ສາລະບານ

ໝວດທີ I - ຫຼັກການລວມ

ມາດຕາ 1. ຈຸດປະສົງ
ມາດຕາ 2. ມາດຕະຖານກະສິກໍາອິນຊີ
ມາດຕາ 3. ກະສິກໍາອິນຊີ
ມາດຕາ 4. ຂອບເຂດການນໍາໃຊ້
ມາດຕາ 5. ນິຍາມ

ໝວດທີ II - ການຈັດການຟາມໂດຍລວມ

ມາດຕາ 6. ຫຼັກການລວມສໍາລັບກະສິກໍາອິນຊີ
ມາດຕາ 7. ລະບົບນິເວດພາຍໃນຟາມ
ມາດຕາ 8. ສິ່ງທີ່ມີຊີວິດແບບຕັດແຕ່ງພັນທຸກໍາ
ມາດຕາ 9. ການຜະລິດພືດອິນຊີ, ໄລຍະການປັບປ່ຽນເປັນກະສິກໍາອິນຊີ
ມາດຕາ 10. ຊະນິດ ແລະ ແນວພັນພືດ
ມາດຕາ 11. ຄວາມຫຼາກຫຼາຍຂອງພືດພາຍໃນຟາມ
ມາດຕາ 12. ການປ້ອງກັນ ແລະ ກໍາຈັດສັດຕູພືດ, ພະຍາດພືດ ແລະ ວັດຊະພືດ
ມາດຕາ 13. ຂໍ້ຫ້າມ ແລະ ອະນຸຍາດ
ມາດຕາ 14. ສານເລັ່ງການຈະເລີນເຕີບໂຕ ແລະ ສານອື່ນໆ
ມາດຕາ 15. ການປ້ອງກັນການເປິເປື້ອນ
ມາດຕາ 16. ການເກັບກ່ຽວຜົນຜະລິດຈາກທໍາມະຊາດ
ມາດຕາ 17. ການແປຮູບ ແລະ ການປະຕິບັດຫຼັງການເກັບກ່ຽວ

ໝວດທີ III - ຜູ້ປະກອບການ ແລະ ຜູ້ຮັບຈ້າງຜະລິດ

ມາດຕາ 18. ຜູ້ປະກອບການ
ມາດຕາ 19. ຜູ້ຮັບຈ້າງຜະລິດ

ໝວດທີ IV - ການຜະລິດ, ການເກັບຮັກສາ, ການຫຸ້ມຫໍ່ ແລະ ການຂົນສົ່ງ

ມາດຕາ 20. ວັດຖຸດິບສ່ວນປະສົມ, ສານປຸງແຕ່ງ ແລະ ສານຊ່ວຍແປຮູບ
ມາດຕາ 21. ຂະບວນການແປຮູບ
ມາດຕາ 22. ການເກັບຮັກສາຜົນຜະລິດ ແລະ ຜະລິດຕະພັນ
ມາດຕາ 23. ການຫຸ້ມຫໍ່
ມາດຕາ 24. ການຂົນສົ່ງ

ໝວດທີ V - ຂາເຂົ້າກະສິກໍາ

ມາດຕາ 25. ຂາເຂົ້າກະສິກໍາເພື່ອການຄ້າ

ໝວດທີ VI - ການໃຊ້ສະຫຼາກ ແລະ ກາໝາຍ

ມາດຕາ 26. ການໃຊ້ສະຫຼາກ ແລະ ການໃຊ້ກາໝາຍມາດຕະຖານກະສິກໍາອິນຊີ

ໝວດທີ VII - ການປະເມີນຜົນ, ການກວດກາ ແລະ ການຢັ້ງຢືນກະສິກໍາອິນຊີ

ມາດຕາ 27. ການປະເມີນຜົນ, ການກວດກາ ແລະ ການຢັ້ງຢືນກະສິກໍາອິນຊີ

ໝວດທີ VIII - ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 28. ນະໂຍບາຍຕໍ່ຜູ້ມີຜົນງານ
ມາດຕາ 29. ມາດຕະການຕໍ່ຜູ້ລະເມີດ

ໝວດທີ IX - ບົດບັນຍັດສຸດທ້າຍ

ມາດຕາ 30. ການຈັດຕັ້ງປະຕິບັດ
ມາດຕາ 31. ຜົນສັກສິດ

ເອກະສານຊ້ອນທ້າຍ 1 - ຂາເຂົ້າກະສິກໍາທີ່ອະນຸຍາດໃຫ້ໃຊ້ໃນການຜະລິດອິນຊີ

ຂໍ້ທີ 1 : ຂາເຂົ້າກະສິກໍາທີ່ໃຊ້ເປັນຝຸ່ນ ແລະ ສານປັບປຸງດິນ
ຂໍ້ທີ 2 - ຜະລິດຕະພັນ ແລະ ວິທີການທີ່ອະນຸຍາດໃຫ້ໃຊ້ ໃນການປ້ອງກັນ ແລະ ກໍາຈັດສັດຕູພືດ, ພະຍາດພືດ, ວັດຊະພືດ ແລະ ສານເລັ່ງການຈະເລີນເຕີບໂຕ
ຂໍ້ທີ 03 - ຜະລິດຕະພັນ ແລະ ວິທີການທີ່ອະນຸຍາດໃຫ້ໃຊ້ໃນການປ້ອງກັນກໍາຈັດແມງໄມ້ສັດຕູພືດ ແລະ ຈໍາພວກສັດຕູພືດຢູ່ໃນສາງເກັບ
ຂໍ້ທີ 04 - ຜະລິດຕະພັນ ທີ່ອະນຸຍາດໃຫ້ໃຊ້ ໃນການເຮັດອະນາໄມ ແລະ ຂ້າເຊື້ອ
ຂໍ້ທີ 05 - ສານປຸງແຕ່ງທີ່ອະນຸຍາດໃຫ້ໃຊ້ ໃນຜະລິດຕະພັນ ສໍາລັບປ້ອງກັນ ແລະ ກໍາຈັດສັດຕູພືດ

ເອກະສານຊ້ອນທ້າຍ II - ສ່ວນປະສົມ ແລະ ສານຊ່ວຍແປຮູບສໍາລັບຜະລິດຕະພັນ

ຂໍ້ທີ 01 - ລາຍການປຸງແຕ່ງ ແລະ ສານທີ່ອະນຸຍາດໃຫ້ໃຊ້
ຂໍ້ທີ 02 - ລາຍການສານຊ່ວຍແປຮູບທີ່ອະນຸຍາດໃຫ້ໃຊ້

ເອກະສານຊ້ອນທ້າຍ III - ແນວທາງການປະເມີນຂາເຂົ້າກະສິກໍາ ສໍາລັບກະສິກໍາອິນຊີ
ເອກະສານຊ້ອນທ້າຍ IV - ແນວທາງປະເມີນການປຸງແຕ່ງ ແລະ ສານຊ່ວຍແປຮູບຜະລິດຕະພັນອິນຊີ
ເອກະສານຊ້ອນທ້າຍ V - ຫຼັກເກນການປັບປຸງແກ້ໄຂມາດຕະຖານກະສິກໍາອິນຊີ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້   ເລກທີ 1666/ປຝ.ກປ
ນະຄອນຫຼວງວຽງຈັນ, ວັນທີ 30 ທັນວາ 2005

ຂໍ້ຕົກລົງຂອງລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້
ວ່າດ້ວຍການກໍານົດມາດຕະຖານກະສິກໍາອິນຊີ

  • ອີງຕາມ ກົດໝາຍວ່າດ້ວຍກະສິກໍາ ສະບັບເລກທີ 01/98/ສພຊ, ລົງວັນທີ 10/10/1988.
  • ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 89/ນຍ, ລົງວັນທີ 22/6/1999 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກະຊວງກະສິກໍາ ແລະ ປ່າໄມ້.
  • ອີງຕາມສັນຍາການເຂົ້າຮ່ວມເຂດການຄ້າເສລີອາຊຽນຂອງລັດຖະບານ ສປປລາວ.
  • ອີງຕາມການກະກຽມເຂົ້າຮ່ວມ ອົງການການຄ້າໂລກຂອງ ສປປລາວ.

ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ອອກຂໍ້ຕົກລົງ:

ໝວດທີ I
ຫຼັກການລວມ

ມາດຕາ 1. ຈຸດປະສົງ
   ເພື່ອເຮັດໃຫ້ການຄຸ້ມຄອງການຜະລິດ ຜະລິດຕະພັນພືດໃນ ສປປ ລາວ ຖືກຕ້ອງ ແລະ ສອດຄ່ອງຕາມເນື້ອໃນຈິດໃຈຂອງ ກົດໝາຍວ່າດ້ວຍກະສິກໍາ ພ້ອມທັງສົ່ງເສີມໃຫ້ການຜະລິດກະສິກໍາ ແລະ ປ່າໄມ້ ໃຫ້ເປັນກະສິກໍາສະອາດ. ຂ້າງເທິງ

ມາດຕາ 2. ມາດຕະຖານກະສິກໍາອິນຊີ
   ມາດຕະຖານກະສິກໍາອິນຊີ ເປັນມາດຕະຖານທີ່ສ້າງຂຶ້ນ ໃນເບື້ອງຕົ້ນກໍານົດເອົາພື້ນຖານມາດຕະຖານກະສິກໍາອິນຊີຂອງ ສະຫະພັນກະສິກໍາອິນຊີສາກົນ (International Federation of Organic Agriculture Movement - IFOAM) ເປັນມາດຕະຖານຄຸ້ມຄອງການຜະລິດກະສິກໍາອິນຊີຢູ່ ສປປ ລາວ, ມາດຕະຖານກະສິກໍາອິນຊີ ກວມເອົາການປະຕິບັດຫຼັງ ການເກັບກ່ຽວ ແລະ ການປຸງແຕ່ງຜະລິດຕະພັນ, ການເກັບກ່ຽວຜົນຜະລິດຈາກທໍາມະຊາດ ຊຶ່ງເຮັດໃຫ້ການຄຸ້ມຄອງມະຫາ ພາກຂອງຂະແໜງການປູກຝັງສາມາດດໍາເນີນການກວດສອບ ແລະ ຮັບຮອງຜະລິດຕະພັນອິນຊີຈາກຜົນຜະລິດພືດໄດ້ຕາມ ລະບຽບການ ໃນທຸກຂັ້ນຕອນ ນັບແຕ່ຮັບຮອງຜົນຜະລິດຈາກຟາມ ຈົນຮອດການນໍາຜົນຜະລິດນັ້ນມາປຸງແຕ່ງເປັນຜະລິດ ຕະພັນແປຮູບ. ຂ້າງເທິງ

ມາດຕາ 3. ກະສິກໍາອິນຊີ
   ກະສິກໍາອິນຊີໝາຍເຖິງ ກະສິກໍາທໍາມະຊາດ ແລະ ນິເວດກະສິກໍາ ໂດຍມີຫຼັກການ ແລະ ເປົ້າໝາຍທີ່ສໍາຄັນດັ່ງນີ້:

  1. ສ້າງລະບົບການຜະລິດໄປສູ່ແນວທາງກະສິກໍາ ແບບປະສົມປະສານທີ່ມີທັງການປູກ ແລະ ການລ້ຽງ.
  2. ສ້າງລະບົບການຜະລິດທີ່ເພິ່ງພາ ແລະ ກຸ້ມຕົນເອງທາງດ້ານອິນຊີວັດຖຸ ແລະ ທາດອາຫານຢູ່ໃນນາ ແລະ ສວນ.
  3. ຟື້ນຟູ ແລະ ຮັກສາຄວາມອຸດົມສົມບູນຂອງດິນດ້ວຍອິນຊີວັດຖຸເຊັ່ນ: ຝຸ່ນຄອກ, ຝຸ່ນບົ່ມ ແລະ ຝຸ່ນຂຽວຢ່າງຕໍ່ເນື່ອງ ໂດຍນໍາໃຊ້ຊັບພະຍາກອນຢູ່ໃນຟາມ ມາໝູນວຽນໃຫ້ໃຊ້ເກີດປະສິດທິຜົນສູງ.
  4. ຮັກສາຄວາມສົມດູນຂອງລະບົບນິເວດໃນຟາມ ແລະ ຄວາມຍືນຍົງຂອງລະບົບນິເວດໂດຍລວມ.
  5. ປ້ອງກັນ ແລະ ຫຼີກເວັ້ນການເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ.
  6. ສະໜັບສະໜູນລະບົບການຜະລິດ ແລະ ຂະບວນການຈັດການທຸກຂັ້ນຕອນ ທີ່ຄໍານຶງເຖິງຫຼັກການຕ່າງຝ່າຍຕ່າງມີ ຜົນ.
  7. ຢຶດໝັ້ນຫຼັກການປະຕິບັດ ຫຼັງການເກັບກ່ຽວ ແລະ ການແປຮູບທີ່ເປັນວິທີທໍາມະຊາດ, ປະຢັດພະລັງງານ ແລະ ສົ່ງ ຜົນ ກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 4. ຂອບເຂດການນໍາໃຊ້
   ຂໍ້ກໍານົດສະບັບນີ້ ມີຜົນບັງຄັບປະຕິບັດ ສໍາລັບທຸກໆອົງການຈັດຕັ້ງຂອງລັດ, ວິສາຫະກິດຂອງລັດ, ລວມໝູ່, ເອກະຊົນ, ຊາວກະສິກອນ, ບຸກຄົນ ຫຼື ນິຕິບຸກຄົນທີ່ມີຈຸດປະສົງຢາກຜະລິດກະສິກໍາເປັນກະສິກໍາອິນຊີຢູ່ໃນ ສປປ ລາວ. ຂ້າງເທິງ

ມາດຕາ 5. ນິຍາມ
   ກະສິກໍາອິນຊີ (Organic Agriculture): ໝາຍເຖິງ ລະບົບການຜະລິດທີ່ບໍ່ມີການໃຊ້ຝຸ່ນເຄມີ ແລະ ສານເຄມີໃນ ການປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ເປັນລະບົບການຜະລິດທີ່ປະຕິບັດຕາມເງື່ອນໄຂໃນມາດຕະຖານກະສິກໍາອິນຊີ.
   ການຜະລິດຄວບຄູ່ (Parallel production): ໝາຍເຖິງ ການປູກ, ການປະຕິບັດຫຼັງການເກັບກ່ຽວ, ການແປຮູບ ຜົນຜະລິດ ແລະ ຜະລິດຕະພັນຊະນິດດຽວກັນ ທັງແບບອິນຊີ ແລະ ແບບອື່ນຊຶ່ງການຜະລິດແບບອື່ນນັ້ນ ຍັງນໍາໃຊ້ສານ ເຄມີຊ່ວຍໝາຍເຖິງໄລຍະການປັບປ່ຽນທໍາມະຊາດເປັນອິນຊີທີ່ບໍ່ທັນຮັບຮອງເອົາໄດ້ເທື່ອ.
   ການຜະລິດແບບດັ້ງເດີມ (Conventional Agriculture): ໝາຍເຖິງ ລະບົບການຜະລິດໃດໜຶ່ງທີ່ບໍ່ໄດ້ຜ່ານ ການຮັບຮອງເປັນອິນຊີ ຫຼື ອິນຊີໃນໄລຍະປັບປ່ຽນ.
   ການມ້ຽນມັດຫຼັງການເກັບກ່ຽວ (Handling): ໄດ້ແກ່ການຕາກແຫ້ງດ້ວຍລົມ, ການຕາກແຫ້ງດ້ວຍແສງແດດ, ການອານາໄມ, ການຕັດແຕ່ງ, ການຄັດເລືອກ, ການຫຸ້ມຫໍ່ຜະລິດຕະພັນ, ການເກັບມ້ຽນ ແລະ ການຂົນສົ່ງ.
   ຜົນຜະລິດ (Produce): ໝາຍເຖິງການຜະລິດ ທີ່ໄດ້ມາຈາກການປູກ ຫຼື ການເກັບກ່ຽວຈາກທໍາມະຊາດ ແລະ/ຫຼື ຜ່ານການມ້ຽນມັດຫຼັງການເກັບກ່ຽວ.
   ຜະລິດຕະພັນ (product): ໝາຍເຖິງຜົນຜະລິດທີ່ຜ່ານຂະບວນການແປຮູບ.
   ຜູ້ຜະລິດ/ຊາວກະສິກອນ (Producer/farmer): ໝາຍເຖິງຜູ້ປູກ, ດູແລຮັກສາຈົນຮອດເກັບກ່ຽວ ແລະ ຂາຍ.
   ຜູ້ປະກອບການ (Operator): ໝາຍເຖິງຜູ້ດໍາເນີນກິດຈະການ ໃນການນໍາຜົນຜະລິດກະສິກໍາອິນຊີ ມາເຮັດການແປຮູບ, ຈໍາໜ່າຍ ພ້ອມທັງຜູ້ຂາຍສົ່ງ, ຜູ້ຂາຍຍ່ອຍ ຜູ້ຈໍາໜ່າຍ ແລະ ຜູ້ສົ່ງອອກດ້ວຍ.
   ຜູ້ຮັບຈ້າງແປຮູບ (Sub-contractor): ໝາຍເຖິງຜູ້ຖືກວ່າຈ້າງ ໃຫ້ເຮັດການຜະລິດແປຮູບ ຫຼື ຈັດການຜະລິດຜົນຜະລິດ ກະສິກໍາອິນຊີໃນບາງຂັ້ນຕອນ.
   ການແປຮູບ (Processing): ໄດ້ແກ່ການຕົ້ມ, ການຕາກແຫ້ງ, ການອົບ, ການປະສົມ, ການບົດ, ການອັດ, ການສີ, ການເຮັດໃຫ້ເປັນຂອງແຫຼວ, ການບົ່ມ, ການດອງ, ການເຊື່ອມ, ການຂ້ຽວ, ການກວນ, ການທອດ, ການຈືນ ແລະອື່ນໆ.
   ພືດລົ້ມລຸກ (Annual crop): ໝາຍເຖິງພືດທີ່ມີວົງຈອນໃຫ້ຜົນຜະລິດທີ່ສັ້ນ ເກັບກ່ຽວແລ້ວພາຍໃນລະດູການດຽວ.
   ພືດຢືນຕົ້ນ/ໄມ້ໃຫ້ໝາກ (Perennial crop): ໝາຍເຖິງພືດທີ່ມີອາຍຸຍາວກວ່າໜຶ່ງປີ ແລະ ສາມາດເກັບກ່ຽວຜົນຜະລິດໄດ້ຕໍ່ເນື່ອງ ຫຼາຍກວ່າລະດູການຜະລິດໜຶ່ງປີຂຶ້ນໄປ.
   ວິສະວະພັນທຸກໍາ (Genetic Engineering): ໝາຍເຖິງຂະບວນການຕັດຕໍ່ ແລະ ປັບປ່ຽນສາຍພັນທຸກໍາ (gene) ດ້ວຍວິທີການທາງຊີວະໂມເລກຸນ ໂດຍເຮັດໃຫ້ສາຍພັນທຸກໍາຂອງພືດ, ສັດ, ຈຸລິນຊີ, ແຊນ ແລະ ໜ່ວຍຈຸລັງທີ່ມີຊີວິດອື່ນໆ ເກີດການປ່ຽນແປງຊຶ່ງບໍ່ແມ່ນວິທີການ ທີ່ໄດ້ຈາກການປະສົມພັນ ການຄັດເລືອກພັນ ຫຼື ການກາຍພັນຕາມທໍາມະຊາດ. ເຕັກນິກໃນການເຮັດວິສະວະພັນທຸກໍານີ້ ໄດ້ແກ່ການເຮັດດີເອັນເອລູກປະສົມ (Recombinant DNA), ການຫຼອມຂອງແຊນ (cell fusion), ໄມໂຄຣອິນເຈັກຊັນ (micro injection) ແລະ ແມກໂຄຣ ອິນເຈັກຊັນ (macro injection), ການໃຊ້ຫຼອດແກ້ວ (encapsulation) , ການທໍາລາຍແຊນ (gene deletion), ແລະ ການເພີ່ມຈໍານວນແຊນ (gene doubling) ແລະ ບໍ່ລວມເຖິງສິ່ງມີຊີວິດທີ່ໄດ້ມາຈາກເຕັກນິກ ຕໍ່ໄປນີ້ຄື: ການປະສົມພັນແບບຈັບຄູ່ (conjugation), ການຖ່າຍໂອນແຊນ (transduction) ແລະ ການເກີດລູກປະສົມ ຕາມທໍາມະຊາດ (natural hybridization).
   ຂາເຂົ້າກະສິກໍາ (input): ໝາຍເຖິງຜະລິດຕະພັນ ທີ່ໃຊ້ເຂົ້າໃນການຜະລິດກະສິກໍາອິນຊີ ໄດ້ແກ່ຝຸ່ນ, ສານປັບປຸງດິນ, ສານປ້ອງກັນ ແລະ ກໍາຈັດສັດຕູພືດ ລວມເຖິງສານປຸງແຕ່ງ ແລະ ສານຊ່ວຍແປຮູບທີ່ໃຊ້ໃນການແປຮູບ ຜະລິດຕະພັນອິນຊີ.
   ຂາເຂົ້າກະສິກໍາ ເພື່ອການຄ້າ (commercial input): ໝາຍເຖິງຂາເຂົ້າກະສິກໍາ ຊຶ່ງຜ່ານຂະບວນການຜະລິດ ແລະ ປຸງແຕ່ງເພື່ອປະໂຫຍດທາງການຄ້າ.
   ທົ່ງ (field): ໝາຍເຖິງພື້ນທີ່ປູກພືດທີ່ມີອານາເຂດ ຕິດຕໍ່ເປັນຜືນດຽວກັນ.
   ຟາມ (farm): ໝາຍເຖິງພື້ນທີ່ກະສິກໍາທັງໝົດ (ທັງປູກ ແລະ ລ້ຽງ) ຊຶ່ງຮັບຜິດຊອບການຜະລິດ ໂດຍຄົນໆດຽວກັນ, ນັບທັງພື້ນທີ່ເຊົ່າຈາກຜູ້ອື່ນ ເພື່ອເຮັດການຜະລິດ ຫຼື ມີສິດເຮັດການຜະລິດ ໂດຍບໍ່ໄດ້ເປັນເຈົ້າຂອງ.
   ໄລຍະການປັບປ່ຽນ (conversion period): ໝາຍເຖິງໄລຍະເວລາ ຈາກເລີ່ມຕົ້ນເຮັດກະສິກໍາອິນຊີ ຕາມມາດຕະຖານກະສິກໍາອິນຊີ ຈົນເຖິງເວລາໄດ້ຮັບຮອງຜົນຜະລິດວ່າເປັນ ກະສິກໍາອິນຊີ.
   ວັດຖຸດິບ (raw material): ໝາຍເຖິງສ່ວນປະກອບຫຼັກຂອງ ຜະລິດຕະພັນແປຮູບທີ່ບໍ່ໃຊ້ສານປຸງແຕ່ງ.
   ສ່ວນປະສົມ (ingredient): ໝາຍເຖິງສານອື່ນໆ ລວມທັງວັດຖຸດິບ ແລະ ສານປຸງແຕ່ງທີ່ໃຊ້ໃນການແປຮູບ ແລະ ຍັງປາກົດເຫັນຢູ່ໃນຜະລິດຕະພັນສຸດທ້າຍ ຫຼື ອາດປ່ຽນຮູບໄປແລ້ວກໍ່ຕາມ.
   ສານຊ່ວຍໃນການແປຮູບ (processing aid): ໝາຍເຖິງສານ ຫຼື ວັດຖຸອື່ນໆທີ່ໃຊ້ຊ່ວຍໃນການແປຮູບອາຫານ ໂດຍບໍ່ໄດ້ນໍາມາໃສ່ ຫຼື ໃຊ້ເພື່ອບໍລິໂພກເໝືອນກັບສ່ວນປະສົມ ຂອງອາຫານແຕ່ຕ້ອງການນໍາມາ ເພື່ອໃຊ້ຊ່ວຍແປຮູບວັດຖຸດິບເປັນອາຫານ ຫຼື ສ່ວນປະສົມເພື່ອໃຫ້ໄດ້ຜົນທາງເຕັກນິກ ຕາມທີ່ຕ້ອງການ ແລະ ອາດຈະພົບຫຼົງເຫຼືອໃນຜະລິດຕະພັນສຸດທ້າຍໄດ້ ໂດຍບໍ່ໄດ້ຕັ້ງໃຈ ຫຼື ຫຼີກລ່ຽງບໍ່ໄດ້.
   ສານປຸງແຕ່ງ (additive): ໝາຍເຖິງສານທີ່ຊ່ວຍເສີມ ຫຼື ປັບປຸງຄຸນນະພາບຜະລິດຕະພັນ ຫຼື ສານອື່ນໆ ທີ່ປະສົມເຂົ້າໃນຜະລິດຕະພັນແລ້ວມີຜົນ ຕໍ່ຄຸນນະພາບການເກັບຮັກສາກິ່ນ, ສີ, ລົດຊາດ, ຄວາມເຂັ້ມຂຸ້ນ ຫຼື ຄຸນສົມບັດອື່ນໆຂອງຜະລິດຕະພັນ.
   ການຕັດແຕ່ງພັນທຸກໍາ (genetically modified organism): ໝາຍເຖິງສິ່ງທີ່ມີຊີວິດ ລວມທັງພືດ, ສັດ ແລະ ຈຸລິນຊີທີ່ໄດ້ມາຈາກ ວິທີການທາງວິສະວະພັນທຸກໍາ. ຂ້າງເທິງ

ໝວດທີ II
ການຈັດການຟາມໂດຍລວມ

ມາດຕາ 6. ຫຼັກການລວມສໍາລັບກະສິກໍາອິນຊີ
   ຫຼັກການລວມສໍາລັບກະສິກໍາອິນຊີ ມີດັ່ງນີ້:

  1. ຫ້າມໃຊ້ສານເຄມີທຸກຊະນິດ ບໍ່ວ່າຈະເປັນຝຸ່ນເຄມີ ສານເຄມີປ້ອງກັນ ແລະ ກໍາຈັດສັດຕູພືດ ແລະ ຮໍໂມນສັງເຄາະ.
  2. ຜູ້ຜະລິດຕ້ອງຮູ້ຈັກເຮັດການບັນທຶກ ການເຮັດກະສິກໍາອິນຊີທີ່ສະແດງ ໃຫ້ເຫັນແຫຼ່ງທີ່ມາຂອງຂາເຂົ້າກະສິກໍາ, ປະລິມານການໃຊ້ ລວມທັງເອກະສານກ່ຽວກັບການຂາຍຜົນຜະລິດ ກະສິກໍາອິນຊີໃຫ້ຈະແຈ້ງ ເພື່ອໃຫ້ອົງການລັດທີ່ກ່ຽວຂ້ອງ (ກົມປູກຝັງ) ສາມາດກວດສອບໄດ້.
  3. ໃນກໍລະນີທີ່ຜູ້ຜະລິດຍັງບໍ່ໄດ້ປັບປ່ຽນ ພື້ນທີ່ການຜະລິດທຸກແປງທີ່ເຮັດ ກະສິກໍາອິນຊີ ແລະ ກະສິກໍາເຄມີຕ້ອງສາມາດຈໍາແນກ ແຍກກັນໄດ້ຢ່າງຊັດເຈນ ແລະ ພື້ນທີ່ການຜະລິດທຸກແປງ ທີ່ຄອບຄອງຂອງຜູ້ຜະລິດ ຕ້ອງໄດ້ຮັບການກວດສອບຈາກ ອົງການລັດທີ່ກ່ຽວຂ້ອງ (ກົມປູກຝັງ).
  4. ພື້ນທີ່ການຜະລິດທີ່ໄດ້ຮັບຮອງ ເປັນກະສິກໍາອິນຊີແລ້ວຈະຕ້ອງບໍ່ປ່ຽນເປັນ ກະສິກໍາເຄມີກັບໄປກັບມາ. ຖ້າເປັນດັ່ງນີ້ອົງການລັດທີ່ກ່ຽວຂ້ອງ (ກົມປູກຝັງ) ອາດບໍ່ພິຈາລະນາຮັບຮອງພື້ນທີ່ການຜະລິດແປງໃໝ່ໃຫ້ ຖ້າພື້ນທີ່ການຜະລິດແປງເກົ່າເຊົາເຮັດກະສິກໍາອິນຊີ ໂດຍບໍ່ມີເຫດຜົນອັນເໝາະສົມ.
  5. ພື້ນທີ່ການຜະລິດທີ່ໃຊ້ເຮັດກະສິກໍາອິນຊີ ຕ້ອງບໍ່ແມ່ນພື້ນທີ່ ທີ່ໄດ້ມາຈາກການຖາງປ່າດົງດິບ.
  6. ຖ້າມີການປ່ຽນແປງການຜະລິດພາຍໃນຟາມເຊັ່ນ: ການຫຼຸດ ຫຼື ການຂະຫຍາຍພື້ນທີ່ການຜະລິດ, ການປ່ຽນຊະນິດພືດທີ່ປູກ ແລະອື່ນໆ ຜູ້ຜະລິດຕ້ອງແຈ້ງໃຫ້ອົງການລັດທີ່ກ່ຽວຂ້ອງ (ກົມປູກຝັງ) ຊາບໂດຍທັນທີ. ຂ້າງເທິງ

ມາດຕາ 7. ລະບົບນິເວດພາຍໃນຟາມ
   ຜູ້ຜະລິດຕ້ອງຮັກສາຄວາມຫຼາກຫຼາຍທາງຊີວະພາບ ພາຍໃນຟາມໂດຍພະຍາຍາມຮັກສາ ແລະ ຟື້ນຟູບໍລິເວນທີ່ເປັນແຫຼ່ງອາໄສຂອງພືດ ແລະ ສັດນາໆຊະນິດເອົາໄວ້ຢ່າງນ້ອຍ 5% ຂອງພື້ນທີ່ການຜະລິດ, ບໍລິເວນດັ່ງກ່າວໄດ້ແກ່ປ່າໃຊ້ສອຍ ໃນໄຮ່ນາ, ປ່າບຸ່ງ, ປ່າທາມ, ພຸ່ມໄມ້ ຫຼື ຕົ້ນໄມ້ໃຫຍ່ຢູ່ໃນໄຮ່ນາ, ພຸ່ມໄມ້ບໍລິເວນແຖວເຂດແດນ, ສວນໝາກໄມ້ປະສົມປະສານ, ຮ່ອງນໍ້າຢູ່ໃນຟາມ, ໜອງປາທໍາມະຊາດ ແລະ ພື້ນທີ່ວ່າງທີ່ປ່ອຍໃຫ້ພືດ ເກີດຂຶ້ນຕາມທໍາມະຊາດ. ຂ້າງເທິງ

ມາດຕາ 8. ສິ່ງທີ່ມີຊີວິດແບບຕັດແຕ່ງພັນທຸກໍາ

  1. ຫ້າມໃຊ້ສິ່ງມີຊີວິດແບບຕັດແຕ່ງພັນທຸກໍາ ຫຼື ຜະລິດຕະພັນທີ່ໄດ້ຈາກ ສິ່ງມີຊີວິດຕັດແຕ່ງພັນ ໃນຂະບວນການຜະລິດ ແລະ ແປຮູບກະສິກໍາອິນຊີ.
  2. ຂາເຂົ້າກະສິກໍາ: ສານປຸງແຕ່ງ, ສານຊ່ວຍແປຮູບ ແລະ ສ່ວນປະສົມໃນຜະລິດຕະພັນອິນຊີ ທຸກຊະນິດຕ້ອງບໍ່ຜະລິດຈາກພືດ, ສັດ ແລະ ຈຸລິນຊີທີ່ມາຈາກ ວິທີການຕັດແຕ່ງພັນທຸກໍາ ທັງທາງກົງ ແລະ ທາງອ້ອມ.
  3. ໃນກໍລະນີກວດພົບວ່າ ຜົນຜະລິດອິນຊີ ໄດ້ຮັບການເປິເປື້ອນຈາກ ສິ່ງທີ່ມີຊີວິດແບບຕັດແຕ່ງພັນທຸກໍາ ໂດຍທີ່ຜູ້ຜະລິດບໍ່ໄດ້ຕັ້ງໃຈ ແລະ ບໍ່ສາມາດຄວບຄຸມໄດ້ ກົມປູກຝັງອາດຈະພິຈາລະນາ ບໍ່ຮັບຮອງຜົນຜະລິດດັ່ງກ່າວ.
  4. ໃນກໍລະນີທີ່ຜູ້ຜະລິດ ບໍ່ໄດ້ປັບປ່ຽນຟາມທັງໝົດ ເປັນກະສິກໍາອິນຊີການຜະລິດໃນແປງກະສິກໍາເຄມີ ຫຼື ທົ່ວໄປທີ່ບໍ່ໄດ້ຂໍຮັບຮອງມາດຕະຖານກະສິກໍາອິນຊີ ຕ້ອງບໍ່ແມ່ນໃຊ້ສິ່ງທີ່ມີຊີວິດແບບຕັດແຕ່ງພັນທຸກໍາ. ຂ້າງເທິງ

ມາດຕາ 9. ການຜະລິດພືດອິນຊີ, ໄລຍະການປັບປ່ຽນເປັນກະສິກໍາອິນຊີ

  1. ພື້ນທີ່ການຜະລິດທີ່ຕ້ອງການຂໍຮັບຮອງ ມາດຕະຖານກະສິກໍາອິນຊີ ຈະຕ້ອງຜ່ານໄລຍະປັບປ່ຽນຊຶ່ງໃນຊ່ວງໄລຍະເວລາດັ່ງກ່າວ ຜູ້ຜະລິດຈະຕ້ອງປະຕິບັດຕາມມາດຕະຖານກະສິກໍາອິນຊີ ຂອງກົມປູກຝັງ ແລະ ໄດ້ຮັບການກວດສອບ ແລະ ຮັບຮອງຈາກກົມປູກຝັງ ແຕ່ຜົນຜະລິດທີ່ໄດ້ຈາກພືດທີ່ປູກ ໃນໄລຍະປັບປ່ຽນນີ້ຈະຍັງບໍ່ສາມາດ ຂາຍເປັນຜົນຜະລິດອິນຊີໄດ້.
  2. ວັນທີ່ສະໝັກຂໍໃຫ້ມີການຮັບຮອງມາດຕະຖານ ໃຫ້ນັບເປັນວັນທີ 1 ຂອງການເລີ່ມຕົ້ນຂອງການປ່ຽນເປັນກະສິກໍາອິນຊີ ຫຼື ເປັນວັນເລີ່ມຕົ້ນຂອງໄລຍະການປັບປ່ຽນ ໂດຍຊາວກະສິກອນຈະຕ້ອງເລີ່ມປະຕິບັດ ຕາມມາດຕະຖານກະສິກໍາອິນຊີຂອງກົມປູກຝັງ ນັບຕັ້ງແຕ່ວັນດັ່ງກ່າວເປັນຕົ້ນໄປ.
  3. ໃນກໍລະນີທີ່ເປັນພືດລົ້ມລຸກ (ພືດຜັກ ແລະ ພືດໄຮ່) ໄລຍະການປັບປ່ຽນຈະໃຊ້ເວລາ 12 ເດືອນ ໂດຍຜົນຜະລິດຂອງພືດທີ່ປູກ ໃນມື້ທີ່ພົ້ນໄລຍະການປັບປ່ຽນແລ້ວ ຈະສາມາດຈໍາໜ່າຍເປັນ ‘‘ຜະລິດຕະພັນກະສິກໍາອິນຊີ’’ ແລະ ສາມາດໃຊ້ກາເຄື່ອງໝາຍ ມາດຕະຖານກະສິກໍາອິນຊີໄດ້.
  4. ຍົກເວັ້ນພືດຜັກຫຼາຍລະດູເຊັ່ນ: ຜັກພື້ນບ້ານ, ກ້ວຍ, ໝາກຫຸ່ງ ແລະອື່ນໆ ອະນຸຍາດໃຫ້ສາມາດເກັບກ່ຽວຜົນຜະລິດ ແລະ ຈໍາໜ່າຍເປັນ ‘‘ຜະລິດຕະພັນກະສິກໍາອິນຊີ’’ ໄດ້ ຫຼັງຈາກພົ້ນໄລຍະການປັບປ່ຽນ 12 ເດືອນໄປແລ້ວ.
  5. ໃນກໍລະນີເປັນການຜະລິດໄມ້ໃຫ້ໝາກ ຊ່ວງໄລຍະເວລາການປັບປ່ຽນ ຈະໃຊ້ເວລາ 18 ເດືອນ ຊຶ່ງຜົນຜະລິດທີ່ເກັບກ່ຽວໃນມື້ ທີ່ພົ້ນໄລຍະການປັບປ່ຽນແລ້ວ ຈະສາມາດຈໍາໜ່າຍເປັນ ‘‘ຜະລິດຕະພັນກະສິກໍາອິນຊີ’’ ແລະ ສາມາດໃຊ້ກາເຄື່ອງໝາຍ ມາດຕະຖານກະສິກໍາອິນຊີໄດ້.
  6. ມາດຕະຖານກະສິກໍາອິນຊີ ອາດຈະກໍານົດໄລຍະ ການປັບປ່ຽນໃຫ້ເພີ່ມຂຶ້ນໄດ້ ໂດຍພິຈາລະນາຈາກປະຫວັດ ການໃຊ້ສານເຄມີຢູ່ໃນຟາມ ບັນຫາການເປິເປື້ອນໃນພື້ນທີ່ນັ້ນ ແລະ ມາດຕະການໃນການຈັດການສານເຄມີ ທາງກະສິກໍາ ຫຼື ມົນລະພິດທີ່ເປິເປື້ອນຢູ່ໃນຟາມ.
  7. ກົມປູກຝັງອາດຍົກເວັ້ນໄລຍະການປັບປ່ຽນໄດ້ ຫາກພື້ນທີ່ການຜະລິດນັ້ນ ໄດ້ເຮັດກະສິກໍາຕາມຫຼັກການໃນມາດຕະຖານກະສິກໍາອິນຊີ ມາເປັນເວລາຫຼາຍປີແລ້ວ, ອັນນີ້ຂຶ້ນກັບຫຼັກຖານທີ່ນໍາມາ ຢັ້ງຢືນກັບກົມປູກຝັງເຊັ່ນ: ບັນທຶກການນໍາໃຊ້ຂາເຂົ້າກະສິກໍາ ຢູ່ໃນຟາມ ບັນທຶກການຜະລິດພືດ ຢູ່ໃນພື້ນທີ່ດັ່ງກ່າວ, ບັນທຶກຈາກອົງກອນຕ່າງໆທີ່ກ່ຽວຂ້ອງກັບ ຜູ້ຜະລິດທີ່ສະແດງວ່າພື້ນທີ່ດັ່ງກ່າວ ບໍ່ມີການນໍາໃຊ້ສານເຄມີ ມາເປັນເວລາດົນນານ ແລະ ໄດ້ຮັບການຟື້ນຟູສະພາບດິນ ໂດຍທໍາມະຊາດ, ບົດຄວາມທີ່ພິມເຜີຍແຜ່ທີ່ກ່ຽວຂ້ອງ ກັບຜູ້ຜະລິດ ແລະອື່ນໆ. ກົມປູກຝັງສະຫງວນສິດ ໃນການພິຈາລະນາເປັນກໍລະນີໄປ. ຂ້າງເທິງ

ມາດຕາ 10. ຊະນິດ ແລະ ແນວພັນພືດ

  1. ຄວນເລືອກໃຊ້ພັນພືດທີ່ເໝາະສົມກັບ ສະພາບແວດລ້ອມໃນທ້ອງຖິ່ນ ແລະ ມີຄວາມຕ້ານທານຕໍ່ພະຍາດ ແລະ ແມງໄມ້.
  2. ເມັດພັນ ແລະ ສິ້ນສ່ວນຂະຫຍາຍພັນພືດທີ່ນໍາມາປູກ ຕ້ອງຜະລິດຈາກລະບົບກະສິກໍາອິນຊີ.
  3. ໃນກໍລະນີທີ່ບໍ່ສາມາດຫາເມັດພັນ ແລະ ແນວພັນພືດຈາກລະບົບກະສິກໍາອິນຊີ ໄດ້ອະນຸຍາດໃຫ້ໃຊ້ຈາກແຫຼ່ງທົ່ວໄປໄດ້ ແຕ່ຕ້ອງບໍ່ມີການເຄືອບສານເຄມີ. ຍົກເວັ້ນໃນກໍລະນີຈໍາເປັນທີ່ຫາກໍ່ເລີ່ມມີ ການເຮັດກະສິກໍາອິນຊີໃນພື້ນທີ່ນັ້ນ ຫຼື ມີເຫດສຸດວິໄສ ອາດຈະອະນຸໂລມໃຫ້ໃຊ້ເມັດພັນ ຫຼື ສິ້ນສ່ວນຂະຫຍາຍພັນພືດ ທີ່ເຄືອບສານເຄມີໄດ້ (ເຊັ່ນ: ຊື້ຈາກທ້ອງຕະຫຼາດ). ແຕ່ຊາວກະສິກອນ ຕ້ອງພັດທະນາການຜະລິດເມັດພັນ ແລະ ແນວພັນພືດຂຶ້ນເອງຢູ່ໃນສວນ ແລະ ໄຮ່ນາ ຫຼື ແລກປ່ຽນກັນລະຫວ່າງສະມາຊິກ ທີ່ເຮັດກະສິກໍາອິນຊີພາຍໃນແຜນການຜະລິດປີນັ້ນ.
  4. ໃນກໍລະນີໄມ້ໃຫ້ໝາກ ຖ້າກິ່ງພັນ ຫຼື ສິ້ນສ່ວນຂະຫຍາຍພັນພືດ ທີ່ນໍາມາປູກໃນຟາມບໍ່ໄດ້ມາຈາກກະສິກໍາອິນຊີ, ຜົນຜະລິດທີ່ໄດ້ຈາກການປູກຢູ່ ໃນຟາມກະສິກໍາອິນຊີ ໃນຊ່ວງໄລຍະ 12 ເດືອນທໍາອິດ ຈະຍັງບໍ່ສາມາດຂາຍພາຍໃຕ້ກາໝາຍ ຂອງມາດຕະຖານກະສິກໍາອິນຊີໄດ້.
  5. ຫ້າມໃຊ້ພັນພືດທີ່ມາຈາກການປັບປຸງພັນ ໂດຍວິທີການຕັດແຕ່ງພັນທຸກໍາ. ຂ້າງເທິງ

ມາດຕາ 11. ຄວາມຫຼາກຫຼາຍຂອງພືດພາຍໃນຟາມ
   ຄວາມຫຼາກຫຼາຍຂອງພືດໃນຟາມມີ:

  1. ໃນການປູກພືດລົ້ມລຸກຜູ້ຜະລິດ ຕ້ອງສ້າງຄວາມຫຼາກຫຼາຍພາຍໃນຟາມ ໂດຍຢ່າງໜ້ອຍຕ້ອງປູກພືດໝູນວຽນ ເພື່ອຊ່ວຍຫຼຸດຜ່ອນການລະບາດ ຂອງພະຍາດພືດ, ແມງໄມ້ສັດຕູພືດ ແລະ ວັດຊະພືດ, ພ້ອມທັງປູກພືດທີ່ບໍາລຸງດິນໄປພ້ອມກັນ ເພື່ອເປັນການເພີ່ມອິນຊີວັດຖຸ ແລະ ຄວາມອຸດົມສົມບູນຂອງດິນ ຍົກເວັ້ນໃນກໍລະນີຜູ້ຜະລິດ ໄດ້ສ້າງຄວາມຫຼາກຫຼາຍຂອງພືດ ພາຍໃນຟາມໄດ້ດ້ວຍວິທີອື່ນ.
  2. ໃນສວນໄມ້ໃຫ້ໝາກ ຜູ້ຜະລິດຕ້ອງສ້າງຄວາມຫຼາກຫຼາຍຂອງພືດ ພາຍໃນຟາມ ໂດຍຢ່າງໜ້ອຍຕ້ອງປູກພືດປົກຄຸມດິນ ແລະ/ຫຼື ປູກພືດອື່ນໆຫຼາກຫຼາຍຊະນິດ. ຂ້າງເທິງ

ມາດຕາ 12. ການປ້ອງກັນ ແລະ ກໍາຈັດສັດຕູພືດ, ພະຍາດພືດ ແລະ ວັດຊະພືດ
   ການປ້ອງກັນ ແລະ ກໍາຈັດສັດຕູພືດ, ພະຍາດພືດ ແລະ ວັດຊະພືດຕ້ອງປະຕິບັດດັ່ງນີ້:

  1. ຄວນສົ່ງເສີມໃຫ້ມີການຂະຫຍາຍຊະນິດຂອງສັດ ແລະ ແມງໄມ້ທີ່ເປັນປະໂຫຍດ (ໂຕກິນແມງໄມ້ ແລະ ແຕນບຽນ) ເຊັ່ນວ່າ: ການປູກໄມ້ດອກແຊມໃນຮົ້ວສວນ ແລະ ໄຮ່ນາ, ການປູກພືດໃຫ້ເປັນທີ່ຢູ່ອາໄສຂອງສັດ ແລະ ແມງໄມ້ທີ່ເປັນປະໂຫຍດ ຫຼື ສ້າງຮັງໃຫ້ນົກ.
  2. ຄວນປູກພືດຂັບໄລ່ແມງໄມ້ສັດຕູພືດ ເປັນພືດຮ່ວມກັນໃນແປງປູກພືດ ຈະຊ່ວຍຫຼຸດຜ່ອນ ບັນຫາແມງໄມ້ສັດຕູພືດໄດ້ເຊັ່ນ: ປູກຜັກບົ່ວຫົວໃຫຍ່ຮ່ວມກັບກະລໍ່າປີ, ຫົວສີໄຄກັບຜັກກາດນາເປັນຕົ້ນ.
  3. ຫຼີກເວັ້ນການປູກພືດຊະນິດເກົ່າ ຊໍ້າຢູ່ໃນແປງດຽວກັນ ເພື່ອຫຼຸດຜ່ອນບັນຫາການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດເຊັ່ນວ່າ: ບໍ່ຄວນປູກພືດຊະນິດເກົ່າໃສ່ຊໍ້າໃນແປງດຽວກັນ ແຕ່ຄວນປູກພືດ ຫຼື ຜັກຊະນິດອື່ນໝູນວຽນຢູ່ໃນແປງນັ້ນ.
  4. ໃຊ້ວິທີເຂດຕະກໍາ ເພື່ອຄວບຄຸມການຈະເລີນເຕີບໂຕຂອງວັດຊະພືດເຊັ່ນ: ການໄຖກົບ, ການປູກພືດໝູນວຽນ, ການປູກພືດຮວມກັນ, ການປູກພືດປົກຄຸມໜ້າດິນ, ການໃຊ້ວັດຖຸປົກຄຸມດິນຈາກທໍາມະຊາດ. ຂ້າງເທິງ

ມາດຕາ 13. ຂໍ້ຫ້າມ ແລະ ອະນຸຍາດ

  1. ຫ້າມໃຊ້ສານເຄມີສັງເຄາະ ແລະ ຜະລິດຕະພັນ ທີ່ມາຈາກຂະບວນການຕັດແຕ່ງພັນທຸກໍາ ໃນການປ້ອງກັນກໍາຈັດສັດຕູພືດ.
  2. ອະນຸຍາດໃຫ້ໃຊ້ວິທີການ ແລະ ຜະລິດຕະພັນໃນການປ້ອງກັນ ແລະ ກໍາຈັດສັດຕູພືດພ້ອມທັງສານປຸງແຕ່ງ ທີ່ໃຊ້ໃນຜະລິດຕະພັນປ້ອງກັນ ແລະ ກໍາຈັດສັດຕູພືດສະເພາະ ຕາມລາຍການທີ່ລະບຸຢູ່ໃນເອກະສານຊ້ອນທ້າຍ 1 (ພາກທີ 2 ແລະ ພາກທີ 5).
  3. ວິທີການ ແລະ ຜະລິດຕະພັນໃນການປ້ອງກັນ ແລະ ກໍາຈັດສັດຕູພືດທີ່ບໍ່ໄດ້ລະບຸໄວ້ ໃນພາກເອກະສານຊ້ອນທ້າຍ 1 (ພາກທີ 2 ແລະ ພາກທີ 5) ອາດຈະອະນຸຍາດໃຫ້ໃຊ້ໄດ້ ເມື່ອໄດ້ຮັບການກວດສອບຈາກກົມປູກຝັງ ຕາມແນວທາງການປະເມີນຂາເຂົ້າກະສິກໍາ ໃນເອກະສານຊ້ອນທ້າຍ 4.
  4. ອະນຸຍາດໃຫ້ໃຊ້ເຄືອຫັນໄດ້ ແຕ່ສໍາລັບພືດກິນໃບຕ້ອງໄດ້ປະໄວ້ຢ່າງໜ້ອຍ 7 ມື້ ກ່ອນເກັບກ່ຽວຜົນຜະລິດ ແລະ ຕ້ອງໃຊ້ຢ່າງລະມັດລະວັງ ເນື່ອງຈາກເປັນພິດຕໍ່ສັດເລືອດເຢັນເຊັ່ນ: ປາ.
  5. ອະນຸຍາດໃຫ້ໃຊ້ນໍ້າບົ່ມຈາກຢາສູບ ໃນການກໍາຈັດສັດຕູພືດ ແຕ່ໃຫ້ໃຊ້ຢ່າງລະມັດລະວັງໂດຍບໍ່ໃຫ້ມີຜົນກະທົບ ຕໍ່ສິ່ງທີ່ມີຊີວິດທີ່ເປັນປະໂຫຍດອື່ນໆ ແລະ ບໍ່ອະນຸຍາດໃຫ້ໃຊ້ສານນິໂຄຕິນບໍລິສຸດ.
  6. ຫ້າມໃຊ້ແຟັບ ຫຼື ສານຈັບໃຍສັງເຄາະທຸກຊະນິດ.
  7. ອະນຸຍາດໃຫ້ໃຊ້ວິທີການທາງກາຍຍະພາບ ແລະ ຊີວະພາບໃນການປ້ອງກັນ ແລະ ກໍາຈັດສັດຕູພືດ ແຕ່ຕ້ອງລະວັງບໍ່ໃຫ້ມີຜົນກະທົບຕໍ່ຄວາມສົມດຸນ ລະຫວ່າງສັດຕູພືດ, ແມງໄມ້ ແລະ ສິ່ງມີຊີວິດທີ່ເປັນປະໂຫຍດຢູ່ໃນຟາມ.
  8. ໃນການໃຊ້ເຟືອງປົກຄຸມໜ້າດິນ ເພື່ອປ້ອງກັນກໍາຈັດວັດຊະພືດ ແລະ ຮັກສາຄວາມຊຸ່ມຂອງດິນ, ຄວນໃຊ້ເຟືອງທີ່ໄດ້ຈາກນາອິນຊີເທົ່ານັ້ນ.
  9. ອະນຸຍາດໃຫ້ໃຊ້ຜ້າຢາງພລາສຕິກ ໃນການປົກຄຸມໜ້າດິນ, ຫໍ່ໝາກໄມ້ ແລະ ກາງມຸ້ງກັນແມງໄມ້ໄດ້ ແລະ ຕ້ອງມີວິທີການຈັດການ ທີ່ເໝາະສົມຫຼັງການໃຊ້ແລ້ວ.
  10. ອະນຸຍາດໃຫ້ໃຊ້ຄວາມຮ້ອນ ໃນການຮົມຂ້າແມງໄມ້ ແລະ ເຊື້ອໂລກຢູ່ໃນດິນໄດ້ສະເພາະຢູ່ໃນເຮືອນເພາະຊໍາ. ໃນກໍລະນີທີ່ຕ້ອງການກ້າເບັ້ຍທີ່ມີຄວາມອ່ອນແອ ຕໍ່ພະຍາດເທົ່ານັ້ນ. ຂ້າງເທິງ

ມາດຕາ 14. ສານເລັ່ງການຈະເລີນເຕີບໂຕ ແລະ ສານອື່ນໆ

  1. ຫ້າມໃຊ້ສານເຄມີສັງເຄາະ ເລັ່ງການຈະເລີນເຕີບໂຕທຸກພາກສ່ວນຂອງພືດ ເຊັ່ນ: ໄອບີເອ (IBA) ແລະ ເອັນເອເອ (NAA) ໃນການຂະຫຍາຍພັນພືດ.
  2. ຫ້າມໃຊ້ສີສັງເຄາະ ໃນການຍ້ອມສີໝາກໄມ້ໃຫ້ມີສີສັນງົດງາມ.
  3. ອະນຸຍາດໃຫ້ໃຊ້ສານເລັ່ງການຈະເລີນເຕີບໂຕ ແລະ ສານປຸງແຕ່ງອື່ນໆສະເພາະ ທີ່ລະບຸໄວ້ໃນເອກະສານຊ້ອນທ້າຍ 1 (ພາກທີ 2) ນອກເໜືອຈາກທີ່ລະບຸໄວ້ ອາດຈະອະນຸຍາດໃຫ້ໃຊ້ໄດ້ເມື່ອໄດ້ຮັບການກວດສອບ ຈາກກົມປູກຝັງຕາມຄູ່ມືການປະເມີນ ຂາເຂົ້າກະສິກໍາໃນເອກະສານຊ້ອນທ້າຍ 4. ຂ້າງເທິງ

ມາດຕາ 15. ການປ້ອງກັນການເປິເປື້ອນ

  1. ໃນກໍລະນີທີ່ແປງກະສິກໍາອິນຊີ ອາດໄດ້ຮັບການເປິເປື້ອນຈາກແປງຂ້າງຄຽງ ທີ່ມີການໃຊ້ສານເຄມີ ຜູ້ຜະລິດຕ້ອງມີແນວປ້ອງກັນການເປິເປື້ອນສານເຄມີ ຈາກແປງຂ້າງຄຽງໂດຍມີຂະໜາດກວ້າງ 1 ແມັດ ຊຶ່ງແນວປ້ອງກັນດັ່ງກ່າວ ຕ້ອງປະຕິບັດດັ່ງລຸ່ມນີ້:
    1.1. ໃນກໍລະນີທີ່ມີການເປິເປື້ອນທາງອາກາດ ຕ້ອງມີການປູກພືດເປັນແນວປ້ອງກັນລົມ ເພື່ອປ້ອງກັນການເປິເປື້ອນ ທີ່ມາຈາກການສີດຢາເຄມີທາງອາກາດ ໂດຍພືດທີ່ປູກເປັນແນວປ້ອງກັນລົມ ບໍ່ສາມາດຈໍາໜ່າຍເປັນຜະລິດຕະພັນກະສິກໍາອິນຊີໄດ້. ດັ່ງນັ້ນພືດທີ່ປູກເປັນແນວປ້ອງກັນລົມ ຈຶ່ງເປັນພືດຄົນລະຊະນິດແນວພັນ ກັບພືດທີ່ຕ້ອງການຂໍຮັບຮອງ ຈາກກົມປູກຝັງຊຶ່ງສາມາດໃຈ້ແຍກຄວາມແຕກຕ່າງກັນໄດ້ ຢ່າງງ່າຍດາຍ.
    1.2. ໃນກໍລະນີມີການເປິເປື້ອນທາງນໍ້າ ຈະຕ້ອງມີການເຮັດຄັນຄູອ້ອມຮອບແປງ ຫຼື ຂຸດເປັນຮ່ອງນໍ້າ ເພື່ອປ້ອງກັນການເປິເປື້ອນຈາກສານເຄມີ ທີ່ມາຈາກທາງນໍ້າ. ອັນນີ້ໃນກໍລະນີທີ່ແປງກະສິກໍາອິນຊີທີ່ຢູ່ພື້ນທີ່ ທີ່ມີຄວາມສ່ຽງຕໍ່ການເປິເປື້ອນຫຼາຍທາງ ກົມປູກຝັງອາດພິຈາລະນາໃຫ້ຂະຫຍາຍແນວປ້ອງກັນ ເພີ່ມຂຶ້ນ.
  2. ໃນກໍລະນີທີ່ແປງກະສິກໍາອິນຊີ ມີຄວາມສ່ຽງຈາກການເປິເປື້ອນສານເຄມີ ຫຼື ໂລຫະໜັກທັງທີ່ເກີດຈາກມົນລະພິດພາຍນອກ ຫຼື ຈາກການນໍາໃຊ້ສານເຄມີ ຫຼື ຂາເຂົ້າກະສິກໍາຂອງຟາມໃນໄລຍະຜ່ານມາ, ຜູ້ຜະລິດຕ້ອງຍິນຍອມໃຫ້ກົມປູກຝັງ ນໍາຕົວຢ່າງນໍ້າ, ດິນ ຫຼື ຜົນຜະລິດໄປກວດວິເຄາະໃນຫ້ອງວິໄຈ ເພື່ອພິສູດຫາປະລິມານສານພິດຕົກຄ້າງ ໂດຍຜູ້ຜະລິດຕ້ອງຮັບຜິດຊອບຄ່າໃຊ້ຈ່າຍ ໃນການກວດສອບ.
  3. ຫ້າມໃຊ້ເຄື່ອງມືທີ່ສີດພົ່ນສານປ້ອງກັນ ແລະ ກໍາຈັດສັດຕູພືດ ຫຼື ສານເຄມີທີ່ໃຊ້ຢູ່ໃນລະບົບກະສິກໍາເຄມີ ປະປົນຢູ່ກັບເຄື່ອງມືສີດພົ່ນທີ່ໃຊ້ຢູ່ໃນລະບົບ ກະສິກໍາອິນຊີ.
  4. ໃນກໍລະນີທີ່ ໃຊ້ເຄື່ອງກົນຈັກກະສິກໍາເຊັ່ນ: ເຄື່ອງຈັກເກັບກ່ຽວ, ເຄື່ອງປັ່ນເຂົ້າ ແລະອື່ນໆຮ່ວມກັນກັບກະສິກໍາເຄມີ ແລະ ກະສິກໍາອິນຊີ ຜູ້ຜະລິດຕ້ອງທໍາຄວາມສະອາດ ເຄື່ອງກົນຈັກດັ່ງກ່າວເສຍກ່ອນ ແລ້ວຈຶ່ງນໍາເອົາໄປໃຊ້ໃນແປງກະສິກໍາອິນຊີ. ຂ້າງເທິງ

ມາດຕາ 16. ການເກັບກ່ຽວຜົນຜະລິດຈາກທໍາມະຊາດ

  1. ຜົນຜະລິດຈາກທໍາມະຊາດ ໝາຍເຖິງຜົນຜະລິດຮ່ວມທັງໄດ້ຈາກພືດ ແລະ ສັດທຸກຊະນິດ (ເຊັ່ນ: ເຫັດ, ຢາພື້ນເມືອງ, ນໍ້າເຜິ້ງ ແລະອື່ນໆ) ທີ່ເກັບໄດ້ຈາກທໍາມະຊາດ ໂດຍບໍ່ໄດ້ເຮັດການປູກ ຫຼື ລ້ຽງຂຶ້ນມາເອງ.
  2. ຜົນຜະະລິດທີ່ສາມາດເກັບໄດ້ ຕ້ອງຢູ່ໃນບໍລິເວນທີ່ກໍານົດຂອບເຂດໄດ້ຢ່າງຈະແຈ້ງ.
  3. ໃນບໍລິເວນທີ່ເກັບກ່ຽວຜົນຜະລິດນີ້ ຕ້ອງບໍ່ມີການໃຊ້ສານເຄມີ ທີ່ຫ້າມໃຊ້ໃນກະສິກໍາອິນຊີ ເປັນເວລາບໍ່ຕໍ່າກວ່າ 3 ປີ.
  4. ໃນກໍລະນີທີ່ບໍລິເວນເກັບກ່ຽວຜົນຜະລິດ ທີ່ມີຄວາມສ່ຽງໃນການເປິເປື້ອນມົນລະພິດ ຈາກຟາມເຄມີຂ້າງຄຽງບໍລິເວນທີ່ເກັບກ່ຽວນັ້ນ, ຕ້ອງມີແນວປ້ອງກັນການເປິເປື້ອນສານເຄມີ ຈາກພື້ນທີ່ຂ້າງຄຽງກວ້າງບໍ່ຕໍ່າກວ່າ 25 ແມັດ.
  5. ການເກັບກ່ຽວຜົນຜະລິດຈາກທໍາມະຊາດ ຕ້ອງບໍ່ກໍ່ໃຫ້ເກີດຜົນກະທົບ ຕໍ່ສະພາບແວດລ້ອມ ແລະ ລະບົບນິເວດໃນພື້ນທີ່ດັ່ງກ່າວ ໂດຍບໍ່ມີຜົນກະທົບຕໍ່ການສູນພັນຂອງພືດ ແລະ ສັດໃນບໍລິເວນນັ້ນ.
  6. ຜູ້ສະເໜີຂໍຮັບຮອງຜົນຜະລິດຈາກທໍາມະຊາດ ຕ້ອງເປັນສະມາຊິກໃນຊຸມຊົນ (ກຸ່ມຜູ້ຜະລິດ) ແລະ ໄດ້ຮັບການຮັບຮອງຈາກອົງກອນຊຸມຊົນທີ່ດູແລຮັກສາ ພື້ນທີ່ໆຜູ້ສະໝັກເຮັດການເກັບກ່ຽວຜົນຜະລິດ ວ່າເປັນຜູ້ມີສັກກາຍະພາບ ໃນການເກັບກ່ຽວຜົນຜະລິດຈາກທໍາມະຊາດຢ່າງຍືນຍົງ. ຂ້າງເທິງ

ມາດຕາ 17. ການແປຮູບ ແລະ ການປະຕິບັດຫຼັງການເກັບກ່ຽວ

  1. ທຸກຂັ້ນຕອນໃນການປະຕິບັດ ຫຼັງການເກັບກ່ຽວ ແລະ ການແປຮູບ ຕ້ອງໄດ້ຮັບການກວດສອບ ແລະ ຮັບຮອງຈາກກົມປູກຝັງ.
  2. ໃນກໍລະນີທີ່ຜູ້ຜະລິດ ເປັນຜູ້ຈັດການບັນຈຸຜົນຜະລິດອິນຊີ, ຂາຍດ້ວຍຕົນເອງ ແລະ ເຮັດການແປຮູບຢູ່ໃນຄອບຄົວ ຊຶ່ງເປັນການແປຮູບຂະໜາດນ້ອຍ ໂດຍໃຊ້ຜົນຜະລິດກະສິກໍາອິນຊີຂອງຕົນ ມາເປັນວັດຖຸດິບເທົ່ານັ້ນ (ເປັນຜະລິດຕະພັນທີ່ມີຜົນຜະລິດອິນຊີ ບໍ່ຕໍ່າກວ່າ 95%) ການປະຕິບັດຫຼັງການເກັບກ່ຽວ ແລະ ການແປຮູບໃນກໍລະນີນີ້ ຈະໄດ້ຮັບການກວດສອບ ແລະ ຮັບຮອງພ້ອມກັບການກວດສອບ ແລະ ຮັບຮອງຟາມ ໂດຍຜູ້ຜະລິດຕ້ອງແຈ້ງໃຫ້ກົມປູກຝັງ ຊາບວ່າຈະເຮັດການບັນຈຸ ແລະ/ຫຼື ເຮັດການແປຮູບດ້ວຍ ຫຼື ບໍ່. ຂ້າງເທິງ

ໝວດທີ III
ຜູ້ປະກອບການ ແລະ ຜູ້ຮັບຈ້າງຜະລິດ

ມາດຕາ 18. ຜູ້ປະກອບການ

  1. ຜູ້ປະກອບການທີ່ຮັບເອົາ ຜົນຜະລິດກະສິກໍາອິນຊີມາຈໍາໜ່າຍ ໂດຍຜົນຜະລິດນັ້ນຫຸ້ມຫໍ່ມາຮຽບຮ້ອຍແລ້ວ ແລະ ມີການເປີດເພື່ອບັນຈຸໃໝ່ບໍ່ຈໍາເປັນຕ້ອງ ຂໍການຮັບຮອງຈາກກົມປູກຝັງ.
  2. ຜູ້ປະກອບການ ຕ້ອງຝຶກອົບຮົມ ແລະ ແນະນໍາໃຫ້ພະນັກງານ ຫຼື ຜູ້ທີ່ມີໜ້າທີ່ກ່ຽວຂ້ອງເຂົ້າໃຈລາຍລະອຽດ ການປະຕິບັດທຸກຂັ້ນຕອນ ຕາມມາດຕະຖານກະສິກໍາອິນຊີ.
  3. ຜູ້ປະກອບການ ຕ້ອງເຮັດລະບົບເອກະສານທີ່ສະແດງໃຫ້ເຫັນທີ່ມາ ຂອງວັດຖຸດິບອິນຊີທີ່ໃຊ້ໃນການແປຮູບ, ບັນທຶກການບັນຈຸ/ແປຮູບ, ປະລິມານຜົນຜະລິດ, ຜະລິດຕະພັນໃນສາງ ແລະ ບັນຊີລາຍຮັບລາຍຈ່າຍທີ່ກ່ຽວຂ້ອງກັບການຮັບຊື້ ຜົນຜະລິດອິນຊີມາບັນຈຸ, ແປຮູບເປັນຜະລິດຕະພັນອິນຊີແລ້ວ ຈໍາໜ່າຍອອກໄປໃຫ້ຈະແຈ້ງ ແລະ ກົມປູກຝັງສາມາດກວດສອບກັບຄືນໄດ້.
  4. ຜູ້ປະກອບການ ຕ້ອງມີເອກະສານຢັ້ງຢືນໄດ້ວ່າ: ວັດຖຸດິບອິນຊີທີ່ນໍາມາແປຮູບນັ້ນ ໄດ້ຮັບການຮັບຮອງມາດຕະຖານກະສິກໍາອິນຊີ ຈາກກົມປູກຝັງ ຫຼື ທຽບເທົ່າ. ຂ້າງເທິງ

ມາດຕາ 19. ຜູ້ຮັບຈ້າງຜະລິດ
   ຜູ້ຮັບຈ້າງຜະລິດບໍ່ຈໍາເປັນຕ້ອງຂໍໃບຮັບຮອງຈາກກົມປູກຝັງ ແຕ່ຕ້ອງມີການເຮັດສັນຍາກັບ ຜູ້ປະກອບການ ຫຼື ຜູ້ວ່າຈ້າງໂດຍຜູ້ຮັບຈ້າງຜະລິດຍິນຍອມ ທີ່ຈະດໍາເນີນການຜະລິດໃຫ້ໄດ້ ຕາມມາດຕະຖານແປຮູບ ແລະ ການປະຕິບັດຫຼັງການເກັບກ່ຽວ ຂອງມາດຕະຖານກະສິກໍາອິນຊີ ແລະ ຍິນຍອມໃຫ້ກົມປູກຝັງກວດສອບສະຖານທີ່ ເຮັດການຜະລິດໄດ້ພ້ອມທັງໃຫ້ຂໍ້ມູນ ແລະ ຄວາມຮ່ວມມືໃນທຸກຂັ້ນຕອນຕາມທີ່ຮ້ອງຂໍ, ອັນນີ້ຜູ້ປະກອບການຊຶ່ງເປັນເຈົ້າຂອງຜະລິດຕະພັນ ຕ້ອງເປັນຜູ້ຂໍຮັບຮອງຈາກກົມປູກຝັງ ແລະ ເປັນຜູ້ຮັບຜິດຊອບໃຫ້ຜູ້ຮັບຈ້າງຜະລິດ ປະຕິບັດຕາມມາດຕະຖານ ແລະ ເງື່ອນໄຂການຮັບຮອງທີ່ທາງມາດຕະຖານກະສິກໍາອິນຊີ ກໍານົດໄວ້. ຂ້າງເທິງ

ໝວດທີ IV
ການຜະລິດ, ການເກັບຮັກສາ, ການຫຸ້ມຫໍ່ ແລະ ການຂົນສົ່ງ

ມາດຕາ 20. ວັດຖຸດິບສ່ວນປະສົມ, ສານປຸງແຕ່ງ ແລະ ສານຊ່ວຍແປຮູບ

  1. ວັດຖຸດິບໃນຜະລິດຕະພັນແປຮູບອິນຊີ ຕ້ອງເປັນຜົນຜະລິດທີ່ໄດ້ຮັບການຮັບຮອງ ມາດຕະຖານກະສິກໍາອິນຊີ.
  2. ໃນກໍລະນີທີ່ວັດຖຸດິບຈາກກະສິກໍາອິນຊີ ປະລິມານບໍ່ພຽງພໍ ກົມປູກຝັງອາດຈະອະນຸຍາດໃຫ້ໃຊ້ວັດຖຸດິບ ຈາກກະສິກໍາເຄມີ ຫຼື ກະສິກໍາທົ່ວໄປທີ່ບໍ່ໄດ້ຮັບການຮັບຮອງ ມາດຕະຖານມາເປັນສ່ວນປະສົມໄດ້ ຜູ້ປະກອບການຕ້ອງລາຍງານໃຫ້ ກົມປູກຝັງຮັບຮູ້ ເພື່ອເຮັດການກວດສອບ.
  3. ໃນການແປຮູບເປັນຜະລິດຕະພັນອິນຊີຊະນິດໜຶ່ງ, ບໍ່ອະນຸຍາດໃຫ້ໃຊ້ວັດຖຸດິບຊະນິດດຽວກັນ ທັງມາຈາກກະສິກໍາອິນຊີ ແລະ ກະສິກໍາທົ່ວໄປທີ່ບໍ່ໄດ້ຮັບການຮັບຮອງມາດຕະຖານ ມາປະສົມກັນ.
  4. ຜະລິດຕະພັນແປຮູບອິນຊີ ທີ່ບໍ່ໄດ້ມີສ່ວນປະສົມມາຈາກ ຜົນຜະລິດອິນຊີທັງໝົດສາມາດຂໍຮັບຮອງໄດ້ ເມື່ອມີສ່ວນປະສົມຈາກຜົນຜະລິດອິນຊີເປັນ 2 ລະດັບດັ່ງນີ້:
    4.1. ມີຜົນຜະລິດອິນຊີບໍ່ຕໍ່າກວ່າ 95% ໂດຍນໍ້າໜັກ ອັນນີ້ບໍ່ລວມນໍ້າ, ເກືອ ແລະ ມີສ່ວນປະສົມອື່ນໆ ທີ່ອະນຸຍາດໃຫ້ໃຊ້ໄດ້ລວມແລ້ວບໍ່ເກີນ 5%.
    4.2. ມີຜົນຜະລິດອິນຊີບໍ່ຕໍ່າກວ່າ 70% ໂດຍນໍ້າໜັກນີ້ບໍ່ລວມນໍ້າ, ເກືອ ແລະ ສ່ວນປະສົມອື່ນໆ ທີ່ອະນຸຍາດໃຫ້ໃຊ້ໄດ້ລວມແລ້ວ ບໍ່ເກີນ 30%.
  5. ຄວາມພະຍາຍາມໃຊ້ສານປຸງແຕ່ງ ແລະ ສານຊ່ວຍແປຮູບໃຫ້ໜ້ອຍທີ່ສຸດ ໃນກໍລະນີທີ່ຈໍາເປັນຕ້ອງໃຊ້, ອະນຸຍາດໃຫ້ໃຊ້ສານປຸງແຕ່ງ ແລະ ສານຊ່ວຍແປຮູບສະເພາະທີ່ລະບຸໄວ້ ໃນເອກະສານຊ້ອນທ້າຍ 2. ໃນກໍລະນີທີ່ບໍ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ ກົມປູກຝັງອາດຈະອະນຸຍາດໃຫ້ໃຊ້ໄດ້. ອັນນີ້ຜູ້ປະກອບການ ຈະຕ້ອງລາຍງານໃຫ້ກົມປູກຝັງຮັບຮູ້ ເພື່ອເຮັດການທົດສອບ ແລະ ອະນຸມັດໃຫ້ໃຊ້ຕາມແນວທາງ ໃນການປະເມີນສານປຸງແຕ່ງ ແລະ ສານຊ່ວຍແປຮູບໃນເອກະສານຊ້ອນທ້າຍ 5.
  6. ບໍ່ອະນຸຍາດໃຫ້ໃຊ້ສານຕໍ່ໄປນີ້ ໃນການແປຮູບ: ຊັກຄະລິນ (saccharin), ສານບໍແຣກ (borax), ແປ້ງນົວ (monosodium glutamate), ສານກັນບູດສັງເຄາະ, ສານຟອກສີຈໍາພວກຊັນເຟີໄດອອກໄຊ.
  7. ວັດຖຸດິບຈາກກະສິກໍາເຄມີ ຫຼື ກະສິກໍາທົ່ວໄປທີ່ບໍ່ໄດ້ຮັບການຮັບຮອງມາດຕະຖານ ສານປຸງແຕ່ງ, ສານຊ່ວຍແປຮູບ, ເຊື້ອຈຸລິນຊີ ແລະ ເອນໄຊ ທີ່ໃຊ້ໃນການແປຮູບ ຕ້ອງບໍ່ແມ່ນໄດ້ມາຈາກຂະບວນການຕັດແຕ່ງພັນທຸກໍາ.
  8. ຫ້າມບໍ່ໃຫ້ເພີ່ມເຕີມວິຕາມິນ ແລະ ແຮ່ທາດໃນຜະລິດຕະພັນແປຮູບອິນຊີ. ຂ້າງເທິງ

ມາດຕາ 21. ຂະບວນການແປຮູບ

  1. ອະນຸຍາດໃຫ້ໃຊ້ຂະບວນການແປຮູບຜະລິດຕະພັນ ດັ່ງຕໍ່ໄປນີ້:
    1.1.ຂະບວນການທາງກາຍະພາບເຊັ່ນ: ການສີ, ການຄັ້ນນໍ້າ, ການບີບນໍ້າມັນ.
    1.2. ຂະບວນການທາງຊີວະພາບເຊັ່ນ: ການບົ່ມ, ການດອງ ແຕ່ຕ້ອງບໍ່ໃຊ້ເຊື້ອຈຸລິນຊີທີ່ໄດ້ມາຈາກຂະບວນການ ຕັດແຕ່ງພັນທຸກໍາ.
    1.3. ການຕາກລົມ, ການຕາກແດດ, ການອົບແຫ້ງດ້ວຍຄວາມຮ້ອນ, ການຈືນ, ການກວນ, ການຂ້ຽວ ແລະ ການຮົມຄວັນ.
    1.4. ການສະກັດສະເພາະດ້ວຍນໍ້າ, ເຫຼົ້າເອຕາໂນນ, ນໍ້າມັນ, ນໍ້າສົ້ມ, ຄາບອນໄດອັອກໄຊ, ໄນໂຕຣເຈນ ຫຼື ກົດກາກບອນຊີລິກ.
    1.5. ການເປັນຕະກອນ.
    1.6. ການຕອງ.
  2. ວັດຖຸທີ່ໃຊ້ໃນການຕອງ ຕ້ອງບໍ່ແມ່ນເຮັດຈາກແອດສະເບດຕອດ (asbestos) ຫຼື ເປັນວັດຖຸທີ່ມີຜົນກະທົບຕໍ່ຜະລິດຕະພັນ.
  3. ອະນຸຍາດໃຫ້ໃຊ້ເອຕິແລນໃນການບົ່ມຜົນຜະລິດ.
  4. ບໍ່ອະນຸຍາດໃຫ້ສາຍລັງສີກັບຜົນຜະລິດ ແລະ ຜະລິດຕະພັນ.
  5. ສິ່ງເສດເຫຼືອ ທີ່ໄດ້ຈາກການແປຮູບ ຕ້ອງໄດ້ຮັບການຈັດການທີ່ເໝາະສົມ ເພື່ອເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ແລະ ຄວນນໍາສິ່ງເສດເຫຼືອມາໃຊ້ປະໂຫຍດ ໃນກໍລະນີສາມາດນໍາມາໃຊ້ໄດ້.
  6. ພາຊະນະເຄື່ອງມື ແລະ ວິທີການແປຮູບ ຕ້ອງສະອາດຖືກຫຼັກອະນາໄມທຸກຂັ້ນຕອນ ແລະ ມີມາດຕະການປ້ອງກັນສານເປິເປື້ອນ ຈາກສິ່ງເປິເປື້ອນອື່ນໆ ເຊັ່ນ: ຈຸລິນຊີ, ພາຫະນໍາເຊື້ອພະຍາດ, ສານເຄມີ) ທີ່ຊັດເຈນ.
  7. ຫ້າມໃຊ້ພາຊະນະອະລູມີນຽມ ໃນການແປຮູບອາຫານທີ່ເປັນດ່າງ.
  8. ຫາກມີການໃຊ້ສະຖານທີ່ເຄື່ງມືພາຊະນະ ແລະ ເຄື່ອງຈັກຮ່ວມກັບການແປຮູບຜະລິດຕະພັນອື່ນ ທີ່ບໍ່ແມ່ນຜະລິດຕະພັນອິນຊີ ຜູ້ປະກອບການຕ້ອງປະຕິບັດດັ່ງນີ້:
    8.1. ບໍ່ດໍາເນີນການຜະລິດໃນຊ່ວງໄລຍະເວລາດຽວກັນ.
    8.2. ທໍາຄວາມສະອາດພາຊະນະເຄື່ອງມື ແລະ ເຄື່ອງຈັກໃຫ້ສະອາດປັດສະຈາກສິ່ງຕົກຄ້າງ ກ່ອນດໍາເນີນການຜະລິດ ຫຼື ແປຮູບຜະລິດຕະພັນອິນຊີ.
  9. ການທໍາຄວາມສະອາດພາຊະນະເຄື່ອງມືອຸປະກອນ ສໍາລັບການແປຮູບ ແລະ ສະຖານທີ່ອະນຸຍາດໃຫ້ໃຊ້ສານທໍາຄວາມສະອາດ ທີ່ລະບຸຢູ່ໃນລາຍການເອກະສານຊ້ອນທ້າຍ 1 (ພາກທີ 4). ຂ້າງເທິງ

ມາດຕາ 22. ການເກັບຮັກສາຜົນຜະລິດ ແລະ ຜະລິດຕະພັນ

  1. ສະຖານທີ່ເກັບຮັກສາຜົນຜະລິດ ແລະ ຜະລິດຕະພັນອິນຊີທຸກແຫ່ງ ຕ້ອງໄດ້ຮັບການກວດສອບຈາກກົມປູກຝັງ. ໃນກໍລະນີສະຖານທີ່ເກັບມ້ຽນຜົນຜະລິດ ແລະ ຜະລິດຕະພັນຢູ່ນອກຟາມ ຫຼື ສະຖານທີ່ປະກອບການ ຜູ້ປະກອບການຕ້ອງແຈ້ງໃຫ້ກົມປູກຝັງຮັບຊາບ.
  2. ຜົນຜະລິດ ແລະ ຜະລິດຕະພັນກະສິກໍາອິນຊີ ຕ້ອງແຍກຈາກຜົນຜະລິດ ແລະ ຜະລິດຕະພັນກະສິກໍາເຄມີ ຫຼື ກະສິກໍາທົ່ວໄປ ທີ່ບໍ່ໄດ້ຮັບການຮັບຮອງຈາກມາດຕະຖານໃຫ້ຈະແຈ້ງ ບໍ່ໃຫ້ປະປົນກັນ, ຍົກເວັ້ນມີການຫຸ້ມຫໍ່ ແລະ ບັນຈຸຢູ່ໃນຫີບຫໍ່ທີ່ມີລັກສະນະສີສັນທີ່ຕ່າງກັນ ຫຼື ມີການຕິດປ້າຍແຍກກັນຢ່າງຈະແຈ້ງ ນັບຕັ້ງແຕ່ການເຄື່ອນຍ້າຍຈົນເຖິງມືຜູ້ບໍລິໂພກ.
  3. ການເກັບກ່ຽວຜົນຜະລິດກະສິກໍາອິນຊີ ທີ່ຈະນໍາມາໃຊ້ເປັນວັດຖຸດິບໃນການແປຮູບ ຕ້ອງມີປ້າຍລະບຸວ່າ: ເປັນຜົນຜະລິດກະສິກໍາອິນຊີຢ່າງຊັດເຈນສະເໝີ, ຍົກເວັ້ນໃນກໍລະນີຢູ່ໃນສະຖານທີ່ເກັບກ່ຽວນັ້ນ ມີແຕ່ຜົນຜະລິດກະສິກໍາອິນຊີ ທີ່ໄດ້ຜ່ານການຮັບຮອງຈາກກົມປູກຝັງແລ້ວທັງໝົດ.
  4. ອະນຸຍາດໃຫ້ເກັບຮັກສາຜົນຜະລິດ ແລະ ຜະລິດຕະພັນໃນຫ້ອງທີ່ຄວບຄຸມບັນຍາກາດ ໂດຍໃຊ້ແກັສຄາບອນໄດອັອກໄຊ, ແກັສໄນໂຕຣເຈນ ຫຼື ແກັສອັອກຊີເຈນ.
  5. ອະນຸຍາດໃຫ້ໃຊ້ວິທີພື້ນບ້ານ ໃນການເກັບຮັກສາຜະລິດຕະພັນເຊັ່ນ: ການໃຊ້ໃບໝາກຂີ້ຫູດແຫ້ງ, ໝາກເຜັດແຫ້ງຄົນເຂົ້າກັນ ໃນການເກັບຮັກສາເຂົ້າສານເປັນຕົ້ນ.
  6. ອະນຸຍາດໃຫ້ໃຊ້ວິທີການເກັບຮັກສາຜະລິດຕະພັນ ດ້ວຍສູນຍາກາດ (ດູດເອົາອາກາດອອກ) ຫຼື ໃຊ້ອາຍແກັສອົບຄື: ແກັສຄາບອນໄດອອັກໄຊ.
  7. ອະນຸຍາດໃຫ້ເກັບຮັກສາຜະລິດຕະພັນ ດ້ວຍວິທີການເຮັດໃຫ້ເຢັນ ແລະ ການແຊ່ນໍ້າກ້ອນ (ແຊ່ແຂງ).
  8. ການຈັດການແມງໄມ້ສັດຕູພືດ ແລະ ບັນດາສັດທີ່ເປັນພາຫະນໍາເຊື້ອພະຍາດ ຢູ່ໃນເລົ້າສາງ ເກັບຮັກສາຜົນຜະລິດມີຫຼັກເກນໃນການຈັດການ ຕາມລໍາດັບຂັ້ນຕອນດັ່ງນີ້:
    8.1. ຜູ້ປະກອບການ ຕ້ອງພະຍາຍາມຫາວິທີການປ້ອງກັນກ່ອນ ເຊັ່ນ: ການທໍາຄວາມສະອາດເລົ້າສາງ, ການກໍາຈັດແຫຼ່ງທີ່ຢູ່ອາໄສຂອງແມງໄມ້ ສັດຕູຜົນຜະລິດໃນເລົ້າສາງ.
    8.2. ອະນຸຍາດໃຫ້ໃຊ້ວິທີການທາງກາຍະພາບ, ວິທີທາງຊີວະພາບ ແລະ ຜະລິດຕະພັນສະເພາະທີ່ລະບຸໄວ້ໃນດັດສະນີ ເອກະສານຊ້ອນທ້າຍ 1 (ພາກທີ 3).
    8.3. ຜະລິດຕະພັນ ທີ່ບໍ່ໄດ້ລະບຸໃນເອກະສານຊ້ອນທ້າຍ 1 (ພາກທີ 3) ອາດຈະອະນຸຍາດໃຫ້ໃຊ້ໄດ້ ເມື່ອໄດ້ຮັບການກວດສອບຈາກກົມປູກຝັງ ຕາມແນວທາງການປະເມີນຂາເຂົ້າກະສິກໍາ ໃນເອກະສານຊ້ອນທ້າຍ 4 ໂດຍຜູ້ປະກອບການ ຈະຕ້ອງແຈ້ງໃຫ້ກົມປູກຝັງຮັບຮູ້ລ່ວງໜ້າ ກ່ອນການໃຊ້ຜະລິດຕະພັນດັ່ງກ່າວ.
    8.4. ໃນກໍລະນີທີ່ມີຄວາມຈໍາເປັນຕ້ອງໃຊ້ສານເຄມີ ກໍາຈັດສັດຕູພືດໃນເລົ້າສາງ, ສານເຄມີດັ່ງກ່າວຕ້ອງເປັນສານທີ່ບໍ່ຕ້ອງນໍາຜະລິດຕະພັນອິນຊີ ອອກຈາກເລົ້າສາງໃຫ້ໝົດກ່ອນການສີດສານເຄມີ ແລະ ນໍາເຂົ້າມາເກັບມ້ຽນໃໝ່ໄດ້ ເມື່ອມີການກວດຈົນແນ່ໃຈວ່າ: ບໍ່ມີສານພິດດັ່ງກ່າວຕົກຄ້າງ ແລະ ມາເປິເປື້ອນກັບຜະລິດຕະພັນອິນຊີໄດ້ ພ້ອມທັງຕ້ອງໄດ້ເຮັດບັນທຶກທຸກໆຄັ້ງທີ່ໃຊ້.

   ໃນກໍລະນີທີ່ມີຂໍ້ສົງໄສວ່າ: ອາດຈະມີການເປິເປື້ອນ ກົມປູກຝັງອາດຈະກໍານົດໃຫ້ມີການກວດຫາ ສານຕົກຄ້າງໃນຜະລິດຕະພັນໄດ້ ໂດຍຜູ້ປະກອບການຕ້ອງເປັນຜູ້ຮັບຜິດຊອບ ຄ່າໃຊ້ຈ່າຍທີ່ເກີດຂຶ້ນທັງໝົດ. ຂ້າງເທິງ

ມາດຕາ 23. ການຫຸ້ມຫໍ່

  1. ວັດຖຸຫຸ້ມຫໍ່ ແລະ ອຸປະກອນບັນຈຸທີ່ໃຊ້ໃສ່ຜົນຜະລິດກະສິກໍາອິນຊີ ທີ່ມາຈາກຟາມຕ້ອງບໍ່ເຄີຍໃສ່ສານເຄມີ, ຝຸ່ນເຄມີ ຫຼື ສິ່ງທີ່ມີພິດມາກ່ອນ.
  2. ວັດຖຸຫຸ້ມຫໍ່ ແລະ ອຸປະກອນບັນຈຸທີ່ນໍາມາໃຊ້ ຕ້ອງບໍ່ຜ່ານການອົບສານຂ້າເຊື້ອ ຫຼື ສານເຄມີອື່ນໆ.
  3. ວັດຖຸຫຸ້ມຫໍ່ທີ່ນໍາມາໃສ່ຜະລິດຕະພັນສໍາເລັດຮູບ ທີ່ໄດ້ຈາກການແປຮູບຕ້ອງ ສະອາດບໍ່ເຄີຍໃຊ້ໃສ່ອາຫານ ຫຼື ວັດຖຸອື່ນມາກ່ອນ ຍົກເວັ້ນແຕ່ພາຊະນະທີ່ເປັນແກ້ວ.
  4. ຄວນໃຊ້ວັດຖຸຫຸ້ມຫໍ່ ທີ່ກໍ່ໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ແລະ ຄວນເລືອກໃຊ້ວັດຖຸຫຸ້ມຫໍ່ ທີ່ສາມາດນໍາມາໃຊ້ຄືນໄດ້ ຫຼື ນໍາໄປຜະລິດໃໝ່ໄດ້.
  5. ບໍ່ຄວນໃຊ້ວັດຖຸຫຸ້ມຫໍ່ຫຼາຍຊັ້ນເກີນຄວາມຈໍາເປັນ.
  6. ບໍ່ອະນຸຍາດໃຫ້ໃຊ້ໂຟມ ເປັນວັດຖຸຫຸ້ມຫໍ່ຜະລິດຕະພັນ. ຂ້າງເທິງ

ມາດຕາ 24. ການຂົນສົ່ງ
   ການຂົນສົ່ງຜະລິດຕະພັນອິນຊີ ສາມາດຂົນສົ່ງຮ່ວມກັບສິນຄ້າທົ່ວໄປໄດ້ ຖ້າຫາກວ່າຜະລິດຕະພັນອິນຊີ ມີການຕິດສະຫຼາກໄວ້ຢ່າງຊັດເຈນແລ້ວເທົ່ານັ້ນ ແລະ ມີພາຊະນະບັນຈຸສາມາດປ້ອງກັນການເປິເປື້ອນໄດ້. ຂ້າງເທິງ

ໝວດທີ V
ຂາເຂົ້າກະສິກໍາ

ມາດຕາ 25. ຂາເຂົ້າກະສິກໍາເພື່ອການຄ້າ
   ມາດຕະຖານນີ້ ເປັນມາດຕະຖານທີ່ໃຊ້ໃນການຮັບຮອງ ຂາເຂົ້າກະສິກໍາເພື່ອການຄ້າ, ຊຶ່ງຜູ້ຜະລິດນໍາມາສະໝັກຂໍຮັບຮອງກັບ ກົມປູກຝັງໂດຍກົງເທົ່ານັ້ນ. ບໍ່ໄດ້ນໍາມາໃຊ້ໃນການຮັບຮອງຟາມຂອງຊາວກະສິກອນ ຫຼື ເພື່ອພິຈາລະນາຂາເຂົ້າກະສິກໍາ ທີ່ຊາວກະສິກອນໃຊ້ໃນຟາມເອງ ມີຄືດັ່ງຕໍ່ໄປນີ້:

  1. ຂາເຂົ້າກະສິກໍາເພື່ອການຄ້າ ສາມາດຮັບການຮັບຮອງໄດ້ ຖ້າສ່ວນປະກອບຂອງຂາເຂົ້າກະສິກໍາ ແລະ ຂະບວນການຜະລິດ ຫຼື ໄດ້ມາຊຶ່ງຂາເຂົ້າກະສິກໍາດັ່ງກ່າວ ເປັນໄປຕາມມາດຕະຖານກະສິກໍາອິນຊີ ຫຼື ແນວທາງການປະເມີນຂາເຂົ້າກະສິກໍາ ສໍາລັບກະສິກໍາອິນຊີໃນພາກເອກະສານຊ້ອນທ້າຍ 4 ແລະ ແນວທາງການປະເມີນສານປຸງແຕ່ງ ແລະ ສານຊ່ວຍແປຮູບຜະລິດຕະພັນອິນຊີ ໃນເອກະສານຊ້ອນທ້າຍ 5.
  2. ໃນກໍລະນີຂາເຂົ້າກະສິກໍາມີຄວາມສ່ຽງ ທີ່ຈະມີໂລຫະໜັກເຈືອປົນ ເປັນຜູ້ຜະລິດຂາເຂົ້າກະສິກໍາ ຕ້ອງສະແດງຜົນການວິເຄາະໂລຫະໜັກ ຢູ່ໃນຂາເຂົ້າກະສິກໍາດັ່ງກ່າວມາໃຫ້ ກົມປູກຝັງພິຈາລະນາຊຶ່ງ ກົມປູກຝັງອາດບໍ່ຮັບຮອງຂາເຂົ້າກະສິກໍາ ທີ່ກໍ່ໃຫ້ເກີດປະລິມານໂລຫະໜັກສະສົມຫຼາຍ ເກີນກວ່າທີ່ຍອມຮັບໄດ້ (ເບິ່ງຕາມເອກະສານຊ້ອນທ້າຍ 5) ຊຶ່ງປະເມີນຈາກປະລິມານ ແລະ ຄວາມຖີ່ໃນການໃຊ້ຂາເຂົ້າກະສິກໍາ ທີ່ຜູ້ຜະລິດແນະນໍາໃຫ້ໃຊ້.
  3. ຜູ້ຜະລິດຂາເຂົ້າກະສິກໍາ ຕ້ອງມີຂໍ້ມູນທີ່ຊັດເຈນກ່ຽວກັບຄຸນປະໂຫຍດ ແລະ ປະສິດທິພາບໃນການນໍາເອົາຂາເຂົ້າກະສິກໍານັ້ນ ໄປໃຊ້ເພື່ອໃຫ້ກົມປູກຝັງສາມາດກວດສອບໄດ້.
  4. ຂາເຂົ້າກະສິກໍາ ທີ່ໄດ້ຮັບການຮັບຮອງມາດຕະຖານກະສິກໍາອິນຊີ ຕ້ອງລະບຸສ່ວນປະກອບຂອງຂາເຂົ້າກະສິກໍານັ້ນ ໄວ້ຢູ່ເທິງຫີບຫໍ່ບັນຈຸຜະລິດຕະພັນ ຫຼື ຢູ່ໃນເອກະສານແນະນໍາການໃຊ້ ພ້ອມທັງລະບຸເງື່ອນໄຂ ແລະ ຂໍ້ກໍາຈັດໃນການໃຊ້ຂາເຂົ້າກະສິກໍາດັ່ງກ່າວ ໃຫ້ຊັດເຈນດ້ວຍ. ຂ້າງເທິງ

ໝວດທີ VI
ການໃຊ້ສະຫຼາກ ແລະ ກາໝາຍ

ມາດຕາ 26. ການໃຊ້ສະຫຼາກ ແລະ ການໃຊ້ກາໝາຍມາດຕະຖານກະສິກໍາອິນຊີ

  1. ຜົນຜະລິດກະສິກໍາອິນຊີຢູ່ໃນໄລຍະການປັບປ່ຽນ ຍັງບໍ່ມີສິດໃຊ້ກາເຄື່ອງໝາຍ ມາດຕະຖານກະສິກໍາອິນຊີ.
  2. ຜົນຜະລິດ ແລະ ຜະລິດຕະພັນທີ່ຜ່ານການກວດສອບ ແລະ ຮັບຮອງມາດຕະຖານຈາກກົມປູກຝັງແລ້ວເທົ່ານັ້ນ ຈຶ່ງມີສິດໃຊ້ກາເຄື່ອງໝາຍມາດຕະຖານກະສິກໍາອິນຊີ.
  3. ຫ້າມໃຊ້ກາມາດຕະຖານກະສິກໍາອິນຊີ ເປັນຍີ່ຫໍ້ຂອງຜະລິດຕະພັນ, ກາເຄື່ອງໝາຍມາດຕະຖານກະສິກໍາອິນຊີ ຈະຕ້ອງບໍ່ເດັ່ນກວ່າຍີ່ຫໍ້ຜະລິດຕະພັນ ໂດຍຕົວອັກສອນບົ່ງບອກການຮັບຮອງມາດຕະຖານແລະ ສັນຍາລັກມາດຕະຖານກະສິກໍາອິນຊີ ຕ້ອງມີຂະໜາດບໍ່ເກີນ ¾ ຂອງຂະໜາດຍີ່ຫໍ້ຜະລິດຕະພັນ.
  4. ພາຊະນະບັນຈຸ ຕ້ອງມີຊື່ຂອງຜູ້ຜະລິດ ຫຼື ຜູ້ປະກອບການທີ່ຂໍຮັບຮອງຈາກ ກົມປູກຝັງ, ຊຶ່ງເປັນຜູ້ເຮັດການບັນຈຸຜະລິດຕະພັນ ເປັນຄົນສຸດທ້າຍແລະ ສະຖານທີ່ຕິດຕໍ່ຕິດຢູ່ນໍາສະເໝີ.
  5. ຜົນຜະລິດກະສິກໍາອິນຊີ ທີ່ຜ່ານການຮັບຮອງຈາກກົມປູກຝັງ ຈະມີສິດໃຊ້ຂໍ້ຄວາມພິມລົງກ່ອງບັນຈຸວ່າ: ຜະລິດຕະພັນອິນຊີ ຫຼື organic product ແລະ ໃສ່ກາສັນຍາລັກມາດຕະຖານກະສິກໍາອິນຊີ.
  6. ຜະລິດຕະພັນແປຮູບທີ່ມີສ່ວນປະສົມມາຈາກ ຜົນຜະລິດກະສິກໍາອິນຊີທີ່ຜ່ານການຮັບຮອງຈາກກົມປູກຝັງ ໃນປະລິມານບໍ່ຕໍ່າກວ່າ 95% ອັນນີ້ບໍ່ລວມນໍ້າ ແລະ ເກືອ, ຈະມີສິດນໍາໃຊ້ຂໍ້ຄວາມພິມລົງໃນກ່ອງບັນຈຸຜະລິດຕະພັນວ່າ: ຜະລິດຕະພັນອິນຊີ ຫຼື organic product ແລະ ໃສ່ກາເຄື່ອງໝາຍມາດຕະຖານກະສິກໍາອິນຊີ.
  7. ຜະລິດຕະພັນແປຮູບທີ່ມີສ່ວນປະສົມມາຈາກ ຜົນຜະລິດກະສິກໍາອິນຊີທີ່ຜ່ານການຮັບຮອງຈາກກົມປູກຝັງ ໃນປະລິມານບໍ່ຕໍ່າກວ່າ 70% ອັນນີ້ບໍ່ລວມນໍ້າ ແລະ ເກືອຈະບໍ່ເອີ້ນວ່າ : ເປັນຜະລິດຕະພັນອິນຊີ ແຕ່ມີສິດອ້າງວ່າເປັນຜະລິດຕະພັນທີ່ຜະລິດ ຈາກວັດຖຸດິບອິນຊີ ແລະ ໃສ່ກາເຄື່ອງໝາຍກະສິກໍາອິນຊີເທິງຫີບຫໍ່ບັນຈຸໄດ້ ໂດຍຕ້ອງລະບຸສ່ວນປະສົມຜົນຜະລິດກະສິກໍາອິນຊີ ເປັນເປີເຊັນໄວ້ໃກ້ກັບກາເຄື່ອງໝາຍ ມາດຕະຖານກະສິກໍາອິນຊີ.ເຊັ່ນ: ‘‘82% ວັດຖຸດິບອິນຊີ ຫຼື 82% organic materials’’.
  8. ໃນກໍລະນີຜະລິດຕະພັນແປຮູບມີສ່ວນປະສົມມາຈາກ ຜົນຜະລິດກະສິກໍາອິນຊີຜ່ານການຮັບຮອງຈາກກົມປູກຝັງ ໃນປະລິມານຕໍ່າກວ່າ 70% ຜະລິດຕະພັນດັ່ງກ່າວຈະບໍ່ເອີ້ນວ່າ ເປັນຜະລິດຕະພັນອິນຊີ ແລະ ບໍ່ສາມາດໄດ້ຮັບການຮັບຮອງຈາກ ມກຊ ຫຼື ໃຊ້ກາເຄື່ອງໝາຍໄດ້, ແຕ່ກົມປູກຝັງອາດຈະອະນຸຍາດໃຫ້ລະບຸວ່າ ມີສ່ວນປະສົມເປັນຜົນຜະລິດກະສິກໍາອິນຊີ ທີ່ໄດ້ຜ່ານການຮັບຮອງຈາກກົມປູກຝັງ. ຢູ່ໃນລາຍການສ່ວນປະກອບຂ້າງຫີບຫໍ່ບັນຈຸໄດ້ ໂດຍຕ້ອງລະບຸສ່ວນປະສົມອິນຊີເປັນເປີເຊັນໃຫ້ຊັດເຈນ ແຕ່ຜະລິດຕະພັນດັ່ງກ່າວຕ້ອງ ໄດ້ຮັບການກວດສອບຈາກກົມປູກຝັງ ເພື່ອກວດສອບຫາປະລິມານສ່ວນປະສົມ ຜົນຜະລິດອິນຊີທີ່ນໍາມາໃຊ້ໃນການແປຮູບ ແລະ ແຫຼ່ງທີ່ມາ.
  9. ຜະລິດຕະພັນທີ່ຜ່ານການແປຮູບ ຕ້ອງລະບຸວັນທີຜະລິດ ແລະ/ຫຼື ວັນທີໝົດອາຍຸ ແລະ ປະລິມານບັນຈຸຢູ່ຂ້າງຫີບຫໍ່ບັນຈຸ.
  10. ຜະລິດຕະພັນແປຮູບທີ່ມີສ່ວນປະສົມຫຼາຍຊະນິດ ເປັນສ່ວນປະກອບໃຫ້ລະບຸສ່ວນປະສົມເປັນເປີເຊັນຂອງນໍ້າໜັກ ຕາມອັດຕາສ່ວນໃຫ້ຄົບຖ້ວນ ແລະ ລະບຸໃຫ້ຊັດເຈນວ່າ: ສ່ວນປະສົມໃດເປັນອິນຊີ ພ້ອມທັງລະບຸຊື່ສານປຸງແຕ່ງຕ່າງໆ ທີ່ໃຊ້ນັ້ນດ້ວຍ.
  11. ຂາເຂົ້າກະສິກໍາທີ່ຜ່ານການຮັບຮອງຈາກກົມປູກຝັງ ຕ້ອງໃຊ້ກາເຄື່ອງໝາຍມາດຕະຖານກະສິກໍາອິນຊີ ສໍາລັບຂາເຂົ້າກະສິກໍາໂດຍສະເພາະ.
  12. ຫ້າມໃຊ້ກາເຄື່ອງໝາຍມາດຕະຖານກະສິກໍາອິນຊີ ແອບອ້າງວ່າ: ຜະລິດຕະພັນອິນຊີ ທີ່ໄດ້ຮັບການຮັບຮອງຈາກກົມປູກຝັງ ເປັນຜະລິດຕະພັນບໍ່ມີການຕັດແຕ່ງພັນທຸກໍາ ຫຼື ຈີເອັມໂອ (Non GMO ຫຼື GMO free) ອັນນີ້ ເພື່ອປ້ອງກັນການເຂົ້າໃຈຜິດຄິດວ່າເປັນການຮັບຮອງວ່າ: ຜະລິດຕະພັນນີ້ປາດສະຈາກຈີເອັມໂອ.
  13. ກ່ອນທີ່ມີການຈັດພິມສະຫຼາກ ຫຼື ວັດຖຸຫຸ້ມຫໍ່ບັນຈຸຜະລິດຕະພັນ ທີ່ມີກາເຄື່ອງໝາຍມາດຕະຖານກະສິກໍາອິນຊີຕິດຢູ່, ຜູ້ຜະລິດ ແລະ/ຫຼື ຜູ້ປະກອບການຕ້ອງສົ່ງສໍາເນົາ ສະບັບຕົ້ນແບບສະຫຼາກ ແລະ ວັດຖຸຫຸ້ມຫໍ່ບັນຈຸຜະລິດຕະພັນທີ່ສະແດງໃຫ້ເຫັນ ຂະໜາດ ແລະ ຕໍາແໜ່ງຂອງກາເຄື່ອງໝາຍມາດຕະຖານກະສິກໍາອິນຊີ ໃຫ້ກົມປູກຝັງກວດສອບຄວາມຖືກຕ້ອງ ກ່ອນທຸກໆຄັ້ງ. ຂ້າງເທິງ

ໝວດທີ VII
ການປະເມີນຜົນ, ການກວດກາ ແລະ ການຢັ້ງຢືນກະສິກໍາອິນຊີ

ມາດຕາ 27. ການປະເມີນຜົນ, ການກວດກາ ແລະ ການຢັ້ງຢືນກະສິກໍາອິນຊີ
   ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ຮັບຜິດຊອບການປະເມີນ, ການກວດກາ ແລະ ການອອກຢັ້ງຢືນກະສິກໍາອິນຊີໃນ ສປປລາວ. ຂ້າງເທິງ

ໝວດທີ VIII
ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ທີ່ລະເມີດ

ມາດຕາ 28. ນະໂຍບາຍຕໍ່ຜູ້ມີຜົນງານ
   ບຸກຄົນ ຫຼື ການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການດໍາເນີນກິດຈະການກະສິກໍາອິນຊີ ຈະໄດ້ຮັບການປະຕິບັດນະໂຍບາຍ ແລະ ຍ້ອງຍໍຕາມຄວາມເໝາະສົມ. ຂ້າງເທິງ

ມາດຕາ 29. ມາດຕະການຕໍ່ຜູ້ລະເມີດ
   ບຸກຄົນ ຫຼື ການຈັດຕັ້ງທີ່ລະເມີດຂໍ້ຕົກລົງສະບັບນີ້ ຈະຖືກກ່າວເຕືອນ, ສຶກສາອົບຮົມ, ປັບໃໝ ຫຼື ລົງໂທດທາງອາຍາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍກະສິກໍາ. ຂ້າງເທິງ

ໝວດທີ IX
ບົດບັນຍັດສຸດທ້າຍ

ມາດຕາ 30. ການຈັດຕັ້ງປະຕິບັດ
   ມອບໃກ້ກົມປູກຝັງ ເປັນຜູ້ຜັນຂະຫຍາຍ, ຈັດຕັ້ງປະຕິບັດ ແລະ ລາຍງານຜົນການຈັດຕັ້ງປະຕິບັດຂໍ້ກໍານົດສະບັບນີ້ ເປັນແຕ່ລະໄລຍະ. ອ

ມາດຕາ 31. ຜົນສັກສິດ
   ຂໍ້ຕົກລົງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້
ສ່ຽນ ສະພັງທອງ


ເອກະສານຊ້ອນທ້າຍ 1 - ຂາເຂົ້າກະສິກໍາທີ່ອະນຸຍາດໃຫ້ໃຊ້ໃນການຜະລິດອິນຊີ

  • ສັນຍາລັກ ແລະ ເຄື່ອງໝາຍ

• : ໃຫ້ໃຊ້ໄດ້ ໝາຍເຖິງຂາເຂົ້າກະສິກໍາທີ່ອະນຸຍາດໃຫ້ໃຊ້ໄດ້ ຕາມຂໍ້ກໍານົດຂອງມາດຕະຖານ.
! : ໃຊ້ຢ່າງລະມັດລະວັງ ໝາຍເຖິງຂາເຂົ້າກະສິກໍາທີ່ອະນຸຍາດໃຫ້ໃຊ້ໄດ້ ແຕ່ຈະຕ້ອງໃຊ້ຕາມຂໍ້ກໍານົດຢ່າງເຄັ່ງຄັດ ແລະ ໃຊ້ຢ່າງລະມັດລະວັງ.

ຂໍ້ທີ 1 : ຂາເຂົ້າກະສິກໍາທີ່ໃຊ້ເປັນຝຸ່ນ ແລະ ສານປັບປຸງດິນ

ລາຍການວັດຖຸ

ສັນຍາລັກ

ລາຍລະອຽດ/ຂໍ້ກໍານົດ

ກະດູກມຸ່ນ

!

ກະດູກສັດ ຫຼື ກະດູກປາບົດລະອຽດໃຫ້ທາດຟົດຟໍລັດ ແລະ ທາດໄນໂຕຣເຈນໃຫ້ແກ່ດິນປູກທີ່ມີຄຸນສົມບັດເປັນດ່າງເລັກນ້ອຍ ຄວນໃຊ້ປະລິມານທີ່ເໝາະສົມ ໂດຍຄໍານຶງເຖິງຄວາມສົມດຸນ ຂອງທາດອາຫານໃນດິນ.

ກາກນໍ້າຕານ

ໃຊ້ບົ່ມເຮັດຝຸ່ນນໍ້າຊີວະພາບ ເພື່ອເປັນອາຫານຂອງຈຸລິນຊີ.

ກາກເມັດພືດ

!

ກາກທີ່ເຫຼືອຈາກການບີບນໍ້າມັນເຊັ່ນ: ຖົ່ວດິນ, ຖົ່ວເຫຼືອງ, ເມັດກະເດົາ, ເມັດໝາກຫຸ່ງສາ ໃຫ້ທາດໄນໂຕຣເຈນຄວນໃຊ້ ໃນສະພາບທີ່ຜ່ານການບົ່ມແລ້ວ ຖ້າໃຊ້ບໍ່ຖືກຕ້ອງອາດຈະເຮັດໃຫ້ພືດໄໝ້ ຫຼື ເນົ່າເປື່ອຍ.

ຂີ້ແກບ

!

ໃຊ້ເປັນວັດຖຸປົກໜ້າດິນ ຊ່ວຍປັບປຸງດິນໜຽວໃຫ້ຜຸຜຸ່ຍຂຶ້ນ ແຕ່ຄວນໃຊ້ຮ່ວມກັບວັດຖຸອື່ນ ເພາະມີທາດອາຫານໜ້ອຍຫຼາຍ ແລະ ເກັບຄວາມຊຸ່ມບໍ່ໄດ້ດີ ຍ່ອຍລະລາຍຊ້າ.

ສິ່ງເສດເຫຼືອຈາກໂຮງງານອຸດສາຫະກໍາ

!

ໃຊ້ໃນການເຮັດຝຸ່ນບົ່ມໄດ້ ແຕ່ຕ້ອງລະບຸແຫຼ່ງທີ່ມາຄັກແນ່.

ຂີ້ເຖົ່າໄມ້, ຂີ້ເຖົ່າແກບ

!

ໃຊ້ເປັນວັດຖຸປັບປຸງຄວາມເປັນກົດຂອງດິນ ເປັນແຫຼ່ງຂອງທາດຟົດສະຟໍລັດ ແລະ ໂປຕັດຊ້ຽມ ບໍ່ຄວນໃຊ້ກັບເບ້ຍຂອງພືດ.

ຂີ້ເລື່ອຍ

!

ເມື່ອປະສົມກັບດິນປູກ ຈະຊ່ວຍໃຫ້ດິນຜຸຜຸ່ຍຂຶ້ນ ເກັບຄວາມຊຸ່ມໄດ້ຫຼາຍຂຶ້ນແຕ່ຍ່ອຍລະລາຍຊ້າ.

ຈຸລິນຊີ

ອະນຸຍາດໃຫ້ໃຊ້ຈຸລິນຊີທຸກຊະນິດ ກັບຝຸ່ນບົ່ມພືດ, ເມັດພືດ ແລະ ດິນຍົກເວັ້ນຈຸລິນຊີທີ່ໄດ້ຈາກ ການດັດແປງພັນ.

ໂດໂລໄມ (ຫີນປູນບົດ)

  • ໃຊ້ປັບປຸງຄວາມເປັນກົດຂອງດິນ
  • ອາດຈະໃຊ້ເພື່ອເສີມທາດເມັກນີຊຽມ ທີ່ມີລາຄາຖືກແກ່ພືດ ການໃຊ້ເກີນຄວາມຈໍາເປັນ ອາດເປັນອັນຕະລາຍຕໍ່ພືດ

ຝຸ່ນຄອກ

!

(ເບິ່ງຝຸ່ນອາຈົມຂອງສັດ)

ຝຸ່ນຈາກຖົງເຫັດ

ຂີ້ເລື່ອຍ ແລະ ເສດວັດຖຸທີ່ເຫຼືອຖິ້ມຈາກຖົງເຫັດນາງຟ້າ, ນາງລົມ ແລະອື່ນໆ.

ຝຸ່ນຊີວະພາບ

ວັດຖຸທີ່ມີເຊື້ອຈຸລິນຊີຊ່ວຍດູດຊັບ ແລະ ຍ່ອຍທາດອາຫານ ໃຫ້ແກ່ພືດ.

ຝຸ່ນທາດອາຫານສໍາຮອງ (ສັງເຄາະ)

!

ເປັນສານສັງເຄາະໄດ້ແກ່ຄອບເປີ, ໂຄບອນ, ຊັນເຟັດ, ເຊເລນຽມ, ໂບຣອນ, ແມງການີດ, ໂມລິບດິນໍາ, ສັງກະສີ, ເຫຼັກ, ໄອໂອດີນ ອະນຸຍາດໃຫ້ໃຊ້ເມື່ອຈໍາເປັນ ເມື່ອພືດສະແດງອາການຂາດອາຫານເທົ່ານັ້ນ ແລະ ບໍ່ອະນຸຍາດໃຫ້ໃຊ້ສານສັງເຄາະ ທີ່ຢູ່ໃນຮູບໄນເຕີ ຫຼື ຄຣໍໄຣດ໌.

ຝຸ່ນນໍ້າຊີວະພາບ

ໄດ້ຈາກການບົ່ມເສດຜັກ ເພື່ອໃຫ້ເກີດຈຸລິນຊີໂດຍທໍາມະຊາດ ໃຊ້ເປັນຝຸ່ນສີດພົ່ນ ຫຼື ຫົດໜ້າດິນ ເພື່ອໃຫ້ພືດແຂງແຮງ.

ຝຸ່ນໄນໂຕຣເຈນ (ຈາກທໍາມະຊາດ)

 

ເຊັ່ນ: ກະດູກບົດ, ເລືອດສັດແຫ້ງ, ແໜຫາງເຫີນ, ຂີ້ໄກ່, ກາບຖົ່ວ, ກາບແກ່ນກະເດົາ ແລະອື່ນໆ ຄວນໃຊ້ໃນປະລິມານທີ່ເໝາະສົມ ໂດຍຄໍານຶງເຖິງຄວາມສົມດຸນ ຂອງທາດອາຫານໃນດິນ.

ຝຸ່ນພືດສັດ

ເຊັ່ນ: ສະໂນປໍເທືອງ, ພືດຕະກຸນຖົ່ວຕ່າງໆ ແລະອື່ນໆ.

ຝຸ່ນໂປຕັດຊຽມ (ຈາກທໍາມະຊາດ)

!

ຂີ້ເຖົ່າໄມ້ ຫີນບົດ ແລະອື່ນໆ.

ຝຸ່ນຟົດສະຟໍ (ຈາກທໍາມະຊາດ)

!

ກະດູກບົດ, ສາຫຼ່າຍທະເລ, ຂີ້ໄກ່, ຂີ້ເຈຍ, ຂີ້ເຖົ່າໄມ້, ກາບແກ່ນພືດ ແລະອື່ນໆ.

ຝຸ່ນຂີ້ໄກ່ອັດເມັດ

!

ອະນຸຍາດສະເພາະຂີ້ໄກ່ທີ່ໄດ້ຈາກ ຟາມທີ່ລ້ຽງແບບປ່ອຍລວມກັນ ແຕ່ຕ້ອງມີຂໍ້ມູນປະລິມານອາຫານ ແລະ ແຫຼ່ງທີ່ມາຈາກຜູ້ຂາຍ.

ຝຸ່ນຂີ້ເຈຍ

!

ເປັນແຫຼ່ງຝຸ່ນຟົດສະຟໍທີ່ສໍາຄັນ ມີຄຸນສົມບັດເປັນດ່າງໜ້ອຍ.

ຝຸ່ນຂີ້ສັດ

!

  • ຫ້າມໃຊ້ຝຸ່ນຂີ້ສັດ ທີ່ບໍ່ໄດ້ຜ່ານການບົ່ມເບື້ອງຕົ້ນ ຍົກເວັ້ນຜ່ານການອົບດ້ວຍຄວາມຮ້ອນ ແລະ ຄວນຢູ່ໃນສະພາບທີ່ແຫ້ງດີແລ້ວ.
  • ບໍ່ຄວນນໍາຝຸ່ນຕາກແດດຖິ້ມໄວ້ ເພາະຈະສູນເສຍທາດໄນໂຕຣເຈນ ໂດຍການລະເຫີຍອາຍ ຄວນເກັບໄວ້ບ່ອນທີ່ຮົ່ມ ແລະ ຮອງພື້ນດິນດ້ວຍເສດໃບໄມ້, ໃບຫຍ້າ, ຫຼື ເຟືອງເຂົ້າ ແລະ ຖ້າໂຮຍຫີນຟົດສະຟໍບົດໄປນໍາ ຈະຊ່ວຍເພີ່ມທາດອາຫານຫຼາຍຂຶ້ນ.
  • ໃຊ້ຝຸ່ນຂະນະທີ່ດິນມີຄວາມຊຸ່ມເໝາະສົມ.

ຝຸ່ນແຮ່ທາດ (ຈາກທໍາມະຊາດ)

!

ອະນຸຍາດໃຫ້ໃຊ້ສະເພາະ ທີ່ບໍ່ໄດ້ຜ່ານຂະບວນການແປຮູບທາງເຄມີ ແລະ ໃຫ້ໃຊ້ເພື່ອເປັນແຮ່ທາດເສີມ ໃນການປັບປຸງດິນເທົ່ານັ້ນ.

ຝຸ່ນບົ່ມ

ການບົ່ມຝຸ່ນຊ່ວຍແກ້ບັນຫາວັດຊະພືດ ທີ່ຕິດມາກັບຂີ້ສັດໄດ້ອະນຸຍາດໃຫ້ໃຊ້ ເມື່ອມີສ່ວນປະກອບເປັນວັດຖຸ ຕາມທີ່ລະບຸຢູ່ໃນເອກະສານຄັດຕິດນີ້ ແຕ່ຫ້າມໃຊ້ຝຸ່ນບົ່ມຈາກຂີ້ເຫຍື່ອຕົວເມືອງ.

ຝຸ່ນບົ່ມຈາກແກັສຊີວະພາບ

ເປັນແກັສທີ່ໄດ້ຈາກການຜະລິດແກັສຊີວະພາບ ມີທາດອາຫານໂດຍປະມານດັ່ງນີ້: N = 0.13%, PO2 = 0.01%, KO2 = 2-3% ຫາກໃຊ້ຝຸ່ນຊະນິດດຽວນີ້ ຄວນໃຊ້ຫຼາຍກວ່າ 1 ໂຕນ/ໄຮ່ (ໃນຮູບຂອງຝຸ່ນແຫ້ງ).

ຝຸ່ນບົ່ມຈາກກອງເຫັດເຟືອງ

ອະນຸໂລມໃຫ້ໃຊ້ ເຟືອງທີ່ມາຈາກນາທີ່ໃຊ້ຝຸ່ນເຄມີໄດ້.

ປູນຂາວ

ໃຊ້ເພື່ອປັບປຸງຄວາມເປັນກົດ, ເປັນດ່າງຂອງດິນ ແລະ ຄວນໃຊ້ໃນຮູບທີ່ບົດລະອຽດແລ້ວ.

ຄວນປູກພືດໝູນວຽນ

ຄວນປູກພືດໝູນວຽນຕ່າງແນວພັນກັນ ເພາະລະດັບຮາກຕ່າງກັນ ການໝູນວຽນຂອງທາດອາຫານໃນດິນ ຈະສົມບູນຂຶ້ນ ການໃຊ້ທາດອາຫານຊະນິດຕ່າງໆ ຈາກນ້ອຍໄປຫາໃຫຍ່ເປັນດັ່ງນີ້: 1. ພືດຕະກູນຖົ່ວ 2. ພືດກິນຫົວ 3. ພືດກິນໃບ 4. ພືດກິນໝາກ 5. ທັນຍະພືດ

ເຟືອງເຂົ້າ ແລະ ວັດຖຸຄຸມດິນຈາກທໍາມະຊາດ

ເຊັ່ນ: ຫຍ້າແຫ້ງ, ໃບໄມ້ແຫ້ງ ເພື່ອຫຼຸດການລະເຫີຍອາຍນໍ້າຈາກໜ້າດິນ, ຫຼຸດຄວາມຮຸນແຮງຂອງນໍ້າຝົນ, ຫຼຸດການເຊາະເຈື່ອນຂອງໜ້າດິນ ຄວບຄຸມວັດຊະພືດ ປັບອຸນຫະພູມຂອງດິນໃຫ້ເໝາະສົມ ແລະ ເປັນຝຸ່ນໃຫ້ແກ່ພືດ.

ໂມລັດ

ກາກນໍ້າຕານ.

ຍິບຊໍ້າ

ໃຊ້ປັບປຸງຄວາມເປັນກົດເປັນດ່າງຂອງດິນ ອະນຸຍາດໃຫ້ໃຊ້ສະເພາະໃນຮູບແຮ່ທາດ ຊຶ່ງບໍ່ຜ່ານຂະບວນການທາງເຄມີ.

ໄຣໂຊບຽມ

ເປັນເຊື້ອແບັກທີເລຍ ທີ່ໃຊ້ປົນກັບເມັດພືດ ເກາະເຊືື້ອໄດ້ດີຂຶ້ນ ສາມາດໃຊ້ລະລາຍນໍ້າຕານເຂັ້ມຂຸ້ນ 30% ຫຼື ສານລະລາຍນົມຜົງແຊ່ເມັດ ກ່ອນຄົ້ນເຊື້ອໄດ້.

ເລືອດສັດແຫ້ງ

 

ມີທາດອາຫານຫຼັກ N-P-K = 12-1.5-0.6.

ວັດຖຸປັບປຸງດິນ

ວັດຖຸຈາກທໍາມະຊາດ ຊ່ວຍປັບປຸງສະພາບທາງກາຍະພາບ, ເຄມີ, ຊີວະຂອງດິນໃຫ້ດີຂຶ້ນ ໄດ້ແກ່ເສດໄມ້, ຂີ້ເລື່ອຍ, ຂີ້ແກບ, ແກນສາລີເປືອກຖົ່ວ ແລະອື່ນໆ.

ເສດປາ

!

ໃຊ້ບົ່ມເປັນຝຸ່ນ.

ເສດພືດຜັກ ແລະ ຜະລິດຕະພັນພືດ

ໃຊ້ເຮັດຝຸ່ນບົ່ມ.

ແໜຫາງເຫີນ

ເປັນແຫຼ່ງອາສົດຈາກທໍາມະຊາດ ເໝາະສໍາລັບນາເຂົ້າ.

ສານເລັ່ງຝຸ່ນບົ່ມ

ຈໍາພວກຈຸລິນຊີ, ຍົກເວັ້ນຈຸລິນຊີທີ່ໄດ້ຈາກການດັດແປງພັນທຸກໍາ.

ຫອຍປາກກວ້າງ

ໃຊ້ບົ່ມເຮັດເປັນຝຸ່ນນໍ້າຊີວະພາບ.

ຫີນກຣາຟິດ

!

ໃຊ້ເປັນແຫຼ່ງແຮ່ທາດໂປຕັດຊຽມ (K).

ຫີນຟົດສະຟໍ

!

ໃຊ້ເປັນແຫຼ່ງໃຫ້ທາດຟົດສະຟໍ (P), ແຕ່ວ່າລະລາຍນໍ້າໄດ້ຍາກ, ປົດປ່ອຍທາດອາຫານຢ່າງຊ້າໆ ຈຶ່ງຄວນບົດລະອຽດໃຫ້ເປັນເມັດ ແລະ ຄົນໃຫ້ເຂົ້າກັບດິນ.

ຫີນມາເຍຊຽມ

!

ອະນຸຍາດໃຫ້ໃຊ້ເພື່ອປັບປຸງດິນ.

ແໜແດງ

ມີທາດອາສົດສູງ ຍ່ອຍສະຫຼາຍໄວ. 80% ຂອງທາດອາຫານໃນແໜແດງ ຈະປ່ອຍອອກມາຫຼັງຈາກໄຖດິນກົບໄດ້ 2 ເດືອນ (8 ອາທິດ).

ຂ້າງເທິງ

ຂໍ້ທີ 2 - ຜະລິດຕະພັນ ແລະ ວິທີການທີ່ອະນຸຍາດໃຫ້ໃຊ້ ໃນການປ້ອງກັນ ແລະ ກໍາຈັດສັດຕູພືດ, ພະຍາດພືດ, ວັດຊະພືດ ແລະ ສານເລັ່ງການຈະເລີນເຕີບໂຕ.

ລາຍການວັດສະດຸ

ສັນຍາບັກ

ລາຍລະອຽດຂໍ້ກໍານົດ

ກາວຕິດແມງໄມ້

ຄວນໃຊ້ວັດຖຸສີເຫຼືອງ ເປັນວັດຖຸທາກາວ ເພາະສາມາດດັກແມງໄມ້ຫຼາຍກວ່າສີອື່ນ (ຕິດແມງໄມ້ໄດ້ຫຼາຍກວ່າ 85%).

ມາດ

!

ໃຫ້ໃຊ້ຄວບຄຸມພະຍາດພືດທີ່ເກີດຈາກເຊື້ອລາໄດ້ ມີຄວາມເປັນກົດສູງຈຶ່ງບໍ່ຄວນໃຊ້ໃນຊ່ວງທີ່ອາກາດຮ້ອນ ເພາະອາດຈະເຮັດໃຫ້ໃບພືດໄໝ້.

ສານໄຄຕິນ

ຕ້ອງມາຈາກທໍາມະຊາດ ເຊັ່ນ: ເປືອກສັດທະເລຄື: ເປືອກກຸ້ງ, ປູ ແລະ ຕ້ອງບໍ່ມີສ່ວນປະສົມຂອງສານຕ້ອງຫ້າມ.

ກົດຈິບເບີເລລິກອາຊິດ

ໃຊ້ເປັນສານເລັ່ງການຈະເລີນເຕີບໂຕ ໂດຍອະນຸຍາດໃຫ້ໃຊ້ສະເພາະທີ່ໄດ້ຈາກຂະບວນການບົ່ມ ເຊິ່ງບໍ່ມີການໃຊ້ສານເຄມີ ແລະ ຈຸລິນຊີທີ່ມີການດັດແປງພັນທຸກໍາ.

ຈຸລິນຊີ

ອະນຸຍາດໃຫ້ໃຊ້ຈຸລິນຊີທຸກຊະນິດ ໃນການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ ແຕ່ຕ້ອງບໍ່ມາຈາກການດັດແປງພັນທຸກໍາ.

ຫີນຫໍລະດານ ຫຼື ຄອບເປີຊັນເຟດ

!

ໃຊ້ແຊ່ເມັດພືດ ເພື່ອກໍາຈັດພະຍາດພືດ ທີ່ຕິດມາກັບເມັດພືດ ໂດຍລະລາຍຫໍລະດານ 19 ກຣາມ/ນໍ້າ 18 ລິດ, (ບໍ່ຄວນໃຊ້ພາຊະນະທີ່ເປັນໂລຫະ) ໃນກໍລະນີເມັດເຂົ້າໃຫ້ແຊ່ຮອດ 24 ຊມ ແລ້ວຈຶ່ງລ້າງອອກ ຫຼື ແຊ່ນໍ້າທໍາມະດາກ່ອນນໍາໄປປູກ.

ໂຊດຽມບີຄາບອນເນດ ຫຼື ຜົງຟູ

!

ໃຊ້ໃນອັດຕາ 5 ກຣາມ/ນໍ້າ 1 ລິດ, ສໍາລັບປ້ອງກັນລາແປງ ໃຊ້ອັດຕາ 10 ກຣາມ/ນໍ້າ 1 ລິດ, ສໍາລັບພະຍາດ ເຊື້ອລານໍ້າໜອກ ໃຊ້ສະບູ່ອ່ອນປະສົມ ເປັນສານຈັບໃບແລ້ວໃຊ້ທັນທີ ບໍ່ຄວນປະໄວ້ດົນ.

ດ່າງທັບທິມ ຫຼື ໂປຕັດຊຽມແປກມັງການັດ

!

ໃຊ້ສໍາລັບປ້ອງກັນເຊື້ອລານໍ້າຄ້າງ ໂດຍໃຊ້ດ່າງທັບທິມ 7 ກຣາມ/ນໍ້າ 7 ລິດ ຄົນໃຫ້ລະອຽດແລ້ວສີດພົ່ນທັນທີ.

ດອກດາວເຮືອງ

ຄວນປູກໄວ້ໃນອ້ອມໄຮ່ນາ ເພື່ອເປັນທີ່ຢູ່ອາໄສຂອງແມງໄມ້ທີ່ ເປັນປະໂຫຍດ ແລະ ຊ່ວຍປ້ອງກັນຂີ້ກະເດືອນຝອຍ ສັດຕູພືດໃນດິນ.

ຕົວກິນແມງ ຫຼື ແຕນບຽນ

!

ເປັນວິທີທາງຊີວະພາບ ໃຊ້ປ່ອຍເພື່ອກໍາຈັດແມງໄມ້ສັດຕູພືດ, ມັນແມ່ນສັດຕູທໍາມະຊາດ.

ນໍ້າໝາກພ້າວ

ໃຊ້ເປັນຮໍໂມນທໍາມະຊາດ.

ນໍ້າສົ້ມສາຍຊູ

ໃຊ້ສີດພົ່ນປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ໂດຍເຈືອຈາງກ່ນໃຊ້ສີດ.

ສານປະສົມບອກໂດ

!

  • ໃຊ້ຄວບຄຸມພະຍາດທີ່ເກີດຈາກເຊື້ອລາ ແລະ ແບັກທີເລຍເຊັ່ນ: ໃບຈຸດ, ໃບໄໝ້ ແລະ ເຊື້ອລານໍ້າຄ້າງ ໂດຍຕ້ອງໃຊ້ຢ່າງລະມັດລະວັງ ບໍ່ໃຫ້ເກີດການສະສົມຂອງທອງແດງ (ຄອບເປີ) ໃນດິນ ແລະ ຕ້ອງບໍ່ມີຄາບຕົກຄ້າງໃຫ້ເຫັນໃນຜົນຜະລິດທີ່ເກັບກ່ຽວ.
  • ມີອັດຕາສ່ວນປະສົມແຕກຕ່າງກັນ ລະຫວ່າງຫໍລະດານ (Copp-er Sulfate): ປູນເຜົາ: ນໍ້າ (ກຣາມ;ລິດ) ດັ່ງນີ້: ພືດທົ່ວໄປ= 40:40:4 ພືດທີ່ແພ້ລິດທອງແດງ 40:120:4 ພືດອາຍຸນ້ອຍ 10:30:4
  • ເມື່ອປະສົມແລ້ວຕ້ອງໃຊ້ທັນທີ ແລະ ອາດເປັນພິດກັບພືດອວບນໍ້າ ຈິ່ງຄວນປະສົມຫໍລະດານ ແລະ ປູນເຜົາແຍກກັນ ເວລາຈະໃຊ້ຈຶ່ງນໍາມາປະສົມກັນ.

 

ບາຊິນລັດ (ບີ ທີ)

ຍົກເວັ້ນເຊື້ອທີ່ໄດ້ຈາກການດັດແປງພັນທຸກໍາ.

ຜ້າຢາງ

!

ໃຊ້ເມື່ອຈໍາເປັນເຊັ່ນ: ໃຊ້ໃນການຫໍ່ໝາກໄມ້ ໃຊ້ໃນການປົກໜ້າດິນເມື່ອປູກ ແລະ ອື່ນໆ.

ພືກປົກໜ້າດິນ

ຄວນປູກພືດຕະກູນຖົ່ວ ເພື່ອຊ່ວຍກໍາຈັດວັດຊະພືດ ປ້ອງກັນການຊະລ້າງ ຂອງໜ້າດິນ ແລະ ຮັກສາຄວາມຊຸ່ມຂອງດິນ.

ພືດໝູນວຽນ

ຊ່ວຍຫຼຸດການແຜ່ກະຈາຍຂອງສັດຕູພືດ.

ພືດໄລ່ແມງໄມ້

!

ເຊັ່ນ: ຕົ້ນສີໄຄ

ໄພຣີທໍາ

!

ໃຊ້ປ້ອງກັນກໍາຈັດແມງໄມ້ສັດຕູພືດ.

ເຟໂຣໂມນ (Pheromone)

(ເບິ່ງນໍາສານໄລ່ແມງໄມ້)

ຢາສູບ

!

ອະນຸຍາດໃຫ້ໃຊ້ (ນໍ້າຢາບົ່ມຢາສູບ) ໃນການກໍາຈັດແມງໄມ້ສັດຕູພືດ ແລະ ໃຊ້ແຊ່ເມັດພັນ ສໍາລັບປູກແຕ່ຫ້າມໃຊ້ໃນຮູບສານນິໂຄຕີນບໍລິສຸດ ເນື່ອງຈາກສານນິໂຄຕິນເປັນພິດສູງຕໍ່ສັດເລືອດອຸ່ນ (ມີ LD50=55).

ເຄືອຫັນ

!

ມີພິດຕໍ່າກວ່າຢາສູບ ມີພິດຕໍ່ຜິວໜັງອອກລິດແບບຖືກໂຕຕາຍ ໃຊ້ຄວບຄຸມແມງໄມ້ ຈໍາພວກດ້ວງ, ບົ້ງ, ເພ້ຍໄຟ ແລະ ແມງວັນ ມີສານໂລຕິໂນ LD50=132 ໃນກໍລະນີທີ່ໃຊ້ກັບພືດກິນໃບ ຕ້ອງປະໄວ້ຢ່າງໜ້ອຍ 7 ມື້ ກ່ອນເກັບ ແລະ ຕ້ອງໃຊ້ຢ່າງລະມັດລະວັງ ເນື່ອງຈາກວ່າເປັນພິດຕໍ່ສັດເລືອດເຢັນເຊັ່ນ: ປາ.

ວັດຖຸປົກໜ້າດິນ

ໃຫ້ໃຊ້ວັດຖຸປົກໜ້າດິນຈາກທໍາມະຊາດເຊັ່ນ: ຫຍັ້າແຫ້ງ, ໃບໄມ້ແຫ້ງ, ເຟືອງເຂົ້າ, ຝຸ່ນບົ່ມຄວບຄຸມວັດຊະພືດ.

ໄວລັດກໍາຈັດແມງໄມ້ສັດຕູພືດ

ເຊັ່ນ:ໄວລັດ NPV ໃຊ້ຄວບຄຸມການລະບາດຂອງບົ້ງສັດຕູພືດ ໄດ້ຫຼາຍຊະນິດ ຫ້າມໃຊ້ໄວລັດທີ່ໄດ້ຈາກ ການດັດແປງພັນທຸກໍາ.

ສະບູໂປຕັດຊຽມ ຫຼື ສະບູອ່ອນ

ໃຊ້ຄວບຄຸມສັດຕູພືດຈໍາພວກປາກດູດເຊັ່ນ: ເພ້ຍອ່ອນ ແຕ່ອາດຈະເຮັດໃຫ້ໃບພືດໄໝ້ ໃນສະພາບອາກາດທີ່ຮ້ອນສູງ.

ສະບູໂຊດຽມ ຫຼື ສະບູກ້ອນແຂງ

!

ໄດ້ຜົນໜ້ອຍກວ່າສະບູອ່ອນ ແລະ ເປັນອັນຕະລາຍຕໍ່ຈຸລິນຊີຂອງດິນ.

ສານຈັບໃບ

!

ໃຫ້ເລືອກໃຊ້ນໍ້າສະບູອ່ອນແທນສານຈັບໃບສັງເຄາະ.

ສານເລັ່ງການຈະເລີນເຕີບໂຕ

ໃຊ້ໄດ້ສະເພາະທີ່ເປັນສານທໍາມະຊາດ ເຊັ່ນ: ຈິບເບີເລລິກເອຊິດ, IAA (indole acetic acid) ແລະ ໄຊໂຕໄຄນິນ.

ສານລໍ້ແມງໄມ້

!

ໃຊ້ໃນກັບດັກລໍ້ແມງໄມ້ ເພື່ອດຶງດູດແມງໄມ້ສັດຕູພືດບາງຊະນິດເຊັ່ນ: ແມງວັນເຈາະໝາກໄມ້ ເປັນວິທີຫຼຸດຈໍານວນປະຊາກອນແມງໄມ້ ແຕ່ຫ້າມປະສົມສານຂ້າແມງໄມ້.

ສານສະກັດຈາກພືດ

!

ຕ້ອງໃຊ້ຢ່າງລະມັດລະວັງ ເພາະສານສະກັດຈາກພືດບາງຊະນິດທໍາລາຍແມງໄມ້ ທີ່ເປັນປະໂຫຍດນ້ອຍ.

ຂົມກະເດົາ

!

ໃຊ້ປ້ອງກັນກໍາຈັດແມງໄມ້ ແລະ ບົ້ງສັດຕູພືດ.

ຂີ້ກະເດືອນຝອຍ (ໃຊ້ກໍາຈັດສັດຕູພືດ)

ໃຊ້ຄວບຄຸມແມງໄມ້ສັດຕູພືດໃນໝາກໄມ້ເຊັ່ນ: ບົ້ງເປືອກລອງກອງ, ລອງສາດ, ໝາກກຽງເປັນຕົ້ນ.

ເອທິນແອກໍຮໍ, ເຫຼົ້າຂາວ

ໃຊ້ສີດພົ່ນກໍາຈັດແມງໄມ້ສັດຕູພືດ.

ຮໍໂມນ

ເບິ່ງນໍາສານເລັ່ງການຈະເລີນເຕີບໂຕ.

ຂ້າງເທິງ
ຂໍ້ທີ 03 - ຜະລິດຕະພັນ ແລະ ວິທີການທີ່ອະນຸຍາດໃຫ້ໃຊ້ໃນການປ້ອງກັນກໍາຈັດແມງໄມ້ສັດຕູພືດ ແລະ ຈໍາພວກສັດຕູພືດຢູ່ໃນສາງເກັບ.

ລາຍການວັດຖຸ

ສັນຍາລັກ

ລາຍລະອຽດ/ຂໍ້ກໍານົດ

ກັບດັກໜູ, ແມງສາບ

ຈັບທໍາລາຍແບບຝັງດິນໃຫ້ຮຽບຮ້ອຍ.

ກັບດັກແມງໄມ້ ໂດຍໃຊ້ໄຟລໍ້

ໃຊ້ໄຟລໍ້ຈັບແມງໄມ້ບໍ່ໃຫ້ມາລົບກວນ.

ຂີ້ເຖົ່າໄຟ

ໃຊ້ຂີ້ເຖົ່າແຫ້ງຄົນປົນເມັດພັນປ້ອງກັນແມງໄມ້.

ນໍ້າມັນເຄື່ອງທີ່ໃຊ້ແລ້ວ

!

ໃຊ້ຮ່ວມກັບ ກັບດັກໄຟລໍ້ແມງໄມ້ ເພື່ອຈັບແມງໄມ້ທີ່ມາຕອມດອກໄຟ.

ນໍ້າມັນພືດ

ໃຊ້ປົນກັບເມັດພືດ ເພື່ອປ້ອງກັນແມງໄມ້ທໍາລາຍພືດ.

ໂຄມໄຟ

ໃຊ້ລໍ້ແມງໄມ້ກາງຄືນໃນເວລາທີ່ແມງໄມ້ອອກຫາກິນ ເລີ່ມແຕ່ຕາເວັນຕົກດິນຈົນຮອດເວລາ 8 ໂມງແລງ.

ເຟໂຣໂມນ (Pheromone)

ໃຊ້ໃນກັບດັກລໍ້ແມງໄມ້ ເພື່ອດຶງດູດແມງໄມ້ບາງຊະນິດ ເພື່ອຫຼຸດຈໍານວນປະຊາກອນແມງໄມ້ລົງ.

ສຽງຄື້ນອຸນຕຣ້າ

ໃຊ້ລໍ້ແມງໄມ້ ແລະ ສັດຕູພືດທີ່ມາລົບກວນ.

ຂ້າງເທິງ
ຂໍ້ທີ 04 - ຜະລິດຕະພັນ ທີ່ອະນຸຍາດໃຫ້ໃຊ້ ໃນການເຮັດອະນາໄມ ແລະ ຂ້າເຊື້ອ

ລາຍການວັດຖຸ

ສັນຍາລັກ

ລາຍລະອຽດ/ຂໍ້ກໍານົດ

ນໍ້າຢາລ້າງຈານ

ໃຫ້ໃຊ້ໃນການທໍາຄວາມສະອາດພາຊະນະ ແລະ ວັດຖຸອຸປະກອນຕ່າງໆ ໃນການແປຮູບ.

ສະບູຝຸ່ນ

ໃຫ້ໃຊ້ເຮັດອານາໄມເຄື່ອງມື ແລະ ສະຖານທີ່.

ເອທິນ

ໃຫ້ໃຊ້ເຊັດພາຊະນະບັນຈຸອາຫານ.

ໄຮໂດຣເຈນແຫຼວ

!

ໃຫ້ໃຊ້ສໍາລັບຂ້າເຊື້ອໃນເຄື່ອງມື; ອຸປະກອນສໍາລັບ ການແປຮູບເທົ່ານັ້ນ ແລະ ຕ້ອງກໍາຈັດສານຕົກຄ້າງດ້ວຍນໍ້າຮ້ອນ ກ່ອນທີ່ຈະເລີ່ມທໍາການແປຮູບ.

ຂ້າງເທິງ
ຂໍ້ທີ 05 - ສານປຸງແຕ່ງທີ່ອະນຸຍາດໃຫ້ໃຊ້ ໃນຜະລິດຕະພັນ ສໍາລັບປ້ອງກັນ ແລະ ກໍາຈັດສັດຕູພືດ.

ລາຍການວັດຖຸ

ສັນຍາລັກ

ລາຍລະອຽດ/ຂໍ້ກໍານົດ

ກົດຊິຕຣິກ (Citric acid)

ສານກັນບູດ, ສານປັບຄວາມເປັນກົດເປັນດ່າງ.

ເມທິນ ພາຣາໄຮໂດຣເບັນໂຊເອດ (Methyl parahydrobenzoate)

ສານກັນບູດ.

ໂປຣປິນ ພາຣາເບັນໂຊເອດ
(Propyl parabenzoate)

ສານກັນບູດ.

ໂພລີເຊີເບດ (polysorbate)

ສານໜັກ.

ຂ້າງເທິງ

ເອກະສານຊ້ອນທ້າຍ II - ສ່ວນປະສົມ ແລະ ສານຊ່ວຍແປຮູບສໍາລັບຜະລິດຕະພັນ

ຂໍ້ທີ 01 - ລາຍການປຸງແຕ່ງ ແລະ ສານທີ່ອະນຸຍາດໃຫ້ໃຊ້

ລາຍການ

ຜະລິດຕະພັນທີ່ໃຊ້

ລາຍລະອຽດ/ຂໍ້ກໍານົດ

ແຄຊຽມຄາໂບເນດ (E170) Calcium carbonate

ບໍ່ຈໍາກັດ

 

ຊັນເຟດໄດອັອກໄຊ (E220) Sulphur dioxide

ເຫຼົ້າແວງ

ຕ້ອງບໍ່ໃສ່ຫຼາຍເກີນກວ່າ 100 ppm ແລະ ຕ້ອງບໍ່ມີຊັນໄຟສ໌ເຫຼືອເກີນກວ່າ 35 ppm ໃນຜະລິດຕະພັນສໍາເລັດ.

ໂປຕັດຊຽມເມຕາໄບຊັນເຟດ (E224) Potassium metabisulphate

ເຫຼົ້າແວງ

 

ກົດແລັກຕິກ (E270) Lactic acid

ຜັກ ແລະ ໝາກໄມ້

ໃຊ້ເພື່ອປັບປຸງລົດຊາດ ໃນນໍ້າໝາກໄມ້, ນໍ້າຜັກເຂັ້ມຂຸ້ນ, ຜະລິດຕະພັນຜັກດອງ.

ຄາບອນໄດອັອກໄຊ (E290) Carbon dioxide

ບໍ່ຈໍາກັດ

 

ກົດແອັສຄໍບິກ (E300) Ascorbic acid

ຜັກ ແລະ ໝາກໄມ້

ໃນກໍລະນີທີ່ບໍ່ມີຈາກທໍາມະຊາດ.

ໂຕໂຄເຟໂຣນ (E306) Tocopherols

ບໍ່ຈໍາກັດ

ຕ້ອງສະກັດຈາກນໍ້າມັນພືດ.

ເລຊີຕິນ (E322) Lecithin

ບໍ່ຈໍາກັດ

ໄດ້ມາໂດຍບໍ່ໃຊ້ສານຟອກ ແລະ ຕົວທໍາລາຍອິນຊີ.

ກົດຊິຕຣິກ (E330) Citric acid

ຜັກ, ໝາກໄມ້ ແລະ ເຫຼົ້າແວງ

  • ໃຊ້ເພື່ອປັບປຸງລົດໝາກໄມ້ກວນ, ໃນນໍ້າໝາກໄມ້, ນໍ້າຜັກເຂັ້ມຂຸ້ນ, ຜັກດອງ (ໃຊ້ບໍ່ເກີນ 1 ກຣາມ/ລິດ).
  • ໃຊ້ຮ້ອຍລະ 0.1-0.5 ເພື່ອຊ່ວຍປ້ອງກັນປະຕິກິລິຍາສີນໍ້າຕານໃນຜັກ ແລະ ໝາກໄມ້ແຫ້ງ.
  • ໃນເຫຼົ້າແວງໃຫ້ໃຊ້ບໍ່ເກີນ 1 ກຣາມ/ລິດ.

ກົດຕາກຕາຣິກ (E334) Tartaric acid

ເຫຼົ້າແວງ

ອະນຸຍາດໃຫ້ໃຊ້ທັງມາຈາກທໍາມະຊາດ ແລະ ສັງເຄາະ

ໂຊດຽມຕາກເຕຣດ (E335) Sodium tartrate

ເຂົ້າໜົມຫວານ, ເຂົ້າໜົມເຄັກ, ເຂົ້າໜົມປັງ

 

ໂປຕັດຊຽມຕາກເຕຣດ (E336)  Potassium tartrate

ທັນຍາພືດ, ເຂົ້າໜົມຫວານ

 

ໂມໂນແຄຊຽມຟົດສ໌ເຟດ (E341) Mono calcium phosphate

ທັນຍາພືດ

ໃຊ້ກັບແປ້ງ

ອໍາໂມນຽມ ຟົດສ໌ເຟດ (E342) Ammonium phosphate

ເຫຼົ້າແວງ

ໃຫ້ໃຊ້ບໍ່ເກີນ 0.3 ກຣາມ/ລິດ

ກົດອັນຈີນິກ (E400) Alginic acid

ບໍ່ຈໍາກັດ

 

ໂຊດຽມ ອັນຈີເນດ (E401) Sodium alginate

ບໍ່ຈໍາກັດ

 

ໂປຕັດຊຽມ ອັນຈີເນດ (E402) Potassium alginate

ບໍ່ຈໍາກັດ

 

ວຸ້ນ (E406) Agar

ບໍ່ຈໍາກັດ

 

ຄາລາຈີແນນ (E407) Carrageenan

ບໍ່ຈໍາກັດ

 

ໂລຄັດ ບີນກໍາ (E410) Locust bean gum

ບໍ່ຈໍາກັດ

 

ກົວກໍາ (E412) Guar gum

ບໍ່ຈໍາກັດ

 

ຕຣາກາກໍາ (E413) Tragacanth gum

ບໍ່ຈໍາກັດ

 

ອາຣາບິກກໍາ (E414) Arabic gum

ບໍ່ຈໍາກັດ

 

ຊັນທັນກໍາ (E415) Xanthan gum

ຜັກ, ໝາກໄມ້

 

ເປັກຕິນ (E440) Pectin

ບໍ່ຈໍາກັດ

ຊ່ວຍໃຫ້ໝາກໄມ້ກວນຄົງຕົວ

ໂຊດຽມ ບີຄາໂບເນດSodium bicarbonates

 

 

ໂຊດຽມ ຄາໂບເນດ (E500) Sodium carbonates

ເຂົ້າໜົມຫວານ, ເຂົ້າໜົມເຄັກ, ເຂົ້າໜົມປັງ

 

ໂປຕັດຊຽມ ຄາໂບເນດ (E501)Potassium carbonates

ທັນຍາພືດ, ເຂົ້າໜົມຫວານ, ເຂົ້າໜົມເຄັກ, ເຂົ້າໜົມປັງ

 

ອໍາໂມນຽມ ຄາໂບເນດ (E503) Ammonium carbonates

ທັນຍາພືດ, ເຂົ້າໜົມຫວານ, ເຂົ້າໜົມເຄັກ, ເຂົ້າໜົມປັງ

 

ມາເຍຊຽມ ຄາໂບເນດ (E504) Magnesium carbonates

ທັນຍາພືດ, ເຂົ້າໜົມຫວານ, ເຂົ້າໜົມເຄັກ, ເຂົ້າໜົມປັງ

 

ໂປຕັດຊຽມ ຄລໍໄຣ (E508) Potassium chloride

ຜັກ, ໝາກໄມ້

ໃຊ້ກັບຜັກ ແລະ ໝາກໄມ້ກະປ໋ອງແຊ່ແຂງ, ຊັອດ, ມາດສະຕາດ.

ແຄຊຽມ ຄລໍໄຣ (E509) Calcium chloride

ຜັກ, ໝາກໄມ້, ຖົ່ວເຫຼືອງ

 

ມາເຍຊຽມ ຄລໍໄຣ (E511) Magnesium chloride

ຖົ່ວເຫຼືອງ

 

ແຄຊຽມ ຊັນເຟດ (E516) Calcium sulfate

ຖົ່ວເຫຼືອງ, ເຂົ້າໜົມເຄັກ, ເຂົ້າໜົມປັງ

 

ອໍາໂມນຽມ ຊັນເຟດ (E517) Ammonium sulfate

ເຫຼົ້າແວງ

 

ອາກອນ (E938) Argon

ບໍ່ຈໍາກັດ

 

ອາສົດ (E938) Nitrogen

ບໍ່ຈໍາກັດ

 

ອັອກຊີເຈນ (E941) Oxygen

ບໍ່ຈໍາກັດ

 

ນໍ້າຕານສາລີ Corn sugar

ເຂົ້າໜົມ

ໃຊ້ຕາມຄວາມຈໍາເປັນເທົ່ານັ້ນ.

ນໍ້າເຜິ້ງ Honey

ບໍ່ຈໍາກັດ

 

ນໍ້າສົ້ມ Vinegar

ບໍ່ຈໍາກັດ

ນໍ້າສົ້ມທີ່ມີກົດ ຂອງນໍ້າສົ້ມເຂັ້ມຂຸ້ນຕັ້ງແຕ່ 0.5% ຂຶ້ນໄປ ໃຊ້ຮັກສາອາຫານໄດ້ ແຕ່ຕ້ອງຜ່ານຂະບວນການຂ້າເຊື້ອຜະລິດຕະພັນ.

ແປ້ງທໍາມະດາ Natural flavour

ບໍ່ຈໍາກັດ

ໄດ້ແກ່ໄມ້ທີ່ໄດ້ຈາກພືດບາງຊະນິດ ເຊັ່ນ: ໄມ້ເຊືອກ.

ສານແຕ່ງກິ່ນທໍາມະຊາດNatural preservative

ບໍ່ຈໍາກັດ

ຕ້ອງບໍ່ຜ່ານຂະບວນການທາງເຄມີ ແລະ ບໍ່ໃຊ້ຕົວທໍາລາຍ ແລະ ສານສັງເຄາະ ຫຼື ສານກັນບູດສັງເຄາະ.

ສີປະສົມອາຫານ (ຈາກທໍາມະຊາດ)

ບໍ່ຈໍາກັດ

ເຊັ່ນ: ສີຂຽວຈາກໃບເຕີຍ, ສີແດງຈາກກະຈຽບ, ສີສົ້ມຈາກເມັດຄໍາແສດ, ສີເຫຼືອງຈາກຂີ້ໝິ້ນ, ສີອິດ ແລະ ສີຟ້າຈາກດອກອັນຊັນ, ນໍ້າຕານໄໝ້ເປັນຕົ້ນ.

ເກືອ (Salt)

ບໍ່ຈໍາກັດ

 

ຈຸລິນຊີ Micro-organisms

ບໍ່ຈໍາກັດ

ຕ້ອງບໍ່ມາຈາກ ການດັດແປງພັນທຸກໍາ.

ຂ້າງເທິງ   

ຂໍ້ທີ 02 - ລາຍການສານຊ່ວຍແປຮູບທີ່ອະນຸຍາດໃຫ້ໃຊ້.

ລາຍການ

ຜະລິດຕະພັນທີ່ໃຊ້

ລາຍລະອຽດ/ຂໍ້ກໍານົດ

ການຊຽມ ກາກໂບນັດ/ນໍ້າປູນຂາວ (E170) Calcium carbonate/Lime water

ບໍ່ຈໍາກັດ

  • ສານຊ່ວຍຄົງຮູບໃຊ້ໃນຜະລິດຕະພັນ, ໝາກໄມ້ເຊື່ອມ ແລະ ດອງ.
  • ນໍ້າປູນໃສທີ່ໄດ້ຈາກປູນຂາວ (ປູນຂ້ຽວໝາກ) 1 ບ່ວງຊາ/ນໍ້າ 1 ລິດ ຄົນໃຫ້ເຂົ້າກັນປະຖິ້ມໄວ້ຈົນຕົກຕະກອນ ເອົາແຕ່ນໍ້າໃສໄປໃສ່.

ຕັນນິນ (E181) Tannin

ເຫຼົ້າແວງ

 

ກົດແທນນິກ (E184) Tannic acid

ເຫຼົ້າແວງ

ຕົວຊ່ວຍຕອງ

ຊັນເຟີ ໄດອັອກໄຊ (E220) Sulfur dioxide

ເຫຼົ້າແວງ

 

ຄາບອນ ໄດອັອກໄຊ (E290) Carbon dioxide

ບໍ່ຈໍາກັດ

 

ເລຊີຕິນ (E322) Lecithin

ເຂົ້າໜົມຫວານ, ເຂົ້າໜົມເຄັກ, ເຂົ້າໜົມປັງ

ຊ່ວຍໃຫ້ແປ້ງມື່ນ

ກົດທາທາຣິກ ແລະ ເກືອ (E334-7) Tartaric acid & salt

ເຫຼົ້າແວງ

 

ໂຊດຽມ ກາກໂບນັດ (E500) Sodium carbonate

ນໍ້າຕານ

 

ໂປຕັດຊຽມ ກາກໂບນັດ (E501) Potassium carbonate

ຜັກ, ໝາກໄມ້, ວາຍ

 

ແມັກນີຊຽມ ຄລໍໄຣ (E511) Magnesium chloride

ຖົ່ວເຫຼືອງ

 

ກົດຊັນຟູຣິກ (E513) Sulfuric acid

ນໍ້າຕານ

ໃຊ້ປັບ PH ຂອງນໍ້າ

ການຊຽມ ຊັນເຟດ (E516) Calcium sulfate

ບໍ່ຈໍາກັດ

ຊ່ວຍໃນການຈັບໂຕ

ໂຊດຽມໄຮ ດຣອກໄຊ (E524) Sodium hydroxide

ນໍ້າຕານ

 

ຊີລິກອນ ໄດອັອກໄຊ (E551) Silicon dioxide

ຜັກ, ໝາກໄມ້, ເຫຼົ້າແວງ

 

ທັນ (E553) Talc  

ບໍ່ຈໍາກັດ

 

ບີແວັກ (E901) Beewax

ບໍ່ຈໍາກັດ

 

ກາກໂນບາ ແວັກ (E903) Carnauba wax

ບໍ່ຈໍາກັດ

 

ໄນໂຕຣເຈນ (E941) Nitrogen

ບໍ່ຈໍາກັດ

 

ວັດຖຸຕອງທີ່ບໍ່ມີສານ ອັສເບສຕໍ Asbestos free filter materials

ບໍ່ຈໍາກັດ

 

ເບນໂຕໄນ Bentonite  

ຜັກ, ໝາກໄມ້, ເຫຼົ້າແວງ

 

ເຄຊິນ Casein

ເຫຼົ້າແວງ

 

ໄດອະໂຕມາຊັສ ເອີດ Diatomaceous earth

ນໍ້າຕານ, ຜັກ,
ໝາກໄມ້

 

ກາໂອລິນ Kaolin

ບໍ່ຈໍາກັດ

 

ເປີໄລ Perlite

ບໍ່ຈໍາກັດ

 

ເອຕາໂນນ Ethanol

ບໍ່ຈໍາກັດ

ຕົວເຮັດການລະລາຍ

ເອຕີແລນ Ethylene

ໝາກໄມ້

ໃຊ້ບົ່ມໝາກໄມ້ ບໍ່ອະນຸຍາດໃຫ້ໃຊ້ແກັສເອຕີແລນທີ່ມາຈາກສານສັງເຄາະ.

ເຈລາຕິນ Gelatin

ຜັກ, ໝາກໄມ້, ເຫຼົ້າແວງ

ໃຊ້ເພື່ອໃຫ້ເກີດຄວາມຄົງຕົວ ໃນໝາກໄມ້ກວນບາງຊະນິດ.

ໄອຊິງ ກລາສ Isinglass

ເຫຼົ້າແວງ

 

ນໍ້າມັນພືດ Vegetable oil

ບໍ່ຈໍາກັດ

 

ສານປັບຄວາມເປັນກົດເປັນດ່າງ pH adjusters

ບໍ່ຈໍາກັດ

ຕ້ອງມາຈາກທໍາມະຊາດເຊັ່ນ: ກົດຊີລິກ, ໂຊດຽມບີກາກໂບນັດ ຫຼື ນໍ້າສົ້ມ.

ເອນໄຊ Enzyme

ບໍ່ຈໍາກັດ

ຕ້ອງມາຈາກທໍາມະຊາດ ແລະ ຫ້າມໃຊ້ເອນໄຊທີ່ຜະລິດຈາກຈຸລິນຊີທີ່ມີ ການດັດແປງພັນທຸກໍາ.

ຈຸລິນຊີ Micro-organisms

ບໍ່ຈໍາກັດ

ຕ້ອງບໍ່ມາຈາກການດັດແປງພັນທຸກໍາ.

ຂ້າງເທິງ

ເອກະສານຊ້ອນທ້າຍ III - ແນວທາງການປະເມີນຂາເຂົ້າກະສິກໍາ ສໍາລັບກະສິກໍາອິນຊີ

  • ຫຼັກການ.

   ຜູ້ຜະລິດທີ່ຕ້ອງການໃຊ້ຂາເຂົ້າກະສິກໍາ ຈະຕ້ອງເຮັດການກວດສອບ ແລະ ປະເມີນໃຫ້ຈະແຈ້ງກ່ອນວ່າ: ຂາເຂົ້າກະສິກໍານັ້ນ ເປັນໄປຕາມມາດຕະຖານ ມກຊ ຫຼື ບໍ່ ໂດຍສະເພາະໃນກໍລະນີທີ່ ຂາເຂົ້າກະສິກໍານັ້ນບໍ່ໄດ້ລະບຸໄດ້ມາດຕະຖານ ຫຼື ໃນລາຍການຂາເຂົ້າກະສິກໍາ ທີ່ໄດ້ຮັບອະນຸມັດໃຫ້ໃຊ້ຈາກກົມປູກຝັງ ແຕ່ຜູ້ຜະລິດມີຄວາມຈໍາເປັນຕ້ອງໃຊ້ຂາເຂົ້າກະສິກໍານັ້ນ, ສະນັ້ນຂາເຂົ້າກະສິກໍາທີ່ນອນຢູ່ໃນຄູ່ມືນີ້ເທົ່ານັ້ນ, ທີ່ກົມປູກຝັງອາດຈະອະນຸຍາດໃຫ້ໃຊ້ໄດ້.

  • ນິຍາມ.

   ຂາເຂົ້າກະສິກໍາໝາຍເຖິງຂາເຂົ້າກະສິກໍາ ທີ່ໃຊ້ໃນລະບົບການຜະລິດກະສິກໍາອິນຊີເຊັ່ນ: ຝຸ່ນ, ສານປ້ອງກັນກໍາຈັດສັດຕູພືດ ແລະ ສານເພີ່ມປະສິດທິພາບ ແລະອື່ນໆທີ່ໄດ້ມາຈາກທໍາມະຊາດ.

  1. ຂໍ້ມູນ ຫຼື ເອກະສານ: ຜູ້ຜະລິດຈະຕ້ອງເກັບລວບລວມຂໍ້ມູນທີ່ກ່ຽວຂ້ອງ ກັບວັດຖຸດິບ, ອົງປະກອບ, ວິທີການຜະລິດ ແລະຂໍ້ມູນອື່ນໆທີ່ກ່ຽວຂ້ອງກັບ ຂາເຂົ້າກະສິກໍານັ້ນໄວ້ ເພື່ອໃຫ້ທາງກົມປູກຝັງກວດສອບໄດ້ ຖ້າຫາກຂໍ້ມູນບໍ່ພຽງພໍ ມກຊ ອາດຈະບໍ່ອະນຸຍາດໃຫ້ໃຊ້ຂາເຂົ້າກະສິກໍານັ້ນໄດ້.
  2. ການປະເມີນປັດໄຈການຜະລິດ ທີ່ກະກຽມຂຶ້ນພາຍໃນຟາມຂອງຕົນເອງ: ທີ່ຜະລິດຈາກສິ້ນສ່ວນຂອງພືດ, ສັດ ແລະ ຈຸລິນຊີທີ່ມີຢູ່ໃນຟາມຂອງຕົນເອງ ຫຼື ທີ່ໄດ້ຈາກນອກຟາມອະນຸຍາດໃຫ້ໃຊ້ໄດ້ ໃນກໍລະນີທີ່ມີຄຸນສົມບັດຄົບຖ້ວນດັ່ງນີ້:
    2.1. ມີຄວາມຈໍາເປັນຕ້ອງໃຊ້ ເພື່ອຮັກສາຄຸນນະພາບຂອງຜົນຜະລິດ.
    2.2. ໃຊ້ວັດຖຸດິບ ຫຼື ມີອົງປະກອບທີ່ມາຈາກທໍາມະຊາດ ຈົນວິທີການຜະລິດເປັນໄປຕາມ ມາດຕະຖານກະສິກໍາອິນຊີ.
    2.3. ສາມາດຍ່ອຍລະລາຍໄດ້ຕາມທໍາມະຊາດ.
    2.4. ບໍ່ເປັນພິດ ຫຼື ບໍ່ມີຜົນກະທົບຕໍ່ຄົນ, ສັດ, ແມງໄມ້ທີ່ມີປະໂຫຍດ, ສິ່ງມີຊີວິດໃນດິນ ແລະ ສິ່ງແວດລ້ອມ.
    2.5. ບໍ່ມີຜົນກະທົບຕໍ່ຜົນຜະລິດອິນຊີທັງໃນດ້ານຄຸນນະພາບ ແລະ ຄວາມປອດໄພ. ໃນກໍລະນີທີ່ມີຄວາມຊັບຊ້ອນ ຫຼື ຍາກໃນການພິຈາລະນາອາດຈະໃຊ້ (ຫຼັກການປະເມີນປັດໄຈການຜະລິດ ສໍາລັບກະສິກໍາອິນຊີຂອງ IFOAM) ເປັນແນວທາງໃນການພິຈາລະນາ.
  3. ການປະເມີນຂາເຂົ້າກະສິກໍາ ທີ່ຜະລິດເປັນການຄ້າ: ອະນຸຍາດໃຫ້ໃຊ້ໄດ້ ໃນກໍລະນີທີ່ມີຄຸນສົມບັດຄົບຖ້ວນດັ່ງນີ້:
    3.1. ມີຄວາມຈໍາເປັນຕ້ອງໃຊ້ ເພື່ອຮັກສາຄຸນນະພາບຂອງຜົນຜະລິດ.
    3.2. ໃຊ້ວັດຖຸດິບ ຫຼື ມີອົງປະກອບທີ່ມາຈາກທໍາມະຊາດເຊັ່ນ: ວັດຖຸອິນຊີ, ຫີນແຮ່ທາດທີ່ເກີດຂຶ້ນຕາມທໍາມະຊາດ ແລະ ບໍ່ມີສ່ວນປະກອບຂອງວັດຖຸອິນຊີ ທີ່ມາຈາກການຕັດແຕ່ງພັນ.}
    3.3. ວິທີເກັບກູ້ ແລະ ລວບລວມວັດຖຸດິບທີ່ໃຊ້ໃນປັດໄຈການຜະລິດ ແລະ ວິທີການຜະລິດ ຈະຕ້ອງບໍ່ສ້າງຜົນກະທົບຕໍ່ຄວາມຍືນຍົງ ແລະ ສົມດຸນຂອງສະພາບແວດລ້ອມ.
    3.4. ສາມາດຍ່ອຍລະລາຍໄດ້ຕາມທໍາມະຊາດ.
    3.5. ບໍ່ເປັນພິດ ຫຼື ບໍ່ມີຜົນກະທົບຕໍ່ຄົນ, ສັດ, ແມງໄມ້ທີ່ມີປະໂຫຍດ, ສິ່ງມີຊີວິດໃນດິນ ແລະ ສິ່ງແວດລ້ອມ.
    3.6. ບໍ່ມີຜົນກະທົບຕໍ່ຜົນຜະລິດອິນຊີທັງໃນດ້ານຄຸນນະພາບ ແລະ ຄວາມປອດໄພ.

   ໃນກໍລະນີທີ່ມີຄວາມຊັບຊ້ອນ ຫຼື ຍາກໃນການພິຈາລະນາອາດຈະໃຊ້ (ຫຼັກການປະເມີນຂາເຂົ້າກະສິກໍາ ສໍາລັບກະສິກໍາອິນຊີຂອງ IFOAM) ເປັນຄູ່ມືໃນການພິຈາລະນາ. ຂ້າງເທິງ

ເອກະສານຊ້ອນທ້າຍ IV - ແນວທາງປະເມີນການປຸງແຕ່ງ ແລະ ສານຊ່ວຍແປຮູບຜະລິດຕະພັນອິນຊີ

  • ຫຼັກການ.

   ໃນການແປຮູບຜົນຜະລິດກະສິກໍາອິນຊີ ຄວນເລືອກວິທີການແປຮູບທີ່ສາມາດ ຄົງຄຸນຄ່າທາງໂພຊະນາການໃຫ້ຫຼາຍທີ່ສຸດ ໂດຍບໍ່ຕ້ອງໃຊ້ສານປຸງແຕ່ງ ຫຼື ໃຊ້ເທົ່າທີ່ຈໍາເປັນ ຫາກຜູ້ຜະລິດ, ຜູ້ເຮັດການຜະລິດ ຕ້ອງການໃຊ້ສານປຸງແຕ່ງ ຫຼື ສານຊ່ວຍໃນການແປຮູບ ຈະຕ້ອງເຮັດການກວດສອບ ແລະ ປະເມີນໃຫ້ຈະແຈ້ງກ່ອນວ່າ ມີຄຸນສົມບັດເປັນໄປຕາມມາດຕະຖານອິນຊີ ຫຼື ບໍ່ ໂດຍສະເພາະໃນກໍລະນີທີ່ສານປຸງແຕ່ງ ຫຼື ສານຊ່ວຍໃນການແປຮູບນັ້ນ ບໍ່ໄດ້ລະບຸໃນມາດຕະຖານ ຫຼື ໃນລາຍການທີ່ໄດ້ຮັບອະນຸມັດ ໃຫ້ໃຊ້ຈາກກົມປູກຝັງ. ສານປຸງແຕ່ງ ແລະ ຊ່ວຍໃນການແປຮູບທີ່ເປັນຕາມແນວທາງນີ້ເທົ່ານັ້ນທີ່ ກົມປູກຝັງອາດຈະອະນຸຍາດໃຫ້ໃຊ້ໄດ້.

  • ນິຍາມ.

   ສານປຸງແຕ່ງ (Additives) ໝາຍເຖິງສານຊ່ວຍເສີມ ຫຼື ປັບປຸງຄຸນນະພາບຜະລິດຕະພັນ ຫຼື ສານໃດໆ ທີ່ປະສົມເຂົ້າໃນການຜະລິດແລ້ວ ມີຜົນຕໍ່ຄຸນນະພາບການເກັບຮັກສາກິ່ນ, ສີ, ລົດຊາດ, ຄວາມເຂົ້າກັນ ຫຼື ຄຸນສົມບັດອື່ນໆ ທີ່ມີຜົນຕໍ່ການຮັກສາຄຸນນະພາບຂອງຜະລິດຕະພັນ ແລະ ອາດກາຍເປັນສ່ວນປະສົມໜຶ່ງຂອງຜະລິດຕະພັນ.

   ສານຊ່ວຍໃນການແປຮູບ (Processing aids) ໝາຍເຖິງສານທີ່ໃສ່ລົງໄປ ເພື່ອຊ່ວຍໃນລະຫວ່າງການເເປຮູບອາຫານ ແລະ ຖືກນໍາອອກໄປກ່ອນທີ່ຈະເປັນຜະລິດຕະພັນ ສໍາເລັດຮູບບໍ່ຈັດເປັນສ່ວນປະສົມຂອງອາຫານ ແລະ ມັກຈະພົບວ່າຕົກຄ້າງຢູ່ໃນຜະລິດຕະພັນສຸດທ້າຍ ຫຼື ຖ້າເຫຼືອຕົກຄ້າງກໍຢູ່ໃນປະລິມານທີ່ໜ້ອຍທີ່ສຸດເຊັ່ນ: ສານຊ່ວຍຕອງ (filtration aid), ຕົວເຮັດການລະລາຍ (solvent) ເປັນຕົ້ນ.

  • ວິທີຈັດຕັ້ງປະຕິບັດ.
  1. ຂໍ້ມູນ ແລະ ເອກະສານ: ຜູ້ຜະລິດຈະຕ້ອງເກັບຮວບຮວມຂໍ້ມູນ, ເອກະສານທີ່ກ່ຽວກັບແຫຼ່ງທີ່ມາວັດຖຸດິບ, ອົງປະກອບ, ວິທີການຜະລິດ ແລະຂໍ້ມູນຂອງສານອື່ນໆທີ່ ໃຊ້ໃນການຜະລິດສານປຸງແຕ່ງ ຫຼື ສານຊ່ວຍແປຮູບນັ້ນໄວ້ ເພື່ອໃຫ້ທາງກົມປູກຝັງສາມາດກວດສອບໄດ້ ຖ້າຫາກຂໍ້ມູນບໍ່ພຽງພໍ ກົມປູກຝັງອາດຈະບໍ່ອະນຸຍາດໃຫ້ໃຊ້ ສານປຸງແຕ່ງ ຫຼື ສານຊ່ວຍແປຮູບນັ້ນໄດ້.
  2. ສານປຸງແຕ່ງ ແລະ ສານຊ່ວຍໃນການແປຮູບ: ອະນຸຍາດໃຫ້ໃຊ້ໄດ້ ໃນກໍລະນີທີ່ມີຄຸນສົມບັດຄົບຖ້ວນດັ່ງນີ້:
    2.1. ມີຄວາມຈໍາເປັນຢ່າງຍິ່ງໃນການແປຮູບຜະລິດຕະພັນ ອາດຈະບໍ່ສາມາດແປຮູບ ຫຼື ເກັບຮັກສາຜົນຜະລິດບາງປະເພດໄດ້ ຫາກບໍ່ມີສານປຸງແຕ່ງ, ສານຊ່ວຍໃນການແປຮູບດັ່ງກ່າວ.
    2.2. ໃຊ້ວັດຖຸດິບ ຫຼື ອົງປະກອບທີ່ມາຈາກທໍາມະຊາດ.
    2.3. ວິທີການໃນການຜະລິດສານປຸງແຕ່ງ, ສານຊ່ວຍໃນການແປຮູບ ເປັນໄປຕາມມາດຕະຖານກະສິກໍາອິນຊີ.
    2.4. ບໍ່ແມ່ນຜະລິດຕະພັນທີ່ມາຈາກການດັດແປງສານພັນ.
    2.5. ຕ້ອງບໍ່ເປັນອັນຕະລາຍຕໍ່ຜູ້ບໍລິໂພກ.
    2.6. ບໍ່ເຮັດໃຫ້ເສຍຄຸນນະພາບທີ່ແທ້ຈິງຂອງຜະລິດຕະພັນ.
    2.7. ບໍ່ກໍ່ຜົນເສຍຫາຍຕໍ່ສິ່ງແວດລ້ອມ.

   ໃນບາງກໍລະນີທີ່ມີຄວາມຊັບຊ້ອນ ຫຼື ຍາກແກ່ການພິຈາລະນາ ຫຼື ບໍ່ແມ່ນວັດຖຸດິບ, ອົງປະກອບທີ່ມາຈາກທໍາມະຊາດ ເນື່ອງຈາກສານທໍາມະຊາດມີຄຸນນະພາບ ແລະ ປະລິມານພຽງພໍທີ່ຈະໃຊ້ທົດແທນ ອາດຕ້ອງໃຊ້ (ຫຼັກເກນການປະເມີນສານປຸງແຕ່ງ ແລະ ສານຊ່ວຍໃນການແປຮູບ ສໍາລັບຜະລິດຕະພັນກະສິກໍາອິນຊີຂອງ IFOAM) ເປັນແນວທາງໃນການພິຈາລະນາ. ຂ້າງເທິງ

ເອກະສານຊ້ອນທ້າຍ V - ຫຼັກເກນການປັບປຸງແກ້ໄຂມາດຕະຖານກະສິກໍາອິນຊີ

  • ຫຼັກການ ແລະ ເຫດຜົນ

   ໃນການປັບປຸງແກ້ໄຂມາດຕະຖານກະສິກໍາອິນຊີ ຈະຕ້ອງມີຂະບວນການທີ່ມີຄວາມຈະແຈ້ງ ແລະ ເປີດໃຫ້ບຸກຄົນທີ່ກ່ຽວຂ້ອງໄດ້ມີສ່ວນຮ່ວມ ໃນການສະເໜີຂໍ້ຄິດເຫັນໃນການປັບປຸງແກ້ໄຂ ດັ່ງນັ້ນອະນຸກໍາມະການມາດຕະຖານກະສິກໍາອິນຊີ ຈຶ່ງໄດ້ກໍານົດຫຼັກເກນໃນການປັບປຸງແກ້ໄຂ ມາດຕະຖານກະສິກໍາອິນຊີນີ້ຂຶ້ນ ເພື່ອເປັນແນວທາງໃນການປະຕິບັດວຽກງານ.

  • ຫຼັກເກນ
  1. ການຮວບຮວມຂໍ້ຄິດເຫັນ
    1.1. ການຮວບຮວມຂໍ້ຄິດເຫັນ ໃນການປັບປຸງແກ້ໄຂມາດຕະຖານກະສິກໍາອິນຊີ ຈະເປີດໃຫ້ທຸກຄົນມີສ່ວນຮ່ວມ ບໍ່ວ່າບຸກຄົນນັ້ນຈະເປັນຜູ້ໃດກໍຕາມ.
    1.2. ຂໍ້ຄິດເຫັນດັ່ງກ່າວ ຈະຕ້ອງສົ່ງມາຫາກົມປູກຝັງເປັນລາຍລັກອັກສອນ ໂດຍລະບຸຜູ້ສະເໜີ ແລະ ເຫດຜົນປະກອບໃນການສະເໜີຂໍ້ຄິດເຫັນດັ່ງກ່າວ.
  2. ການສະຫຼຸບຂໍ້ຄິດເຫັນຂັ້ນຕົ້ນ.
    2.1. ພະນັກງານວິຊາການ ຈະເຮັດການຮວບຮວມ ແລະ ສະຫຼຸບຂໍ້ຄິດເຫັນທັງໝົດ ກ່ອນທີ່ຈະນໍາສະເໜີຕໍ່ ອະນຸກໍາມະການມາດຕະຖານກະສິກໍາອິນຊີ ໂດຍຂໍ້ຄິດເຫັນທັງໝົດ ຄວນຈໍາແນກເນື້ອຫາອອກເປັນ 2 ກຸ່ມດັ່ງນີ້:
       2.1.1. ຂໍ້ຄິດເຫັນທີ່ຂັດແຍ້ງກັບຫຼັກການ ໃນການເຮັດກະສິກໍາອິນຊີ.
       2.1.2. ຂໍ້ຄິດເຫັນທີ່ກ່ຽວຂ້ອງກັບມາດຕະຖານກະສິກໍາອິນຊີ.
    2.2. ດັ່ງນັ້ນເມື່ອເຮັດການສະຫຼຸບຂໍ້ຄິດເຫັນທັງໝົດ ຈະສາມາດແຍກອອກໄດ້ເປັນ 2 ພາກໂດຍແຕ່ລະພາກອາດຈະເຮັດບົດສະຫຼຸບປົກໜ້າໄວ້.
  3. ການພິຈາລະນາຂໍ້ຄິດເຫັນຂັ້ນຕົ້ນ ໂດຍອະນຸກໍາມະການມາດຕະຖານກະສິກໍາອິນຊີ
    3.1. ອະນຸກໍາມະການມາດຕະຖານກະສິກໍາອິນຊີ ຈະພິຈາລະນາຂໍ້ຄິດເຫັນທັງໝົດ ແລະ ເຮັດການຕັດສິນເບື້ອງຕົ້ນ ໂດຍອາດມີຫຼັກເກນໃນການຕັດສິນໃຈດັ່ງນີ້:
       3.1.1. ຕັດຂໍ້ຄິດເຫັນທີ່ຂັດແຍ້ງກັບຫຼັກການ ໃນການເຮັດກະສິກໍາອິນຊີ ຫຼື ບໍ່ສາມາດປະຕິບັດໄດ້ອອກໄປ.
       3.1.2. ຮວບຮວມຂໍ້ຄິດເຫັນຕ່າງໆ ເປັນຮ່າງມາດຕະຖານກະສິກໍາອິນຊີ ສະບັບໃໝ່ ເພື່ອນໍາສະເໜີຕໍ່ສະມາຊິກ.
       3.1.3. ຫາກມີຂໍ້ຄິດເຫັນທີ່ໜ້າສົນໃຈ ແຕ່ບໍ່ສາມາດຕັດສິນໄດ້ ແລະ ຕ້ອງການຂໍ້ຄິດເຫັນ ຫຼື ຂໍ້ມູນເພີ່ມເຕີມໃຫ້ພະນັກງານວິຊາການ ນໍາໄປດໍາເນີນການຮວບຮວມຄວາມຄິດເຫັນເພີ່ມເຕີມ ຕາມຫຼັກເກນຂັ້ນຕໍ່ໄປນີ້:
  4. ການລະດົມຄວາມຄິດເຫັນເພີ່ມເຕີມ
    4.1. ໃນຂັ້ນຕອນການລະດົມຄວາມຄິດເຫັນເພີ່ມເຕີມ ຄວນຈໍາກັດຢູ່ໃນສະເພາະກຸ່ມບຸກຄົນຕໍ່ໄປນີ້:
       4.1.1. ສະມາຊິກຜູ້ຜະລິດກະສິກໍາອິນຊີ
       4.1.2. ອົງກອນທີ່ກ່ຽວຂ້ອງ (ທີ່ບໍ່ແມ່ນສະມາຊິກອົງກອນຜະລິດກະສິກໍາອິນຊີ) ເຊັ່ນ: ກຸ່ມຜູ້ຜະລິດ, ຜູ້ເຮັດການຜະລິດ, ນັກວິຊາການ, ຜູ້ບໍລິໂພກ, ຮ້ານຄ້າ, ໜ່ວຍງານຂອງລັດ, ນັກຂ່າວ ແລະອື່ນໆ ໂດຍຄວນມີຕົວແທນປະມານ 5 ອົງການໃນແຕ່ລະກຸ່ມ.
    4.2. ສໍາລັບປະເດັນຂໍ້ຄິດເຫັນທີ່ ອະນຸກໍາມະການມາດຕະຖານ ບໍ່ສາມາດຕັດສິນໃຈໄດ້ ການຮວບຮວມຂໍ້ຄິດເຫັນຈະດໍາເນີນການແຍກເປັນ 2 ສ່ວນຄື:
       4.2.1. ອະນຸກໍາມະການມາດຕະຖານ ເຮັດໜັງສືຂໍ້ມູນເພີ່ມເຕີມຈາກຜູ້ສະເໜີ ໃນຫົວຂໍ້ທີ່ຍັງບໍ່ຈະແຈ້ງພຽງພໍ ແລ້ວຜ່ານການດໍາເນີນຕາມຂັ້ນຕອນທີ 1-3 ໃໝ່ແລ້ວນໍາເຂົ້າສູ່ຂັ້ນຕອນທີ 4.
       4.2.2. ອະນຸກໍາມະການມາດຕະຖານ ນໍາຫົວຂໍ້ທີ່ສະເໜີປຶກສາຂໍ້ຄິດເຫັນ ກັບຜູ້ຊໍານານນສາຂາທີ່ກ່ຽວຂ້ອງ ເປັນແຕ່ລະຄົນປະກອບຄໍາເຫັນແລ້ວ ຮວບຮວບນໍາເຂົ້າສູ່ຂັ້ນຕອນທີ 5.
  5. ອະນຸກໍາມະການມາດຕະຖານກະສິກໍາອິນຊີ ນໍາຂໍ້ຄິດເຫັນ ແລະ ຂໍ້ມູນທີ່ໄດ້ໃໝ່ຈັດເຮັດເປັນເອກະສານຊຸດການແກ້ໄຂ.
  6. ຮວບຮວມຂໍ້ຄິດເຫັນຈາກຜູ້ກ່ຽວຂ້ອງ ໃນຂໍ້ທີ 4.1.2 ຕໍ່ຫົວຂໍ້ທັງໝົດ.
  7. ປັບເປັນຮ່າງແກ້ໄຂປັບປຸງມາດຕະຖານ ຕຽມນໍາສະເໜີທີ່ປະຊຸມສະມາຊິກ ອະນຸກໍາມະການມາດຕະຖານກະສິກໍາອິນຊີ.
  8. ປະຊຸມສະມາຊິກຮັບຮອງຮ່າງມາດຕະຖານທີ່ປັບປຸງໃໝ່.
  9. ໄລຍະເວລາໃນການດໍາເນີນງານທັງ 8 ຂັ້ນຕອນ ຈະໃຊ້ເວລາພາຍໃນ 2 ປີ ຫຼື ທຸກໆປີ. ຂ້າງເທິງ

 

# ຫົວຂໍ້ ດາວໂຫຼດ
1 Decision of the Minister of Agriculture and Forestry on Organic Agriculture Standards No. 1666/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍ ມາດຕະຖານກະສິກໍາອິນຊີ ເລກທີ 1666/ປຝ.ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.