ອີງຕາມຂ້ໍຕົກລົງສະບັບເລກທີ 0307/ກວຕ, ລົງວັນທີ 01 ມີນາ 2018 ວ່າດ້ວຍການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບຂອງຜະລິດຕະພັນວັດສະດຸ​ກໍ່ສ້າງຢູ່ ສປປ ລາວ ການຢັ້ງຢືນ​ຄຸນ​ນະພາ​ບວັດສະດຸກໍ່ສ້າງ ໝາຍ​ເຖິງການຈັດ​ຕັ້ງ​ປະຕິບັດຮັບຮູ້ຢ່າງ​ເປັນທາງການ ແລະ ໄດ້ອອກ​ໃບຢັ້ງຢືນຄຸນນະພາບຈາກອົງການ​ຄຸ້ມ​ຄອງ, ກວດກາ, ກວດ​ສອບ ແລະ ຢັ້ງຢືນ​ຄຸນ​ນະພາ​ບຜະລິດຕະພັນວັດ​ສະ​ດຸກໍ່ສ້າງ. ​ຜະລິດຕະພັນວັດສະດຸກໍ່ສ້າງຂອງບຸກຄົນ, ນິຕິບຸກຄົນ ​ແລະ ການຈັດ​ຕັ້ງທີ່ນຳເຂົ້າ, ສົ່ງອອກ ແລະ ຈຳໜ່າຍຈະຕ້ອງໄດ້ຜ່ານການກວດກາ ແລະ ຢັ້ງຢືນຄຸນ​ນະພາ​ບຕາມມາດຕະຖານແຫ່ງຊາດ, ພາກພື້ນ ​ແລະ ສາກົນ ຈາກກົມ​ມາດຕະຖານ ​ແລະ ວັດ​ແທກ,  ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນຕາມ​ການ​ມອບໝາຍ.

ສຳລັບການ​ປະກອບເອກະສານເພື່ອຂໍການຢັ້ງຢືນຄຸນນະພາບຜະລິດຕະພັນວັດສະດຸກໍ່ສ້າງມີດັ່ງລຸ່ມນີ້:
1. ໃບສະເໜີ ຈາກຜູ້ດຳເນີນທຸລະກິດ;
2. ສຳເນົາເອກະສານການປະກອບທຸລະ​ກິດ​ ຜະລິດຕະພັນວັດສະດຸກໍ່ສ້າງ;
3. ສຳເນົາເອກະສານການຜະລິດ, ປຸງ​ແຕ່ງ, ນໍາ​ເຂົ້າ, ສົ່ງ​ອອກ​ແລະຈໍາໜ່າຍຜະລິດຕະພັນວັດສະດຸກໍ່ສ້າງ;
4. ໃບ​ຢັ້ງຢືນ​ຄຸນ​ນະພາ​ບຈາກຕົ້ນ​ທາງສຳລັບຜະລິດຕະພັນວັດສະດຸກໍ່ສ້າງທີ່ນຳເຂົ້າ (ບໍ່​ໃຫ້​ເກີ​ນ 6 ​ເດືອນ​ນັບ​ແຕ່​ມື້ອອກ​ໃບ​ຢັ້ງຢືນ).

ສຳລັບຂັ້ນຕອນການ​ພິຈາລະນາ​​​ ​ແລະອະນຸມັດເອກະສານ ມີດັ່ງນີ້:
1. ເອກະສານ​ເພື່ອຂໍການຢັ້ງຢືນຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງ​​ຕ້ອງ​ໄດ້​ຮັບ​ການ​ພິຈາລະນາພາຍ​ໃນ (3 ວັນ)ສາມ​ວັນລັດຖະການ;
2. ພາຍຫຼັງ​ເອກະສານ​ຖືກຕ້ອງ, ຄົບ​ຖ້ວນ, ໄດ້​ຜ່ານ​ການ​ກວດກາ​ຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງ​ທີ່ສອດຄ່ອງຕາມມາດຕະຖານ​ແຫ່ງ​ຊາດ, ພາກ​ພື້ນ ​ແລະ ສາກົນ ແລະ ໄດ້ຮັບຜົນການກວດສອບແລ້ວ, ຕ້ອງ​ອອກ​ໃບຢັ້ງຢືນ​ຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງ​ຢ່າງ​ຊ້າ​ບໍ່​​ໃຫ້ເກີນ (5 ວັນ) ຫ້າວັນລັດຖະການ.

ນອກຈາກນັ້ນ, ໃບ​ຢັ້ງຢືນຄຸນ​ນະພາ​ບຜະລິດຕະພັນວັດສະດຸກໍ່ສ້າງແມ່ນເອກະສານສຳຄັນທາງດ້ານກົດໝາຍ ແລະ ໄດ້​ກຳນົດໃຫ້ນໍາ​ໃຊ້​ໄດ້​ຄັ້ງ​ດຽວ​ເທົ່າ​ນັ້ນ.

ຂໍ້ຕົກລົງສະບັບນີ້ມີຜົນສັກສິດເລີ່ມແຕ່ວັນທີ 01 ມີນາ 2018 ເປັນຕົ້ນໄປ.






 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.