ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກຳ ແລະ ປ່າໄມ້         ເລກທີ 0073/ກປ
ນະຄອນຫຼວງວຽງຈັນ, ວັນທີ 03 ພະຈິກ 2016

ແຈ້ງການ

ເຖິງ: ທ່ານ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ

ເລື່ອງ: ການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ຢູ່ພາຍໃນ ແລະ ການສົ່ງຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ.

-    ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 262/ນຍ, ລົງວັນທີ 28 ມິຖູນາ 2012 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງກະສິກຳ ແລະ ປ່າໄມ້.
-    ອີງຕາມ ມະຕິຕົກລົງ ຂອງ ກອງປະຊຸມຄະນະລັດຖະບານ ຮ່ວມກັບ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ສະບັບເລກທີ 06/ລບ, ລົງວັນທີ 13 ກໍລະກົດ 2016.
-    ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້.
-    ອີງຕາມ ແຈ້ງການ ຂອງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ສະບັບເລກທີ 1355/ຫສນຍ.ກລຂ, ລົງວັນທີ 09 ກັນຍາ 2016.

    ກະຊວງ ກະສິກຳ ແລະ ປ່າໄມ້ ຂໍຖືເປັນກຽດ ແຈ້ງໃຫ້ທ່ານ ຊາບວ່າ: ການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ໃນຂອບເຂດທົ່ວປະເທດ ຕາມຄຳສັ່ງ, ແຈ້ງການ ແລະ ທິດຊີ້ນຳ ຂອງລັດຖະບານ ໃນໄລຍະໃໝ່ ແມ່ນໃຫ້ ພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ແລະ ນະຄອນຫຼວງວຽງຈັນ ເອົາໃຈໃສ່ຈັດຕັ້ງປະຕິບັດ ດັ່ງລາຍລະອຽດລຸ່ມນີ້:

1.    ໃຫ້ອະນຸຍາດເຄື່ອນຍ້າຍ ໄມ້ທ່ອນ, ໄມ້ເລື່ອຍ, ໄມ້ຕັບ, ໄມ້ເຄິ່ງສຳເລັດຮູບ ຢູ່ພາຍໃນປະເທດ ເລີ່ມແຕ່ວັນທີ 01 ພະຈິກ 2016 ເປັນຕົ້ນໄປ ໂດຍໃຫ້ຂຶ້ນບັນຊີລະອຽດ ແລະ ຕ້ອງເປັນໄມ້ທີ່ມີແຫຼ່ງທີ່ມາຖືກຕ້ອງ, ມີສັນຍາຊື້-ຂາຍໄມ້ ແລະ ປະຕິບັດພັນທະອາກອນຕ່າງໆ ຖືກຕ້ອງ ຕາມລະບຽບກົດໝາຍ. ສຳລັບໄມ້ທີ່ບໍ່ມີບັນຊີຢັ້ງຢືນທີ່ຖືກຕ້ອງ ຈາກຂະແໜງການ ກະສິກຳ ແລະ ປ່າໄມ້, ບໍ່ມີແຫຼ່ງທີມາຖືກຕ້ອງ, ບໍ່ມີສັນຍາຊື້-ຂາຍໄມ້ ແລະ ບໍ່ໄດ້ປະຕິບັດພັນທະອາກອນຕ່າງ ຢ່າງຄົບຖ້ວນ ແມ່ນຫ້າມເຄື່ອນຍ້າຍເດັດຂາດ, ພ້ອມດຽວກັນນັ້ນ ກໍ່ໃຫ້ຢຶດເປັນຂອງລັດ ແລະ ດຳເນີນຄະດີຕໍ່ເຈົ້າຂອງໄມ້ ຕາມກົດໝາຍ ແລະ ຂຶ້ນບັນຊີໄມ້ຢຶດ ເພື່ອສົ່ງໃຫ້ຂະແໜງການກ່ຽວຂ້ອງ ປະມູນຂາຍ, ຫຼັງຈາກນັ້ນ ຈຶ່ງອະນຸຍາດ ໃຫ້ເຄື່ອນຍ້າຍຕາມລະບຽບກົດໝາຍ.

2.    ອະນຸຍາດ ໃຫ້ລາກແກ່ ແລະ ຂົນສົ່ງໄມ້ທ່ອນ ຈາກສະໜາມ I ມາຫາ ສະໜາມ II ໄດ້ສະເພາະ ໄມ້ທີ່ລັດຖະບານ ອະນຸຍາດ ໃຫ້ຂຸດຄົ້ນໃນເຂດກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເທົ່ານັ້ນ ແລະ ອະນຸຍາດໃຫ້ຈັດຕັ້ງປະຕິບັດ ແຕ່ວັນທີ 1 ພະຈິກ ຮອດວັນທີ 31 ພຶດສະພາ ຂອງທຸກປີ.

3.    ການອະນຸຍາດ ສົ່ງອອກຜະລິດຕະພັນໄມ້ສຳເລັດຮູບ ຢູ່ພາຍໃນ ແລະ ອອກໄປຕ່າງປະເທດ ແມ່ນໃຫ້ປະຕິບັດ ຕາມຂໍ້ຕົກລົງຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ວ່າດ້ວຍ ລາຍການ (ບັນຊີ) ຜະລິດຕະພັນໄມ້ເພື່ອສົ່ງອອກ ແລະ ຫ້າມສົ່ງອອກ, ໂດຍໃຫ້ມີການກວດກາ ແລະ ຢັ້ງຢືນ ຂອງ ຂະແໜງການກ່ຽວຂ້ອງ ຕາມພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງຂະແໜງການໃຜລາວ.

4.    ເຄື່ອງປ່າຂອງດົງ ຊະນິດທີ່ເປັນອາຫານ, ເກີດຕາມລະດູການ ແລະ ຊົມໃຊ້ໃນຊີວິດປະຈຳວັນຂອງປະຊາຊົນ ແມ່ນໃຫ້ຂຸດຄົ້ນ ແລະ ສົ່ງອອກໄດ້ ເປັນຕົ້ນແມ່ນ: ເຫັດ, ດ້ວງແມ້, ນ້ຳເຜິ້ງ, ໜໍ່ໄມ້, ໝາກກໍ່, ໝາກຈອງບານ, ດອກແຂມ, ໃບຊາ, ຄັ່ງ, ຂີ້ຊີ ແລະ ຍານ ໂດຍມອບໃຫ້ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫຼວງວຽງຈັນ ຄຸ້ມຄອງໃນການຈັດຕັ້ງປະຕິບັດ.

5.    ເຄື່ອງປ່າຂອງດົງ ທີ່ໃຫ້ສົ່ງອອກໄດ້ ແມ່ນຊະນິດທີ່ບໍ່ສາມາດປຸງແຕ່ງໄດ້ ຢູ່ພາຍໃນ ແລະ ຊະນິດທີ່ບໍ່ນອນໃນ ບັນຊີໝວດທີ I ແລະ ໝວດທີ II ຂອງດຳລັດ 155/ນຍ, ລົງວັນທີ 30 ກັນຍາ 2003 ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ, ແຕ່ຕ້ອງມີແຜນການ ແລະ ໄດ້ຮັບອະນຸຍາດ ໃຫ້ຂຸດຄົ້ນ ແລະ ສົ່ງອອກເປັນແຕ່ລະປີ. ສຳລັບເຄື່ອງປ່າຂອງດົງ ທີ່ສາມາດປຸງແຕ່ງຢູ່ພາຍໃນໄດ້ ແມ່ນສົ່ງເສີມໃຫ້ມີການປຸງແຕ່ງ ແລະ ຫ້າມສົ່ງອອກເປັນວັດຖຸດິບ ເຊັ່ນ: ໝາກຕາວ, ຫວາຍ, ເຄືອແຮມ ແລະ ຊະນິດເຄື່ອງປ່າຂອງດົງ ທີ່ເປັນອາຫານ ແລະ ພືດເປັນຢາ ຕາມທີ່ໄດ້ກຳນົດໄວ້ ໃນໝວດທີ I ແລະ ໝວດທີ II ຂອງດຳລັດ 155/ນຍ, ລົງວັນທີ 30 ກັນຍາ 2003 ລວມທັງ ດອກເຜິ້ງທຳມະຊາດ ແມ່ນບໍ່ໃຫ້ສົ່ງອອກ.

6.    ສຳລັບ ຖ່ານດຳທຸກຊະນິດ ແມ່ນຫ້າມສົ່ງອອກ ເພາະບໍ່ທັນມີການຈັດສັນ, ຄຸ້ມຄອງວັດຖຸດິບ, ການຜະລິດຍັງກະຈັດກະຈາຍ ແລະ ຍັງບໍ່ທັນມີການຈັດຕັ້ງການຜະລິດ ຫຼື ຫົວໜ່ວຍທຸລະກິດການຜະລິດ ທີ່ຖືກຕ້ອງຕາມລະບຽບຫຼັກການເທື່ອ. ມອບໃຫ້ກົມປ່າໄມ້ ຄົ້ນຄວ້າ, ສ້າງລະບຽບການສະເພາະ ໃນການຄຸ້ມຄອງຈັດສັນໄມ້ ທີ່ເປັນວັດຖຸດິບສຳລັບຜະລິດຖ່ານດຳ ພ້ອມດຽວກັນ ກໍ່ໃຫ້ປະສານສົມທົບກັບຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ກວດກາ ແລະ ປັບປຸງຄືນ ລະບົບການຜະລິດຖ່ານດຳ ຂອງຜູ້ປະກອບການ ແລະ ປະຊາຊົນ ເພື່ອໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ.

7.    ສຳລັບ ຖ່ານຂາວ ທີ່ຜະລິດຈາກໄມ້ຕິ້ວ ແມ່ນເຫັນດີໃຫ້ຜະລິດ ແລະ ສົ່ງອອກໄດ້, ແຕ່ຕ້ອງໄດ້ຮັບອະນຸຍາດ ຕົວເລກແຜນການຂຸດຄົ້ນ ຈາກລັດຖະບານ, ພ້ອມດຽວກັນຜູ້ປະກອບການ ຫຼື ບໍລິສັດທີ່ດຳເນີນທຸລະກິດຜະລິດ ແລະ ສົ່ງອອກຖ່ານຂາວ ຕ້ອງໄດ້ຮັບອະນຸຍາດສ້າງຕັ້ງ ແລະ ລົງທະບຽນຖືກຕ້ອງ ຕາມລະບຽບກົດໝາຍ ແລະ ຕ້ອງມີແຜນການຊຸກຍູ້ ສົ່ງເສີມປະຊາຊົນປູກ ແລະ ຟື້ນຟູໄມ້ຕິ້ວ. ສຳລັບໄມ້ຕິ້ວ ທີ່ນຳມາຜະລິດຖ່ານຂາວ ທີ່ມາຈາກແຫຼ່ງທີ່ຖືກຕ້ອງ ແລະ ໄດ້ຮັບອະນຸມັດໂກຕາ ຈາກລັດຖະບານ ແມ່ນສາມາດຂຸດຄົ້ນ ແລະ ເຄື່ອນຍ້າຍໄດ້ຕະຫຼອດປີ, ເພາະວ່າການຜະລິດຖ່ານຂາວ ແມ່ນຕ້ອງການໄມ້ຕິ້ວດິບມາຜະລິດ ຢ່າງຕໍ່ເນື່ອງ.

8.    ໄມ້ເກດສະໜາ, ໄມ້ວິກ ແລະ ໄມ້ກະຖິນນະລົງ ຈາກສວນປູກ ທີ່ສັບເປັນປ່ຽງນ້ອຍໆ ຫຼື ບົດເປັນຝຸ່ນ ໄມ້ເລື່ອຍເປັນແຜ່ນ ແລະ ໄມ້ກົມ ທີ່ມີໜ້າຕ້າງບໍ່ເກີນ 12 ຊັງຕີແມັດ ແມ່ນໃຫ້ສົ່ງອອກໄດ້.

9.    ໄມ້ປູກທີ່ເປັນຊະນິດໄມ້ພື້ນເມືອງອື່ນໆ (ເຊັ່ນ: ໄມ້ດູ່, ໄມ້ດູ່ລາຍ, ໄມ້ແຕ້ຂ່າ, ລວມທັງໄມ້ສັກ ...) ແມ່ນໃຫ້ປຸງແຕ່ງ ເປັນຜະລິດຕະພັນໄມ້ສຳເລັດຮູບ ຈຶ່ງອະນຸມັດໃຫ້ສົ່ງອອກໄດ້.

10. ໄມ້ປ່ອງ ແມ່ນໃຫ້ປຸງແຕ່ງເປັນຜະລິດຕະພັນເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ຕາມທີ່ໄດ້ກຳນົດໄວ້ໃນບັນຊີທີ່ອະນຸຍາດສົ່ງອອກ ແລະ ຫ້າມສົ່ງອອກ ຂອງ ກະຊວງ ອຸດສາຫະກຳ ແລະ ການຄ້າ ຕາມຂໍ້ຕົກລົງ ສະບັບເລກທີ 1833/ອຄ, ລົງວັນທີ 03 ຕຸລາ 2016 ຈຶ່ງອະນຸມັດສົ່ງອອກໄດ້.

11. ກ່ອນຈະອອກອະນຸຍາດ ເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ຢູ່ພາຍໃນ ແລະ ສົ່ງຜະລິດຕະພັນໄມ້ສຳເລັດຮູບອອກຕ່າງປະເທດ ທຸກໆຄັ້ງ ໃຫ້ສົມທົບພາກສ່ວນກ່ຽວຂ້ອງ ກວດກາຄືນ ແຫຼ່ງທີ່ມາ ເປັນຕົ້ນແມ່ນ ໃບອະນຸຍາດຂຸດຄົ້ນ, ສັນຍາຊື້-ຂາຍ, ການປະຕິບັດພັນທະ ໃຫ້ລະອຽດຈະແຈ້ງ ຖ້າເຫັນວ່າຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບຫຼັກການແລ້ວ ຈຶ່ງໃຫ້ອອກໃບອະນຸຍາດເຄື່ອນຍ້າຍ ຕາມການສະເໜີຂອງ ພາກສ່ວນທີ່ກ່ຽວຂ້ອງ.

12. ມອບໃຫ້ ກົມກວດກາປ່າໄມ້ ແລະ ຂະແໜງການສາຍຕັ້ງ ເປັນເຈົ້າການ ຕິດຕາມ ກວດກາ ການເຄື່ອນຍ້າຍໄມ້ ຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ ຢ່າງເຂັ້ມງວດ, ບໍ່ໃຫ້ມີການສວຍໃຊ້ຊ່ອງຫວ່າງ ລັກລອບເອົາໄມ້ ທີ່ບໍ່ທັນໄດ້ປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ອອກຕ່າງປະເທດ ຢ່າງເດັດຂາດ.

13. ມອບໃຫ້ ກົມກວດກາປ່າໄມ້ ຄົ້ນຄວ້າ ແລະ ອອກແຈ້ງການ ແນະນຳລະອຽດ ທາງດ້ານເຕັກນິກ ວິຊາການ ເປັນຕົ້ນແມ່ນການນຳໃຊ້ແບບຟອມ ເຄື່ອນຍ້າຍໄມ້ພາບໃນ ແລະ ສົ່ງອອກຕ່າງປະເທດ ເພື່ອໃຫ້ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ.

14. ໃນເວລາຈັດຕັ້ງປະຕິບັດຕົວຈິງ ຖ້າພົບເຫັນບັນຫາ ໃຫ້ລາຍງານ ຂໍທິດຊີ້ນຳ ຈາກ ການນຳແຂວງ, ນະຄອນຫຼວງ ແລະ ການນຳກະຊວງ ກສິກຳ ແລະ ປ່າໄມ້ ຢ່າງເປັນປົກກະຕິ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດ.

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
(ເຊັນ ແລະ ປະທັບກາ)

ລຽນ ທິແກ້ວ

ບ່ອນນຳສົ່ງ:

-   ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ເພື່ອລາຍງານ)
-   ຫ້ອງວ່າການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ (ເພື່ອຮັບຊາບ ແລະ ຊ່ວຍຊີ້ນຳ)
-   ກົມປ່າໄມ້ (ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດ)
-   ກົມກວດກາປ່າໄມ້ (ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດ)
-   ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ (ເພື່ອຮັບຊາບ)
-   ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຄ (ເພື່ອຮັບຊາບ)
-   ກົມການຄ້າພາຍໃນ, ກະຊວງ ອຄ (ເພື່ອຮັບຊາບ)
-   ຂະແໜງປ່າໄມ້ (ເພື່ອຈັດຕັ້ງປະຕິບັດ)
-   ເກັບມ້ຽນ.

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on the domestic movement of timbers and forest products and the export of finished wooden products and finished forest products to overseas No. 0073/MAF, dated 03 November 2016 PDF
2 ແຈ້ງການ ກ່ຽວກັບ ການເຄື່ອນຍ້າຍໄມ້ ແລະ ເຄື່ອງປ່າຂອງດົງ ຢູ່ພາຍໃນ ແລະ ການສົ່ງຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄື່ອງປ່າຂອງດົງ ອອກຕ່າງປະເທດ ສະບັບເລກທີ 0073/ກປ, ລົງວັນທີ 03 ພະຈິກ 2016 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.