ສະພາແຫ່ງຊາດ ອອກ ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ  ການກັກກັນພືດ (ສະບັບປັບປຸງ) ເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016 ເພື່ອປ່ຽນແທນ ກົດໝາຍ ວ່າດ້ວຍ ການປ້ອງກັນພືດ ສະບັບເລກທີ 06/ສພຊ, ລົງວັນທີ 09 ທັນວາ 2008. ກົດໝາຍ ວ່າດ້ວຍ ການປ້ອງກັນ ແລະ ການກັກກັນພືດ ສະບັບນີ້ ກໍານົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການຕິດຕາມການກວດກາ ວຽກງານປ້ອງກັນ ແລະ ກັກກັນພືດ ເພື່ອສະກັດກັ້ນການແພ່ລະບາດ ຂອງ ສັດຕູພືດ ຢູ່ພາຍໃນປະເທດ, ການແຜ່ລະບາດຈາກພາຍນອກເຂົ້າມາ ສປປ ລາວ ແລະ ຈາກ ສປປ ລາວ ໄປຍັງ ປະເທດອື່ນ ເພື່ອແນໃສ່ຮັກສາສຸຂານາໄມພືດ, ປົກປັກຮັກສາສິ່ງແວດລ້ອມ, ຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໃຫ້ເພີ່ມຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ ຕາມທິດກະສິກໍາສະອາດ, ສີຂຽວ ແລະ ຍືນຍົງ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການອໍານວຍຄວາມສະດວກທາງດ້ານການຄ້າ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ພືດ, ຜະລິດຕະພັນ ຫຼື ວັດຖຸຕ້ອງຄວບຄຸມ ທີ່ຕ້ອງຂໍອະນຸຍາດນໍາເຂົ້າປະກອບມີ: (1) ການນໍາເຂົ້າ ຈາກປະເທດທີ່ຖືກຢັ້ງຢືນ ຫຼື ສົງໄສວ່າເປັນແຫຼ່ງຂອງສັດຕູພືດກັກກັນ; (2) ການນໍາເຂົ້າ ທີ່ຕ້ອງກັກກັນ ພາຍຫຼັງການນໍາເຂົ້າ ເປັນຕົ້ນແນວພັນພືດ, ແມງໄມ້ທີ່ເປັນປະໂຫຍດ, ເຊື້ອຊີວະວິທະຍາ; (3) ການນໍາເຂົ້າ ເພື່ອນໍາໃຊ້ຂັ້ນສຸດທ້າຍສະເພາະໃດໜຶ່ງ ຫຼື ເພື່ອການຄົ້ນຄວ້າ ທົດລອງ; (4) ການນໍາເຂົ້າ ເພື່ອແກ້ໄຂວິກິດການດ້ານມະນຸດສະທຳ ຫຼື ໄພພິບັດທາງທຳມະຊາດ; (5) ການນໍາເຂົ້າ ທີ່ມີຄວາມຈໍາເປັນຕ້ອງຕິດຕາມການຈະລາຈອນພືດ, ຜະລິດຕະພັນພືດ ຫຼື  ວັດຖຸຕ້ອງຄວບຄຸມໃນໄລຍະເວລາໃດໜຶ່ງ ພາຍຫຼັງການນຳເຂົ້າ. ສໍາລັບລາຍລະອຽດພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມທີ່ຕ້ອງ ຂໍອະນຸຍາດນໍາເຂົ້າ ແມ່ນກໍານົດໃສ່ໃນລະບຽບການຕ່າງຫາກ. ເມື່ອພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມໄດ້ຮັບອະນຸຍາດນໍາເຂົ້າແລ້ວ ຕ້ອງນໍາເຂົ້າ ສປປ ລາວ ຕາມດ່ານທີ່ກຳນົດ ແລະ ນໍາໃຊ້ໃນຂອບເຂດຕາມທີ່ໄດ້ກໍານົດໄວ້ໃນໃບອະນຸຍາດນໍາເຂົ້າ.

ສໍາລັບການສົ່ງອອກພືດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງໃນການສົ່ງອອກພືດ, ຜະລິດຕະພັນພືດ ແລະ ວັດຖຸຕ້ອງຄວບຄຸມ ຕ້ອງສະເໜີຕໍ່ການຄຸ້ມຄອງວຽກງານປ້ອງກັນ ແລະ ການກັກກັນພືດ ເພື່ອປະຕິບັດມາດຕະການສຸຂານາໄມພືດຕາມເງື່ອນໄຂການນໍາເຂົ້າຂອງປະເທດປາຍທາງ ພືດ, ຜະລິດຕະພັນພືດ ຫຼື ວັດຖຸຕ້ອງຄວບຄຸມ ທີ່ບໍ່ຢູ່ໃນບັນຊີຄວບຄຸມການປ້ອງກັນ ຂອງປະເທດປາຍທາງ ໃຫ້ສົ່ງອອກຕາມລະບຽບການທີ່ກ່ຽວຂ້ອງ.

ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດໍາລັດປະກາດໃຊ້ (28 ພະຈິກ 2016) ແລະ ພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການ (13 ກຸມພາ 2017) ສິບຫ້າວັນ ກໍຄືວັນທີ 28 ກຸມພາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.