ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະຊິກຳ ແລະ ປ່າໄມ້            
ກົມລ້ຽງສັດ ແລະ ການປະມົງ          ເລກທີ:   0641 /ກລປ
ນະຄອນຫຼວງວຽງຈັນ, ວັນທີ: 03 ເມສາ 2017

ແຈ້ງການ

ເຖີງ:      ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງແຂວງ, ນະຄອນຫຼວງ

ເລື່ອງ:    ການຕິດຕາມ, ກວດກາ ແລະ ສະກັດກັ້ນການນຳເຂົ້າລູກໝູ, ໝູຊີ້ນ, ຊີ້ນໝູ ( ສົດ ແລະ ແຊ່ແຂງ ) ແລະ ຊິ້ນສ່ວນຜະລິດຕະພັນສັດ ເຂົ້າ ສປປ ລາວ ແລະ ການຫ້າມຄ້າຂາຍ ແລະ ບໍລິໂພກຜະລິດຕະພັນສັດທີ່ເປັນພະຍາດ.

-       ອີງຕາມ ກົດໝາຍ ວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ ສະບັບເລກທີ 08 /ສພຊ, ລົງວັນທີ 11/11/2016.
-       ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 158/ຫສນຍ.ກສສ ລົງວັນທີ 31/01/2017 ເລື່ອງ: ການສະເໜີຂໍໃຫ້ສະກັດກັ້ນການນຳເຂົ້າລູກໝູ, ໝູຊີ້ນ ແລະ ຊີ້ນໝູ ຈາກປະເທດ ເພື່ອນບ້ານ.
-       ອີງຕາມຫາງສຽງຂອງສັງຄົມ ໃນການລະເມີດລະບຽບກົດໝາຍ ຂອງຜູ້ປະກອບການ ແລະ ແມ່ຄ້າບາງຈຳນວນທີ່ມີການລັກລອບ  ຊື້-ຂາຍສັດເຫງົາ ຫຼື ຕາຍຍ້ອນເປັນພະຍາດ.

       ດັ່ງທີ່ ພວກເຮົາຮັບຊາບນຳກັນວ່າ ໃນຊຸມປີຜ່ານມາ ການລ້ຽງໝູ ແບບເປັນຟາມໄດ້ມີການຂະຫຍາຍໂຕດີພໍສົມຄວນໂດຍສະເພາະແມ່ນ ການລ້ຽງແບບເປັນຟາມຂະໜາດໃຫຍ່ ເພື່ອເປັນສີນຄ້າຢູ່ຕາມຊານເມືອງໃຫຍ່ເພີ່ມຂື້ນ ຊຶ່ງໄດ້ເຮັດໃຫ້ ສປປ ລາວ ຈະສາມາດສະໜອງລູກໝູ, ໝູຊີ້ນ ແລະ ຊີ້ນໝູ ຕໍ່ຄວາມຕ້ອງການຢູ່ພາຍໃນໄດ້ຢ່າງພຽງພໍເປັນລຳດັບ.

       ເຖີງຢ່າງໃດກໍ່ຕາມ ການລ້ຽງໝູ ຂອງປະເທດເຮົາກໍ່ຍັງມີຂໍ້ຈຳກັດບາງດ້ານ ໂດຍສະເພາະແມ່ນ ການປ້ອງກັນ ແລະ ຄວບຄຸມພະຍາດລະບາດ, ການວາງແຜນການຜະລິດ, ການດຸ່ນດ່ຽງການສະໜອງ ແລະ ຄວາມຕ້ອງການ ຍັງບໍ່ທັນໜັກແໜ້ນເຂັ້ມແຂງເທົ່າທີ່ຄວນ, ນອກຈາກນັ້ນ ກໍຍັງມີຜູ້ປະກອບການຈຳນວນໜື່ງຍັງບໍ່ທັນໄດ້ເອົາໃຈໃສ່, ບໍ່ຈິງໃຈໃນການປະຕິບັດລະບຽບກົດໝາຍ ຂາດຈັນຍາບັນວິຊາຊີບ ລັກລອບນຳເອົາຊາກສັດທີ່ຕາຍດ້ວຍພະຍາດ ໄປຈຳໜ່າຍ ແລະ ບໍລິໂພກຢ່າງຊະຊາຍ ເຊີ່ງໄດ້ເຮັດໃຫ້ເກີດມີຄວາມສ່ຽງໃນການເກີດການລະບາດຂອງພະຍາດຊະນິດໃໜ່ເກີດຂື້ນ ລວມທັງເກີດກະແສຫາງສຽງທາງລົບພາຍໃນສັງຄົມເກີດຂື້ນ ຊື່ງທັງໜົດນີ້ ມັນໄດ້ສົ່ງຜົນກະທົບທາງລົບໂດຍກົງຕໍ່ການລຽ້ງໝູຂອງປະເທດເຮົາ.

        ອີກຢ່າງໜື່ງທີ່ຜ່ານມາ ກ່ຽວກັບການຄຸ້ມຄອງການນຳເຂົ້າ, ສົ່ງອອກ, ສົ່ງຜ່ານ ລູກໜູ, ໝູຊີ້ນ, ຊີ້ນໝູ ແລະ ຜະລິດຕະພັນສັດ ເຂົ້າ-ອອກ ປະເທດ ກໍຍັງບໍ່ທັນເປັນເອກະພາບ ຍັງມີອະນຸຍາດ ທັງຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມດ່ານຕ່າງໆທີ່ຂາດການກວດກາຕິດຕາມຢ່າງຮັດກຸມ ຈື່ງເປັນຊ່ອງຫວ່າງໃຫ້ແກ່ຜູ້ປະກອບການບາງກຸ່ມ ສວຍໃຊ້ ແລະ ສ້າງເງື່ອນໄຂ ຫຼື ຂໍ້ອ້າງຕ່າງໆ ເພື່ອໃຫ້ໄດ້ນຳເຂົ້າ ແນໃສ່ຫວັງຜົນກຳໄລໃຫ້ແກ່ຕົນເອງ ໂດຍບໍ່ໄດ້ຄຳນຶງເຖິງລະບຽບ ແລະ ຄວາມສ່ຽງຕ່າງໆ ທີ່ຈະກໍ່ໃຫ້ເກີດຜົນກະທົບທາງລົບຕໍ່ຄວາມໜັ້ນຄົງ, ເສດຖະກິດ ແລະ ສັງຄົມຂອງຊາດ.

       ດັ່ງນັ້ນ, ເພື່ອຮັບປະກັນ ບໍ່ໃຫ້ເກີດຜົນກະທົບ ຕໍ່ຊີວິດ, ສຸຂະພາບຂອງຜູ້ບໍລິໂພກ ແລະ ເປັນການເພີ່ມທະວີຄວາມເອົາໃຈໃສ່ ໃນການຄຸ້ມຄອງ, ດູແລ ການລ້ຽງ ແລະ ສະໜອງຊີ້ນໝູ ຢ່າງພຽງພໍ, ປອດໄພ ແລະ ສ້າງຄວາມໜັ້ນຄົງໃຫ້ແກ່ການຜະລິດ ແລະ ສະໜອງຊີ້້ນໝູຂອງປະເທດໃຫ້ເກີດມີຄວາມໜັ້ນທ່ຽງ ແລະ ຍືນຍົງນັ້ນ.

ຫົວໜ້າກົມລ້ຽງສັດ ແລະ ການປະມົງອອກແຈ້ງການດັ່ງນີ້:

1)    ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ແຂວງ, ນະຄອນຫຼວງ ເປັນເຈົ້າການ ປະສານສົມທົບກັບຂະແໜງການກ່ຽວຂ້ອງຂັ້ນທ້ອງຖິ່ນຂອງຕົນ ລົງຕິດຕາມ, ກວດກາ ແລະ ສະກັດກັ້ນ ການນຳເຂົ້າລູກໝູ, ໝູຊີ້ນ ແລະ ຊີ້ນໝູ ( ສົດ ແລະ ແຊ່ແຂງ ) ລວມທັງຊີ້ນສ່ວນສັດ ຂອງບຸກຄົນ ແລະ ນິຕິບຸກຄົນ ທີ່ນຳເຂົ້າບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຖ້າພົບເຫັນໃຫ້ປະຕິບັດມາດຕະການ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

2)     ການນຳເຂົ້າສັດ, ຜະລິດຕະພັນສັດ ແລະ ຜະລິດຕະພັນສິນຄ້າກ່ຽວກັບສັດມາຈຳໜ່າຍໃນ ສປປ ລາວ ຕ້ອງມີເອກະສານຕົ້ນຕໍດັ່ງນີ້:

-   ມີໃບອະນຸຍາດນຳເຂົ້າ ທີ່ອອກໂດຍ ອົງການຄຸ້ມຄອງວຽກງານລ້ຽງສັດ ແລະ ສັດຕະວະແພດຂອງ ສປປ ລາວ.
-   ມີໃບຢັ້ງຢືນສຸຂະພາບສັດ ຫຼື ໃບຍັ້ງຍືນ ສຸຂານາໄມຜະລິດຕະພັນສິນຄ້າກ່ຽວກັບສັດ ທີ່ອອກໂດຍອົງການ ຫຼື ເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງຂອງປະເທດຕົ້ນທາງ ທີ່ຖືກຕ້ອງຕາມເງື່ອນໄຂການນຳເຂົ້າຂອງ ສປປ ລາວ.

3)    ໃນກໍລະນີຫາກໄດ້ຮັບອະນຸຍາດໃຫ້ນຳເຂົ້າຕ້ອງນຳເອົາຜ່ານດ່ານສາກົນທີ່ມີເຈົ້າໜ້າທີ່ກວດກາສັດຕະວະແພດປະຈຳການເທົ່ານັ້ນ.

4)    ນອກຈາກເອກະສານທີ່ກ່າວມາຂ້າງເທິງແລ້ວ, ການກວດກາຕົວຈິງໃຫ້ກວດກາ ດ້ານຈຳນວນ, ຄຸນລັກສະນະ ແລະ ຄຸນນະພາບ ຂອງສິນຄ້າ ໂດຍໃຫ້ຖືກຕ້ອງຕາມເອກະສານ ອະນຸຍາດໃຫ້ນຳເຂົ້າເທົ່ານັ້ນ.

5)    ມອບໃຫ້ເຈົ້າໜ້າທີ່ກວດກາສັດຕະວະແພດປະຈຳດ່ານສາກົນ ດຳເນີນການຕິດຕາມ ກວດກາໃຫ້ເຂັ້ມງວດ ເພື່ອເຝົ້າລະວັງ ແລະ ສະກັດກັ້ນຜູ້ລະເມີດ, ຝ່າຝືນ ນຳເຂົ້າ ຫຼື ລັກລອບນຳເຂົ້າລູກໝູ, ໝູຊີ້ນ, ຊິ້ນໝູ ( ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ຖ້າພົບເຫັນໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງປະຕິບັດ ມາດຕະການ ກ່າວເຕືອນ, ປັບໃໝ ຫຼື ດຳເນີນຄະດີທາງແພ່ງ ຫຼື ທາງອາຍາ ຕາມກໍລະນີ ເບົາ ຫຼື ໜັກ ຕາມທີ່ກົດໝາຍ ແລະ ລະບຽບການກຳນົດ.

6)    ມອບໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ສົມທົບກັບ ຂະແໜງອຸດສາຫະກຳ ແລະ ການຄ້າແຂວງ ນະຄອນຫຼວງເປັນເຈົ້າການຊີ້ນຳ ແລະ ສົມທົບກັບ ບັນດາຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເພື່ອສະກັດກັ້ນບັນຫາດັ່ງກ່າວຢ່າງເຂັ້ມງວດ.

7)    ໃນກໍລະນີ ທີ່ພົບເຫັນສັດເຈັບ ຫຼື ຕາຍ ໂດຍບໍ່ຮູ້ສາຍເຫດ, ຕາຍເປັນຈຳນວນຫຼາຍ ໃນເວລາໄລ່ເລັ່ຍກັນ ເຈົ້າຂອງສັດ ຕ້ອງຮິບຮ້ອນລາຍງານໃຫ້ສັດຕະວະແພດບ້ານ ຫຼື ນາຍບ້ານ ຫຼື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍດ່ວນ ເພື່ອລົງໄປຕິດຕາມກວດກາ ຂອບເຂດການເກີດພະຍາດຕົວຈິງ, ພ້ອມນັ້ນ, ຫ້າມນຳເອົາສັດ ທີ່ຕາຍ, ສັດເຈັບໄປບໍລິໂພກ ຫຼື ເຄື່ອນຍ້າຍ ຊື້-ຂາຍ ຢ່າງເດັດຂາດ ໂດຍໃຫ້ຮີບຮ້ອນ ຝັງ ຫຼື ເຜົາ ສັດທີ່ຕາຍນັ້ນທັນທີທັນໃດ ແລະ ຫ້າມນຳສັດທີ່ຕາຍຖີ້ມລົງຫ້ວຍ, ຮ່ອງ, ຄອງ, ບຶງ ແລະ ແມ່ນຳ້ຕ່າງໆ.

8)    ເມື່ອໄດ້ຮັບແຈ້ງການສະບັບນີ້ແລ້ວ ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ແຂວງ, ນະຄອນຫຼວງ ຮີບຮ້ອນປະສານສົມທົບກັບ ດ່ານກວດກາສັດຕະວະແພດ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນ ເພື່ອຈັດຕັ້ງຜັນຂະຫຍາຍ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ.

ຫົວໜ້າກົມລ້ຽງສັດ ແລະ ການປະມົງ
(ເຊັນ ແລະ ປະທັບຕາ)

ສົມພັນ ຈັນເພັງໄຊ

ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Notification on the Monitoring, Inspection, and Interception of the Import of Infected Piggy,Pig,Pork(fresh and frozen), and Animal Products into Lao PDR and the Prohibition to trade and Consume Infected Animal Products No. 0641/DLF, dated 3rd April 2017 PDF
2 ແຈ້ງການ ກ່ຽວກັບ ການຕິດຕາມ, ກວດກາ ແລະ ສະກັດກັ້ນການນຳເຂົ້າລູກໝູ, ໝູຊີ້ນ, ຊີ້ນໝູ (ສົດ ແລະ ແຊ່ແຂງ) ແລະ ຊິ້ນສ່ວນຜະລິດຕະພັນສັດ ເຂົ້າ ສປປ ລາວ ແລະ ການຫ້າມຄ້າຂາຍ ແລະ ບໍລິໂພກຜະລິດຕະພັນສັດທີ່ເປັນພະຍາດ ສະບັບເລກທີ 0641/ກລປ, ລົງວັນທີ 13 ເມສາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.