ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ອອກ ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງຊິງຊັ່ງທຸກປະເພດ ຢູ່ ສປປ ລາວ ສະບັບເລກທີ 0544/ກວຕ, ລົງວັນທີ 16/05/2017 ເຊິ່ງໄດ້ກໍານົດນະໂຍບາຍ, ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການກວດທຽບ, ສອບທຽບ ແລະ ຈົດທະບຽນ ແລະ ກວດຄືນຊິງຊັ່ງ ທີ່ຜະລິດ, ນໍາເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ໃຫ້ການບໍລິການ ຢູ່ ສປປ ລາວ ໃຫ້ມີຄວາມເປັນເອກະພາບ, ບົນພື້ນຖານຄວາມຖືກຕ້ອງ, ຊັດເຈນ ຊຶ່ງສອດຄ່ອງກັບລະບຽບການຂອງພາກພື້ນ ແລະ ສາກົນແນໃສ່ຊຸກຍູ້, ສົ່ງເສີມການບໍລິການທີ່ມີຄຸນນະພາບ ແລະ ແທດເໝາະກັບສະພາບຄວາມເປັນຈິງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ຊິງຊັ່ງ ແມ່ນອຸປະກອນວັດແທກຊະນິດໜຶ່ງທີ່ໃຊ້ສຳລັບຊັ່ງມວນສານຂອງວັດຖຸ ແລະ ສິ່ງຂອງຕ່າງໆ ເພື່ອຊີ້ບອກນ້ຳໜັກເວລາຊື້, ຂາຍ, ແລກປ່ຽນສິນຄ້າ ແລະ ການບໍລິການອື່ນໆ ເຊິ່ງມີຫົວໜ່ວຍພື້ນຖານການວັດແທກເປັນກິໂລກຼາມ. ຊິງຊັ່ງທີ່ນຳເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ບໍລິການຕ້ອງໄດ້ຮັບການຈົດທະບຽນ, ສອບທຽບຄວາມຖືກຕ້ອງຈາກອົງການທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບຫຼັກການ ໃນການຄຸ້ມຄອງມາດຕະຖານແຫ່ງຊາດ, ພາກພື້ນ ແລະ ສາກົນ.

ສໍາລັບຂັ້ນຕອນການຂໍຈົດທະບຽນ ແລະ ກວດຄືນຄວາມຖືກຕ້ອງຂອງຊິງຊັ່ງຕ້ອງປະກອບເອກະສານຄື: 1) ໃບສະເໜີ; 2) ສໍາເນົາເອກະສານ ການປະກອບທຸລະກິດ; 3) ສໍາເນົາເອກະສານການຂໍຜະລິດ, ນໍາເຂົ້າ-ສົ່ງອອກ ແລະ ບໍລິການ; 4) ໃບຢັ້ງຢືນຄຸນນະພາບຈາກປະເທດຕົ້ນທາງ; 5) ເອກະສານອື່ນໆທີ່ກ່ຽວຂ້ອງ (ຖ້າຈໍາເປັນ)  ແລ້ວສົ່ງເອກະສານດັ່ງກ່າວ ເຖິງ ກົມມາດຕະຖານ ແລະ ວັດແທກ ຫຼື ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຫຼວງ ເຊິ່ງການຈົດທະບຽນ ຊິງຊັ່ງແມ່ນໄດ້ອອກໃຫ້ພຽງເທື່ອດຽວໂດຍບໍ່ມີກໍານົດ, ສ່ວນອາຍຸຂອງການຢັ້ງຢືນການກວດຄືນແມ່ນໃຊ້ໄດ້ 01 ປີ ນັບແຕ່ມື້ກວດຄືນເປັນຕົ້ນໄປ. ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນ (16 ພຶດສະພາ 2017) ເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດການທາງລັດຖະການ (21 ມິຖຸນາ 2017) 15 ວັນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.