ລະບົບການຈັດເກັບອາກອນມູນຄ່າເພີ່ມແບບອີເລັກໂທນິກ ໄດ້ຮັບການທົດລອງນຳໃຊ້ຢູ່ດ່ານພາສີສາກົນ (ວຽງຈັນ-ໜອງຄາຍ) ໃນທ້າຍປີ 2016 ເປັນຕົ້ນມາ. ຕາມການລາຍງານຂ່າວຄັ້ງຜ່ານມາຂອງ LTP. ຜົນການປະເມີນການຈັດຕັ້ງປະຕິບັດ ສະແດງໃຫ້ເຫັນວ່າ ໄດ້ຮັບໝາກຜົນດີພໍສົມຄວນ ຊຶ່ງລະບົບດັ່ງກ່າວໄດ້ອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ ແລະ ຜູ້ໂດຍສານທີ່ນຳເຂົ້າເຄື່ອງຕິດຕົວ ທີ່ຜ່ານດ່ານພາສີຊາຍແດນ.

ເພື່ອໃຫ້ການຈັດຕັ້ງປະຕິບັດການຊຳລະອາກອນຜ່ານລະບົບອີເລັກໂທນິກມີປະສິດທິຜົນຍິ່ງຂຶ້ນ,  ໃນວັນທີ 19 ກັນຍາ 2017 ທີ່ ດ່ານພາສີຂົວມິດຕະພາບ 1 ກົມພາສີ, ກະຊວງການເງິນ ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສັນຍາ ໄດ້ເຂົ້າຮ່ວມພິທີເຊັນສັນຍາ ໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ, ກະຊວງການເງິນ ແລະ ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ວ່າດ້ວຍການພັດທະນາລະບົບການຈັດເກັບອາກອນມູນຄ່າເພີ່ມ ເຄື່ອງຕິດຕົວຜູ້ໂດຍສານຂາເຂົ້າ ແລະ ຄ່າທຳນຽມຜູ້ໂດຍສານ, ພາຫະນະເຂົ້າ-ອອກ ທີ່ດ່ານພາສີສາກົນ ຂົວມິດຕະພາບ 1 ( Smart VAT ແລະ Fees).

ລະບົບ Smart VAT ແມ່ນສາມາດນໍາໃຊ້ບັດ VISA, ບັດ JCB, ບັດ Master Card, ບັດ BCEL ATM-Union Pay, ບັດ Smart Tax,  ແລະ ລະບົບ BCEL One ທີ່ລົງທະບຽນ ກັບທະນາຄານທຸລະກິດຂອງລັດ. ສໍາລັບ ຜູ້ໂດຍສານ ທີ່ຍັງບໍ່ມີບັດ ຫຼື ລະບົບ BCEL One ດັ່ງກ່າວ ສາມາດໃຊ້ເງິນສົດ ໄປແລກເອົາ Smart VAT ທີ່ຈຸດບໍລິການຕ່າງໆ ຂອງທະນາຄານການຄ້າຕ່າງປະເທດ. ສ່ວນຜູ້ໂດຍສານທີ່ນຳເຂົ້າເຄື່ອງຕິດຕົວຜ່ານແດນເປັນປະຈຳ ຕ້ອງໄດ້ແຈ້ງເຈົ້າໜ້າທີ່ ເພື່ອປະເມີນມູນຄ່າຂອງສິນຄ້າ ຫາກ ຕໍ່າກ່ວາ 50 ໂດລາ ແມ່ນຈະໄດ້ຮັບການຍົກເວັ້ນອັດຕາພາສີ, ແຕ່ໃນກໍລະນີ ສູງກ່ວາ 50 ໂດລາ ຂຶ້ນໄປ ແມ່ນຈະໄດ້ຄິດໄລ່ອັດຕາອາກອນມູນຄ່າເພີ່ມ 10% ດ້ວຍລະບົບ Smart VAT, ຊຶ່ງລະບົບດັ່ງກ່າວ ຈະໂອນເງິນຊຳລະອາກອນເຂົ້າໃນບັນຊີຄັງເງິນແຫ່ງຊາດ ທີ່ເປີດໄວ້ນຳທະນາຄານທຸລະກິດໂດຍອັດຕະໂນມັດ.

ທ່ານ ພູຂົງ ຈັນທະຈັກ ກ່າວວ່າ: ເຖິງແມ່ນວ່າການທົດລອງນຳໃຊ້ລະບົບ Smart VAT ແລະ Fees ໃນການຈັດເກັບອາກອນມູນຄ່າເພີ່ມ ຜູ້ໂດຍສານ ແລະ ຍານພະຫະນະ ຈະໄດ້ຮັບຜົນດີກໍ່ຕາມ, ແຕ່ກໍ່ຍັງເປັນລະບົບທີ່ໃໝ່ ຊຶ່ງບາງຄັ້ງ ກໍ່ອາດຈະມີອຸປະສັກໃນການນຳໃຊ້ ແລະ ສີ່ງສຳຄັນ ລະບົບນີ້ຕ້ອງໄດ້ຮັບການພັດທະນາຢ່າງຕໍ່ເນື່ອງເພື່ອອຳນວຍຄວາມສະດວກໃນການຜ່ານແດນ.

ການຈັດເກັບອາກອນມູນຄ່າເພີ່ມດັ່ງກ່າວ ມີຈຸດປະສົງເພື່ອ ໃຫ້ຜູ້ໂດຍສານສາມາດຊຳລະອາກອນມູນຄ່າເພີ່ມໄດ້ງ່າຍຂຶ້ນໂດຍຜ່ານລະບົບ BCEL One ແລະ ບັດ Smart VAT. ທັ້ງນີ້, ກໍ່ເພື່ອສະກັດກັ້ນການຫລົບຫລີກພາສີຂອງຜູ້ໂດຍສານທີ່ນຳເຂົ້າສິນຄ້າຕິດຕົວທີ່ມີຈຸດປະສົງທາງດ້ານການຄ້າ ທີ່ເຂົ້າ-ອອກຜ່ານແດນເປັນປະຈຳ ໃຫ້ຫັນມາປະຕິບັດຕາມລະບຽບ ກົດໝາຍທີ່ວາງໄວ້ ຢ່າງເຂັ້ມງວດ, ຮັບປະກັນການຈັດເກັບລາຍຮັບເຂົ້າລັດ ແລະ ເພື່ອເປັນການສົ່ງເສີມເສດຖະກິດພາຍໃນ ສປປ ລາວ ທາງດ້ານການສະໜອງ ແລະ ຄວາມຕ້ອງການ (Demand-Supply) ໂດຍການປົກປ້ອງຜູ້ປະກອບການພາຍໃນທີ່ດຳເນີນທຸລະກິດໃນ ສປປ ລາວ ແລະ ຊຸກຍູ້ສົ່ງເສີມໃຫ້ຜູ້ບໍລິໂພກ ຫັນມານຳໃຊ້ບໍລິການ ຫຼື ຈັບຈ່າຍໃຊ້ສອຍສິນຄ້າພາຍໃນໃຫ້ຫຼາຍຂຶ້ນ ເພື່ອເປັນການຫຼຸດຜ່ອນນຳເອົາເງິນຕາຕ່າງປະເທດອອກນອກປະເທດ.

 

 ແຫຼ່ງທີ່ມາຂອງຂໍ້ມູນ:                                                                         

-  ໜັງສືພິມ ເສດຖະກິດ-ການຄ້າ    

-  ໜັງສືພິມ Vientiane Times  

-  ກົມພາສີ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.