຜນວິທີເຮັດວຽກ
ມາດຕາ 8. ງົບປະມານ
ມາດຕາ 9. ກາປະທັບ

ໝວດທີ 5 - ການປະສານງານ

ມາດຕາ 10. ຈຸດປະສານງານໃນຂະແໜງອຸດສາຫະກໍາ ແລະ ການຄ້າ
ມາດຕາ 11. ຈຸດປະສານງານໃນຂະແໜງການອື່ນ
ມາດຕາ 12. ການປະສານງານການແຈ້ງຂໍ້ມູນຂາເຂົ້າ
ມາດຕາ 13. ການປະສານງານການແຈ້ງຂໍ້ມູນຂາອອກ
ມາດຕາ 14. ການປະສານງານກັບຈຸດສອບຖາມ

ໝວດທີ 6 - ບົດບັນຍັດສຸດທ້າຍ

ມາດຕາ 15. ການຈັດຕັ້ງປະຕິບັດ
ມາດຕາ 16. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າ  ເລກທີ 0471/ອຄ
ນະຄອນຫຼວງວຽງຈັນ, ວັນທີ 09 ມີນາ 2011

ຂໍ້ຕົກລົງວ່າດ້ວຍ
ໜ່ວຍງານແຈ້ງຂໍ້ມູນດ້ານສຸຂານາໄມ-ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ

ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າອອກຂໍ້ຕົກລົງ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
   ຂໍ້ຕົກລົງສະບັບນີ້ ກໍານົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍງານ ແຈ້ງຂໍ້ມູນດ້ານສຸຂານາໄມ-ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (ຕໍ່ໄປນີ້ເອີ້ນວ່າ: “ໜ່ວຍງານແຈ້ງຂໍ້ມູນ” ຫຼື ໃນພາສາອັງກິດແມ່ນ SPS-TBT Notification Unit) ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດໍາລັດວ່າດ້ວຍ ການແຈ້ງ ແລະ ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ ສະບັບເລກທີ 363/ນຍ, ລົງວັນທີ 19 ສິງຫາ 2010 (ຕໍ່ໄປນີ້ເອີ້ນວ່າດໍາລັດ 363). ຂ້າງເທິງ

ມາດຕາ 2. ການອະທິບາຍຄໍາສັບ

  1. ຂໍ້ມູນດ້ານສຸຂານາໄມ-ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຫຼື ຂໍ້ມູນ ໝາຍເຖິງຂໍ້ມູນກ່ຽວກັບການຮ່າງ, ການປ່ຽນແປງ ຫຼື ການອອກໃໝ່ ມາດຕະການດ້ານສຸຂານາໄມ-ສຸຂານາໄມພືດ (ຊຶ່ງໃນພາສາອັງກິດແມ່ນ Sanitary and Phytosanitary Measures ຫຼື ຂຽນຫຍໍ້ແມ່ນ SPS) ຫຼື ນິຕິກໍາທີ່ເປັນສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (ຊຶ່ງໃນພາສາອັງກິດແມ່ນ Technical Barriers to Trade ຫຼື ຂຽນຫຍໍ້ແມ່ນ TBT) ຫຼື ຂໍ້ມູນກ່ຽວກັບການເຂົ້າເປັນພາຄີຂອງ ສປປລາວ ໃນສັນຍາ ຫຼື ສົນທິສັນຍາທີ່ຕິດພັນກັບ SPS ຫຼື TBT;
  2. ອົງການຈັດຕັ້ງສາກົນ ໝາຍເຖິງບັນດາອົງການຈັດຕັ້ງສາກົນ ລວມທັງອົງການການຄ້າໂລກ, ອົງການຈັດຕັ້ງພາກພື້ນທີ່ ສປປລາວ ມີພັນທະໃນການແຈ້ງຂໍ້ມູນ;
  3. ການແຈ້ງຂໍ້ມູນ ໝາຍເຖິງການແຈ້ງຂໍ້ມູນ ໂດຍອົງການຈັດຕັ້ງສາກົນມາຍັງ ສປປລາວ (ຂໍ້ມູນຂາເຂົ້າ) ຫຼື ໂດຍ ສປປລາວ ໄປຍັງອົງການຈັດຕັ້ງສາກົນ (ຂໍ້ມູນຂາອອກ);
  4. ຈຸດສອບຖາມ ໝາຍເຖິງຈຸດສະໜອງຂໍ້ມູນດ້ານສຸຂານາໄມ ແລະ ສຸຂານາໄມພືດ (ຢູ່ກະຊວງກະສິກໍາ ແລະ ປ່າໄມ້) ແລະ ຈຸດສະໜອງຂໍ້ມູນດ້ານນິຕິກໍາ ທີ່ເປັນສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ (ຢູ່ ອົງການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດ) ຊຶ່ງມີໜ້າທີ່ສະໜອງຂໍ້ມູນຕາມການຮ້ອງຂໍ ຂອງບຸກຄົນ ຫຼື ອົງການຈັດຕັ້ງ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 5 ວັກ 1 ແລະ ວັກ 2 ຂອງດໍາລັດ 363;
  5. ຈຸດປະສານງານ ໝາຍເຖິງຈຸດປະສານງານທີ່ສ້າງຂຶ້ນ ໃນຂະແໜງການທີ່ກ່ຽວຂ້ອງ ເພື່ອປະສານງານໃນການແຈ້ງຂໍ້ມູນ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້; ແລະ
  6. ພາກສ່ວນທີ່ກ່ຽວຂ້ອງ ໝາຍເຖິງອົງການຈັດຕັ້ງສາກົນ, ຈຸດສອບຖາມ ແລະ ຈຸດປະສານງານ. ຂ້າງເທິງ

ໝວດທີ 2
ທີ່ຕັ້ງ, ພາລະບົດບາດ ແລະ ໂຄງປະກອບຂອງບຸກຄະລາກອນ

ມາດຕາ 3. ທີ່ຕັ້ງ ແລະ ພາລະບົດບາດ
   ໜ່ວຍງານແຈ້ງຂໍ້ມູນມີທີ່ຕັ້ງຢູ່ ກົມນະໂຍບາຍຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີພາລະບົດບາດໃນການປະຕິບັດໜ້າທີ່ໃນນາມ ຂອງກະຊວງອຸດສາຫະກໍາ ແລະ ການຄ້າຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 4 ຂອງດໍາລັດ 363. ຂ້າງເທິງ

ມາດຕາ 4. ໂຄງປະກອບບຸກຄະລາກອນ
   ໜ່ວຍງານແຈ້ງຂໍ້ມູນປະກອບດ້ວຍບຸກຄະລາກອນຈໍານວນໜຶ່ງ.
   ມອບໃຫ້ກົມນະໂຍບາຍການຄ້າຕ່າງປະເທດ ເປັນຜູ້ແຕ່ງຕັ້ງບຸກຄະລາກອນ ແລະ ຂໍ້ມູນການຕິດຕໍ່ຂອງໜ່ວຍງານດັ່ງກ່າວ ແລະ ແຈ້ງໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຊາບ. ຂ້າງເທິງ

ໝວດທີ 3
ສິດ ແລະ ໜ້າທີ່

ມາດຕາ 5. ສິດ
   ໜ່ວຍງານແຈ້ງຂໍ້ມູນ ມີສິດດັ່ງນີ້:

  1. ດໍາເນີນການແຈ້ງຂໍ້ມູນຂາອອກ ແລະ ຮັບການແຈ້ງຂໍ້ມູນຂາເຂົ້າໂດຍກົງ;
  2. ປະສານງານໂດຍກົງກັບພາກສ່ວນທີ່ກ່ຽວຂ້ອງ ໃນການແຈ້ງຂໍ້ມູນ ແລະ ໃນການຕິດຕາມການປ່ຽນແປງຂໍ້ມູນ;
  3. ເຂົ້າຮ່ວມ ຫຼື ຈັດກອງປະຊຸມ, ສໍາມະນາ ແລະ ຝຶກອົບຮົມຕ່າງໆ ທີ່ກ່ຽວກັບການແຈ້ງຂໍ້ມູນ; ແລະ
  4. ປະຕິບັດສິດອື່ນໆ ຕາມການມອບໝາຍຂອງຂັ້ນເທິງ. ຂ້າງເທິງ

ມາດຕາ 6. ໜ້າທີ່
   ໜ່ວຍງານແຈ້ງຂໍ້ມູນມີໜ້າທີ່ດັ່ງນີ້:

  1. ຕິດຕາມ, ສັງລວມ ແລະ ແຈ້ງຂໍ້ມູນໃຫ້ສໍາເລັດຕາມຫຼັກການພື້ນຖານ ທີ່ກໍານົດໃນມາດຕາ 3 ຂອງດໍາລັດ 363;
  2. ປະສານງານການປະກອບຄໍາເຫັນ ຂອງພາກສ່ວນທີ່ກ່ຽວຂ້ອງຕໍ່ຂໍ້ມູນຂາເຂົ້າ ແລະ ຂໍ້ມູນຂາອອກ ຢ່າງທັນກໍານົດເວລາ;
  3. ສ້າງ ແລະ ປັບປຸງຖານຂໍ້ມູນໃຫ້ເປັນລະບົບ;
  4. ຈັດຝຶກອົບຮົມວຍກງານປະສານງານ ການແຈ້ງຂໍ້ມູນໃຫ້ແກ່ຈຸດປະສານງານ;
  5. ຄົ້ນຄວ້າ ແລະ ສະເໜີປັບປຸງກົນໄກການປະສານງານ ແລະ ດ້ານອື່ນໆຂອງໜ່ວຍງານແຈ້ງຂໍ້ມູນ ໃຫ້ມີປະສິດທິຜົນດີຂຶ້ນ;
  6. ລາຍງານເປັນປະຈໍາ ໃຫ້ຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າກ່ຽວກັບການເຄື່ອນໄຫວ ຂອງໜ່ວຍງານແຈ້ງຂໍ້ມູນ; ແລະ
  7. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອລຂັ້ນເທິງ. ຂ້າງເທິງ

ໝວດທີ 4
ລະບອບແບບແຜນວິທີເຮັດວຽກ, ງົບປະມານ ແລະ ກາປະທັບ

ມາດຕາ 7. ລະບອບແບບແຜນວິທີເຮັດວຽກ
   ໃຫ້ໜ່ວຍງານແຈ້ງຂໍ້ມູນ ກໍານົດແບບແຜນວິທີເຮັດວຽກທີ່ເໝາະສົມ ໂດຍໃນນັ້ນຕ້ອງປະຕິບັດດັ່ງນີ້:

  1. ສ້າງ ແລະ ຮັກສາລະບົບຖານຂໍ້ມູນທາງເອເລັກໂທຣນິກ ເພື່ອຮັບໃຊ້ວຽກງານການແຈ້ງຂໍ້ມູນ;
  2. ສ້າງຄູ່ມືປະຕິບັດ ການແຈ້ງຂໍ້ມູນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ;
  3. ກໍານົດແຜນຝຶກອົບຮົມເປັນແຕ່ລະໄລຍະ ໃຫ້ແກ່ຈຸດປະສານງານກ່ຽວກັບວິທີປະສານງານການແຈ້ງຂໍ້ມູນ; ແລະ
  4. ມີການປະຊຸມຢ່າງໜ້ອຍສອງຄັ້ງຕໍ່ປີ ຫຼື ຕາມການສະເໜີຂອງຈຸດປະສານງານໃດໜຶ່ງ. ຂ້າງເທິງ

ມາດຕາ 8. ງົບປະມານ
   ງົບປະມານຂອງໜ່ວຍງານແຈ້ງຂໍ້ມູນ ແມ່ນໃຫ້ລວມຢູ່ໃນງົບປະມານຂອງ ກົມນະໂຍບາຍການຄ້າຕ່າງປະເທດ. ຂ້າງເທິງ

ມາດຕາ 9. ກາປະທັບ
   ໃຫ້ໜ່ວຍງານແຈ້ງຂໍ້ມູນ ນໍາໃຊ້ກາປະທັບຂອງກົມນະໂຍບາຍການຄ້າຕ່າງປະເທດ ໃນການເຄື່ອນໄຫວວຽກງານຂອງຕົນ. ຂ້າງເທິງ

ໝວດທີ 5
ການປະສານງານ

ມາດຕາ 10. ຈຸດປະສານງານໃນຂະແໜງອຸດສາຫະກໍາ ແລະ ການຄ້າ
   ໃຫ້ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ ແລະ ແຂວງແຕ່ງຕັ້ງຈຸດປະສານງານຂອງຕົນ ເພື່ອປະຕິບັດໜ້າທີ່ຕາມທີ່ໄດ້ກໍານົດໄວ້ ໃນວັກສອງຂອງມາດຕານີ້ ແລະ ແຈ້ງການແຕ່ງຕັ້ງດັ່ງກ່າວ ເປັນລາຍລັກອັກສອນ ໃຫ້ແກ່ໜ່ວຍງານແຈ້ງຂໍ້ມູນພາຍໃນ ສາມສິບ (30) ວັນ ນັບແຕ່ວັນທີ່ຂໍ້ຕົກລົງສະບັບນີ້ ມີຜົນສັກສິດເປັນຕົ້ນໄປ.
   ຈຸດປະສານງານຂອງພະແນກອຸດສາຫະກໍາ ແລະ ການຄ້າມີໜ້າທີ່ດັ່ງນີ້:

  1. ເປັນຈຸດປະສານງານລະຫວ່າງໜ່ວຍງານແຈ້ງຂໍ້ມູນ ແລະ ພາກສ່ວນຕ່າງໆຂັ້ນທ້ອງຖິ່ນ ໂດຍແຈກຢາຍຂໍ້ມູນທີ່ໄດ້ຮັບຈາກໜ່ວຍງານແຈ້ງຂໍ້ມູນ ໄປຍັງພາກສ່ວນດັ່ງກ່າວ ພາຍໃນກໍານົດເວລາທີ່ກໍານົດ ໂດຍໜ່ວຍງານແຈ້ງຂໍ້ມູນ;
  2. ຕິດຕາມການປ່ຽນແປງຂໍ້ມູນ ພາຍໃນທ້ອງຖິ່ນຂອງຕົນ ແລະ ລາຍງານການປ່ຽນແປງດັ່ງກ່າວ ໃຫ້ໜ່ວຍງານແຈ້ງຂໍ້ມູນໃນທັນທີ;
  3. ອໍານວຍຄວາມສະດວກອື່ນໆ ໃຫ້ແກ່ໜ່ວຍງານແຈ້ງຂໍ້ມູນທີ່ຈໍາເປັນ ເພື່ອປະຕິບັດການແຈ້ງຂໍ້ມູນໃຫ້ສໍາເລັດ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ຕົກລົງສະບັບນີ້;
  4. ລາຍງານສະພາບການປະຕິບັດໜ້າທີ່ຂອງຕົນ ຕາມການຮ້ອງຂໍຂອງໜ່ວຍງານແຈ້ງຂໍ້ມູນ; ແລະ
  5. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມການມອບໝາຍຂອງໜ່ວຍງານແຈ້ງຂໍ້ມູນ. ຂ້າງເທິງ

ມາດຕາ 11. ຈຸດປະສານງານໃນຂະແໜງການອື່ນ
   ຂະແໜງການອື່ນທີ່ຕ້ອງມີຈຸດປະສານງານ ໃນການຮັບ ແລະ ການສະໜອງຂໍ້ມູນດ້ານສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ແກ່ໜ່ວຍງານແຈ້ງຂໍ້ມູນປະກອບມີ:

  1. ຂະແໜງກະສິກໍາ ແລະ ປ່າໄມ້;
  2. ຂະແໜງສາທາລະນະສຸກ;
  3. ຂະແໜງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ;
  4. ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ; ແລະ
  5. ຂະແໜງການອື່ນທີ່ກ່ຽວຂ້ອງ.

   ຂະແໜງການອື່ນ ທີ່ຕ້ອງມີຈຸດປະສານງານໃນການຮັບ ແລະ ການສະໜອງຂໍ້ມູນດ້ານສິ່ງກີດຂວາງ ດ້ານເຕັກນິກຕໍ່ການຄ້າໃຫ້ແກ່ໜ່ວຍງານແຈ້ງຂໍ້ມູນ ປະກອບມີ:

  1. ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ
  2. ຂະແໜງຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ;
  3. ຂະແໜງກະສິກໍາ ແລະ ປ່າໄມ້;
  4. ຂະແໜງພະລັງງານ ແລະ ບໍ່ແຮ່;
  5. ຂະແໜງໂຍທາທິການ ແລະ ຂົນສົ່ງ;
  6. ຂະແໜງໄປສະນີ ແລະ ໂທລະຄົມມະນາຄົມ;
  7. ຂະແໜງຖະແຫຼງຂ່າວ ແລະ ວັດທະນະທໍາ;
  8. ຂະແໜງສາທາລະນະສຸກ;
  9. ຂະແໜງປ້ອງກັນຄວາມສະຫງົບ; ແລະ
  10. ຂະແໜງການອື່ນໆທີ່ກ່ຽວຂ້ອງ.

   ສໍາລັບພາກທຸລະກິດ ແມ່ນໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເປັນຈຸດປະສານງານລະຫວ່າງ ໜ່ວຍງານແຈ້ງຂໍ້ມູນ ແລະ ກົວໜ່ວຍທຸລະກິດຕ່າງໆ.
   ໃຫ້ໜ່ວຍງານແຈ້ງຂໍ້ມູນປະສານສົມທົບ ກັບຂະແໜງການກ່ຽວຂ້ອງ ເພື່ອແຕ່ງຕັ້ງຈຸດປະສານງານ ຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 12. ການປະສານງານການແຈ້ງຂໍ້ມູນຂາເຂົ້າ
   ໃນກໍລະນີທີ່ໄດ້ຮັບຂໍ້ມູນຂາເຂົ້າ, ໜ່ວຍງານແຈ້ງຂໍ້ມູນ ຕ້ອງແຈກຢາຍຂໍ້ມູນດັ່ງກ່າວ ໃຫ້ຈຸດປະສານງານທີ່ກ່ຽວຂ້ອງ ຢ່າງຊ້າບໍ່ໃຫ້ກາຍ ຫ້າ (5) ວັນລັດຖະການ ນັບແຕ່ວັນທີ່ໄດ້ຮັບຂໍ້ມູນດັ່ງກ່າວ ເພື່ອຂໍຄໍາເຫັນ ໂດຍກໍານົດໄລຍະເວລາທີ່ຈຸດປະສານງານດັ່ກງ່າວ ສາມາດສົ່ງຄໍາເຫັນໃຫ້ຕົນ.
   ໜ່ວຍງານແຈ້ງຂໍ້ມູນຕ້ອງຕິດຕາມ ແລະ ສັງລວມຄໍາເຫັນທີ່ໄດ້ຮັບແລ້ວສົ່ງໃຫ້ອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງຕາມກໍານົດເວລາ. ຂ້າງເທິງ

ມາດຕາ 13. ການປະສານງານການແຈ້ງຂໍ້ມູນຂາອອກ
   ໜ່ວຍງານແຈ້ງຂໍ້ມູນຕ້ອງປະສານງານ ກັບຈຸດປະສານງານທີ່ກ່ຽວຂ້ອງ ເພື່ອປະຕິບັດການແຈ້ງຂໍ້ມູນຂາອອກ ໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານ ທີ່ກໍານົດໄວ້ໃນມາດຕາ 3 ຂອງດໍາລັດ 363.
   ໃນກໍລະນີ ທີ່ໄດ້ຮັບຄໍາເຫັນຈາກອົງການຈັດຕັ້ງສາກົນ ຕໍ່ຂໍ້ມູນຂາອອກ, ໜ່ວຍງານແຈ້ງຂໍ້ມູນຕ້ອງສັງລວມຄໍາເຫັນດັ່ງກ່າວ  ແລ້ວສົ່ງໄປສົ່ງຈຸດປະສານງານທີ່ກ່ຽວຂ້ອງ ຢ່າງຊ້າບໍ່ໃຫ້ກາຍ ຫ້າ (5) ວັນລັດຖະການ ນັບແຕ່ມື້ທີ່ໄດ້ຮັບຄໍາເຫັນເປັນຕົ້ນໄປ. ຂ້າງເທິງ

ມາດຕາ 14. ການປະສານງານກັບຈຸດສອບຖາມ
   ໜ່ວຍງານແຈ້ງຂໍ້ມູນຕ້ອງປະສານງານ ກັບຈຸດສອບຖາມໂດຍກົງ ແລະ ເປັນປະຈໍາ ເພື່ອແລກປ່ຽນຂໍ້ມູນ ແລະ ເພື່ອຫຼີກເວັ້ນການເຮັດວຽກແບບຊໍ້າຊ້ອນ ລະຫວ່າງໜ່ວຍງານແຈ້ງຂໍ້ມູນ ແລະ ຈຸດສອບຖາມໃນການປະສານງານກັບຈຸດປະສານງານອື່ນ. ຂ້າງເທິງ

ໝວດທີ 6
ບົດບັນຍັດສຸດທ້າຍ

ມາດຕາ 15. ການຈັດຕັ້ງປະຕິບັດ
   ໃຫ້ກົມນະໂຍບາຍການຄ້າຕ່າງປະເທດ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້. ໃຫ້ທຸກພາກສ່ວນພາຍໃນຂະແໜງອຸດສາປະກໍາ ແລະ ການຄ້າອໍານວຍຄວາມສະດວກທຸກຢ່າງ ຕາມການຮ້ອງຂໍຂອງໜ່ວຍງານແຈ້ງຂໍ້ມູນ ເພື່ອຈັດຕັ້ງປະຕິບັດ ການແຈ້ງຂໍ້ມູນ.
   ຂະແໜງການອື່ນຈົ່ງຮັບຊາບ, ແຕ່ງຕັ້ງຈຸດປະສານງານຂອງຕົນ ແລະ ໃຫ້ຄວາມຮ່ວມມືຕາມຄວາມເໝາະສົມ ແລະ ບົນພື້ນຖານຂອງດໍາລັດ 363. ຂ້າງເທິງ

ມາດຕາ 16. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ
ດຣ. ນາມ ວິຍະເກດ

 

# ຫົວຂໍ້ ດາວໂຫຼດ
1 Decision on the Notification Unit of Sanitary-Phytosanitary Measures and Technical Barriers to Trade No.0471/MoIC PDF
2 ຂໍ້ຕົກລົງ ວ່າດ້ວຍ ໜ່ວຍງານແຈ້ງຂໍ້ມູນ ດ້ານສຸຂານາໄມ-ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກ ຕໍ່ການຄ້າ ເລກທີ 0471/ອຄ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.