ສະພາແຫ່ງຊາດ ອອກ ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ) ເລກທີ 08/ສພຊ, ລົງວັນທີ 11 ພະຈິກ 2016 ເຊິ່່ງປ່ຽນແທນ ກົດໝາຍ ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008. ກົດໝາຍ ສະບັບປັບປຸງນີ້ ປະກອບມີ 13 ພາກ ແລະ 120 ມາດຕາ, ໃນນັ້ນໄດ້ປັບປຸງຄືນ 71 ມາດຕາ ແລະ ເພີີ່ມໃໝ່ 46 ມາດຕາ  ເຊິ່ງໄດ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມ ແລະ ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ ເພື່ອພັດທະນາ ການລ້ຽງສັດ, ການຮັກສາສຸຂະພາບສັດ, ການປົກປັກຮັກສາກຳມະພັນ ແລະ ຊັບພະຍາກອນສັດ, ສະຫວັດດີການສັດ ແລະ ຄວາມປອດໄພທາງດ້ານອາຫານ ແນໃສ່ເພີ່ມປະລິມານ, ຍົກສູງຄຸນນະພາບຂອງຜະລິດຕະພັນສັດ ແລະ ຜະລິດເປັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າຕາມທິດກະສິ ກຳ ສີຂຽວ, ສະອາດ ແລະ ຍືນຍົງ.

ສຳລັບຂັ້ນຕອນການຂໍອະນຸຍາດນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານ ຜະລິດຕະພັນສິນຄ້າກ່ຽວກັບສັດ, ຜູ້ປະກອບການ ຕ້ອງຍື່ນຄຳຮ້ອງຕໍ່ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຢ່າງໜ້ອຍ 15 ວັນ ກ່ອນການນຳເຂົົ້າ, ສົ່ງອອກ ຫຼື ສົ່ງຜ່ານ ໂດຍນຳໃຊ້ແບບພິມທີ່ໄດ້ກຳນົດໄວ້, ຈາກນັ້ນ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຈະດຳເນີນການກວດກາດ້ານວິຊາການ ແລ້ວອອກໃບອະນຸຍາດພາຍໃນ 05 ວັນລັດຖະການ. ກ່ອນການນຳເຂົ້າ, ສົ່ງອອກ ຫຼື ສົ່ງຜ່ານຕົວຈິງ, ຜູ້ປະກອບການ ຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງພ້ອມທັງ ວັນ ແລະ ເວລາ ທີ່ຈະນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ຕົວຈິງຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານທີ່ກ່ຽວຂ້ອງ ຢ່າງໜ້ອຍ 01 ວັນ.

ການສົ່ງຜ່ານນັ້ນຕ້ອງໄປຕາມເສັ້ນທາງ ແລະ ອອກດ່ານທີ່ກໍານົດ ໂດຍບໍ່ໃຫ້ມີການຄ່ຽນຖ່າຍລະຫວ່າງທາງ ຫຼື ຢູ່ຈຸດໃດໜຶ່ງ ທີ່ບໍ່ໄດ້ຮັບການອະນຸຍາດຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ, ຖ້າມີການສົງໄສ ຫຼືຢັ້ງຢືນວ່າ ຜະລິດຕະພັນສິນຄ້າກ່ຽວກັບສັດນັ້ນ ມີຄວາມສ່ຽງຕ້ອງຖືກກັກ ແລະ ນໍາໃຊ້ມາດຕະການດ້ານສຸຂານາໄມ ໂດຍຜູ້ສົ່ງຜ່ານຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕາມລະບຽບການ.

ກົດໝາຍສະບັບນີ້ ມີຜົນສັກສິດນັບແຕ່ວັນປະທານປະເທດ ແຫ່ງ ສປປ ລາວ ອອກລັດຖະດໍາລັດປະກາດໃຊ້ (19 ທັນວາ 2016) ແລະ ພາຍຫຼັງໄດ້ລົງຈົດໝາຍເຫດທາງລັດຖະການ (27 ມີນາ 2017) ສິບຫ້າວັນ ກໍຄືວັນທີ 12 ເມສາ 2017.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.