ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ຢູ່ ສປປ ລາວພ້ອມທັງ ແກ້ໄຂຄວາມຫຍຸ້ງຍາກຂອງການດຳເນີນທຸລະກິດຢູ່ພາຍໃນປະເທດໃຫ້ກະທັດຮັດ, ວ່ອງໄວໂດຍການຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຕົ້ນທຶນທີ່ບໍ່ຈຳເປັນໃນການດຳເນີນທຸລະກິດ. ໃນຕົ້ນປີ 2018 ຜ່ານມາ, ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ຢູ່ຂັ້ນທ້ອງຖິ່ນ ເພື່ອລົງຈັດຕັ້ງເຜີຍແຜ່ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ, ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ແຜນດຳເນີນກງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄລຍະປີ 2017-2022 ແລະ ການສ້າງກົນໄກປະສານງານຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ, ນອກນີ້ ກໍ່ໄດ້ເກັບກຳຂໍ້ມູນກ່ຽວກັບການອະນຸຍາດນຳເຂົ້າ-ສົ່ງອອກ, ການຜ່ານແດນສິນຄ້າຂອງບັນດາຂະແໜງການຂັ້ນທ້ອງຖິ່ນ ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ໃຕ້ ລວມທັງ ເກັບກຳຂໍ້ມູນສະພາບການອະນຸຍາດ-ກວດປ່ອຍສິນຄ້າ ຢູ່ບັນດາດ່ານສາກົນຕ່າງໆ.

ໃນຕົ້ນເດືອນມີນາ 2018 ທີ່ຜ່ານມາ, ຢູ່ທີ່ກະຊວງອຸດສາຫະກຳ ແລະ ການຄ້າ, ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ທຸລະກິດ ທີ່ຕິດພັນກັບການນຳເຂົ້າ-ສົ່ງອອກ ແລະ ຜ່ານແດນສິນຄ້າ, ເພື່ອນຳສະເໜີ ແລະ ກຳນົດແນວທາງປັບປຸງຂັ້ນຂອດການນຳເຂົ້າ ແລະ ສົ່ງອອກ ແລະ ເຜິີຍແຜ່ສ້າງຄວາມເຂົ້າໃຈ ກ່ຽວກັບແຜນດຳເນີນງານວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ໄລຍະປີ 2017-2022. ໂດຍສະເພາະແມ່ນການການສ້າງກົນໄກປະສານງານ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າ. ຈຸດປະສົງຫຼັກຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປັບປຸງຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ສະບັບເລກທີ 023/ຄປຊ, ລົງວັນທີ 20 ຕຸລາ 2010, ໃນຮ່າງຂໍ້ຕົກລົງສະບັບປັບປຸງໃໝ່ນີ້ ແມ່ນຈະໄດ້ກຳນົດເອົາທັງຂັ້ນສູນກາງ ແລະ ຂັ້ນແຂວງເພື່ອເປັນບ່ອນອີງໃນການຊຸກຍູ້ການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມເປັນເອກະພາບ ແລະ ໄປໃນລວງດຽວກັນໃນຂອບເຂດທົ່ວປະເທດ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.