ສາລະບານ

ພາກທີ I ບົດບັນຍັດທົ່ວໄປ

ມາດຕາ  1  (ປັບປຸງ) ຈຸດປະສົງ
ມາດຕາ   2  (ປັບປຸງ) ການລ້ຽງສັດ
ມາດຕາ  3  (ປັບປຸງ) ການສັດຕະວະແພດ
ມາດຕາ  4  (ປັບປຸງ) ການອະທິບາຍຄໍາສັບ
ມາດຕາ  5  (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ
ມາດຕາ  6  (ປັບປຸງ) ຫຼັກການກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ
ມາດຕາ  7  (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ
ມາດຕາ  8  (ປັບປຸງ) ການຮ່ວມມືສາກົນ

ພາກທີ II ການລ້ຽງສັດ

ມາດຕາ  9  (ປັບປຸງ) ວຽກງານລ້ຽງສັດ
ມາດຕາ  10  (ປັບປຸງ) ແຜນພັດທະນາການລ້ຽງສັດ
ມາດຕາ  11  (ປັບປຸງ) ການສໍາຫຼວດກ່ຽວກັບການລ້ຽງສັດ
ມາດຕາ  12  (ປັບປຸງ) ການນໍາໃຊ້ທີ່ດິນສໍາລັບການລ້ຽງສັດ
ມາດຕາ  13  (ປັບປຸງ) ການຄົ້ນຄວ້າ ແລະ ການທົດລອງການລ້ຽງສັດ
ມາດຕາ  14  (ປັບປຸງ) ການພັດທະນາ ແລະ ການຄຸ້ມຄອງແນວພັນສັດ
ມາດຕາ  15  (ປັບປຸງ) ການພັດທະນາ ແລະ ການຄຸ້ມຄອງອາຫານສັດ ແລະ ພືດອາຫານສັດ
ມາດຕາ  16  (ປັບປຸງ) ການວິໄຈອາຫານສັດ
ມາດຕາ  17  (ປັບປຸງ) ການຂຶ້ນທະບຽນພິມສັດ ແລະ ການສືບຢ້ອນຫຼັງປະຫວັດຂອງສັດ
ມາດຕາ  18  (ປັບປຸງ) ການນໍາໃຊ້ສັດລ້ຽງ

ພາກທີ III ການສັດຕະວະແພດ

ມາດຕາ  19  (ໃໝ່) ວຽກງານສັດຕະວະແພດ

ໝວດທີ 1 ການກັນ ແລະ ຄວບຄຸມພະຍາດລະບາດສັດ

ມາດຕາ  20  (ປັບປຸງ) ພະຍາດສັດທີ່ຈໍາເປັນຕ້ອງແຈ້ງ
ມາດຕາ  21  (ໃໝ່) ພະຍາດສັດເກີດໃໝ່ ແລະ ພະຍາດສັດກັບມາລະບາດຄືນໃໝ່
ມາດຕາ  22  (ປັບປຸງ) ແຜນຍຸດທະສາດກັນ ແລະ ຄວບຄຸມພະຍາດສັດ
ມາດຕາ  23    (ໃໝ່) ຕາໜ່າງລະບາດວິທະຍາສັດຕະວະແພດ
ມາດຕາ  24  (ປັບປຸງ) ການກັນພະຍາດສັດ
ມາດຕາ  25  (ປັບປຸງ) ການເຝົ້າລະວັງພະຍາດສັດ
ມາດຕາ  26  (ປັບປຸງ) ການແຈ້ງກ່ຽວກັບສັດເຈັບປ່ວຍຫຼືຕາຍ
ມາດຕາ  27  (ໃໝ່) ການຢັ້ງຢືນພະຍາດລະບາດສັດ
ມາດຕາ  28  (ປັບປຸງ) ການປະກາດ ແລະ ການຍົກເລີກເຂດຄວບຄຸມພະຍາດລະບາດສັດ
ມາດຕາ  29  (ປັບປຸງ) ມາດຕະການໂຕ້ຕອບການລະບາດຂອງພະຍາດສັດ
ມາດຕາ  30  (ໃໝ່) ການຂ້າສັດ ແລະ ການທຳລາຍຊາກສັດ ເພື່ອຄວບຄຸມການລະບາດຂອງພະຍາດສັດ
ມາດຕາ  31  (ໃໝ່) ການຊົດເຊີຍ
ມາດຕາ  32 (ໃໝ່) ການຮັກສາສຸຂະພາບສັດນໍ້າ, ສັດປ່າ ແລະ ສັດລ້ຽງທີ່ບໍ່ມີເຈົ້າຂອງ
ມາດຕາ  33  (ໃໝ່) ແຜນຮອງຮັບ ແລະ ແຜນສຸກເສີນເພື່ອຄວບຄຸມການລະບາດຂອງພະຍາດສັດ
ມາດຕາ  34  (ໃໝ່) ລະບົບການຄົ້ນຫາພະຍາດແຕ່ຫົວທີ ແລະ ແຈ້ງເຕືອນໄພລ່ວງໜ້າ
ມາດຕາ  35  (ປັບປຸງ) ການວິໄຈພະຍາດສັດ
ມາດຕາ  36 (ໃໝ່) ການຄວບຄຸມມາດຕະຖານຟາມລ້ຽງສັດແບບວົງປິດ
ມາດຕາ  37  (ໃໝ່) ເຂດປອດພະຍາດສັດ
ມາດຕາ  38  (ໃໝ່) ມາດຕະການດ້ານສຸຂານາໄມ ແລະ ການເຜີຍແຜ່
ມາດຕາ  39  (ໃໝ່) ສຸຂະສຶກສາດ້ານສຸຂະພາບສັດ

ໝວດທີ 2 ການປິ່ນປົວສັດ

ມາດຕາ  40  (ໃໝ່) ການປິ່ນປົວສັດ
ມາດຕາ  41  (ໃໝ່) ການນຳໃຊ້ຢາສັດຕະວະແພດ

ໝວດທີ  3 ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ

ມາດຕາ  42  (ໃໝ່) ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ  43  (ປັບປຸງ) ດ່ານກວດກາສັດຕະວະແພດ
ມາດຕາ  44  (ປັບປຸງ) ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດພາຍໃນປະເທດ.
ມາດຕາ  45  (ປັບປຸງ) ການນໍາເຂົ້າຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ  46  (ໃໝ່) ການຕິດຕາມກວດກາຜະລິດຕະພັນສິນຄ້າກ່ຽວກັບສັດຫຼັງການນຳເຂົ້າ
ມາດຕາ  47  (ໃໝ່) ການກັກ ຫຼື ຂັງສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດທີ່ນຳເຂົ້າ
ມາດຕາ  48  (ປັບປຸງ) ການສົ່ງອອກຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ  49  (ປັບປຸງ) ການສົ່ງຜ່ານຜະລິດຕະພັນສິນຄ້າກ່ຽວກັບສັດ
ມາດຕາ  50  (ໃໝ່) ການອອກໃບຢັ້ງຢືນດ້ານສັດຕະວະແພດລະຫວ່າງປະເທດ
ມາດຕາ  51  (ໃໝ່) ສະຖານທີ່ກັກກັນສັດ

ໝວດທີ4 ການຂ້າ, ຄົວສັດ ແລະ ການກວດກາອະນາໄມຊີ້ນ

ມາດຕາ  52  (ປັບປຸງ) ການຂ້າ ແລະ ຄົວສັດ
ມາດຕາ  53  (ປັບປຸງ) ການກວດກາອະນາໄມຊີ້ນ
ມາດຕາ  54  (ໃໝ່) ການແປຮູບຜະລິດຕະພັນສັດຂັ້ນຕົ້ນ
ມາດຕາ  55  (ປັບປຸງ) ການເກັບຮັກສາ, ຫຸ້ມຫໍ່ ແລະ ການຂົນສົ່ງຜະລິດຕະພັນສັດຂັ້ນຕົ້ນ
ມາດຕາ  56  (ໃໝ່) ຜະລິດຕະພັນສໍາຮອງຈາກສັດ

ໝວດທີ 5 ສະຫວັດດີການສັດ

ມາດຕາ  57  (ໃໝ່) ການລ້ຽງສັດທີ່ມີສະຫວັດດີການສັດ
ມາດຕາ  58  (ໃໝ່) ການຂົນສົ່ງສັດທີ່ມີສະຫວັດດີການສັດ
ມາດຕາ  59  (ໃໝ່) ການຂ້າສັດທີ່ມີສະຫວັດດີການສັດ
ມາດຕາ  60  (ໃໝ່) ການປະຕິບັດຕໍ່ສັດທົດລອງ ແລະ ສັດລ້ຽງເພື່ອສາທາລະນະປະໂຫຍດ
ມາດຕາ  61  (ໃໝ່) ການປະຕິບັດຕໍ່ສັດທີ່ບໍ່ມີເຈົ້າຂອງ

ພາກທີ IV ການສົ່ງເສີມການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ  62  (ປັບປຸງ) ການສົ່ງເສີມການລ້ຽງສັດ
ມາດຕາ  63  (ປັບປຸງ) ການສົ່ງເສີມການສັດຕະວະແພດ
ມາດຕາ  64  (ໃໝ່) ກອງທຶນພັດທະນາການລ້ຽງສັດ ແລະ ການສັດຕະວະແພດ
ມາດຕາ  65  (ໃໝ່) ຂໍ້ມູນ ຂ່າວສານ ດ້ານການລ້ຽງສັດ ແລະ ການສັດຕະວະແພດ
ມາດຕາ  66  (ປັບປຸງ) ການສ້າງຕັ້ງກຸ່ມ, ສະຫະກອນລ້ຽງສັດ ແລະ ສະມາຄົມສັດຕະວະແພດ

ພາກທີ V ທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ

ໝວດທີ 1 ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ  67  (ປັບປຸງ) ທຸລະກິດກ່ຽວກັບການລ້ຽງສັດ
ມາດຕາ  68  (ປັບປຸງ) ທຸລະກິດກ່ຽວກັບການສັດຕະວະແພດ
ມາດຕາ  69  (ປັບປຸງ) ການດໍາເນີນທຸລະກິດກ່ຽວກັບ ການລ້ຽງສັດ ແລະ ການສັດຕະວະແພດ
ມາດຕາ  70  (ໃໝ່) ເງື່ອນໄຂການດຳເນີນທຸລະກິດ
ມາດຕາ  71  (ໃໝ່) ການໂຈະການດໍາເນີນທຸລະກິດ
ມາດຕາ  72  (ໃໝ່) ການຍົກເລີກການດໍາເນີນທຸລະກິດ
ມາດຕາ  73  (ໃໝ່) ການສະເໜີ ຫຼື ຂໍອຸທອນ ການແຈ້ງໂຈະ ຫຼື ການຍົກເລີກການດໍາເນີນທຸລະກິດ
ໝວດທີ 2 ການຄວບຄຸມລະບົບຕ່ອງໂສ້ການຜະລິດສັດ
ມາດຕາ  74  (ປັບປຸງ) ການຄວບຄຸມຟາມລ້ຽງສັດ ແລະ ການລ້ຽງສັດຂະໜາດນ້ອຍຂອງປະຊາຊົນ
ມາດຕາ  75  (ປັບປຸງ) ການຄວບຄຸມໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ
ມາດຕາ  76  (ໃໝ່) ການຄວບຄຸມອາຫານສັດ ແລະ ຢາສັດຕະວະແພດ
ມາດຕາ  77  (ໃໝ່) ການຄວບຄຸມການນຳໃຊ້ຢາ ແລະ ສານກະຕຸ້ນເຂົ້າໃນການລ້ຽງສັດ
ມາດຕາ  78  (ໃໝ່) ການຄວບຄຸມການບໍລິການປິ່ນປົວສັດ ແລະ ການເສີມສວຍສັດລ້ຽງປະຈໍາເຮືອນ
ມາດຕາ 79 (ປັບປຸງ) ການຄວບຄຸມໂຮງຮຽນວິຊາຊີບ ຫຼື ສູນຝຶກອົບຮົມວິຊາການລ້ຽງສັດ ແລະ ການສັດຕະວະແພດ
ມາດຕາ  80 (ໃໝ່)  ການຄວບຄຸມສິ່ງແວດລ້ອມ ໃນການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ

ໝວດທີ 3 ການປະກອບວິຊາຊີບລ້ຽງສັດ, ວິຊາຊີບສັດຕະວະແພດ ແລະ ຫຼັກສູດການສຶກສາ
ດ້ານການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ  81  (ໃໝ່) ສະພາສັດຕະວະແພດ
ມາດຕາ  82  (ໃໝ່) ການປະກອບວິຊາຊີບລ້ຽງສັດ ແລະ ສັດຕະວະແພດ
ມາດຕາ  83  (ປັບປຸງ) ຫຼັກສູດການສຶກສາດ້ານການລ້ຽງສັດ ແລະ ການສັດຕະວະແພດ

ພາກທີ VI ສິດ ແລະ ພັນທະຂອງພະນັກງານ-ລັດຖະກອນ ລ້ຽງສັດ ແລະ ສັດຕະວະແພດ,
ຜູ້ປະກອບການ ແລະ ຜູ້ບໍລິໂພກ

ມາດຕາ  84  (ໃໝ່) ສິດ ແລະ ພັນທະຂອງພະນັກງານ-ລັດຖະກອນ ລ້ຽງສັດ ແລະ ສັດຕະວະແພດ
ມາດຕາ  85  (ປັບປຸງ) ສິດຂອງຜູ້ປະກອບການ
ມາດຕາ  86  (ປັບປຸງ) ພັນທະຂອງຜູ້ປະກອບການ
ມາດຕາ  87  (ປັບປຸງ) ສິດຂອງຜູ້ບໍລິໂພກ
ມາດຕາ  88  (ປັບປຸງ) ພັນທະຂອງຜູ້ບໍລິໂພກ

ພາກທີVII ຂໍ້ຫ້າມ

ມາດຕາ  89  (ປັບປຸງ) ຂໍ້ຫ້າມທົ່ວໄປ
ມາດຕາ  90  (ປັບປຸງ) ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ

ພາກທີVIII ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ  91  (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງ
ມາດຕາ  92  (ປັບປຸງ) ການແກ້ໄຂດ້ວຍການປະນີປະນອມກັນ
ມາດຕາ  93  (ໃໝ່) ການແກ້ໄຂດ້ວຍການໄກ່ເກ່ຍ
ມາດຕາ  94  (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ
ມາດຕາ  95  (ປັບປຸງ) ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
ມາດຕາ  96  (ປັບປຸງ) ການຮ້ອງຟ້ອງຕໍ່ສານ
ມາດຕາ  97  (ໃໝ່) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ
ພາກທີ IX ການຄຸ້ມຄອງ ແລະ ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ
ໝວດທີ 1 ການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ
ມາດຕາ  98  (ປັບປຸງ) ອົງການຄຸ້ມຄອງ
ມາດຕາ  99  (ປັບປຸງ) ສິດ ແລະ ໜ້າທີ່ຂອງ ກະຊວງກະສິກຳ ແລະ ປ່າໄມ້
ມາດຕາ  100  (ປັບປຸງ) ສິດ ແລະ ໜ້າທີ່ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ
ມາດຕາ  101  (ປັບປຸງ) ສິດ ແລະ ໜ້າທີ່ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ
ມາດຕາ  102  (ປັບປຸງ) ສິດ ແລະ ໜ້າທີ່ຂອງຈຸງານກະສິກຳ ແລະ ປ່າໄມ້ບ້ານ ຂອງໜ່ວຍເສດຖະກິດ-ການເງິນບ້ານ
ມາດຕາ  103  (ໃໝ່) ສິດ ແລະ ໜ້າທີ່ຂອງດ່ານກວດກາສັດຕະວະແພດ
ມາດຕາ  104  (ໃໝ່) ສິດ ແລະ ໜ້າທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ

ໝວດທີ2 ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ

ມາດຕາ  105  (ປັບປຸງ) ອົງການກວດກາ
ມາດຕາ  106  ສິດ ແລະ ໜ້າທີ່ຂອງອົງການກວດກາ
ມາດຕາ  107  (ໃໝ່) ຫົວໜ້າເຈົ້າໜ້າທີ່ສັດຕະວະແພດ
ມາດຕາ  108  (ປັບປຸງ) ເຈົ້າໜ້າທີ່ສັດຕະວະແພດ
ມາດຕາ  109  (ໃໝ່) ເນື້ອໃນການກວດກາ
ມາດຕາ  110  (ປັບປຸງ) ຮູບການການກວດກາ

ພາກທີ X ວັນສັກຢາກັນພະຍາດສັດແຫ່ງຊາດ, ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ  111  ວັນສັກຢາກັນພະຍາດສັດແຫ່ງຊາດ
ມາດຕາ  112  (ປັບປຸງ) ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ພາກທີ XI ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ  113  ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ  114  (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ
ມາດຕາ  115  (ປັບປຸງ) ມາດຕະການກ່າວເຕືອນ ແລະ ສຶກສາອົບຮົມ
ມາດຕາ  116  (ປັບປຸງ) ມາດຕະການທາງວິໄນ
ມາດຕາ  117  (ປັບປຸງ) ມາດຕະການປັບໃໝ
ມາດຕາ  118  (ໃໝ່) ມາດຕະການທາງແພ່ງ
ມາດຕາ  119  (ປັບປຸງ) ມາດຕະການທາງອາຍາ
ພາກທີ XII ບົດບັນຍັດສຸດທ້າຍ
ມາດຕາ  120  ການຈັດຕັ້ງປະຕິບັດກົດໝາຍ
ມາດຕາ  121  (ປັບປຸງ) ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ         ເລກທີ 08 /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2016       

ກົດໝາຍ
ວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ (ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ  1  (ປັບປຸງ) ຈຸດປະສົງ

 ກົດໝາຍສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ການຕິດຕາມ ແລະ ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ ເພື່ອພັດທະນາ ການລ້ຽງສັດ, ການຮັກສາສຸຂະພາບສັດ, ການປົກປັກຮັກສາກຳມະພັນ ແລະ ຊັບພະຍາກອນສັດ, ສະຫວັດດີການສັດ ແລະ ຄວາມປອດໄພທາງດ້ານອາຫານ ແນໃສ່ເພີ່ມປະລິມານ, ຍົກສູງຄຸນນະພາບຂອງຜະລິດຕະພັນສັດ ແລະ ຜະ ລິດເປັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າຕາມທິດກະສິ ກຳ ສີຂຽວ, ສະອາດ ແລະ ຍືນຍົງ. ຂ້າງເທິງ

ມາດຕາ   2  (ປັບປຸງ) ການລ້ຽງສັດ

 ການລ້ຽງສັດ ແມ່ນ ການນຳເອົາສັດມາລ້ຽງໃນສະຖານທີ່ໃດໜຶ່ງທີ່ເໝາະສົມ ຊຶ່ງມີການຄຸ້ມຄອງ, ການປົກປັກຮັກສາ ແລະ ການນໍາໃຊ້ແນວພັນສັດ, ການຈັດການທີ່ຢູ່ອາໄສ ແລະ ສະພາບແວດລ້ອມຂອງສັດ, ການສະໜອງອາຫານ, ນໍ້າ ແລະ ການດູແລສຸຂະພາບສັດທີ່ດີ ໂດຍບໍ່ມີຜົນກະທົບທາງລົບຕໍ່ສິ່ງແວດ ລ້ອມ ເພື່ອເຮັດໃຫ້ສັດມີສຸຂະພາບແຂງແຮງ, ຈະເລີນເຕີບໂຕ, ໃຫ້ຜົນຜະລິດຫຼາຍຂຶ້ນ ແນໃສ່ຮັບປະກັນຕອບສະໜອງໃຫ້ແກ່ຜູ້ບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກ.ຂ້າງເທິງ

ມາດຕາ  3  (ປັບປຸງ) ການສັດຕະວະແພດ

ການສັດຕະວະແພດ ແມ່ນ ການນຳໃຊ້ວິທະຍາສາດທາງດ້ານການແພດ ກ່ຽວກັບສັດເຂົ້າໃນວຽກງານຮັກສາສຸຂະພາບສັດ ເປັນຕົ້ນ ການກວດສຸຂະພາບ, ການບົ່ງມະຕິພະຍາດ ແລະ ປິ່ນປົວສັດລ້ຽງ, ສັດນໍ້າ ແລະ ສັດປ່າ, ການກັນ ແລະ ຄວບຄຸມພະຍາດສັດຕິດຕໍ່ຈາກສັດສູ່ສັດ ລວມທັງພະຍາດສັດ ຕິດຕໍ່ສູ່ຄົນ, ສະຫວັດດີການສັດ, ການກວດກາຄຸນນະພາບ ແລະ ຄວາມປອດໄພທາງດ້ານອາຫານໃຫ້ແກ່ຜູ້ບໍລິໂພກຕາມລະບົບຕ່ອງໂສ້ຂອງການຜະລິດສັດ, ຈຳໜ່າຍ ແລະ ການນຳໃຊ້ຜະລິດຕະພັນສິນຄ້າກ່ຽວກັບສັດ ລວມທັງການຄຸ້ມຄອງວິຊາຊີບລ້ຽງສັດ ແລະ ສັດຕະວະແພດ.ຂ້າງເທິງ

ມາດຕາ  4  (ປັບປຸງ) ການອະທິບາຍຄໍາສັບ

ຄຳສັບທີ່ນຳໃຊ້ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

1.    ສັດ ໝາຍເຖິງ ສັດລ້ຽງລູກດ້ວຍນໍ້ານົມ, ສັດປີກ, ເຜິ້ງ ແລະ ສັດອື່ນທີ່ນຳມາລ້ຽງ;
2.    ສະຫວັດດີການສັດ ໝາຍເຖິງ ການສ້າງເງື່ອນໄຂເພື່ອໃຫ້ສັດມີຊີວິດຢູ່ໃນສະພາບແວດລ້ອມທີ່ຄ້າຍຄືກັນກັບທໍາມະຊາດຂອງສັດ ລວມທັງ ການນຳໃຊ້ແຮງງານສັດ, ການບັນທຸກຂົນສົ່ງສັດ ແລະ ການຂ້າສັດທີ່ບໍ່ເປັນການທໍລະມານ ຫຼື ທາລຸນສັດ;
3.    ຜະລິດຕະພັນສິນຄ້າກ່ຽວກັບສັດ ໝາຍເຖິງ ສັດມີຊີວິດ, ຜະລິດຕະພັນສັດ, ຜະລິດຕະພັນສໍາຮອງຈາກສັດ, ຜະລິດຕະພັນທາງດ້ານພັນທຸກຳ, ຜະລິດຕະພັນທາງດ້ານຊີວະ, ຊິ້ນສ່ວນພະຍາດ, ອາ ຫານສັດ, ຜະລິດຕະພັນການສັດຕະວະແພດ, ອຸປະກອນກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
4.    ຜະລິດຕະພັນການສັດຕະວະແພດ ໝາຍເຖິງ ອຸປະກອນ, ຢາສັດຕະວະແພດ ເປັນຕົ້ນ ຢາກັນພະຍາດສັດ, ຢາປິ່ນປົວ, ຢາບຳລຸງສັດລ້ຽງ ຫຼື ຜະລິດຕະພັນອື່ນທີ່ມີການຮັບຮອງໃຫ້ນຳໃຊ້ເຂົ້າໃນການກັນ, ບົ່ງມະຕິພະຍາດ, ປິ່ນປົວ ຫຼື ປ່ຽນແປງໜ້າທີ່ ຂອງອະໄວຍະວະຂອງສັດ;
5.    ຜະລິດຕະພັນສັດ ໝາຍເຖິງ ຜົນຜະລິດທີ່ໄດ້ມາຈາກອະໄວຍະວະຂອງສັດ ເປັນຕົ້ນ ຊາກສັດໝົດໂຕ, ຊາກສັດຜ່າເຄິ່ງ, ຊີ້ນ, ນົມ, ໄຂ່, ໜັງ, ເຂົາ, ກະດູກ, ເລືອດ, ເຄື່ອງໃນ, ໄຂມັນ, ຂົນ, ເລັບ, ນໍ້າເຊື້ອ, ຕົວອ່ອນ, ຈຸລັງໄຂ່ ລວມທັງນໍ້າເຜິ້ງ;
6.    ຊິ້ນສ່ວນພະຍາດ ໝາຍເຖິງ ຕົວຢ່າງທີ່ເກັບຈາກສັດມີຊີວິດ ຫຼື ຊາກສັດທີ່ປົນເປື້ອນ ຫຼື ສົງໄສປົນເປື້ອນເຊື້ອພະຍາດເພື່ອການວິໄຈພະຍາດສັດ;
7.    ສິ່ງເປັນອັນຕະລາຍ ໝາຍເຖິງ ເຊື້ອພະຍາດ, ສານເຄມີ, ວັດຖຸ ຫຼື ເງື່ອນໄຂທີ່ພາໃຫ້ເກີດຜົນກະທົບທາງລົບຕໍ່ຊີວິດ, ສຸຂະພາບຂອງ ຄົນ ແລະ ສັດ;
8.    ພະຍາດລະບາດສັດ ໝາຍເຖິງ ພະຍາດສັດທີ່ຢູ່ໃນບັນຊີພະຍາດສັດທີ່ຈຳເປັນຕ້ອງແຈ້ງ, ພະຍາດສັດຕິດຕໍ່ສູ່ຄົນ, ພະຍາດສັດທີ່ເກີດຂຶ້ນໃໝ່ ແລະ ພະຍາດສັດທີ່ກັບມາລະບາດຄືນໃໝ່ຕາມການກຳນົດຂອງກະຊວງກະສິກຳ ແລະ ປ່າໄມ້;
9.    ຫ້ອງວິໄຈ ໝາຍເຖິງ ສະຖານທີ່ ທີ່ມີການປະກອບເຄື່ອງມືວິໄຈ, ພະນັກງານເຕັກນິກ, ຜູ້ຊ່ຽວຊານດ້ານການວິໄຈ ແລະ ມີລະບົບການຢັ້ງຢືນຜົນການວິໄຈທີ່ເຊື່ອຖືໄດ້ ຊຶ່ງອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດຮັບຮອງ, ຕິດຕາມ ແລະ ກວດກາ;
10.   ຄວາມສ່ຽງ ໝາຍເຖິງ ຄວາມເປັນໄປໄດ້ຂອງການ ເກີດ ຫຼື ແພ່ກະຈາຍຂອງສິ່ງເປັນອັນຕະລາຍ ແລະ ຜົນກະທົບຕາມມາຕໍ່ສິ່ງມີຊີວິດ ຫຼື ເສດຖະກິດ;
11.   ການປະເມີນຄວາມສ່ຽງ ໝາຍເຖິງ ການປະເມີນຄວາມເປັນໄປໄດ້ຂອງການ ເຂົ້າ, ກໍ່ຕົວ ແລະ ແພ່ກະຈາຍຂອງສິ່ງເປັນອັນຕະລາຍທີ່ຈະມີຜົນກະທົບທາງລົບຕໍ່ ສິ່ງມີຊີວິດ ແລະ ເສດຖະກິດຢູ່ພາຍໃນປະເທດທີ່ນໍາເຂົ້າ;
12.   ໂຮງຂ້າສັດ ໝາຍເຖິງ ສະຖານທີ່ໃດໜຶ່ງ ທີ່ມີການກໍ່ສ້າງຕາມມາດຕະຖານເຕັກນິກ ທີ່ປະກອບດ້ວຍເຄື່ອງມື ແລະ ອຸປະກອນ ເພື່ອອຳນວຍຄວາມສະດວກສຳລັບການ ຂ້າ, ຄົວສັດ ແລະ ການປຸງແຕ່ງຜະລິດຕະພັນສັດເບື້ອງຕົ້ນ ຊຶ່ງໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດ ຕະວະແພດ;
13.   ບ່ອນຂ້າສັດຍ່ອຍ ໝາຍເຖິງ ບ່ອນທີ່ໄດ້ຮັບອະນຸຍາດໃຫ້ດຳເນີນການຂ້າສັດ ທີ່ມີຈຳນວນຈຳກັດ;
14.   ສະຖານທີ່ປະກອບການລ້ຽງສັດ ໝາຍເຖິງ ສະຖານທີ່ ທີ່ມີຂອບເຂດສະເພາະໃດໜຶ່ງ ທີ່ມີສິ່ງປຸກສ້າງຖືກຕ້ອງຕາມມາດຕະຖານເຕັກນິກ ທີ່ປະກອບດ້ວຍເຄື່ອງມື ແລະ ອຸປະກອນກ່ຽວກັບການລ້ຽງສັດ ເປັນຕົ້ນ ອ່າງຂ້າເຊື້ອ, ຄອກສັດ, ບ່ອນປະສົມ ແລະ ເກັບຮັກສາອາຫານສັດ, ແຫຼ່ງນໍ້າ ຫຼື ມີທົ່ງຫຍ້າ ແລະ/ຫຼື ບ່ອນປູກພືດອາຫານສັດ;
15.   ເຂດກັນຊົນ ໝາຍເຖິງ ເຂດໃດໜຶ່ງ ທີ່ສ້າງຂຶ້ນຢູ່ບໍລິເວນອ້ອມຮອບຂອງເຂດປອດພະ ຍາດ ຫຼື ເຂດຄວບຄຸມພະຍາດລະບາດສັດໃດໜຶ່ງ ເພື່ອໃຫ້ເປັນເຂດສະເພາະບໍ່ໃຫ້ພະຍາດເຂົ້າເຖິງ ຫຼື ອອກຈາກເຂດດັ່ງກ່າວໂດຍມີການນຳໃຊ້ມາດຕະການຄວບຄຸມພະຍາດ ເປັນຕົ້ນ ການຄວບຄຸມການເຄື່ອນຍ້າຍ, ເຝົ້າລະວັງ, ອະນາໄມ, ຂ້າເຊື້ອ, ກໍາຈັດຊາກສັດ ແລະ ການໃຫ້ຢາກັນພະຍາດ;
16.   ເຂດຄວບຄຸມພະຍາດລະບາດສັດ ໝາຍເຖິງ ພຶື້ນທີ່ໃດໜຶ່ງ ທີ່ເປັນເຂດລະບາດຂອງພະ ຍາດສັດທີ່ຈຳເປັນຕ້ອງແຈ້ງ ລວມທັງເຂດທີ່ມີຄວາມສ່ຽງ ໂດຍມີການກໍານົດຂອບເຂດ ແລະ ນຳໃຊ້ມາດຕະການໂຕ້ຕອບຕໍ່ການລະບາດຂອງພະຍາດທີ່ຊັດເຈນ ເພື່ອສະກັດກັ້ນການລະບາດຂອງພະຍາດສັດ ບໍ່ໃຫ້ແພ່ກະຈາຍໄປສູ່ເຂດອື່ນ;
17.   ສັດຕະວະແພດ ໝາຍເຖິງ ບຸກຄົນທີ່ໄດ້ຮັບປະກາສະນີຍະບັດ ວິຊາສະເພາະດ້ານສັດຕະ ວະແພດລະດັບປະລິນຍາຕຣີຂຶ້ນໄປ ທີ່ກະຊວງສຶກສາທິການ ແລະ ກິລາຮັບຮອງ;
18.   ພະຍາບານສັດ ໝາຍເຖິງ ຜູ້ຊ່ວຍສັດຕະວະແພດ;
19.   ສັດຕະວະແພດບ້ານ ໝາຍເຖິງ ອາສາສະໝັກ ທີ່ໄດ້ຮັບໃບຢັ້ງຢືນ ການຝຶກອົບຮົມໄລຍະສັ້ນກ່ຽວກັບວິຊາການດ້ານສຸຂະພາບສັດ ຈາກໜ່ວຍງານທີ່ກ່ຽວຂ້ອງ;
20.   ການລ້ຽງສັດແບບຄອບຄົວ ໝາຍເຖິງ ການລ້ຽງສັດທຸກປະເພດ ແບບມູນເຊື້ອທີ່ບໍ່ມີເປົ້າໝາຍຕົ້ນຕໍເພື່ອການຄ້າ;
21.   ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໝາຍເຖິງ ອົງການຈັດຕັ້ງຂອງລັດ ທີ່ມີພາລະບົດບາດໃນການພັດທະນາ, ຄຸ້ມຄອງ ແລະ ກວດກາ ການຈັດຕັ້ງປະຕິບັດມາດຕະຖານ, ຄຳແນະນຳດ້ານວິຊາການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ລວມທັງ ການນຳໃຊ້ມາດຕະການ ດ້ານສຸຂະພາບສັດ, ສະຫວັດດີການສັດ ໃນຂອບເຂດທົ່ວປະເທດ ແລະ ການຢັ້ງຢືນສຸຂະພາບສັດລະຫວ່າງປະເທດ;
22.   ການຄວບຄຸມລະບົບຕ່ອງໂສ້ການຜະລິດສັດ ໝາຍເຖິງ ການກຳນົດມາດຕະຖານຂອງການລ້ຽງ ແລະ ນຳໃຊ້ສັດ ລວມທັງການ ຕິດຕາມກວດກາ, ຢັ້ງຢືນຄຸນນະພາບຂອງການ ລ້ຽງ, ຂົນສົ່ງ, ຂ້າ, ຄົວ, ແຍກປະເພດຊີ້ນ, ປຸງແຕ່ງ, ບັນຈຸ, ເກັບຮັກສາ, ເຄື່ອນຍ້າຍ ແລະ ການວາງຂາຍຜະລິດຕະພັນສັດຂັ້ນຕົ້ນ ເພື່ອຮັບປະກັນໃຫ້ມີຄວາມປອດໄພ ຕໍ່ສຸຂະພາບ ຂອງ ສັດ, ຜູ້ບໍລິໂພກ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ;
23.   ການທໍລະມານສັດ ໝາຍເຖິງ ການກະທໍາໂດຍເຈດຕະນາ ທີ່ເຮັດໃຫ້ສັດເກີດມີຄວາມ ເຈັບປວດຢ່າງສາຫັດ ຫຼື ພິການ;
24.   ການຂຶ້ນທະບຽນແນວພັນສັດລ້ຽງ ໝາຍເຖິງ ການຄຸ້ມຄອງຂອງລັດ ເພື່ອລວບລວມຂໍ້ມູນ ສ້າງເປັນສະໝຸດພັນສັດລ້ຽງ ສຳລັບການສັນລະສູດ, ຈັດຈຳແນກ, ສະຫງວນ, ປັບປຸງ ແລະ ຂະຫຍາຍແນວພັນ;
25.   ສະໝຸດພັນສັດລ້ຽງ ໝາຍເຖິງ ການລວບລວມທຸກຂໍ້ມູນກ່ຽວກັບພັນທຸກໍາຂອງສັດລ້ຽງທີ່ນໍາເຂົ້າ ແລະ ສັດລ້ຽງພື້ນເມືອງ;
26.   ຜະລິດຕະພັນທາງດ້ານພັນທຸກຳສັດລ້ຽງ ໝາຍເຖິງ ຜະລິດຕະຜົນທາງພັນທຸກໍາ ຈາກສັດ ລ້ຽງທີ່ເປັນພັນຕົ້ນກຳເນີດ ຫຼື ພັນປະສົມ  ເປັນຕົ້ນ ນໍ້າເຊື້ອ, ໄຂ່ ແລະ ຕົວອ່ອນຂອງສັດລ້ຽງ;
27.   ສັດລ້ຽງທີ່ເປັນແນວພັນ ໝາຍເຖິງ ສັດລ້ຽງທີ່ມີສາຍພັນສະເພາະທີ່ຖືກຢັ້ງຢືນຕົ້ນກຳເນີດ ຢ່າງເປັນທາງການ ໂດຍໄດ້ຮັບການຂຶ້ນທະບຽນຕາມລະບຽບການ ເພື່ອໃຫ້ນຳໃຊ້ເຂົ້າໃນການຂະຫຍາຍພັນສັດລ້ຽງ.ຂ້າງເທິງ

ມາດຕາ  (ປັບປຸງ) ນະໂຍບາຍຂອງລັດກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ

  ລັດ ຖືເອົາວຽກງານລ້ຽງສັດ ແລະ ສັດຕະວະແພດ ເປັນວຽກງານສຳຄັນຂອງການພັດທະນາດ້ານກະສິກຳ ແລະ ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດ ດຳເນີນການລ້ຽງສັດ ເພື່ອປະກອບສ່ວນເຂົ້າໃນການ ຄໍ້າປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າ.
  ລັດ ເພີ່ມທະວີການລົງທຶນ ໃສ່ການພັດທະນາພື້ນຖານວັດຖຸເຕັກນິກ ແລະ ບຸກຄະລາກອນສຳລັບການຄົ້ນຄວ້າ, ວິໄຈ ແລະ ການຖ່າຍທອດເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມທິດສີຂຽວ, ສະອາດ, ປອດໄພ, ຍືນຍົງ, ບໍ່ສ້າງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ.
  ລັດ ສົ່ງເສີມ ແລະ ຊຸກຍູ້ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດລົງທຶນໃສ່ການລ້ຽງສັດ, ການສັດຕະວະແພດ ລວມທັງການປຸງແຕ່ງຂັ້ນຕົ້ນ ເພື່ອເພີ່ມຜົນຜະລິດຈາກສັດ, ຮັບປະກັນດ້ານຄຸນນະພາບ, ຄວາມປອດໄພຂອງຜູ້ບໍລິໂພກ ແລະ ໃຫ້ກາຍເປັນສິນຄ້າ ດ້ວຍການເຂົ້າເຖິງນະໂຍບາຍຕ່າງໆຕາມລະບຽບການ ເປັນຕົ້ນ ນະໂຍບາຍດ້ານສິນເຊື່ອທີ່ມີດອກເບັ້ຍ ແລະ ໄລຍະເວລາກູ້ຢືມສົມເຫດສົມຜົນ ລວມທັງນະໂຍບາຍຫຼຸດຜ່ອນພາສີ, ອາກອນ. ການຊົດເຊີຍເພືື່ອກັນ ແລະ ຄວບຄຸມ ພະຍາດສະເພາະໃດໜຶ່ງ ຕາມການກຳນົດຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ.
ລັດສົ່ງເສີມ ແລະ ຊຸກຍູ້ການລ້ຽງສັດຂອງຄອບຄົວ ແບບເປັນຟາມ, ກຸ່ມ ແລະ ສະຫະກອນ ດ້ວຍການສ້າງກອງທຶນພັດທະນາການລ້ຽງສັດ, ກອງທຶນສຸຂະພາບສັດ, ນະໂຍບາຍກັນພະຍາດແບບເສຍຄ່າ ຫຼື ບໍ່ເສຍຄ່າ ແລະ ນະໂຍບາຍອື່ນ ຕາມທີ່ໄດ້ກໍານົດໄວ້ໃນວັກເທິງນີ້.ຂ້າງເທິງ

ມາດຕາ  (ປັບປຸງ) ຫຼັກການກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ

ວຽກງານລ້ຽງສັດ ແລະ ສັດຕະວະແພດໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:

1.    ສອດຄ່ອງກັບແນວທາງນະໂຍບາຍ, ຍຸດທະສາດ, ແຜນພັດທະນາເສດຖະກິດ ແລະ ສັງ ຄົມແຫ່ງຊາດຕາມທິດກະສິກຳ ສີຂຽວ, ສະອາດ ແລະ ຍືນຍົງ;
2.    ຮັບປະກັນຄວາມປອດໄພຕໍ່ຊີວິດ, ສຸຂະພາບຂອງ ຄົນ ແລະ ສັດ;
3.    ຫັນເອົາການລ້ຽງສັດແບບທຳມະຊາດ ໄປສູ່ການລ້ຽງສັດແບບເຄິ່ງທັນສະໄໝ ຫຼື ທັນສະ ໄໝ ແລະ ຮັບປະກັນຜົນປະໂຫຍດທາງດ້ານເສດຖະກິດ ໂດຍບໍ່ໃຫ້ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມ, ທໍາມະຊາດ ແລະ ສັງຄົມ;
4.    ນຳໃຊ້ຊັບພະຍາກອນ, ແນວພັນສັດຢ່າງມີປະສິດທິຜົນ ແລະ ຮັບປະກັນການປົກປັກຮັກ ສາກຳມະພັນສັດພື້ນເມືອງທີ່ດີບໍ່ໃຫ້ສູນພັນ;
5.    ຮັບປະກັນການນໍາໃຊ້ມາດຕະການ ດ້ານສຸຂານາໄມຢ່າງໂປ່ງໃສ, ຍຸຕິທຳ, ສະເໝີພາບ ແລະ ຕາມຄວາມຈໍາເປັນທີ່ອີງໃສ່ການປະເມີນຄວາມສ່ຽງ;
6.    ສອດຄ່ອງກັບສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ  7  (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວວຽກງານກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຢູ່ ສປປ ລາວ.ຂ້າງເທິງ

ມາດຕາ  8  (ປັບປຸງ) ການຮ່ວມມືສາກົນ

ລັດ ສົ່ງເສີມການພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ການຄົ້ນຄວ້າ ແລະ ຜົນການຄົ້ນຄວ້າທາງດ້ານວິທະຍາສາດ, ເຕັກນິກ-ເຕັກໂນໂລຊີ, ການຝຶກອົບຮົມ, ສຳມະນາ, ທັດສະນະສຶກສາ ແລະ ຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາການ ເພື່ອເຮັດໃຫ້ວຽກງານລ້ຽງສັດ ແລະ ສັດຕະວະແພດຂະຫຍາຍຕົວ, ເຂັ້ມແຂງ, ທັນສະໄໝ ແລະ ປະຕິບັດສັນຍາສາກົນ ແລະ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ.ຂ້າງເທິງ

ພາກທີ II
ການລ້ຽງສັດ

ມາດຕາ  9  (ປັບປຸງ) ວຽກງານລ້ຽງສັດ

ວຽກງານລ້ຽງສັດຕົ້ນຕໍ ມີ ດັ່ງນີ້:

1.    ແຜນພັດທະນາການລ້ຽງສັດ;
2.    ການສໍາຫຼວດກ່ຽວກັບການລ້ຽງສັດ;
3.    ການນໍາໃຊ້ທີ່ດິນສຳລັບການລ້ຽງສັດ;
4.    ການຄົ້ນຄວ້າ ແລະ ການທົດລອງການລ້ຽງສັດ;
5.    ການພັດທະນາ ແລະ ການຄຸ້ມຄອງແນວພັນສັດ;
6.    ການພັດທະນາ ແລະ ການຄຸ້ມຄອງອາຫານສັດ ແລະ ພືດອາຫານສັດ;
7.    ການວິໄຈອາຫານສັດ;
8.    ການຂຶ້ນທະບຽນພິມສັດ ແລະ ການສືບຢ້ອນຫຼັງປະຫວັດຂອງສັດ;
9.    ການນໍາໃຊ້ສັດລ້ຽງ.ຂ້າງເທິງ

ມາດຕາ  10  (ປັບປຸງ) ແຜນພັດທະນາການລ້ຽງສັດ

ແຜນພັດທະນາການລ້ຽງສັດ ແມ່ນ ການສຶກສາຄວາມເປັນໄປໄດ້, ການກຳນົດຍຸດທະສາດ, ແຜນງານ ແລະ ໂຄງການເພື່ອພັດທະນາການລ້ຽງສັດໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ. 

ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຕ້ອງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງສ້າງແຜນພັດທະນາການລ້ຽງສັດໃນແຕ່ລະໄລຍະ.ຂ້າງເທິງ

ມາດຕາ  11  (ປັບປຸງ) ການສໍາຫຼວດກ່ຽວກັບການລ້ຽງສັດ

ການສຳຫຼວດກ່ຽວກັບການລ້ຽງສັດ ແມ່ນ ການເກັບກໍາຂໍ້ມູນສະຖິຕິກ່ຽວກັບການຜະລິດສັດ ເປັນ ຕົ້ນ ຊະນິດ, ປະເພດ ແລະ ຈຳນວນ, ທົ່ງຫຍ້າ ແລະ ສະຖານທີ່ລ້ຽງສັດ, ຟາມລ້ຽງສັດ, ຜູ້ລ້ຽງສັດ, ປັດໄຈການຜະລິດສັດ, ຜົນຜະລິດຈາກສັດ, ພະຍາດສັດ, ສະພາບແວດລ້ອມຂອງການລ້ຽງສັດ, ການຕະຫຼາດສັດ.

ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຕ້ອງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ດຳເນີນການສຳຫຼວດກ່ຽວກັບການລ້ຽງສັດ ແລະ ໃຫ້ສ້າງເປັນຖານຂໍ້ມູນໄວ້ ເພື່ອສະໜອງໃຫ້ແກ່ການວາງແຜນພັດທະນາການລ້ຽງສັດໃນແຕ່ລະເຂດ ຕາມຄວາມເໝາະສົມໃນແຕ່ລະໄລຍະ.ຂ້າງເທິງ

ມາດຕາ  12  (ປັບປຸງ) ການນໍາໃຊ້ທີ່ດິນສໍາລັບການລ້ຽງສັດ

ການນໍາໃຊ້ທີ່ດິນສຳລັບການລ້ຽງສັດ ແມ່ນ ການກໍານົດເຂດ ແລະ ວາງນະໂຍບາຍກ່ຽວກັບການນຳໃຊ້ພື້ນທີ່ດິນທີ່ເໝາະສົມສຳລັບການລ້ຽງສັດແຕ່ລະປະເພດ ລວມທັງການກຳນົດທິດພັດທະນາ ແລະ ວາງລະບຽບການຄຸ້ມຄອງເຂດລ້ຽງສັດ ແລະ ເຂດສະຫງວນໄວ້ ເພື່ອການປູກພືດວັດຖຸດິບອາຫານສັດ.

ຂະແໜງການກະສິກຳ ແລະ ປ່າໄມ້ເປັນຜູ້ສຶກສາ, ສຳຫຼວດ, ກຳນົດເຂດການປູກພືດອາຫານສັດ, ເຂດການລ້ຽງສັດ ແລະ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອກຳນົດນະໂຍ ບາຍຄຸ້ມຄອງ ແລະ ນໍາໃຊ້ທີ່ດິນສຳລັບການລ້ຽງສັດແຕ່ລະຊະນິດ ຫຼື ປະເພດໃຫ້ມີປະສິດທິຜົນ, ຍືນຍົງ ແລະ ບໍ່ສ້າງຜົນກະທົບຕໍ່ເຂດທີ່ດິນປູກຝັງ.

ການຫັນທີ່ດິນ ທີ່ໄດ້ຂຶ້ນສຳມະໂນເປັນທີ່ດິນລ້ຽງສັດ ແລ້ວໄປນໍາໃຊ້ໃນເປົ້າໝາຍອື່ນ ຕ້ອງໃຫ້ສອດຄ່ອງກັບກົດໝາຍ ແລະ ນະໂຍບາຍທີ່ດິນໂດຍຕ້ອງໄດ້ຂໍອະນຸຍາດນຳ ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງຕາມລະບຽບການ.ຂ້າງເທິງ

ມາດຕາ  13  (ປັບປຸງ) ການຄົ້ນຄວ້າ ແລະ ການທົດລອງການລ້ຽງສັດ

ການຄົ້ນຄວ້າ ແລະ ການທົດລອງການລ້ຽງສັດ ແມ່ນ ການສຶກສາທາງດ້ານວິທະຍາສາດ ກ່ຽວກັບການລ້ຽງສັດ ເປັນຕົ້ນ ເຕັກນິກການລ້ຽງສັດ, ແນວພັນສັດ, ອາຫານສັດ, ຜົນຕອບແທນທາງດ້ານເສດຖະ ກິດຂອງການລ້ຽງສັດ ລວມທັງການປັບຕົວເຂົ້າກັບສະພາບແວດລ້ອມຂອງສັດລ້ຽງແຕ່ລະປະເພດ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າ ແລະ ທົດລອງການລ້ຽງສັດ ລວມທັງພັດທະນາພື້ນຖານວັດຖຸເຕັກນິກ ແລະ ບຸກຄະລາກອນໃຫ້ເຂັ້ມແຂງ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການຄົ້ນຄວ້າ ແລະ ການທົດລອງການລ້ຽງສັດ ຕ້ອງໄດ້ຂໍອະນຸຍາດນຳອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ.ຂ້າງເທິງ

ມາດຕາ  14  (ປັບປຸງ) ການພັດທະນາ ແລະ ການຄຸ້ມຄອງແນວພັນສັດ

ການພັດທະນາແນວພັນສັດ ແມ່ນ ການນຳໃຊ້ວິທະຍາສາດໃດໜຶ່ງ ເພື່ອປັບປຸງ ແລະ ຂະຫຍາຍແນວພັນສັດ ລວມທັງການເຜີຍແຜ່ຂໍ້ມູນ ຂ່າວສານກ່ຽວກັບແນວພັນສັດແຕ່ລະປະເພດ ແນໃສ່ຊຸກຍູ້ການຜະລິດສັດໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ຂະຫຍາຍໃຫ້ເກີດຜົນປະໂຫຍດທາງດ້ານເສດຖະກິດສູງ ແລະ ຍືນຍົງ.

ການຄຸ້ມຄອງແນວພັນສັດ ແມ່ນ ການກຳນົດລະບຽບການ ເປັນຕົ້ນ ການຂຶ້ນທະບຽນພັນສັດ, ການບັນທຶກປະຫວັດ ແລະ ຜະລິດຕະພາບ, ການປະເມີນຄຸນຄ່າ ແລະ ປະສິດທິພາບຂອງແນວພັນສັດ ລວມທັງ ການສະຫງວນ, ການປົກປັກຮັກສາ, ການຈົດລິຂະສິດກ່ຽວກັບ ກຳມະພັນ, ສາຍພັນສັດ ແລະ ວິທີການປະສົມພັນສັດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງພັດທະນາ ແລະ ນຳໃຊ້ແນວພັນສັດ, ສາຍພັນສັດ ຕ້ອງປະຕິບັດຕາມ ນະໂຍບາຍ, ວິທີການ, ລະບຽບການ ແລະ ມາດຕະຖານເຕັກນິກ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກຳນົດ.ຂ້າງເທິງ

ມາດຕາ  15  (ປັບປຸງ) ການພັດທະນາ ແລະ ການຄຸ້ມຄອງອາຫານສັດ ແລະ ພືດອາຫານສັດ

ການພັດທະນາອາຫານສັດ ແລະ ພືດອາຫານສັດ ແມ່ນ ການນຳໃຊ້ເຕັກນິກ-ເຕັກໂນໂລຊີໃດໜຶ່ງ ເພື່ອປັບປຸງ ແລະ ຂະຫຍາຍແນວພັນພືດອາຫານສັດ, ການປຸງແຕ່ງອາຫານສັດ ລວມທັງການເຜີຍແຜ່ຂໍ້ມູນ ຂ່າວສານກ່ຽວກັບອາຫານສັດ ແລະ ພືດອາຫານສັດ ແນໃສ່ເຮັດໃຫ້ການຜະລິດ ແລະ ນໍາໃຊ້ອາຫານສັດມີປະສິດທິຜົນສູງ.

ການຄຸ້ມຄອງອາຫານສັດ ແລະ ພືດອາຫານສັດ ແມ່ນ ການກຳນົດລະບຽບການ ເປັນຕົ້ນ ການຂຶ້ນທະ ບຽນ, ການປູກ, ການຜະລິດ, ການຈຳໜ່າຍ, ການນຳເຂົ້າ, ການສົ່ງຜ່ານ, ການສົ່ງອອກ ລວມທັງການຄວບຄຸມຄຸນນະພາບ ແລະ ຄວາມປອດໄພຂອງອາຫານສັດ ແລະ ພືດອາຫານສັດ.

ບຸກຄົນ, ນີຕິບຸກຄົນ ຫຼື ການຈັດຕັ້ງ ທີ່ ຜະລິດ, ຈໍາໜ່າຍ, ສະໜອງ ແລະ/ຫຼື ນຳໃຊ້ອາຫານສັດ ແລະ ພືດອາຫານສັດ ຕ້ອງປະຕິບັດຕາມລະບຽບການທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ.ຂ້າງເທິງ

ມາດຕາ  16  (ປັບປຸງ) ການວິໄຈອາຫານສັດ

ການວິໄຈອາຫານສັດ ແມ່ນ ການວິເຄາະທາງວິທະຍາສາດດ້ານໂພຊະນາການ ຂອງອາຫານສັດ ເປັນ ຕົ້ນ ຄວາມຊຸ່ມ, ທາດໂປຣຕີນ, ເຍື່ອໄຍ, ໄຂມັນ, ແຮ່ທາດ, ວິຕາມິນ, ເຖົ່າ, ພະລັງງານ, ຄວາມເປັນກົດເປັນດ່າງ, ອັດຕາການຍ່ອຍ ຫຼື ດູດຊຶມ ລວມທັງການຊອກຄົ້ນຫາສານຕົກຄ້າງ ແລະ ສິ່ງປົນເປື້ອນທີ່ເປັນອັນຕະ ລາຍຢູ່ໃນອາຫານສັດ ແລະ ວັດຖຸດິບອາຫານສັດ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງເປັນເຈົ້າການສ້າງມາດຕະຖານເຕັກນິກ, ດໍາເນີນການວິໄຈອາ ຫານສັດ ແລະ ພັດທະນາພື້ນຖານວັດຖຸເຕັກນິກ, ບຸກຄະລາກອນດ້ານການວິໄຈອາຫານສັດ ໃຫ້ເຂັ້ມແຂງ ເພື່ອຄວບຄຸມຄຸນນະພາບອາຫານສັດໃຫ້ໄດ້ມາດຕະຖານ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການວິໄຈອາຫານສັດ ຕ້ອງໄດ້ຂໍອະນຸ ຍາດນຳກະຊວງກະສິກຳ ແລະ ປ່າໄມ້.ຂ້າງເທິງ

ມາດຕາ  17  (ປັບປຸງ) ການຂຶ້ນທະບຽນພິມສັດ ແລະ ການສືບຢ້ອນຫຼັງປະຫວັດຂອງສັດ

ການຂຶ້ນທະບຽນພິມສັດ ແມ່ນ ການສ້າງເອກະສານບັນທຶກ ແລະ ໝາຍນໍ້າເບີປະຈຳໂຕສັດ ຫຼື ການສ້າງບັນຊີລະຫັດຈຳແນກກຸ່ມ ຫຼື ຝູງສັດໃດໜຶ່ງ.

ການສືບຢ້ອນຫຼັງປະຫວັດຂອງສັດ ແມ່ນ ການຕິດຕາມຂໍ້ມູນຂອງສັດໂຕໃດໜຶ່ງ ຫຼື ກຸ່ມສັດໃດໜຶ່ງ ຕະຫຼອດຊີວິດຂອງສັດນັ້ນ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງພັດທະນາລະບົບການຂຶ້ນທະບຽນພິມສັດ ແລະ ການສືບຢ້ອນຫຼັງປະຫວັດຂອງສັດ ໂດຍນຳໃຊ້ວິທີການຕ່າງໆ ເປັນຕົ້ນ ການໜີບເບີຫູ, ສັກມຶກ, ສ້າງລະຫັດບາໂຄດ ຫຼື ຝັງໄມໂຄຣຊິບ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການລ້ຽງສັດເພື່ອຈຳໜ່າຍ ຕ້ອງເຂົ້າຮ່ວມປະຕິບັດແຜນການຂຶ້ນທະບຽນພິມສັດ ແລະ ການສືບຢ້ອນຫຼັງປະຫວັດຂອງສັດຂອງກະຊວງກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ.ຂ້າງເທິງ

ມາດຕາ  18  (ປັບປຸງ) ການນໍາໃຊ້ສັດລ້ຽງ

ສັດລ້ຽງ ແມ່ນ ສັດປະເພດຕ່າງໆ ທີ່ຄົນນໍາມາລ້ຽງ ເພື່ອບໍລິໂພກພາຍໃນຄອບຄົວ, ເປັນແຮງງານລາກແກ່, ທຸລະກິດ, ສາທາລະນະປະໂຫຍດ ແລະ ເພື່ອການທົດລອງ.

ສັດລ້ຽງສາມາດນຳໃຊ້ເພື່ອກໍລະນີ ດັ່ງນີ້:

1.    ການບໍລິໂພກພາຍໃນຄອບຄົວ ຊຶ່ງມີສັດນ້ອຍປະເພດຕ່າງໆ ເປັນຕົ້ນ ສັດປີກ, ໝູ,  ແບ້, ແກະ ຫຼື ສັດອື່ນ ທີ່ລ້ຽງເປັນຈຳນວນໜ້ອຍ ໂດຍບໍ່ມີເປົ້າໝາຍເພື່ອຈຳໜ່າຍເປັນລາຍຮັບຕົ້ນຕໍ;
2.    ການເປັນແຮງງານລາກແກ່ ຊຶ່ງມີສັດໃຫຍ່ປະເພດ ງົວ, ຄວາຍ, ຊ້າງ, ມ້າ, ລໍ, ລາ ທີ່ນຳໃຊ້ເຂົ້າໃນການຫຼຸດຜ່ອນແຮງງານຂອງຄົນ ເປັນຕົ້ນ ຂີ່, ຕ່າງເຄື່ອງ, ແກ່ໄຖ ຫຼື ກວຽນ;
3.    ການທຸລະກິດ ຊຶ່ງມີ ສັດທີ່ລ້ຽງເປັນຈຳນວນຫຼາຍ ຫຼື ເປັນຟາມ ເພື່ອຈຳໜ່າຍ;
4.    ການສາທາລະນະປະໂຫຍດ ຊຶ່ງມີ ສັດລ້ຽງໄວ້ປະຈຳເຮືອນ, ສັດລ້ຽງເພື່ອການທ່ອງທ່ຽວ, ການກິລາ, ການຮັກສາຄວາມປອດໄພ ລວມທັງ ສັດລ້ຽງເພື່ອການບັນເທີງ ເປັນຕົ້ນ ສັດຢູ່ໃນສວນສັດ, ໂຮງລະຄອນສັດ ຫຼື ຫໍພິພິທະພັນສັດ;
5.    ການທົດລອງ ຊຶ່ງມີ ສັດທີ່ລ້ຽງໄວ້ເພື່ອການຜະລິດ ແລະ ທົດລອງຢາ, ບົ່ງມະຕິພະຍາດ, ສຶກສາ ແລະ ຄົ້ນຄວ້າທາງດ້ານວິທະສາດການແພດ ເປັນຕົ້ນ ກະຕ່າຍ, ໜູຂາວ, ໜູສະເພົາ ແລະ ສັດປະເພດອື່ນ ທີ່ເໝາະສົມກັບການທົດລອງແຕ່ລະຢ່າງ.ຂ້າງເທິງ

ພາກທີ III
ການສັດຕະວະແພດ

ມາດຕາ  19  (ໃໝ່) ວຽກງານສັດຕະວະແພດ

ວຽກງານສັດຕະວະວະແພດ ຕົ້ນຕໍ ມີ ດັ່ງນີ້:

1.    ການກັນ ແລະ ຄວບຄຸມພະຍາດລະບາດສັດ;
2.    ການປິ່ນປົວສັດ;
3.    ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ;
4.    ການຂ້າຄົວສັດ ແລະ ການກວດກາອະນາໄມຊີ້ນ;
5.    ສະຫວັດດີການສັດ.ຂ້າງເທິງ

ໝວດທີ 1
ການກັນ ແລະ ຄວບຄຸມພະຍາດລະບາດສັດ

ມາດຕາ  20  (ປັບປຸງ) ພະຍາດສັດທີ່ຈໍາເປັນຕ້ອງແຈ້ງ

ພະຍາດສັດທີ່ຈຳເປັນຕ້ອງແຈ້ງ ແມ່ນ ພະຍາດສັດທີ່ສາມາດຕິດຕໍ່ຈາກ ສັດສູ່ສັດ ຫຼື ຈາກສັດສູ່ຄົນ ຊຶ່ງມີການແພ່ລາມໄວ, ສ້າງຜົນກະທົບທາງລົບຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມ.

ບຸກຄົນທີ່ພົບເຫັນ ຫຼື ສົງໄສການເກີດພະຍາດສັດທີ່ຈຳເປັນຕ້ອງແຈ້ງ ຕ້ອງລາຍງານໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ພາຍໃນເວລາ ຊາວສີ່ ຊົ່ວໂມງ.

ໃນກໍລະນີ ທີ່ໄດ້ຮັບການຢັ້ງຢືນການພົບເຊື້ອພະຍາດສັດທີ່ຈຳເປັນຕ້ອງແຈ້ງ ຈາກຫ້ອງວິໄຈແລ້ວ ອົງ ການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງລາຍງານໃຫ້ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ໃນກໍລະນີທີ່ເປັນພະຍາດສັດຕິດຕໍ່ຈາກສັດສູ່ຄົນ ກໍຕ້ອງແຈ້ງໃຫ້ຂະແໜງການສາທາລະນະສຸກ ພາຍໃນເວ ລາ ຊາວສີ່ ຊົ່ວໂມງ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງກຳນົດບັນຊີພະຍາດສັດທີ່ຈຳເປັນຕ້ອງແຈ້ງ ແລະ ປະກາດໃຫ້ສາທາລະນະຊົນຮັບຮູ້ໃນແຕ່ລະໄລຍະ.ຂ້າງເທິງ

ມາດຕາ  21  (ໃໝ່) ພະຍາດສັດເກີດໃໝ່ ແລະ ພະຍາດສັດກັບມາລະບາດຄືນໃໝ່

ພະຍາດສັດເກີດໃໝ່ ແມ່ນ ພະຍາດສັດຮ້າຍແຮງທີ່ຄົ້ນພົບໃໝ່ຊຶ່ງບໍ່ຮູ້ຈັກມາກ່ອນ ຫຼື ເຊື້ອພະຍາດສັດທີ່ມີຢູ່ແລ້ວເກີດການວິວັດທະນາການ, ປ່ຽນແປງ ແລະ ເພີ່ມຄວາມຮ້າຍແຮງ ຈົນເຮັດໃຫ້ເກີດການລະ ບາດຂອງພະຍາດດັ່ງກ່າວຂຶ້ນ.

ພະຍາດສັດກັບມາລະບາດຄືນໃໝ່ ແມ່ນ ເຊື້ອພະຍາດສັດຮ້າຍແຮງໃດໜຶ່ງ ທີ່ເຄີຍເກີດຂຶ້ນຢູ່ເຂດໃດໜຶ່ງມາກ່ອນແລ້ວກັບມາລະບາດຄືນຢູ່ເຂດເກົ່າ ຫຼື ເຂດໃໝ່ ຫຼື ເກີດກັບກຸ່ມສັດປະເພດໃໝ່ ຫຼື ມີການລະບາດຫຼາຍກວ່າເກົ່າ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງພັດທະນາລະບົບການຄົ້ນຫາ ແລະ ເຝົ້າລະວັງພະຍາດດັ່ງກ່າວແຕ່ຫົວທີ ພ້ອມທັງແຈ້ງເຕືອນໄພລ່ວງໜ້າ ແລະນໍາໃຊ້ມາດຕະການຄວບຄຸມຢ່າງທັນການ. 

ໃນກໍລະນີທີ່ໄດ້ຮັບການຢັ້ງຢືນການພົບພະຍາດສັດເກີດຂຶ້ນໃໝ່ ແລະ ພະຍາດສັດກັບມາລະບາດຄືນໃໝ່ຈາກຫ້ອງວິໄຈແລ້ວ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງປະກາດໃຫ້ສາທາລະນະຊົນ ແລະ ລາຍງານຕໍ່ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃຫ້ຮັບຮູ້.ຂ້າງເທິງ

ມາດຕາ  22  (ປັບປຸງ) ແຜນຍຸດທະສາດກັນ ແລະ ຄວບຄຸມພະຍາດສັດ

ແຜນຍຸດທະສາດກັນ ແລະ ຄວບຄຸມພະຍາດສັດ ແມ່ນ ການພັດທະນາລະບົບ, ກົນໄກ, ການປະ ສານງານສຳລັບການເຝົ້າລະວັງພະຍາດສັດ ແລະ ນຳໃຊ້ມາດຕະການຕ່າງໆ ເພື່ອ ກັນ, ຄວບຄຸມ ແລະ ລຶບ ລ້າງພະຍາດສັດ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງສ້າງແຜນຍຸດທະສາດ ກັນ ແລະ ຄວບຄຸມພະຍາດສັດ ແຕ່ລະປະເພດໃນແຕ່ລະໄລຍະ.ຂ້າງເທິງ

ມາດຕາ  23    (ໃໝ່) ຕາໜ່າງລະບາດວິທະຍາສັດຕະວະແພດ

ຕາໜ່າງລະບາດວິທະຍາສັດຕະວະແພດ ແມ່ນ ໜ່ວຍງານ ຫຼື ບຸກຄົນ ທີ່ໄດ້ຮັບການຝຶກອົບຮົມ ແລະ ແຕ່ງຕັ້ງຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ແຕ່ຂັ້ນສູນກາງລົງຮອດທ້ອງ ຖິ່ນ ໂດຍມີໜ້າທີ່ຕົ້ນຕໍໃນການເຝົ້າລະວັງ, ລາຍງານ, ສືບຄົ້ນ, ກັນ ແລະ ຄວບຄຸມພະຍາດລະບາດສັດ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງພັດທະນາຕາໜ່າງລະບາດວິທະຍາສັດຕະວະແພດຂອງ ສປປ ລາວ ໃຫ້ເຂັ້ມແຂງ ເພື່ອຮັບປະກັນການກັນ ແລະ ຄວບຄຸມພະຍາດລະບາດສັດໃຫ້ມີປະສິດທິພາບ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ.ຂ້າງເທິງ

ມາດຕາ  24  (ປັບປຸງ) ການກັນພະຍາດສັດ

ການກັນພະຍາດສັດ ແມ່ນ ການນຳໃຊ້ມາດຕະການກ່ອນການເກີດພະຍາດ ເພື່ອກັນ ແລະ ຫຼຸດ ຜ່ອນປັດໄຈສ່ຽງທີ່ຈະພາໃຫ້ເກີດພະຍາດສັດ ເປັນຕົ້ນ ການອະນາໄມຂ້າເຊື້ອສະຖານທີ່, ພາຫະນະ, ອຸປະ ກອນ, ບຸກຄົນທີ່ກ່ຽວຂ້ອງກັບການລ້ຽງສັດ ລວມທັງການໃຫ້ຢາກັນພະຍາດແກ່ສັດລ້ຽງດ້ວຍວິທີການຕ່າງໆ ເຊັ່ນ ສັກ, ຢອດ, ພົ່ນ ຫຼື ໃຫ້ກິນ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລ້ຽງສັດຢູ່ໃນເຂດສ່ຽງ ຫຼື ເຂດທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກໍາລັງດຳເນີນແຜນຄວບຄຸມ ແລະ ລຶບລ້າງພະຍາດສັດຕ້ອງເຂົ້າຮ່ວມຂະ ບວນການກັນພະຍາດສັດ ແລະ ໃຫ້ຢາກັນພະຍາດສັດແກ່ສັດລ້ຽງຂອງຕົນຕາມລະບຽບການ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງວາງນະໂຍບາຍ ລວມທັງພັດທະນາ ການຜະລິດ ແລະ ຂະຫຍາຍຕາໜ່າງການສະໜອງຢາກັນພະຍາດສັດ, ຢາຂ້າເຊື້ອ  ແລະ ອຸປະກອນຮັບໃຊ້ການກັນພະຍາດສັດໃຫ້ພຽງພໍ ແລະ ທົ່ວເຖິງ. ຂ້າງເທິງ

ມາດຕາ  25  (ປັບປຸງ) ການເຝົ້າລະວັງພະຍາດສັດ

ການເຝົ້າລະວັງພະຍາດສັດ ແມ່ນ ການເກັບກຳ ແລະ ການວິເຄາະຂໍ້ມູນ ຂ່າວສານ ຢ່າງເປັນລະບົບທີ່ກ່ຽວຂ້ອງກັບສຸຂະພາບ ແລະ ພະຍາດສັດ ລວມທັງການລາຍງານ ແລະ ເຜີຍແຜ່ຂໍ້ມູນ ຂ່າວສານໃຫ້ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອດຳເນີນການກັນ ແລະ ຄວບຄຸມພະຍາດໃຫ້ທັນການ.

ການເຝົ້າລະວັງພະຍາດສັດ ມີ ສອງຮູບແບບ ຄື ການເຝົ້າລະວັງແບບຮັບ ແລະ ແບບບຸກ.

ການເຝົ້າລະວັງແບບຮັບ ແມ່ນ ການລາຍງານສະພາບຂອງພະຍາດ ຕາມເວລາທີ່ໄດ້ກໍານົດໄວ້ຢ່າງເປັນປົກກະຕິ ແລະ ການລາຍງານທັນທີ ເມື່ອພົບເຫັນການເກີດພະຍາດລະບາດ.

ການເຝົ້າລະວັງແບບບຸກ ແມ່ນ ການໄປຄົ້ນຫາພະຍາດໃດໜຶ່ງ ຢູ່ເຂດພື້ນທີ່ເປົ້າໝາຍ ໂດຍມີການກໍານົດແຜນການຢ່າງລະອຽດ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງສ້າງລະບຽບການ ແລະ ຄູ່ມືແນະນຳສຳລັບການເຝົ້້າລະວັງພະຍາດສັດແຕ່ລະປະເພດ ພ້ອມທັງປະສານສົມທົບກັບອົງການ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອດຳເນີນການເຝົ້າລະວັງພະຍາດສັດໃຫ້ມີປະສິດທິພາບ.ຂ້າງເທິງ

ມາດຕາ  26  (ປັບປຸງ) ການແຈ້ງກ່ຽວກັບສັດເຈັບປ່ວຍຫຼືຕາຍ

ເຈົ້າຂອງສັດ ຫຼື ບຸກຄົນອື່ນ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດທີ່ຢູ່ໃກ້ທີ່ສຸດແລະ/ຫຼື ອົງການປົກຄອງບ້ານພາຍໃນເວລາ ຊາວສີ່ ຊົ່ວໂມງ ໃນກໍລະນີ ດັ່ງນີ້:

1.    ພົບສັດ ເຈັບປ່ວຍ ຫຼື ຕາຍ ຍ້ອນພະຍາດສັດທີ່ຈໍາເປັນຕ້ອງແຈ້ງ;
2.    ພົບສັດ ເຈັບປ່ວຍ ຫຼື ຕາຍ ໂດຍບໍ່ຮູ້ສາເຫດ;
3.    ພົບສັດ ເຈັບປ່ວຍ ຫຼື ຕາຍ ທີ່ມີອາການຄ້າຍຄືກັນໃນໄລຍະເວລາຫ່າງກັນ ບໍ່ເກີນ ເຈັດວັນ ໃນບ້ານດຽວກັນ ຫຼື ບໍລິເວນໃກ້ຄຽງກັນ.

ໃນກໍລະນີເຈົ້າຂອງສັດພົບເຫັນສັດ ເຈັບປ່ວຍ ແລະ/ຫຼື ຕາຍນັ້ນ ບໍ່ຕ້ອງເຄື່ອນຍ້າຍ, ຊື້-ຂາຍ, ຂ້າ ແລະ ຄົວ ຫຼື ມີການກະທຳອື່ນ ຈົນກວ່າຈະໄດ້ຮັບຜົນການບົ່ງມະຕິພະຍາດ.

ພາຍຫຼັງທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໄດ້ຮັບການແຈ້ງວ່າມີສັດເຈັບປ່ວຍ ຫຼື ຕາຍແລ້ວ ຕ້ອງແຕ່ງຕັ້ງພະນັກງານສັດຕະວະແພດລົງຕິດຕາມ, ສືບຄົ້ນເພື່ອຊອກຫາສາເຫດຂອງສັດ ເຈັບປ່ວຍ ຫຼື ຕາຍ ແລະ ແນະນຳໃຫ້ເຈົ້າຂອງສັດ ນໍາໃຊ້ມາດຕະການຕາມລະບຽບການ ທີ່ອົງ ການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກຳນົດ.ຂ້າງເທິງ

ມາດຕາ  27  (ໃໝ່) ການຢັ້ງຢືນພະຍາດລະບາດສັດ

ການຢັ້ງຢືນພະຍາດລະບາດສັດ ແມ່ນ ການຄົ້ນພົບເຊື້ອພະຍາດ ທີ່ເປັນສາເຫດຂອງການລະບາດຈາກການວິໄຈ ແລະ ບົ່ງມະຕິພະຍາດຢ່າງເປັນທາງການ.

ໃນກໍລະນີໄດ້ຮັບການຢັ້ງຢືນພະຍາດສັດ ທີ່ຈຳເປັນຕ້ອງແຈ້ງນັ້ນ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງດໍາເນີນການສືບຄົ້ນຫາສາເຫດຂອງພະຍາດ, ຈັດຕັ້ງປະຕິບັດແຜນສຸກເສີນ, ນຳໃຊ້ມາດຕະການເພື່ອຄວບຄຸມ, ໂຕ້ຕອບພ້ອມທັງສະເໜີຕໍ່ ອົງການປົກຄອງທ້ອງຖິ່ນ ຫຼື ລັດຖະບານ ຕາມແຕ່ລະກໍລະນີເພື່ອໃຫ້ປະກາດເປັນເຂດຄວບຄຸມພະຍາດລະບາດສັດຢ່າງເປັນທາງການໂດຍດ່ວນ.ຂ້າງເທິງ

ມາດຕາ  28  (ປັບປຸງ) ການປະກາດ ແລະ ການຍົກເລີກເຂດຄວບຄຸມພະຍາດລະບາດສັດ

ອົງການປົກຄອງທ້ອງຖິ່ນ ຫຼື ລັດຖະບານເປັນຜູ້ປະກາດ ແລະ ຍົກເລີກເຂດຄວບຄຸມພະຍາດລະ ບາດສັດ ຕາມການສະເໜີຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດແຕ່ລະຂັ້ນ ຕາມກໍ ລະນີ ດັ່ງນີ້:

1.    ຖ້າພະຍາດລະບາດສັດ ຫາກເກີດຂຶ້ນໃນຂອບເຂດ ເມືອງ, ເທດສະບານ, ນະຄອນໃດໜຶ່ງ ໃຫ້ເຈົ້າເມືອງ, ຫົວໜ້າເທດສະບານ, ເຈົ້ານະຄອນນັ້ນ ເປັນຜູ້ປະກາດ ແລະ ຍົກເລີກ;
2.    ຖ້າພະຍາດລະບາດສັດ ຫາກເກີດຂຶ້ນຫຼາຍກວ່າໜຶ່ງ ເມືອງ, ເທດສະບານ, ນະຄອນ ແຕ່ຢູ່ໃນຂອບເຂດແຂວງໃດໜຶ່ງ ຫຼື ນະຄອນຫຼວງ ໃຫ້ເຈົ້າແຂວງ, ເຈົ້້າຄອງນະຄອນຫຼວງນັ້ນ ເປັນຜູ້ປະກາດ ແລະ ຍົກເລີກ;
3.    ຖ້າພະຍາດລະບາດສັດ ຫາກເກີດຂຶ້ນຫຼາຍກວ່າໜຶ່ງແຂວງ ໃຫ້ ນາຍົກລັດຖະມົນຕີເປັນຜູ້ປະກາດ ແລະ ຍົກເລີກ.

ໃນການປະກາດເປັນເຂດຄວບຄຸມພະຍາດລະບາດສັດ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດ ຕະວະແພດ ຕ້ອງກໍານົດຂອບເຂດຂອງການ ຄວບຄຸມ, ເຝົ້າລະວັງ ແລະ ເຂດກັນຊົນ ໃຫ້ຈະແຈ້ງ ແລະ ໃຫ້ແຕ່ງຕັ້ງ ແລະ ກຳນົດໜ້າທີ່ຄວາມຮັບຜິດຊອບຂອງຄະນະສະເພາະກິດຄວບຄຸມພະຍາດລະບາດສັດ ພ້ອມທັງວາງມາດຕະການ ແລະ ແຈ້ງເຕືອນບໍ່ໃຫ້ມີການເຄື່ອນຍ້າຍສັດ, ຊາກສັດ ແລະ ຜະລິດຕະພັນສັດເຂົ້າ, ອອກ ແລະ ຜ່ານເຂດຄວບຄຸມດັ່ງກ່າວ ໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດດັ່ງກ່າວ. 

ເຂດຄວບຄຸມພະຍາດລະບາດສັດ ຈະຖືກຍົກເລີກໄດ້ ກໍຕໍ່ເມື່ອອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຫາກໄດ້ນໍາໃຊ້ມາດຕະການໂຕ້ຕອບການລະບາດຂອງພະຍາດສັດ ຢ່າງຄົບຖ້ວນ ແລະ ໝັ້ນໃຈວ່າການລະບາດໄດ້ສະຫງົບລົງແລ້ວ ຈຶ່ງແຈ້ງໃຫ້ອົງການປົກຄອງທ້ອງຖິ່ນ ຫຼື ລັດຖະບານປະກາດຍົກເລີກເຂດຄວບຄຸມພະຍາດລະບາດສັດຢ່າງເປັນທາງການ.

ການປະກາດ ແລະ ການຍົກເລີກເຂດຄວບຄຸມພະຍາດລະບາດສັດ ຕ້ອງຕິດປະກາດ, ເຜີຍແຜ່ ແລະ ໂຄສະນາຜ່ານສື່ຕ່າງໆ ຢ່າງກວ້າງຂວາງ ເພື່ອໃຫ້ຜູ້ລ້ຽງສັດ ແລະ ສັງຄົມ ລວມທັງປະເທດຄູ່ຄ້າຮັບຮູ້.ຂ້າງເທິງ

ມາດຕາ  29  (ປັບປຸງ) ມາດຕະການໂຕ້ຕອບການລະບາດຂອງພະຍາດສັດ

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງນໍາໃຊ້ມາດຕະການໃດໜຶ່ງ ເພື່ອໂຕ້ຕອບການລະບາດຂອງພະຍາດສັດ ຢູ່ໃນເຂດຄວບຄຸມພະຍາດລະບາດສັດ ແລະ ເຂດກັນຊົນ ດັ່ງນີ້:

1.    ສັງເກດອາການ ແລະ ແຍກປ່ຽວສັດເຈັບປ່ວຍ;
2.    ປິ່ນປົວສັດທີ່ຕິດເຊື້ອພະຍາດ;
3.    ທໍາລາຍສັດທີ່ຢັ້ງຢືນວ່າຕິດ ຫຼື ສົງໄສຕິດເຊື້ອພະຍາດ;
4.    ກັກ ຫຼື ທຳລາຍ ຊາກສັດຕາຍ, ຜະລິດຕະພັນສັດ, ອາຫານສັດ, ສິ່ງເສດເຫຼືອ ຫຼື ວັດຖູ ປະກອນຕ່າງໆ ທີ່ມີຄວາມສ່ຽງ ທີ່ຈະນໍາເອົາເຊື້ອພະຍາດແພ່ກະຈາຍໄປສູ່ເຂດອື່ນ;
5.    ອະນາໄມ ແລະ ຂ້າເຊື້ອພະຍາດຢູ່ຕາມສະຖານທີ່ ແລະ ວັດຖູປະກອນ ທີ່ປົນເປື້ອນດ້ວຍເຊື້ອພະຍາດ;
6.    ແຈ້ງເຕືອນ ແລະ ຄວບຄຸມການເຄື່ອນຍ້າຍພາຫະນຳເຊື້ອພະຍາດ ເປັນຕົ້ນ ຄົນ, ສັດ, ແມງໄມ້ທີ່ມີຊີວິດ ແລະ ພາຫະນະຂົນສົ່ງຜະລິດຕະພັນສັດ ເຂົ້າ-ອອກ ເຂດທີ່ເກີດການລະບາດ;
7.    ສີດ, ພົ່ນຢາຂ້າເຊື້ອພະຍາດໃສ່ພາຫະນະທີ່ ເຂົ້າ-ອອກ ເຂດຄວບຄຸມພະຍາດລະບາດສັດ; 
8.    ບໍ່ໃຫ້ຂະຫຍາຍພັນສັດຢູ່ໃນເຂດທີ່ກໍາລັງເກີດການລະບາດ;
9.    ສັກຢາກັນພະຍາດແບບວົງແຫວນໃນເຂດກັນຊົນ;
10. ເຝົ້າລະວັງພະຍາດ ແລະ ນໍາໃຊ້ມາດຕະການດ້ານສຸຂານາໄມໃດໜຶ່ງ ໂດຍອີງຕາມການວິເຄາະຄວາມສ່ຽງໃນເຂດທີ່ເກີດການລະບາດ ຫຼື ເຂດກັນຊົນເພື່ອຮັບປະກັນໃຫ້ຢຸດການລະບາດຂອງພະ ຍາດ;
11. ຈັດຕັ້ງການໂຄສະນາ, ສຶກສາອົບຮົມໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.ຂ້າງເທິງ

ມາດຕາ  30  (ໃໝ່) ການຂ້າສັດ ແລະ ການທຳລາຍຊາກສັດ ເພື່ອຄວບຄຸມການລະບາດຂອງພະຍາດສັດ

ການຂ້າສັດ ແລະ ການທຳລາຍຊາກສັດ ເພື່ອຄວບຄຸມການລະບາດຂອງພະຍາດສັດ ແມ່ນ ມາດຕະ ການເພື່ອຈຳກັດການລະບາດຂອງພະຍາດສັດບໍ່ໃຫ້ເກີດຜົນກະທົບຮ້າຍແຮງຕໍ່ ສຸຂະພາບ, ຊີວິດ, ເສດຖະ ກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງຊາດ ໂດຍສອດຄ່ອງກັບຄຳແນະນຳຂອງອົງການສຸຂະພາບສັດສາກົນ.

ການຂ້າສັດ ແລະ ການທຳລາຍຊາກສັດ ເພື່ອຄວບຄຸມການລະບາດຂອງພະຍາດສັດ ມີ ສາມ ໜ້າວຽກຕົ້ນຕໍ ດັ່ງນີ້:

1.    ຂ້າສັດທີ່ມີຄວາມສ່ຽງ ທີ່ໄດ້ສຳຜັດໂດຍກົງກັບສັດເຈັບປ່ວຍ ຫຼື ຕາຍ, ສັດທີ່ມີຄວາມສ່ຽງສູງຕໍ່ການຕິດພະຍາດ ລວມທັງສັດທີ່ໄດ້ຮັບການໃຫ້ຢາກັນພະຍາດ ໃນສະຖານທີ່ລ້ຽງສັດ ທີ່ເກີດການລະ ບາດຂອງພະຍາດສັດ;
2.    ທຳລາຍຊາກສັດດ້ວຍການຝັງ, ເຜົາ ຫຼື ວິທິການອື່ນຕາມຫຼັກວິຊາການສັດຕະວະແພດ;
3.    ອະນາໄມ ແລະ ຂ້າເຊື້ອພະຍາດດ້ວຍການນໍາໃຊ້ວິທີການທາງວັດຖຸ ແລະ ເຄມີ ຢູ່ຟາມລ້ຽງສັດ, ຄອກສັດ, ພາຫະນະ ແລະ ວັດຖູປະກອນອື່ນ ທີ່ປົນເປື້ອນດ້ວຍເຊື້ອພະຍາດ ທັງໂດຍກົງ ແລະ ທາງອອ້ມ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງກຳນົດລະບຽບການສະເພາະ ສຳລັບການຂ້າສັດ ແລະ ທຳລາຍຊາກສັດເພື່ອຄວບຄຸມການລະບາດຂອງພະຍາດສັດ ໃຫ້ແທດເໝາະກັບແຕ່ລະພະຍາດ ແລະ ສັດແຕ່ລະປະເພດ.ຂ້າງເທິງ

ມາດຕາ  31  (ໃໝ່) ການຊົດເຊີຍ

ການຊົດເຊີຍ ແມ່ນ ການທົດແທນ ຫຼື ບັນເທົາທຸກໃຫ້ແກ່ເຈົ້າຂອງສັດ ໃນກໍລະນີທີ່ມີການຂ້າສັດ ຫຼື ທໍາລາຍຊາກສັດຕາມທີ່ໄດ້ກໍານົດໄວ້ໃນມາດຕາ 30 ຂອງກົດໝາຍສະບັບນີ້.

ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ກຳ ນົດນະໂຍບາຍ, ລະບຽບການ, ກົນໄກ ແລະ ຂັ້ນຕອນລະອຽດ ສຳລັບການຊົດເຊີຍເພື່ອໃຫ້ແທດເໝາະກັບແຕ່ລະພະຍາດ ແລະ ສັດແຕ່ລະປະເພດ.ຂ້າງເທິງ

ມາດຕາ  32 (ໃໝ່) ການຮັກສາສຸຂະພາບສັດນໍ້າ, ສັດປ່າ ແລະ ສັດລ້ຽງທີ່ບໍ່ມີເຈົ້າຂອງ

ການຮັກສາສຸຂະພາບສັດນໍ້າ, ສັດປ່າ ແລະ ສັດລ້ຽງ ທີ່ບໍ່ມີເຈົ້າຂອງ ແມ່ນ ການຕິດຕາມເຝົ້າລະວັງພະຍາດ ແລະ ການສ້າງສິ່ງຮອງຮັບເພື່ອແກ້ໄຂບັນຫາ, ດູແລ, ປິ່ນປົວ ແລະ ຄວບຄຸມພະຍາດຂອງສັດດັ່ງກ່າວ ລວມທັງສັດທີ່ປ່ອຍຄືນສູ່ປ່າ ແລະ ແຫຼ່ງນໍ້າທໍາມະຊາດ ຫຼື ສົ່ງໃຫ້ເຈົ້າຂອງສັດເດີມທີ່ມີຫຼັກຖານຊັດເຈນ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງສ້າງແຜນຮອງຮັບ ແລະ ວາງລະບຽບການ ເພື່ອກັນ ແລະ ຄວບຄຸມພະຍາດຂອງ ສັດນໍ້າ, ສັດປ່າ ບໍ່ໃຫ້ແພ່ລະບາດມາສູ່ ສັດລ້ຽງ ຫຼື ຄົນ ລວມທັງການດູແລແກ້ໄຂບັນຫາສັດລ້ຽງທີ່ບໍ່ມີເຈົ້າຂອງ.ຂ້າງເທິງ

ມາດຕາ  3(ໃໝ່) ແຜນຮອງຮັບ ແລະ ແຜນສຸກເສີນເພື່ອຄວບຄຸມການລະບາດຂອງພະຍາດສັດ

ແຜນຮອງຮັບການລະບາດຂອງພະຍາດສັດ ແມ່ນ ແຜນກຽມຄວາມພ້ອມ ເພື່ອຄວບຄຸມພະຍາດລະບາດສັດໄວ້ລ່ວງໜ້າ.

ແຜນສຸກເສີນເພື່ອຄວບຄຸມການລະບາດຂອງພະຍາດສັດ ແມ່ນ ແຜນໂຕ້ຕອບການລະບາດຂອງພະຍາດສັດໃນເວລາທີ່ກຳລັງມີການລະບາດຢູ່.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອສ້າງແຜນຮອງຮັບ ແລະ ແຜນສຸກເສີນ ເພື່ອຄວບຄຸມການລະບາດຂອງພະຍາດສັດ ໂດຍກຳນົດ ບຸກຄະລາກອນ, ວັດຖູປະກອນທີ່ຈຳເປັນ ພ້ອມທັງງົບປະມານສະເພາະສຳລັບການຄວບຄຸມພະຍາດໄວ້ແຕ່ຫົວທີ.ຂ້າງເທິງ

ມາດຕາ  34  (ໃໝ່) ລະບົບການຄົ້ນຫາພະຍາດແຕ່ຫົວທີ ແລະ ແຈ້ງເຕືອນໄພລ່ວງໜ້າ

ລະບົບການຄົ້ນຫາພະຍາດແຕ່ຫົວທີ ແລະ ແຈ້ງເຕືອນໄພລ່ວງໜ້າ ແມ່ນ ການສ້າງຕາໜ່າງ, ກົນໄກ ແລະ ເງື່ອນໄຂເພື່ອກວດຫາພະຍາດສັດ ຫຼື ສິ່ງເປັນອັນຕະລາຍໃຫ້ ຖືກຕ້ອງ, ວ່ອງໄວ ພ້ອມທັງແຈ້ງເຕືອນໄພອັນຕະລາຍທີ່ອາດຈະເກີດຂຶ້ນຢ່າງທັນການ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງສ້າງລະບົບການຄົ້ນຫາພະຍາດແຕ່ຫົວທີ ແລະ ແຈ້ງເຕືອນໄພລ່ວງໜ້າ ໃຫ້ເຂັ້ມແຂງ ດ້ວຍການຮັບປະກັນທາງດ້ານການ ຈັດຕັ້ງ, ສັ່ງການ, ສືບຄົ້ນຫາພະຍາດ, ກຳນົດຕົວຢ່າງຂອງກຸ່ມສັດທີ່ມີຄວາມສ່ຽງ, ເຂົ້າເຖິງຫ້ອງວິໄຈ, ຝຶກອົບຮົມ, ລາຍງານ ແລະ ແຈ້ງການໃຫ້ມີປະ ສິດທິພາບ.ຂ້າງເທິງ

ມາດຕາ  35  (ປັບປຸງ) ການວິໄຈພະຍາດສັດ

ການວິໄຈພະຍາດສັດ ແມ່ນ ການນໍາໃຊ້ວິທີການທາງດ້ານວິທະຍາສາດ ເພື່ອກວດຫາເຊື້ອ ແລະ ບົ່ງມະຕິພະຍາດສັດໃດໜຶ່ງ ໃຫ້ຖືກຕ້ອງ ແລະ ຊັດເຈນ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງເປັນເຈົ້າການພັດທະນາ ພື້ນຖານ, ວັດຖຸ, ເຕັກນິກ ລວມທັງ ບຸກຄະລາກອນ ແລະ ສິ່ງອຳນວຍຄວາມສະດວກ ສຳລັບການວິໄຈໃຫ້ໄດ້ມາດຕະຖານສາກົນ ພ້ອມທັງກໍານົດຫ້ອງວິໄຈພະຍາດສັດຂັ້ນສູນກາງ ຫຼື ຮັບຮູ້ຫ້ອງວິໄຈພະຍາດສັດຢູ່ຕ່າງປະເທດ ເພື່ອໃຫ້ເປັນຫ້ອງວິໄຈພະຍາດສັດອ້າງອີງ ແລະ ເປັນບ່ອນຄວບຄຸມຄຸນນະພາບຂອງການວິໄຈພະຍາດສັດທີ່ເຊື່ອຖືໄດ້.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການວິໄຈພະຍາດສັດ ຕ້ອງໄດ້ຂໍອະນຸ ຍາດນຳກະຊວງກະສິກຳ ແລະ ປ່າໄມ້.ຂ້າງເທິງ

ມາດຕາ  36 (ໃໝ່) ການຄວບຄຸມມາດຕະຖານຟາມລ້ຽງສັດແບບວົງປິດ

ຟາມລ້ຽງສັດແບບວົງປິດ ແມ່ນ ສະຖານທີ່ປະກອບການລ້ຽງສັດ ຢູ່ໃນຂອບເຂດສະເພາະໃດໜຶ່ງ ທີ່ມີການຈັດການລະບົບຄວາມປອດໄພທາງດ້ານຊີວະພາບທີ່ດີ ຊຶ່ງຖືກຮັບຮອງໂດຍອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນການລ້ຽງສັດແບບວົງປິດ ຕ້ອງປະຕິບັດຕາມມາດຕະ ຖານເຕັກນິກ ແລະ ລະບຽບການທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ. ຂ້າງເທິງ

ມາດຕາ  37  (ໃໝ່) ເຂດປອດພະຍາດສັດ

ເຂດປອດພະຍາດສັດ ແມ່ນ ເຂດໃດໜຶ່ງ ທີ່ໄດ້ຮັບການຢັ້ງຢືນເປັນເຂດບໍ່ມີເຊື້ອພະຍາດໃດໜຶ່ງ ພ້ອມທັງມີການຈັດການ ແລະ ຄຸ້ມຄອງການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ ເຂົ້າ ແລະ ອອກເຂດດັ່ງກ່າວຢ່າງເປັນລະບົບ ແລະ ມີປະສິດທິພາບ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ກຳນົດມາດຕະ ຖານ ແລະ ລະບຽບການກ່ຽວກັບການສ້າງ ແລະ ປະກາດເຂດປອດພະຍາດສັດແຕ່ລະປະເພດ ພ້ອມທັງພັດທະນາລະບົບການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນການເຄື່ອນໄຫວຂອງເຂດປອດພະ ຍາດສັດໃຫ້ສອດຄ່ອງກັບມາດຕະຖານ ແລະ ເງື່ອນໄຂ ເຂດປອດພະຍາດສັດທີ່ອົງການສຸຂະພາບສັດສາກົນກຳນົດ.ຂ້າງເທິງ

ມາດຕາ  38  (ໃໝ່) ມາດຕະການດ້ານສຸຂານາໄມ ແລະ ການເຜີຍແຜ່

ມາດຕະການດ້ານສຸຂານາໄມ ແມ່ນ ມາດຕະການຕ່າງໆ ທີ່ໄດ້ກໍານົດໄວ້ໃນຄໍາແນະນໍາຂອງອົງການສຸຂະພາບສັດສາກົນ ເພື່ອປົກປ້ອງຊີວິດ, ສຸຂະພາບຂອງຄົນ ແລະ ສັດ ບໍ່ໃຫ້ໄດ້ຮັບຄວາມສ່ຽງທີ່ເກີດມາຈາກການນຳເຂົ້າ, ການກໍ່ຕົວ ແລະ/ຫຼື ການແພ່ກະຈາຍຂອງສິ່ງເປັນອັນຕະລາຍ.

ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຕ້ອງເປັນເຈົ້າການປະສານສົມທົບກັບຂະ ແໜງການອື່ນທີ່ກ່ຽວຂ້ອງ ເຜີຍແຜ່ມາດຕະການດ້ານສຸຂານາໄມ ໃຫ້ສາທາລະນະຊົນຢ່າງເປັນປົກກະຕິ ພ້ອມທັງສະໜອງຂໍ້ມູນ ຂ່າວສານ ດັ່ງກ່າວ ລົງໃນຈົດໝາຍເຫດທາງລັດຖະການ. ຂ້າງເທິງ

ມາດຕາ  39  (ໃໝ່) ສຸຂະສຶກສາດ້ານສຸຂະພາບສັດ

ສຸຂະສຶກສາດ້ານສຸຂະພາບສັດ ແມ່ນ ການໃຫ້ຄວາມຮູ້ກ່ຽວກັບການດູແລສຸຂະພາບສັດທີ່ດີ ເປັນ ຕົ້ນ ການໃຫ້ອາຫານ ແລະ ນໍ້າດື່ມສະອາດ, ການອະນາໄມ, ການຂ້າເຊື້ອຄອກສັດ, ການກັນພະຍາດສັດ ແລະ ການສ້າງລະບົບຄວາມປອດໄພທາງດ້ານຊີວະພາບຂອງຟາມລ້ຽງສັດ.

ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຕ້ອງປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອພັດທະນາ ເຄື່ອງມື, ຄູ່ມືແນະນຳ ແລະ ຫຼັກສູດ ພ້ອມທັງດຳເນີນການສົ່ງເສີມວຽກງານສຸຂະສຶກສາດ້ານສຸຂະພາບສັດໃຫ້ມີປະສິດທິຜົນ.ຂ້າງເທິງ

ໝວດທີ 2
ການປິ່ນປົວສັດ

ມາດຕາ  40  (ໃໝ່) ການປິ່ນປົວສັດ

ການປິ່ນປົວສັດ ແມ່ນ ການບໍລິການດ້ານສັດຕະວະແພດ ເພື່ອກວດສຸຂະພາບສັດ, ບົ່ງມະຕິພະ ຍາດ, ວາງຢາ, ນຳໃຊ້ເຕັກນິກດ້ານສັດຕະວະແພດ ແນໃສ່ຟື້ນຟູ ຫຼື ປິ່ນປົວສັດ ໃຫ້ຫາຍດີຈາກອາການເຈັບປ່ວຍ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການປິ່ນປົວສັດ ເພື່ອທຸລະກິດຕ້ອງໄດ້ຂໍອະນຸຍາດນຳອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ພາຍຫຼັງໄດ້ຮັບການຢັ້ງຢືນທາງດ້ານວິຊາການຈາກສະພາສັດຕະວະແພດ ແລະ ຕ້ອງປະຕິບັດຫຼັກຈັນຍາບັນວິຊາຊີບສັດຕະວະແພດ ແລະ ລະ ບຽບການທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກໍານົດ.ຂ້າງເທິງ

ມາດຕາ  41  (ໃໝ່) ການນຳໃຊ້ຢາສັດຕະວະແພດ

ຢາສັດຕະວະແພດ ແມ່ນ ຢາທີ່ນຳໃຊ້ເຂົ້າໃນການກັນພະຍາດ, ປິ່ນປົວ ແລະ ບຳລຸງສຸຂະພາບສັດ ແລະ ສັດນໍ້າ ເປັນຕົ້ນ ຢາວັກຊິນ, ຢາຕ້ານເຊື້ອ, ຢາຂ້າແມ່ກາຝາກ, ຢາວິຕາມິນ ໂດຍໄດ້ຈົດທະບຽນນຳກະ ຊວງກະສິກຳ ແລະ ປ່າໄມ້ ຢ່າງຖືກຕ້ອງ ລວມທັງອາຫານສັດທີ່ປຸງແຕ່ງເປັນຢາ, ສານເຄມີ ຫຼື ສານຊີວະວັດ ຖຸທີ່ເປັນຢາສັດຕະວະແພດແບບເຄິ່ງສຳເລັດຮູບ ທັງເປັນວັດຖຸດິບທາງການຢາທີ່ນຳໃຊ້ເພື່ອການສັດຕະວະ ແພດອີກດ້ວຍ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງກໍານົດລະບຽບການ ກ່ຽວກັບການນຳໃຊ້ຢາສັດຕະວະແພດໃຫ້ປອດໄພ, ມີປະສິດທິພາບ ແລະ ຫຼີກເວັ້ນການນຳໃຊ້ຢາທີ່ກໍ່ໃຫ້ເກີດການດື້ຢາ ແລະ ການຕົກຄ້າງຂອງຢາໃນຜະລິດຕະພັນສັດທີ່ຈະສ້າງຜົນກະທົບທາງລົບຕໍ່ສຸຂະພາບຂອງສັດ ແລະ ຜູ້ບໍລິໂພກ.ຂ້າງເທິງ

ໝວດທີ  3
ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ

ມາດຕາ  42  (ໃໝ່) ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ

ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ ແມ່ນ ທຸກການ ຂົນສົ່ງສັດ, ຜະລິດຕະພັນສັດ, ຜະລິດຕະພັນສຳຮອງຈາກສັດ ແລະ ວັດຖູປະກອນທີ່ມີຄວາມສ່ຽງ ທີ່ຈະນຳເອົາສິ່ງເປັນອັນຕະລາຍຈາກ ເຂດໜຶ່ງໄປຫາເຂດອື່ນ ຢູ່ພາຍໃນ, ນໍາເຂົ້າ ຫຼື ສົ່ງອອກປະເທດ. 

ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດ ໃຫ້ນຳໃຊ້ມາດຕະການດ້ານສຸຂານາໄມ ເທົ່າທີ່ມີຄວາມຈຳເປັນ ໂດຍອີງຕາມການປະເມີນຄວາມສ່ຽງທີ່ກ່ຽວຂ້ອງ, ປະຕິບັດໃນເວລາທີ່ມີການລະບາດຂອງພະຍາດສັດ ແລະ ໃນເວລາທີ່ມີການຈັດຕັ້ງປະຕິບັດແຜນງານຄວບຄຸມຄວາມສ່ຽງ ຫຼື ການແພ່ກະຈາຍຂອງເຊື້ອພະຍາດສັດທີ່ຈໍາເປັນຕ້ອງແຈ້ງ.ຂ້າງເທິງ

ມາດຕາ  43  (ປັບປຸງ) ດ່ານກວດກາສັດຕະວະແພດ

ດ່ານກວດກາສັດຕະວະແພດ ແມ່ນ ຈຸດກວດກາດ້ານສັດຕະວະແພດ ຢູ່ ດ່ານ, ສະຖານທີ່ກັກກັນສັດ, ສະໜາມບິນ, ທ່າເຮືອ, ສະຖານີລົດໄຟ, ໄປສະນີ ຫຼື ຈຸດໃດໜຶ່ງ ທີ່ມີການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດພາຍໃນ, ລະຫວ່າງປະເທດໂດຍມີພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດປະຈຳຢູ່.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງວາງນະໂຍບາຍ ແລະ ສ້າງແຜນການ ເພື່ອພັດທະນາດ່ານກວດ ກາສັດຕະວະແພດໃຫ້ເຂັ້ມແຂງ ສາມາດເຊື່ອມສານກັບດ່ານກວດກາສັດຕະວະແພດຂອງປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ພ້ອມທັງກໍານົດດ່ານກວດກາສັດຕະວະແພດ ເພື່ອເປັນຈຸດກວດກາການເຄື່ອນຍ້າຍຜະລິດຕະພັນສິນຄ້າ ກ່ຽວກັບສັດເຂົ້າ-ອອກ ສປປ ລາວ ໃຫ້ມີປະສິດທິພາບ. 

ດ່ານກວດກາສັດຕະວະແພດ ມີປະຈຳຢູ່ດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ. ຂ້າງເທິງ

ມາດຕາ  44  (ປັບປຸງ) ການເຄື່ອນຍ້າຍຜະລິດຕະພັນສິນຄ້າກ່ຽວກັບສັດພາຍໃນປະເທດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນການເຄື່ອນຍ້າຍຜະລິດຕະພັນສິນຄ້າ ກ່ຽວກັບສັດ ຊຶ່ງມີຄວາມສ່ຽງຈະເກີດຜົນກະທົບທາງລົບຕໍ່ ການລ້ຽງສັດ, ເສດຖະກິດ ແລະ ສັງຄົມຢູ່ພາຍໃນປະເທດ ຕ້ອງໄດ້ຂໍອະນຸຍາດນຳອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ແລະ ຕ້ອງປະຕິບັດຕາມລະບຽບການທີ່ອົງການດັ່ງກ່າວກໍານົດ. ຂ້າງເທິງ

ມາດຕາ  45  (ປັບປຸງ) ການນໍາເຂົ້າຜະລິດຕະພັນສິນຄ້າກ່ຽວກັບສັດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາເຂົ້າຜະລິດຕະພັນສິນຄ້າ ກ່ຽວກັບສັດມາຍັງ ສປປ ລາວ ຕ້ອງໄດ້ຂໍອະນຸຍາດນຳອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ.

ຜູ້ຂໍອະນຸຍາດນຳເຂົ້າ ຕ້ອງຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຢ່າງໜ້ອຍ ສິບຫ້າວັນ ກ່ອນການນໍາເຂົ້າ ໂດຍນຳໃຊ້ແບບພິມທີ່ໄດ້ກໍານົດໄວ້, ຈາກນັ້ນ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຈິ່ງດຳເນີນການກວດກາດ້ານວິຊາການ ແລ້ວອອກໃບອະນຸຍາດພາຍໃນ ຫ້າວັນ ລັດຖະການ.

ຜູ້ນຳເຂົ້າ ຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງພ້ອມທັງ ວັນ ແລະ ເວລາ ທີ່ຈະນຳເຂົ້າຕົວຈິງຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານທີ່ກ່ຽວຂ້ອງ ຢ່າງໜ້ອຍ ໜຶ່ງວັນ.

ໃນເວລານຳເຂົ້າຕົວຈິງ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງດຳເນີນການກວດກາຜະລິດຕະພັນສິນຄ້າກ່ຽວກັບສັດຕາມລະບຽບການ.

ຜູ້ນຳເຂົ້າສິນຄ້ານັ້ນ ຕ້ອງປະຕິບັດຕາມລະບຽບການ ທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ ແລະ ຕ້ອງຈ່າຍຄ່າທຳນຽມ ແລະ ຄ່າບໍລິການໃຫ້ຄົບຖ້ວນ.ຂ້າງເທິງ

ມາດຕາ  46  (ໃໝ່) ການຕິດຕາມກວດກາຜະລິດຕະພັນສິນຄ້າກ່ຽວກັບສັດຫຼັງການນຳເຂົ້າ

ຜະລິດຕະພັນສິນຄ້າ ກ່ຽວກັບສັດທີ່ໄດ້ຜ່ານຂັ້ນຕອນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 45 ຂອງກົດໝາຍສະບັບນີ້ ຖ້າເຫັນວ່າມີຄວາມສ່ຽງແລ້ວ ຫົວໜ້າດ່ານກວດກາສັດຕະວະແພດຊາຍແດນ ຕ້ອງອອກຄຳສັ່ງໃຫ້ຜູ້ນຳເຂົ້າ ນຳເອົາຜະລິດຕະພັນສິນຄ້າກ່ຽວກັບສັດດັ່ງກ່າວໄປສະຖານທີ່ສະເພາະ ເພື່ອດຳເນີນການຕິດຕາມ ແລະ ກວດກາໃນໄລຍະເວລາໃດໜຶ່ງ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະ ແພດກໍານົດ.ຂ້າງເທິງ

ມາດຕາ  47  (ໃໝ່) ການກັກ ຫຼື ຂັງສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດທີ່ນຳເຂົ້າ

ໃນກໍລະນີພົບ ສັດ ແລະ ຜະລິດຕະພັນສິນຄ້າ ກ່ຽວກັບສັດທີ່ນໍາເຂົ້າບໍ່ຖືກຕ້ອງ ຫຼື ພົບ ຫຼື ສົງໄສມີການປົນເປື້ອນເຊື້ອພະຍາດຮ້າຍແຮງ ຫຼື ພົບສັດຢູ່ໃນສະພາບທີ່ບໍ່ສາມາດຂົນສົ່ງຕໍ່ໄປໄດ້ຢູ່ດ່ານ, ສະຖານທີ່ກັກກັນສັດ ຫຼື ຢູ່ລະຫວ່າງທາງຂອງການຂົນສົ່ງນັ້ນ ສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດ ດັ່ງກ່າວ ຕ້ອງຖືກກັກ ຫຼື ຂັງໄວ້ ແລະ ໃຫ້ນໍາໃຊ້ມາດຕະການໃດໜຶ່ງ ຕາມກໍລະນີ ດັ່ງນີ້:

1.    ຖ້າເຫັນວ່າ ສັດໄດ້ຮັບບາດເຈັບ ຍ້ອນການຂົນສົ່ງ ຫຼື ອຸປະຕິເຫດໃຫ້ກັກ ແລະ ຂັງສັດໄວ້ເພື່ອໃຫ້ໄດ້ພັກຜ່ອນ, ກິນອາຫານ ແລະ ນໍ້າ ຫຼື ທຳການຟື້ນຟູປິ່ນປົວ;
2.    ຖ້າສັດມີອາການເຈັບປ່ວຍຍ້ອນພະຍາດ ຕ້ອງແຍກອອກຈາກຝູງ ໃຫ້ຢູ່ໃນສະຖານທີ່ທີ່ຈັດໄວ້ສະເພາະເພື່ອຕິດຕາມກວດກາ;
3.    ຖ້າເປັນຜະລິດຕະພັນສິນຄ້າກ່ຽວກັບສັດ ຕ້ອງແຍກໄປຮັກສາໄວ້ໃນສະຖານທີ່ທີ່ໄດ້ຈັດໄວ້ສະເພາະເພື່ອກວດກາ ແລະ ຕິດຕາມ;
4.    ໃນກໍລະນີສົງໄສ ຫຼື ໄດ້ຮັບການຢັ້ງຢືນວ່າ ສັດ ຫຼື ຜະລິດຕະພັນສິນຄ້າກ່ຽວກັບສັດນັ້ນ ຕິດເຊື້ອພະຍາດສັດທີ່ຈຳເປັນຕ້ອງແຈ້ງ ກໍຕ້ອງນຳໃຊ້ມາດຕະການຄວບຄຸມພະຍາດຢ່າງເຂັ້ມງວດ.
ຫົວຫນ້າດ່ານກວດກາສັດຕະວະແພດ ຕ້ອງແຈ້ງກ່ຽວກັບການນໍາໃຊ້ມາດຕະການດັ່ງກ່າວ ໃຫ້ຜູ້ນຳເຂົ້າຢ່າງເປັນລາຍລັກອັກສອນພາຍໃນເວລາ ຊາວສີ່ ຊົ່ວໂມງ ນັບແຕ່ເວລາທີ່ໄດ້ນໍາໃຊ້ມາດຕະການນັ້ນເປັນຕົ້ນໄປ.

ສຳລັບຄ່າໃຊ້ຈ່າຍໃນການນໍາໃຊ້ມາດຕະການນັ້ນ ໃຫ້ຜູ້ນຳເຂົ້າ ຫຼື ເຈົ້າຂອງຜະລິດຕະພັນສິນຄ້າກ່ຽວກັບສັດເປັນຜູ້ຮັບຜິດຊອບ.ຂ້າງເທິງ

ມາດຕາ  48  (ປັບປຸງ) ການສົ່ງອອກຜະລິດຕະພັນສິນຄ້າກ່ຽວກັບສັດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສົ່ງອອກຜະລິດຕະພັນສິນຄ້າກ່ຽວກັບສັດໄປຍັງຕ່າງປະເທດ ຕ້ອງໄດ້ຂໍອະນຸຍາດນຳອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ແລະ ອົງ ການທີ່ກ່ຽວຂ້ອງຂອງປະເທດນໍາເຂົ້າເສຍກ່ອນ.

ຜູ້ຂໍອະນຸຍາດສົ່ງອອກ ຕ້ອງຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະແພດ ຢ່າງໜ້ອຍ ສິບຫ້າວັນ ກ່ອນການສົ່ງອອກ ໂດຍໃຫ້ນຳໃຊ້ແບບພິມທີ່ໄດ້ກໍານົດໄວ້, ຈາກນັ້ນອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຈິ່ງດຳເນີນການກວດກາດ້ານວິຊາການ ແລ້ວອອກໃບອະນຸຍາດພາຍໃນ ຫ້າວັນ ລັດຖະການ.

ຜູ້ສົ່ງອອກ ຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງພ້ອມ ທັງວັນ ແລະ ເວລາ ທີ່ຈະສົ່ງອອກຕົວຈິງຕໍ່ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານທີ່ກ່ຽວຂ້ອງ ຢ່າງໜ້ອຍ ໜຶ່ງວັນ.

ໃນເວລາສົ່ງອອກຕົວຈິງນັ້ນ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ຕ້ອງດຳເນີນການກວດກາຜະລິດ ຕະພັນສິນຄ້າກ່ຽວກັບສັດທີ່ຈະສົ່ງອອກຕາມລະບຽບການ.

ຜູ້ສົ່ງອອກສິນຄ້ານັ້ນ ຕ້ອງປະຕິບັດຕາມລະບຽບການ ທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ ແລະ ຕ້ອງຈ່າຍຄ່າທຳນຽມ ແລະ ຄ່າບໍລິການໃຫ້ຄົບຖ້ວນ.ຂ້າງເທິງ

ມາດຕາ  49  (ປັບປຸງ) ການສົ່ງຜ່ານຜະລິດຕະພັນສິນຄ້າກ່ຽວກັບສັດ

  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງນໍາສົ່ງຜະລິດຕະພັນສິນຄ້າ ກ່ຽວກັບສັດຜ່ານ ສປປ ລາວ ຕ້ອງໄດ້ຂໍອະນຸຍາດນຳອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດເສຍກ່ອນ ໂດຍໃຫ້ຍື່ນຄໍາຮ້ອງຕາມແບບພິມທີ່ໄດ້ກໍານົດໄວ້ຢ່າງໜ້ອຍ ສິບຫ້າວັນ ກ່ອນການສົ່ງຜ່ານ. ກ່ອນຈະນໍາເຂົ້າຜະລິດຕະພັນສິນຄ້າກ່ຽວກັບສັດສູ່ດ່ານຕົວຈິງນັ້ນ ຜູ້ຂໍສົ່ງຜ່ານຕ້ອງແຈ້ງເອກະສານທີ່ກ່ຽວຂ້ອງພ້ອມທັງວັນ ແລະ ເວລານໍາເຂົ້າຕໍ່ເຈົ້າໜ້າທີ່ກວດກາປະຈຳດ່ານຢ່າງໜ້ອຍ ໜຶ່ງວັນ.

  ການສົ່ງຜ່ານນັ້ນຕ້ອງໄປຕາມເສັ້ນທາງ ແລະ ອອກດ່ານທີ່ກໍານົດ ໂດຍບໍ່ໃຫ້ມີການຄ່ຽນຖ່າຍລະ ຫວ່າງທາງ ຫຼື ຢູ່ຈຸດໃດໜຶ່ງ ທີ່ບໍ່ໄດ້ຮັບການອະນຸຍາດຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະ ວະແພດ, ຖ້າມີການສົງໄສ ຫຼືຢັ້ງຢືນວ່າ ຜະລິດຕະພັນສິນຄ້າກ່ຽວກັບສັດນັ້ນ ມີຄວາມສ່ຽງຕ້ອງຖືກກັກ ແລະ ນໍາໃຊ້ມາດຕະການດ້ານສຸຂານາໄມ ໂດຍຜູ້ສົ່ງຜ່ານຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕາມລະບຽບການ.

ສຳລັບການນຳເຂົ້າສັດມາລ້ຽງໄວ້ໄລຍະສັ້ນເພື່ອສົ່ງອອກ ຕ້ອງໄດ້ປະຕິບັດຕາມລະບຽບການການນຳເຂົ້າ  ແລະ ການສົ່ງອອກ ທີ່ລະບຸໄວ້ໃນມາດຕາ 45 ແລະ ມາດຕາ 48 ຂອງກົດໝາຍສະບັບນີ້.ຂ້າງເທິງ

ມາດຕາ  50  (ໃໝ່) ການອອກໃບຢັ້ງຢືນດ້ານສັດຕະວະແພດລະຫວ່າງປະເທດ

ໃບຢັ້ງຢືນດ້ານສັດຕະວະແພດລະຫວ່າງປະເທດ ແມ່ນ ເອກະສານຢັ້ງຢືນກ່ຽວກັບສຸຂະພາບສັດ ຫຼື ສຸຂານາໄມທີ່ສອດຄ່ອງກັບຄຳແນະນໍາຂອງອົງການສຸຂະພາບສັດສາກົນ ຊຶ່ງອອກໂດຍອົງການທີ່ກ່ຽວຂ້ອງຂອງປະເທດສົ່ງອອກ ເພື່ອປະກອບໃສ່ເອກະສານການເຄື່ອນຍ້າຍຜະລິດຕະພັນສິນຄ້າ ກ່ຽວກັບສັດເຂົ້າ-ອອກລະຫວ່າງປະເທດ.

ກະຊວງກະສິກໍາ ແລະ ປ່າໄມ້ ຫຼື ພາກສ່ວນອື່ນທີ່ກ່ຽວຂ້ອງ ທີ່ໄດ້ຮັບມອບໝາຍເປັນຜູ້ອອກໃບຢັ້ງຢືນດ້ານສັດຕະວະແພດລະຫວ່າງປະເທດ ຂອງ ສປປ ລາວ ໂດຍນຳໃຊ້ແບບພິມທີ່ໄດ້ກໍານົດໄວ້ ຫຼື ແບບພິມຂອງອົງການຄຸ້ມຄອງທີ່ກ່ຽວຂ້ອງ ຂອງປະເທດນຳເຂົ້າທີ່ຮັບຮູ້ໂດຍອົງການຄຸ້ມຄອງວຽກງານລ້ຽງ ສັດ ແລະ ສັດຕະວະແພດ ຂອງ ສປປ ລາວ.ຂ້າງເທິງ

ມາດຕາ  51  (ໃໝ່) ສະຖານທີ່ກັກກັນສັດ

ສະຖານທີ່ກັກກັນສັດ ແມ່ນ ສະຖານທີ່ໃດໜຶ່ງ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະ ວະແພດອະນຸຍາດ ແລະ ຮັບຮອງໃຫ້ເປັນບ່ອນແຍກສັດບໍ່ໃຫ້ສໍາຜັດໂດຍກົງ ຫຼື ທາງອ້ອມກັບສັດໂຕອື່ນ ເພື່ອດໍາເນີນການຕິດຕາມ, ກວດກາສຸຂະພາບ ຫຼື ເກັບຕົວຢ່າງນຳໄປວິໄຈ ແນໃສ່ຮັບປະກັນໃຫ້ສັດທີ່ນຳມາກັກກັນໄວ້ນັ້ນ ບໍ່ມີຄວາມສ່ຽງທີ່ຈະແພ່ກະຈາຍເຊື້ອພະຍາດໄປສູ່ສັດໂຕອື່ນ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງສ້າງສະຖານທີ່ກັກກັນສັດ ຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະຖານເຕັກນິກກ່ຽວກັບສະຖານທີ່ກັກກັນສັດ ທີ່ກະຊວງກະສິກໍາ ແລະ ປ່າໄມ້ກໍານົດ.ຂ້າງເທິງ

ໝວດທີ4
ການຂ້າ, ຄົວສັດ ແລະ ການກວດກາອະນາໄມຊີ້ນ

ມາດຕາ  52  (ປັບປຸງ) ການຂ້າ ແລະ ຄົວສັດ

ການຂ້າ ແລະ ຄົວສັດ ປະເພດ ງົວ, ຄວາຍ, ໝູ ເພື່ອຈຳໝ່າຍ ຕ້ອງດຳເນີນຢູ່ໂຮງຂ້າສັດ ຫຼື ບ່ອນຂ້າສັດຍ່ອຍທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງ ຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ.

ການຂ້າສັດປະເພດ ແບ້, ແກະ ຫຼື ສັດປີກ ທີ່ມີການລົງທຶນເພື່ອທຸລະກິດ ຕ້ອງດຳເນີນຢູ່ໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ທີ່ໄດ້ຮັບການອະນຸຍາດຈາກອົງການທີ່ກ່ຽວຂ້ອງເຊັ່ນດຽວກັນ.

ສຳລັບການ ຂ້າສັດປີກ, ງົວ, ແບ້, ໝູ ຫຼື ສັດອື່ນ ເພື່ອຈຳໜ່າຍຢູ່ຕະຫຼາດສົດ, ຮ້ານອາຫານປະເພດ ປີ້ງ, ອົບ, ປິ່ນ ຫຼື ອື່ນໆ ຕ້ອງດຳເນີນຢູ່ສະຖານທີ່ ທີ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງ ແລະ ປະຕິບັດຕາມລະບຽບການ, ມາດຕະຖານເຕັກນິກ ທີ່ອົງການຄຸ້ມຄອງວຽກງານ ລ້ຽງສັດ ແລະ ສັດຕະວະ ແພດກຳນົດ.

ສັດ ປະເພດ ງົວ, ຄວາຍ, ໝູ ຫຼື ແບ້ ອະນຸຍາດ ໃຫ້ ຂ້າ ແລະ ຄົວ ເພື່ອບໍລິໂພກພາຍໃນຄອບຄົວ,ໃນງານບຸນໄດ້ ແຕ່ຕ້ອງແຈ້ງໃຫ້ອົງການປົກຄອງບ້ານ ແລະ ຕ້ອງໃຫ້ໄດ້ຮັບການກວດກາຈາກສັດຕະວະ ແພດບ້ານ.

ກະຊວງກະສິກຳ ແລະ ປ່າໄມ້ ຕ້ອງເປັນເຈົ້າການກຳນົດມາດຕະຖານໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍໃຫ້ສອດຄ່ອງກັບມາດຕະຖານຂອງພາກພື້ນ ແລະ ສາກົນ.

ຜູ້ປະກອບການກ່ຽວກັບການ ຂ້າ ແລະ ຄົວສັດ ຕ້ອງປະຕິບັດຕາມມາດຕະຖານທີ່ ກະຊວງກະສິ ກຳ ແລະ ປ່າໄມ້ກໍານົດ.ຂ້າງເທິງ

ມາດຕາ  53  (ປັບປຸງ) ການກວດກາອະນາໄມຊີ້ນ

ການກວດກາອະນາໄມຊີ້ນ ມີ ສອງຂັ້ນຕອນ ຄື ການກວດກາກ່ອນຂ້າ ແລະ ການກວດກາຫຼັງການຂ້າສັດ. ການກວດກາກ່ອນຂ້າ ແມ່ນ ການກວດກາສຸຂະພາບສັດທີ່ຈະນຳເຂົ້າຂ້າ, ການກວດກາຫຼັງຂ້າ ແມ່ນ ການກວດກາຄວາມສະອາດ ແລະ ຄວາມປອດໄພຂອງຊີ້ນ ແລະ ຜະລິດຕະພັນສັດຫຼັງການຂ້າສັດ ທີ່ດໍາເນີນໂດຍພະນັກງານກວດກາອະນາໄມຊີ້ນ.

ການກວດກາຕ້ອງປະຕິບັດຕາມຄູ່ມືການກວດກາອະນາໄມຊີ້ນທີ່ ກະຊວງກະສິກຳ ແລະ ປ່າໄມ້ກຳ ນົດໂດຍສອດຄ່ອງກັບກົດລະຫັດຄວາມປອດໄພດ້ານອາຫານຂອງສາກົນ.

ໃນກໍລະນີທີ່ເຈົ້າຂອງສັດ ຫາກມີຈຸດປະສົງຈຳໜ່າຍຊີ້ນສັດທີ່ຕາຍຍ້ອນອຸປະຕິເຫດນັ້ນ, ເຈົ້າຂອງສັດ ຕ້ອງແຈ້ງໃຫ້ພະນັກງານກວດກາອະນາໄມຊີ້ນ ຫຼື ພະນັກງານສັດຕະວະແພດທີ່ໄດ້ຮັບມອບໝາຍ ເພື່ອ ທໍາການກວດກາ.

ໃນກໍລະນີທີ່ກວດພົບວ່າ ສັດກ່ອນຂ້າຕິດພະຍາດສັດທີ່ຈຳເປັນຕ້ອງແຈ້ງ ຫຼື ພົບຜະລິດຕະພັນສັດ ທີ່ບໍ່ເໝາະສົມສຳລັບການບໍລິໂພກນັ້ນ ພະນັກງານກວດກາອະນາໄມຊີ້ນ ຫຼື ພະນັກງານສັດຕະວະແພດທີ່ໄດ້ຮັບມອບໝາຍສາມາດສັ່ງໃຫ້ທຳລາຍ ຫຼື ແນະນຳໃຫ້ນຳໃຊ້ເພື່ອຈຸດປະສົງອື່ນ ແລ້ວລາຍງານຕໍ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດທີ່ຕົນຂຶ້ນກັບໂດຍດ່ວນ.ຂ້າງເທິງ

ມາດຕາ  54  (ໃໝ່) ການແປຮູບຜະລິດຕະພັນສັດຂັ້ນຕົ້ນ

ການແປຮູບຜະລິດຕະພັນສັດຂັ້ນຕົ້ນ ແມ່ນ ຂະບວນການປ່ຽນຮູບຜົນຜະລິດຈາກສັດໃຫ້ກາຍ ເປັນວັດຖຸດິບເພື່ອນຳໄປປຸງແຕ່ງເປັນອາຫານຂອງຄົນ ຫຼື ສັດເປັນຕົ້ນ ການຂ້າ, ຄົວ, ແຍກຊີ້ນ ແລະ ເຄື່ອງໃນ, ຄັດປະເພດຊີ້ນ, ແຊ່ເຢັນ, ເອືອບເກືອ ແລະ ຫຸ້ມຫໍ່ຊີ້ນ ລວມທັງການເກັບຮັກສາໄຂ່ ແລະ ນໍ້ານົມສົດ.

ການແປຮູບຜະລິດຕະພັນສັດຂັ້ນຕົ້ນ ເພື່ອຈຳໝ່າຍ ຕ້ອງດຳເນີນຢູ່ສະຖານທີ່ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ແລະ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະ ແພດ.

ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກຳນົດມາດຕະຖານເຕັກນິກກ່ຽວກັບສະຖານທີ່, ຂັ້ນຕອນ ແລະ ການປະຕິບັດທີ່ດີສໍາລັບການແປຮູບຜະລິດຕະພັນສັດຂັ້ນຕົ້ນ.ຂ້າງເທິງ

ມາດຕາ  55  (ປັບປຸງ) ການເກັບຮັກສາ, ຫຸ້ມຫໍ່ ແລະ ການຂົນສົ່ງຜະລິດຕະພັນສັດຂັ້ນຕົ້ນ

ການເກັບຮັກສາ, ຫຸ້ມຫໍ່ ແລະ ການຂົນສົ່ງຜະລິດຕະພັນສັດຂັ້ນຕົ້ນ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ແລະ ລະບຽບການທີ່ ກະຊວງກະສິກຳ ແລະ ປ່າໄມ້ ກໍານົດ.ຂ້າງເທິງ

ມາດຕາ  56  (ໃໝ່) ຜະລິດຕະພັນສໍາຮອງຈາກສັດ

ຜະລິດຕະພັນສໍາຮອງຈາກສັດ ແມ່ນ ຊິ້ນສ່ວນໃດໜຶ່ງຂອງສັດ ຊຶ່ງບໍ່ສາມາດນໍາມາປຸງແຕ່ງເປັນອາ ຫານໄດ້ ເປັນຕົ້ນ ເຂົາ, ກະດູກ, ຂົນ, ເລັບ ລວມທັງຜະລິດຕະພັນສັດຂັ້ນຕົ້ນ ທີ່ບໍ່ເໝາະສົມສຳລັບການບໍລິໂພກ ຊຶ່ງອະນຸຍາດໃຫ້ນຳໃຊ້ໃນຈຸດປະສົງອື່ນ.

ການປຸງແຕ່ງ, ບໍາບັດ, ເກັບຮັກສາ, ເຄື່ອນຍ້າຍ, ນໍາໃຊ້ ແລະ ຈໍາໜ່າຍຜະລິດຕະພັນສໍາຮອງຈາກສັດ ຕ້ອງປະຕິບັດຕາມມາດຕະຖານເຕັກນິກ ແລະ ລະບຽບການທີ່ກະຊວງກະສິກຳ ແລະ ປ່າໄມ້ກໍານົດ.ຂ້າງເທິງ

ໝວດທີ 5
ສະຫວັດດີການສັດ

ມາດຕາ  57  (ໃໝ່) ການລ້ຽງສັດທີ່ມີສະຫວັດດີການສັດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລ້ຽງສັດ ຕ້ອງປະຕິບັດຕາມຫຼັກການລ້ຽງສັດທີ່ມີສະຫວັດດີການສັດທີ່ດີໂດຍມີການໃຫ້ອາຫານ ແລະ ນໍ້າດື່ມທີ່ພຽງພໍ, ຖ່າຍເທອາກາດ ແລະ ຄວບຄຸມອຸນຫະພູມ, ແສງສະຫວ່າງ, ຄວາມຊຸ່ມໃຫ້ເໝາະສົມ, ມີຄອກທີ່ບໍ່ແອອັດ ເພື່ອຈຳກັດຄວາມສ່ຽງທີ່ເຮັດໃຫ້ສັດໄດ້ຮັບທາດເບື່ອ ຫຼື ບາດເຈັບ. ນອກຈາກນີ້ ຍັງຕ້ອງມີການດູແລສຸຂະພາບ ແລະ ຕິດຕາມສັດເປັນຢ່າງດີ.ຂ້າງເທິງ

ມາດຕາ  58  (ໃໝ່) ການຂົນສົ່ງສັດທີ່ມີສະຫວັດດີການສັດ

ຜູ້ຂົນສົ່ງສັດ ຕ້ອງປະຕິບັດຕາມມາດຕະຖານເຕັກນິກການຂົນສົ່ງສັດແຕ່ລະປະເພດ ທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ ເປັນຕົ້ນ ການກະກຽມພາຫານະຂົນສົ່ງ, ການຈັບ, ບັນຈຸ, ບັນທຸກ ແລະ ການຂົນຍ້າຍສັດ ຕ້ອງຫຼີກເວັ້ນການເຮັດໃຫ້ສັດເກີດການຕື່ນຕົກໃຈ, ກະວົນກະວາຍ, ກົດດັນ, ໄດ້ຮັບການທໍ ລະມານ ແລະ ບາດເຈັບໜ້ອຍທີ່ສຸດ.ຂ້າງເທິງ

ມາດຕາ  59  (ໃໝ່) ການຂ້າສັດທີ່ມີສະຫວັດດີການສັດ

ການຂ້າສັດທຸກປະເພດ, ຜູ້ຂ້າສັດ ຕ້ອງປະຕິບັດຕາມຫຼັກການຂ້າສັດທີ່ມີສະຫວັດດີການສັດໃນທຸກຂັ້ນຕອນ ເປັນຕົ້ນ ການພັກສັດຢູ່ໂຮງຂ້າສັດ, ບັງຄັບສັດເຂົ້າຂ້າ, ເຮັດໃຫ້ສັດສະຫຼົບ ແລະ ການເອົາເລືອດອອກດ້ວຍວິທີທີ່ບໍ່ເປັນການທໍລະມານ ຫຼື ທາລຸນສັດ ເປັນຕົ້ນ ການນຳໃຊ້ປືນສະເພາະຂ້າສັດ, ການ ຊອ໋ດດ້ວຍໄຟຟ້າ, ການຮົມອາຍກາກບໍນິກ ຫຼື ວິທີການສະເພາະທີ່ເຮັດໃຫ້ສັດສະຫຼົບກ່ອນການເຈາະເລືອດອອກ.

ສຳລັບການຂ້າສັດແບບທໍລະມານ ຕາມປະເພນີຂອງບາງຊົນເຜົ່ານັ້ນ ຕ້ອງໄດ້ໂຄສະນາ, ສຶກສາອົບ ຮົມໃຫ້ມີການຈຳກັດໃຫ້ຫຼຸດໜ້ອຍຖອຍລົງ.ຂ້າງເທິງ

ມາດຕາ  60  (ໃໝ່) ການປະຕິບັດຕໍ່ສັດທົດລອງ ແລະ ສັດລ້ຽງເພື່ອສາທາລະນະປະໂຫຍດ

ສັດທົດລອງ ແລະ ສັດລ້ຽງເພື່ອສາທາລະນະປະໂຫຍດ ຕ້ອງໄດ້ຮັບການປະຕິບັດເປັນຢ່າງດີຕາມຫຼັກການລ້ຽງສັດທີ່ມີສະຫວັດດີການສັດ ແລະ ການຂ້າສັດດັ່ງກ່າວ ຕ້ອງດໍາເນີນດ້ວຍວິທີການທີ່ບໍ່ທໍລະ ມານຕາມລະບຽບການ ທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ.ຂ້າງເທິງ

ມາດຕາ  61  (ໃໝ່) ການປະຕິບັດຕໍ່ສັດທີ່ບໍ່ມີເຈົ້າຂອງ

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງກຳນົດລະບຽບການ, ມາດຕະການຄວບຄຸມ ແລະ ດູແລສັດທີ່ບໍ່ມີເຈົ້າຂອງ ພ້ອມທັງໂຄສະນາກ່ຽວກັບຜົນກະທົບຂອງສັດທີ່ບໍ່ມີເຈົ້າຂອງ ເພື່ອໃຫ້ສາທາລະນະຊົນຮັບຊາບ ແລະ ມີສ່ວນຮ່ວມໃນການຈໍາກັດຈໍານວນສັດທີ່ບໍ່ມີເຈົ້າຂອງ.ຂ້າງເທິງ

ພາກທີ IV
ການສົ່ງເສີມການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ  62  (ປັບປຸງ) ການສົ່ງເສີມການລ້ຽງສັດ

ລັດສົ່ງເສີມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ດຳເນີນການລ້ຽງສັດຢ່າງເປັນລະບົບ ດ້ວຍນະໂຍ ບາຍທີ່ມີການນຳໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ເປັນຕົ້ນ ການປັບປຸງ ແລະ ຂະຫຍາຍແນວພັນສັດ ລວມທັງແນວພັນສັດພື້ນເມືອງ, ການປູກພືດອາຫານສັດ, ການຜະລິດ ແລະ ສະໜອງອາຫານສັດ ແລະ ການສົ່ງເສີມດ້ານເຕັກນິກ ເພື່ອພັດທະນາການລ້ຽງສັດໃຫ້ມີປະສິດທິຜົນ.ຂ້າງເທິງ

ມາດຕາ  63  (ປັບປຸງ) ການສົ່ງເສີມການສັດຕະວະແພດ

ລັດສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ດຳເນີນການຮັກສາສຸຂະພາບສັດ ເປັນຕົ້ນ ການບໍລິ ການກວດກາສຸຂະພາບ ແລະ ປິ່ນປົວສັດ, ການຜະລິດ ແລະ ສະໜອງຢາ ແລະ ຜະລິດຕະພັນການສັດຕະ ວະແພດ, ການເຝົ້າລະວັງ ແລະ ລາຍງານພະຍາດສັດ, ການກັນ ແລະ ຄວບຄຸມພະຍາດສັດ, ການຄຸ້ມຄອງຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນສັດ, ການສະຫວັດດີການສັດ ລວມທັງການພັດທະນາບຸກຄະລາກອນດ້ານສັດຕະວະແພດ.ຂ້າງເທິງ

ມາດຕາ  64  (ໃໝ່) ກອງທຶນພັດທະນາການລ້ຽງສັດ ແລະ ການສັດຕະວະແພດ

ລັດຊຸກຍູ້ ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ມີການສ້າງຕັ້ງກອງທຶນ ເພື່ອພັດທະນາການລ້ຽງສັດ ແລະ ການສັດຕະວະແພດຕາມລະບຽບການ ໂດຍແຫຼ່ງກອງທຶນຕົ້ນຕໍໄດ້ມາຈາກລາຍຮັບຂອງ ຜູ້ປະກອບການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງປະກອບທຶນ.

ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອອຳນວຍຄວາມສະດວກ, ກຳນົດລະບຽບການ ແລະ ຝຶກອົບຮົມໃນການ ສ້າງຕັ້ງ, ຄຸ້ມຄອງ ແລະ ເຄື່ອນໄຫວຂອງກອງທຶນ ໂດຍສອດຄ່ອງກັບຍຸດທະສາດ, ກົດໝາຍ ແລະ ລະບຽບການ ພັດທະນາການລ້ຽງສັດ ແລະ ການສັດຕະວະແພດ.ຂ້າງເທິງ

ມາດຕາ  65  (ໃໝ່) ຂໍ້ມູນ ຂ່າວສານ ດ້ານການລ້ຽງສັດ ແລະ ການສັດຕະວະແພດ

ກະຊວງກະສິກຳ ແລະ ປ່າໄມ້ ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ສ້າງ, ພັດທະນາ ແລະ ຄຸ້ມຄອງລະບົບຂໍ້ມູນ ຂ່າວສານດ້ານການລ້ຽງສັດ ແລະ ການສັດຕະວະແພດຢ່າງລວມສູນ ພ້ອມທັງສົ່ງ ເສີມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ນຳໃຊ້ ແລະ ເຜີຍແຜ່ຂໍ້ມູນ ຂ່າວສານດັ່ງກ່າວ ໃຫ້ປະຊາຊົນ ແລະ ຜູ້ປະກອບການຮັບຊາບຢ່າງຖືກຕ້ອງທັນເວລາ.ຂ້າງເທິງ

ມາດຕາ  66  (ປັບປຸງ) ການສ້າງຕັ້ງກຸ່ມ, ສະຫະກອນລ້ຽງສັດ ແລະ ສະມາຄົມສັດຕະວະແພດ

ລັດ ຊຸກຍູ້ສົ່ງເສີມ ການສ້າງຕັ້ງກຸ່ມ, ສະຫະກອນລ້ຽງສັດ ແລະ ສະມາຄົມສັດຕະວະແພດ ເພື່ອເຕົ້າໂຮມຄວາມສາມັກຄີ, ທຶນຮອນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ພ້ອມທັງແລກ ປ່ຽນບົດຮຽນດ້ານວິຊາການ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ແນໃສ່ພັດທະນາການຈັດຕັ້ງລວມໝູ່ດ້ານການລ້ຽງສັດ ແລະ ການສັດຕະວະແພດໃຫ້ເຂັ້ມແຂງ, ສາມາດເຊື່ອມໂຍງກັບລະບົບສະຫະກອນ ຫຼື ສະມາ ຄົມວິຊາຊີບຂອງຂົງເຂດພາກພື້ນ ແລະ ສາກົນໃຫ້ສູງຂຶ້ນ ໂດຍປະຕິບັດໃຫ້ສອດຄ່ອງກັບລະບຽບພາຍໃນຂອງກຸ່ມ, ສະຫະກອນລ້ຽງສັດ ແລະ ສະມາຄົມສັດຕະວະແພດ ທີ່ສ້າງຕັ້ງຂຶ້ນ.ຂ້າງເທິງ

ພາກທີ V
ທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ

ໝວດທີ 1
ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ  67  (ປັບປຸງ) ທຸລະກິດກ່ຽວກັບການລ້ຽງສັດ

ທຸລະກິດກ່ຽວກັບການລ້ຽງສັດ ມີ ດັ່ງນີ້:

1.    ຟາມລ້ຽງສັດ;
2.    ຟາມລ້ຽງສັດປ່າ;
3.    ໜ່ວຍບໍລິການປະສົມພັນສັດ;
4.    ການຜະລິດ, ວິໄຈ, ນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈຳໜ່າຍອາຫານສັດ;
5.    ການຜະລິດ ແລະ ຈຳໜ່າຍອຸປະກອນລ້ຽງສັດ;
6.    ການຂົນສົ່ງສັດ ຫຼື ບໍລິການສາງເກັບຮັກສາຜະລິດຕະພັນສັດ;
7.    ຕະຫຼາດສໍາລັບສັດມີຊີວິດ;
8.    ຕະຫຼາດນັດສໍາລັບສັດມີຊີວິດ;
9.    ຈຸດເຕົ້າໂຮມສັດໄວ້ເພື່ອຈຳໜ່າຍ;
10. ຮ້ານບໍລິການທີ່ມີການຂ້າສັດກັບທີ່;
11. ຮ້ານຂາຍສັດລ້ຽງປະຈໍາເຮືອນ ເຊັ່ນ ໝາ, ແມວ;
12. ໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ;
13. ໂຮງ ຫຼື ຫ້ອງປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ;
14. ການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ແລະ ຈຳໜ່າຍສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສຳຮອງຈາກສັດ;
15. ບ່ອນຂາຍຊີ້ນ ແລະ ຜະລິດຕະພັນສັດ;
16. ສວນສັດ;
17. ໂຮງລະຄອນສັດ;
18. ການກິລາກ່ຽວກັບສັດ;
19. ໂຮງຮຽນວິຊາຊີບ ຫຼື ສູນຝຶກອົບຮົມວິຊາການລ້ຽງສັດ;
20.  ການສ້າງສື່ໂຄສະນາ, ສາລະຄະດີ, ວາລະສານ ຫຼື ປຶ້ມກ່ຽວກັບວິທີການລ້ຽງສັດເພື່ອຈຳໜ່າຍ;
21. ທຸລະກິດອື່ນ ກ່ຽວກັບການລ້ຽງສັດ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະ ແພດກໍານົດ.

ການແບ່ງຂັ້ນຄຸ້ມຄອງການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.ຂ້າງເທິງ

ມາດຕາ  68  (ປັບປຸງ) ທຸລະກິດກ່ຽວກັບການສັດຕະວະແພດ

ທຸລະກິດກ່ຽວກັບການສັດຕະວະແພດ ມີ ດັ່ງນີ້:

1.    ການບໍລິການກວດສຸຂະພາບ ແລະ ປິ່ນປົວສັດ;
2.    ການບໍລິການເສີມສວຍສັດລ້ຽງປະຈຳເຮືອນ ເຊັ່ນ ໝາ, ແມວ;
3.    ການຜະລິດ, ການນຳເຂົ້າ, ການສົ່ງອອກ, ການສົ່ງຜ່ານ ຢາສັດຕະວະແພດ ແລະ ຜະລິດ ຕະພັນການສັດຕະວະແພດ;
4.    ຮ້ານຈຳໜ່າຍຢາສັດຕະວະແພດ;
5.    ການບໍລິການກັກກັນສັດ;
6.    ການບໍລິການວິໄຈພະຍາດສັດ ແລະ ຜະລິດຕະພັນສັດ;
7.    ໂຮງຮຽນວິຊາຊີບ ຫຼື ສູນຝຶກອົບຮົມວິຊາການສັດຕະວະແພດ;
8.    ການສ້າງສາລະຄະດີກ່ຽວກັບພະຍາດສັດ ຫຼື ການສັດຕະວະແພດເພື່ອຈຳໜ່າຍ;
9.    ທຸລະກິດອື່ນກ່ຽວກັບການສັດຕະວະແພດ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດ ຕະວະແພດກໍານົດ.

ການແບ່ງຂັ້ນຄຸ້ມຄອງການດຳເນີນທຸລະກິດກ່ຽວກັບການສັດຕະວະແພດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.ຂ້າງເທິງ

ມາດຕາ  69  (ປັບປຸງ) ການດໍາເນີນທຸລະກິດກ່ຽວກັບ ການລ້ຽງສັດ ແລະ ການສັດຕະວະແພດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີຈຸດປະສົງດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງຍື່ນຄຳຮ້ອງຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ເພື່ອພິຈາລະນາອອກທະບຽນວິສາຫະກິດ ພາຍຫຼັງທີ່ໄດ້ຮັບອະ ນຸຍາດທາງດ້ານວິຊາການຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດແລ້ວ.

ໃນກໍລະນີທີ່ບໍ່ອະນຸຍາດທາງດ້ານວິຊາການນັ້ນ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະ ແພດ ຕ້ອງແຈ້ງເຫດຜົົນທີ່ຊັດເຈນໃຫ້ແກ່ຜູ້ຂໍອະນຸຍາດ ຢ່າງເປັນລາຍລັກອັກສອນ.ຂ້າງເທິງ

ມາດຕາ  70  (ໃໝ່) ເງື່ອນໄຂການດຳເນີນທຸລະກິດ

ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

1.    ມີເນື້ອທີ່, ທຶນ, ສຳນັກງານ, ສິ່ງປຸກສ້າງ, ອຸປະກອນ, ເຄື່ອງມື ແລະ ພາຫະນະຮັບໃຊ້ຢ່າງ ເໝາະສົມ;
2.    ມີນັກວິຊາການທີ່ມີຄວາມຮູ້ດ້ານ ການລ້ຽງສັດ ຫຼື ການສັດຕະວະແພດ ລະດັບຊັ້ນກາງຂຶ້ນໄປທີ່ມີໃບຢັ້ງຢືນໄດ້ຜ່ານການປະຕິບັດວຽກງານຕົວຈິງ ສຳລັບທຸລະກິດກ່ຽວກັບການລ້ຽງສັດ, ສ່ວນທຸ ລະກິດກ່ຽວກັບການສັດຕະວະແພດນັ້ນ ຕ້ອງໃຫ້ມີສັດຕະວະແພດ ຫຼື ພະຍາບານສັດທີ່ມີໃບຢັ້ງຢືນປະ ກອບວິຊາຊີບ ຈາກສະພາສັດຕະວະແພດ;
3.    ໄດ້ຮັບການເຫັນດີຈາກຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
4.    ມີເງື່ອນໄຂອື່ນ ທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດເຫັນວ່າມີຄວາມຈຳເປັນ.ຂ້າງເທິງ

ມາດຕາ  71  (ໃໝ່) ການໂຈະການດໍາເນີນທຸລະກິດ

ການດຳເນີນທຸລະກິດກ່ຽວກັບ ການລ້ຽງສັດ ແລະ ການສັດຕະວະແພດ ຈະຖືກໂຈະໃນກໍລະນີ ດັ່ງນີ້:

1.    ຕາມການສະເໜີຂອງຜູ້ປະກອບການ;
2.    ຜູ້ປະກອບການບໍ່ປະຕິບັດຕາມການກ່າວເຕືອນຂອງ ເຈົ້າໜ້າທີ່ສັດຕະວະແພດ ກ່ຽວກັບການປັບປຸງການປະຕິບັດ ເງື່ອນໄຂ, ມາດຕະຖານເຕັກນິກ ແລະ ຄຸນນະພາບຂອງການດໍາເນີນທຸລະກິດ;
3.    ຜູ້ປະກອບການດຳເນີນທຸລະກິດ ບໍ່ຖືກຕ້ອງຕາມການອະນຸຍາດ.

ການໂຈະການດຳເນີນທຸລະກິດ ແມ່ນ ເພື່ອໃຫ້ຫົວໜ່ວຍທຸລະກິດປັບປຸງແກ້ໄຂໃນເວລາອັນແນ່ ນອນ, ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງແຈ້ງໃຫ້ຜູ້ປະກອບການຮັບຮູ້ຢ່າງເປັນລາຍລັກອັກສອນ. ຂ້າງເທິງ

ມາດຕາ  72  (ໃໝ່) ການຍົກເລີກການດໍາເນີນທຸລະກິດ

ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດຈະຖືກຍົກເລີກ ໃນກໍລະນີທີ່ຜູ້ປະກອບການບໍ່ປັບປຸງ ຫຼື ແກ້ໄຂຕາມເງື່ອນໄຂ ແລະ ເວລາທີ່ໄດ້ກຳນົດໄວ້ໃນການແຈ້ງໂຈະ.

ການຍົກເລີກ ໃຫ້ປະຕິບັດຕາມຂັ້ນຕອນທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍວິສາຫະກິດ, ກົດ    ໝາຍວ່າດ້ວຍການສົ່ງເສີມການລົງທຶນ,  ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.ຂ້າງເທິງ

ມາດຕາ  73  (ໃໝ່) ການສະເໜີ ຫຼື ຂໍອຸທອນ ການແຈ້ງໂຈະ ຫຼື ການຍົກເລີກການດໍາເນີນທຸລະກິດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກໂຈະ ຫຼື ຍົກເລີກ ການດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ສາມາດສະເໜີ ຫຼື ຂໍອຸທອນຕໍ່ອົງການຂັ້ນເທິງຂອງອົງການທີ່ແຈ້ງໂຈະ ຫຼື ແຈ້ງຍົກເລີກນັ້ນເພື່ອພິຈາລະນາລົບລ້າງ ຖ້າຫາກສາມາດພິສູດໃຫ້ເຫັນວ່າ ຕົນໄດ້ປະຕິບັດຕາມເງື່ອນໄຂ ຫຼື ລະບຽບການຢ່າງຖືກຕ້ອງແລ້ວ ຫຼື ມີຂໍ້ມູນຫຼັກຖານທາງດ້ານວິທະຍາສາດ ທີ່ຢັ້ງຢືນໄດ້ວ່າເຫດຜົນຂອງການແຈ້ງໂຈະ ຫຼື ແຈ້ງຍົກເລີກນັ້ນ ບໍ່ຖືກຕ້ອງຕາມຄວາມເປັນຈິງ.ຂ້າງເທິງ

ໝວດທີ 2
ການຄວບຄຸມລະບົບຕ່ອງໂສ້ການຜະລິດສັດ

ມາດຕາ  74  (ປັບປຸງ) ການຄວບຄຸມຟາມລ້ຽງສັດ ແລະ ການລ້ຽງສັດຂະໜາດນ້ອຍຂອງປະຊາຊົນ

ຜູ້ປະກອບການກ່ຽວກັບຟາມລ້ຽງສັດ ຕ້ອງປະຕິບັດຕາມມາດຕະຖານຟາມລ້ຽງສັດ ແລະ ການປະ ຕິບັດງານທີ່ດີກ່ຽວກັບຟາມລ້ຽງສັດທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ ເປັນຕົ້ນ ສະຖານທີ່ຕັ້ງ, ການອອກແບບສິ່ງກໍ່ສ້າງ, ລະບົບການອະນາໄມ ແລະ ຂ້າເຊື້ອພະຍາດ, ການຈັດການກ່ຽວກັບໂຮງເຮືອນ ແລະ ລະບົບຄອກສັດ, ອາຫານສັດ, ການດູແລສຸຂະພາບ ແລະ ການປ້ອງກັນພະຍາດສັດ, ການບັນທຶກຂໍ້ມູນ, ການຄຸ້ມຄອງບຸກຄະລາກອນ ແລະ ນັກວິຊາການ, ການບໍາບັດສິ່ງເສດເຫຼືອ ແລະ ສິ່ງແວດລ້ອມ ລວມທັງການຈັດການດ້ານການຕະຫຼາດ ແລະ ການຈຳໜ່າຍ.

ປະຊາຊົນທີ່ລ້ຽງສັດຂະໜາດນ້ອຍ ຕ້ອງປະຕິບັດຕາມຄຳແນະນຳ ແລະ ຄູ່ມືດ້ານວິຊາການກ່ຽວກັບຫຼັກການລ້ຽງສັດທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ.ຂ້າງເທິງ

ມາດຕາ  75  (ປັບປຸງ) ການຄວບຄຸມໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ

ຜູ້ປະກອບການກ່ຽວກັບໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ຕ້ອງຮັບປະກັນດ້ານ ຄຸນນະພາບ, ຄວາມສະອາດ ແລະ ຄວາມປອດໄພໂດຍບໍ່ໃຫ້ເກີດຜົນກະທົບທາງລົບຕໍ່ ຊີວິດ, ສຸຂະພາບ ຂອງຜູ້ບໍລິໂພກ ແລະ ຕ້ອງປະຕິບັດຕາມລະບຽບການ ແລະ ມາດຕະຖານເຕັກນິກກ່ຽວກັບການຂ້າສັດ ທີ່ກະຊວງກະສິກຳ ແລະ ປ່າໄມ້ກໍານົດ ເປັນຕົ້ນ ການກໍ່ສ້າງໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ, ການກວດກາກ່ອນຂ້າ, ການຂ້າ ແລະ ຄົວສັດ, ການກວດກາອະນາໄມຊີ້ນຫຼັງການຂ້າ, ການຈັດການດ້ານບຸກຄະລາກອນ ແລະ ນັກວິ ຊາການ ລວມທັງການອະນາໄມຂ້າເຊື້ອ, ການບັນທຶກລາຍງານ, ການບໍາບັດສິ່ງເສດເຫຼືອ ແລະ ການປົກປັກຮັກສາສິ່ງແວດລ້ອມ.ຂ້າງເທິງ

ມາດຕາ  76  (ໃໝ່) ການຄວບຄຸມອາຫານສັດ ແລະ ຢາສັດຕະວະແພດ

ການດຳເນີນທຸລະກິດກ່ຽວກັບອາຫານສັດ ແລະ ຢາສັດຕະວະແພດ ຕ້ອງຮັບປະກັນດ້ານຄຸນນະ ພາບ ແລະ ຄວາມປອດໄພໂດຍບໍ່ໃຫ້ເກີດເປັນອັນຕະລາຍຕໍ່ ຊີວິດ, ສຸຂະພາບຂອງ ຄົນ ແລະ ສັດ ແລະ ມີຜົນກະທົບທາງລົບຕໍ່ສະພາບແວດລ້ອມ ແລະ ຕ້ອງປະຕິບັດຕາມລະບຽບການ ເປັນຕົ້ນ ການຂຶ້ນທະບຽນ, ການຜະລິດ, ການກວດກາຄຸນນະພາບ, ການເກັບຮັກສາ, ການຂົນສົ່ງ, ການຈຳໜ່າຍ ແລະ ການນຳໃຊ້ ທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ.ຂ້າງເທິງ

ມາດຕາ  77  (ໃໝ່) ການຄວບຄຸມການນຳໃຊ້ຢາ ແລະ ສານກະຕຸ້ນເຂົ້າໃນການລ້ຽງສັດ

ຜູ້ປະກອບການກ່ຽວກັບຟາມລ້ຽງສັດ ຕ້ອງປະຕິບັດຕາມ ລະບຽບການຄວບຄຸມການນໍາໃຊ້ຢາ ແລະ ສານກະຕຸ້ນການຈະເລີນເຕີບໂຕ ລວມທັງລະບຽບການນໍາໃຊ້ສານເຄມີ ແລະ ຢາຂ້າເຊື້ອຢູ່ໃນຂອດ ຂອງຕ່ອງໂສ້ການຜະລິດສັດ ເປັນຕົ້ນ ການປູກພືດອາຫານສັດ, ການຜະລິດ ແລະ ນໍາໃຊ້ອາຫານສັດ, ການຂ້າເຊື້ອພະຍາດ, ການຂ້າໜູ ແລະ ການປະສົມສານເຄມີໃສ່ຜະລິດຕະພັນສັດທີ່ມີຄວາມສ່ຽງ ອາດເປັນອັນ ຕະລາຍຕໍ່ສຸຂະພາບຂອງ ຄົນ, ສັດ ແລະ ສິ່ງແວດລ້ອມ.

ກະຊວງກະສິກໍາ ແລະ ປ່າໄມ້ ຕ້ອງອອກລະບຽບການ ແລະ ກໍານົດບັນຊີ ຢາ, ສານເຄມີ ແລະ ສານກະຕຸ້ນທີ່ຕ້ອງຫ້າມນໍາໃຊ້ ພ້ອມທັງໂຄສະນາ, ແນະນໍາ ໃຫ້ຜູ້ປະກອບການ ມີການນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບການ.ຂ້າງເທິງ

ມາດຕາ  78  (ໃໝ່) ການຄວບຄຸມການບໍລິການປິ່ນປົວສັດ ແລະ ການເສີມສວຍສັດລ້ຽງປະຈໍາເຮືອນ

ການດຳເນີນທຸລະກິດກ່ຽວກັບການບໍລິການປິ່ນປົວສັດ ແລະ ການເສີມສວຍສັດລ້ຽງປະຈຳເຮືອນ ຕ້ອງປະຕິບັດຕາມຈັນຍາບັນວິຊາຊີບການສັດຕະວະແພດ, ຫຼັກການສະຫວັດດີການສັດ ແລະ ປະຕິບັດຕາມລະບຽບການ ເປັນຕົ້ນ ສະຖານທີ່ຕັ້ງ, ບຸກຄະລາກອນ,  ເຄື່ອງມືອຸປະກອນ, ມາດຕະຖານຄວບຄຸມການດຳເນີນງານ ແລະ ການບໍລິການ ແລະ ການບັນທຶກລາຍງານ ທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ.ຂ້າງເທິງ

ມາດຕາ 79 (ປັບປຸງ) ການຄວບຄຸມໂຮງຮຽນວິຊາຊີບ ຫຼື ສູນຝຶກອົບຮົມວິຊາການລ້ຽງສັດ ແລະ ການສັດຕະວະແພດ

ບຸກຄົນ, ຄອບຄົວ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງດຳເນີນທຸລະກິດ ກ່ຽວກັບການສ້າງໂຮງຮຽນວິຊາຊີບ ຫຼື ສູນຝຶກອົບຮົມວິຊາການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງປະຕິບັດຕາມມາດຕະຖານເຕັກ ນິກກ່ຽວກັບສະຖານທີ່ສິດສອນ ແລະ ຝຶກປະຕິບັດ, ອົງປະກອບດ້ານສິ່ງເອື້ອອຳນວຍ, ຄວາມຮູ້ຄວາມສາ ມາດຂອງຄູສອນ, ມາດຕະຖານດ້ານຫຼັກສູດ ແລະ ລະບົບການຄຸ້ມຄອງບໍລິຫານໂຮງຮຽນ ຕາມລະບຽບການທີ່ກະຊວງກະສິກຳ ແລະ ປ່າໄມ້ກຳນົດ ແລະ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.ຂ້າງເທິງ

ມາດຕາ  80 (ໃໝ່)  ການຄວບຄຸມສິ່ງແວດລ້ອມ ໃນການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ

ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕ້ອງຮັບປະກັນບໍ່ໃຫ້ສົ່ງຜົນກະທົບທາງລົບຕໍ່ ສັງຄົມ, ສິ່ງແວດລ້ອມ ແລະ ລະບົບນິເວດ ຊຶ່ງຕ້ອງປະຕິບັດຕາມມາດຕະຖານເຕັກ ນິກການລ້ຽງສັດ ແລະ ການບໍລິການສັດຕະວະແພດທີ່ດີ, ກົດໝາຍ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.ຂ້າງເທິງ

ໝວດທີ 3
ການປະກອບວິຊາຊີບລ້ຽງສັດ, ວິຊາຊີບສັດຕະວະແພດ ແລະ ຫຼັກສູດການສຶກສາ
ດ້ານການລ້ຽງສັດ ແລະ ການສັດຕະວະແພດ

ມາດຕາ  81  (ໃໝ່) ສະພາສັດຕະວະແພດ

ສະພາສັດຕະວະແພດ ແມ່ນ ການຈັດຕັ້ງທີ່ບໍ່ສັງກັດລັດ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍຄວາມສະໝັກໃຈຂອງນັກວິຊາຊີບສັດຕະວະແພດ ຊຶ່ງໄດ້ຮັບການອະນຸຍາດຈາກກະຊວງກະສິກໍາ ແລະ ປ່າໄມ້ ມີການບໍລິຫານ ແລະ ຄຸ້ມຄອງດ້ວຍຕົນເອງເພື່ອໃຫ້ຄໍາປຶກສາກ່ຽວກັບການຄວບຄຸມ ຄຸນນະພາບ, ຄວາມສາ ມາດ, ຈັນຍາບັນ, ກົດປະພຶດ, ມາດຕະຖານການປະຕິບັດງານທີ່ດີຂອງນັກວິຊາຊີບລ້ຽງສັດ ແລະ ສັດຕະ ວະແພດ, ການດູແລດ້ານສະຫວັດດີການສັດ ລວມທັງການກວດກາ ແລະ ການອອກໃບຢັ້ງຢືນປະກອບວິຊາຊີບ ແລະ ມາດຕະຖານຕໍ່າສຸດ ກ່ຽວກັບວິຊາການລ້ຽງສັດ ຫຼື ການສັດຕະວະແພດທຸກລະດັບ.

ກະຊວງກະສິກຳ ແລະ ປ່າໄມ້ ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງກຳນົດ ນິຕິກຳ ແລະ ວິທີການເພື່ອສ້າງຕັ້ງສະພາສັດຕະວະແພດ ຂອງ ສປປ ລາວ ໂດຍສອດຄ່ອງກັບການແນະນຳຂອງອົງການສຸຂະພາບສັດ ສາກົນ.ຂ້າງເທິງ

ມາດຕາ  82  (ໃໝ່) ການປະກອບວິຊາຊີບລ້ຽງສັດ ແລະ ສັດຕະວະແພດ

ວິຊາຊີບລ້ຽງສັດ ປະກອບດ້ວຍ:

1.    ນັກວິຊາການລ້ຽງສັດຊັ້ນຕົ້ນ;
2.    ນັກວິຊາການລ້ຽງສັດຊັ້ນກາງ;
3.    ນັກວິຊາການລ້ຽງສັດຊັ້ນສູງ.

ວິຊາຊີບສັດຕະວະແພດປະກອບດ້ວຍ:

1.    ສັດຕະວະແພດ;
2.    ພະຍາບານສັດ;
3.    ສັດຕະວະແພດບ້ານ.

ເງື່ອນໄຂ, ມາດຕະຖານ ລວມທັງລະບຽບການອະນຸຍາດ ແລະ ຄຸ້ມຄອງວິຊາຊີບລ້ຽງສັດ ແລະ ສັດຕະວະແພດ ໃຫ້ສະພາສັດຕະວະແພດເປັນຜູ້ກໍານົດ.ຂ້າງເທິງ

ມາດຕາ  83  (ປັບປຸງ) ຫຼັກສູດການສຶກສາດ້ານການລ້ຽງສັດ ແລະ ການສັດຕະວະແພດ

ຫຼັກສູດການສຶກສາດ້ານການລ້ຽງສັດ ແລະ ສັດຕະວະແພດ ຕ້ອງໄດ້ກວດກາ, ຮັບຮອງ ແລະ ຢັ້ງຢືນຈາກສະພາສັດຕະວະແພດ ແລະ ປະຕິບັດຕາມ ກົດໝາຍ, ລະບຽບການອື່ນທີ່ກ່ຽວຂ້ອງ.ຂ້າງເທິງ

ພາກທີ VI
ສິດ ແລະ ພັນທະຂອງພະນັກງານ-ລັດຖະກອນ ລ້ຽງສັດ ແລະ ສັດຕະວະແພດ,
ຜູ້ປະກອບການ ແລະ ຜູ້ບໍລິໂພກ

ມາດຕາ  84  (ໃໝ່) ສິດ ແລະ ພັນທະຂອງພະນັກງານ-ລັດຖະກອນ ລ້ຽງສັດ ແລະ ສັດຕະວະແພດ

ພະນັກງານ-ລັດຖະກອນ ລ້ຽງສັດ ແລະ ສັດຕະວະແພດ ມີສິດ ແລະ ພັນທະ ດັ່ງນີ້:

1.    ເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຂອງລັດຢ່າງເຂັ້ມງວດ;
2.    ປະພຶດ, ປະຕິບັດໜ້າທີ່ດ້ວຍຄວາມ ຮັບຜິດຊອບ, ບໍລິສຸດ, ສັດຊື່, ມີຄວາມຈິງໃຈ ຕາມຈັນຍາບັນຕໍ່ຕົນເອງ, ວິຊາຊີບ, ການຈັດຕັ້ງ, ປະຊາຊົນ ແລະ ສັງຄົມ;
3.    ເປັນເຈົ້າການດຳເນີນການ ດ້ວຍວິທີການໃດໜຶ່ງໂດຍທັນທີ ເມື່ອພົບ ຫຼື ໄດ້ຮັບການແຈ້ງວ່າມີການສົງໄສ ຫຼື ເກີດການລະບາດຂອງພະຍາດສັດ ຫຼື ເກີດເຫດການທີ່ມີການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
4.    ນໍາໃຊ້ສິດ ແລະ ປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  85  (ປັບປຸງ) ສິດຂອງຜູ້ປະກອບການ

ຜູ້ປະກອບການການລ້ຽງສັດ ແລະ ການສັດຕະວະແພດ ມີ ສິດ ດັ່ງນີ້:

1.    ກໍ່ສ້າງສິ່ງປຸກສ້າງ ແລະ ປະກອບ ເຄື່ອງມື, ວັດຖູປະກອນ ເພື່ອດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດຕາມການອະນຸຍາດ;
2.    ເປັນເຈົ້າກຳມະສິດກິດຈະການ ແລະ ໝາກຜົນທີ່ໄດ້ຮັບຈາກການດຳເນີນກິດຈະການ ແລະ ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ;
3.    ໄດ້ຮັບນະໂຍບາຍ, ການສົ່ງເສີມ, ການຊ່ວຍເຫຼືອ, ການແນະນຳຈາກລັດ ແລະ ພາກສ່ວນອື່ນທາງດ້ານວິຊາການ ແລະ ເຕັກໂນໂລຊີກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
4.    ໃຫ້ເຊົ່າ, ໂອນ, ມອບ, ສືບທອດ, ຊື້, ຂາຍ, ຂະຫຍາຍ ແລະ ຢຸດເຊົາກິດຈະການຕາມລະ ບຽບການ;
5.    ໄດ້ຮັບຂໍ້ມູນ ຂ່າວສານດ້ານການລ້ຽງສັດ ແລະ ການສັດຕະວະແພດ ລວມທັງການແຈ້ງກ່ຽວກັບຜົນການກວດກາທຸລະກິດຂອງຕົນ;
6.    ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  86  (ປັບປຸງ) ພັນທະຂອງຜູ້ປະກອບການ

ຜູ້ປະກອບການການລ້ຽງສັດ ແລະ ການສັດຕະວະແພດ ມີ ພັນທະ ດັ່ງນີ້:

1.    ດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕາມຫຼັກຈັນຍາບັນ,  ມາດຕະຖານເຕັກນິກ, ການອະນຸຍາດ ແລະ ລະບຽບການ;
2.    ບໍ່ໃຫ້ການດຳເນີນທຸລະກິດຂອງຕົນ ສ້າງຜົນກະທົບທາງລົບຕໍ່ ຊີວິດ, ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ;
3.    ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ໃນການປະຕິບັດວຽກງານຂອງລັດ;
4.    ແຈ້ງໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ໃນກໍລະນີມີການສົງໄສ ຫຼື ເກີດການລະບາດຂອງພະຍາດສັດທີ່ຈໍາເປັນຕ້ອງແຈ້ງ ແລະ ໃຫ້ຄວາມຮ່ວມມືກັບເຈົ້້າໜ້າທີ່ ໃນການນຳໃຊ້ມາດຕະການຄວບຄຸມການລະບາດຂອງພະຍາດສັດ;
5.    ລາຍງານ ແລະ ສະໜອງຂໍ້ມູນກ່ຽວກັບການເຄື່ອນໄຫວຂອງກິດຈະການ ລວມທັງແຈ້ງເຫດຜົນກ່ຽວກັບການຢຸດເຊົາກິດຈະການຊົ່ວຄາວ ຫຼື ຖາວອນຂອງຕົນ;
6.    ເສຍພາສີ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການດ້ານວິຊາການອື່ນໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນເວລາ;
7.    ພົວພັນກັບອົງການປົກຄອງທ້ອງຖິ່ນ ບ່ອນກິດຈະການຂອງຕົນຕັ້ງຢູ່ ແລະ ປະກອບສ່ວນໃນການປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສິ່ງແວດລ້ອມ;
8.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  87  (ປັບປຸງ) ສິດຂອງຜູ້ບໍລິໂພກ

ຜູ້ບໍລິໂພກ ມີ ສິດ ດັ່ງນີ້:

1.    ໄດ້ຮັບຂໍ້ມູນ ຂ່າວສານກ່ຽວກັບຄຳແນະນຳດ້ານ ຄຸນນະພາບ, ຄວາມປອດໄພ, ການຊົມ ໃຊ້ຜະລິດຕະພັນສັດ ແລະ ການບໍລິການດ້ານສຸຂະພາບສັດທີ່ຖືກຕ້ອງ;
2.    ໄດ້ຮັບການປົກປ້ອງຈາກການຫຼອກລວງ ຫຼື ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງຂອງຜູ້ປະກອບການ ທີ່ກ່ຽວຂ້ອງກັບຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການບໍລິການ;
3.    ຮ້ອງທຸກຕໍ່ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ທີ່ມີຜົນກະທົບທາງລົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ ລວມທັງການປະຕິດບັດໜ້າທີ່ ທີ່ບໍ່ຖືກຕ້ອງຂອງພະນັກ ງານ-ລັດຖະກອນ ຫຼື ເຈົ້າໜ້າທີ່ສັດຕະວະແພດ;
4.    ແຈ້ງ ຫຼື ລາຍງານຕໍ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ເມື່ອພົບເຫັນ ຫຼື ສົງໄສວ່າສັດເປັນພະຍາດ ຫຼື ມີການຈຳໜ່າຍຜະລິດຕະພັນສັດທີ່ປົນເປື້ອນສານພິດ ຫຼື ເຊື້ອພະ ຍາດຢູ່ຕາມທ້ອງຕະຫຼາດ ຫຼື ສະຖານທີ່ອື່ນ;
5.    ນໍາໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  88  (ປັບປຸງ) ພັນທະຂອງຜູ້ບໍລິໂພກ

ຜູ້ບໍລິໂພກ ມີ ພັນທະ ດັ່ງນີ້:

1.    ເຄົາລົບ, ປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະ ວະແພດ;
2.    ເກັບມ້ຽນ ແລະ ກຳຈັດຊິ້ນສ່ວນ ຫຼື ສິ່ງເສດເຫຼືອຈາກການບໍລິໂພກຂອງຕົນ;
3.    ລາຍງານກ່ຽວກັບການດຳເນີນທຸລະກິດ ທີ່ບໍ່ຖືກຕ້ອງຂອງຜູ້ປະກອບການ ໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ;
4.    ແຈ້ງຕໍ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຊາບ ເມື່ອພົບເຫັນການລະເມີດຫຼັກການສະຫວັດດີການສັດ;
5.    ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ພາກທີVII
ຂໍ້ຫ້າມ

ມາດຕາ  89  (ປັບປຸງ) ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີ ພຶດຕິກຳ ດັ່ງນີ້:

1.    ລ້ຽງສັດພາຍໃນບ້ານ, ໃນຕົວເມືອງ ທີ່ສົ່ງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ;
2.    ປ່ອຍສັດຊະຊາຍໃນເຂດຊຸມຊົນ ໂດຍສະເພາະຢູ່ພາຍໃນບ້ານ, ເທດສະບານ, ນະຄອນ ແລະ ຕາມທາງຫຼວງ;
3.    ນຳໃຊ້ຢາ, ສານເຄມີ ຫຼື ສານກະຕຸ້ນປະສົມໃສ່ອາຫານສັດ ຫຼື ຜະລິດຕະພັນສັດ ຫຼື ນຳເຂົ້າຮ່າງກາຍສັດທີ່ມີຜົນກະທົບທາງລົບຕໍ່ສັດ, ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ ລວມທັງມີການກະທຳໃດໜຶ່ງ ທີ່ພາໃຫ້ເກີດການລະບາດຂອງພະຍາດສັດ;
4.    ດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດໂດຍບໍ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ;
5.    ນໍາເຂົ້າ, ສົ່ງອອກ, ຂົນສົ່ງ ຫຼື ຈຳໜ່າຍຜະລິດຕະພັນສິນຄ້າກ່ຽວກັບສັດທີ່ຕິດ ຫຼື ປົນເປື້ອນເຊື້ອພະຍາດສັດທີ່ຈໍາເປັນຕ້ອງແຈ້ງ ລວມທັງການນໍາເຂົ້າ-ສົ່ງອອກຜ່ານດ່ານຊາຍແດນ ທີ່ບໍ່ໄດ້ກຳນົດໄວ້ໃນໃບອະນຸຍາດ;
6.    ນໍາເຂົ້າ ຫຼື ສົ່ງອອກ ຜະລິດຕະພັນສິນຄ້າກ່ຽວກັບສັດ ຜ່ານດ່ານຊາຍແດນທີ່ບໍ່ໄດ້ກຳນົດໄວ້ໃນໃບອະນຸຍາດ;
7.    ລັກລອບ ນໍາເຂົ້າຜະລິດຕະພັນສັດ ທີ່ບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນຈາກສັດຕະ ວະແພດ ເປັນຕົ້ນ ຊີ້ນ, ເຄື່ອງໃນ ແລະ ຊິ້ນສ່ວນອື່ນ ທີ່ ເສຍຄຸນ, ບໍ່ໄດ້ມາດຕະຖານ ຫຼື ປະສົມສານເຄມີຕ້ອງຫ້າມ;
8.    ທໍລະມານສັດ ຫຼື ກະທຳການອື່ນ ທີ່ມີລັກສະນະໂຫດຫ້ຽມ, ທາລຸນ ຫຼື ລະເມີດຕໍ່ຫຼັກ ການສະຫວັດດີການສັດ;
9.    ຂ້າ, ຄົວ, ບໍລິໂພກ ແລະ/ຫຼື ຈຳໜ່າຍສັດເຫງົາ, ເຈັບປ່ວຍ ຫຼື ຕາຍໂດຍບໍ່ຮູ້ສາເຫດ ຫຼື ເປັນພະຍາດລະບາດສັດ ຫຼື ມີສານຕົກຄ້າງ;
10. ຂ້າ, ຄົວ ສັດເພື່ອຈຳໜ່າຍ ໂດຍບໍ່ໄດ້ຮັບອະນຸຍາດ;
11. ຂ້າສັດ ທີ່ຖືພາມານ ເປັນຕົ້ນ ງົວ, ຄວາຍ, ມ້າ ຫຼື ສັດອື່ນທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດກຳນົດເປັນສັດສະຫງວນພັນ;
12. ຂ້າ ແລະ ສົ່ງອອກ ຊ້າງ ຫຼື ສັດທີ່ໃກ້ຈະສູນພັນ;
13. ສົ່ງອອກ ງົວ ແລະ ຄວາຍເພດແມ່ ສາຍພັນພື້ນເມືອງ ຫຼື ສາຍພັນອື່ນທີ່ທາງການປະກາດເປັນສັດສະຫງວນພັນ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງກະສິກຳ ແລະ ປ່າໄມ້;
14. ຖິ້ມຊາກ ແລະ ຊິ້ນສ່ວນສັດຕາຍຢ່າງຊະຊາຍ;
15. ໃຫ້ຂໍ້ມູນ ຫຼື ສະໜອງຕົວຢ່າງກ່ຽວກັບສັດ, ຜະລິດຕະພັນສັດ ຫຼື ຊິ້ນສ່ວນຕິດພະຍາດສັດທີ່ບໍ່ຖືກຕ້ອງ;
16. ຊຸກເຊື່ອງ, ປອມແປງ ຫຼື ທຳລາຍເອກະສານ, ຕາປະທັບ, ເຄື່ອງໝາຍ, ຂໍ້ມູນ ຫຼື ຕົວຢ່າງກ່ຽວກັບສັດ, ຜະລິດຕະພັນສັດ ຫຼື ຊິ້ນສ່ວນຕິດພະຍາດສັດ;
17. ໃຫ້ ຫຼື ຮັບ ສິນບົນ;
18. ນາບຂູ່, ກົດໜ່ວງຖ່ວງດຶງ ແລະ ຂັດຂວາງການປະຕິບັດໜ້າທີ່ຂອງ ພະນັກງານ ແລະ ເຈົ້າໜ້າທີ່ສັດຕະວະແພດ;
19. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  90  (ປັບປຸງ) ຂໍ້ຫ້າມສໍາລັບພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ

 ນອກຈາກຂໍ້ຫ້າມທົ່ວໄປ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 89 ຂອງກົດໝາຍສະບັບນີ້ແລ້ວ ຫ້າມພະ ນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ ມີ ພຶດຕິກໍາ ດັ່ງນີ້:

1.    ສວຍໃຊ້ສິດ, ໜ້າທີ່ ແລະ ຕຳແໜ່ງເພື່ອບັງຄັບ, ນາບຂູ່, ກົດໜ່ວງຖ່ວງດຶງ ຫຼື ຮຽກເອົາສິນບົນ ຊຶ່ງກໍ່ໃຫ້ເກີດຄວາມເສຍຫາຍແກ່ຜົນປະໂຫຍດຂອງ ລັດ, ລວມໝູ່ ແລະ ບຸກຄົນ;
2.    ເປີດເຜີຍຄວາມລັບຂອງ ລັດ ຫຼື ທາງລັດຖະການ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
3.    ປອມແປງເອກະສານ ຫຼື ອອກເອກະສານບໍ່ຖືກຕ້ອງ;
4.    ປະຕິບັດໜ້າທີ່ດ້ວຍຄວາມປະໝາດ, ເມີນເສີຍ, ຂາດຄວາມຮັບຜິດຊອບ ແລະ ຈັນຍາບັນທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ ລັດ, ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
5.    ຮຽກເອົາຄ່າທຳນຽມ, ຄ່າບໍລິການ ແລະ ນຳໃຊ້ລາຍຮັບວິຊາການທີ່ບໍ່ຖືກຕ້ອງຕາມລະບຽບການ;
6.    ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.ຂ້າງເທິງ

ພາກທີVIII
ການແກ້ໄຂຂໍ້ຂັດແຍ່ງ

ມາດຕາ  91  (ປັບປຸງ) ຮູບການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ ສາມາດດຳເນີນຕາມຮູບການໃດໜຶ່ງ ດັ່ງນີ້:

1.    ການແກ້ໄຂດ້ວຍການປະນີປະນອມກັນ;
2.    ການແກ້ໄຂດ້ວຍການໄກ່ເກ່ຍ;
3.    ການແກ້ໄຂທາງດ້ານບໍລິຫານ;
4.    ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
5.    ການຮ້ອງຟ້ອງຕໍ່ສານ;
6.    ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ.ຂ້າງເທິງ

ມາດຕາ  92  (ປັບປຸງ) ການແກ້ໄຂດ້ວຍການປະນີປະນອມກັນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດເກີດຂຶ້ນນັ້ນ ໃຫ້ຄູ່ກໍລະນີ ແກ້ໄຂດ້ວຍການປຶກສາຫາລື ປະນີປະນອມກັນ ເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.ຂ້າງເທິງ

ມາດຕາ  93  (ໃໝ່) ການແກ້ໄຂດ້ວຍການໄກ່ເກ່ຍ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດເກີດຂຶ້ນນັ້ນ ຄູ່ກໍລະນີສາ ມາດສະເໜີແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍຕໍ່ການຈັດຕັ້ງທີ່ກ່ຽວຂ້ອງ ຕາມກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  94  (ປັບປຸງ) ການແກ້ໄຂທາງດ້ານບໍລິຫານ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດເກີດຂຶ້ນນັ້ນ ຄູ່ກໍລະນີສາ ມາດສະເໜີຕໍ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຫຼື ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອພິຈາລະນາແກ້ໄຂຕາມກົດໝາຍ ແລະ ລະບຽບການ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຕ້ອງແກ້ໄຂຂໍ້ສະເໜີດັ່ງກ່າວ ພາຍໃນເວລາ ສາມສິບ ວັນລັດຖະການ.ຂ້າງເທິງ

ມາດຕາ  95  (ປັບປຸງ) ການແກ້ໄຂດ້ວຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ໃນກໍລະນີມີຂໍ້ຂັດແຍ່ງ ກ່ຽວກັບການດຳເນີນທຸລະກິດໃນການລ້ຽງສັດ ແລະ ການສັດຕະວະແພດເກີດຂຶ້ນນັ້ນ ຄູ່ກໍລະນີມີສິດສະເໜີໃຫ້ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພິຈາລະນາແກ້ໄຂຕາມກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  96  (ປັບປຸງ) ການຮ້ອງຟ້ອງຕໍ່ສານ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ທີ່ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງຫາກເຫັນວ່າຕົນບໍ່ໄດ້ຮັບຄວາມເປັນທຳນັ້ນ ຄູ່ກໍລະນີມີສິດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສີນຕາມກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  97  (ໃໝ່) ການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ

ໃນກໍລະນີມີຂໍ້ຂັດແຍ່ງກ່ຽວກັບການດຳເນີນທຸລະກິດໃນການລ້ຽງສັດ ແລະ ການສັດຕະວະແພດທີ່ມີລັກສະນະສາກົນນັ້ນ ຄູ່ກໍລະນີມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນຕາມການຕົກລົງກັນ ຫຼື ໃຫ້ປະຕິບັດຕາມສັນຍາສາກົນ ແລະ ສົນທິສັນຍາທີ່ ສປປ ລາວ ເປັນພາຄີ.ຂ້າງເທິງ

ພາກທີ IX
ການຄຸ້ມຄອງ ແລະ ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ

ໝວດທີ 1
ການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ

ມາດຕາ  98  (ປັບປຸງ) ອົງການຄຸ້ມຄອງ

ລັດຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ຮັບຜິດຊອບ ແລະ ເປັນເຈົ້າການໂດຍກົງໃນການປະສານສົມທົບກັບກະຊວງອື່ນ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງ.

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ປະກອບດ້ວຍ:

1.    ກະຊວງກະສິກຳ ແລະ ປ່າໄມ້;
2.    ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ;
3.    ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນ;
4.    ຈຸງານກະສິກຳ ແລະ ປ່າໄມ້ບ້ານ ຂອງໜ່ວຍເສດຖະກິດ-ການເງິນບ້ານ;
5.    ດ່ານກວດກາສັດຕະວະແພດ.ຂ້າງເທິງ

ມາດຕາ  99  (ປັບປຸງ) ສິດ ແລະ ໜ້າທີ່ຂອງ ກະຊວງກະສິກຳ ແລະ ປ່າໄມ້

ໃນການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ກະຊວງກະສິກຳ ແລະ ປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້:

1.    ຄົ້ນຄວ້າສ້າງ ຫຼື ປັບປຸງນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ ເພື່ອນໍາສະເໜີລັດຖະບານ ແລະ ສະພາແຫ່ງຊາດ ພິຈາລະນາ;
2.    ຈັດຕັ້ງ, ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍ ກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ ເປັນລະບຽບການ, ແຜນງານ, ແຜນການ ແລະ ໂຄງການລະອຽດ;
3.    ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ດຳລັດ, ລະບຽບການ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
4.    ກຳນົດມາດຕະການ ແລະ ມາດຕະຖານກ່ຽວກັບການລ້ຽງສັດ  ແລະ ການສັດຕະວະແພດ;
5.    ຊີ້ນຳ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ ຕາມສາຍຕັ້ງໃນຂອບເຂດທົ່ວປະເທດ;
6.    ສ້າງ, ບໍາລຸງ, ຍົກລະດັບ, ຄຸ້ມຄອງ ແລະ ນຳໃຊ້ບຸກຄະລາກອນກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
7.    ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງ ຫົວໜ້າເຈົ້າໜ້າທີ່ສັດຕະວະແພດ ແລະ ເຈົ້າໜ້າທີ່ສັດຕະວະແພດທີ່ປະຈຳຢູ່ດ່ານສາກົນ ໃນຂອບເຂດທົ່ວປະເທດ ໂດຍມີການປະສານສົມທົບກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ;
8.    ສ້າງ, ພັດທະນາ ແລະ ຄຸ້ມຄອງສະຖານທີ່ບໍລິການດ້ານວິຊາການ ເປັນຕົ້ນ ຫ້ອງວິໄຈ, ສູນຜະລິດຢາສັດຕະວະແພດ, ດ່ານກວດກາສັດຕະວະແພດ, ສະຖານທີ່ກັກກັນສັດ;
9.    ສ້າງ ແລະ ອອກຄຳແນະນຳ, ຄູ່ມື, ຂັ້ນຕອນປະຕິບັດ ເປັນຕົ້ນ ການປະເມີນຄວາມສ່ຽງ, ບັນຊີພະຍາດລະບາດສັດທີ່ຈຳເປັນຕ້ອງແຈ້ງ, ບັນຊີຜະລິດຕະພັນສັດຕະວະແພດ, ການຂຶ້ນທະບຽນຢາສັດ ຕະວະແພດ, ອາຫານສັດ, ວັດຖຸດິບ ແລະ ສານເພີ່ມໃສ່ອາຫານສັດ, ເຂດຄວບຄຸມ, ກັນຊົນ ແລະ ເຂດປອດພະຍາດສັດ ລວມທັງມາດຕະການກັນ ແລະ ຄວບຄຸມພະຍາດສັດ ແລະ ການແຈ້ງຂໍ້ມູນຄວາມປອດໄພດ້ານອາຫານ;
10. ຄົ້ນຄວ້າ, ກຳນົດ ແລະ ສະເໜີຈົດລິຂະສິດກຳມະພັນສັດ, ພືດອາຫານສັດ, ຢາພື້ນເມືອງສຳລັບການປິ່ນປົວພະຍາດສັດ ຫຼື ຜະລິດຕະພັນສັດຕະວະແພດທີ່ ສປປ ລາວ ຄົ້ນຄວ້າ ຫຼື ປຸງແຕ່ງ;
11. ສ້າງຕາໜ່າງລະບາດວິທະຍາ ແລະ ລະບົບຖານຂໍ້ມູນກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
12. ອອກ, ໂຈະ ຫຼື ຍົກເລີກການອະນຸຍາດ, ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານຜະລິດຕະພັນສິນຄ້າກ່ຽວກັບສັດ, ການອະນຸຍາດທາງດ້ານວິຊາການ ໃນການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ທັງເປັນລະບົບເອກະສານ ຫຼື ເອເລັກໂຕຣນິກ;
13. ອອກໃບຢັ້ງຢືນມາດຕະຖານການຜະລິດ ແລະ ການບໍລິການທີ່ດີ, ການວິໄຈຄຸນນະພາບອາຫານສັດ ແລະ ຢາສັດຕະວະແພດ, ໃບຢັ້ງຢືນສັດຕະວະແພດລະຫວ່າງປະເທດ ລວມທັງການໂຄສະນາກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
14. ໂຈະ ຫຼື ຍົກເລີກຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳຂອງອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຂັ້ນລຸ່ມຂອງຕົນທີ່ຂັດກັບກົດໝາຍ ແລະ ລະບຽບການ;
15. ຮັບ ແລະ ພິຈາລະນາແກ້ໄຂຄຳສະເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
16. ອະນຸຍາດ ຫຼື ຮັບຮອງໃຫ້ຫົວໜ່ວຍທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະ ວະແພດ ເປັນຕົ້ນ ຫ້ອງວິໄຈພະຍາດສັດ, ອາຫານສັດ, ຫ້ອງກວດ ແລະ ປິ່ນປົວສັດ ດຳເນີນການອອກໃບ ຢັ້ງຢືນດ້ານວິຊາການສະເພາະໃດໜຶ່ງແທນອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ;
17. ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນການ ພັດທະນາ, ຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ;
18. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
19. ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານລ້ຽງສັດ ແລະ ສັດຕະວະແພດໃຫ້ລັດຖະ ບານຢ່າງເປັນປົກກະຕິ;
20. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  100  (ປັບປຸງ) ສິດ ແລະ ໜ້າທີ່ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ

ໃນການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຈັດຕັ້ງ, ຜັນຂະຫຍາຍນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ ເປັນແຜນງານ, ແຜນການ ແລະ ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດ;
2.    ໂຄສະນາ, ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
3.    ຊີ້ນຳ, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ມາດຕະການ ແລະ ມາດຕະຖານກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດຂອງຫ້ອງ ການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ;
4.    ສົ່ງເສີມ ການບໍາລຸງ, ຍົກລະດັບ ແລະ ຄຸ້ມຄອງ, ນຳໃຊ້ບຸກຄະລາກອນ ກ່ຽວກັບການລ້ຽງ ສັດ ແລະ ການສັດຕະວະແພດ;
5.    ພັດທະນາ ແລະ ຄຸ້ມຄອງດ່ານກວດກາສັດຕະວະແພດ, ຫ້ອງວິໄຈພະຍາດສັດ, ສະຖານ ທີ່ກັກກັນສັດຕາມການມອບໝາຍຂອງກະຊວງກະສິກຳ ແລະ ປ່າໄມ້;
6.    ເຂົ້າຮ່ວມການປະຕິບັດວຽກງານວິເຄາະຄວາມສ່ຽງ, ສະເໜີລາຍຊື່ພະຍາດເຂົ້າບັນຊີພະ ຍາດລະບາດສັດທີ່ຈຳເປັນຕ້ອງແຈ້ງ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດທີ່ຕ້ອງຄວບຄຸມ ແລະ ເກືອດຫ້າມ;
7.    ເກັບກຳຂໍ້ມູນກ່ຽວກັບລາຍການອາຫານສັດ ແລະ ຢາສັດຕະວະແພດ, ວັດຖຸດິບ ແລະ ສານເພີ່ມໃສ່ອາຫານສັດ;
8.    ກຳນົດເຂດຄວບຄຸມພະຍາດລະບາດສັດ ແລະ ນຳໃຊ້ມາດຕະການກັນ ແລະ ຄວບຄຸມພະຍາດສັດ;
9.    ປະຕິບັດຄໍາສັ່ງຕາມສາຍຕັ້ງ ກ່ຽວກັບການນຳໃຊ້ມາດຕະການຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດສັດ ແລະ ປະຕິບັດແຜນຮອງຮັບ ຫຼື ສຸກເສີນ ໃນການກັນ ແລະ ຄວບຄຸມພະຍາດສັດທີ່ກະຊວງກະສິກຳ ແລະປ່າໄມ້ ກໍານົດ;
10.   ສ້າງຕາໜ່າງລະບາດວິທະຍາສັດຕະວະແພດ ແລະ ລະບົບຖານຂໍ້ມູນກ່ຽວກັບການລ້ຽງ ສັດ ແລະ ການສັດຕະວະແພດ;
11.   ອອກ, ໂຈະ ຫຼື ຍົກເລີກໃບອະນຸຍາດທາງດ້ານວິຊາການ ໃນການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດຕາມການແບ່ງຂັ້ນຄຸ້ມຄອງ;
12.   ໂຈະ ຫຼື ຍົກເລີກຂໍ້ຕົກລົງ, ຄຳສັ່ງ ແລະ ຄຳແນະນຳຂອງອົງການຄຸ້ມຄອງວຽກງານລ້ຽງ ສັດ ແລະ ສັດຕະວະແພດຂັ້ນລຸ່ມຂອງຕົນ ທີ່ຂັດກັບກົດໝາຍ ແລະ ລະບຽບການ;
13.   ຮັບ ແລະ ພິຈາລະນາແກ້ໄຂຄຳສະເໜີຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດພາຍໃນແຂວງ, ນະຄອນຫຼວງຂອງຕົນ;
14.   ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສົ່ງເສີມວຽກງານລ້ຽງສັດ ແລະ ສັດຕະວະແພດຢູ່ພາຍໃນ ແຂວງ, ນະຄອນຫຼວງ;
15.   ພົວພັນ ແລະ ຮ່ວມມືກັບຂະແໜງການອື່ນ ທັງພາຍໃນ ແລະ ຕ່າງປະເທດກ່ຽວກັບການພັດທະນາ ແລະ ຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕາມການມອບໝາຍຂອງຂັ້ນທິງ;
16.   ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານລ້ຽງສັດ ແລະ ສັດຕະວະແພດ ຕໍ່ກະ ຊວງກະສິກຳ ແລະ ປ່າໄມ້ ແລະ ອົງການປົກຄອງ ແຂວງ, ນະຄອນຫຼວງຢ່າງເປັນປົກກະຕິ;
17.   ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  101  (ປັບປຸງ) ສິດ ແລະ ໜ້າທີ່ຂອງຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ

ໃນການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ເທດສະບານ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ກົດໝາຍກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ;
2.    ເຜີຍແຜ່ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລະບຽບການ, ແຜນງານ, ແຜນການ ແລະ ໂຄງການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດພາຍໃນ ເມືອງ, ເທດສະບານ, ນະຄອນຂອງຕົນ;
3.    ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ, ມາດຕະການ ແລະ ມາດຕະຖານກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດພາຍໃນ ເມືອງ, ເທດສະ ບານ, ນະຄອນຂອງຕົນ;
4.    ສະເໜີບໍາລຸງ, ຍົກລະດັບບຸກຄະລາກອນດ້ານການລ້ຽງສັດ ແລະ ການສັດຕະວະແພດພາຍໃນ ເມືອງ, ເທດສະບານ, ນະຄອນຂອງຕົນ;
5.    ຄົ້ນຄວ້າ ແລະ ນຳສະເໜີ ແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕຳແໜ່ງພະນັກງານ-ລັດຖະກອນ, ເຈົ້າໜ້າທີ່ສັດຕະວະແພດທີ່ຢູ່ໃນການຄຸ້ມຄອງຂອງຕົນຕໍ່ຂັ້ນເທິງເພື່ອພິຈາລະນາ;
6.    ເຂົ້າຮ່ວມການປະຕິບັດວຽກງານການວິເຄາະຄວາມສ່ຽງ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການມອບໝາຍຂອງຂັ້ນທິງ;
7.    ເກັບກຳຂໍ້ມູນກ່ຽວກັບລາຍການອາຫານສັດ ແລະ ຢາສັດຕະວະແພດ, ວັດຖຸດິບ ແລະ ສານເພີ່ມໃສ່ອາຫານສັດ;
8.    ກຳນົດເຂດຄວບຄຸມພະຍາດລະບາດສັດ ແລະ ຈັດຕັ້ງປະຕິບັດມາດຕະການກັນ ແລະ ຄວບຄຸມພະຍາດສັດ;
9.    ປະຕິບັດຄໍາສັ່ງຕາມສາຍຕັ້ງ ກ່ຽວກັບມາດຕະການຄວບຄຸມພະຍາດລະບາດສັດ, ແຜນສຸກເສີນ ແລະ ແຜນຮອງຮັບການລະບາດພະຍາດສັດທີ່ ກະຊວງ ແລະ ພະແນກກະສິກຳ ແລະ ປ່າໄມ້ກໍານົດ;
10. ສ້າງຕາໜ່າງລະບາດວິທະຍາສັດຕະວະແພດ ແລະ ລະບົບຖານຂໍ້ມູນກ່ຽວກັບການລ້ຽງ ສັດ ແລະ ການສັດຕະວະແພດສຳລັບ ເມືອງ, ເທດສະບານ, ນະຄອນຂອງຕົນ;
11. ສະເໜີອອກ, ໂຈະ ຫຼື ຍົກເລີກໃບອະນຸຍາດທາງດ້ານວິຊາການ ໃນການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການມອບໝາຍຂອງຂັ້ນທິງ;
12. ສະເໜີໂຈະ ຫຼື ຍົກເລີກລະບຽບການຂອງບ້ານທີ່ຂັດກັບກົດໝາຍ ແລະ ລະບຽບການ ລ້ຽງສັດ ແລະ ສັດຕະວະແພດ;
13. ຮັບ ແລະ ພິຈາລະນາແກ້ໄຂຄຳສະເໜີຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ພາຍໃນ ເມືອງ, ເທດສະບານ, ນະຄອນຂອງຕົນ;
14. ປະສານສົມທົບ ແລະ ຮ່ວມມືກັບຂະແໜງການອື່ນກ່ຽວກັບການພັດທະນາ ແລະ ຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດພາຍໃນ ເມືອງ, ເທດສະບານ, ນະຄອນຂອງຕົນ;
15. ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານລ້ຽງສັດ ແລະ ສັດຕະວະແພດ ໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງ ແລະ ອົງການປົກຄອງເມືອງຢ່າງເປັນປົກກະຕິ;
16. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  102  (ປັບປຸງ) ສິດ ແລະ ໜ້າທີ່ຂອງຈຸງານກະສິກຳ ແລະ ປ່າໄມ້ບ້ານ ຂອງໜ່ວຍເສດຖະກິດ-ການເງິນບ້ານ

ໃນການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຂອງບ້ານ ຈຸງານລ້ຽງສັດ ແລະ ການປະ ມົງທີ່ຂຶ້ນກັບຈຸງານກະສິກຳ ແລະ ປ່າໄມ້ບ້ານ ຂອງໜ່ວຍງານເສດຖະກິດ-ການເງິນບ້ານ ເປັນຜູ້ຈັດຕັ້ງປະຕິ ບັດ ຊຶ່ງມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ເຜີຍແຜ່ຂໍ້ມູນ ຂ່າວສານ, ກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດໃຫ້ປະຊາຊົນເຂົ້າໃຈ ແລະ ເປັນຜູ້ນຳພາປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ;
2.    ຕິດຕາມ, ກວດກາ, ເຝົ້າລະວັງ ແລະ ລາຍງານສະພາບການລະບາດຂອງພະຍາດສັດ ແລະ ເຂົ້າຮ່ວມຂະບວນການກັນ ແລະ ຄວບຄຸມພະຍາດສັດ;
3.    ເຂົ້າຮ່ວມໃນການໄກ່ເກ່ຍບັນຫາກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດພາຍໃນບ້ານຂອງຕົນ;
4.    ເຂົ້າຮ່ວມຝຶກອົບຮົມເພື່ອຍົກລະດັບທາງດ້ານວິຊາການລ້ຽງສັດ ແລະ ສັດຕະວະແພດເປັນແຕ່ລະໄລຍະ;
5.    ຕ້ານ ແລະ ສະກັດກັ້ນການລັກລອບການນຳເຂົ້າສັດ ແລະ ຜະລິດຕະພັນສັດທີ່ບໍ່ຖືກຕ້ອງເຂົ້າມາພາຍໃນບ້ານ ລວມທັງການກະທຳອື່ນ ທີ່ກໍ່ໃຫ້ເກີດມີການແພ່ລະບາດຂອງພະຍາດສັດ ແລະ ມີຜົນກະທົບຕໍ່ສິ່ງແວດລ້ອມ;
6.    ດໍາເນີນການກວດກາສຸຂະພາບ ແລະ ປິ່ນປົວສັດຂັ້ນຕົ້ນໃຫ້ແກ່ຜູ້ລ້ຽງສັດ ຕາມການຮຽກ ຮ້ອງຂອງເຈົ້າຂອງສັດ ໂດຍປະຕິບັດຕາມຄຳແນະນຳທີ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະ ແພດກໍານົດ;
7.    ເຂົ້າຮ່ວມຈັດຕັ້ງປະຕິບັດການຂຶ້ນທະບຽນພິມສັດ ແລະ ສັກຢາກັນພະຍາດສັດ;
8.    ບັນທຶກຂໍ້ມູນສັດລ້ຽງພາຍໃນບ້ານ ເປັນຕົ້ນ ການເກີດ, ການຕາຍ, ການເກີດພະຍາດ, ການເຄື່ອນຍ້າຍສັດເຂົ້າ ຫຼື ອອກຈາກບ້ານ;
9.    ສະຫຼຸບ, ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານລ້ຽງສັດ ແລະ ສັດຕະວະແພດພາຍໃນບ້ານໃຫ້ອົງການປົກຄອງບ້ານ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ, ນະຄອນຢ່າງເປັນປົກກະຕິ;
10. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  103  (ໃໝ່) ສິດ ແລະ ໜ້າທີ່ຂອງດ່ານກວດກາສັດຕະວະແພດ

ໃນການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດດ່ານກວດກາສັດຕະວະແພດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.    ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ລະບຽບການກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ;
2.    ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
3.    ກວດກາ, ອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ, ສົ່ງອອກ ແລະ ຂົນສົ່ງຜ່ານສັດ, ຜະລິດຕະພັນສັດຕາມກົດໝາຍ ແລະ ລະບຽບການ;
4.    ກວດກາ, ພິຈາລະນາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ເອກະສານທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກ;
5.    ນຳໃຊ້ມາດຕະການສຸຂານາໄມສັດ ເປັນຕົ້ນ ກັກ, ແຍກປ່ຽວ, ສົ່ງຕົວຢ່າງໄປວິໄຈ, ບຳບັດ, ປະຕິເສດການນຳເຂົ້າ, ສົ່ງກັບຄືນ, ທຳລາຍສັດ, ຜະລິດຕະພັນສັດ ຫຼື ວັດຖຸທີ່ປົນເປື້ອນດ້ວຍເຊື້ອພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
6.    ເກັບກຳຂໍ້ມູນເບື້ອງຕົ້ນກ່ຽວກັບການກະທຳຜິດ ແລະ ລາຍງານໃຫ້ການຈັດຕັ້ງ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງເພື່ອແກ້ໄຂຕາມກົດໝາຍ ແລະ ລະບຽບການ;
7.    ເກັບຄ່າທຳນຽມ ແລະ ຄ່າບໍລິການດ້ານວິຊາການຕາມລະບຽບການ;
8.    ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດໜ້າທີ່ຂອງຕົນ;
9.    ສະຫຼຸບ, ລາຍງານການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕາມການແບ່ງຂັ້ນຄຸ້ມຄອງຢ່າງເປັນປົກກະຕິ;
10.  ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  104  (ໃໝ່) ສິດ ແລະ ໜ້າທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ

ຂະແໜງການອື່ນທີ່ກ່ຽວຂ້ອງ ມີ ສິດ ແລະ ໜ້າທີ່ປະສານສົມທົບກັບຂະແໜງການ ກະສິກຳ ແລະ ປ່າໄມ້ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນໃນການສ້າງແຜນ, ຈັດແບ່ງງົບປະມານ, ລົງທຶນ, ກໍ່ສ້າງພື້ນຖານໂຄງລ່າງ, ຈັດຫາ ແລະ ປົກປັກຮັກສາສະຖານທີ່ບໍລິການ, ວັດຖູປະກອນ, ຊ່ວຍ ເຫຼືອ, ອຳນວຍຄວາມສະດວກ, ຕິດຕາມ, ກວດກາ ແລະ ປະເມີນຜົນໂດຍໃຫ້ມີການແບ່ງຂອບເຂດການຄຸ້ມຄອງການຜະລິດ, ການປຸງແຕ່ງຜະລິດຕະພັນສັດຂັ້ນຕົ້ນ, ການຈຳໜ່າຍ ແລະ ການຊົມໃຊ້ຜະລິດຕະພັນສັດໃຫ້ຊັດເຈນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງອາຫານຕໍ່ຜູ້ບໍໂພກ.

ໃນກໍລະນີຈຳເປັນ, ກະຊວງກະສິກໍາ ແລະ ປ່າໄມ້ ສາມາດມອບໝາຍໜ້າທີ່ຢ່າງເປັນລາຍລັກອັກສອນ ໃຫ້ການຈັດຕັ້ງ, ໜ່ວຍງານ ຫຼື ບຸກຄົນໃດໜຶ່ງທີ່ມີຄວາມສາມາດ ເພື່ອໃຫ້ປະຕິບັດບາງໜ້າວຽກແທນອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ພາຍໃນໄລຍະເວລາທີ່ແນ່ນອນ.ຂ້າງເທິງ

ໝວດທີ2
ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ

ມາດຕາ  105  (ປັບປຸງ) ອົງການກວດກາ

ອົງການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ ປະກອບດ້ວຍ:

1.    ອົງການກວດກາພາຍໃນ ຊຶ່ງແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານລ້ຽງ ສັດ ແລະ ສັດຕະວະແພດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 98 ຂອງກົດໝາຍສະບັບນີ້;
2.    ອົງການກວດກາພາຍນອກ ຊຶ່ງແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງ ການກວດສອບແຫ່ງລັດ, ອົງການກວດກາລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສື່ມວນຊົນ ແລະ ພົນລະເມືອງ.ຂ້າງເທິງ

ມາດຕາ  106  ສິດ ແລະ ໜ້າທີ່ຂອງອົງການກວດກາ

ອົງການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1.  ກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
2.  ກວດກາກິດຈະການ ລວມທັງການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດ ຕະວະແພດ;
3.  ເຂົ້າຮ່ວມໃນການສືບສວນ-ສອບສວນຄະດີ ກ່ຽວກັບການລ້ຽງສັດ ແລະ ການສັດຕະວະ ແພດ;
4.  ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ອອກຄຳສັ່ງ ໂຈະ ຫຼື ຍົກເລີກ ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຫຼື ໂຈະການປະຕິບັດໜ້າທີ່ຂອງພະນັກງານລ້ຽງສັດ ແລະ ສັດຕະວະແພດ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຖ້າເຫັນວ່າມີການກະທຳທີ່ລະເມີດກົດໝາຍ ແລະ ລະບຽບການ;
5.  ພົວພັນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ ສູນກາງ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດສິດ ແລະ ໜ້າທີ່ຂອງຕົນ;
6.  ສະຫຼຸບຜົນຂອງການປະຕິບັດວຽກງານກວດກາແຕ່ລະໄລຍະ ແລະ ລາຍງານໃຫ້ຂັ້ນເທິງ ຖັດຕົນຢ່າງເປັນປົກກະຕິ.ຂ້າງເທິງ

ມາດຕາ  107  (ໃໝ່) ຫົວໜ້າເຈົ້າໜ້າທີ່ສັດຕະວະແພດ

ຫົວໜ້າເຈົ້າໜ້າທີ່ສັດຕະວະແພດ ແມ່ນ ພະນັກງານ ທີ່ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ແຕ່ງຕັ້ງໃຫ້ເປັນຜູ້ຊີ້ນຳ ການປະຕິບັດໜ້າທີ່ຂອງ ເຈົ້າໜ້າທີ່ສັດຕະວະແພດ ໂດຍມີຕຳແໜ່ງເປັນຫົວໜ້າ ຫຼື ຄະນະກົມຂອງກົມທີ່ຮັບຜິດຊອບວຽກງານກວດກາການລ້ຽງສັດ ແລະ ການສັດຕະວະແພດ.

ສິດ ແລະ ໜ້າທີ່ຂອງຫົວໜ້າເຈົ້າໜ້າທີ່ສັດຕະວະແພດ ຕົ້ນຕໍ ມີ ດັ່ງນີ້:

1.    ຊີ້ນຳການປະຕິບັດວຽກງານຂອງເຈົ້າໜ້າທີ່ສັດຕະວະແພດ;
2.    ເຂົ້າຮ່ວມການກວດກາກັບເຈົ້າໜ້າທີ່ສັດຕະວະແພດ ຫຼື ກວດກາຄືນ ພາຍຫຼັງທີ່ເຈົ້າໜ້າທີ່ສັດຕະວະແພດໄດ້ກວດກາແລ້ວ;
3.    ກວດກາບົດລາຍງານ, ບົດບັນທຶກ ຫຼື ບົດແຈ້ງເຕືອນຂອງເຈົ້າໜ້າທີ່ສັດຕະວະແພດ.

ນອກຈາກນີ້ ຍັງມີໜ້າທີ່ ແລະ ຄວາມຮັບຜິດຊອບ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 108 ຂອງກົດໝາຍສະບັບນີ້.ຂ້າງເທິງ

ມາດຕາ  108  (ປັບປຸງ) ເຈົ້າໜ້າທີ່ສັດຕະວະແພດ

ເຈົ້າໜ້າທີ່ສັດຕະວະແພດ ແມ່ນ ສັດຕະວະແພດ ຫຼື ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງໄດ້ຮັບການຝຶກອົບຮົມຍົກລະດັບຄວາມຮູ້ ຄວາມສາມາດໃນການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດຢ່າງເປັນລະບົບຈາກອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ. ສໍາລັບເຈົ້າໜ້າທີ່ສັດຕະວະແພດປະຈໍາດ່ານທ້ອງຖິ່ນ ແລະ ດ່ານປະເພນີ ໄດ້ຮັບການແຕ່ງຕັ້ງຈາກ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໂດຍປະ ສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ບົນພື້ນຖານ ມາດຕະຖານ ແລະ ຕໍາແໜ່ງງານທີ່ກໍານົດໄວ້.

ເຈົ້າໜ້າທີ່ສັດຕະວະແພດມີສິດ ແລະ ໜ້າທີ່ດັ່ງນີ້:

1.    ໂຄສະນາ, ເຜີຍແຜ່, ແນະນຳກົດໝາຍ, ລະບຽບການ ກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ;
2.    ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານ ດ້ານສຸຂານາໄມສັດ ແລະ ເອກະ ສານອື່ນທີ່ກ່ຽວຂ້ອງໃຫ້ແກ່ຜູ້ປະກອບການ;
3.    ກວດກາສັດ, ພາຫະນະ ແລະ ຫີບຫໍ່ຢູ່ດ່ານ ຫຼື ເຂດຄວບຄຸມການລະບາດຂອງພະຍາດສັດ ແລະ ເກັບຕົວຢ່າງຈາກສັດ, ຊິ້ນສ່ວນຕິດພະຍາດສັດ, ຜະລິດຕະພັນສັດ ຫຼື ວັດຖຸທີ່ສົງໄສ ສົ່ງໄປວິໄຈໃນກໍລະນີສົງໄສ ຫຼື ຕິດແປດພະຍາດສັດທີ່ຈຳເປັນຕ້ອງແຈ້ງ;
4.    ເຂົ້າໄປສະຖານທີ່ ຫຼື ເຂດບຸກຄົນໃດໜຶ່ງ ທີ່ສົງໄສ ຫຼື ມີການລະເມີດກົດໝາຍ ແລະ ລະ ບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕາມທີ່ໄດ້ຮັບລາຍງານຢ່າງເປັນລາຍລັກອັກ ສອນ;
5.    ລາຍງານກໍລະນີພົບພະຍາດສັດທີ່ຈໍາເປັນຕ້ອງແຈ້ງ ໃຫ້ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ;
6.    ສັ່ງກັກ, ແຍກປ່ຽວ, ບໍາບັດ, ປະຕິເສດການນຳເຂົ້າ, ສົ່ງຄືນ, ທຳລາຍ ຫຼື ປະຕິບັດມາດຕະການດ້ານສຸຂານາໄມອື່ນຕໍ່ສັດ ແລະ ຜະລິດຕະພັນສັດທີ່ຕິດ ຫຼື ປົນເປື້ອນພະຍາດສັດທີ່ຈຳເປັນຕ້ອງແຈ້ງ ຫຼື ມາຈາກເຂດຄວບຄຸມພະຍາດລະບາດສັດ;
7.    ຕິດຕາມ ແລະ ບັນທຶກກ່ຽວກັບການເປີດພັດສະດຸຫຸ້ມຫໍ່ ແລະ ການຄ່ຽນຖ່າຍຜະລິດຕະພັນສິນຄ້າກ່ຽວກັບສັດ;
8.    ນຳໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ຕາມຄວາມຮັບຜິດຊອບຂອງຕົນ ລວມທັງການຍຶດຂອງກາງ, ສະເໜີໃຫ້ກັກຕົວຜູ້ລະເມີດ ແລະ ປະກອບເອກະສານຍື່ນຕໍ່ເຈົ້າໜ້າທີ່ຕຳຫຼວດ;
9.    ປະສານສົມທົບກັບເຈົ້າໜ້າທີ່ອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ໃນການປະຕິບັດໜ້າທີ່ຂອງຕົນ;
10. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານຂອງຕົນ ໃຫ້ແກ່ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ທີ່ຕົນຂຶ້ນກັບ ຢ່າງເປັນປົກກະຕິ;
11. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.ຂ້າງເທິງ

ມາດຕາ  109  (ໃໝ່) ເນື້ອໃນການກວດກາ

ການກວດກາວຽກງານລ້ຽງສັດ ແລະ ສັດຕະວະແພດ ມີ ເນື້ອໃນ ຕົ້ນຕໍ ດັ່ງນີ້:

1.    ການປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການລ້ຽງສັດ ແລະ ການສັດຕະວະ ແພດ;
2.    ການປະຕິບັດໜ້າທີ່ ຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ສັດຕະວະແພດ;
3.    ການເຄື່ອນໄຫວວຽກງານ ແລະ ການດຳເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ;
4.    ການສ້າງ ແລະ ປະຕິບັດແຜນການກ່ຽວກັບວຽກງານລ້ຽງສັດ ແລະ ສັດຕະວະແພດ.ຂ້າງເທິງ

ມາດຕາ  110  (ປັບປຸງ) ຮູບການການກວດກາ

ການກວດກາມີຮູບການ ດັ່ງນີ້:

1.    ການກວດກາຕາມລະບົບປົກກະຕິ;
2.    ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
3.    ການກວດກາແບບສຸກເສີນ.

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນປະ ຈຳ ແລະ ມີກຳນົດເວລາອັນແນ່ນອນ.

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.

ການກວດກາແບບສຸກເສີນ ແມ່ນ ການກວດກາແບບຮີບດ່ວນ ໂດຍທີ່ບໍ່ໄດ້ແຈ້ງໃຫ້ເປົ້າໝາຍຖືກກວດກາຮູ້ລ່ວງໜ້າ.ຂ້າງເທິງ

ພາກທີ X
ວັນສັກຢາກັນພະຍາດສັດແຫ່ງຊາດ, ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ມາດຕາ  111  ວັນສັກຢາກັນພະຍາດສັດແຫ່ງຊາດ

ລັດຖະບານ ກຳນົດເອົາວັນທີ 11 ເດືອນ ພະຈິກ ເປັນວັນສັກຢາກັນພະຍາດສັດແຫ່ງຊາດ.ຂ້າງເທິງ

ມາດຕາ  112  (ປັບປຸງ) ເຄື່ອງແບບ, ເຄື່ອງໝາຍ ແລະ ຕາປະທັບ

ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດມີ ເຄື່ອງແບບ, ເຄື່ອງໝາຍ, ບັດເຈົ້າໜ້າທີ່ສັດຕະວະແພດ ແລະ ຕາປະທັບ ເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະການ ໂດຍກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ກຳນົດ.ຂ້າງເທິງ

ພາກທີ XI
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ  113  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການປະຕິບັດວຽກງານໃນການ ຄຸ້ມຄອງ, ກວດກາ, ໂຄສະນາ, ເຜີຍແຜ່, ໃຫ້ຄວາມຮ່ວມມື, ລາຍງານ ແລະ ເປັນເຈົ້າການ ເຂົ້າຮ່ວມຈັດຕັ້ງປະຕິບັດວຽກງານລ້ຽງສັດ ແລະ ສັດຕະວະແພດ ຢ່າງຫ້າວຫັນ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍຕາມລະບຽບການ.ຂ້າງເທິງ

ມາດຕາ  114  (ປັບປຸງ) ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫຼື ລົງໂທດທາງອາຍາ.ຂ້າງເທິງ

ມາດຕາ  115  (ປັບປຸງ) ມາດຕະການກ່າວເຕືອນ ແລະ ສຶກສາອົບຮົມ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ແລະ ລະບຽບການທີ່ກ່ຽວຂ້ອງ ທີ່ມີລັກສະນະເບົາ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດ ຕ້ອງກ່າວເຕືອນ ແລະ ເຮັດບົດບັນທຶກໄວ້.  ຖ້າເປັນການລະເມີດຂໍ້ຫ້າມ ທີ່ບໍ່ເປັນການກະທໍາຜິດທາງອາຍາ ຫຼື ບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ ແຕ່ຜູ້ລະເມີດຫາກມີຄວາມຈິງໃຈລາຍງານ, ຮັບສາລະພາບຕໍ່ການກະທໍາທີ່ບໍ່ຖືກຕ້ອງຂອງຕົນ ກໍຈະຖືກສຶກສາອົບຮົມ ແລະ ບັນທຶກໄວ້ຢ່າງເປັນລາຍລັກອັກສອນ.ຂ້າງເທິງ

ມາດຕາ  116  (ປັບປຸງ) ມາດຕະການທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກລົງວິໄນ ເປັນຕົ້ນ ໂຈະການປະຕິບັດໜ້າທີ່ຊົ່ວຄາວ, ຍົກຍ້າຍໜ້າທີ່, ປົດຕຳແໜ່ງ ຫຼື ໄລ່ອອກຈາກລັດຖະການຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.ຂ້າງເທິງ

ມາດຕາ  117  (ປັບປຸງ) ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງບໍ່ເປັນການກະທໍາຜິດທາງອາຍາ ເປັນຕົ້ນ ດໍາເນີນທຸລະກິດກ່ຽວກັບການລ້ຽງສັດ ແລະ ການສັດຕະວະແພດ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປັບໃໝ ໜຶ່ງເທົ່າ ຂອງມູນຄ່າ ສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດ ຫຼື ຄ່າບໍລິການດ້ານວິຊາການທີ່ຈະຖືກປະຕິບັດນັ້ນ. ໃນກໍລະນີມີການລະເມີດເປັນຄັ້ງທີສອງ ຫຼື ເປັນອາຈິນ ຈະຖືກປັບໃໝ ສອງເທົ່າ ຂອງມູນຄ່າສັດ, ຜະລິດຕະພັນສິນຄ້າກ່ຽວກັບສັດຕາມລາຄາທ້ອງຕະຫຼາດ ຫຼື ຄ່າບໍລິການດ້ານວິຊາການ ທີ່ຈະຖືກປະຕິບັດນັ້ນ.ຂ້າງເທິງ

ມາດຕາ  118  (ໃໝ່) ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜູ້ອື່ນ ຕ້ອງໄດ້ໃຊ້ແທນຄ່າເສຍຫາຍຕາມທີ່ຕົນໄດ້ກໍ່ຂຶ້ນ.ຂ້າງເທິງ

ມາດຕາ  119  (ປັບປຸງ) ມາດຕະການທາງອາຍາ

ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້ ຊຶ່ງເປັນການກະທຳຜິດທາງອາຍາ ຈະຖືກລົງໂທດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາ ແລະ ກົດໝາຍອື່ນທີ່ກຳນົດໂທດທາງອາຍາ. ຂ້າງເທິງ

ພາກທີ XII
ບົດບັນຍັດສຸດທ້າຍ

ມາດຕາ  120  ການຈັດຕັ້ງປະຕິບັດກົດໝາຍ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດກົດ   ໝາຍສະບັບນີ້.ຂ້າງເທິງ

ມາດຕາ  121  (ປັບປຸງ) ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ໄດ້ອອກລັດຖະດຳລັດປະກາດໃຊ້ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າວັນ.

ກົດໝາຍສະບັບນີ້ ປ່ຽນແທນ ກົດໝາຍວ່າດ້ວຍ ການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 03/ສພຊ, ລົງວັນທີ 25 ກໍລະກົດ 2008.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.ຂ້າງເທິງ

ປະທານສະພາແຫ່ງຊາດ

(ເຊັນ ແລະ ປະທັບຕາ)
ປານີ ຢາທໍ່ຕູ້

ຂ້າງເທິງ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.