ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ.
ມາດຕາ 2. ທີ່ຕັ້ງ ແລະ ພາລະບົດບາດ

ໝວດທີ II - ໜ້າທີ ແລະ ຂອບເຂດສິດ

ມາດຕາ 3. ໜ້າທີ
ມາດຕາ 4 ຂອບເຂດສິດ

ໝວດທີ III - ໂຄງຮ່າງການຈັດຕັ້ງ

ມາດຕາ 5 ໂຄງປະກອບກົງຈັກ.
ມາດຕາ 6. ໂຄງປະກອບບຸກຄະລາກອນ

ໝວດທີ IV - ໜ້າທີຂອງຈຸດປະສານງານ ແລະ ການປະສານງານກັບ ຂະແໜງການ ອື່ນທີ່ກ່ຽວຂ້ອງ

ມາດຕາ 7. ໜ້າທີ່ຂອງຈຸດປະສານງານ.
ມາດຕາ 8. ການປະສານງານກັບຂະແໜງການອື່ນທີ່ກ່ຽວຂ້ອງ.

ໝວດທີ V - ແບບແຜນວິທີເຮັດວຽກ.

ມາດຕາ 9. ຈຸດສອບຖາມ ສຸຂານາໄມ ແລະ ສຸຂານາໄມພືດ ແລະ ດໍາເນີນງານ ຕາມຫຼັກການ

ໝວດທີ VI - ບົດບັນຍັດສຸດທ້າຍ

ມາດຕາ 10. ງົບປະມານ ແລະ ກາປະທັບ
ມາດຕາ 11. ການຈັດຕັ້ງປະຕິບັດ
ມາດຕາ 12 ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
.

ກະຊວງກະສິກໍາ ແລະ ປ່າໄມ້                ເລກທີ 1502/ກປ
ນະຄອນຫລວງວຽງຈັນ, ວັນທີ 23 ມິຖຸນາ 2011

ຂໍ້ຕົກລົງ
ຂອງລັດຖະມົນຕີ
ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຈຸດສອບຖາມ
ກ່ຽວກັບ ສຸຂານາໄມ ແລະ ສຸຂານາໄມພືດ

  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 148/ນຍ, ລົງວັນທີ 10/05/2007 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້.
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ່ 363/ນຍ, ລົງວັນທີ 19/08/2010 ວ່າດ້ວຍການແຈ້ງ ແລະ ການສະໜອງຂໍ້ມູນທີ່ຕິດພັນກັບການຄ້າ
  • ອີງຕາມບົດບັນທຶກກອງປະຊຸມຮ່ວມລະຫ່ວາງກະຊວງອຸດສາຫະກໍາ ແລະ ການຄ້າ ກັບກະຊວງກະສິກໍາ ແລະ ປ່າໄມ້ກ່ຽວກັບການກະກຽມເຂົ້າເປັນສະມາຊິກອົງການ ການຄ້າໂລກ ສະບັບເລກທີ 0333/ກປ, ລົງວັນທີ 10/05/2011 ແລະ ສະບັບເລກທີ 0474/ອຄ, ລົງວັນທີ 09/05/2011.

ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ.
   ຂໍ້ຕົກລົງສະບັບນີ້ ກໍານົດທີ່ຕັ້ງ, ພາລະບົດບາດ, ໜ້າທີ, ຂອບເຂດສິດ, ໂຄງປະກອບການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ ຂອງຈຸດສອບຖາມກ່ຽວກັບສຸຂານາໄມ ແລະ ສຸຂານາໄມພືດ, ເພື່ອສ້າງໃຫ້ເປັນບ່ອນສັງລວມ ແລະ ສະໜອງຂໍ້ມູນກ່ຽວກັບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຂອງ ສປປ ລາວ ແນ່ໃສ່ເຮັດໃຫ້ການຄຸ້ມຄອງ ສິນຄ້າກະສິກໍາ ໃຫ້ມີຄວາມໂປ່ງໃສ, ກະທົບຕໍ່ການຄ້າໃຫ້ໜ້ອຍທີ່ສຸດ ແລະເປັນການປະກອບສ່ວນເພື່ອປັບປຸ່ງສະພາບແວດລ້ອມ ທາງດ້ານທຸລະກິດກະສິກໍາໃຫ້ດີຂື້ນ. ຂ້າງເທິງ

ມາດຕາ 2. ທີ່ຕັ້ງ ແລະ ພາລະບົດບາດ
   ຈຸດສອບຖາມສຸຂານາໄມ ແລະ ສຸຂານາໄມພືດ ແມ່ນການຈັດຕັ້ງໜຶ່ງ ທີ່ສັງກັດຢູ່ ໃນໂຄງການປະກອບການຈັດຕັ້ງ ຂອງກົມແຜນການ ກະຊວງກະສິກໍາ ແລະ ປ່າໄມ້, ມີພາລະບົດບາດຕອບຄໍາຖາມ ແລະ ສະໜອງຂໍ້ມູນຂ່າວສານຕ່າງໆ ກ່ຽວກັບມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຄວາມສົນໃຈ ທັງພາຍໃນ ແລະ ຕ່າງປະເທດ. ຂ້າງເທິງ

ໝວດທີ II
ໜ້າທີ ແລະ ຂອບເຂດສິດ

ມາດຕາ 3. ໜ້າທີ

   3.1 ຕິດຕາມ, ສັງລວມຄໍາຖາມຈາກບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ກ່ຽວຂ້ອງ ດ້ວຍການປະສານສົມທົບ ກັບ ຈຸດປະສານງານ ເພື່ອສະໜອງຄໍາຕອບ ທີ່ສອດຄ່ອງຕາມຫລັກການພື້ນຖານ ທີ່ໄດ້ກໍານົດ ໄດ້ໃນມາດຕາ 3, 5, ແລະ 6 ຂອງດໍາລັດ ສະບັບເລກທີ 363/ນຍ, ລົງວັນທີ 19 ສິງຫາ 2010.

   3.2 ຕອບຄໍາຖາມ ແລະ ສະໜອງຂໍ້ມູນ ຈາກພາກລັດ ແລະ ເອກະຊົນທັງພາຍໃນ ແລະ ຕ່າງປະເທດດ້ວຍຄວາມໂປ່ງໃສ ຕາມກໍານົດເວລາ ທີ່ເໝາະສົມກ່ຽວກັບບັນຫາຕ່າງໆ ດັ່ງນີ້:

    ກ. ບັນດາກົດໝາຍ, ນິຕິກໍາ, ລະບຽບການດ້ານເຕັກນິກ ແລະ ມາດຕະຖານຕ່າງໆ ທີ່ກ່ຽວຂ້ອງກັບການນໍາໃຊ້ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ທີ່ຖຶກຮັບຮອງ ຫລື ປະກາດໃຊ້ຢ່າງເປັນ ທາງການ ຢູ່ພາຍໃນ ສປປ ລາວ ແລະ ຕ່າງປະເທດ.
    ຂ. ມາດຕະການຄວບຄຸມຄຸນນະພາບ ຂອງການຜະລິດ, ການກັກກັນ, ການກວດກາຢັ້ງຢືນ, ການຮັບຮອງກ່ຽວກັບຢາສັດ, ທາດເພີ່ມໃນອາຫານຄົນ ແລະ ອາຫານສັດ ແລະ ຢາປາບສັດຕູພືດ.
    ຄ. ການດໍາເນີນການປະເມີນຄວາມສ່ຽງ, ປັດໃຈທີ່ນໍາມາພິຈາລະນາລວມ ເຖິງການກໍານົດ ລະດັບຄວາມເໝາະສົມ ໃນການປ້ອງການດ້ານສຸຂານາໄມ ແລະ ສຸຂານາໄມພືດ.
    ງ. ການເຂົ້າເປັນສະມາຊິກຂອງ ສປປ ລາວ ກັບອົງການ ຈັດຕັ້ງສາກົນ ແລະ ຂົງເຂດ ຫລື ການຮ່ວມມືສອງຝ່າຍ ຫລື ຫລາຍຝ່າຍທີ່ກ່ຽວຂ້ອງກັບ ສັນຍາວ່າດ້ວຍສຸຂານາໄມ ແລະ ສຸຂານາໄມພືດ
    ຈ. ລາຍລະອຽດກ່ຽວກັບທີ່ຕັ້ງ ຂອງຈຸດສອບຖາມ, ຈຸດປະສານງານ, ບຸກຄົນ ຫລື ພະນັກງານທີ່ຮັບຜິດຊອບ ລວມເຖິງຂໍ້ມູນຕ່າງໆ ກ່ຽວກັບເອກະສານທີ່ຖຶກເຜີຍແຜ່ ຫລື ສະຖານທີ່ສາມາດຂໍເອກະສານຕ່າງໆທີ່ກ່ຽວຂ້ອງຕາຂອບຂອງຂໍ້ຕົກລົງສະບັນນີ້ກໍານົດໄວ້.

   3.3 ປະສານງານ, ຮ່ວມມືກັບໜ່ວຍງານແຈ້ງຂໍ້ມູນ ແລະ ຈຸດສອບຖາມ ສິ່ງກີດຂວາງ ດ້ານເຕັກນິກຕໍ່ການຄ້າ ໂດຍການສ້າງລະບອບ ການສ່ອງແສງລາຍງານ ຊຶ່ງກັນ ແລະ ກັນ ຢ່ງເປັນປົກກະຕິ.
   3.4 ສ້າງຖານຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ເປັນລະບົບ.
   3.5 ຈັດຝຶກອົບຮົມໃຫ້ບຸກຄະລາກອນ ຂອງຈຸດສອບຖາມ ແລະ ຈຸດປະສານງານ ເພື່ອຍົກລະດັບຄວາມຮູ້ຄວາມສາມດ ໃຫ້ສູງຂື້ນເທື່ອລະກ້າວ.
   3.6 ຄົ້ນຄ້ວາ ແລະ ສະເໜີປັບປຸງກົນໄກການປະສານງານໃຫ້ສອດຄ່ອງ ແລະ ມີປະສິດທິຜົນ
   3.7 ລາຍງານເປັນປະຈໍາ ໃຫ້ຄະນະນໍາກະຊວງກະສິກໍາ ແລະ ປ່າໄມ້ ຮັບຮູ້ກ່ຽວກັບການເຄື່ອນໄຫວຂອງຈຸດສອບຖາມ.
   3.8 ຊຸກຍູ້ຜູ້ປະກອບການ ໃນການນໍາໃຊ້ຂໍ້ມູນ ແລະ ມາດມຕະຖານຕ່າງໆ ເພື່ອພັດທະນາການຜະລິດ ແລະ ສົ່ງອອກ ໃຫ້ມີຄວາມປອດໄພ ຖືກຕາມເງື່ອນໄຂ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ຂອງຕະຫລາດຕ່າງປະເທດ, ພ້ອມທັງເປັນເຈົ້າການ ເພື່ອສະໜອງຂໍ້ມູນໃຫ້ແກ່ນັກຄົນຄວ້າ ເພື່ອສືກສາຜົນກະທົບ ຂອງການນໍາໃຊ້ ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ໃນແຕ່ລະໄລຍະ.
   3.9 ປະຕິບັດໜ້າທີ່ອື່ນໆ ຕາມການຕົກລົງ ແລະ ມອບໝາຍຈາກຂັ້ນເທິງ. ຂ້າງເທິງ

ມາດຕາ 4. ຂອບເຂດສິດ

   4.1 ຄຸ້ມຄອງພະນັກງານ, ຈັດຕັ້ງເພື່ອແບ່ງຄວາມຮັບຜິດຊອບ ຕາມຄວາມຮູ້ຄວາມສາມາດຂອງພະນັກງນຂອງຕົນ.
   4.2 ຕິດຕໍ່ພົວພັນໂດຍກົງກັບໜ່ວຍງນແຈ້ງຂໍ້ມນ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ແລະ ສີ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ແລະ ເຮັດວຽກຢ່າງໄກ້ສິດກັບ ຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ.
   4.3 ຕິດຕໍ່ພົວພັນໂດຍກົງກັບພາກສ່ວນກ່ຽວຂ້ອງດ້ານສຸຂານາໄມ ແລະ ສຸຂານາໄມພືດ ທັງພາຍໃນ ແລະ ຕ່າງປະເທດ.
   4.4 ມີສິດສະໜອງຂໍ້ມູນ ກ່ຽວກັບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ໃຫ້ແກ່ພາກສ່ວນທີ່ຕ້ອງການ.
   4.5 ຊີ້ນໍາ ແລະ ຄົ້ນຄ້ວາຫາຄໍາຕອບ ຈາກຈຸດປະສານງານ ທີ່ຕັ້ງຂື້ນຢູ່ພາຍໃນກົມກ່ຽວຂ້ອງ ແລະ ຈາກຂະແໜງການອື່ນ ທີ່ກ່ຽວຂ້ອງກັບການນໍາໃຊ້ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ທັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມການແບ່ງຄວາມຮັບຜິດຊອບ.
   4.6 ເກັບຄ່າບໍລິການ ກ່ຽວກັບການສະໜອງຂໍ້ມູນຂ່າວສານ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ເຊັ່ນ: ຄ່າພິມ, ສໍາເນົາ, ຈັດສົ່ງເອກະສານ ຫລື ຄ່າບໍລິການອື່ນໆ ທີ່ກ່ຽວກັບການສະໜອງຂໍ້ມູນ ຕາມທີ່ກໍານົດໄວ້ ໃນລະບຽບການສະເພາະ ໃນແຕ່ລະໄລຍະ ທີ່ບໍ່ຂັດກັບ ລະບຽບກົດໝາຍ ຂອງ ສະປປ ລາວ.
   4.7 ເຂົ້າຮ່ວມກອງປະຊຸມ, ສໍາມະນາ ຫລື ການຈັດຝຶກອົບຮົມ ດ້ານວິຊາການ ທີ່ຕິດພັນກັບ ວຽກງນການ ສອບຖາມ ຫລື ການແຈ້ງຂໍ້ມູນກ່ຽວກັບ ສຸຂານາໄມ ແລະ ສຸຂານາໄມພືດ.
   4.8 ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານ ກ່ຽວກັບການນໍາໃຊ້ ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ຂອງ ສປປ ລາວ ແລະ ສາກົນ ໃຫ້ແກ່ ສາທາລະນາຊົນຮັບຊາບ ຕາມຂອບເຂດຄວາມຮັບຜິດຊອບຂອງຜົນ.
   4.9 ສະເໜີບັນຫາຕ່າງໆ ພ້ອມວິທີແກ້ໄຂ ກ່ຽວກັບ ຄວາມຮັບຜິດຊອບ ຂອງຕົນ ຕໍ່ຂັ້ນເທິງ
   4.10 ຕັດສິນບັນຫາ, ລົງຄວາມເຫັນ ແລະ ຢັ້ງຢືນເອກະສານ ທີ່ກ່ຽວກັບພາລະບົດບາດ, ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຈຸດ ປະສານງານ. ຂ້າງເທິງ

ໝວດທີ III
ໂຄງຮ່າງການຈັດຕັ້ງ

ມາດຕາ 5. ໂຄງປະກອບກົງຈັກ.
   ຈຸດສອບຖາມ ສຸຂານາໄມ ແລະ ສຸຂານາໄມພືດ ມີໂຄງປະກອບກົງຈັກ ທີ່ຊັດເຈນ ມີການແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະບຸກຄົນ ຫລື ທີມງານຂອງຕົນຢ່ງຊັດເຈນ.
   ຈຸດສອບຖາມຕ້ອງມີຈຸດປະສານງານກັບ ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້, ກົມອາຫານ ແລະ ຢາກະຊວງສາທາລະນະສຸກ ແລະ ຂະແໜງການທີ່ກ່ຽວຂ້ອງອື່ນ. ຂ້າງເທິງ

ມາດຕາ 6. ໂຄງປະກອບບຸກຄະລາກອນ
   ຈຸດສອບຖາມ ປະກອບດ້ວຍບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດ ໃນການໃຊ້ພາສາຕ່າງປະເທດເຊັ່ນ: ຝຣັ່ງ ຫລື ອັງກິດ, ຮູ້ປະສານງານ ແລະ ຕອນຄໍາຖາມ ກ່ຽວກັບ ມາດຕະການສຸຂານາໄມ ໃນກົມແຜນການ ກະຊວງກະສິກໍາ ແລະ ປ່າໄມ້ ຄົ້ນຄວ້າ ໂຄງປະກອບບຸກຄະລາກອນ ຂອງຈຸດສອບຖາມ ແລະ ສະເໜີຕໍ່ລັດຖະມົນຕີວ່າການ ແຕ່ງຕັ້ງຢ່າງເປັນທາງການ. ຂ້າງເທິງ

ໝວດທີ IV
ໜ້າທີຂອງຈຸດປະສານງານ ແລະ ການປະສານງານກັບ ຂະແໜງການ ອື່ນທີ່ກ່ຽວຂ້ອງ

ມາດຕາ 7. ໜ້າທີ່ຂອງຈຸດປະສານງານ.

   7.1 ສັງລວມ, ຄົ້ນຄ້ວາ ເພື່ອຕອບຄໍາຖາມ ແລະ ລາຍງານ ກ່ຽວກັບມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ທີ່ກໍາລັງມີຜົນບັງຄັບໃຊ້ຢູ່ ຫລື ມາດຕະການທີ່ກໍາລັງຮ່າງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ແກ່ຈຸດສອບຖາມ ແລະ ໜ່ວຍງານແຈ້ງຂໍ້ມູນ.
   7.2 ລາຍງານຂໍ້ມູນ ຂອງສິນຄ້າກະສິກໍາ ຫລື ອາຫານທີ່ກ່ຽວຂ້ອງກັບການຄ້າ ໃຫ້ແກ່ຈຸດສອບຖາມ.
   7.3 ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ການຝຶກອົບຮົມ ຫລື ການໂຄສະນາກ່ຽວກັບການຮັບ, ການຕອບ ຄໍາຖາມ ຫລື ການແຈ້ງຂໍ້ມູນດ້ານສຸຂານາໄມ ແລະ ສຸຂານາໄມພືດ.
   7.4 ສະເໜີຂໍການຊ່ວຍເຫລືອ ຫລື ການສະນັບສະໜູນ ທາງດ້ານວິຊາການຈາກຈຸດສອບຖາມ ແລະ ຈາກແຫລ່ງອື່ນໆ.
   7.5 ຊ່ວຍຄະນະກໍາມະການ ກົດລະຫັດອາຫານແຫ່ງຊາດ ໃນການກໍານົດ ມາດຕະຖານແຫ່ງຊາດ ທີ່ກ່ຽວຂ້ອງກັບ ຄວາມປອດໄພ ຈາກສານຕົກຄ້າງ ໃນອາຫານຄົນ, ອາຫານສັດ, ຜະລິດຕະພັນສິນຄ້າ ກະສິກໍາລວມເຖິງການກໍານົດ ລະດັບການປ້ອງກັນ ດ້ານສຸຂານາໄມ ແລະ ສຸຂານາໄມພືດ ທີ່ເໝາະສົມ.
   7.6 ກົມແຜນການເປັນໃຈກາງ ປະສານສົມທົບກັບກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ລວມທັງ ກົມອາຫານ ແລະ ຢາ ສາທາລະນະສຸກ ເພື່ອຈັດຕັ້ງເຄື່ອນໄຫວວຽກງານຂອງຈຸດປະສານງານ ສຸຂານາໄມ ແລະ ສຸຂານາໄມພືດ ໃຫັໄດ້ຮັບຜົນດີ. ຂ້າງເທິງ

ມາດຕາ 8. ການປະສານງານກັບຂະແໜງການອື່ນທີ່ກ່ຽວຂ້ອງ.

   8.1 ຈຸດສອບຖາມ ໄດ້ປະສານສົມທົບຢ່າງໄກ້ສິດ ກັບໜ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຊຶ່ງຕັ້ງຢູ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຮັບປະກັນໃຫ້ຂໍ້ມູນ ກ່ຽກັບ ການນໍາໃຊ້ ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຂອງ ສປປ ລາວ ຖຶກເຜີຍແຜ່ຕໍ່ອົງການການຄ້າໂລກ ຫລື ອົງການຈັດຕັ້ງສາກົນ ຮັບຊາບ.
   8.2 ໃນການປະສານງານກັບອົງການວິທະຍາດສາດ ແລະ ເຕັກໂນໂລຊີ ແຫ່ງຊາດນັ້ນໃຫ້ຖືເອົາຈຸດສອບຖາມສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ເປັນບ່ອນປະສານງານ ເພື່ອແລກປ່ຽນບົດຮຽນ ໃນການຄຸ້ມຄ້ອງຂໍ້ມຸນ ຫລື ຮັບຕອບຄໍາຖາມຕ່າງໆ ຂອງບຸກຄົນ ນິຕິບຸກຄົນ ຫລື ການຈັດຕັ້ງ ພາຍໃນ ແລະ ຕ່າງປະເທດໃຫ້ຖຶກຕ້ອງວ່ອງໄວ ແລະ ຫລີກເວັ້ນການເຮັດວຽກຊ້ໍາຊ້ອນກັນ.
   8.3 ສໍາລັບ ການປະສານງານ ກັບຂະແໜງການຕົນ ໃນລະດັບທ້ອງຖິ່ນ ແລະ ຂະແໜງອື່ນໆ ທີ່ກ່ຽວຂ້ອງ ນອກຈາກສອງຂະແໜງການ ທີ່ກ່າວມາຂ້າງເທິງນັ້ນແລ້ວ, ໃຫ້ຈຸດສອບຖາມຕິດຕາມ, ພັດທະນາ ແລະ ສ້າງກົນໄກປະສານງານ ກັບຂະແໜງການອື່ນ ທີ່ເຫັນວ່າມີການພົວພັນເຖິງການຮັບ, ການຕອບຄໍາຖາມ ກ່ຽວກັບມາດຕະການ ສຸຂານາໄມ ແລະ ສຸຂານາໄມພືດ ຂອງຕົນ ຕາມຄວາມຈໍາເປັນໃນແຕ່ລະໄລຍະ.
   8.4 ການປະສານ ກັບຂະແຫນງການອື່ນທີ່ກ່ຽວຂ້ອງ ແມ່ນມີຈຸດປະສົງເພື່ອຕິດຕາມ ແລະໃຫ້ຮູ້ກ່ຽວກັບການສ້າງ, ການປ່ຽນແປງ ແລະ ປັບປຸງ ບັນດານິຕິກໍາທີ່ພົວພັນກັບ ມາດຕະຖານ ສຸຂານາໄມ ແລະ ສຸຂານາໄມພືດ ຢູ່ໃນຄວາມຮັບຜິດຊອບ ຂອງແຕ່ລະຂະແໜງການ ໃຫ້ສາມາຮັບໃຊ້ຕອບຄໍາຖາມຫລື ສະໜອງຂໍ້ມູນ ຂອງຈຸດສອບຖາມ ໃຫ້ມີປະສິດທິຜົນດີ ແລະ ເປັນບ່ອນຊ່ວຍສົ່ງຄໍາຖາມຄືນໃຫ້ແກ່ຈຸດສອບຖາມ ໃນກໍລະນີທີ່ໄດ້ຮັບຄໍາຖາມ ໂດຍກົງຈາກເຈົ້າຂອງຄໍາຖາມ. ຂ້າງເທິງ

ໝວດທີ V
ແບບແຜນວິທີເຮັດວຽກ.

ມາດຕາ 9. ຈຸດສອບຖາມ ສຸຂານາໄມ ແລະ ສຸຂານາໄມພືດ ແລະ ດໍາເນີນງານ ຕາມຫຼັກການ ດັ່ງນີ້:

   9.1 ປະຕິບັດຫຼັກກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ ສົມທົບກັບການປະຕິບັດລະບອບ ຫົວໜ້າດຽວ ຕາມລະບົບແບ່ງຂັ້ນຄຸ້ມຄອງ ບົນພື້ນຖານມີການແບ່ງງານກັນຢ່າງລະອຽດ ຈະແຈ້ງໃນໝູຄະນະ.
   9.2 ຫົວໜ້າກົມແຜນການມີຄວາມຮັບຜິດຊອບໂດຍກົງຕໍ່ຄະນະຈຸດສອບຖາມສຸຂານາໄມ ແລະ ສຸຂານາໄມພືດ ກະຊວງກະສິກໍາ ແລະ ປ່າໄມ້ກ່ຽວກັບຜົນສໍາເລັດ ແລະ ຂໍ້ຂາດຕົກບົກຜ່ອງໃນການຈັດຕັ້ງ ປະຕິບັດໜ້າທີ່ການເມືອງຂອງຕົນ, ຮອງຫົວໜ້າກົມແຜນການມີໜ້າທີ່ຊ່ວຍວຽກ ແລະ ລົງເລິກຮັບຜິດຊອບ ວຽກງານໃດໜື່ງ ຕາມການແບ່ງງານ ແລະ ມອບໝາຍຂອງຫົວໜ້າກົມແຜນການ.
   9.3 ພົວພັນ ແລະ ປະສານສົມທົບກັບບັນດາ ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ຈຸດປະສານງານຕ່າງໆ ທີກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດວຽກງານໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້.
   9.4 ຈຸດສອບຖາມສາມາດຂໍຂໍ້ມູນ ທັງສອບຖາມໂດຍກົງ ຫລື ເປັນຕົວແທນ ໃຫ້ແກ່ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ ຕາມການຮ້ອງຂໍ ກ່ຽວກັບ ມາດຕະການດ້ານສຸຂານາໄມ ແລະ ສຸຂານາໄມພືດ ຈາກອົງການ ຈັດຕັ້ງສາກົນ ຫລື ຈາກປະເທດອື່ນໆ ທີກໍາລັງນໍາໃຊ້.
   9.5 ການຮັບຄໍາຖາມ, ການຕອບຄໍາຖາມ, ການຂໍຂໍ້ມູນ, ການສະໜອງຂໍ້ມູນ ແລະ ປະສານງານກັບ ຈຸດປະສານງານອື່ນທີ່ກ່ຽວຂ້ອງ, ມີການບັນທຶກ ເຂົ້າໃນລະບົບຮັບຄໍາຖາມ, ຄົ້ນຄວ້າເພື່ອໃຫ້ຄໍາຕອບໃນກໍລະນີທີ່ເຫັນວ່າຄໍາຖາມ ທີ່ຈຸດສອບຖາມບໍ່ສາມາດຕອບໄດ້ ຕ້ອງສົ່ງຄໍາຖາມດັ່ງກ່າວໄປໃຫ້ຈຸດປະສານງານທີ່ກ່ຽວຂ້ອງ ຢ່າງເປັນລາຍລັກອັກສອນ ພ້ອມທັງກໍານົດເວລາໃຫ້ສົ່ງຄໍາເຫັນ ຢ່າງຊ້າບໍ່ໃຫ້ກາຍ 5 ວັນ ນັບແຕ່ມື້ທີ່ຈຸດສອບຖາມ ມີຄໍາຕອບ ຫລື ໄດ້ຮັບຄວາມເຫັນ ຈາກຈຸດປະສານງານກ່ຽວຂ້ອງແລ້ວ.
   9.6 ປະຕິບັດລະບອບປະຊຸມ, ສ່ອງແສງລາຍງານປະຈໍາອາທິດ, ປະຈໍາເດືອນ, 3 ເດືອນ, 6 ເດືອນ ແລະ ປະຈໍາປີ, ສະຫລຸບສັງລວມ ສະພາບດານຮອບດ້ານເພື່ອນລາຍງານໃຫ້ຂັ້ນເທິງຊາບຕາມເວລາທີ່ໄດ້ກໍານົດໄວ້. ຂ້າງເທິງ

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 10. ງົບປະມານ ແລະ ກາປະທັບ
   ຈຸດສອບຖາມສຸຂານາໄມ ແລະ ສຸຂານາໄມພືດ ມີງົບປະມານ, ກາປະທັບຂອງກົມແຜນການ ເພື່ອຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານທາງລັດຖະບານ. ຂ້າງເທິງ

ມາດຕາ 11. ການຈັດຕັ້ງປະຕິບັດ
   ກົມແຜນການ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນໃຈກາງການເຜີຍແຜ່ ຂໍ້ຕົກລົງສະບັບນີ້ ໃຫ້ອົງການຈັດຕັ້ງທີ່ຄຸ້ມຄອງ ວຽກງານສຸຂານາໄມ ແລະ ສຸຂານາໄມພືດ ຮັບຊາບ ແລະ ເປັນເຈົ້າການປະສານງານກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຢ່າງເຂັມງວດ. ຂ້າງເທິງ

ມາດຕາ 12. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນໍາໃຊ້ໄດ້ ນັບຕັ້ງແຕ່ວັນລົງລາຍເຊັນ ເປັນຕົ້ນົປ. ຂ້າງເທິງ

ລັດຖະມົນທີວ່າການກະຊວງກະສິກໍາ ແລະ ປ່າໄມ້.
ສີຕາເຮັ່ງ ຣາຊະພົນ


ການອະທິບາຍສັບ

ກ່ຽວກັບວຽກງານສຸຂານາໄມ ແລະ ສຸຂານາໄມພືດ

  • ຂໍ້ມູນສຸຂານະໄມ ແລະ ສຸຂານາໄມພືດ ແມ່ນ ນິຕິກໍາທີ່ຮັບຮອງ ຫລື ກໍາລັງຮ່າງ ຂອງ ສປປ ລາວ ຫລື ຂອງຕ່າງປະເທດທີ່ແນ່ໃສ່ຮັກສາສຸຂະພາບ ແລະ ຊີວິດການເປັນຢູ່ຂອງຄົນ, ສັດ ແລະ ພືດ
  • ຂັ້ນຕອນໃນການຄວບຄຸມ, ກວາກາການຜະລິດ, ການປ້ອງກັນ ແລະ ການອະນຸມັດກ່ຽວກັບ ທາດເພີ່ມໃນອາຫານ, ລະດັບຂັ້ນຕອນທີ່ອະນຸຍາດ ຂອງສານເຄມີທີ່ຕົກຄ້າງ.
  • ວິທີການ ແລະ ປັດໃຈ ທີ່ນໍາໃຊ້ໃນການປະເມີນຄວາມສ່ຽງ.
  • ການກໍານົດ ກ່ຽວກັບ ລະດັບການປົກປ້ອງ ດ້ານສຸຂານາໄມ ແລະ ສຸຂານໄມພືດ ທີ່ເໝາະສົມ
  • ເປັນສະມາຊິກ ແລະ ເຂົ້າຮ່ວມຂອງ ສປປ ລາວ ໃນສັນຍາ ຫລື ຂໍ້ຕົກລົງ ໃນຂອບເຂດສອງຝ່າຍ, ຫລາຍຝ່າຍ ຫລື ພາກພື້ນ ທີ່ຕິດພັນກັບວຽກສຸຂານາໄມ ແລະ ສຸຂານາໄມພືດ ແລະ ການປະຕິບັດສັນຍາ ດັ່ງກ່າວ.
  • ມາດຕະຖານ, ຂໍ້ກໍານົດ ແລະ ຄໍາແນະນໍາ ຂອງຄະນະກໍາມະທິການ ກົດລະຫັດ ອາຫານສາກົນ ອົງການສຸຂະພາບສັດສາກົນ, ອົງການສົນທິສັນຍາ ປ້ອງກັນພືດສາກົນ ແລະ ຂອງອົງການຈັດຕັ້ງອື່ນ ທີ່ຕິດພັນກັບ ສຸຂະພາບຄົນ, ສັດ ແລະ ພືດ.
  • ຊື່ ແລະ ທີ່ຢູ່ ເພື່ອຕິດຕໍ່ ຈຸດສອບຖາມຂໍ້ມູນ ສຸຂານາໄມ ແລະ ສຸຂານາໄມພືດ.
  • ຊື່ ອລະ ທີ່ຢູ່ ເພື່ອຕິດຕໍ່ ຈຸດສອບຖາມຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ຂອງຕ່າງປະເທດ, ສຸຂານາໄມ ໝາຍເຖິງ ຄວາມສະອາດທາງດ້ານ ສຸຂາອະນາໄມ ແລະ ຄວາມປອດໄພ ກ່ຽວກັບສານຕົກຄ້າງ ແລະ ພະຍາດ ທີ່ມີຜົນເສຍຫາຍທາງດ້ານສຸຂະພາບຂອງຄົນ ແລະ ສັດ.
  • ສຸຂານາໄມ ໝາຍເຖິງ ພືດ, ຜະລິດຕະພັນຈາກພືດ ໃຫ້ມີຄວາມສະອາດ ແລະ ປອດໄພ ທີ່ເກີດມາຈາກຢາປາບສັດຕູພືດ ແມງໄມ້ ສັດຕູພືດ ແລະ ພະຍາດພືດ.
  • ສຸຂານາໄມພືດ ໝາຍເຖິງ ພືດ, ຜະລິດຕະພັນຈາກພືດ ໃຫ້ມີຄວາມສະອາດ ແລະ ປອດໄພທີ່ເກີດມາຈາຢາປາບສັດຕູພືດ, ແມງໄມ້ສັດຕູພືດ ແລະ ພະຍາດພືດ.
  • ມາດຕະການ ໝາຍເຖິງກົດໝາຍ, ດໍາລັດ, ລະບຽບການ, ຄໍາສັ່ງແນະນໍາ, ມາດຖະການ, ແຈ້ງການ, ຂໍ້ກໍານົດການດໍາເນີງານໃນການຄວບຄຸມ ແລະ ກວດກາ ລວມທັງມາດຖານການຜະລິດ, ມີການກວດຢັ້ງຢືນເພື່ອຮັບຮອງຄຸນນະພາບ ແລະ ສຸຂານາໄມ, ການກັກກັນ, ການກໍານົດ ວິທີການ ຂົນສົ່ງພືດ ແລະ ສັດ, ການລາຍງານ ແລະ ເກັບກໍາສະຖິຕິ, ຂັ້ນຕອນການເກັບຕົວຢ່າງ, ວິທີການປະເມີນຄວາມສ່ຽງ, ເງື່ອນໄຂ ສໍາລັການຫຸ່ມຫໍ ແລະ ການຕິດກາໝາຍ ທີ່ຕິດພັນກັບຄວາມປອດໄພ ຂອງອາຫານ ແລະ ຜະລິດຕະພັນພືດ ແລະ ສັດ.
  • ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ໝາຍເຖິງ ມາດຕະການຕ່າງໆຂອງລັດຖະບານທີ່ສ້າງຂື້ນ ເພື່ອປົກປ້ອງຊີວິດ ຫລື ສຸຂະພາບຂອງຄົນ, ສັດ ແລະ ພືດ ຈາກຄວາມສ່ຽວທີ່ອາດເກີດຈາການນໍາເຂົ້າ ສົ່ງອອກສິນຄ້າກະສິກໍາ ແລະ ອາຫານ ຊື່ງປະກອບມີ:
  • ຄວາມສ່ຽງເກີດຂື້ນຈາກພະຍາດພືດ, ພະຍາດສັດ ແລະ ພະຍາດສັດຕິດຕໍ່ສູ່ຄົນ.
  • ຄວາມສ່ຽງ ໃນການນໍາໃຊ້ ສານປະສົມ ໃນອາຫານສັດ ທີ່ເກີນອັດຕາສ່ວນທີ່ຄວນໃຊ້ ຢາປາບສັດຕູພືດ, ຢາຂ້າແມງໄມ້ ແລະ ສານພິດທີ່ອາດປົນເປື້ອນໃນ ອາຫານ ແລະ ເຄື່ອງດື່ມ,
  • ຄວາມສ່ຽງຈາກສັດ, ພືດ ຫລື ຜະລິດຕະພັນທີ່ອາດເປັນພາຫະນໍາເຊື້ອພະຍາດຂອງ, ສັດ ແລະ ພືດ ເຂົ້າ-ອອກ ປະເທດ.
  • ຄວາມສ່ຽງຈາກແມງໄມ້ສັດຕູພືດ.
  • ຈຸດສອບຖາມ ກ່ຽວກັບສຸຂານາໄມ ແລະ ສຸຂານາໄມພືດ ໝາຍເຖິງການຈັດຕັ້ງຂອງລັດທີ່ຖືກສ້າງຕັ້ງຂື້ນ ໂດຍກະຊວງກະສິກໍາ ແລະ ປ່າໄມ້ ທີ່ຖຶກມອບໝາຍ ໃຫ້ຮັບຜິດຊອບ ຕອບຄໍາຖາມ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ການຄຸ້ມຄອງ ແລະ ກວດກາທີ່ນໍາໃຊ້ ມາດຕະການດ້ານສຸຂານາໄມ ແລະ ຂຸສານາໄມ ພືດ ໃຫ້ແກ່ບຸກຄົນ, ນິຕິບຸກຄົນ, ທັງພາກລັດ ແລະ ເອກະຊົນ ຢູ່ພາຍໃນ ແລະ ຕ່າງປະເທດ.
  • ຈຸດປະສານງານ ໝາຍເຖິງການຈັດຕັ້ງຂອງລັດ ທີ່ສ້າງຂື້ນ ໂດຍກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກໍາ ແລະ ປ່າໄມ້, ແລະໂດຍກົມອາຫານ ແລະ ຢາກະຊວງ ສາທາລະນະສຸກ ທີ່ຖືກ ມອບໝາຍໃຫ້ຊ່ວຍຈຸດສອບຖາມ.
  • ຂະແໜງການອື່ນທີ່ກ່ຽວຂ້ອງ ໝາຍເຖິງ ໝ່ວຍງານແຈ້ງຂໍ້ມູນສຸຂານາໄມ ແລະ ສຸຂານາໄມພືດ ແລະ ສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງກະຊວວງ ອຸດສາຫະກໍາ ແລະ ການຄ້າ ແລະ ຈຸດສອບຖາມ ສິ່ງກີດຂວາງດ້ານເຕັກນິກ ທາງການຄ້າ ຂອງອົງການວິທະຍາສາດ ແລະ ເຕັກໂນໂລຢີແຫ່ງຊາດ ແລະ ບັນດາຂະແໜງການອື່ນໆ ຂອງສູນກາງ ແລະ ທ້ອງຖິ່ນ ທີ່ພົວພັນກັບການນໍາໃຊ້ ມາດຕະການສຸຂານາໄມ ແລະ ສຸຂານາໄມພືດ.
  • ຄວາມໂປ່ງໃສ ໝາຍເຖິງການເປີດເຜີຍ ຫລື ແຈ້ງໃຫ້ຊາບ ຢ່າງບໍ່ປິດບັງ ກ່ຽວກັບ ຂໍ້ມູນຂ່າວສານ ຂອງບັນດາມາດຕະການສຸຂານາໄມ ແລະ ສຸຂານາໄມ ພືດ ທີ່ ສປປ ລາວ ກໍາລັງສ້າງ, ຖືກຮັບຮ້ອງ ແລະ ປະກາດໃຊ້ ໃຫ້ແກ່ສາທາລະນະຊົນ, ອົງກາຈັດຕັ້ງ ແລະ ຜູ້ປະກອບການທັງຢູ່ພາຍໃນ ແລະ ຕ່າງປະເທດຮັບຮູ້ ແລະ ຄາດຄະນາໄດ້.
  • ການປະເມີນຄວາມສ່ຽງ ໝາຍເຖິງການປະເມີນຄວາມເປັນໄປໄດ້ຂອງການເຂົ້າມາ, ການເກີດ ແລະ ການແຜ່ລະບາດ ຂອງພະຍາດຄົນ, ພະຍາດສັດ, ພະຍາດສັດສູ່ຄົນ ແລະ ຜົນກະທົບ ຕໍ່ສຸຂະພາບຂອງຄົນ ແລະ ສັດ ໃນການນໍາໃຊ້ທາດເພີ່ມ ໃສ່ອາຫານຄົນ, ອາຫານສັດ, ສານຕົກຄ້າງ ໃນການຜະລິດຕະພັນກະສິກໍາ, ສິ່ງປົນເປື້ອນ, ສານພິດໃນເຄື່ອງດື່ມ ແລະ ໃນອາຫານສັດ ທັງທີ່ມີຢູ່ໃນ ສປປ ລາວ ຫລື ອາດເກີດຂື້ນ ຍ້ອນການນໍາເຂົ້າ ຫລື ສົ່ງອອກ ຊື່ງອາດມີຜົນກະທົບທາງລົບຕໍ່ ຊີວະນາໆພັນ ຫລື ເສດຖະກິດຂອງຊາດ ທີ່ຈໍາເປັນຕ້ອງນໍາໃຊ້ ມາດຕະການສຸຂານາໄມ ແລະ ສຸຂານາໄມ ພືດ ເພື່ອຄຸ້ມຄອງ ແລະ ກວດກາ.
  • ລະດັບການປົກປ້ອງດ້ານສຸຂານາໄມ ຫລື ສຸຂານາໄມພືດ ທີ່ເໝາະສົມ ແມ່ນລະດັບ ທີ່ກໍານົດຂື້ນໂດຍອົງການຄຸ້ມຄອງວຽກງານ ກະສິກໍາ ແລະ ປ່າໄມ້ ແລະ ສາທາລະນາະສຸກຂອງ ສປປ ລາວ ເຊັ່ນ: ລະດັບສານຕົກຄ້າງ ຈາກຢາປາບສັດຕູພືດ ປະລິມານທາດເພີ່ມໃນອາຫານ, ສານຕົກຄ້າງຢາປົວສັດ,ຈໍານວນເຊື້ອຈຸລິນຊີ ແລະ ອື່ນໆໃນອາຫານ, ເຄື່ອງດື່ມ ແລະ ຜະລິດຕະພັນກະສິກໍາ ເພື່ອປົກປ້ອງ ຊີວິດ ຫລື ສຸຂະພາບຂອງຄົນ, ສັດ ແລະ ບໍ່ໃຫ້ເປັນອັນຕະລາຍຈາການຊົມໃຊ້. ຂ້າງເທິງ
# ຫົວຂໍ້ ດາວໂຫຼດ
1 Decision on the Organization and Operation of Sanitary and Phytosanitary Enquiry Point No. 1502/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຈຸດສອບຖາມ ກ່ຽວກັບ ສຸຂານາໄມ ແລະ ສຸຂານາໄມພືດ ເລກທີ 1502/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.