ເພື່ອເປັນການຜັນຂະຫຍາຍສາຍສຳພັນທາງດ້ານການຄ້າລະຫວ່າງລາວ-ຫວຽດນາມໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ, ສັນຍາການຄ້າຊາຍແດນລາວ-ຫວຽດທີ່ລົງນາມໃນວັນທີ 27 ມິຖຸນາ 2015 ໄດ້ກຳນົດໃຫ້ເມືອງຊາຍແດນຕິດກັບຫວຽດນາມ ໄດ້ຮັບນະໂຍບາຍດ້ານພາສີນຳເຂົ້າຈາກ ສສ ຫວຽດນາມ ໂດຍນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ໂດຍການຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ ເພາະສາມາດຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ໄດ້ຈາກອົງການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ຢູ່ເມືອງ ຫຼື ແຂວງ ທີ່ທຸລະກິດຂອງຕົນຕັ້ງຢູ່.

ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ກ່ຽວກັບ ການຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ໄດ້ສິດພິເສດຕາມສັນຍາການຄ້າຊາຍແດນ ລາວ-ຫວຽດນາມ ສະບັບເລກທີ 1824/ຫອຄ.ກຂອ, ລົງວັນທີ 17 ສິງຫາ 2017 ຊຶ່ງໄດ້ກຳນົດໃຫ້ໜ່ວຍງານທີ່ຖືກມອບໝາຍໃຫ້ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຄື: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ນະຄອນຫຼວງ ແລະ ຫ້ອງການ ອຸດສາະຫະກຳ ແລະ ການຄ້າເມືອງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ໂດຍມີການກຳນົດສິດ ແລະ ໜ້າທີ່ຂອງແຜນງານດັ່ງກ່າວຢ່າງຈະແຈ້ງໃນການຈັດຕັ້ງປະຕິບັດອອກໃບຢັ້ງຢືນແຫຼ່ງກຳເນີດໃຫ້ແກ່ສິນຄ້າທີ່ຈະສົ່ງອອກໄປ ສສ ຫວຽດນາມ ພາຍໃຕ້ສັນຍາການຄ້າຊາຍແດນລາວ-ຫວຽດນາມ ທີ່ລົງນາມໃນວັນທີ 27 ມິຖຸນາ 2015 ເພື່ອຈະໄດ້ຮັບການຍົກເວັ້ນອັດຕາພາສີ.

ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງ ແລະ ແຂວງ ທີ່ບໍ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສຳລັບສິນຄ້າທີ່ນອນໃນບັນຊີຊ້ອນທ້າຍ 1 ຂອງສັນຍາລວມທັງໝົດ ມີ 190 ລາຍການ; ພະແນກອຸດສາຫະກຳ ແລະ ການຄ້າແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ນອນໃນບັນຊີຊ້ອນທ້າຍ 1, 2 ແລະ 3 ຂອງສັນຍາ, ສ່ວນ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ນອນໃນບັນຊີຊ້ອນທ້າຍ 2 ແລະ 3.

ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ພາຍຫຼັງໄດ້ລົງໃນຈົດໝາຍເຫດທາງລັດຖະການ 15 ວັນ (ສິບຫ້າວັນ).

(ຮຽບຮຽງໂດຍ: ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຄ)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.