ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ         ເລກທີ  0280/ອຄ.ກນຄຕ
ນະຄອນຫຼວງວຽງຈັນ, ວັນທີ  27 ກຸມພາ 2017

ບົດແນະນຳ

ກ່ຽວກັບການຈັດຕັ້ງປະຕິບັດບາງມາດຕາ ຂອງສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງ
ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ

  • ອີງຕາມດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ, ສະບັບເລກທີ: 522/ນຍ, ລົງວັນທີ: 23 ທັນວາ 2011.
  • ອີງຕາມສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ສະບັບລົງວັນທີ 27 ມິຖຸນາ 2015.

ເພື່ອເຮັດໃຫ້ເນື້ອໃນຂອງສັນຍາວ່າດ້ວຍການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງສສຫວຽດນາມໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງແລະມີປະສິດທິຜົນ,ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າອອກບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດບາງມາດຕາຂອງການໃຫ້ສິດພິເສດຈາກ ສສຫວຽດນາມ ແລະ ພັນທະທີ່ ສປປ ລາວ ຕ້ອງປະຕິບັດ ຄືດັ່ງນີ້:

I. ສິດພິເສດທີ່ຫວຽດນາມໃຫ້ແກ່ລາວ
ສິດພິເສດດ້ານການຄ້າທີ່ຝ່າຍຫວຽດນາມ ໃຫ້ແກ່ຝ່າຍລາວ ມີ 03 ລະດັບ ດັ່ງນີ້:

1. ລະດັບເມືອງຊາຍແດນ:
ມາດຕາ 5.4 ຂອງສັນຍາການຄ້າຊາຍແດນລາວ-ຫວຽດນາມ ໄດ້ກໍານົດວ່າ: ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກຳທີ່ປູກໂດຍປະຊາຊົນທີ່ອາໄສຢູ່ຕາມເມືອງຊາຍແດນຂອງ ສປປ ລາວ ແລະ ໄດ້ຮັບການຢັ້ງຢືນໂດຍເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງລາວ, ລວມທັງການຢັ້ງຢືນສຸຂານາໄມ-ສຸຂານາໄມພືດ ແລະ ສັດ ແມ່ນຕ້ອງໄດ້ຮັບການຍົກເວັ້ນພາສີນຳເຂົ້າ ແລະ ອາກອນອື່ນໆ ເວລານຳເຂົ້າໄປຫວຽດນາມ ແລະ ບໍ່ຕ້ອງຂໍໃບອະນຸຍາດນໍາເຂົ້າຕ່າງໆ, ບໍ່ຕ້ອງຜ່ານການກວດກາສຸຂານາໄມ-ສຸຂານາໄມພືດ ແລະ ສັດ, ມາດຕະການເຕັກນິກ ແລະ ກວດກາຄວາມປອດໄພດ້ານອາຫານ, ຍົກເວັ້ນໃນກໍລະນີທີ່ມີການແຈ້ງເຕືອນຂອງເຈົ້າໜ້າທີ່ຝ່າຍໃດຝ່າຍໜຶ່ງຂອງຄູ່ສັນຍາກ່ຽວກັບຄວາມສ່ຽງຂອງສິນຄ້າສະ ເພາະໃດໜຶ່ງ.  

2. ລະດັບແຂວງຊາຍແດນ:
    ມາດຕາ 7 ຂອງສັນຍາການຄ້າຊາຍແດນລາວ-ຫວຽດນາມ ໄດ້ກໍານົດວ່າ:
1, ສິນຄ້າກະສິກຳທີ່ຜະລິດ ແລະ ຍັງບໍ່ທັນປຸງແຕ່ງ, ສັດທີ່ລ້ຽງ ແລະ ພືດອຸດສາຫະກໍາທີ່ປູກໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຕ້ອງໄດ້ຮັບການຍົກເວັ້ນອັດຕາພາສີນຳເຂົ້າ ແລະ ອາກອນມູນຄ່າເພີ່ມ ເມື່ອນຳເຂົ້າຫວຽດນາມ ຕາມທີ່ໄດ້ລະບຸຢູ່ເອກະສານຊ້ອນທ້າຍ 02 ຂອງສັນຍາ.
2, ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກໍາທີ່ປູກໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຕ້ອງໄດ້ຮັບການຍົກເວັ້ນອັດຕາພາສີຂາເຂົ້າເມື່ອນຳເຂົ້າຫວຽດນາມ ຕາມທີ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ 03 ຂອງສັນຍາ.
3, ສິນຄ້າທີ່ຜະລິດ, ສັດທີ່ລ້ຽງ ແລະ ພືດອຸດສາຫະກໍາທີ່ປູກໂດຍປະຊາຊົນ ແລະ ນັກທຸລະກິດ ທີ່ອາໄສຢູ່ແຂວງຊາຍແດນຂອງ ສປປ ລາວ ພາຍໃຕ້ການລົງທຶນຂອງນັກລົງທຶນຫວຽດນາມ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງແຕ່ລະຝ່າຍ ຕ້ອງບໍ່ມີການຈຳກັດໂກຕາ ແລະ ການອະນຸຍາດນຳເຂົ້າອື່ນໆ ເມື່ອນຳເຂົ້າຫວຽດນາມ.

3. ລະດັບທົ່ວປະເທດ:
ຂໍ້ 1 ຂອງມາດຕາ 6 ໄດ້ກໍານົດວ່າ: ຫວຽດນາມ ຕ້ອງໃຫ້ບູລິມະສິດອັດຕາພາສີ 0% ແກ່ສິນຄ້າທີ່ມີແຫຼ່ງກໍາເນີດຈາກ ສປປ ລາວ ທີ່ໄດ້ລະບຸຢູ່ໃນເອກະສານຊ້ອນທ້າຍ 01 ຂອງສັນຍາ. ເຈົ້າໜ້າທີ່ການຄ້າຂອງ ສປປ ລາວ ຕ້ອງອອກໃບຢັ້ງຢືນແຫຼ່ງກຳເນີດ ສຳລັບສິນຄ້າທີ່ນຳເຂົ້າໄປຫວຽດນາມ.
ທຸກແຂວງຂອງ ສປປ ລາວ ລວມທັງນະຄອນຫຼວງວຽງຈັນ ລ້ວນແຕ່ສາມາດນໍາໃຊ້ສິດພິເສດທີ່ຝ່າຍຫວຽດນາມໃຫ້ແກ່ຝ່າຍລາວ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂອງມາດຕາ 6.
ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ເປັນຜູ້ອອກໃບຢັ້ງຢືນແຫຼ່ງກໍາເນີດສໍາລັບສິນຄ້າທີ່ນໍາເຂົ້າໄປຫວຽດນາມ ຕາມທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ 01 ຂອງສັນຍາ ສ່ວນການປະກອບເອກະສານເພື່ອຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ປະຕິບັດຕາມຂໍ້ III ຂອງບົດແນະນໍາສະບັບນີ້.
ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໂດຍໄວ ຖ້າເອກະສານຄົບຖ້ວນ, ຢ່າງຊ້າບໍ່ໃຫ້ກາຍ 02 ວັນລັດຖະການ.

II. ພັນທະທີ່ ສປປ ລາວ ຕ້ອງປະຕິບັດ
ເພື່ອນໍາໃຊ້ສິດພິເສດຕາມທີ່ໄດ້ລະບຸໄວ້ໃນຂໍ້ I ຂອງບົດແນະນໍາສະບັບນີ້, ເຈົ້າໜ້າທີ່ທີ່ມີສິດຂອງ ສປປ ລາວ ຕ້ອງອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ, ໃບຢັ້ງຢືນການບໍ່ເປັນພະຍາດຂອງພືດ, ສັດ ແລະ ອາຫານທີ່ນໍາເຂົ້າໄປຫວຽດນາມ ຊຶ່ງເຈົ້າໜ້າທີ່ທີ່ມີສິດຂອງ ສສ ຫວຽດນາມ ຈະຕ້ອງຮັບຮູ້ການຢັ້ງຢືນດັ່ງກ່າວ.

III. ເອກະສານປະກອບເພື່ອຂໍໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ
ບຸກຄົນ, ນັກທຸລະກິດ ຫຼື ບໍລິສັດທີ່ຕ້ອງການນຳໃຊ້ສິດພິເສດຕາມທີ່ໄດ້ກຳນົດໄວ້ໃນສັນຍາການຄ້າຊາຍແດນລາວ-ຫວຽດນາມ ຕ້ອງປະກອບເອກະສານ ດັ່ງນີ້:
1. ໃບຄໍາຮ້ອງ ຕາມແບບຟອມທີ່ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າກໍານົດໃຫ້.
2. ສຳເນົາບັດປະຈໍາຕົວ ຫຼື ສຳເນົາປື້ມສໍາມະໂນຄົວ, ຖ້າເປັນປະຊາຊົນ.
3. ສຳເນົາບັດປະຈໍາຕົວ ຫຼື ສຳເນົາໃບທະບຽນວິສາຫະກິດ, ຖ້າເປັນນັກທຸລະກິດ ຫຼື ບໍລິສັດ.ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ,  ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ຕ້ອງພິຈາລະນາອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໂດຍໄວ ຖ້າເອກະສານຄົບຖ້ວນ, ຢ່າງຊ້າບໍ່ໃຫ້ກາຍ 02 ວັນລັດຖະການ.

IV. ຂອບເຂດການນຳໃຊ້ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ

ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ທີ່ອອກໂດຍພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ,
ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ສາມາດນໍາໃຊ້ໃນຂອບເຂດຄວາມຮັບຜິດຊອບຂອງຕົນເທົ່ານັ້ນ.

V. ການຈັດຕັ້ງປະຕິບັດ
1. ມອບໃຫ້ກົມນະໂຍບາຍການຄ້າຕ່າງປະເທດ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງວຽງຈັນ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ຈັດຕັ້ງເຜີຍແຜ່ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ຮັບຮູ້ຢ່າງທົ່ວເຖິງ ແລະ ເປັນເຈົ້າການຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ມີປະສິດທິຜົນ.
2. ໃນການຈັດຕັ້ງປະຕິບັດ ຫາກມີບັນຫາຕ່າງໆເກີດຂຶ້ນ ໃຫ້ລາຍງານກະຊວງອຸດສາຫະກຳ ແລະ ການຄ້າ ແລະ   ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ  ເພື່ອແກ້ໄຂຢ່າງທັນການ.
3. ໃນກໍລະນີທີ່ມີບາງເນື້ອໃນຂອງສັນຍາຊຶ່ງບົດແນະນໍາສະບັບນີ້ ບໍ່ໄດ້ກ່າວເຖິງ ແມ່ນໃຫ້ຖືເອົາເນື້ອໃນສັນຍາການຄ້າຊາຍແດນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ເປັນຫຼັກ.

ລັດຖະມົນຕີ
(ເຊັນ ແລະ ປະທັບຕາ)

ເຂັມມະນີ ພົນເສນາ

 

# ຫົວຂໍ້ ດາວໂຫຼດ
1 Instruction on implementing some article of Lao-Viet Name Border Trade Agreement No.0280/MOIC.DFTP, dated 27 February 2017 PDF
2 ບົດແນະນຳກ່ຽວກັບການຈັດຕັ້ງປະຕິບັດບາງມາດຕາ ຂອງສັນຍາວ່າດ້ວຍການຄ້າຊາຍແດນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ, ສະບັບເລກທີ 0280/ອຄ.ກນຄຕ, ລົງວັນທີ 27 ກຸມພາ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.