ສາລະບານ

ໝວດທີ 1 - ຈຸດປະສົງ ແລະ ຂອບເຂດການນໍາໃຊ້ກໍານົດໝາຍເຕັກນິກ

ມາດຕາ 1. ຈຸດປະສົງ
ມາດຕາ 2. ຂອບເຂດ ແລະ ເປົ້າໝາຍໃນການນໍາໃຊ້

ໝວດທີ 2 - ການໝາຍສັດ ແລະ ການຂື້ນທະບຽນພິມສັດ

ມາດຕາ 3. ວ່າດ້ວຍການຂື້ນທະບຽນພິມສັດ
ມາດຕາ 4. ວ່າດ້ວຍຂະແໜງການທີ່ຮັບຜິດຊອບຊີ້ນໍາ ແລະ ຈັດຕັ້ງປະຕິບັດການຂື້ນທະບຽນພິມສັດ

ໝວດທີ 3 - ການເຄື່ອນຍ້າຍສັດຜະລິດຕະພັນສັດ, ອາຫານສັດ ແລະ ຢາສໍາລັບສັດການເຄື່ອນຍ້າຍພາຍໃນປະເທດ

ມາດຕາ 5. ວ່າດ້ວຍແບບຟອມ ແລະ ເອກະສານທີ່ປະກອບສໍາລັບການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຢາສໍາລັບສັດ
ມາດຕາ 6. ວ່າດ້ວຍບາງມາດຕະການຕໍ່ຜູ້ລະເມີດລະບຽບການເຄື່ອນໄຫວຍ້າຍສັດ, ຜະລິດສັດ, ອາຫານ ແລະ ຢາສໍາລັບສັດ
ມາດຕາ 7. ວ່າດ້ວຍລະບຽບການໃນການຂົນສົ່ງສັດ
ມາດຕາ 8. ວ່າດ້ວຍຂັ້ນຕອນ ແລະ ລະບຽບການຂໍອະນຸຍາດນໍາເຂົ້າສັດ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ
ມາດຕາ 9. ວ່າດ້ວຍເອກະສານເພື່ອປະກອບການນໍາເຂົ້າ
ມາດຕາ 10. ວ່າດ້ວຍສິດ ແລະ ໜ້າທີ່ຂອງພະນັກງານປະຈໍາດ່ານກວດກາສັດ
ມາດຕາ 11. ວ່າດ້ວຍການກໍານົດເສັ້ນທາງຂົນສົ່ງສັດ
ມາດຕາ 12. ວ່າດ້ວຍການຍົກເລີກການນໍາເຂົ້າ
ມາດຕາ 13. ວ່າດ້ວຍການກໍານົດມາດຖານກ່ຽວກັບການນໍາເຂົ້າຜະລິດຕະພັນສັດ
ມາດຕາ 14. ວ່າດ້ວຍການນໍາສົ່ງສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດອອກນອກ ສປປ.ລາວ
ມາດຕາ 15. ການຂົນສົ່ງສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດຜ່ານ ສປປລາວ.

ໝວດທີ 4 - ການປ້ອງກັນ ແລະ ສະກັດກັ້ນໂລກລະບາດ

ມາດຕາ 16. ວ່າດ້ວຍການກໍານົດຊະນິດຂອງຢາປ້ອງກັນພະຍາດສັດ
ມາດຕາ 17. ວ່າດ້ວຍພັນທະຂອງເຈົ້າຂອງສັດລ້ຽງ
ມາດຕາ 18. ວ່າດ້ວຍແບບຟອມໃບຢັ້ງຢືນກັນສັກຢາປ້ອງກັນພະຍາດສັດ
ມາດຕາ 19. ວ່າດ້ວຍຫລັກການລວມ, ການສະກັດກັ້ນ ແລະ ການຄວບຄຸມພະຍາດຕົ້ນຕໍຂອງສັດ
ມາດຕາ 20. ວ່າດ້ວຍລະບົບລາຍງານກ່ຽວກັບໂລກລະບາດສັດ
ມາດຕາ 21. ວ່າດ້ວຍການປະກາດເຂດໂລກລະບາດ
ມາດຕາ 22. ວ່າດ້ວຍການປະກາດຍຸບເລີກເຂດໂລກລະບາດສັດ
ມາດຕາ 23. ວ່າດ້ວຍຫລັກການສະກັດກັ້ນ ແລະ ການຄວບຄຸມບາງພະຍາດຕິດແປດຮ້າຍແຮງ

ໝວດທີ 5 - ການຂ້າສັດ ແລະ ການກວດກາອະນາໄມຊີ້ນ

ມາດຕາ 24. ວ່າດ້ວຍຫລັກການທົ່ວໄປ
ມາດຕາ 25. ວ່າດ້ວຍການອະນຸຍາດການອອກແບບ ແລະ ການກໍ່ສ້າງໂຮງຂ້າສັດ
ມາດຕາ 26. ວ່າດ້ວຍມາດຖານດ້ານເຕັກນິກຕໍ່າສຸດ ສໍາລັບການກໍ່ສ້າງໂຮງຂ້າສັດ
ມາດຕາ 27. ວ່າດ້ວຍການກໍານົດເວລາ ເພື່ອກວດກາສັດກ່ອນຂ້າ
ມາດຕາ 28. ວ່າດ້ວຍການກໍານົດ ວີທີການຂ້າ, ການອະນາໄມ ແລະ ການວາງຂາຍ
ມາດຕາ 29. ວ່າດ້ວຍກໍລະນີພົບພະຍາດຕິດຕໍ່ຮ້າຍແຮງກ່ອນຂ້າ
ມາດຕາ 30. ວ່າດ້ວຍກໍລະນີທີ່ພົບພະຍາດຮ້າຍແຮງໃນໂຮງຂ້າສັດ
ມາດຕາ 31. ວ່າດ້ວຍກໍລະນີທີ່ພົບພະຍາດອື່ນໆ ໃນໂຮງຂ້າສັດ
ມາດຕາ 32. ວ່າດ້ວຍກໍລະນີພົບສານໃນຊີ້ນ
ມາດຕາ 33. ວ່າດ້ວຍການປະຕິບັດການຂ້າສັດຢູ່ບ່ອນຂ້າສັດຍ່ອຍ
ມາດຕາ 34. ສໍາລັບນ້ໍາເມິກ ແລະ ກາຈ້ໍາຊີ້ນ
ມາດຕາ 35. ວ່າດ້ວຍການປະຕິບັດຕໍ່ຊາກສັດທີ່ຕິດພະຍາດຕິດແປດຮ້າຍແຮງ
ມາດຕາ 36. ໃບນໍາສົ່ງຊີ້ນ, ຊິ້ນສ່ວນ ແລະ ເຄື່ອງໃນ
ມາດຕາ 37. ການຂ້າສັດເພື່ອກິນໃນງານບຸນຕາມປະເພນີ
ມາດຕາ 38. ວ່າດ້ວຍການລັກລອບຂ້າສັດ

ໝວດທີ 6 - ຂໍ້ກໍານົດວ່າດ້ວຍການຄັດເລືອກສັດໄວ້ເພື່ອຮັກສາພັນ

ມາດຕາ 39. ວ່າດ້ວຍການກໍານົດເຂດຮັກສາພັນສັດພື້ນເມືອງ
ມາດຕາ 40. ວ່າດ້ວຍການຄັດເລືອດສັດເພື່ອຮັກສາພັນ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ ເອກະພາບ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາປ່າໄມ້                  ເລກທີ 0313/ກປ.ຈຕ

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍການອະນຸມັດກໍານົດໝາຍເຕັກນິກກ່ຽວກັບການຄຸ້ມຄອງສັດລ້ຽງ
ແລະ ຜະລິດຕະພັນສັດ ໃນ ສປປລາວ

  • ອິງຕາມດໍາລັດຂອງນາຍຍົກລັດຖະມົນຕີ ສະບັບເລກທີ 89/ນຍ ລົງວັນທີ 22/06/99 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້.
  • ອິງຕາມໃບສະເໜີຂອງກົມລ້ຽງສັດ ແລະ ການປະມົງ ສະບັບເລກທີ່ 0022/ກລສ. ຈບ ລົງວັນທີ 18/01/2000.
  • ອິງຕາມການຄົ້ນຄ້ວາ ແລະ ການສະເໜີຂອງກົມຈັດຕັ້ງພະນັກງານ.

ກະຊວງກະສິກໍາ ແລະ ປ່າໄມ້ຈື່ງຕົກລົງ

ມາດຕາ 1: ອະນຸມັດ ກໍານົດໝາຍດ້ານເຕັກນິກກ່ຽວກັບການຄຸ້ມຄອງສັດລ້ຽງ ແລະ ຜະລິດຕະພັນສັດ ໃນ ສ.ປ.ປ.ລາວ
ມາດຕາ 2: ໃຫ້ກົມລ້ຽງສັດ ແລະ ການປະມົງຈົ່ງໄດ້ປະສານສົມທົບ ກັບພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ໄດ້ຮັບໝາກຜົນເປັນຢ່າງດີ.
ມາດຕາ 3: ຂໍ້ຕົກລົງສະບັບນີ້ ມີຜົນສັດສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ວຽງຈັນ, ວັນທີ 20 JAN 2000
ລັດຖະມົນຕີກະຊວງ ກະສິກໍາ ແລະ ປ່າໄມ້

ລ່ຽນ ສະພັງທອງ

ບ່ອນນໍາສົ່ງ:

  • ຫ້ອງການກະຊວງກະສິກໍາປ່າໄມ້   1 ສະບັບ
  • ກົມການຈັດຕັ້ງ ແລະ ພະນັກງານ   1 ສະບັບ
  • ກົມລ້ຽງສັດ ແລະ ການປະມົງ   1 ສະບັບ
  • ກົມແຜນການ   1 ສະບັບ
  • ເກັບມ້ຽນ   1 ສະບັບ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ກະຊວງກະສິກໍາ ແລະ ປ່າໄມ້                    ເລກທີ 0036/ກລສ.ຈບ
ກົມລ້ຽງສັດ ແລະ ການປະມົງ

ແຈ້ງການ

  • ອິງໃສ່ຂໍ້ກໍານົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມລ້ຽງສັດ ແລະ ການະປະມົງ ສະບັບເລກທີ່ 1397/ກປ ລົງວັນທີ 28/04/1997.
  • ອິງໃສ່ກົດລະບຽບກ່ຽວກັບການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ ສະບັບເລກທີ 0004/ກປ ແລະ 0005/ກປ ລົງວັນທີ 02/01/2000.
  • ອິງໃສ່ຂໍ້ຕົກລົງວ່າດ້ວຍການອະນຸມັດ ກໍານົດໝາຍເຕັກນິກກ່ຽວກັບການຄຸ້ມຄອງສັດລ້ຽງ ແລະ ຜະລິດຕະພັນສັດ ໃນ ສ.ປ.ປ.ລາວ ສະບັບເລກທີ່ 0313/ກປ ລົງວັນທີ 20/01/2000.
  • ເພື່ອຈັດຕັ້ງປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງກົມລ້ຽງສັດ ແລະ ການປະມົງໃຫ້ສໍາເລັດຕາມທີ່ໄດ້ກໍານົດໄວ້ໃນຂໍ້ກໍານົດ ແລະ ເຮັດໃຫ້ວຽກງານຄຸ້ມຄອງສັດລ້ຽງກ້າວສູ່ລະບົບລະບຽບເທື່ອລະກ້າວ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ອອກແຈ້ງການເພື່ອປະກາດນໍາໃຊ້ກໍານົດໝາຍເຕັກນິກກ່ຽວກັບຄຸ້ມຄອງສັດລ້ຽງ ແລະ ຜະລິດຕະພັນໃນ ສ.ປ.ປ.ລາວ ດັ່ງມີລາຍລະອຽດດັ່ງນີ້:
  1. ກໍານົດໝາຍເຕັກນິກປະກອບດ້ວຍ:
  1. ເນື້ອໃນ 75 ໝ້າ (ມີ 6 ໝວດ ແລະ 40 ມາດຕາ)
  2. ຄໍາຈໍາກັດຄວາມ 8 ໜ້າ
  3. ແບບຟອມຕ່າງໆ 50 ຫນ້າ
  1. ເພື່ອເຮັດໃຫ້ກໍານົດໝາຍເຕັກນິດຖືກນໍາລົງໄປປະຕິບັດໃນຂັ້ນຕອນຕ່າງໆ ແຕ່ສູນກາງລົງຮອດທ້ອງຖິ່ນ ໄດ້ມີຄວາມຮູ້ພື້ນຖານ ເປັນບ່ອນ ອີງໃນການປະຕິບັດຕາມໜ້າທີ່ຂອງຕົນ ແລະ ຮັບໃຊ້ສັງຄົມ ໃຫ້ດີຂື້ນນັ້ນ, ຈຶ່ງສະເໜີໃຫ້ຄົ້ນຄ້ວາຮັບຮູ້ ແລະ ເຂົ້າໃຈ ຢ່າງເປັນລະບົບເອກະພາບ, ມີຄວາມຮັບຜິດຊອບສູງໃນການນໍາໃຊ້ເພື່ອຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.
  2. ກໍານົດໝາຍເຕັກນິກສະບັບນີ້ ອາດພົບກັບບັນຫາຫບາຍດ້ານໃນຕໍ່ໜ້າໃນການຈັດຕັ້ງປະຕິບັດ.

   ດັ່ງນັ້ນ ຈຶ່ງຂໍໃຫ້ບັນດາທ່ານຜູ້ນໍາໃຊ້ຈົ່ງໃຫ້ຄວາມຮ່ວມມືລາຍງານຂໍ້ສະດວກ ຫຼື ຂໍ້ຫຍຸງຍາກເປັນແຕ່ລະໄລຍະ ໃຫ້ກົມລ້ຽງສັດ ແລະ ການປະມົງຊາບນໍາດ້ວຍ.

ວຽງຈັນ, ວັນທີ 24 JAN 2000
ຫົວໜ້າກົມລ້ຽງສັດ ແລະ ການປະມົງ.

ສິງຄໍາ ພົນວິໄຊ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້
ກົມລ້ຽງສັດ ແລະ ການປະມົງ     ເລກທີ່……../ກລສ

ກໍານົດໝາຍເຕັກນິກ ກ່ຽວກັບການຄຸ້ມຄອງສັດລ້ຽງ ແລະ ຜະລິດຕະພັນສັດ ໃນ ສປປ ລາວ

  • ອີງໃສ່ກົດໝາຍວ່າດ້ວຍການກະສິກໍາ
  • ອີງໃສ່ດໍາລັດ ຂອງ ນາຍົກລັດຖະມົນຕີ ເລກທີ່ 85/ນຍ. ລົງວັນທີ 31/5/93 ວ່າດ້ວຍການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ.
  • ອີງໃສ່ກົດລະບຽບກ່ຽວກັບການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ ຂອງກະຊວງກໍາສິກໍາ ແລະປ່າໄມ້ ເລກທີ່ 004/ ກປ ແລະຄໍາສັ່ງແນະນໍາເລກທີ່ 0005/ກປ ລົງວັນທີ່ 02/01/81997

ໝວດທີ 1
ຈຸດປະສົງ ແລະຂອບເຂດ ການນໍາໃຊ້ກໍານົດໝາຍເຕັກນິກ

ມາດຕາ 1. ຈຸດປະສົງ
   ເພື່ອເປັນມາດຖານເຕັກນິກໃນການຄຸ້ມຄອງຕິດຕາມ ກວດກາຈັດຕັ້ງປະຕິບັດບັນດາດໍາລັດ ແລະ ກົດລະບຽບກຽວກັບການຄຸ້ມຄ້ອງສັດລ້ຽງໃນ ສປປ ລາວ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດ ທົ່ວປະເທດ. ຂ້າງເທິງ

ມາດຕາ 2. ຂອບເຂດ ແລະ ເປົ້າໝາຍໃນການນໍາໃຊ້
   ກໍານົດໝາຍເຕັກນິກສະບັບນີ້ ມີຜົນບັງຄົບໃຊ້ ສໍາລັບ ທຸກສໍານັກງານ ແລະ ອົງການ ທີ່ກ່ຽວຂ້ອງ ບຸກຄົນ ຫຼື ນິຕິບຸກຄົນ ທີ່ພົວພັນເຖິງການລ້ຽງສັດ, ການຊື້ຂາຍສັດ, ແລະ ຜະລົດຕະພັນສັດ, ອາຫານ ແລະ ຢາສໍາລັບສັດໃນດິນແດນ ສ.ປ.ປ. ລາວ. ຂ້າງເທິງ

ໝວດທີ 2
ການໝາຍສັດ ແລະ ການຂື້ນທະບຽນພິມສັດ

ມາດຕາ 3. ວ່າດ້ວຍການຂື້ນທະບຽນພິມສັດ
   ໃນການຂື້ນທະບຽນພິມສັດນັ້ນ ໃຫ້ປະຕິບັດຕາມມາດຕາ ໝວດ 2 ຂອງກົດລະບຽບເລກທີ່ 0004/ກປ ລົງວັນທີ່ 02/01/1997 ແລະ ໃນຂໍ້ 2 ຂອງບົດແນະນໍາກ່ຽວກັບກົດລະບຽບຄຸ້ມຄ້ອງສັດລ້ຽງໃນ ສ.ປ.ປ. ລາວ. ເລກທທີ່ 0005/ກປ ລົງວັນທີ່ 02/01/97.

  1. ການໝາຍເລກປະຈໍາໂຕສັດລ້ຽງ

   ການໝາຍເລກປະຈໍາໂຕສັດລ້ຽງ ຈະຕີໃສ່ໃບຫູ ຫຼື ກະໂພກຂາຫລັງ ຫຼື ໃຊ້ຕ້າງຫູ ປະລາດສະຕິກ ຫຼື ອະລຸຍມີນຽມ ແລ້ວແຕ່ເງື່ອນໄຂ ຂໍ້ສະດວກຂອງທ້ອງຖິ່ນ. ໂຕເລກທີ່ ຕີໃສ່ສັດແຕ່ລະໂຕ ມີສອງຊະນິດຄື:

  • ໂຕເລກບອກເຖິງທີ່ຢູ່ເດີມຂອງສັດ ແມ່ນຖືເອົາເລກໝາຍລະຫັດຂອງແຂວງ, ເມືອງ ແລະ ບ້ານ ທີ່ທາງການກໍານົດຂື້ນແລະຕີໃສ່ທາງດ້ານຊ້າຍຂອງໂຕສັດ.
  • ໂຕເລກບອກເຖິງທີ່ຢູ່ຂອງສັດ ແມ່ນຕີໃສ່ດ້ານຂວາຂອງໂຕສັດ, ສໍາລັບໃນໃບພິມສັດໃຫ້ມີ ເລກໝາຍ ໃນໃບພິມສັດ ແລະເວກທີ່ ຂອງໂຕສັດດັ່ງນີ້:
  • ໝາຍເລກ     1     ໝາຍເຖິງ     ງົວ
  • ໝາຍເລກ     2     ໝາຍເຖິງ     ຄວາຍ
  • ໝາຍເລກ     3     ໝາຍເຖິງ     ຊ້າງ
  • ໝາຍເລກ     4     ໝາຍເຖິງ     ມ້າ
  • ໝາຍເລກ     5     ໝາຍເຖິງ     ລໍ
  • ໝາຍເລກ     6     ໝາຍເຖິງ     ລາ
  • ການໝາຍເລກໂຕສັດຂອງສູນ, ສະຖານນີຂອງລັດ, ບໍລິສັດວິສະຫະກິດ, ເອກະຊົນ ແລະ ບຸກຄົນທີ່ລ້ຽງແບບເປັນຟາມຕ້ອງໃຊ້ເລກໝາຍ ລະຫັດຂອງສູນ, ສະຖານນີ, ຟາມຂອງຕົນທີ່ໄດ້ກໍານົດຂື້ນເອງ ໂດຍຜ່ານຄນວາມເຫັນດີ ຈາກສູນລ້ຽງສັດ ແລະການປະມົງ ຫລື ເຈົ້າໜ້າທີ່ໆ ກ່ຽວຂ້ອງຮັບຮູ້ນໍາ ຊຶ່ງເລກໝາຍດັ່ງກ່າວນັ້ນບໍ່ໃຫ້ຂັດກັບເລກໝາຍລະຫັດສັດ ຂອງປະຊາຊົນທົ່ວໄປ.
  1. ການສັງເກດເບິ່ງຈຸດພິເສດ

   ແມ່ນການເບິ່ງລັກສະນະ ຈຸດພິເສດເດັ່ນສະເພາະຕົວ ຊຶ່ງໄດ້ກໍານົດເອົາອະໄວຍະວະພາຍນອກຕ່າງໆດັ່ງນີ້:

  • ເຂົາ         (ເຂົາຕູ້, ກອມ, ເລ, ຕາກ….ອື່ນໆ).
  • ໜ້າຜາກ      (ໜ້າຜາກແວ້, ດ່າງ….ອື່ນໆ)
  • ຈອມຂັວນ    (ບອກບ່ອນຢູ່ຂອງຈອມຂັວນ, ສ່ວນໜ້າຊ້າຍ, ສ່ວນໜ້າຂວາ, ສ່ວນຫລັງຊ້າຍ ແລະ ສ່ວນຫລັງຂວາ)
  • ຂາ          (ຂາກົ່ງ, ຂາຈ່າງ, ຂາລອດພື້ນທ້ອງ, ຂາເດ່ໄປຂ້າງໜ້າ…).
  • ຂໍຕີນ        (ຕີນກ່ານ, ດ່າງ….ອື່ນໆ)
  • ສີ           (ເຫລືອງ, ແດງ, ດໍາ, ຂາວ, ດ່ອນ, ດ່າງ…ອື່ນໆ)
  1. ການໂອນກໍາມະສິດ:

   ການໂອນກໍາມະສິດຕ້ອງໄດ້ໄປເຮັດທະບຽນໂອນກໍາມະສິດ ນໍາສັດຕະວະແພດບ້ານ, ນາຍບ້ານ, ໂດຍນາຍບ້ານເປັນຜູ້ປະທັບຕາຢັ້ງຢືນ. ຫລັງຈາກມີການໂອນແລ້ວໃຫ້ທາງສັດຕະວະແພດບ້ານຫລືຜູ້ຖືກມອບາຍໜ້າທີ່ລາຍງານປໃຫ້ທສງສູນລ້ຽງສັດ ແລະການປະມົງເມືອງເພື່ອຊາບ. ຫລັງຈາກມີການຍົກຍ້າຍແລ້ວ ຜູ້ທີ່ນໍາສັດເຂົ້າມາ ຕ້ອງໄດ້ແຈ້ງຕໍ່ ສັດຕະວະແພດບ້ານ ແລະ ນາຍບ້ານ ຫລັງຈາກນັ້ນ ສັດຕະວະແພດບ້ານ ຕ້ອງແຈ້ງໃຫ້ສູນລ້ຽງ ແລະ ການປະມົງເມືອງ ພາຍໃນກໍານົດ 15 ວັນ. ຂ້າງເທິງ

ມາດຕາ 4. ວ່າດ້ວຍຂະແໜງການທີ່ຮັບຜິດຊອບຊີ້ນໍາ ແລະ ຈັດຕັ້ງປະຕິບັດ ການຂື້ນທະບຽນພິມສັດ

  • ການດໍາການຂື້ນທະບຽນພິມສັດ ເຈົ້າຂອງສັດຕ້ອງໄດ້ມາແຈ້ງຈໍານວນສັດ ທີ່ຕົນມີຕໍ່ນາຍບ້ານ ຫລື ຜູ້ຖືກມອບໝາຍໜ້າທີກ່ອນ 3 – 7 ວັນ ເພື່ອເກັບກໍາສະຖິຕິສັດທີ່ມີທັງໝົດ ກ່ອນພະນັກງານສູນລ້ຽງສັດ ແລະ ການປະມົງ ຂັ້ນເມືອງ, ສັດຕະວະແພດບ້ານ ຫລື ຜູ້ຖືກມອບໝາຍໜ້ານທີ່ຈະລົງງໄປເຮັດວຽກຂື້ນທະບຽນ ພິມສັດ
  • ການຢັ້ງຢືນ ແລະ ຮັບຮອງ ການຂື້ນທະບຽນພິມສັດ ໃຫ້ປະຕິບັດຕາມມາດຕາ 5 ໝວດ 2 ຂອງກົດລະບຽບ ເລກທີ່ 0004 / ກປ ລົງວັນທີ່ 02/01/97. ຂ້າງເທິງ

ໝວດທີ 3
ການເຄື່ອນຍ້າຍສັດ ຜະລິດຕະພັນສັດ, ອາຫານສັດ ແລະ ຢາສໍາລັບສັດການເຄື່ອນຍ້າຍພາຍໃນປະເທດ

ມາດຕາ 5. ວ່າດ້ວຍແບບຟອມ ແລະ ເອກະສານທີ່ປະກອບສໍາລັບການເຄື່ອນຍ້າຍສັດ, ະລິດຕະພັນສັດ ແລະ ຢາສໍາລັບສັດ
   ເພື່ອໃຫ້ເປັນເອກະພາບກັນໃນທົ່ວປະເທດ ກົມລ້ຽງສັດ ແລະການປະມົງ ຈື່ງໄດ້ກໍານົດ ແບບຟອມຕ່າງໆ ທີ່ຈະປະກອບໃນການເຄື່ອນຍ້າຍສັດ ຜະລິດຕະພັນສັດ ແລະ ຢາສໍາລັບສັດ ດັ່ງຕໍ່ໄປນີ້:

  • ໃບທະບຽບພິມສັດ ໃຫ້ຖືເອົາຕາມແບບຟອມ ສ . 001 ທີ່ໄດ້ກໍານົດໄວ້ໃນມາດຕາ 3 ຂອງກໍານົດໝ!ຍເຕັກນິກສະບັບນີ້.
  • ໃບຢັ້ງຢືນສຸຂະພາບສັດ ໃຫ້ຖືເອົາຕາມແບບຟອມ ສ.002 ທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງກໍານົດໝາຍເຕັກນິກສະບັບນີ້.
  • ໃບຢັ້ງຢືນອະນາໄມ ຜູລິດຕະພັນສັດ ໃຫ້ຖີເອົາຈາມແບບຟອມ ສ.003 ທີ່ໄດ້ກໍານົດໄວ້ໃນມາຕາ 5 ຂອງກໍານົດໝາຍເຕັກນິດສະບັບນີ້
  • ໃບຢັ້ງຢືນການສັກຢາກັນພະຍາດສັດ ໃຫ້ຖືເອົາຕາມແບບຟອມ ສ.004 ທີ່ໄດ້ກໍານົດໄວ້ໃນມາດຕາທີ່ 18 ຂອງກົດໝາຍສະບັບນີ້.
  • ໃບຢັ້ງຢືນກໍາມະສິດໃຫ້ ຖືເອົາຕາມແບບຟອມຂອງນາຍບ້ານເລີຍ
  • ໃບອະນຸຍາດເຄືອ່ນຍ້າຍສັດ/ຜະລິດຕະພັນສັດ ໃຫ້ເອົາຕາມແບບຟອມ ສ .005 ທີ່ໄດ້ກໍານົດໄວ້ໃນມາດຕາ 5 ຂອງກໍານົດໝາຍເຕັກນິກສະບັບນີ້. ຂ້າງເທິງ

ມາດຕາ 6. ວ່າດ້ວຍບາງມາດຕະການຕໍ່ຜູ້ລະເມີດລະບຽບການເຄື່ອນໄຫວຍ້າຍສັດ, ຜະລິດສັດ, ອາຫານ ແລະ ຢາສໍາລັບສັດ
   ເມື່ອມີການເຄື່ອນຍ້າຍສັດ, ຜະລິດຕະພັນສັດ ແລະ ຢາສໍາລັບສັດ ຜ່ານດ່ານກວດກາສັດຕະວະແພດ ຫຼື ສູນລ້ຽງສັດ ແລະ ການປະມົງ ເຈົ້າຂອງສັດ ຫຼື ຜູ້ຄຸ້ມຄອງ ຕ້ອງສະເໜີ ເອກະສານຕ່າງໆ ທີ່ເຈົ້າຂອງສັດ ຫຼືຜູ້ຄອບຄອງສັດຕ້ອງສະເອກະສານ ຕ່າງໆ ທີ່ໄດ້ລະບຸໄວ້ໃນມາດຕາ 6 ຂອງກົດລະບຽບ ສະບັບເລກທີ່ 0004/ກປ ລົງວັນທີ່ 20/01/97 ຖ້າພົບເຫັນວ່າເຈົ້າຂອງສັດ ຫາກລະເມີດຕໍ່ລະບຽບການເຄື່ອຍຍ້າຍສັດ, ຜະລິດຕະພັນ ແລະ ຢາ ສໍາລັບສັດ ໃຫ້້ເຈົ້າໜ້າທີ່ສັດຕະວະແພດ ປະຕິບັດຕາມແຕ່ລະກໍລະນີ ດັ່ງລຸ່ມນີ້:

  1. ກໍລະນີເອກະສານບໍ່ຄົບຖ້ວນ ເວລາເຄື່ອນຍ້າຍ ສັດ, ຜະລິດຕະພັນ ແລະ ຢາສໍາລັບສັດ ຜ່ານດ່ານ ຫລື ສູນລ້ຽງສັດ ແລະການປະມົງ,
  • ກັກສັດ, ຜະລິດຕະພັນສັດ ແລະ ຢາສໍາລັບສັດ ນັ້ນໄວ້ກອ່ນ
  • ສະເໜີເຈົ້າຂອງ ຫຼື ຜູ້ຄອບຄອງນໍາເອກະສານ ຫລື ຫລັກຖານຕ່າງໆ ມາປະກອບໃຫ້ຄົບຖ້ວນ ຈາກເມືອງຕົ້ນທາງ ເພື່ອຈະໄດ້ອະນຸຍາດໃຫ້ເຄື່ອນຍ້າຍຕໍ່ໄປໄດ້.
  1. ກໍລະນີມີເອກະສານຄົບຖ້ວນແຕ່ບໍ່ຜ່ານດ່ານຕາມທີ່າງສັດຕະວະແພດກໍານົດໃຫ້ ແລະ ເມື່ອຖືກກວດກາພົບເຫັນໃຫ້ທາງສັດຕະວະແພດປະຕິບັດດັ່ງນີ້:
  • ກັກສັດ, ຜະລິດຕະພັນສັດ ແລະ ຢາສໍາລັບສັດ ນັ້ນໄວ້ກ່ອນ
  • ທໍາການສອບວນຄວາມເປັນມາພ້ອມທັງບັນທຶກລົງປະຈໍາວັນ ເຖິງສາເຫດຕ່າງໆ ຢ່າງລະອຽດ.
  • ສຶກສາອົບຮົມ ຫລື ປັບໄໝ ຕາມສະຖານໜັກ ຫຼື ເບົາ (ຊື່ງຈະກໍານົດໄວ້ໃນ ບົດລົງໂທດຕ່າງຫາກ)
  • ອະນຸຍາດໃຫ້ຜ່ານໄປໄດ້ຕາມເສັ້ນທາງທີ່ກໍານົດລະອຽດ.
  1. ກໍລະນີ້ມີເອກະສານບາງສ່ວນບ່ຖືກຕ້ອງ ຫລື ບໍ່ມີເອກະສານ ແລະບໍ່ຜ່ານດ່ານຕາມທີ່ທາງສັດຕະວະແພດກໍານົດໃຫ້ ແລະ ເມື່ອຖຶກກວດກາພົບເຫັນ ໃຫ້ຖືເປັນຄວາມຜິດຕາມມາດຕາ 8 ຂອງກົດລະບຽບກະຊວງກະສິກໍາ ແລະ ປ່າໄມ້ ເລກທີ່ 0004/ກປ ລົງວັນທີ່ 02/01/97 ໃຫ້ທາງສັດຕະວະແພດປະຕິບັດດັ່ງນີ້:
  • ຢຶດສິດ ຫຼື ຜະລິດຕະພັນສັດ ຫລື ຢາສໍາລັບສັດ ດັ່ງກ່າວນັ້ນໄວ້.
  • ເຮັດບົດບັນທຶກການກັກຕົວ ເພື່ອປະກອບສໍານວນຄະດີ (ມີແບບຟອມ ເພື່ອບັນທຶກການກັກຕົວ ແລະສົ່ງສໍານວນຄະດີ ຕ່າງຫາກ).
  • ເສຍຄ່າທໍານຽມສານການກັກຕົວ 5,000 ກີບ/ຄັ້ງ.
  1. ຄ່າໃຊ້ຈ່າຍຕ່າງໆໃນເວລາກັກສັດ ເຊັ່ນ: ການດູແລຮັກສາ, ການລ້ຽງເກືອ, ການສັກຢາປ້ອງກັນ ແລະ ການປິ່ນປົວ ຜູ້ເປັນເຈົ້າຂອງ ຫລື ຜູ້ຄຸມຄອງ ຈະຕ້ອງເປັນຜູ້ຮັບຜິດຊອບ ທັງໝົດ. ຂ້າງເທິງ

ມາດຕາ 7. ວ່າດ້ວຍລະບຽບການໃນການຂົນສົ່ງສັດ
   ເພື່ອຮັບປະກັນການປ້ອງກັນໂລກລະບາດສັດ ໃຫ້ໄດ້ດີ ແລະ ມີປະສິດທິພາບສູງ, ຮັບປະກັນການຂົນສົ່ງໃຫ້ແທດ ເໝາະແລະໄດ້ຕາມມາດຖານຈື່ງກໍານົດມາດຕະການ ແລະວິທີປະຕິບັດລະອຽດ ທັງກ່ອນ ແລະ ຫລັງ ການຂົນສົ່ງດັ່ງນີ້:

  1. ກ່ອນການຂົນສົ່ງ.

ກ. ກໍລະນີຂົນສົ່ງດ້ວຍຍານພາຫະນະ (ລົດ, ລົດໄຟ, ເຮືອ, ເຮືອບິນ)

  • ຍານພາຫະນະ ທີທໍາການຂົນສົ່ງ ງົວ-ຄວາຍ ຈະຕ້ອງປະກອບຮາວເທິງສຸດ ໃຫ້ຖ້ວມຫລັງສັດ ຫຼື ປະມານ 1.60 ແມັດ ເພື່ອໃຊ້ສໍາລັກເປັນບ່ອນຜູກສັດ ຫລື ເພື່ອປ້ອງກັນບໍ່ໃຫ້ສັດໂດດລົງຈາກພາຫະນະນັ້ນ. ສໍາລັບ ງົວ-ຄວາຍນ້ອຍ ແລະ ໝູຕ້ອງຂັ້ນເຮັດເປັນຄອກ ຫຼື ເປັນລອັກ ຫລື ເປັນຊັ້ນ ໃນຂະໜາດທີ່ເໝາະສົມ ຊື່ງອາດຂື້ນກັບຂະໜາດຄວາມກ້ວາງຍາວ ແລະຄວາມສູງຂອງຍານພາຫະນະນັ້ນ. ກໍລະນີ ທີ່ຈະເຮັດເປັນຊັ້ນຕ້ອງຮັບປະກັນໄດ້ວ່າ ສິ່ງເສດເຫລືອຈະຕ້ອງບໍ່ຕົກລົງສູ່ຊັ້ນລຸ່ມເດັດຂາດພ້ອມດຽວກັນກໍ່ຕ້ອງຮັບປະກັນການຖ່າຍເທອາກາດ ໄດ້ສະດວກສະບາຍຊື່ງຕ້ອງເຮັດປ່ອງອາດ ຢູ່ຂ້າງຍານພາຫະນະ ແຕ່ຕ້ອງສູງຈາກພື້ນ ຢ່າງໜ້ອຍ 20-30 ຊັງຕີແມັດ ຫລື ປະມານ 1 ຄືບເຄິ່ງ.
  • ກ່ອນການບັນຈຸຕ້ອງຂ້າເຊືອ ຍານພາຫະນະທຸກຄັ້ງໂດຍສັດຕະວະແພດ ຜູ້ທີ່ຮັບຜິດຊອບໃນການເຕື່ອນຍ້າຍສັດ ຫລື ເຈົ້າໜ້າທີ່ໆຖືກມອບໝາຍ ຂັ້ນເມືອງ ຫລື ແຂວງພ້ອມດຽວກັນກໍ່ຕ້ອງທໍາການກວດກາ ສະພາບຂອງຍານພາຫະນະວ່າຢູ່ໃນສະພາບປົກກະຕິດີ ບໍ່ໃຫ້ມີຂອງແຫລມ, ຄົມ ຫລື ພື້ນຍານພາຫະນະ ເປັນຂຸມ, ເປັນປ່ອງ. ນອກຈາກນີ້ ພື້ນຕ້ອງປູດ້ວຍເຟືອງ, ຂີ້ແກບ ຂີ້ເລື່ອຍ ຫລື ອື່ນໆ ເພື່ອຮັບປະກັນ ບໍ່ໃຫ້ສັດໝື່ນລົ້ມ.
  • ກ່ອນການບັນຈຸ ສັດຕະວະແພດຜູ້ທີ່ຮັບຜິດຊອບໃນການເຄື່ອນຍ້າຍສັດ ຫລື ເຈົ້າໜ້າທີ່ໆຖືກມອບໝາຍ ຂັ້ນເມືອງ ຫລື ແຂວງ ຕ້ອງກວດກາ ສຸກຂະພາບຂອງສັດ ແລະ ຈໍານວນສັດຕົວຈິງທຸກຄັ້ງ ແລ້ວບັນທຶກ ຈໍານວນ ສັດ ແລະ ອາການທັງ ໝົດ ລົງໃນເອກະສານ. ທັ້ງນີ້ ກໍ່ເພື່ອໃຫ້ແນ່ໃຈໄດ້ວ່າ ສັດມີຈໍານວນຄົບຖ້ວນ ແລະ ມີສຸກຂະພາບ ປົກກະຕິດີ ພ້ອມທີ່ຈະອອກເດີນທາງໄດ້.
  • ການບັນຈຸສັດ ອາດປ່ອຍໂດຍຂັ້ນເປັນລັອກ ຫລື ຜູກມັດແຕ່ຕ້ອງຄໍານືງເຖິງສຸຂະພາບ ແລະຄວາມປອດໄພຂອງສັດ ຖ້າເປັນງົວ-ຄວາຍ ຕ້ອງມີເຄົາ ຫລື ຖ້າມີເຄົາ ກໍຕ້ອງຜູກມັດປາກ (ຖັກເໝົ້າ) ເພື່ອສາມາດມັດໃສ່ກັບຮາວຂອງລົດໄດ້. ການມັດອາດເຮັດເປັນ 2 ແຖວ (ປິ່ນກົ້ນຫາກັນ) ສະບັບກັນຕາມລວງຍາວ ຂອງພາຫະນະໄລຍະຫ່າງກັນ ຂອງການຜູກມັດສັດ ຊຶ່ງໄດ້ກໍານົດົວ້ຄື: 0.60 ແມັດ - 1.0 ແມັດ/ໂຕ ໂດຍອີ່ງຕາມຂະໜາດຂອງສັດ (ສັດໃຫຍ່) ແລະຖ້າເປັນ ງົວນ້ອຍ ຫລື ຄວາຍນ້ອຍ ອາດປ່ອຍໃສ່ໃນລອັກ ທີ່ໄດ້ຂັ້ນໄວ້ນັ້ນ ໂດຍຄິດໄລ່ 0.4 ຕາແມັດ (ມ2) – 0.80 ຕາແມັດ/ໂຕ (ມ2/ໂຕ). ສໍາລັບໝູຕ້ອງປ່ອຍໃສ່ຄອກທີ່ຂັ້ນໄວ້ນັ້ນໂດຍຄິດໄລ່ເນື້ອທີ່ 0.4 ຕາແມັດ (ມ2) – 0.6 ຕາແມັດ/ໂຕ (ມ2/ໂຕ). ພ້ອມດຽວກັນສັດຕະວະແພດຕ້ອງກວດກາລະອຽດກ່ອນຈະອະນຸຍາດ ໃຫ້ມີການເຄື່ອນຍ້າຍ.
  • ຫ້າມໃຊ້ຄວາມຮຸນແຮງ ຫລື ທໍລະມານສັ ດ້ວຍວິທີການຕ່າງໆ ທີ່ເຫັນວ່າຈະເປັນຜົນສະທ້ອນຕໍ່ກັບ ສຸກຂະພາບ ຂອງສັດ ແລະ ຄຸນະພາບຂອງຊີ້ນ ໃນກໍລະນີທີ່ຖືກນໍາໄປຂ້າ.
  • ຕ້ອງປະທັບກາຫລື ຂຽນເຄື່ອງໝາຍໃສ່ໂຕສັດ, ພ້ອມດຽວກັນກໍ່ຕ້ອງໃຊ້ລວດ ກົ່ວ ໜີບຝາທ້າຍຍານພາຫະນະ (ກໍລະນີໃຊ້ລົດ ເປັນພາຫະນະຂົນສົ່ງ). ທັງນີ້ກໍ່ເພື່ອປ້ອງການັການປ່ຽນຖ່າຍສັດເວລາຂົນສົ່ງ). ນອກຈາກນີ້ກໍ່ຕ້ອງເຮັດເຄື່ອງໝາຍ (ເຄື່ອງໝາຍແບບດຽວກັບເຄື່ອງໝາຍທີ່ຂຽນໄວ້ໃນໂຕສັດ). ໃສ່ເອກະສານທຸກຄັ້ງເພື່ອຄວາມກະຈ່າງແຈ້ງ.

ຂ. ກໍລະນີເຄື່ອນຍ້າຍດ້ວຍການໄລ່ຕ້ອນ:

  • ກ່ອນການເຄື່ອນຍ້າຍ ຫລື ສັດຕະວະແພດ ຫລື ໜ່ວຍງານຮັບຜິດຊອບ ຕ້ອງທໍາການກວດກາໃຫ້ຄັນແນ່ ເຊັ່ນ. ກວດກາສຸຂະພາບສັດ, ຈໍານວນສັດຕົວຈິງ ແລະ ເອກະສານໃນການເຄື່ອນຍ້າຍສັດ ທີ່ປະກອບມາພ້ອມກັບໂຕສັດ ໃຫ້ຄົບຖ້ວນ ແລະ ຖືກຕ້ອງ ຕາມມາດຕາ 5 ຂອງກໍານົດໝາຍເຕັກນິກສະບັບນີ້
  • ເຈົ້າຂອງສັດ ຫຼື ຜູ້ຄອບຄອງສັດ ຕ້ອງເຄື່ອນຍ້າຍໄປຕາມເສັ້ນທາງ ທີ່ທາງເຈົ້າໜ້າທີ່ສັດຕະວະແພດ ທີ່ກ່ຽວຂ້ອງກໍານົດໃຫ້
  1. ການປະຕິບັດເວລາຂົນສົ່ງ.
  •  ການເຄື່ອນຍ້າຍສັດອາດຈະກະທໍາໃນຕ້ອນເຊົ້າ ຫລື ໃນເວລາອາກາດເຢັນ, ຫ້າມຂົນສົ່ງສັດ ເມື່ອອຸນຫະພູມຂອງອາກາດສູງເກີນ 38 c. (ອົງສາແຊນຊຽດ)
  •  ໃນຂະເດີນທາງ ຈະຕ້ອງຮັບປະກັນວ່າຈະຕ້ອງ ບໍ່ມີສິ່ງເສດເຫລືອເຊັ່ນ: ອາຈົມ, ຍ່ຽວຂອງສັດ ຫລື ສິ່ງເປື້ອນເປີະ ອື່ນໆ ຕົກເຮັ່ຍລົງຈາກຍານພາຫະນະນັ້ນ. ນອກຈາກນີ້ ຫ້າມປ່ຽນຖ່າຍສັດ, ຜະລິດຕະພັນສັດ ເພື່ອປ້ອງກັນການແຜ່ລາມຂອງເຊື້ອພະຍາດ.
  •  ກໍລະນີ ທີ່ມີຄວາມຈໍາເປັນຕ້ອງໄດ້ທໍາການ ປ່ຽໜຖ່າຍ ຍານພາຫະນະ ຕ້ອງມີສັດຕະວະແພດ ກວດກາ ແລະອະນຸຍາດ ຈຶ່ງສາມາດປ່ຽນຖ່າຍ ແລະເຄື່ອນຍ້າຍຕໍ່ໄປໄດ້.
  • ກໍລະນີມີສັດຕາຍ ຫລື ເຈັບໂຊ ໃນເວລາຂົນສົ່ງ ເຄື່ອນຍ້າຍ ໃຫ້ປະຕິບັດຕາມມາດຕາ 9 ຂອງກົດລະບຽບ ກະຊວງກະສິກໍາ ແລະປ່າໄມ້ ເລກທີ່ 0004/ກປ, ລົງວັນທີ  02/01897 ຢ່າງເຄັ່ງຄັດ.
  1. ຫລັງການຂົນສົ່ງ:

   ເມື່ອສັດມາເຖິງຈຸດໝາຍປາຍທາງແລ້ວ ຄວນປະຕິບັດດັ່ງນີ້:

  •  ເຈົ້າຂອງສັດຕ້ອງນໍາສັດໄປລົງໃນບ່ອນທີ່ເຈົ້າໜ້າທີ່ສັດຕະວະແພດ ກໍານົດໃຫ້ທຸກຄັ້ງ. ໃນກໍລະນີມີຄວາມຈໍາເປັນທີ່ຈະຕ້ອງນໍາສັດລົງກ່ອນ ເຈົ້າຂອງສັດອາດປະຕິບັດໄດ້ ແຕ່ຕ້ອງແຈ້ງໃຫ້ອໍານາດການປົກຄອງ ແລະເຈົ້າໜ້າທີສັດຕະວະແພດຖດຍດ່ວນ ບໍ່ໃຫ້ເກີນ 48 ຊົ່ວໂມງ ຫລັງການນໍາສົ່ງສັດ.
  •  ເຈົ້າໜ້າທີສັດຕະວະແພດ ຕ້ອງກວດກາເອກະສານ ທີ່ປະກອບມາພ້ອມກັບການຂົນສົ່ງ ຢ່າງລະອຽດ ຄົບຖ້ວນ (ເບິງໃນມາດຕາ 6 ຂອງລະບຽບເລກທີ 0004/ກປ, ລົງວັນທີ 02/01/97.
  • ເຈົ້າໜ້າທີ່ສັດຕະວະແພດຕ້ອງໄດ້ກວດກາ ສຸກຂະພາບຂອງສັດ, ຈໍານວນສັດຕົວຈິງ, ພ້ອມເຄື່ອງໝາຍທີມີໃນເອກະສານ ແລະ ໃນໂຕຂອງສັດວ່າຖືກຕ້ອງຫລືບໍ່
  •  ກໍລະນີມີສັດອ່ອນເພັຍ ຫລື ໄດ້ຮັບບາດເຈັບທີ່ເກີດຈາກການເດີນທາງ ຕ້ອງແຍກສັດທີ່ອ່ອນເພັຍ ຫລືໄດ້ຮັບບາດເຈັບນັ້ນອອກຕ່າງຫາກ ເພື່ອໄດ້ຮັບການຕິດຕາມ ແລະ ປິ່ນປົວ.
  •  ເຈົ້າໜ້າທີ່ສັດຕະວະແພດ ຕ້ອງໄດ້ບັນທຶກເຂົ້າໃນບັນຊີສັດເພີ້ມ (ກໍລະນີນໍາໄປລ້ຽງສັດ).
  •  ຫລັງການຂົນສົ່ງທຸກຄັ້ງ ຕ້ອງອະນາໄມ, ຂ້າເຊື້ອ ຍານພາຫະນະ, ພ້ອມກັບກໍາຈັດສິ່ງເສດເຫຼືອຕ່າງໆ ເຊັ່ນ: ເຟືອງ, ຂີ້ເລື່ອຍ, ຂີ້ສັດ ແລະ ອື່ນໆ ຈາກການຂົນສົ່ງສັດດ້ວຍການຝັງ ຫລື ເຜົາ ເພື່ອຮັບປະກັນບໍ່ວຫ້ເຊາະໄຫລ ໄປຕາມແມ່ນ້ໍາ, ຫ້ວຍ, ຮ່ອງ, ບວກໜອງ ທີ່ຈະເປັນບ່ອນ ແຜ່ຂະຫຍາຍເຊື້ອພະຍນດໄດ້. ຂ້າງເທິງ

ການນໍາເຂົ້າສັດລ້ຽງ 
ຜະລິດຕະພັນສັດ, ອາຫານສັດ ແລະຢາສໍາລັບສັດ

ມາດຕາ 8. ວ່າດ້ວຍຂັ້ນຕອນ ແລະ ລະບຽບການຂໍອະນຸຍາດນໍາເຂົ້າສັດ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ

  • ຂຽນຄໍາຮ້ອງຂໍນໍາເຂົ້າຕາມແບບຟອມ ທີ່ທາງການກໍານົດໄວ້ໃຫ້ຄົບຖ້ວນ. ຕາມແບບຟອມ ຂ 0001 ພ້ອມດຽວກັນນັ້ນ ກໍ່ຕ້ອງນໍາສະເໜີຢ່າງໜ້ອຍ 15 ວັນ ກ່ອນຈະມີການນໍາເຂົ້າ.
  • ໃຫ້ບະຕິບັດຕາມລະບຽບ ການນໍາເຂົ້າສິນຄ້າ ຂອງກະຊວງການຄ້າ ແລະທ່ອງທ່ຽວ, ກະຊວງການເງິນ ແລະ ປະກອບເອກະສານຕ່າງໆ ທີ່ໄດ້ກໍານົດໄວ້ໃນມາດຕາ 9 ຂອງ ກໍານົດໝາຍເຕັກນິກ ສະບັບນີ້.
  • ສັດທຸກໂຕ ທີ່ນໍາເຂົ້າປະເທດ ເຈົ້າໜ້າທີ່ ຈະກັກສັດດັ່ງກ່າວ ໄວ້ບໍ່ເກີນ 15 ວັນ ໃນສະຖານທີ່ໆທາງການກໍານົດໄວ້ ເພື່ອກວດກາຕິດຕາມ ກ່ອນມີການຈໍາໜ່າຍ, ກ່ອນນໍາໄປ ລ້ຽງ ຫຼື ນໍາໄປຂ້າ (ລະບຽບການກັກ ເພື່ອທໍາການກວດກາ ຈະກໍານົດສະເພາະ ໃນພາລະບົດບາດ ຂອງດ່ານກວດກາສັດ). ສ່ວນສັດປີກທີ່ຈະນໍາມາຈໍາໜ່າຍ ເພື່ອລ້ຽງຢູ່ໃນປະເທດ ຕ້ອງແຈ້ງສະຖານທີ່ (ຟາມ, ສູນ, ສະຖານີ, ຫລື ບ່ອນຢູ່ຂອງລູກຄ້າຜູ້ນໍາໄປລ້ຽງ) ເພື່ອຄວາມສະດວກໃຫ້ແກ່ ເຈົ້າໜ້າທີ່ສັດຕະວະແພດ ໃນກໍລະນີທີ່ມີຄວາມຈໍາເປັນໃນການຕິດຕາມ ແລະ ກວດກາ.
  • ກໍລະນີ ສັດມີຊີວິດ (ນໍາເຂົ້າມາເພື່ອແນວພັນ) ໃຫ້ປະຕິບັດຕາມກົດລະບຽບໃນມາດຕາ 12 ຂໍ້ 3 ຂອງກະຊວງກະສິກໍາ ແລະ ປ່າໄມ້ ເລກທີ່ 0004/ກປ ລົງວັນທີ່ 02/01/97. ຂ້າງເທິງ

ມາດຕາ 9.  ວ່າດ້ວຍເອກະສານເພື່ອປະກອບການນໍາເຂົ້າ
   ຜູ້ທີ່ມີຈຸດປະສົ່ງ ທີ່ຈະນໍາເຂົ້າສັດລ້ຽງ. ຜະລິດຕະພັນສັດ, ອາຫານ ແລະ ຢາ ສໍາລັບສັດຕ້ອງໄດ້ປະກອບເອກະສານ ແລະ ປະຕິບັດດັ່ງຕໍ່ໄປນີ້:

ກ. ສໍາລັບສັດ ແລະ ຜະລິດຕະພັນສັດ

  • ກໍລະນີ ນໍາເຂົ້າສັດລ້ຽງເພື່ອເຮັດແນວພັນ ນອກຈາກເອກະສານທີ່ໄດ້ລະບຸ ໄວ້ໃນມາດຕາ 8 ຂອງກໍານົດໝາຍເຕັກນິກສະບັບນີ້ແລ້ວ ຕ້ອງມີໃຊອະນຖຍາດການນໍາເຂົ້າຈາກ ກົມລ້ຽງສັດ ແລະການປະມົງ.
  • ກໍລະນີ ນໍາເຂົ້າສັດລ້ຽງເພື່ອບໍລິໂພກຕ້ອງມີໃບອະນຸຍາດຈາກພະແນກກະສິກໍາ ແລະ ປ່າໄມ້ ແຂວງ ກໍາແພງນະຄອນ ຫລື ເຂດພີເສດ ແຕ່ຕ້ອງລາຍງານໃຫ້ກົມລ້ຽງສັດ ແລະການປະມົງ ເປັນລາຍລັກອັກສອນ ພາຍໃນ 7 ວັນທ ຫລັງຈາກການນໍາເຂົ້າ ທຸກຄັ້ງ.
  • ຕ້ອງມີໜັງສື ຢັ້ງຢືນ ສຸຂະພາບສັດ ຫຼື ໜັງສືຢັ້ງຢືນອະນາໄມຜິລິດຕະພັນສັດ ຈາກອົງການສັດຕະວະແພດ ຂອງລັດ ປະເທດທີ່ສົ່ງສິນຄ້າອອກ ແລະເອກະສານດັ່ງກ່າວຕ້ອງພຶມເປັນພາສາຝຣັ່ງ ຫລື ອັງກິດ.
  • ຕ້ອງມີໃບຢັ້ງຢືນການສັກຢາປ້ອງກັນພະຍາດສັດ ຈາກ ປະເທດຕົ້ນທາງຕາມການກໍານົດໃນມາດຕາ 16 ຂອງ ກໍານົດໝາຍເຕັກນິກສະບັບນີ້.
  • ຕ້ອງມີປື້ມບັນທຶກການຕິດຕາມ ດ້ານກໍາມະພັນ ຂອງສັດ ຫຼື ໃບຢັ້ງຢືນແຫລ່ງກໍາເນີດສັດ (PEDEGREE) ໃນກໍລະນີສັດນໍາເຂົ້າມາເພື່ອເຮັດແນວພັນ ຊື່ງຢັ້ງຢືນ ແລະ ຮັບຮອງຄວາມຖືກຕ້ອງ ຈາກອົງການຂອງລັດ ປະເທດຕົ້ນທາງ.

ຂ. ສໍາລັບ ອາຫານສັດ ແລະ ຢາປົວພະຍາດ

  1. ສໍາລັບອາຫານສັດ.
  • ຕ້ອງໄດ້ປະກອບເອກະສານຂໍອະນຸຍາດນໍາເຂົ້າຕາມແບບຟອມ ຂ 004 ທີ່ທາງກົມລ້ຽງສັດ ແລະການປະມົງໄດ້ກົດໄດ້ ແລະ ກ່ອນຈະມີການນໍາເຂົ້າ ຕ້ອງໄດ້ຮັບອະນຸຍາດຢ່າງຖືກຕ້ອງເສັຍກ່ອນ.
  • ຕ້ອງມີໜັງສີຢັ້ງຢືນຄຸນນະພາບ ທີ່ອອກໃຫ້ໂດຍອົງການອາຫານສັດ ຂອງປະເທດຕົ້ນທາງ ຫລື ປະເທດຜູ້ ຜະລິດ. ໃນເອກະສານຕ້ອງໄດ້ແຈ້ງ ເຖິງສ່ວນປະກອບ ແລະ ປະລິມານຄຸນຄ່າດ້ານອາຫານ (ປໂຣຕີນ, ໄຂມັນ, ເກີອແຮ່, ວິຕາມິນ), ຄວາມຊຸ່ມ ກາກ, ວັນ ເດືອນ ປີ ທໍາການຜະລິດ ແລະກໍານົດວັນໝົດ ອາຍຸ. ຜູ້ນໍາເຂົ້າ ອາຫານສັດຕ້ອງນໍາຕົວຢ່າງສົ່ງໃຫ້ສູນ ວິໃຈອາຫານສັດ ເພື່ອກວດກາວິໄຈ ຢ່າງໜ້ອຍ 15 ວັນກ່ອນການນໍາເຂົ້າທຸກຄັ້ງ.
  • ອາຫານທີ່ຈະນໍາເຂົ້າ ຕ້ອງໄດ້ຮັບມາດຖານຄຸນນະພາບຕາມການກໍານົດໄວ້ໃນປື້ມຄູ່ມືວ່າດ້ວຍມາດຖານ ການຜະລິດອາຫານສັດເບື້ງຕົ້ນ ປີ 1996 ຂອງສນວິໄຈ ອາຫານສັດແຫ່ງຊາດ.
  • ສໍາລັບອາຫານສັດທີ່ບໍ່ໄດ້ມາດຖານຫ້າມນໍາເຂົ້າ.
  1. ຢາສໍາລັບສັດ.
  • ຕ້ອງໄດ້ປະກອບເອກະສານ ການຂໍອະນຸຍາດນໍາເຂົ້າຕາມແບບຟອມ ຂ 005 ທີ່ທາງກົມລ້ຽງສັດ ແລະ ການປະມົງໄດ້ກໍານົດໄວ້ ແລະ ກ່ອນຈະມີການນໍາເຂົ້າຕ້ອງໄດ້ຮັບອະນຸຍາດຢ່າງຖືກຕ້ອງເສັຍກ່ອນ, ຕ້ອງມີເອກະສານກໍາກັບຢາ ຈາກອົງການຜະລິດຢາສໍາລັບສັດ ຂອງກປະເທດຄົນ້ທາງ ຫລື ປະເທດຜູ້ຜະລິດ, ໃຈເອກະສານ ຕ້ອງໄດ້ບອກແຈ້ງ ຊື່ຂອງຕົວຢາທາງການແພດ ພ້ອມດ້ວຍສ່ວນປະກອບ, ສັບພະຄຸນ, ຂະໜາດບັນຈຸ, ວິທີນໍາໃຊ້, ສີຂອງຢາ, ວັນ ເດືອນ ປີ ຜະລິດ ແລະ ວັນ ເດືອນ ປີ ໝົດອາຍຸ. ຜູ້ນໍາເຂົ້າຢາ ສໍາລັບສັດ ຕ້ອງນໍາຕົວຢ່າງ ສົ່ງໃຫ້ສູນວິໄຈອາຫານ ແລະ ຢາເພື່ອກວດກາວິໄຈ ຢ່າງໜ້ອຍ 15 ວັນກ່ອນການນໍາເຂົ້າທຸກຄັ້ງ.

ຄ. ຜູ້ມີຈຸດປະສົງນໍາເຂົ້າສັດ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ ນອກຈາກທີ່ຈະຕ້ອງໄດ້ປະກອບ ເອກພສານ ທີ່ກ່າວມາຂ້າງເທິງແລ້ວຍັງຕ້ອງໄດ້ປະກອບເອກະສານ ທີ່ຈໍາເປັນໃຫ້ຄົບຖ້ວນໂດຍພົວພັນກັບພາກສ່ວນກ່ຽວຂ້ອງໂດຍກົງເຊັ່ນ: ໃບອະນຸຍາດລົງທືນ (ສໍາລັບຊາວຕ່າງປະເທດ) ຈາກສໍານັກງານນາຍົກລັດຖະມົນຕີ, ໃບອະນຸຍາດດໍາເນີນທຸລະກິດຈາກກະຊວງການຄ້າ ແລະ ທ່ອງທ່ຽວ ໃບທະບຽນອາກອນ ຈາກກະຊວງການເງິນ ແລະ ເອກະສານອື່ນໆ. ຂ້າງເທິງ

ມາດຕາ 10. ວ່າດ້ວຍສິດ ແລະ ໜ້າທີ່ຂອງພະນັກງານປະຈໍາດ່ານກວດກາສັດ
   ໜ້າທີ່ຕົ້ນຕໍຂອງພະນັກງານກວດກາປະຈໍາດ່ານກວດກາສັດ ແມ່ນປະຕິບັດຕາມມາດຕະກນວນກນປ້ອງກັນ ແລະ ກໍາຈັດໂລກລະບາດສັດ ໂດຍວີທີການຄວບຄຸມການເຄື່ອນຍ້າຍສັດ, ຜະລິດຕະພັນສັດ, ອາຫານ ແລະຢາສໍາລັບສິດຊື່ງຈະແບ່ງເປັນໜ້າທີ່ລະອຽດຄື:

  • ກວດກາສັດ, ຜະລິດຕະພັນສັດ, ອາຫານສັດ ແລະ ຢາສໍາລັບສັດ ທີ່ທໍາການຂົນສົ່ງ ຫລື ເຄື່ອນຍ້າຍຜ່ານດ່ານ ຊື່ງປະຕິບັດຕາມໝວດທີ່ 3 ວ່າດ້ວຍການເຄື່ອນຍ້າຍສັດ, ຜະລິດຕະພັນສັດ, ອາຫານ ແລະການ ຢາສໍາລັບສັດ ຂອງກົດລະບຽບ ກະຊວງກະສິກາ ແລະ ປ່າໄມ້ ໄວ້ວ່າດ້ວຍການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ.
  • ໃນກໍລະນີທີ່ພົບເຫັນສັດທີ່ມີອາການຜິດປົກກະຕິ ຫຼື ສະແດງອາການຂອງພະຍາດຕິດແປດຮ້າຍບາງຊະນິດ ແລະ ສັດຕາຍໃຫ້ປະຕິບັດຕາມມາດຕາ 9 ແລະ 13 ຂອງກົດລະບຽບເລກທີ່ 0004/ກປ ລົງວັນທີ່ 02/01/97 ຂອງ ກະຊວງກະສິກໍາ ແລະ ປ່າໄມ້ ວ່າດ້ວຍການຄຸ້ມຄອງ ສັດລ້ຽງໃນ ສ.ປ.ປ.ລາວ ນອກຈາກບາງກໍລະນີທີ່ເຫັນວ່າ ການປິ່ນປົວ ແລະ ສັກຢາ ປ້ອງກັນຈະແກ່ຍາວ ເກີນກວ່າ 15 ວັນ ໃຫ້ຫົວໜ້າດ່ານເປັນຜູ້ກໍານົດ ໄລຍະກັກກັນສັດ ຈົນກວ່າຈະແນ່ໃຈວ່າສັດດັ່ງກ່າວ ມີສຸຂະພາບແຂງແຮງດີ ຈື່ງອອກໜັງສືຢັ້ງຢືນສຸຂະພາບ ແລະອອກໃບອະນຸຍາດໃຫ້ເຄື່ອນຍ້າຍຕໍ່ໄປໄດ້.
  • ຕິດຕາມກວດກາສະພາບພະຍຸສັດຢ່າງເຄັ່ງຄັດ ໃນຂອບເຂດ ແລະ ທ້ອງຖິ່ນຂອງຕົນຮັບຜິດຊອບ ໂດຍມີການປະສານງານກັລຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຫຼື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກໍາແພງນະຄອນ ຫຼື ເຂດພິເສດ ທີ່ຕົນສັງກັດຢູ່ ຢ່າງເປັນປະຈໍາ. ພ້ອມກັນນັ້ນກໍ່ຕິດຕາມຂໍ້ມູນ ຂ່າວສານ ສະພາບພະຍຸສັດ ຈາກຂົງເຂດ ອື່ນໆ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
  • ການກວດການລັກລອບການເຄື່ອນຍ້າຍສັດ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ ເມື່ອພົບເຫັນຜູ້ກະທໍາຜິດທີ່ລະເມີດໝວດທີ່ 3 ວ່າດ້ວຍການເຄື່ອນຍ້າຍສັດ, ຜິລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ ຂອງກົດລະບຽບວ່າດ້ວຍການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ ມີສິດກັກຂອງກາງ ແລະ ປະກອບເອກະສານ ສໍານວນຄະດີ ສົ່ງໃຫ້ເຈົ້າໜ້າທີ່ກ່ຽວຂອງ ເພື່ອດໍາເນີນຄະດີ ຕາມລະບຽບກົດໝາຍຂອງບ້ານເມືອງ.
  • ສະຫຼຸບສັງລວມ ຕີລາຄາ ການປະຕິບັດວຽກງານຕ່າງໆ ແລ້ວລາຍງານສົ່ງໃຫ້ຂັ້ນເທິງຂອງຕົນຊາບຢ່າງເປັນປົກກະຕິ ໂດຍປະຕິບັດຕາມທິດທາງ ແລະ ກົດລະບຽບຢ່າງເຂັ້ມງວດ ແລະ ມີປະສິດທິຜົນ. ຂ້າງເທິງ

ມາດຕາ 11. ວ່າດ້ວຍການກໍານົດເສັ້ນທາງຂົນສົ່ງສັດ
    ການກໍານົດເສັ້ນທາງຂົນສົ່ງສັດ ແມ່ນຫົວໜ້າດ່ານເປັນຜູ້ກໍານົດໃຫ້ ໂດຍອີງໃສ່ສະພາບພະຍຸສັດ ແລະ ເສັ້ນທາງໃນທ້ອງຖິ່ນນັ້ນ. ຂ້າງເທິງ

ມາດຕາ 12. ວ່າດ້ວຍການຍົກເລີກການນໍາເຂົ້າ
   ກົມລ້ຽງສັດ ແລະ ການປະມົງ ຈະອອກຄໍາສັ່ງເກືອດ ຫ້າມ ການນໍາສັດ, ຜິລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ ທຸກປະເພດເຂົ້າໃນປະເທດ ຖ້າຫາກການນໍາເຂົ້າ ດັ່ງກ່າວ ຈະກໍ່ໃຫ້ເກີດ ການສ່ຽງໄພ ຕໍ່ ຝູງສັດລ້ຽງ ແລະ ຜູ້ບໍລິໂພກຢູ່ໃນປະເທດ.

  • ໃນກໍລະນີທີ່ປະເທດສົ່ງອອກ ມີບັນຫາກ່ຽວກັບໂລກລະບາດສັດ ທີ່ຮ້າຍແຮງບາງຊະນິດເກີດຂື້ນໃນເວລາ ທີ່ຈະທໍາການສົ່ງສັດດັ່ງກ່າວນັ້ນ ແລະ ບັນຫາທີ່ເກີດ ຍັງບໍ່ທັນໄດ້ຮັບການແກ້ໄຂ ເປັນທີ່ພໍໃຈ ຫຼື ເອົາໄດ້.
  • ໃນກໍລະນີທີ່ສັດຕະວະແພດປະຈໍາເດ່ອນໄດ້ສະເໜີລາຍງານວ່າ ມີການພົບເຫັນປະກົດການ ຫລື ຮ່ອງຮອຍ ຂອງພະຍາດຮ້າຍແຮງບາງຊະນິດເກີດຂື້ນກັບສັດ ທີ່ຈະນໍາເຂົ້າມານັ້ນ.
  • ສໍາລັບອາຫານສັດ ແລະ ຢາສໍາລັບສັດ ຫາກກວດພົບວ່າບໍ່ໄດ້ມາດຖານ ຕາມທີ່ໃບຢັ້ງຢືນຄຸນນະພາບ ທີ່ປະເທດຕົ້ນທາງ ຫລື ຜູ້ຜະລິດໄດ້ກໍານົດໄວ້. ຂ້າງເທິງ

ມາດຕາ 13. ວ່າດ້ວຍການກໍານົດມາດຖານກ່ຽວກັບການນໍາເຂົ້າຜະລິດຕະພັນສັດ
   ກົມລ້ຽງສັດ ແລະ ການປະມົງ ກໍານົດລະບຽບການ ກ່ຽວກັບການນໍາເຂົ້າ ຜະລິດຕະພັນສັດ ຕ່າງເຊັ່ນ: ຊີ້ນ, ໜັງ, ກະດູກ, ນົມສົດ ແລະ ຜະລິດຕະພັນ ອື່ນໆ ທີ່ໄດ້ມາຈາກສັດດັ່ງນີ້:

ກ. ສໍາລັບຜະລິດຕະພັນທີ່ນໍາເຂົ້າເພື່ອບໍລິໂພກ.

  1. ຊີ້ນສົດ ຫຼື ຜະລິດຕະພັນທີ່ໄດ້ຈາກຊີ້ນ.
  • ຊີ້ນ ທີ່ອະນຸຍາດນໍາເຂົ້າ ອາດເປັນຊາກສັດໝົດໂຕ, ຫຼື ຜ່າເຄິ່ງ, ນື່ງສ່ວນສີ່ຂອງຊາກສັດ, ໃນກໍລະນີ ປາດເປັນຕ່ອນນ້ອຍໆ ຕ້ອງໄດ້ຫຸ່ມຫໍ ຢ່າງຖືກຕ້ອງຕາມຫລັກອະນາໄມ ຕິດໃບສະຫລາກແນະນໍາທີ່ບອກເຖິງນ້ໍາໜັກ, ລາຄາ, ວັນ ເດືອນ ປີ ຫຸ່ມຫໍ, ຊະນິດ, ປະເພດ ແລະແຫລ່ງທີ່ມາຂອງຊີ້ນ.
  • ຕ້ອງມີໃບຢັ້ງຢືນອະນາໄມຜະລິດຕະພັນສັດ ຊື່ງໄດ້ຜ່ານການກວດກາແລ້ວ ຈາກສູນວິໃຈ ແລະໄດ້ຢັ້ງຢືນວ່າ ປາສະຈາກເຊື້ອພະຍາດທີ່ມີຜົນກະທົບ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ຈາກສໍານັກງານ ຫຼື ອົງການກ່ຽວຂ້ອງທີ່ເຊື່ອຖືໄດ້.

ຂ. ສໍາລັບຜິດລິດຕະພັນສັດ ທີ່ບໍ່ໄດ້ນໍາເຂົ້າໄປບໍລິໂພກ ເຊັ່ນ: ດູກ, ເລັບ, ເຂົາ, ໜັງ ແລະ ອື່ນໆ.

  • ຕ້ອງໄດ້ຮັບການຂ້າເຊື້ອແລ້ວ ດ້ວຍຢາຂາເຊື້ອ ເຊັ່ນ: ຟອກໂມນ 10-15%
  • ຕ້ອງມີໃບຢັ້ງຢືນອະນາໄມຜະລິດຕະພັນສັດ ຊື່ງໄດ້ຜ່ານການກວກກາແລ້ວ ຈາກສູນວິໄຈ ແລະ ຢັ້ງຢືນວ່າປາສະຈາກເຊື້ອພະຍາດຕິດແປດຮ້າຍແຮງຈາກສັດຫາຄົນ ແລະ ຈາກຄົນຫາສັດ ຈາກສໍານັກງານ ຫລື ອົງການກ່ຽວຂ້ອງທີ່ເຊື່ອຖືໄດ້.

ຄ. ສໍາລັບຜະລິດຕະພັນສັດອື່ນໆ ທີ່ໄດ້ມາຈາກສັດນັ້ນ ທາງກົມລ້ຽງສັນ ແລະ ການປະມົງ ຈະກໍານົດອອກໃຫ້ຕໍ່ໄປເປັນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 14. ວ່າດ້ວຍການນໍາສົ່ງສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດອອກນອກ ສປປ.ລາວ
   ກົມລ້ຽງສັດ ແລະ ການປະມົງ ໄດ້ກໍານົດລະບຽບຫລັກການໃນການຂໍອະນຸຍາດສົ່ງສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບ ສັດ ອອກນອກ ສ.ປ.ປ ລາວ ດັ່ງນີ້:

  •  ໃຫ້ປະກອບເອກະສານ ຕາມລະຍ-ຍກນ ແລະ ການກໍານົດ ຂອງກະຊວງການເງິນ, ກະຊວງການຄ້າ ແລະ ທ່ອງທ່ຽວ ແລະ ປະເທດນໍາເຂົ້າຢ່າງຄົບຖ້ວນ.
  • ຜູ້ສົ່ງອອກ ຕ້ອງໄດ້ປະກອບເອກະສານ ໃນການຂໍອະນຸຍາດສົ່ງອອກຕາມແບບຟອມ ຂ 002 ທີ່ທາງການກໍານົດໄວ້ໃຫ້ຄົບຖ້ວນ ຕໍ່ກົມລ້ຽງສັດ ແລະ ການປະມົງ ຫລື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ. ພ້ອມດຽວກັນກໍ່ຕ້ອງນໍາສະເໜີຢ່າງໜ້ອຍ 15 ວັນກ່ອນຈະມີການສົ່ງອອກ ທຸກຄັ້ງ.
  • ກ່ອນຈະມີການບັນຈຸຕ້ອງຜ່ານການກວດກາຢ່າງໄກ້ສິດ ຈາກເຈົ້າໜ້າທີ່ສັດຕະວະແພດ ຜູ້ຮັບຜິດຊອບແລະ ຜູ້ສົ່ງອອກຕ້ອງແຈ້ງເອກະສານ ຕາມຈຸດດ່ານທີ່ຈະສົ່ງອອກນັ້ນທຸກຄັ້ງ.
  • ກົມລ້ຽງສັດ ແລະ ການປະມົງ ຫລື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ ມີສິດສັ່ງໂຈະການນໍາສັດອອກນອກ ສ.ປ.ປ.ລາວ ຖ້າຫາກເຫັນວ່າລະເມີດ ໝວດທີ່ 6 ຂອງກົດລະບຽບກະຊວງກະສິກໍາ ແລະ ປ່າໄມ້ ກ່ຽວກັບການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ ເລກທີ່ 0004/ກປ ລົງວັນທີ່ 02/01/97. ຂ້າງເທິງ


ການຂົນສົ່ງຜ່ານສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ

ມາດຕາ 15. ການຂົນສົ່ງສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາ ສໍາລັບສັດຜ່ານ ສປປ.ລາວ
   ໃນການສະເໜີ ອະນຸຍາດຂົນສົ່ງສັດລ້ຽງ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ ຜ່ານ ສ.ປ.ປ ລາວ ເພື່ອໄປປະເທດທີ່ 3 ໃຫ້ປະຕິບັດດັ່ງນີ້:

  • ນອກຈາກໄດ້ສະເໜີຂໍອະນຸຍາດການຂົນສົ່ງຜ່ານສັດ, ຜະລິດຕະພັນສັດ, ອາຫານ ແລະ ຢາສໍາລັບສັດ ຈາກກະຊວງການເງິນ ແລະ ກະຊວງການຄ້າ ແລະ ທ່ອງທ່ຽວແລ້ວຕ້ອງສະເໜີ ໍອະນຸຍາດຜ່ານປະເທດ ຈາກກະຊວງກະສິກໍາ ແລະ ປ່າໄມ້ ຫລື ອົງການຈັດຕັ້ງຂອງລັດ ທີ່ທາງກະຊວງກະສິກໍາ ແລະ ປ່າໄມ້ ມອບສິດໃຫ້ ຢ່າງໜ້ອຍ 15 ວັນກ່ອນການຂົນສົ່ງຜ່ານ ຕາມແບບຟອມ ຂ 003 ທີ່ໄດ້ກໍານົດໄວ້.
  • ໃຫ້ປະຕິບັດຕາມມາດຕາ 18 ຂອງກົດລະບຽບ ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ່ 0004/ກປ ລົງວັນທີ່ 02/01/97 ກ່ຽວກັບການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ.
  • ໃນຂະນະທໍາການຂົນສົ່ງ ໃຫ້ປະຕິບັດຕາມລະບຽບການຂົນສົ່ງ ຕາມມາດຕາ 7 ຂໍ້ 1 ຂ ແລະ ຂໍ້ 2 ຂອງກໍານົດ ໝາຍເຕັກນິດ ກົມລ້ຽງສັດ ແລະ ການປະມົງສະບັບນີ້.
  • ຫົວໜ້າດ່ານກວດກາສັດ ມີສິດສັ່ງໂຈະການຂົນສົ່ງຜ່ານໃນເວລານໍາເຂົ້າໄດ້ ໃນກໍລະນີ້ພົບເຫັນປະກົດການ ຫລື ຮ່ອງຮອຍຂອງພະຍາດຕິດຮ້າຍແຮງ. ຂ້າງເທິງ

ໝວດທີ 4
ການປ້ອງກັນ ແລະ ສະກັດກັ້ນໂລກລະບາດ

ມາດຕາ 16. ວ່າດ້ວຍການກໍານົດຊະນິດຂອງຢາປ້ອງກັນພະຍາດສັດ.
   ອີ່ງໃສຂໍ້ມູນທາງດ້ານລະບາດວິທະຍາ ແລະ ແຜນຍຸດທະສາດ ໃນການຄວບຄຸມ ແລະ ປ້ອງກັນໂລກລະບາດສັດເພື່ອ ແນໃສ່ຫລຸດຜ່ອນການລະບາດ ຂອງພະຍຸພະຍາດສັດ ແລະ ກ້າວໄປເຖິງການກໍາຈັດ ພະຍາດສັດຮ້າຍຕົ້ນຕໍ ໃນອະນາຄົດ ກົມລ້ຽງສັດ ແລະ ການປະມົງ ຈື່ງໄດ້ກໍານົດ ຊະນິດຢາ ປ້ອງກັນພະຍາດສັດ ຕາມປະເພດສັດ ແລະເຂດແຂວງທີ່ຈໍາເປັນຕ້ອງສັກຢາປ້ອງກັນ ດັ່ງຕາຕະລາງລຸ່ນນີ້:

ຊະນິດຢາປ້ອງກັນພະຍາດສັດ

ປະເພດສັດ

ເຂດແຂວງທີ່ຈໍາເປັນຕ້ອງສັກ

  • ເຕົ້າໂຮມເລືອດ
  • ອະຫິວາໝູ
  • ວໍ້
  • ອະຫິວາເປັດ,ອະຫິວາສັດປິກ
  • ນິວຄາເຊິນ, ອະຫິວາສັດປີກ

ງົວ-ຄວາຍ
ໝູ
ໝາ
ເປັດ, ຫານ
ໄກ່, ໄກ່ງວງ

ໃນທົ່ວປະເທດ

ໝາຍເຫດ:

  1. ກໍາແພງນະຄອນ, ແຂວງຈໍາປາສັກ, ແຂວງສະກວັນນະເຂດ ແລະ ແຂງຄໍາມວ່ນ ຕ້ອງສັກຢາປ້ອງກັນພະຍາດໄຂ້ເລືອດດໍາຕື່ມ.
  2. ແຂວງສະຫວັນເຂດ, ແຂວງຄໍາມ່ວນ, ແຂວງຊຽງຂວາງ ແລະ ຊໍາເໜືອ ຕ້ອງສັກຢາ ປ້ອງກັນພະຍາດໄຂ້ບວມຕື່ມ.
  3. ມາດຕານີ້ ແມ່ນຈະມີການປ່ຽນແປງ ໄປຕາມສະພາບ ການບະບາດຂອງພະຍຸພະຍາດສັດ ໃນແຕ່ໄລຍະ. ຂ້າງເທິງ

ມາດຕາ 17. ວ່າດ້ວຍພັນທະຂອງເຈົ້າຂອງສັດລ້ຽງ

  • ໃນການສັກຢາປ້ອງກັນພະຍາດສັດ ແຕ່ລະເທື່ອ ເຈົ້າຂອງສັດຈະຕ້ອງເປັນຜູ້ຈ່າຍຄ່າບໍລິການ ໃຫ້ແກ່ສັດຕະວະແພດທຸກຄັ້ງ.
  •  ເພື່ອໃຫ້ມີຄວາມສະດວກ ສອດຄ່ອງກັບສະພາບເສດຖະກິດແຕ່ລະໄລຍະ ແລະ ໃຫ້ແທດເຫມາະກັບເງື່ນອໄຂ ຄວາມເປັນຈິງໃນແຕ່ລະທ້ອງຖິ່ນ ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ ເປັນຜູ້ກໍານົດລາຄາ ຄ່າບໍລິການໃນການສັກຢາ ປ້ອງກັນພະຍາດສັດ ແຕ່ລະຊະນິດ ໄປຈາມສະພາບເສດຖະກິດໃນແຕ່ລະໄລຍະ. ພ້ອມດຽວກັນນັ້ນ ກໍ່ຕ້ອງໄດ້ລາຍງານ ໃຫ້ກົມລ້ຽງສັດ ແລະ ການປະມົງ ຮັບຮູ້ນໍາ. ຂ້າງເທິງ

ມາດຕາ 18. ວ່າດ້ວຍແບບຟອມໃບຢັ້ງຢືນກັນສັກຢາປ້ອງກັນພະຍາດສັດ

  • ເພື່ອໃຫ້ເປັນເອກະພາບກັນທົ່ວປະເທດ, ກົມລ້ຽງສັດ ແລະ ການປະມົງ ຈື່ງອອກແບບຟອມໃບຢັ້ງຢືນການສັກຢາປ້ອງກັນພະຍາດສັດ ໃຫ້ເປັນແບບດຽວກັນໝົດ ໃນທົ່ວປະເທດ ຕາມແບບຟອມ ສ 004.
  • ຢູ່ຫົວຄ້ວນຂອງແຕ່ລະໃນຢັ້ງຢືນສັກຢາປ້ອງກັນພະຍາດສັດ ຕ້ອງມີກາປະທັບ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ. ຂ້າງເທິງ

ມາດຕາ 19. ວ່າດ້ວຍຫລັກການລວມ, ການສະກັດກັ້ນ ແລະ ການຄວບຄຸມພະຍາດຕົ້ນຕໍຂອງສັດ
   ກົມລ້ຽງສສັດ ແລະ ການປະມົງ ໄດ້ກໍານົດມາດຖານເຕັກນິດເພື່ອເປັນມາດຕະການໃນການຄວບຄຸມ, ການປິ່ນປົວ ຫລື ທໍາລາຍຊາກສັດ ດັ່ງລຸ່ມນີ້:

  1. ຫ້າມເຄື່ອນຍ້າຍສັດ ທີ່ກໍາລັງເຈັບປ່ວຍ ຫລື ຕາຍນັ້ນ ອອກຈາກບໍລິເວນເດີມ ທີ່ສັດຢູ່ ແລະ ຫ້າມຜ່າຊາກສັດ ຫລື ກະທໍາການໃດໆ ຕໍ່ຊາກສັດນັ້ນ.
  2. ແຍກກັກຂັງ ຫລື ຍ້າຍສັດໂຕທີ່ເຈັບປ່ວຍ ໄປຢູ່ໃນສະຖານທີ່ໆ ເຫມາະສົມ, ທໍາການປິ່ນປົວສັດ ເຈັບ ໃນເຂດທີ່ເກີດໂລກລະບາດ, ສັກຢາປ້ອງກັນ ສັດທີ່ເຫລືອ ແລະ ໃນບໍລິເວນອ້ອມຮອບເຂດ ໂລກລະບາດໃນລັດສະໝີ 5 ກິໂລແມັດຂື້ນໄປ.
  3. ຫ້າມເຄື່ອນຍ້າຍ ແລະ ຜະລິດຕະພັນສັດ ທີ່ພົວພັນ ກັບໂລກລະບາດ ເຂົ້າອອກ ໃນເຂດເກີດ ໂລກລະບາດ ຢ່າງເດັດຂາດ.
  4. ເຜົາ ຫລື ຝັງ ຊາກສັດ ທີ່ຕາຍນັ້ນ ໂດຍຝັງເລິກ ໃຫ້ສ່ວນເທິງສຸດຂອງຊາກສັດ ຕ່ໍາຈາກລະດັບໜ້າດິນ ຢ່າງໜ້ອຍ 1 ແມັດ ແລະ ຕ້ອງຄູນຂື້ນອີກ 0,5 ແມັດ. ຫ້າມເດັດຂາດ ບໍ່ໄດ້ໃຫ້ຖິ້ມຊາກສັດນັ້ນ ລົງໜອງ ຫລື ຫ້ວຍນ້ໍາ ລໍາເຊ.
  5. ກໍາຈັດເຊື້ອໂລກ ດ້ວຍຢາຂ້າເຊື້ອ ເຊັ່ນ: ປູນຂາວ, ຟອກໂມນ ຫລື ຢາຂ້າເຊື້ອ ອື່ນໆ.
  6. ຖ້າຫາກມີເຫດການຈໍາເປັນ ສັດຕະວະແພດ ທີ່ກ່ຽວຂ້ອງ ບໍ່ສາມາມາກວດກາຊາກສັດນັ້ນໄດ້ພາຍໃນ 24 ຊົ່ວໂມງນັບແຕ່ສັດຕາຍ, ໃຫ້ເຈົ້າຂອງສັດປະຕິບັດຕາມຂໍ້ທີ່ 4 ຂອງມາດຕາ 19 ນີ້
  7. ໃນກໍລະນີ ທີ່ບໍ່ຮູ້ວ່າຜູ້ໃດ ເປັນເຈົ້າຂອງສັດທີ່ເຈັບປ່ວຍ ຫລື ຕາຍ ດັ່ງຂ້າງຕົ້ນນັ້ນ, ໃຫ້ປະຕິບັດຕາມຂໍ້ທີ່ 3 ຂອງ ມາດຕາທີ່ 24 ຂອງກົດລະບຽບ ກ່ຽວກັບການຄຸ້ມຄອງ ສັດລ້ຽງ ໃນ ສ.ປ.ປ.ລາວ ເລກທີ່ 0004/ກປ ລົງວັນທີ່ 02/01/97. ຂ້າງເທິງ
  • ໄລຍະເວລາຕິດຕາມບາງພະຍາດ (ໄລຍະ ພັກເຊື້ອ ແລະ ໄລຍະຕິດຕາມຫລັງເກີດພະຍາດ)

ລ/ດ

ລາຍຊື່ພະຍາດ

ໄລຍະພັກເຊື້ອ

ໄລຍະຕິດຕາມເພື່ອປະກາດຍົກເລີກການເກືອດຫ້າມ(ມື້)

1.

2.

3.

4.

5.

6.

7.

ພະຍາດເຕົ້າໂຮມເລືອດ

ພະຍາດໄຂ້ເລືອດດໍາ

ພະຍາດໄຂ້ບອມ

ພະຍາດປາກເປື່ອຍລົງເລັບ

ພະຍາດອະຫິວາໝູ

ພະຍາດນິວຄາເຊິນ

ພະຍາດອະຫິວາສັດປິກ

2 - 5

2 – 3

1 – 5

2 - 8

2 – 4

2 – 5

2 – 5

30

14

14

21

12

12

14

ມາດຕາ 20. ວ່າດ້ວຍລະບົບລາຍງານກ່ຽວກັບໂລກລະບາດສັດ
   ເພື່ອໃຫ້ມີມາດຕະການໃນການສະກັດກັ້ນໂລກລະບາດສັດໃຫ້ທັນກັບສະພາບການ ກົມລ້ຽງສັດ ແລະການປະມົງຈຶ່ງໄດ້ອອກກໍານົດຫລັກການໃນການລາຍງານ ກ່ຽວກັບໂລກລະບາດສັດ ເພີ້ມເຕີມດັ່ງຕໍ່ໄປນີ້:

  • ຫາກພົບວ່າມີສັດເຈັບປ່ວຍ ຫລື ຕາຍດ້ວຍອາການທີ່ຄ້າຍຄືກັນໂດຍບໍ່ອາດຮູ້ໄດ້ຢ່າງຈະແຈ້ງວ່າ ເກີດມາຈາສາເຫດໃດ ຫລື ວ່າເປັນໂລກລະບາດສັດ ດັ່ງທີ່ໄດ້ກໍານົດໄວ້ໃນມາດຕາ 21 ຂອງກໍານົດໝາຍເຕັກນິກສະບັບນີ້ ໃຫ້ເຈົ້າຂອງສັດ ຫລື ຜູ້ຮູ້ເຫັນແຈ້ງຕໍ່ສັດຕະວະແພດບ້ານ ຫລື ນາຍບ້ານ ບໍ່ໃຫ້ກາຍ 48 ຊົ່ວໂມງ ນັບແຕ່ເວລາ ທີ່ພົບເຫັນສັດເຈັບປ່ວຍ ຫລື ຕາຍ.
  • ໃຫ້ສັດຕະວະແພດບ້ານ ຫລື ນາຍບ້ານ ແຈ້ງການ ພາຍນບ້ານ ແລະ ທ້ອງຖິ່ນໃກ້ຄຽງ ໃຫ້ຮັບຮູ້, ພ້ອມກັບລາຍງານຕໍ່ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ເພື່ອນໍາສະເໜີຕໍ່ທ່ານເຈົ້າແຂວງ ອອກປະກາດເປັນເຂດໂລກລະບາດ, ພ້ອມດຽວກັນນັ້ນ ໃຫ້ສະຕະວະແພດບ້ານ ຫລື ນາຍບ້ານ ສົມທົບກັບສູນລ້ຽງສັດສ ແລະ ການປະມົງ ເມືອງ ເພື່ອວາງມາດຕະການຄອບຄຸມ, ປິ່ນປົວ ຫລື ທໍາລາຍຊາກສັດ. ຂ້າງເທິງ

ມາດຕາ 21. ວ່າດ້ວຍການປະກາດເຂດໂລກລະບາດ
   ໃຫ້ປະຕິບັດຕາມ ມາດຕາ 24 ຂອງກົດລະບຽບກ່ຽວກັບ ການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ ເລກທີ່ 0004/ກປ ລົງວັນທີ່ 02/01/97. ໃນກໍານົດໝາຍເຕັກນິກສະບັບນີ້ໄດ້ສະເໜີບາງມາດຕາເພີມເຕີມ ດັ່ງລຸ່ມນີ້:

  • ການປະກາດເຂດໂລກລະບາດສັດກໍ່ຕໍ່ເມື່ອມີລາຍງານ ການຕາຍຂອງສັດ ຈາກພະຍາດຕິດຕໍ່ຮ້າຍແຮງ ເຊັ່ນ: ພະຍາດໄຂ້ເລືອດດໍາ, ພະຍາດໄຂ້ບວມ, ພະຍາດເຕົ້າໂຮມເລືອດ, ພະຍາດປາກເປື່ອຍລົງເລັບ ແລະ ພະຍາດອະຫິວາໝູ.
  • ກໍານົດເຂດໂລກລະບາດສັດ ທີ່ມີລັດສະໝີບໍ່ເກີນ 5 ກິໂລແມັດ ໃນທ້ອງຖິ່ນທີ່ກວດພົບ ໂລກລະບາດນັ້ນ, ພ້ອມດຽວກັນກໍ່ຕ້ອງບອກຊະນິດສັດ ແລະ ຊື່ໂລກລະບາດນໍາດ້ວຍ. ຂ້າງເທິງ

ມາດຕາ 22. ວ່າດ້ວຍການປະກາດຍຸບເລີກເຂດໂລກລະບາດສັດ
   ທ່ານເຈົ້າແຂວງ ເປັນຜູ້ປະກາດຍຸບເລີກເຂດໂລກລະບາດໂດຍໄດ້ຮັບການສະເໜີຈາກຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ ເມື່ອເຫັນວ່າ:

  • ພາຍຫລັງທີ່ສະພາບພະຍຸສັດໄດ້ສະງົບເປັນປົກກະຕິ, ໝາຍຄວາມວ່າສັດທີ່ເຈັບໃນເຂດໂລກລະບາດໂຕສຸດທ້າຍຫາຍເປັນປົກກະຕິ ຈົນຄົບ 30 ວັນ ແລະ ບໍ່ມີສັດໂຕໃດເຈັບອີກຕໍ່ໄປອີກ.
  • ສັດທີ່ຍັງເຫລືອຢູ່ (ສັດເຈັບ, ສັດທີ່ສົງໃສຕິດພະຍາດ ແລະ ສັດ ທີ່ຢູ່ໄກ້ຄຽງກັບອ້ອມຮອບເຂດໂລກລະບາດສັດ ໄດ້ຮັບການປິ່ນປົວ ແລະ ສັກຢາວັກຊິນທັງໝົດແລ້ວ. ຂ້າງເທິງ

ມາດຕາ 23. ວ່າດ້ວຍຫລັກການສະກັດກັ້ນ ແລະ ການຄວບຄຸມບາງພະຍາດຕິດແປດຮ້າຍແຮງ

  1. ພະຍາດໄຂ້ເລືອດດໍາ.
  • ສັດເປັນພະຍາດໄຂ້ເລືອດດໍາ:

   ສັດທີ່ເປັນພະຍາດໄຂ້ເລືອດດໍາແມ່ນສັດທີ່ສະແດງອາການຢ່າງຊັດເຈນ ກ່ຽວກັບຮູບແບບອາການຕ່າງໆ ຂອງພະຍາດໄຂ້ເລືອດດໍາ.

  • ສັດທີ່ຖືວ່າສົງໃສເຈັບຍ້ອຍພະຍາດໄຂ້ເລືອດດໍາ:

   ແມ່ນສັດທີ່ຖືເຊື້ອພະຍາດແຕ່ບໍ່ສະແດງອາການເຈັບປ່ວຍ ຂອງພະຍາດໄຂ້ເລືອດດໍາຊັດເຈນ ເມື່ອຜ່າຊາກສັດທີ່ຂ້າ ຫຼື ຕາຍແລ້ວໄດ້ພົບເຫັນຮ່ອງຮອຍສະແດງອອກຂອງພະຍາດໄຂ້ເລືອດດໍາ ແລະ ຜົນຂອງການວິໄຈ ກໍ່ຍັງຢັ້ງຢືນວ່າ ມີເຊື້ອພະຍາດໄຂ້ເລືອດດໍາ.

  • ສັດທີ່ສົ່ງໃສຕິດເຊື້ອພະຍາດໄຂ້ເລືອດດໍາ:

   ແມ່ນສັດທີ່ຢູ່ຮ່ວມກັບສັດທີ່ເປັນພະຍາດໄຂ້ເລືອດດໍາ ແລະ ສັດທີ່ບໍ່ໄດ້ ສັກຢາປ້ອງກັນ ແລ້ວນໍາເອົາໄປລ້ຽງ ໃນບ່ອນທີ່ຫາກໍ່ເກີດພະຍາດໄຂ້ເລືອດດໍາ.

  • ໜ້າທີ່ຂອງອົງການຈັດຕັ້ງແຕ່ລະຂັ້ນ:
  • ເຈົ້າຂອງສັດ ຫຼື ຜູ້ທີ່ພົບເຫັນອາການຂອງສັດດັ່ງກ່າວມາຂ້າງເທິງນັ້ນ, ຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫລື ນາຍບ້ານ ພາຍໃນ 24 ຊົ່ວໂມງ.
  • ສັດຕະວະແພດບ້ານ ຫລື ນາຍບ້ານຕ້ອງລາຍງານໃຫ້ສູນກາງລ້ຽງສັດແລະການປະມົງເມືອງເພື່ອລົງຕິດຕາມກວດກາ ແລະ ບົ່ງມັດຕິພະຍາດສັດ, ສົມທົບກັບສັດຕະວະແພດບ້ານ ແລະ ນາຍບ້ານ ເພື່ອກວດກາສະພາບພະຍາດ ທີ່ກໍາລັງລະບາດ, ແຍກກັກຂັງສັດເຈັບ ແລະ ທໍາການປີ່ນປົວ, ທໍາລາຍຊາກສັດ ແລະ ສິ່ງເສດເຫລືອຈາກສັດ.
  • ສູນສັດລ້ຽງ ແລະ ການປະມົງເມືອງ ລາຍງານຕໍ່ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ກົມລ້ຽງສັດ ແລະ ການປະມົງ ເພື່ອວາງແຜ່ນມາດຕະການປ້ອງກັນ ແລະ ການກັດກັ້ນການແຜ່ລາມຂອງໂລກລະບາດສັດ.
  • ຂະແໜງສັດ ແລະ ການປະມົງແຂວງ ລາຍງານໃຫ້ທ່ານເຈົ້າແຂວງຊາບ ເພື່ອປະກາດ ເປັນເຂດໂລກລະບາດສັດ.
  • ການເກີອດຫ້າມ:
  1. ຫ້າມເຄື່ອນຍ້າຍສັດ ທີ່ກໍາລັງເຈັບປ່ວຍ ຫລື ຕາຍນັ້ນອອກຈາກບໍລິເວນເດີມ ທີ່ສັດຢູ່ ແລະ ຫ້າມຜ່າຊາກສັດຢ່າງເດັດຂາດ.
  2. ຫ້າມເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ທີ່ພົວພັນກັບພະຍາດໄຂ້ເລືອດດໍາເຂົ້າ-ອອກ ໃນເຂດເກີດໂລກລະບາດຢ່າງເດັດຂາດ.
  3. ຫ້າມເດັດຂາດບໍ່ໃຫ້ຖິ້ມຊາກສັດນັ້ນ ລົງໜອງ ຫລື ຫ້ວຍນ້ໍາ ລໍາເຊ, ຕ້ອງເຜົາ ຫລື ຝັງຊາກສັດ ທີ່ຕາຍນັ້ນ ໂດຍຝັງເລິກ ໃຫ້ສ່ວນເທິງສຸດຂອງຊາກສັດ ຕໍ່າຈາກລະດັບໜ້າດິນ ຢ່າງໜ້ອຍ 1 ແມັດ ແລະ ຕ້ອງຄູນຂື້ນ 0,5 ແມັດ. ໃນບໍລິເວນອ້ອມຮອບຫລຸມຝັງຊາກສັດນັ້ນຕ້ອງໂຮຍດ້ວຍຢາຂ້າເຊື້ອ ເຊັ່ນ: ປູນຂາວ, ຟອກໂມນ ຫລື ຢາຂ້າເຊື້ອອື່ນໆ ແລະ ໃນບໍລິເວນຝັງຊາກສັດນັ້ນຕ້ອງອ້ອມຮົ້ວໄວ້ ແລະ ເປັນບໍລິເວນທີ່ບໍ່ນໍາໃຊ້ໃນການປູກຝັງ, ລ້ຽງສັດ.
  • ຂົງເຂດເກືອດຫ້າມ:

   ກໍານົດເຂດໂລກລະບາດສັດ ຕ້ອງມີລັດສະໝີບໍ່ເກີນ 5 ກິໂລແມັດ ໃນທ້ອງຖິ່ນທີ່ກວດພົບພະຍາດໄຂ້ເລືອດດໍາ.

  • ການປິ່ນປົວ ແລະ ການປ້ອງກັນ:
  1. ການປິ່ນປົວ:

   ໃຊ້ຢາປະຕິຊີວະນະ ໃດໜື່ງດັ່ງລຸ່ມນີ້:

  • ເປເນຊີລິນ ສັກກ້າມ 20.000 – 40.000 ຢູນິດ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  • ສະເຕັຮບໂຕມາຍຊິນ ສັກກ້າມ 20 ມີລີກຣາມ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  • ອົກຊີເຕຕຣາຊີກະລິນ ສັກກ້າມ 10 ມີລີກຣາມ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  • ຄລໍຣັມເຟນີໂກນ ສັກກ້າມ 15 ມີລີກຣາມ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  1. ການປ້ອງກັນ:
  • ແຍກສັດເຈັບອກຈາກຝູງແລ້ວ ທໍາການປິ່ນປົວ ແລະ ຈໍາກັດຂອບເຂດການເຄື່ອນໄຫວຂອງມັນ.
  • ຕິດຕາມ ແລະ ກວດກາສຸກຂະພາບຂອງສັດເປັນປະຈໍາ.
  • ສໍາລັບສັດທີ່ຢູ່ອ້ອມຮອບບໍລິເວນເກີດໂລກລະບາດໃນວົງລັດສະໝີ 5 ກິໂລແມັດໃຫ້ສັກຢາວັກຊິນປ້ອງກັນ ພະຍາດໄຂ້ເລືອດດໍາ.
  • ໃຫ້ທ້ອງຖິ່ນທີ່ເຄີຍເກີດພະຍາດໄຂເລືອດດໍາ ໃຫ້ສັກຢາວັກຊິນປ້ອງກັນເປັນປະຈໍາໃຫ້ແກ່ງົວ, ຄວາຍ ອາຍຸ  6 ເດືອນຂື້ນໄປ, ໄລຍະຄຸ້ມກັນ 1 ປີ, ຫ້າມສັກສັດທີ່ຖືພາ.
  • ລົບລ້າງການເກືອດຫ້າມ:

   ເມື່ອເຫັນວ່າສັດທີ່ເຈັບ ໃນເຂດໂລກລະບາດໂຕສຸດທ້າຍ ຫາຍດີເປັນປົກກະຕິ ຈົນຄົບ 14 ມື້ ແລະ ບໍ່ມີສັດໂຕໃດເຈັບຕໍ່ໄປອີກ ຈື່ງສາມາດປະກາດຍົກເລີກເຂດໂລກລະບາດໄດ້. ຂ້າງເທິງ

  1. ພະຍາດເຕົ້າໂຮມເລືອດ.
  • ສັດເປັນພະຍາດເຕົ້າໂຮມເລືອດ:

   ສັດທີ່ເປັນພະຍາດເຕົ້າໂຮມເລືອດ ແມ່ນສັດທີ່ສະແດງອາການຢ່າງຊັດເຈນ ກ່ຽວກັບຮູບແບບອາການຕ່າງໆ ຂອງພະຍາດເຕົ້າໂຮມເລືອດ.

  • ສັດທີ່ຖືວ່າສົງໃສເຈັບຍ້ອຍພະຍາດເຕົ້າໂຮມເລືອດ:
  •  ແມ່ນສັດທີ່ຖືເຊື້ອພະຍາດແຕ່ບໍ່ສະແດງອາການເຈັບປ່ວຍຂອງພະຍາດເຕົ້າໂຮມເລືອດຊັດເຈນ ເມື່ອຜ່າຊາກສັດທີ່ຂ້າ ຫຼື ຕາຍແລ້ວໄດ້ພົບເຫັນຮ່ອງຮອຍສະແດງອອກຂອງພະຍາດເຕົ້າໂຮມເລືອດ ແລະ ຜົນຂອງການວິໄຈ ກໍ່ຍັງຢັ້ງຢືນວ່າ ມີເຊື້ອພະຍາດເຕົ້າໂຮມເລືອດ.
  • ສັດທີ່ສົ່ງໃສຕິດເຊື້ອພະຍາດເຕົ້າໂຮມເລືອດ:

    ແມ່ນສັດທີ່ຢູ່ຮ່ວມກັບສັດທີ່ເປັນພະຍາດເຕົ້າໂຮມເລືອດ ແລະ ສັດທີ່ບໍ່ໄດ້ ສັກຢາປ້ອງກັນ ແລ້ວນໍາເອົາໄປລ້ຽງ ໃນບ່ອນທີ່ຫາກໍ່ເກີດພະຍາດເຕົ້າໂຮມເລືອດ

  • ໜ້າທີ່ຂອງອົງການຈັດຕັ້ງແຕ່ລະຂັ້ນ:
  • ເຈົ້າຂອງສັດ ຫຼື ຜູ້ທີ່ພົບເຫັນອາການຂອງສັດດັ່ງກ່າວມາຂ້າງເທິງນັ້ນ, ຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫລື ນາຍບ້ານ ພາຍໃນ 24 ຊົ່ວໂມງ.
  • ສັດຕະວະແພດບ້ານ ຫລື ນາຍບ້ານຕ້ອງລາຍງານໃຫ້ສູນກາງລ້ຽງສັດແລະການປະມົງເມືອງເພື່ອລົງຕິດຕາມກວດກາ ແລະ ບົ່ງມັດຕິພະຍາດສັດ, ສົມທົບກັບສັດຕະວະແພດບ້ານ ແລະ ນາຍບ້ານ ເພື່ອກວດກາສະພາບພະຍາດ ທີ່ກໍາລັງລະບາດ, ແຍກກັກຂັງສັດເຈັບ ແລະ ທໍາການປີ່ນປົວ, ທໍາລາຍຊາກສັດ ແລະ ສິ່ງເສດເຫລືອຈາກສັດ.
  • ສູນສັດລ້ຽງ ແລະ ການປະມົງເມືອງ ລາຍງານຕໍ່ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ກົມລ້ຽງສັດ ແລະ ການປະມົງ ເພື່ອວາງແຜ່ນມາດຕະການປ້ອງກັນ ແລະ ການກັດກັ້ນການແຜ່ລາມຂອງໂລກລະບາດສັດ.
  • ຂະແໜງສັດ ແລະ ການປະມົງແຂວງ ລາຍງານໃຫ້ທ່ານເຈົ້າແຂວງຊາບ ເພື່ອປະກາດ ເປັນເຂດໂລກລະບາດສັດ.
  • ການເກີອດຫ້າມ:
  1. ຫ້າມເດັດຂາດບໍ່ໃຫ້ຖິ້ມຊາກສັດນັ້ນ ລົງໜອງ ຫລື ຫ້ວຍນ້ໍາ ລໍາເຊ, ຕ້ອງເຜົາ ຫລື ຝັງຊາກສັດ ທີ່ຕາຍນັ້ນ ໂດຍຝັງເລິກ ໃຫ້ສ່ວນເທິງສຸດຂອງຊາກສັດ ຕໍ່າຈາກລະດັບໜ້າດິນ ຢ່າງໜ້ອຍ 1 ແມັດ ແລະ ຕ້ອງຄູນຂື້ນ 0,5 ແມັດ.
  2. ໃຫ້ປະຕິບັດຄືກັນກັບພະຍາໄຂ້ເລືອດດໍາ ຫຍໍ້ໜ້າ 1 ແລະ 2
  • ຂົງເຂດເກືອດຫ້າມ:

   ໃຫ້ປະຕິບັດຄືກັນກັບພະຍາດໄຂ້ເລືອດດໍາ

  • ການປິ່ນປົວ ແລະ ການປ້ອງກັນ:
  1. ການປິ່ນປົວ:

   ໃຊ້ຢາປະຕິຊີວະນະ ໃດໜື່ງດັ່ງລຸ່ມນີ້:

  • ສະເຕຮັບໂຕມາຍຊິນ ສັກກ້າມ 20 ມິລີກຮາມ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  • ອົກຊີເຕຕຣາຊິກະລິນ ສັກກ້າມ 10 ມີລີກຣາມ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  • ຄລໍຣັມເຟນີໂກນ ສັກກ້າມ 15 ມີລີກຣາມ ຕໍ່ 1 ກິໂລຂອງນ້ໍາໜັກສັດ.
  1. ການປ້ອງກັນ:
  • ແຍກສັດເຈັບອກຈາກຝູງແລ້ວ ທໍາການປິ່ນປົວ ແລະ ຈໍາກັດຂອບເຂດການເຄື່ອນໄຫວຂອງມັນ.
  • ຕິດຕາມ ແລະ ກວດກາສຸກຂະພາບຂອງສັດເປັນປະຈໍາ.
  • ສໍາລັບສັດທີ່ຢູ່ອ້ອມຮອບບໍລິເວນເກີດໂລກລະບາດໃນວົງລັດສະໝີ 5 ກິໂລແມັດໃຫ້ສັກຢາວັກຊິນປ້ອງກັນ ພະຍາດເຕົ້າໂຮມເລືອດງົວ, ຄວາຍ.
  • ໃຫ້ທ້ອງຖິ່ນທີ່ເຄີຍເກີດພະຍາດເຕົ້າໂຮມເລືອດ ໃຫ້ສັກຢາວັກຊິນປ້ອງກັນເປັນປະຈໍາໃຫ້ແກ່ງົວ, ຄວາຍ ອາຍຸ  6 ເດືອນຂື້ນໄປ, ໄລຍະຄຸ້ມກັນ 6 ເດືອນ.
  • ລົບລ້າງການເກືອດຫ້າມ:

   ເມື່ອເຫັນວ່າສັດທີ່ເຈັບ ໃນເຂດໂລກລະບາດໂຕສຸດທ້າຍ ຫາຍດີເປັນປົກກະຕິ ຈົນຄົບ 30 ມື້ ແລະ ບໍ່ມີສັດໂຕໃດເຈັບຕໍ່ໄປອີກ ຈື່ງສາມາດປະກາດຍົກເລີກເຂດໂລກລະບາດໄດ້. ຂ້າງເທິງ

  1. ພະຍາດໄຂ້ບວມ.
  • ສັດເປັນພະຍາດໄຂ້ບວມ:

   ສັດທີ່ເປັນພະຍາດໄຂ້ບວມ ແມ່ນສັດທີ່ສະແດງອາການຂອງພະຍາດໄຂ້ບວມຢ່າຊັດເຈນ.

  • ສັດທີ່ຖືວ່າສົງໃສເຈັບຍ້ອນພະຍາດໄຂ້ບວມ:

   ແມ່ນສັດທີ່ຖືເຊື້ອພະຍາດແຕ່ບໍ່ສະແດງອາການເຈັບປ່ວຍຂອງພະຍາດໄຂ້ບວມຊັດເຈນ ເມື່ອຜ່າຊາກສັດທີ່ຂ້າ ຫຼື ຕາຍແລ້ວໄດ້ພົບເຫັນຮ່ອງຮອຍສະແດງອອກຂອງພະຍາດໄຂ້ບວມ ແລະ ຜົນຂອງການວິໄຈ ກໍ່ຍັງຢັ້ງຢືນວ່າ ມີເຊື້ອພະຍາດໄຂ້ບວມ.

  • ໜ້າທີ່ຂອງອົງການຈັດຕັ້ງແຕ່ລະຂັ້ນ:
  • ເຈົ້າຂອງສັດ ຫຼື ຜູ້ທີ່ພົບເຫັນອາການຂອງສັດດັ່ງກ່າວມາຂ້າງເທິງນັ້ນ, ຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫລື ນາຍບ້ານ ພາຍໃນ 24 ຊົ່ວໂມງ.
  • ສັດຕະວະແພດບ້ານ ຫລື ນາຍບ້ານຕ້ອງລາຍງານໃຫ້ ສູນກາງລ້ຽງສັດ ແລະການປະມົງເມືອງ ເພື່ອລົງຕິດຕາມກວດກາ ແລະ ບົ່ງມັດຕິພະຍາດສັດ, ສົມທົບກັບສັດຕະວະແພດບ້ານ ແລະ ນາຍບ້ານ ເພື່ອກວດກາສະພາບພະຍາດ ທີ່ກໍາລັງລະບາດ, ແຍກກັກຂັງສັດເຈັບ ແລະ ທໍາການປີ່ນປົວ, ທໍາລາຍຊາກສັດ ແລະ ສິ່ງເສດເຫລືອຈາກສັດ.
  • ສູນສັດລ້ຽງ ແລະ ການປະມົງເມືອງ ລາຍງານຕໍ່ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ກົມລ້ຽງສັດ ແລະ ການປະມົງ ເພື່ອວາງມາດຕະການປ້ອງກັນ ແລະ ການກັດກັ້ນການແຜ່ລາມຂອງໂລກລະບາດສັດ.
  • ຂະແໜງສັດ ແລະ ການປະມົງແຂວງ ລາຍງານໃຫ້ທ່ານເຈົ້າແຂວງຊາບ ເພື່ອປະກາດ ເປັນເຂດໂລກລະບາດສັດ.
  • ການເກີອດຫ້າມ:

   ໃຫ້ປະຕິບັດຄືກັນກັບພະຍາດເຕົ້າໂຮມເລືອດ.

  • ຂົງເຂດເກືອດຫ້າມ:

   ກໍານົດເຂດໂລກລະບາດສັດ ຕ້ອງມີລັດສະໝີບໍ່ເກີນ 5 ກິໂລແມັດ ໃນທ້ອງຖິ່ນທີ່ກວດພົບພະຍາດໄຂ້ບ້ວມ.

  • ການປິ້ນປົວ ແລະ ປ້ອງກັນ:
  1. ການປິ່ນປົວ:

   ສັດທີ່ຕິດພະຍາດນີ້ຕາຍໄວ ສ່ວນຫລາຍການປິ່ນປົວບໍ່ທັນກັບເວລາ. ກໍລະນີເຂົ້າຂອງສັດລາຍງານດ່ວນ ການປິ່ນປົວໃຫ້ໃຊ້ຢາເປນີຊີລິນ 3 ລ້ານ ສັກເຂົ້າກ້າມຊິ້ນ ແລະ ຕໍ່ມາໃຫ້ທຸກໆ 6 ຫາ 8 ຊົ່ວໂມງ ໃຫ້ໃຊ້ 1 ລ້ານ ສັກເຂົ້າກ້າມຊີ້ນບ່ອນເປັນບວມພາຍໃນ 48 ຊົ່ວໂມງ.

  1. ການປ້ອງກັນ:
  • ແຍກສັດເຈັບອກຈາກຝູງແລ້ວ ທໍາການປິ່ນປົວ ແລະ ຈໍາກັດຂອບເຂດການເຄື່ອນໄຫວຂອງມັນ.
  • ຕິດຕາມ ແລະ ກວດກາສຸກຂະພາບຂອງສັດເປັນປະຈໍາ.
  • ສໍາລັບສັດທີ່ຢູ່ອ້ອມຮອບບໍລິເວນເກີດໂລກລະບາດໃນວົງລັດສະໝີ 5 ກິໂລແມັດໃຫ້ສັກຢາວັກຊິນປ້ອງກັນ ພະຍາດໄຂບວມ.
  • ໃນທ້ອງຖິ່ນທີ່ເຄີຍເກີດພະຍາດໄຂ້ບວມໃຫ້ສັກຢາວັກຊິນປ້ອງກັນເປັນປະຈໍາໃນແຕ່ລະປີກ່ອນລະດູຝົນ ແລະ ມີໄລຍະຄຸ້ມກັນ 1 ປີ.
  • ລົບລ້າງການເລືອດຫ້າມ:

   ເມື່ອເຫັນວ່າສັດທີ່ເຈັບໃນເຂດໂລກລະບາດໂຕສຸດທ້າຍ ຫາຍດີຄົບ 14 ມື້ ແລະ ບໍ່ມີສັດໂຕໃດເຈັບຕໍ່ໄປອີກ ຈຶ່ງສາມາດປະກາດຍົກເລີກເຂດໂລກລະບາດໄດ້. ຂ້າງເທິງ

  1. ພະຍາດອະຫິວາໝູ.
  • ສັດເປັນພະຍາດອະຫິວາໝູ:

   ສັດທີ່ເປັນພະຍາດອະຫິວາໝູ ແມ່ນສັດທີ່ສະແດງອາການຂອງພະຍາດອະຫິວາໝູຢ່າງຊັດເຈນ.

  • ສັດທີ່ຖືວ່າສົງໃສເຈັບຍ້ອນພະຍາດອະຫິວາ:

   ແມ່ນສັດທີ່ເຈັບປ່ວຍ ແຕ່ບໍ່ສະແດງອາການຂອງພະຍາດອະຫິວາໝູຊັດເຈນ ແຕ່ຜົນຂອງການວິໄຈໄດ້ພົບເຫັນ ແລະ ຢັ້ງຢືນວ່າມີເຊື້ອ ພະຍາດອະຫິວາໜູ.

  • ສັດທີ່ສົງໃສຕິດເຊື້ອພະຍາດອະຫິວາໝູ:

   ແມ່ນສັດທີ່ຢູ່ຮ່ວມກັນກັບສັດທີ່ເປັນພະຍາດອະຫິວາ ໝູ ແລະ ສັດທີ່ບໍ່ໄດ້ສັກຢາ ປ້ອງກັນ ແລ້ວນໍາເອົາໄປລ້ຽງໃນບ່ອນທີ່ຫາກໍ່ເກີດພະຍາດອະຫິວາໝູ.

  • ໜ້າທີ່ຂອງອົງການຈັດຕັ້ງແຕ່ລະຂັ້ນ:
  • ເຈົ້າຂອງສັດ ຫຼື ຜູ້ທີ່ພົບເຫັນອາການຂອງສັດດັ່ງກ່າວມາຂ້າງເທິງນັ້ນ, ຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫລື ນາຍບ້ານ ພາຍໃນ 24 ຊົ່ວໂມງ.
  • ສັດຕະວະແພດບ້ານ ຫລື ນາຍບ້ານຕ້ອງລາຍງານໃຫ້ ສູນກາງລ້ຽງສັດ ແລະການປະມົງເມືອງ ເພື່ອລົງຕິດຕາມກວດກາ ແລະ ບົ່ງມັດຕິພະຍາດສັດ, ສົມທົບກັບສັດຕະວະແພດບ້ານ ແລະ ນາຍບ້ານ ເພື່ອກວດກາສະພາບພະຍາດ ທີ່ກໍາລັງລະບາດ, ແຍກກັກຂັງສັດເຈັບ ແລະ ທໍາການປີ່ນປົວ, ທໍາລາຍຊາກສັດ ແລະ ສິ່ງເສດເຫລືອຈາກສັດ.
  • ສູນສັດລ້ຽງ ແລະ ການປະມົງເມືອງ ລາຍງານຕໍ່ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ກົມລ້ຽງສັດ ແລະ ການປະມົງ ເພື່ອວາງມາດຕະການປ້ອງກັນ ແລະ ການກັດກັ້ນການແຜ່ລາມຂອງໂລກລະບາດສັດ.
  • ຂະແໜງສັດ ແລະ ການປະມົງແຂວງ ລາຍງານໃຫ້ທ່ານເຈົ້າແຂວງຊາບ ເພື່ອປະກາດ ເປັນເຂດໂລກລະບາດສັດ.
  • ການເກີອດຫ້າມ:
  1. ຫ້າມເຄື່ອນຍ້າຍສັດ ທີ່ກໍາລັງເຈັບປ່ວຍ ຫລື ຕາຍນັ້ນອອກຈາກບໍລິເວນເດີມ ທີ່ສັດຢູ່
  2. ຫ້າມເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ທີ່ພົວພັນກັບພະຍາດອະຫິວາໝູເຂົ້າ-ອອກ ໃນເຂດເກີດໂລກລະບາດຢ່າງເດັດຂາດ.
  3. ຫ້າມເດັດຂາດບໍ່ໃຫ້ຖິ້ມຊາກສັດນັ້ນ ລົງໜອງ ຫລື ຫ້ວຍນ້ໍາ ລໍາເຊ, ຕ້ອງເຜົາ ຫລື ຝັງ ຊາກສັດ ທີ່ຕາຍນັ້ນ ໂດຍຝັງເລິກ ໃຫ້ສ່ວນເທິງສຸດຂອງຊາກສັດ ຕໍ່ຈາກໜ້າດິນ ຢ່າງໜ້ອຍ 1 ແມັດ.
  • ຂົງເຂດເກືອດຫ້າມ:

   ກໍານົດເຂດໂລກລະບາດສັດ ຕ້ອງມີລັດສະໝີ ບໍ່ເກີນ 5 ກິໂລແມັດ ໃນທ້ອງຖິ່ນທີ່ກວດພົບພະຍາດອະຫິວາໝູ.

  • ການປ້ອງກັນ:
  • ໃຫ້ດື່ມນ້ໍາສະອາດ ແລະ ອາຫານ ທີ່ມີຄຸນນະພາບ ຢ່າງພຽງພໍກັບຄວາມຕ້ອງການຂອງສັດ.
  • ຄອກສັດ ແລະ ບໍລິເວນອອ້ມຮອບຕ້ອງອະນາໄມ ເປັນປະຈໍາ
  • ຕິດຕາມ ແລະ ກວດກາສຸກຂະພາບ ຂອງສັດເປັນປົກກະຕິ
  • ສັກຢາວັກຊິນປ້ອງກັນພະຍາດອະຫິວາໝູ ອາຍຸ 2.5 ປີ ເດືອນ ຂື້ນໄປ ແລະ ມີໄລຍະຄູ້ມກັນສັດໄດ້ 1 ປີ.
  • ລົບລ້າງການເກືອດຫ້າມ:

   ເມື່ອເຫັນວ່າສັດທີ່ເຈັບເປັນໃນເຂດໂລກລະບາດ ໂຕສຸດທ້າຍຫາຍດີ ເປັນປົກກະຕິ ຈົນຄົບ 12 ມື້ ແລະ ບໍ່ມີສັດໂຕໃດ ເຈັບຕໍ່ໄປອີກ ຈຶ່ງສາມາປະກາດຍົກເລີກເຂດໂລກລະບາດໄດ້. ຂ້າງເທິງ

  1. ພະຍາດປາກເປື່ອຍລົງເລັບ:
  • ສັດເປັນພະຍາດປາກເປ່ືອຍລົງເລັບ:

   ສັດທີ່ເປັນພະຍາດປາກເປື່ອຍລົງເລັບ ແມ່ນສັດທີ່ ສະແດງອາການຂອງພະຍາດປາກເປື່ອຍລົງເລັບຢ່າງຊັດເຈນ.

  • ສັດທີ່ຖືວ່າເປັນພະຍາດປາກເປື່ອຍລົງເລັບ:

   ແມ່ນສັດທີ່ເປັນເຈັບ ມີລັກສະນະເປັນຕຸ່ມ ຕາມບໍລິເວນປາກ, ຫວ່າງເລັບ, ເຕົ້ານົມ, ແລະ ນ້ໍາລາຍໄຫລ ແຕ່ບໍ່ສະແດງອາການຂອງພະຍາດປາກເປື່ອຍລົງເລັບ ອອກຊັດເຈນ ແລະ ຜົນຂອງການວິໄຈຈາກເລືອດໃສກໍ່ຢັ້ງຢືນວ່າມີເຊື້ອພະຍາດປາກເປື່ອຍລົງເລັບ.

  • ສັດທີ່ໃສໃສຕິດເຊື່ອພະຍາດປາກເປື່ອຍລົງເລັບ:

   ແມ່ນສັດທີ່ຢູ່ຮ່ວມກັນກັບສັດທີ່ເປັນພະຍາດປາກເປື່ອຍລົງເລັບ ແລະ ສັດທີ່ບໍ່ໄດ້ສັກຢາປ້ອງກັນ ແລ້ວນໍາເອົາໄປລ້ຽງໃນບ່ອນທີ່ຫາກໍ່ເກີດພະຍາດປາເປື່ອຍລົງເລັບ.

  • ໜ້າທີຂອງອົງການຈັດຕັ້ງແຕ່ລະຂັ້ນ:
  • ເຈົ້າຂອງສັດ ຫຼື ຜູ້ທີ່ພົບເຫັນອາການຂອງສັດດັ່ງກ່າວມາຂ້າງເທິງນັ້ນ, ຕ້ອງລາຍງານໃຫ້ສັດຕະວະແພດບ້ານ ຫລື ນາຍບ້ານ ພາຍໃນ 24 ຊົ່ວໂມງ.
  • ສັດຕະວະແພດບ້ານ ຫລື ນາຍບ້ານຕ້ອງລາຍງານໃຫ້ ສູນກາງລ້ຽງສັດ ແລະການປະມົງເມືອງ ເພື່ອລົງຕິດຕາມກວດກາ ແລະ ບົ່ງມັດຕິພະຍາດສັດ, ສົມທົບກັບສັດຕະວະແພດບ້ານ ແລະ ນາຍບ້ານ ເພື່ອກວດກາສະພາບພະຍາດ ທີ່ກໍາລັງລະບາດ, ແຍກກັກຂັງສັດເຈັບ ແລະ ທໍາການປີ່ນປົວ, ທໍາລາຍຊາກສັດ ແລະ ສິ່ງເສດເຫລືອຈາກສັດ.
  • ສູນສັດລ້ຽງ ແລະ ການປະມົງເມືອງ ລາຍງານຕໍ່ໃຫ້ຂະແຫນງລ້ຽງສັດ ແລະ ການປະມົງແຂວງ ແລະ ກົມລ້ຽງສັດ ແລະ ການປະມົງ ເພື່ອວາງມາດຕະການປ້ອງກັນ ແລະ ການກັດກັ້ນການແຜ່ລາມຂອງໂລກລະບາດສັດ.
  • ຂະແໜງສັດ ແລະ ການປະມົງແຂວງ ລາຍງານໃຫ້ທ່ານເຈົ້າແຂວງຊາບ ເພື່ອປະກາດ ເປັນເຂດໂລກລະບາດສັດ.
  • ການເກີອດຫ້າມ:
  1. ຫ້າມເຄື່ອນຍ້າຍສັດ ທີ່ກໍາລັງເຈັບປ່ວຍ ຫລື ຕາຍນັ້ນອອກຈາກບໍລິເວນເດີມ ທີ່ສັດຢູ່
  2. ຫ້າມເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ທີ່ພົວພັນກັບພະຍາດອະຫິວາໝູເຂົ້າ-ອອກ ໃນເຂດເກີດໂລກລະບາດຢ່າງເດັດຂາດ.
  3. ຫ້າມເດັດຂາດບໍ່ໃຫ້ຖິ້ມຊາກສັດນັ້ນ ລົງໜອງ ຫລື ຫ້ວຍນ້ໍາ ລໍາເຊ, ຕ້ອງເຜົາ ຫລື ຝັງ ຊາກສັດ ທີ່ຕາຍນັ້ນ ໂດຍຝັງເລິກ ໃຫ້ສ່ວນເທິງສຸດຂອງຊາກສັດ ຕໍ່ຈາກໜ້າດິນ ຢ່າງໜ້ອຍ 1 ແມັດ.
  • ຂົງເຂດເກືອດຫ້າມ:

   ກໍານົດເຂດໂລກລະບາດສັດ ຕ້ອງມີລັດສະໝີ ບໍ່ເກີນ 5 ກິໂລແມັດ ໃນທ້ອງຖິ່ນທີ່ກວດພົບພະຍາດປາກເປື່ອຍລົງເລັບ.

  • ການປິ່ນປົວ ແລະ ການປ້ອງກັນ.
  1. ການປິ່ນປົວ:

 ການປິ່ນປົວ ແມ່ນແນໃສ່ການຂ້າເຊື້ອກາະໂລກ ທີ່ເຂົ້າແຊກຊ້ອນ, ໃຊ້ຢາຂ້າເຊື້ທາປາ (ເມທີແລັນບລູ, ນ້ໍາສົ້ມ, ໝາກນາວ), ໃຊ້ຟອກໂມນ 3% ລ້າງຕີນ ແລະ ຂັງສັດເຈັບໄວ້ ຢູ່ບ່ອນສະອາດ ແລະ ແຫ້ງດີ, ກໍລະນີຮ້າຍແຮງຕ້ອງໃຊ້ຢາຕ້ານເຊື້ອສັກກ້າມ ຫລື ສັກເສັ້ນ.

  1. ການປ້ອງກັນ:
  • ແຍກສັດເຈັບ ອອກຈາກຝູງແລ້ວ ທໍາການປີ່ນປົວ ແລະ ຈໍາກັດຂອບເຂດການເຄື່ອນໄຫວຂອງມັນ.
  • ຕິດຕາມ ແລະ ກວດກາສຸກຂະພາບ ຂອງສັດ ເປັນປະຈໍາ.
  • ລົບລ້າງການເກືອດຫ້າມ:

   ເມື່ອເຫັນວ່າສັດທີ່ເຈັບ ໃນເຂດໂລກລະບາດໂຕສຸດທ້າຍຫາຍດີປົກະຕິ ຈົນຄົບ 21 ມື້ ແລະ ບໍ່ມີສັດໂຕໃດເຈັບຕໍ່ໄປອີກ ຈື່ງສາມາດປະກາດຍົກເລີກເຂດໂລກລະບາດໄດ້.

ໝວດທີ 5
ການຂ້າສັດ ປລະ ການກວດກາອະນາໄມຊີ້ນ

ມາດຕາ 24. ວ່າດ້ວຍຫລັກການທົ່ວໄປ
   ຫ້າມບໍ່ໃຫ້ບຸກຄົນຫລືກຸມຄົນຂ້າ, ຄົວ, ປາດເອົາກະດູກອອກ, ຄົວເອົາຊີ້ນ ຫລື ຜະລິດຕະພັນຈາກສັດປະເພດເຊັ່ນ: ງົວ-ຄວາຍ, ໝູ, ແກະ, ແບ້ ແລະ ໝາ ເພື່ອຈໍາໜ່າຍຢູ່ທີ່ສະຖານທີ່ໃດໆ. ນອກຈາກວ່າສະຖານທີ່ນັ້ນ ໄດ້ຮັບອະນຸຍາດ ແລະ ຢັ້ງຢືນມາດຖານເຕັກນິກໂຮງຂ້າສັດ ແລະ ບ່ອນຂ້າສັດຍ່ອຍ ຈາກກົມລ້ຽງສັດ ແລະ ການປະມົງ ຫລື ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກໍາແພງນະຄອນ ຫລື ເຂດພິເສດເສຍກ່ອນ. ຂ້າງເທິງ

ມາດຕາ 25. ວ່າດ້ວຍການອະນຸຍາດການອອກແບບ ແລະ ການກໍ່ສ້າງໂຮງຂ້າສັດ

  • ບຸກຄົນຫລືກຸ່ມຄົນໃດທີ່ມີຈຸດປະສົງຈະສ້າງຕັ້ງໂຮງຂ້າສັດ, ບ່ອນຂ້າສັດຍ່ອຍ ຫລື ຂື້ນທະບຽນສະຖານທີ່ໆຈະຂ້າສັດຈະຕ້ອງໄດ້ຮັບອະນຸຍາດ ຈາກກົມລ້ຽງສັດ ແລະ ການປະມົງ ຫລື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ ໂດຍມີລະບຽບຂັ້ນຕອນດັ່ງຕໍ່ໄປນີ້:
  • ສໍາລັບໂຮງຂ້າສັດ ຈະຕ້ອງຢື່ນຄໍາຮ້ອງຕາມແບບ ຟອມ ຕ 001 ຕໍ່ກົມລ້ຽງສັດ ແລະ ການປະມົງ.
  • ສໍາລັບບ່ອນຂ້າສັດຍ່ອຍຈະຕ້ອງຢື່ນຄໍາຮ້ອງຕາມແບບຟອມ ຕ 001 ຕໍ່ ພະແນກ ກະສິກໍາປ່າໄມ້ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ.
  • ເອກະສານທີ່ຕິດຄັດກັບຄໍາຮ້ອງຕ້ອງປະກອບດ້ວຍ:
  • ບົດສະເໜີໂຄງການ.
  • ບົດວິພາກເສດຖະກິດ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ
  • ແຜນຜັງເຕັກນິກດ້ານການກໍ່ສ້າງ
  •  ແຜນທີ່ສະແດງເຖິງບໍລິເວນ ທີ່ຈະຖືກນໍາໃຊ້ ແລະ ບໍລິເວນທີ່ອ້ອມຮອບ.
  • ກົມລ້ຽງສັດ ແລະ ການປະມົງ ຫລື ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ ຈະອະນຸຍາດອອກໃບຢັ້ງຢືນ ມາດຖານໂຮງງຂ້າສັດ ຫລື ບ່ອນຂ້າສັດຍ່ອຍ ກໍ່ຕໍ່ເມື່ອບຸກຄົນ ຫລື ກຸ່ມຄົນ ທີ່ສະເໜີ ນັ້ນ ມີເງື່ອນໄຂ ຄົບຖ້ວນ ຕາມມາດຕາ 25 ຂອງກໍານົດໝາຍເຕັກນິກສະບັບນີ້.
  • ສໍາລັບເອກະສານທີ່ຈໍາເປັນສໍາລັບການຂໍອະນຸຍາດ ອອກແບບ ແລະ ການກໍ່ສ້າງໂຮງຂ້າສັດ ໃຫ້ພົວພັນກັບພາກສ່ວນທີ່ກ່ຽວຂ້ອງໂດຍກົງ ເຊັ່ນ: ໃບອະນຸຍາດປຸກສ້າງ (ຜັງເມືອງ) ຈາກກະຊວງຄົມມະນາຄົມ ຂົນສົ່ງໄປສະນີ ແລະ ກໍ່ສ້າງ, ໃບອະນຸຍາດດໍາເນີນທຸລະກິດຈາກກະຊວງການຄ້າ ແລະ ທ້ອງທ່ຽວ ແລະ ເອກະສານອື່ນໆ. ຂ້າງເທິງ

ມາດຕາ 26. ວ່າດ້ວຍມາດຖານດ້ານເຕັກນິກຕໍ່າສຸດ ສໍາລັບການກໍ່ສ້າງໂຮງຂ້າສັດ

   ເພື່ອຮັບປະກັນຜະລິດຕະພັນສັດໃຫ້ມີຄວາມສະອາດປອດໄພ, ຖືກຕ້ອງຕາມຫລັກອະນາໄມ ແລະ ມີຄວາມປອດໄພຕໍ່ຜູ້ທີ່ປະຕິບັດງານ, ໂຮງຂ້າສັດ ຕ້ອງມີມາດຖານເຕັກນິກຕ່ໍາສຸດດັ່ງຕໍ່ໄປນີ້:

ກ. ມາດຖານທົ່ວໄປ:

  • ໂຮງຂ້າສັດຕ້ອງຢູ່ໃນສະຖານທີ່ໂນນ, ຫ່າງໄກສົມຄວນຈາກເສດທີ່ມີຊຸມຊົນໜາແໜ້ນ, ໂຮງພະຍາບານ, ໂຮງຮຽນ, ແຫລ່ງນ້ໍາບໍລິໂພກ ແລະ ມີຮົ້ວປ້ອງກັນຄົນ ແລະ ສັດ (ລະບຽບການຂອງຜັງເມືອງແລະສິ່ງແວດລ້ອມ).
  • ຕ້ອງມີຄອກຂັງສັດ ຫລື ບ່ອນພັກຜ່ອນສັດສໍາລັບການກວດກາກ່ອນຂ້າ.
  • ຕ້ອງມີຄອກສັດ ສໍາລັບກັກຂັງສັດທີ່ສົງໃສວ່າຕິດພະຍາດ ແລະມີບ່ອນຜ່າຊາກສັດ ແລະ ທໍາລາຍຊາກສັດ (ເຕົາເຜົາ, ໝໍ້ຕົ້ມ) ແຍກຢູ່ຕ່າງຫາກ ໂດຍຫ່າງໄກຈາກບ່ອນຂ້າສັດ ແລະສະຖານທີ່ກັກຂັງສັດທົ່ວໄປ.
  • ຕ້ອງມີບ່ອນປະຕິບັດງານຢ່າງພຽງພໍເປັນຕົ້ນແມ່ນ: ບ່ອນຂ້າ, ບ່ອນຄົວ, ບ່ອນປາດແຍກເອົາກະດູກອອກ ແລະ ບ່ອນເກັບມ້ຽນ ຜະລິດຕະພັນເປັນຕົ້ນ.
  • ຕ້ອງມີຫ້ອງການ ຫລື ຫ້ອງປະຊຸມແຍກຢູ່ຕ່າງຫາກ.
  • ຕ້ອງມີຫ້ອງປ່ຽນເຄື່ອງນຸງ, ຫ້ອງນ້ໍາ, ບ່ອນລ້າງມື, ຫ້ອງກິນເຂົ້າ, ຫ້ອງພັກຜ່ອນຕ່າງຫາກ ສໍາລັກພະນັກງານແລະກໍາມະກອນປະຈໍາໂຮງຂ້າສັດ ແລະ ຫ້ອງສະເພາະພະນັກງານກວດກາ ອະນາໄມຊີ້ນ.
  • ຕ້ອງມີລະບົບທໍາລາຍສິ່ງເສດເຫລືອ (ເຕົາເຜົາ, ອ່າງເກັບສິ່ງເສດເຫລືອ...) ແລະ ລະບົບບໍາບັດນ້ໍາເສັຍ (ຮ່ອງລະບາຍ, ອ່າງເກັບນ້ໍາ…).

ຂ. ມາດຖານການກໍ່ສ້າງຢູ່ໃນໂຮງຂ້າສັດ:

  • ມີເນື້ອທີ່ພຽງພໍ ສໍາລັບການຂ້າ ແລະ ຄົວສັດໃນຈໍານວນທີ່ນໍາມາຂ້າໃນແຕ່ລະມື້.
  • ຝາຂອງໂຕອາຄານໂຮງຂ້າສັດ ຕ້ອງເຮັດດ້ວຍຊີມັງ ໂດຍໃຫ້ມີຄວາມສູງແຕ່ລະປະເພດານເຖິງພື້ນບໍ່ໃຫ້ຕໍ່າກວ່າ 4 ແມັດ.
  • ພື້ນຕ້ອງກໍ່ສ້າງດ້ວຍເບຕົງເສີມເຫລັກ ປູດ້ວຍກາໂລ ຫລື ຄັດມັນ.
  • ຫລັງຄາມຸງດ້ວຍສັງກະສີ ຫລື ກະເບື້ອງ.
  • ຕ້ອງມະລະບົບນ້ໍາທີ່ສະອາດ, ໄຟຟ້າ, ແສງສະຫວ່າງ ແລະ ລະບົບຖ່າຍເທອາກາດຢ່າງພຽງພໍ.
  • ຕ້ອງມີຂໍເກາະທີ່ເຮັດດ້ວຍວັດຖຸທີບໍ່ເຂົ້າໝຽງ ແລະ ທໍາຄວາມສະອາດງ່າຍ ສໍາລັບຫ້ອຍສັດ ແລະ ເຄື່ອງໃນສັດ.
  • ຕ້ອງມີໂຕະ, ຕັ່ງຮັບໃຊ້ ໃນເວລາປະຕິບັດງານ. ໜ້າໂຕະທີ່ຮັບໃຊ້ ວຽກງານຢູ່ໂຮງຂ້າສັດຄວານເຮັດສະແຕນເລດ ຫລື ປູດ້ວຍກາໂລ, ຕັ່ງນັ່ງຄວນເຮັດດ້ວຍຊີມັງ ຫລື ວັດຖຸອື່ນທີ່ບໍ່ເຂົ້າໝ້ຽງ ແລະ ສາມາດທໍາຄວາມສະອາດງ່າຍ ຕ້ງມີຫ້ອງສໍາລັບຄົວພຸງ, ໃສ້ ຕ່າງຫາກ.
  • ຕ້ອງມີບ່ອນລ້າງມື ໃຫ້ພຽງພໍ ຢູ່ແຕ່ລະອັນ ທີ່ເຮັດວຽກ (ສະເພາະບ່ອນຂ້າ, ຄົວ ແລະ ກວດຊີ້ນຕ້ອງໃຊ້ດ້ວຍກັອກ ທີ່ມີລະບົບການປີດເປີດທີ່ບໍ່ໃຊ້ດ້ວຍມື).
  • ຕ້ອງຈັດໃຫ້ມີທາງເຂົ້າສໍາລັບສັດເປັນ ແລະ ທາງນໍາເອົາຊີ້ນອອກຈໍາໜ່າຍ ໂດຍໃຫ້ຢູ່ຄົນລະທິດທາງ.
  • ຕ້ອງມາເກັບມ້ຽນຊີ້ນທີ່ສະອາດ (ສາງເຢັນ). ຂ້າງເທິງ

ມາດຕາ 27. ວ່າດ້ວຍການກໍານົດເວລາເພື່ອກວດກາສັດກ່ອນຂ້າ

  • ສັດທີ່ນໍາມາຂ້າຕ້ອງໄດ້ທໍາກການກວດກາກ່ອນຂ້າທຸກໆໂຕເຊັ່ນ:
  • ກວດກາເອກະສານ ທີ່ໄດ້ລະບຸໄວ້ໃນມາດຕາ 6 ຂອງກົດລະບຽບກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 0004/ກປ ລົງວັນທີ່ 02/01/97.
  • ກວດກາ ຕາມລະບົບຕ່າງໆ ຕາມຫລັກວີຊາການ ຂອງສັດຕະວະແພດ ແລະ ຢັ້ງຢືນວ່າສັດດັ່ງກ່າວ ມີສຸຂະພາບແຂງແຮດີ.
  • ການປະຕິບັດກ່ອນການຂ້າຈະຕ້ອງປະຕິບັດພາຍໃນມື້ດຽວກັນກັບມືທີ່ຈະນໍາສັດເຂົ້າໄປຂ້າ. ຖ້າສັດຫາກເກັບຮັກສາໄວ້ພາຍໃນໂຮງຂ້າສັດເກີນກວ່າ 24 ຊົ່ວໂມງ, ການກວດກາກ່ອນຂ້າຈະຕ້ອງໄດ້ປະຕິບັດອີກເທື່ອໃຫມ່ໃນມື້ຕໍ່ມາ ຫລື ໃນມື້ດຽວກັນກັບມື້ທີ່ຈະນໍາສັດດັ່ງກ່າວເຂົ້າໄປຂ້າ.
  • ສັດທີ່ຮັກສາໄວ້ໃນຄອກກ່ອນເຂົ້າໄປຂ້າຕ້ອງໄດ້ຮັບອາຫານ, ນ້ໍາທີ່ພຽງພໍ, ບ່ອນພັກທີ່ສະອາດ, ມີເນື້ອທີ່ພຽງພໍ, ບໍ່ແອອັດ ແລະ ບໍ່ໃຫ້ບັງຄັບສັດຮຸນແຮງເກີນໄປ (ຫ້າມທໍລິມານສັດ ຫລື ມີພິລຸດວ່າສັດຈະຖືກນໍາໄປຂ້າ)
  • ໃນບາງກໍລະນີເຊັ່ນ: ສັດຖືພາ, ສັດທີ່ຈະຕ້ອງຕອນ ທີ່ມີຄວາມຈໍາເປັນ ຈະນໍາສັດອອກຈາກບໍລິເວນໂຮງຂ້າສັດ, ສັດຕ້ອງໄດ້ຮັບ ອະນຸຍາດ ແລະການຢັ້ງຢືນ ຢ່າງເປັນລາຍລັກອັນສອນ ຈາກພະນັກງານສັດຕະວະແພດ. ຂ້າງເທິງ

ມາດຕາ 28. ວ່າດ້ວຍການກໍານົດ ວີທີການຂ້າ, ການອະນາໄມ ແລະ ການວາງຂາຍ

1.  ວິທີການຂ້າສັດ

  • ສັດທຸກໆໂຕກ່ອນຈະນໍາເຂົ້າຂ້າ ຕ້ອງໄດ້ຜ່ານການກວດກາຈາກສັດຕະວະແພດ ແລະຕ້ອງລ້າງໂຕສັດດ້ວຍນ້ໍາສະອາດ ເພື່ອໃຫ້ສິ່ທີ່ເປື້ອນເປີ ອອກເສຍກ່ອນ.
  • ສັດທີ່ນໍາເຂົ້າໄປບ່ອນຂ້າແລ້ວ ຕ້ອງຂ້າໂດຍໄວເທົ່າທີ່ຈະໄວໄດ້. 
  • ກາຂ້າສັດປະເພດ ງົວ-ຄວາຍ, ແກະ, ແບ້  ແລະ ໝູ ຄວນຫລີກລ້ຽງທີ່ສຸດ ບໍ່ໃຫ້ຂ້າແບບ ທໍລະມານເກີນໄປເຊັ່ນ: ໃຊ້ຄ້ອນຕີຫົວ, ຂວານສັບ ຄວນໃຊ້ປືນສໍາລັບຂ້າສັດ ຫລື ຊັອດດ້ວຍໄຟຟ້າ. ຂ້າງເທິງ

2.  ຫລັກການອະນາໄມພື້ນຖານ ສໍາລັບໂຮງຂ້າສັດ

  • ໂຮງຂ້າສັດຕ້ອງມີເງື່ອນໄຂສໍາລັບບົບປ້ອງກັນ ແລະ ມາດຕະການທີ່ເໝາະສົມ ເພື່ອສະດວກໃນການຄວບຄຸມ ການເຂົ້າ-ອອກຂອງຄົນ ແລະ ສັດ.
  • ໂຮງຂ້າສັດ ແລະ ບໍລິເວນ ທີ່ໃຊ້ເປັນ ບ່ອນກັກຂັງສັດ ກ່ອນນໍາເອົາໄປຂ້າ ຕ້ອງຮັກສາໃຫ້ມີຄວາມສະອາດຢູ່ຕະຫລອດເວລາ ໂດຍໃຫ້ອະນາໄມຂ້າເຊື້ອ ຢ່າງໜ້ອຍເດືອນລະຄັ້ງ ຫລື ກໍລະນີ ພົບພະຍາດສັດຕິດຕໍ່ຮ້າຍແຮງ ໃຫ້ປະຕິບັດຕາມມາດຕາ 24 ແລະ 37 ຂອງກົດລະບຽບກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ່ 0004/ກປ ລົງວັນທີ່ 02/01/97 ແລະ ບ່ອນກັນຂັງສັດນັ້ນ ຕ້ອງໃຊ້ສະເພາະ ການຂັງສັດເທົ່ານັ້ນ ຫ້າມນໍາໃຊ້ປະໂຫຍດຢ່າງອື່ນ.
  • ສະຖານທີຂ້າສັດ, ຕົວສັດ ແລະ ຫ້ອງທີໃຊ້ໃນການເກັບມ້ຽນຊີ້ນ ຫລື ຜະລິດຕະພັນສັດ ຕ້ອງອະນາໄມໃຫ້ສະອາດທຸກໆມື້ ແລະ ຂ້າເຊື້ອຢ່າງໜ້ອຍ 1 ເທື່ອ ຕໍ່ອາທິດ ດ້ວຍປູນຂາວ ຫລື ໂສດາໄຟ ໃຫ້ປະຕິບັດຕາມຄໍາແນະນໍາຂອງພະນັກງານກວດກາ ອະນາໄມຊີ້ນຢ່າງເຄັ່ງຄັດ.
  • ວັດຖຸອຸປະກອນ ໂຕະ, ຕັ່ງ ແລະ ເຄື່ອງມືຕ່າງໆ ທີ່ຮັບໃຊ້ໃນການຂ້າ ແລະຄົວ ສັດ ຕ້ອງທໍາຄວາມສະອາດທຸກຄັ້ງທັງ ກ່ອນ ລະພາຍຫລັງການນໍາໃຊ້.
  • ຕ້ອງມີມາດຕະການຄວບຄຸມກວດກາແມງໄມ້ຕ່າງໆນັບທັງ ນົກ, ໜູ, ໝາ, ແລະ ແມວ ຢ່າງສະໝ່ໍາສະເໝີ ພາຍໃນ ແລະ ບໍລິເວນຂອງໂຮງຂ້າສັດ.
  • ໃນກໍລະນີທີ່ຈໍາເປັນຕ້ອງໃຊ້ຢາຂ້າແມງໄມ້ ຕ້ອງແມ່ນຢາທີ່ອະນຸຍາດ ໃຫ້ໃຊ້ພາຍໃນໂຮງຂ້າສັດເທົ່ານັ້ນເຊັ່ນ: ໂກໂຣຟົສ, ດີແອບດຣິນ... ແລະ ເວລານໍາໃຊ້ຕ້ອງມີຄວາມລະມັດລະວັງ ໂດຍປະຕິບັດຕາມການແນະນໍາຂອງນັກວິຊາການຢ່າງເຄັ່ງຄັດ.
  • ຊິ້ນສ່ວນ ຫລື ເສດເຫລືອຕ່າງໆຂອງສັດ ທີ່ນໍາໃຊ້ບໍ່ໄດ້ນັ້ນຕ້ອງໄດ້ທໍາລາຍຖິ້ມຢູ່ໃນໂຮງຂ້າສັດ. ຂ້າງເທິງ

3.  ຫລັກການອະນາໄມສໍາລັບພະນັກງານ ແລະ ກໍາມະກອນຢູ່ໂຮງຂ້າສັດ

  • ພະນັກງານ ແລະ ກໍາມະກອນ ທີ່ຈະບັນຈຸເຂົ້າໃນໂຮງຂ້າສັດ ຕ້ອງຜ່ານການຝຶກອົບຮົມ ເປັນຢ່າງດີຈາກໂຮງຂ້າສັດ ພ້ອມຕ້ອງໄດ້ຮັບການຢັ້ງຢືນ ສຸກຂະພາບ ຈາກແພດໂດຍບໍ່ມີພະຍາດ ຕິດແປດຮ້າຍແຮງ ເຊັ່ນ: ພະຍາດລໍາໄສ້ ຊ້ໍາເຮື້ອ, ພະຍາດຕັບອັກເສບ, ພະຍາດວັນນະໂລກ, ພະຍາດຜິວຫນັງເປັນຕົ້ນ: ຂີ້ເຮື້ອນ, ຂື້ກາກ, ຂີ້ຫິດ, ຂີ້ທູດ…
  • ພະນັກງານ ແລະ ກໍາມະກອນ ທີ່ເຮັດວຽກຢູ່ໂຮງຂ້າສັດ ຄວນຮັກສາດ້ານອະນາໄມ ແລະ ຄວາມສະອາດຢ່າງດີໃນເວລາປະຕິບັດງານ ຕ້ອງໃສ່ເຄື່ອງນຸ່ງ ແລະ ເຄື່ອງປົກປ້ອງຮ່າງກາຍ ທີ່ສະອາດ ຖຶກຫລັກອະນາໄມ ເຊັ່ນ: ໝວກ, ເກີບໂບກ, ເສື້ອຄຸມ, ເສື້ອກັນເປື້ອນ, ຖົງມື ແລະ ຕ້ອງອະນາໄມ ເກັບມ້ຽນໃນບ່ອນທີ່ກໍານົດໄວ້ ພາຍຫລັງສໍາເລັດວຽກງານແລ້ວທຸກຄັ້ງ.
  • ບຸກຄົນທີ່ໄດ້ຮັບອະນຸຍາດເຂົ້າໄປຢ້ຽມຢ້າມໂຮງຂ້າສັດນັ້ນຕ້ອງນຸ່ງເຄື່ອງສະເພາະ ເຊັ່ນ: ເສື້ອຄຸມ, ເກີບໂບກ, ໝວກ ທີ່ໂຮງຂ້າສັດກະກຽມໄວ້ໃຫ້ເທົ່ານັ້ນ.
  • ເຄື່ອງນຸ່ງຫົ່ມ, ເຄື່ອງມື ແລະ ອຸປະກອນເຮັດວຽກ ຕ້ອງເກັບຮັກສາໄວ້ໃນຕູ້ສະເພາະພໍໃຜລາວ.
  • ຫ້າມສູບຢາ, ກິນອາຫານ, ຄ້ຽວໝາກ, ຖົ່ມນ້ໍາລາຍຢູ່ໃນສະຖານທີ່ຂ້າສັດ, ຄົວສັດ ແລະ ເກັບມ້ຽນຊາກສັດເດັດຂາດ. ຂ້າງເທິງ

4.  ການຂົນສົ່ງຊີ້ນ ແລະ ຜະລິດຕະພັນຈາກສັດ

  • ພາຫະນະທີ່ນໍາໃຊ້ເຂົ້າໃນການຂົນສົ່ງຊີ້ນ ຕ້ອງເປັນພາຫະນະນະສະເພາະຂົນສົ່ງຊື້ນເທົ່ານັ້ນ ບໍ່ແມ່ນພາຫະນະດຽວກັນທີ່ນໍາໃຊ້ເຂົ້າໃນການຂົນ ສົ່ງສັດເປັດ.
  • ພະຫະນະທີ່ນໍາໃຊ້ເຂົາໃນການຂົນສົ່ງຊີ້ນນັ້ນ ຕ້ອງມີການປົກ ຫລື ຫຸ່ມຫໍເປັນຢ່າງດີ ເພື່ອປ້ອງກັນ ຂີ້ຝຸ່ນ, ແມງວັນ ແລະ ສິ່ງອື່ນໆ ທີ່ຈະເຮັດໃຫ້ມີການປົນເປື້ອນໃສ່ຊີ້ນໄດ້.
  • ພາຫະນະທີ່ນໍາໃຊ້ເຂົ້າໃນການຂົນສົ່ງຊີ້ນນັ້ນ ຕ້ອງມີລະບົບທໍາຄວາມເຢັນ ໃນກໍລະນີ ທີ່ມີການຂົນສົ່ງທາງໄກ ແລະ ໃຊ້ເວລາເກີນກວ່າ 2 ຊົ່ວໂມງ.
  • ພາຫະນະທີ່ນໍາໃຊ້ເຂົ້າໃນການຂົນສົ່ງຊີ້ນນັ້ນ ຕ້ອງທໍາຄວາມສະອາດ ແລະ ຂ້າເຊື້ອດ້ວຍ ໂສດາໄຟ ທັງກ່ອນ ແລະ ພາຍຫລັງທີ່ນໍາໃຊ້ທຸກຄັ້ງ.
  • ຢູ່ໃນພາຫະນະດຽວກັນທີ່ຂົນສົ່ງຮ່ວມກັບຊີ້ນນັ້ນ ຫ້າມບໃຫ້ມີວັດຖຸສິ່ງຂອງຊະນິດທີ່ພາໃຫ້ມີຜົນສະທ້ອນ ຕໍ່ຄຸນນະພາບຂອງຊີ້ນ ແລະ ເປັນອັນຕະລາຍຕໍ່ຜູ້ບໍລິໂພກເຊັ່ນ: ຢາປາບສັດຕູພືດ, ກະຕຸກນ້ໍາມັນ, ຢາຂ້າຫຍ້າ, ປຸຍ ແລະ ສານເຄມີອື່ນໆ
  • ກ່ອນທີ່ຈະມີການຂົນສົ່ງ ປະເພດເຄື່ອງໃນ ເຊັ່ນ: ກະເພາະ, ລໍາໃສ້ ຕ້ອງໄດ້ທໍາຄວາວມສະອາດ ລ້າງ ຂູດ ໃຫ້ສະອາດ (ສໍາລັບຫົວ ແລະ ຕີນຂອງສັດໃຫຍ່ ຕ້ອງໄດ້ຂູດຂົນອອກເສຍ ກ່ອນ).
  • ໃນເວລາຂົນສົ່ງຊາກສັດ ໝົດໂຕ, ເຄິ່ງໂຕ ຫລື ນຶ່ງສ່ວນສີ່ ຂອງຊາກ ຕ້ອງໄດ້ແຂວນໄວ້ ຫລື ໃສ່ພາຊະນະ ຫລື ຖັງບັນຈຸ ທີ່ມີສິ່ງປົກປິດ ສະເພາະຜະລິດຕະພັນສັດ ອື່ນໆ ຕ້ອງແຍກໃສພາຊະນະ ຫລື ຖັງ ພໍໃຜພໍມັນ ແລະ ມີສິ່ງປົກປິດເໝາະສົມ.
  • ພາຊະນະທີ່ນໍາໃຊ້ໃນການຂົນສົ່ງຊີ້ນ ຕ້ອງເຮັດດ້ວຍວັດຖຸທີ່ບໍ່ເຂົ້າໝ້ຽງ ແລະ ອະນາໄມໄດ້ງ່າຍເຊັ່ນ: ຖັງສະແຕັນເລດ, ເຂ້ງ ຫລີ ຕ່າ ທີ່ເຮັດດ້ວຍປະລາດສະຕິກ. ຂ້າງເທິງ

5.  ຫລັກການອະນາໄມສໍາລັບວາງຂາຍໃນທ້ອງຕະຫລາດ

  • ບ່ອນທີ່ມີເງື່ອນໄຂເປັນໄປໄດ້ ຊີ້ນ ແລະ ເຄື່ອງໃນ ທີ່ວາງຂາຍຢູ່ຕະຫລາດ ຄວນຫ້ວຍໄວ້ ໂດຍໃຊ້ຂໍເກາະ ທີ່ເຮັດດ້ວຍວັດຖຸທີ່ບໍ່ເຂົ້າໝ້ຽງ ແລະ ທໍາຄວາມສະອາດງ່າຍ.
  • ໃນກໍລະນີ ທີ່ວາງຂາຍຢູ່ເທິງໂຕະ ຊີ້ນ ແລະ ເຄື່ອງໃນ ບໍ່ໃຫ້ປະປົນເລືອດ ແລະ ກ້ອນເລືອດທີ່ວາງຂາຍຕ້ອງແບ່ງໄວ້ ໃນຖັງຕ່າງຫາກຫລືດີທີສຸດຄວນໃສ່ໃນຕູ້ແກ້ວ ແລະ ຕ້ອງຈັດວາງຢູ່ເທິງໂຕະ ທີ່ສະອາດ ແລະ ພັດສະດຸທີ່ບໍ່ເຂົ້າໝ້ຽງ ແລະ ທໍາຄວາມສະອາດງ່າຍ. ໂຕະຕ້ອງມີຄວາມສູງຈາກໜ້າດິນ ຢ່າງໜ້ອຍ 80 ຊັງຕີແມັດ ແລະ ໜ້າກ້ວາງບໍ່ໃຫ້ເກີນ 80 ຊັງຕີແມັດ ແລະ ຕ້ອງທໍາຄວາມສະອາດທຸກໆ ຄັ້ງທັງກ່ອນ ແລະ ພາຍຫລັງ ສໍາເລັດການວາງຂາຍ.
  • ຜູ້ຈໍາໜ່າຍຊີ້ນໃນຕະລາດທຸກຄົນຕ້ອງຮັກສາຄວາມສະອາດໃນລະດັບສູງ, ເລັບມືຕ້ອງສັ້ນ ແລະ ລ້າງມືຫລາຍຄັ້ງ ເທົ່າທີ່ຈະເປັນໄປໄດ້ ໂດຍສະເພາະ ພາຍຫລັງ ທີ່ໃຊ້ຫ້ອງນ້ໍາທຸກຄັ້ງ.
  • ຫ້າມບໍ່ໃຫ້ຜູ້ຈໍາຫນ່າຍຊິ້ນໃນຕະຫລາດທຸກຄົນຂື້ນນັງເທິງໂຕະດຽວກັນກັບໂຕະທີ່ວາງຂາຍຊີ້ນຫລືຜະລິດຕະພັນສັດ.
  • ຜູ້ຈໍາໜ່າຍຊີ້ນໃນຕະຫລາດທຸກໆຄົນ ຕ້ອງມີເຄື່ອງນຸ່ງທີ່ເປັນລະບຽບ ແລະ ສະອາດຖືກຫລັກອະນາໄມ ເຊັ່ນ: ໝວກ, ເສື້ອຄຸມ ສີຂາວ ແລະ ເສືອກັນເປື້ອນ.
  • ຜູ້ຈໍາໜ່າຍຊີ້ນໃນຕະຫລາດທຸກຄົນ ຕ້ອງມີໃບຢັ້ງຢືນຈາກໂຮງຂ້າສັດ ບ່ອນຂ້າສັດ ຍ່ອຍ ຫລື ຫລັກຖານອື່ນໆ ທີ່ສະແດງວ່າຊີ້ນ ແລະ ເຄື່ອງໃນທີ່ວາງຂາຍນັ້ນໄດ້ຮັບມາຈາກໂຮງຂ້າສັດ, ບ່ອນຂ້າສັດຍ່ອຍທີ່ຂື້ນທະບຽນຫລືໄດ້ຜ່ານການກວດກາ ຈາກພະນັກງານກວດກາອະນາໄມຊີ້ນແລ້ວ.
  • ຊີ້ນ ຫລື ຜະລິດຕະພັນຈາກສັດ ທີ່ວາງຂາຍຕ້ອງສົດ, ບໍ່ໍ່ມີກິ່ນ ແລະ ບູດເຫນົ່າ.
  • ມີດ, ຂຽງ ແລະ ເຄື່ອງມື ອື່ນໆ ທີ່ນໍາໃຊ້ເຂົ້າໃນການປາດຊີ້ນ ຫລື ຜະລິດຕະພັນສັດ ຕ້ອງອະນາໄມເປັນປະຈໍາ ທັງກ່ອນ ແລະ ຫລັງທີ່ນໍາໃຊ້ທຸກຄັ້ງ.
  • ຂຽງທີນໍາມາໃຊ້ຕ້ອງແມ່ນໄມ້ເນື້ອແຂງ ເຊັ່ນ: ໄມ້ຂາມ, ໄມ້ເຄັງ ຫລື ໄມ້ອື່ນໆ ທີ່ບໍ່ມີກິ່ນ ແລະ ບໍ່ມີຜົນສະທ້ອນຕໍ່ສຸຂະພາບຂອງຜູ້ບໍລິໂພກ.
  • ມິດ ແລະ ພ້າທີນໍາໃຊ້ໃນການປາດຊີ້ນ ແລະຜະລິດຕະພັນສັດ ຕ້ອງເຮັດດ້ວຍສະແຕັນເລດ.
  • ອຸປະກອນຕ່າງໆ ຕ້ອງເກັບໄວ້ໃນສະຖານທີ ສະເພາະພາຍຫລັງທີ່ຂາຍຊີ້ນແລ້ວ ເພື່ອຮັບປະກັນທາງດ້ານອະນາໄມ ແລະ ຄວາມເປັນລະບຽບຮຽບຮ້ອຍດີ. ຂ້າງເທິງ

6.  ການວາງຂາຍຕາມຮ້ານຊັບປະສິນຄ້າ

  • ຊີ້ນ ຫລື ຜະລິດຕະພັນ ຈາກສັດ ທີ່ວາງຂາຍຕ້ອງມີເອກະສານ ຢັ້ງຢືນວ່າຮັບຈາກໂຮງຂ້າສັດ ຫລື ບ່ອນຂ້າສັດ ຍ່ອຍ ທີ່ໄດ້ຢັ້ງຢືນມາດຖານເຕັກນິກ ຈາກກົມລ້ຽງສັດ ແລະ ການປະມົງ.
  • ຊີ້ນ ຫລື ຜະລິດຕະພັນ ທີວາງຂາຍຕ້ອງມີການຫຸ່ມຫໍ ຖືກຕ້ອງຕາມຫັລກການອະນາໄມ.
  • ຕ້ອງຕິດໃບສະຫລາກແນະນໍາ ທີ່ບົ່ງບອກເຖິງນ້ໍາໜັກ, ລາຄາ, ວັນທີຫຸ່ມຫໍ, ຊະນິດ, ປະເພດ ແລະ ແຫລ່ງທີມາຂອງ ຊີ້ນ ຫລື ຜະລິດຕະພັນຈາກສັດ.
  • ບ່ອນວາງຂາຍຕ້ອງຈັດວາງ ຢູ່ໃນຕູ້ແຊ່ແຂງ ຫລື ຕູ້ແກ້ວທີ່ມີລະບົບຄວາມເຢັນ ຢູ່ລະຫວ່າງ 0 ຫາ 4.C (ອົງສາແຊນຊຽດ). ຂ້າງເທິງ

ມາດຕາ 29. ວ່າດ້ວຍກໍລະນີພົບພະຍາດຕິດຕໍ່ຮ້າຍແຮງກ່ອນຂ້າ

  • ສັດທີສະແດງ ອາການຜິດປົກກະຕິກ່ອນການຂ້າ ແລະ ໄດ້ຮັບການຢັ້ງຢືນຈາກຫໍວິໄຈ ພະຍາດສັດວ່າແມ່ນ ພະຍາດໄຂ້ເລືອດດໍາ, ພະຍາດໄຂ້ບວມ, ພະຍາດເຕົ້າໂຮມເລືອດ, ພະຍາດປາກເປື່ອຍລົງເລັບ ຫລື ພະຍາດອະຫິວາໝູ ຕ້ອງໄດ້ແຍກສັດເຈັບນັ້ນອອກຈາກຝູງທັນທີ່ເພື່ອນໍາໄປຂ້າຢູ່ບ່ອນນື່ງຕາງຫາກ ພາຍໃນຂອບເຂດຮົ້ວຂອງໂຮງຂ້າສັດນັ້ນ.
  • ໃນກໍລະນີສັດທີ່ນໍາມາເຂົ້າມາລໍ້ຖ້າການຂ້ານັ້ນ ຫາກຕາຍກະທັນຫັນ ແລ ໄດ້ການຢັ້ງຢືນວ່າ ແມ່ນພະຍາດໄຂ້ເລືອດດໍາ ຊາກສົບສັດ ຕ້ອງນໍາໄປເຜົາ, ບໍລິເວນດີນທີສັດຕາຍໃສ່ຕ້ອງໄດ້ຝົ່ນດ້ວຍຟອກໂມນ 10% ແລະຂຸດດິນ ປີ້ນຂື້ນ ແລ້ວ ຝົ່ນຟອກໂມນ 10% ອີກເທື່ອໜື່ງ ແລ້ວໂຮຍປູນຂາວປົກ ພ້ອມທັງອ້ອມດ້ວຍຮົ້ວທ່ໜາແຫ້ນຂອງບໍລິເວນກັ່ງກ່າວ.
  • ວີທີກາຍຂ້າສັດແມ່ນ ໃຫ້ຢູ່ໃຕ້ການຊີ້ນໍາຂອງພະນັກງານສັດຕະວະແພດ ໂດຍໃຊ້ຫລັກການທີ່ວ່າ ເຮັດບໍ່ໃຫ້ເລືອດໄຫລອອກຈາກໂຕສັດ ເຊັ່ນ:ໃຊ້ຄ້ອນຕີຫົວ. ຍິງດ້ວຍປືນຂາສັດ.
  • ຊາກສົບສັດ ຢູ່ໂຮງຂ້າສັດຕ້ອງໄດ້ທໍາລາຍດ້ວຍການເຜົາ, ສໍາລັດບ່ານຂ້າສັດຍ່ອຍຕ້ອງຝັງໂດຍໃຫ້ຂຸດຂຸມຝັງເລີກປະມານ 1,5 ແມັດ ຂື້ນໄປ ແລ້ວໂຮຍດ້ວຍປູນຂາວ.
  • ສະຖານທີ່ໆກັກຂັງສັດນັ້ນຕ້ອງໄດ້ທໍາການຂ້າເຊື້ອດ້ວຍຟອກໂມນ,ເດັດໂຕນ, ລີໂຊນ ແລະໂຮຍດ້ວຍປູນຂາວ 10 – 15 % ແລ້ວພັກຄອກໄວ້ຢ່າງໜ້ອຍ 1 ເດືອນ ກ່ອນຈະນໍາສັດໂຕອື່ນເຂົ້າມາໄດ້. ຂ້າງເທິງ

ມາດຕາ 30. ວ່າດ້ວຍກໍລະນີທີ່ພົບພະຍາດຮ້າຍແຮງໃນໂຮງຂ້າສັດ

  • ກໍລະນີທີ່ພົບຫລື ສົງໃສພະຍາດຮ້າຍແຮງໃນໂຮງຂ້າສັດ ເຊັ່ນ: ພະຍາດເຕົ້າໂຮມເລືອດ, ພະຍາດໄຂ້ເລືອດດໍາ, ພະຍາດໄຂ້ບ້ວມ, ພະຍາດປາກເປື່ອຍລົງເລັບ ຫລື ພະຍາດອະຫິວາໝູ, ພະນັກງານກວດກາອະນາໄມຊີ້ນມີສິດສັ່ງຢຸດການຂ້າສັດໂຕຕໍ່ໄປທັນທີພ້ອມທັງປະຕິບັດຕາມຫລັກການດັ່ງນີ້:ທໍາວາມສະອາດ ແລະຂ້າເຊື້ອບ່ອນຂ້າສັດ ດ້ວຍຟອກໂມນ 10-15% ທໍາລາຍຊາກສົບສັດ ດ້ວຍການເຜົາ ຢູ່ໃນບໍລິເວນ ໂຮງຂ້າສັດ, ເລືອດຕ້ອງຕົ້ມ ແລ້ວທໍາລາຍຖີ້ມ.
  • ອຸປະກອນຮັບໃຊ້ເຊັ່ນ: ມີດ, ພ້າ, ຂວນ, ຊາມ, ກະຕ່າ, ຂຽງ ແລະ ອື່ນໆ ຕ້ອງລ້າງດ້ວຍຢາຂ້າເຊື້ອ ເຊັ່ນ: ຟອກໂມນ 10% ຫລືໂຊດຽມໄຮດະຮົກໄຊ 5% ເຄື່ອງນຸງທີ່ຮັບໃຊ້ໃນການຂ້າສັດ ຕ້ອງນໍາໄປຕົ້ມ ໃນອຸນຫະພູມ 100.C (ອົງສາແຊນຊຽດ) ປະມານ 30 ນາທີ ສໍາລັບເຄື່ອງຢາງເຊັ່ນ: ເກີບໂບກ, ຊົບມື, ແພຢາງກັນເປື້ອນ… ໃຫ້ແຊ່ດ້ວຍຢາຂ້າເຊື້ອຈໍາພວກຟອກໂມນ ຫລື ເກຮຊິນ 1 – 2 % ຢ່າງໜ້ອຍ 1  ຊົ່ວໂມງຂື້ນໄປ.
  • ສໍາລັບພະນັກງານທີ່ພົວພັນກັບການຂ້າສັດ ທີ່ຕິດພະຍາດຈະຕ້ອງອາບນ້ໍາ ຫລື ທໍາຄວາມສະອາດຮ່າງກາຍ ດ້ວຍສະບູສະເຊື້ອ ແລະ ຕິດຕາມອາການ ຖ້າຜິດປົກກະຕິ ຈະຕ້ອງໄປຫາແພດດ່ວນ.
  • ເພື່ອຮັບປະກັນ ການຂ້າເຊື້ອ ໃຫ້ມີປະສິດທິພາບ, ສໍາລັບພະຍາດໄຂ້ເລືອດດໍາຕ້ອງໄດ້ປິດໂຮງຂ້າສັດ ຢ່າງໜ້ອຍ 15 ວັນສ່ວນພະຍາດອະຫິວາໝູ, ພະຍາດໄຂ້ບວມ ແລະ ພະຍາດເຕົ້າໂຮມເລືອດ ຕ້ອງໄດ້ປິດໂຮງຂ້າສັດຢ່າງໜ້ອຍ 3 ວັນ. ຂ້າງເທິງ

ມາດຕາ 31. ວ່າດ້ວຍກໍລະນີທີ່ພົບພະຍາດອື່ນໆໃນໂຮງຂ້າສັດ
   ນອກຈາກພະຍາດສັດທີຕິດແປດຮ້າຍແຮງຊື່ງໄດ້ກໍານົດໄວ້ໃນມາດຕາ 29 ຂອງກໍານົດໝາຍເຕັກນິກສະບັບນີ້ແລ້ວ. ທາງກົງລ້ຽງສັດ ແລະ ການປະມົງ ຍັງໄດ້ກໍານົດຫ້າມຂ້າສັດ ທີ່ເປັນພະຍາດບາງຊະນິດ ຕື່ມອີກຊື່ງເຫັນວ່າເປັນອັນຕະລາຍຕໍ່ສຸກຂະພາບຂອງຄົນ ແລະ ສັດ ຊື່ງລວມມີພະຍາດດັ່ງລຸ່ມນີ້:

  • ໂລກລະບາດ (Rinkderpest, Aujesky’s disease, Infectious bovine rinotrachetis, Contagious bovine Pleuropneumonia, Tuberulosis, Rabies, Brucelosis, Tetanus, Swine erysipelas, Atrophic rhinitis, Salmonellosis, ສັດທີ່ມີໄຂ້ສູງ, ສັດທີ່ມີລັກສະນະໄຄ່ບວມໝົດໂຕ, ສັດທີ່ຈ່ອຍຜອມຫລາຍ, ສັດທີຖືພາ ຫລື ສັດທີ່ເກີດລູກໃຫມ່, ສັດທີ່ເປັນບາດແຜ, ຜີໜອງທົ່ວໄປຕາມຮ່າງກາຍ ແລະ ສັດ ທີ່ຮັບການສັກຢາວັກຊິນແລ້ວແຕ່ຍັງບໍ່ເຖິງ 21 ວັນ
  • ໃນກໍລະນີພົບພະຍາດສັດ ແລະ ສັດທີ່ມີລັກສະນະອາການທີ່ກ່າວມາຂ້າງເທິງນີ້ຖືວ່າບໍ່ເໝາະສົມ ທີ່ຈະນໍາຊີ້ນສັດດັ່ງກ່າວໄປບໍລິໂພກ.
  • ໃນກໍລະນີພົບພະຍາດໃບໄມ້ໃນຕັບ, ສານໃນຊີ້ນ, E.coli, Actinomycosis, Mastitis, Paratuberculosis ແລະ Botulism, ໃຫ້ພະນັກງານກວດກາອະນາໄມຊີ້ນທີ່ປະຈໍາຢູ່ໂຮງຂ້າສັດເປັນຜູ້ຕັດສິດໃນການອະນຸຍາດ ນໍາເອົາຊີ້ນສັດດັ່ງກ່າວນັ້ນໄປບໍລິໂພກຫລືທໍາລາຍຖິ້ມໝົດໂຕ ຫລື ບາງສ່ວນຕາມຫລັກວິຊາການຂອງສັດຕະວະແພດ. ໃນກໍລະນີທີ່ຈໍານໍາໄປບໍລິໂພກຕ້ອງໄດ້ຕົ້ມໃຫ້ສຸກດີ ຈື່ງສາມາດນໍາໄປລໍລິໂພກໄດ້ ແລະ ການຕົ້ມຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງພະນັກງານສັດຕະວະແພດ. ຂ້າງເທິງ

ມາດຕາ 32. ວ່າດ້ວຍກໍລະນີພົບສານໃນຊີ້ນ

  • ກໍລະນີພົບເຫັນສານໃນຊີ້ນ: ຊີ້ນແກ້ມ, ຊີ້ນກ້ອງລີ້ນ, ຊີ້ນຝາຜະໜັງຈໍານວນ 3 ເມັດຂື້ນໄປໃນການປາດບາດໜື່ງຂອງພະນັກງານກວດກາອະນາໄມຊີ້ນ (ປະມານ 40 ຊຕມ2 (ຊັງມີແມັດມົນທົນ) ການອະນຸຍາດນໍາເອົາຊີ້ນຂອງສັດໂຕນັ້ນໄປຈໍາໜ່າຍສຸກ ຫລື ທໍາລາຍຖິ້ມ ແມ່ນຂື້ນກັບການຕັດສິນຂອງພະນັກງານກວດກາອະນາໄມຊີ້ນ.
  • ຖ້າໃນກໍລະນີຈໍາໜ່າຍສຸກຕ້ອງຕັດຊີ້ນໃຫ້ເປັນຕ່ອນ ຊຶ່ງມີຄວາມໜາບໍ່ໃຫ້ກາວຍ 10 ຊຕມ (ຊັງຕີແມັດ). ແລ້ວນໍາໄປຕົ້ມາຈົນຟົດຢ່າງໜ້ອຍ 30 ນາທີຈຶ່ງສາມາດນໍາໄປຈໍາໜ່າຍໄດ້.
  • ກໍລະນີພົບເຫັນສານໃນຊີ້ນລຸດ 3 ເມັດລົງມາໃນການປາດບາດໜຶ່ງຂອງພະນັກງານກວດກາອະນາໄມ ຊີ້ນຈະຕ້ອງໄດ້ປາດເບິ່ງຊີ້ນສັນ, ຊີ້ນກ້ອນຕື່ມອີກຖ້າຍັງພົບເຫັນຍັງຈະຕ້ອງໄດ້ນໍາໄປຕົ້ມໃຫ້ສຸກເໝືອນກັນ ຈຶ່ງສາມາດນໍາໄປຈໍາໜ່າຍໄດ້, ການຕົ້ມຕ້ອງຢູ່ພາຍໃຕ້ການຄຸ້ມຄອງຂອງສັດຕະວະແພດ.

ມາດຕາ 33. ວ່າດ້ວຍການປະຕິບັດການຂ້າສັດຢູ່ບ່ອນຂ້າສັດຍ່ອຍ
   ໃນກໍລະນີການຂ້າສັດຢູ່ບ່ອນຂ້າສັດຍ່ອຍໃຫ້ປະຕິບັດຕາມກົດລະບຽບກ່ຽວກັບການຄູ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ເລກທີ່ 0004/ກປ ລົງວັນທີ່ 02/01/97 ໃນມາດຕາ 28, 29 ສ່ວນມາດຕາ 30 , 31 ແມ່ນອີງໃສເງື່ອນໄຂຕົວຈິງຢູ່ແຕ່ລະບ່ອນຂອງບ່ອນຂ້າສັດຍ່ອຍ ແຕ່ຕ້ອງຮັບປະກັນຫລັກການອະນາໄມ ເປັນຕົ້ນຕໍ, ຮັບປະກັນສຸກຂະພາບຂອງຜູ້ບໍລິໂພກ ຫລີກເວັ້ນການຕິດແປດພະຍາດຈາກ ສັດ ຫາ ສັດ ແລະ ຈາກສັດຫາຄົນ. ຂ້າງເທິງ

ມາດຕາ 34. ສໍາລັບນ້ໍາເມິກ ແລະ ກາຈ້ໍາຊີ້ນ

  1. ນ້ໍາເມິກທີ່ນໍາໃຊ້ເພື່ອຈ້ໍາຊີ້ນ

   ນ້ໍາເມິກທີ່ນໍາໃຊ້ເພື່ອຈ້ໍາຊີ້ນນັ້ນ ຕ້ອງແມ່ນນ້ໍາເມິກສະເພາະ ຊື່ງຈະບໍ່ມີຜົນສະທ້ອນ ຕໍ່ຄຸນນະພາບຂອງຊີ້ນ, ບໍ່ມີກິ່ນ, ສີ ບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຜູ້ບໍລິໂພກ ຊື່ງມີສູດດັ່ງນີ້:

                     Violet       Red

Violet Methylene      2,02 g     
Amarant                          10,1 g
Glyerine (ສົດ)         40,55 g     30,3 g
Alcooh Rekificate 96.  10,10 g     10,10 g
Sugar                0,10 g
Destilled Water       47,23 ml    49,5 ml

  1. ກາຈ້ໍາຊີ້ນ (ຊະນິດ, ຂະໜາດ ແລະ ເຄື່ອງໝາຍ)
  • ຊະນິດກາຈ້ໍາຊີ້ນ:

   ກາຈ້ໍາສໍາລັບຊີ້ນໄດ້ກໍານົດອອກ 3 ຊະນິດຕ່າງກັນຄື:

1/. ກາມົນ.
2/. ກາສາມຫລ່ຽມ.
3/. ກາສີ່ຫລ່ຽມຈະຕຸລັດ.

  • ຂະໜາດຂອງກາຈໍ້າຊີ້ນ:

   ກາຈ້ໍາສໍາລັບຊີ້ນແຕ່ລະຊະນິດຕ້ອງມີຂະໜາດດັ່ງນີ້:

1/. ກາມົນ: ຕ້ອງມີລວງຍາດເສັ້ນຜ່າສູນກາງ 5 ຊັງຕີແມັດ (ຊຕມ)
2/. ກາສາມຫລ່ຽມ: ຕ້ອງມີຂ້າງສະເໝີກັນທັງສາມຂ້າງ ແລະ ເສັ້ນຕັ້ງສາກຕ້ອງມີລວງຍາດ 5 ຊັງຕີແມັດ (ຊຕມ)

ໝາຍເຫດ: ກາມົນ ແລະ ກາສາມຫລ່ຽມຕ້ອງເຮັດເປັນ ຂອບແທກແຕ່ນອກເຂົ້າໃນໃຫ້ໄດ້ 1 ຊັງຕີແມັດ (ຊຕມ).

3/. ກາສີ່ຫລ່ຽມຈະຕຸລັດ: ຕ້ອງມີຂ້າງສະເໝີກັນທັງສີ່ຂ້າງ ແລະ ແຕ່ລະຂ້າງຕ້ອງມີລວງຍາວ 5 ຊັງຕີແມັດ (ຊຕມ).

  • ເຄື່ອງໝາຍຂອງກາຈໍ້າຊີ້ນ:

   ກາຈ້ໍາສໍາລັບຊີ້ນແຕ່ລະຊີ້ນ ແຕ່ລະຊະນິດຕ້ອງປະກອບ ດ້ວຍເຄື່ອງໝາຍເປັນຕົວໜັງສື ດັ່ງນີ້:

1/. ກາມົນ:

  • ເບື້ອງເທິງ: ຕ້ອງຂຽນ “ກົມລ້ຽງສັດ ແລະ ການປະມົງ” ໃສ່.
  • ໃຈກາງ: ຕ້ອງຂຽນຊື່ “ໂຮງຂ້າສັດ ຫລື ບ່ອນຂ້າສັດຍ່ອຍ” ໃສ່
  • ເບື່ອງລຸ່ມ: ຕ້ອງຂຽນ “ໜ່ວຍກວດກາອະນາໄມຊີ້ນ” ໃສ່

2/. ກາສາມຫລ່ຽມ:

  • ຫລ້ຽມຂ້າງຊ້າຍ: ຕ້ອງຂຽນ “ກົມລ້ຽງສັດ ແລະ ການປະມົງ” ໃສ່.
  • ຫລ້ຽມຂ້າງຂວ້າ: ຕ້ອງຂຽນຊື່ “ໂຮງຂ້າສັດ ຫລື ບ່ອນຂ້າສັດຍ່ອຍ” ໃສ່
  • ຫລ້ຽມຂ້າງລຸ່ມ: ຕ້ອງຂຽນ “ໜ່ວຍກວດກາອະນາໄມຊີ້ນ” ໃສ່

ໝາຍເຫດ:

  • ຕົວໜັງສືຂຽນໃສ່ ກາມົນ ແລະ ກາສາມຫລ່ຽມ ຕ້ອງມີຂະໜາດເທົ່າກັບ 2 ມີລີແມັດ (ມມ).

3/. ກາສີ່ຫລ່ຽມຈະຕຸລັດ:

  • ຕ້ອງຂຽນ “ຫ້າມບໍລິໂພກ” ໃສ່ເຄິ່ງກາງຂອງກາຈໍ້າ.
  • ຂະໜາດຂອງຕົວໜັງສືທີ່ຂຽນໃສ່ຕ້ອງເທົ່າກັບ 5 ມິລີແມັດ (ມມ)

ຮູບສະແດງຂອງກໍາຈ້ໍາຊີ້ນ:


ຂ້າງເທິງ

3. ຄວາມໝາຍຂອງປະເພດກາຈ້ໍາຊີ້ນ:

1/. ກາມົນ: ໝາຍເຖິງກາຈໍ້າຊີ້ນທີ່ມີຄຸນນະພາບ, ປອດຈາກພະຍາດສັດ ແລະ ສາມາດນໍາໄປບໍລິໂພກໄດ້ ໂດຍບໍ່ມີຂໍ້ຈໍາກັດໃດໝ“ໆ
2/. ກາສາມຫລ່ຽມ: ໝາຍເຖິງກາຈໍາຊີ້ນ ທີ່ສາມາດນໍາໄປຈໍາໜ່າຍໄດ້ ແຕ່ຕ້ອງໄດ້ຜ່ານການຕົ້ມ ຫລື ປຸ່ງແຕ່ງເປັນອາຫານສຸກ ຈື່ງສາມາດນໍາໄປບໍລິໂພກໄດ້.
3/. ກາສີ່ຫລ່ຽມ: ໝາຍເຖິງກາຈ້ໍາຊີ້ນ ທີ່ບໍ່ອະນຸຍາດໃຫ້ນໍາໄປບໍລິໂພກໄດ້.ຂ້າງເທິງ

4. ສີຂອງກາຈ້ໍາ:

1/. ນ້ໍາເມິກສີຟ້າ: ໝາຍເຖິງຊີ້ນ ຄວາຍ, ແກະ ແລະ ແບ້.
2/. ນ້ໍາເມິກສີແດງ: ໝາຍເຖິງຊີ້ນ ງົວ ແລະ ໝູ. ຂ້າງເທິງ

5. ບ່ອນທີ່ຈໍາກາຊີ້ນສັດປະເພດຕ່າງໆ

1/. ງົວ, ຄວາຍ: ຊາດສັດແຕ່ລະເຟື້ອງ (ເຄິ່ງໂຕ) ຕ້ອງຈ້ໍາກາໃສ່ 8 ຈຸດ ເຊັ່ນ: ຊີ້ນສັນຫລັງ, ຊີ້ນສັນຫລັງ, ຊີ້ນສັນສ່ວນແອວ, ຊີ້ນຂາຫັລງ ແລະ ຊີ້ນຂາໜ້າ ທັງເບື່ອງນອກ ແລະ ໃນບ່ອນລະ 1 ກາ.
2/. ໝູ, ແກະ ແລະ ແບ້ ຕ້ອງຈ້ໍາກາໃສ່ 6 ຈຸດ ເຊັ່ນ: ຊີ້ນສັນຫລັງ, ຊີ້ນຂາຫລັງ ແລະ ຊີ້ນຂາໜ້າ ທັງເບື່ອງນອກ ແລະ ໃນ ບ່ອນລະ 1 ກາ. ຂ້າງເທິງ

ມາດຕາ 35. ວ່າດ້ວຍການປະຕິບັດຕໍ່ຊາກສັດ ທີ່ຕິດພະຍາດ ຕິດແປດຮ້າຍແຮງ

   ຕໍ່ຊາກສັດທີ່ຕິດພະຍາດ ຕິດແປດຮ້າຍແຮງ ຕ້ອງແມ່ນສັດຕະວະແພດເປັນຜູ້ຄຸ້ມຄອງໃນການທໍາລາຍຢ່າງເຄັ່ງຄັດ ໂດຍບໍ່ປະປ່ອຍ ໃຫ້ເຈົ້າຂອງຊາກສັດນໍາໄປທໍາລາຍຕາມລໍາພັງດ້ວຍຕົນເອງ. ຂ້າງເທິງ

ມາດຕາ 36. ໃບນໍາສົ່ງຊີ້ນ, ຊິ້ນສ່ວນ ແລະ ເຄື່ອງໃນ

   ຊີ້ນ, ຊິ້ນສ່ວນ ແລະ ເຄື່ອງໃນຕ່າງໆ ທີ່ຈະນໍາມາຈໍາຫນ່າຍໃນທ້ອງຕະຫລາດ ຕ້ອງມີໃບນໍາສົ່ງຈາກໂຮງຂ້າສັດ ຫລື ບ່ອນຂ້າສັດຍ່ອຍ ຕາມແບບຟອມ ສ.006. ຂ້າງເທິງ

ມາດຕາ 37. ການຂ້າສັດ ເພື່ອກິນໃນງານບຸນຕາມປະເພນີ

  • ການຂ້າສັດເພື່ອກິນໃນງານບຸນຕາມປະເພນີຕ່າງໆ ເຊັ່ນ: ກິນລ້ຽງ, ກິນດອງ, ກິນຮີດ, ຕ້ອງໄດ້ຮັບອະນຸຍາດຈາກນາຍບ້ານເສຍກ່ອນ ຄວນແມ່ນສັດທີ່ມີສຸກຂະພາບແຂງຮງ, ຕຸ່ຍພີດີ ໄດ້ຮັບການກວດກາ ຈາກສັດຕະວະແພດບ້ານ. ຊີ້ນ, ຊິ້ນສ່ວນ ແລະ ເຄື່ອງໃນດັ່ງກ່າວ ຈະຕ້ອງໄດ້ກິນຢູ່ກັບທີ່.
  • ໃສກໍລະນີບໍ່ມີສັດຕະວະແພດບ້ານ ນາຍບ້ານຈະຕ້ອງເປັນຜູ້ຢັງຢືນ. ຊີ້ນ, ຊິ້ນສ່ວນ ລະເຄື່ອງໃນດັ່ງກ່າວຈະຕ້ອງໄດ້ກິນຢ່ກັບທີ່ເຊັ່ນດຽວກັນ.
  • ໃນກໍລະນີທີ່ຂ້າສັດແລ້ວ ຈະນໍາໄປບໍລິໂນກຢູ່ສະຖານທີ່ອື່ນ ຕ້ອງກວດກາຈາກສັດຕະວະແພດບ້ານ ໂດຍໄດ້ຮັບການຢັ້ງຢືນຈາກນາຍບ້ານ ຫລື ໃນກໍລະນີ ບໍ່ມີສັດຕະວະແດບ້ານກໍ່ແມ່ນ ນາຍບ້ານເປັນຜູ້ຢັ້ງຢືນໃຫ້ ແລະ ຫ້າມເດັດຂາດບໍ່ໃຫ້ເອົາຊີ້ນດັ່ງກ່າວໄປຈໍາໜ່າຍ. ຂ້າງເທິງ

ມາດຕາ 38. ວ່າດ້ວຍການລັກລອບຂ້າສັດ
   ກົມລ້ຽງສັດ ແລະ ການປະມົງ ຫລື ພະແນກກະສິກໍາ ແລະ ປ່າໄມ້ແຂວງ, ກໍາແພງນະຄອນ ຫລື ເຂດພິເສດ ກໍານົດອອກວ່າ ການລັກລອບຂ້າສັດ ແມ່ນໝາຍເຖິງການຂ້າສັດປະເພດງົວ, ຄວາຍ, ໝູ ຢູ່ຕາມບ້ານເຮືອນ ຫລື ສໍານັກງານອົງການຕ່າງໆ ແລ້ວ ນໍາເອົາຜະລິດຕະພັນ ຈາກສັດທີ່ຂ້ານັ້ນ ໄປຈໍາໜ່າຍເປັນສິນຄ້າ ໂດຍບໍ່ໄດ້ຮັບອະນຸຍາດ ຈາກອໍານາດການປົກຄອງ  ແລະ ຜ່ານການກວດກາອະນາໄມຊີ້ນ ຈາກພະນັກງານສັດຕະວະແພດ ທີ່ຮັບຜິດຊອບຢູ່ໃນພື້ນທີ່ນັ້ນ. ຂ້າງເທິງ

ໝວດທີ 6
ຂໍ້ກໍານົດວ່າດ້ວຍການຄັດເລືອກສັດໄວ້ເພື່ອຮັກສາພັນ

ມາດຕາ 39. ວ່າດ້ວຍການກໍານົດ ເຂດຮັກສາພັນສັດພື້ນເມືອງ
   ການກໍານົດເຂດບໍາລຸງພັນສັດພື້ນເມືອງ ມີເປົ້າໝາຍໃນການອະນຸລັກ ແລະ ຮັກສາແນວພັນພື້ນເມືອງໄວ້ ບໍ່ໃຫ້ທໍາລາຍຍ້ອນຜົນກະທົບ ຂອງການພັດທະນາການລ້ຽງສັດ. ເຂດທີ່ຈະກໍານົດເປັນເຂດບໍາລຸງ ແລະ ຮັກສາແນວພັນພື້ນເມືອງນັ້ນ ຈະຕ້ອງມີການສໍາຫລວດລະອຽດ ແລະ ມີຂໍ້ມູນຈະແຈ້ງ. ພາຍຫລັງທີ່ໄດ້ກໍານົດເຂດ ແລ້ວຕ້ອງປະຕິບັດຕາມຫລັກການດັ່ງຕໍ່ໄປນີ້:

  • ຄັດເລືອກສັດໄວ້ເປັນພັນ
  • ຕອນໂຕຜູ້ທີ່ເຫລືອຈາກການຄັດເລືອກ.
  • ຫ້າມນໍາສັດທີ່ຖືກຄັດເລືອກອອກຈກາເຂດສະຫງວນ ຖ້າບໍ່ໄດ້ຮັບອະນຸຍາດ ຈາດເຈົ້າໜ້າທີ່ໆກ່ຽວຂ້ອງ, ຫ້າມນໍາເອົາພັນສັດຊະນິດໃຫມ່ເຂົ້າໄປໃນເຂດສະຫງວນພັນສັດ. ເຂດສະຫງວນແນວພັນສັດ ເຊັ່ນ: ງົວ, ຄວາຍ ແລະ ໝູ ແມ່ນເອົາເຂດພຸດ້ວຍ ແຕ່ຈະແມ່ນບ່ອນໃດນັ້ນ ກົມລ້ຽງສັດ ແລະ ການປະມົງ ຈະກໍານົດຕາມພາຍຫັລງ. ຂ້າງເທິງ

ມາດຕາ 40. ວ່າດ້ວຍການຄັດເລືອດສັດເພື່ອຮັກສາພັນ

  1. ງົວ - ຄວາຍ ທີ່ຈະຄັດເລືອກໄວ້ເປັນແນວພັນ ຕ້ອງມີລັກສະນະ ດັ່ງນີ້:
  • ງົວ ອາຍຸ 1 ປີຂື້ນໄປ, ໂຕຜູ້ຕ້ອງສູງ 1,2 ແມັດ ຂື້ນໄປ ແລະ ໂຕແມ່ ຕ້ອງສູງ 1,1 ແມັດຂື້ນໄປ.
  • ຄວາຍ ອາຍຸ 1 ປີຂື້ນໄປ, ໂຕຜູ້ຕ້ອງສູງ 1,3 ແມັດຂື້ນໄປ ແລະ ໂຕແມ່ ຕ້ອງສູງ 1,25 ແມັດຂື້ນໄປ.
  • ການແທກຕ້ອງແທກແຕ່ດິນ (ບ່ອນຕີນສຸດ) ຫາ ບ່ອນໜອກສຸດ.
  • ງົວ ອາຍຸ 1 ປີ ນ້ໍາໜັກຕ້ອງຢູ່ລະຫ່ວາງ 100 – 120 ກິໂລກຣາມ, ອາຍຸ 18 ເດືອນ ນ້ໍາໜັກ ຕ້ອງຢູ່ລະຫ່ວາງ 120 – 150 ກິໂລກຣາມ ແລະ ອາຍຸ 2 ປີ ຂຶ້ນໄປ ນ້ໍາໜັກຫລຸດໂຕຜູ້ 10%
  • ຄວາຍ ອາຍຸ 1 ປີ ນ້ໍາໜັກຕ້ອງຢູ່ລະຫວ່າງ 130 -150 ກິໂລກຣາມ ອຸຍາ 18 ເດືອນ ນ້ໍາໜັກ 150 – 180 ກິໂລກຣາມ ແລະ ອາຍຸ 2 ປີ ຂື້ນໄປ ນ້ໍາໜັກຕ້ອງຫລາຍກວ່າ 200 ກິໂລກຣາມ.
  1. ງົວ - ຄວາຍ ທີ່ຈະຮັກສາໄວ້ ເປັນແນວພັນ ຕ້ອງເປັນສັດ ທີ່ບໍ່ມີນິໃສຮ້າຍ, ແຫ, ບໍ່ມີພະຍາດແປດ ແລະ ພະຍາດທີ່ກ່ຽວຂ້ອງທາງດ້ານກໍາມະພັນ, ມີສຸກຂະພາບແຂງແຮງດີ ແລະ ມີລັກສະນະຮູບຊົງສົມສ່ວນດີ. ພາຍຫລັງທ່ເຈົ້າໜ້າທີ່ໆກ່ຽວຂ້ອງ ໄດ້ຄັດເລືອກສັດ ໄວ້ເປັນພັນແລ້ວ, ສັດໂຕດັ່ງກ່າວ ຈະຕ້ອງໄດ້ຖືກລົງທະບຽນ ແລະ ຈ້ໍາເຄື່ອງໝາຍໂຕ (ສ) ໃສ່ສະໂພກ 2 ຂ້າງດ້ວຍເຫລັກຮ້ອນພາຍຫລັງທີ່ໄລ່ການດຸ່ນດ່ຽງ ລະຫວ່າງໂຕຜູ້ກັບໂຕແມ່ ໄດ້ແລ້ວ, ໂຕຜູ້ທີ່ເຫລືອຈາກການຄັດເລືອກ ແລະ ການດຸ່ນດ່ຽງ ຕ້ອງໄດ້ຕອນ ຫລື ຂາຍອອກ.
  2. ຂໍ້ຫ້າມ ສໍາລັບສັດ ທີ່ຖືກຄັດເລືອກໄວ້ ເພື່ອຮັກສາພັນ, ໃຫ້ປະຕິບັດຕາມມາດຕາ 48 ຂອງກົດລະບຽບກ່ຽວກັບການຄຸ້ມຄ້ອງສັດລ້ຽງໃນ ສ.ປ.ປ.ລາວ ເລກທີ່ 0004/ກປ ລົງວັນທີ່ 02/01/97 ວ່າດ້ວຍຫົວຂໍ້ຫ້າມຕໍ່ສັດທີ່ໄດ້ຮັບການຮັກສາໄວ້ເປັນພໍ່ແມ່ນພັນ.
  3. ເຈົ້າຂອງສັດອາດຈະຂໍຍົກເລີກ ຈາກການເປັນສັດ ສະຫງວນພັນໄດ້ ເມື່ອສັດມີລັກສະນະບໍ່ດີ ສະແດງອອກ. ໃຫ້ປະຕິບັດຕາມມາດຕາ 49 ຂອງກົດລະບຽບ ກ່ຽວກັບການຄຸ້ມຄອງສັດລ້ຽງ ໃນ ສ.ປ.ປ.ລາວ ເລກທີ່ 0004/ກປ ລົງວັນທີ່ 02/01/97 ວ່າດ້ວຍການຂໍອະນຸຍາດລົບລ້າງ ການເປັນພໍ່ພັນສັດ. ເມື່ອໄດ້ຮັບການຖອນອອກຈາກການເປັນ ພໍ່ພັນແລ້ວ ພະນັກງານທີ່ກ່ຽວຂ້ອງ ຈະປະທັບຕາ ໂຕ (ຖ) ໃສ່ໃບທະບຽນ ແລະ ມີໃບຢັ້ງຢືນຈາກໜ່ວຍງານ ທີ່ກ່ຽວຂ້ອງ. ສັດໂຕດັ່ງກ່າວ ຈະຕ້ອງຂ້າ ຫລື ຕອນຖ້າຫາກຢາກລ້ຽງຕໍ່ລໍຖ້າໂອກາດຂາຍ. ໃນກໍລະນີ ທີ່ເຈົ້າຂອງສັດ ມີການຍົກຍ້າຍອອກຈາກເຂດສະຫງວນ, ສັດຂອງຕົນເອງ ຈະຕ້ອງໄດ້ຮັບຄວາມເຫັນດີຈາກເຈົ້າໜ້າທີ່ໆກ່ຽວຂ້ອງ ວ່າອະນຸຍາດເຄື່ອນຍ້າຍ ຫລື ຈະຕ້ອງຊື້ໄວ້ໃນເຂດ ເພື່ອເຮັດແນວພັນຕໍ່ໄປ.
  4. ວ່າດ້ວຍນະໂຍບາຍຕໍ່ຜູ້ລ້ຽງສັດ ສະຫງວນພັນ ພໍ່ພັນ ແລະ ແມ່ພັນ ຕ້ອງໄດ້ຮັບສດເປັນພິເສດ ຄື: ໄດ້ຮັບການສັກຢາ ປ້ອງກັນພະຍາດ ໂດຍບໍ່ໄດ້ເສັຽຄ່າ. ການໂອນກໍາມະສິດ ຂອງສັດ ທີ່ຖືກສະຫງວນພັນ ແມ່ນສາມາດເຮັດໄດ້ ໃນເຂດສະຫງວນພັນ. ການໂອນແຕ່ລະຄັ້ງ ຈະຕ້ອງໄດ້ລາຍງານ ໃຫ້ເຈົ້າໜ້າທີ່ໆ ກ່ຽວຂ້ອງ ເພື່ອສະດວກໃນການຕິດຕາມ.ຂ້າງເທິງ

ຄໍາຈໍາກັດຄວາມ

ສູນລ້ຽງສັດ ແລະ ການປະມົງ:
 

ພະນັກງນ ລ້ຽງສັດ ແລະ ການປະມົງ:
 

ດ່ານກວດກາສັດ:
 

ສາຍກວດສັດຕະວະແພດ:

 

ສັດລ້ຽງ:
 

ຜະລິດຕະພັນສັດ:
 

ອາຫານສັດ:
 

ຢາສໍາລັບສັດ:

ໃບທະບຽນພິມສັດ:


 

ໃບຢັ້ງຢືນກໍາມະພັນສັດ:
 

ເຄື່ອງໝາຍສັດ:

 

ສັດແນວພັນ:
 

ການໂອນກໍາມະສິດ:
 

ການປັບປຸ່ງສາຍພັນສັດ:
 

ເຂດຮັກສາພັນສັດ:


 

ການຕອນສັດ:
 

ກະປະສົມພັນທຽມ:


 

ໂຮງຂ້າງສັດ:


 

ບ່ອນຂ້າສັດຍ່ອຍ:



ກັອກນ້ໍາທີ່ມີລະບົບປິດເປີດ ທີ່ບໍ່ໃຊ້ດ້ວຍມື:
 

ຊາກສັດ:

ຊາກສັດທີ່ກິນໄດ້:

 

ຊາກສັບສັດ:

ໂລກລະບາດສັດ:

 

ເຂດໂລກລະບາດ:

 

ການສ່ຽງໄພຕໍ່ຝູງສັດລ້ຽງ:
 

ການເກັບຊິ້ນສ່ວນຕົວຢ່າງ:


 

ສານໃນຊີ້ນ:

-    ໝາຍເຖີງສະຖານທີ ທາງລັດຖະການດ້ານການລ້ຽງສັດ ແລະ ການປະມົງ
ກ່ຽວກັບການຮັກສາສຸຂະພະບສັດລ້ຽງ ຂອງປະຊາຊົນບັນດາເຜົ່າ.

-    ໝາຍເຖິງພະນັກງານສັກກັດລັດ ຊຶ່ງໄດ້ຮັບສິດໃຫ້ປະຕິບັດວຽກງານວິຊາສະເພາະ
ໃດໜຶ່ງທີ່ແນ່ນອນ.

-    ໝາຍເທິງສະຖານທີ່ເຮັດວຽກຂອງພະນັກງານລ້ຽງສັດ ແລະ ການປະມົງເຊິງ ນໍາໃຊ້ເປັນສະຖານທີ່ຄວບຄຸມການເຄື່ອນຍ້າຍສັດ, ຜະລິດຕະພັນສັດອີກ.

-    ໝາຍເຖິງພະນັກງານລ້ຽງສັດ ແລະ ການປະມົງ ຜູ້ໃດຜູ້ໜຶ່ງ ແຕ່ງຕັ້ງໃຫ້ເປັນເຈົ້າໜ້າທີ່.
ທໍາການຕະເວນກວດກາ ການປະຕິບັດກົດລະບຽບກ່ຽວກັບການຄຸ້ມຄອງສັດລ້ຽງໃນ ສ.ປ.ປ.ລາວ
ຊຶ່ງຖຶກແຕ່ງຕັ້ງໂດຍ ຫົວໜ້າກົມລ້ຽງສັດ ແລະ ການປະມົງ.

-    ໝາຍເຖິງສັດປະເພດ: ຊ້າງ, ມ້າ, ງົວ, ຄວາຍ, ໝູ, ແກະ, ແບ້, ລໍ, ລາ, ໝາ, ແມວ,
ສັດປີກທີ່ຄົນນໍາມາລ້ຽງ.

-    ໝາຍເຖິງຜະລິດຕະພັນສັດ ຫລື ເປັນຊີ້ນສ່ວນທີ່ໄດ້ມາຈາກຕົວສັດເອງ ເຊັ່ນ: ນົມ, ໄຂ່, ຊີ້ນ,
ໜັງ, ກະດູກ, ເລືອດ, ຫົວ, ແຂ່ງ, ຕີນ, ເຄື່ອງໃນຕ່າງໆ, ໄຂມັນ, ຂົນ, ເລັບ ແລະອື່ນໆ.

-    ໝາຍເຖິງວັດຖຸຕ່າງໆທີ່ນໍາມາໃຫ້ສັດກິນ ຊື່ງອາດຈະລວມເຖິງ ອາຫານເຂັ້ມຂຸ້ນ, ອາຫານ
ສໍາເລັດຮູບ ຫລື ທຸກໆທາດທີ່ມາປະກອບເປັນອາຫານສັດ.

-    ໝາຍເຖິງຢາຊະນິດຕ່າງໆທີ່ນໍາໃຊ້ສະເພາະສັດ.

-    ໝາຍເຖິງເອກະສານທີ່ຖືກຕ້ອງຕາມທາງການຂອງກົມລ້ຽງສັດ ແລະ ການປະມົງ ໃນຮູບແບບ
ທີ່ເປັນເອກະພາບໃນທົ່ວປະເທດ ຊຶ່ງມອບໃຫ້ແກ່ເຈົ້າ ຂອງສັດ ຫລັງຈາກສັດມີອາຍຸ 1 ປີຂື້ນໄປ
ເພື່ອຈຸດປະສົງໃນການຄຸ້ມຄອງສັດລ້ຽງ ແລະ ປົກປ້ອງສິຜົນ ປະໂຫຍດຂອງຊາວ ກະສິກອນ
ທີ່ເປັນເຈົ້າຂອງສັດລ້ຽງໃນ ສ.ປ.ປ.ລາວ.

-    ໝາຍເຖິງເອກະສານຢັ້ງຢືນ ທີ່ມາຂອງສາຍພັນສັດ ວ່າມາຈາກສາຍພັນໃດ ແລະ
ຍັງໄດ້ບອກເຖິງເປີເຊັນສາຍເລືອດຂອງສາຍພັນສັດນັ້ນອີກຊື່ງອອກໃຫ້ໂດຍປະເທດຕົ້ນທາງ.

-    ໝາຍເຖິງເອກະສານໃຊ້ເຄື່ອງໝາຍ ຫຼື ກາຈ້ໍາທີ່ເປັນລັກສະນະສະເພາະ ຊື່ງຮັບຮອງ ແລະ
ກໍານົດອອກໂດຍກົມລ້ຽງສັດ ແລະ ການປະມົງຊື່ງປະກອບດ້ວຍກາຕິດຕ້າງຫູູ, ການໃຊ້ນ້ໍາ
ສີແຕ້ມທີ່ໂຕ ຂອງສັດ ຫຼື ໃຊ້ເຫລັກເຜົາໄຟດາດລົງທີ່ ໂຕຂອງສັດ ຫລື ວິທີການອື່ນໆ.

-    ໝາຍເຖິງສັດທີ່ຖືກຄັດເລືອກໄວ້ ເພື່ອເປັນ ພໍ່ແມ່ ພັນ ຫລື ປັບປຸງພັນ ຫລື ຂະຫຍາຍພັນ
ຊື່ງທາງການຈະໄດ້ເຮັດເຄື່ອງໝາຍໄວ້ທີ່ກະໂທ້ຍກົ້ນຂອງສັດດັ່ງກ່າວ.

-    ໝາຍເຖິງການປ່ຽນເຈົ້າຂອງ ຫື ຜູ້ຄອບຄອງສັດ ເຊັ່ນ: ການແລກປ່ຽນ, ຊື້, ຂາຍ ຫຼື ການສືບ
ມູນມໍລະດົກໂດຍ ແມ່ນນາຍບ້ານເປັນຢັ້ງຢືນໃຫ້.

-    ໝາຍເຖິງການປັບປຸງສາຍພັນສັດ ໃດນື່ງໂດຍໃຊ້ວິທີການປະສົມພັນສັດໃຫ້ດີຂື້ນກວ່າເກົ່າ
ຫຼື ໃຊ້ວິທີການທາງວິທະຍາສາດ ຊື່ງໄດ້ຄັດເລືອກເອົາໂດຍອົງການກ່ຽວຂ້ອງ.

-    ໝາຍເຖິງເຂດໃດເຂດໜື່ງ ຊຶ່ງອາດຈະນອນຢູ່ໃນບ້ານ, ເມືອງ, ຫຼື ແຂວງ ໃດແຂວງໜື່ງ
ຂອງປະເທດ ຊື່ງຜ່ານການສໍາຫລວດຕີລາຄາ ໂດຍນັກລ້ຽງສັດແລ້ວວ່າ: ມີສັດທີ່ເປັນຂອງ
ພື້ນເມືອງລາວແທ້ ແລະ ເຂດດັ່ງກ່າວ ຈະຖືກສະເໜີໃຫ້ເປັນເຂດຮັກສາພັນສັດພື້ນເມືອງນັ້ນ
ໄວ້ຊຶ່ງລັດຈະ ມີນະໂຍບາຍສົ່ງເສີມເພື່ອອະນຸລັກຮັກສາ, ຄົ້ນຄ້ວາ ແລະ ປັບປຸ່ງຂັ້ນຕໍ່ໄປ.

-    ໝາຍເຖິງການລົບລ້າງຄວາມສາມາໃນການຂະຫຍາຍພັນຂອງສັດຕາມວິທີການ
ດ້ານສັດຕະວະແພດ.

-    ໝາຍເຖິງການປະສົມພັນສັດ ດ້ວຍວິທີກໍາທາງວິທະຍາສາດ, ນໍານ້ໍາເຊືອຂອງສັດໂຕຜູ້
ສີດເຂົ້າທາງອະໄວຍະວະເພດຂອງສັດໂຕແມ່ ດ້ວຍເຄື່ອງມືສະເພາະ ແລ້ວຈະຊ່ວຍໃຫ້ສັດໂຕແມ່ນັ້ນ
ສາມາດຕັ້ງທ້ອງ ຫລື ຖືພາມານໄດ້ ໂດຍບໍ່ມີຄວາມຈໍາເປັນໃຫ້ສັດໂຕຜູ້ປະສົມພັນ
(ທັບ ຫລື ເຊີງ) ກັບໂຕແມ່ໂດຍກົງ.

-    ໝາຍເຖິງສະຖານທີ່ແຫ່ງໃດແຫ່ງນື່ງ ທີ່ກົມລ້ຽງສັດ ແລະ ການປະມົງ ໄດ້ກໍານົດ ແລະ
ອະນຸຍາດໃຫ້ເປັນບ່ອນຂ້າສັດ, ສ່ວຫລາຍໄດ້ຖືກຈັດຂື້ນຢູ່ຊານເມືອງ ແລະ ປະກອບດ້ວຍ
ໂຮງເຮືອນທີ່ແໜ້ນໜາ ແລະ ເຄື່ອງມື ອຸປະກອນທີ່ທັນສະໄໝ, ຊື່ງໃນແຕ່ລະມື້ຈໍານວນ
ສັດລ້ຽງຖືກນໍາເຂົ້າມາຂ້າປະຈໍາ ແລະ ມີຈໍານວນຫລາຍພໍສົມຄວນ.

-    ໝາຍເຖິງສະຖານທີ່ແຫ່ງໃດແຫ່ງນື່ງ ຊື່ງທາງພະແນກກະສິກໍາແລະ ປ່າໄມ້ແຂວງ, ກໍາແພງນະຄອນ
ຫຼື ເຂດພິເສດ ໄດ້ອະນຸຍາດໃຫ້ສ້າງຕັ້ງເປັນບ່ອນຂ້າສັດຊຶ່ງສິ່ງປຸກສ້າງຕ່າງໆ ບໍ່ຈໍາເປັນທັນສະໄໝຄົບຊຸດ,
ຈໍານວນສັດທີ່ນໍາມາຂ້າ ກໍ່ມີຈໍານວນໜ້ອຍ ຫລື ບໍ່ສະໝ່ໍາ ສະເໝີ.

-    ໝາຍເຖິງກັອກນ້ໍາທີ່ນໍາໃຊ້ໃນ ບ່ອນຂ້າສັດ ຫລື ຄົວສັດ ເພື່ອປະຕິບັດ ໃຫ້ຖືກຕ້ອງຕາມຫ
ລັກອະນາໄມ ຕ້ອງໃຊ້ດ້ວຍກັອກນ້ໍາ ທີ່ມີລະບົບການປີດເປິດດ້ວຍແຂນ ຫລື ດ້ວຍຕີນ.

-    ໝາຍເຖິງ ສັດທີ່ຖືກຂ້າ ແລະ ຕົບແຕ່ງແລ້ວຊື່ງສາມາດນໍາໄປປຸງແຕ່ງເພື່ອບໍລິໂພກໄດ້.

-    ໝາຍເຖິງຮ່າງກາຍຂອງສັດ ທີ່ເອົາເຄື່ອງໃນຕ່າງໆ ອອກແລ້ວ ຊື່ງຕາມປົກກະຕິ
ສັດຕະວະແພດຜູ້ກວດກາເຫັນດີໃຫ້ຜ່ານການກວດກາ ຊື່ງເປັນການຢັ້ງຢືນໄດ້ວ່າ
ມີປະໂຫຍດຕໍ່ສຸຂະພາບຂອງຄົນ ແລະ ເໝາະສົມໃນການນໍາໄປຈໍາໜ່າຍ ເພື່ອບໍລິໂພກໄດ້.

-    ໝາຍເຖິງສັດທີ່ຕາຍດ້ວຍພະຍາດ

-    ໝາຍເຖິງພະຍາດທີ່ເຮັດໃຫ້ສັດຕາຍ ເປັນຈໍານວນຫລວງຫລາຍ ຫຼື ສ້າງຜົນກະທົບ
ຢ່າງຮ້າຍແຮງຕໍ່ເສດຖະກິດແຫ່ງຊາດ. ສໍາລັບຢູ່ ສ.ປ.ປ.ລາວ ໄດ້ແກ່: ພະຍາດເຕົ້າໂຮມເລືອດ
ງົວ-ຄວາຍ, ພະຍາດອະຫີວາໝູ, ພະຍາດນີວຄັດເຊີນ, ພະຍາດອະຫິວາ ສັດປີກ ແລະ ພະຍາດວໍ້

-    ໝາຍເຖິງເຂດທີ່ມີກາລະບາດ ຂອງພະຍາດຕິດຕໍ່ຮ້າຍແຮງ ຊື່ງຖ້າບໍ່ມີການສະກັດກັນ
ສາມາດແຜ່ລາມໄປຫລາຍເຂດຢ່າງກ້ວາງຂວາງ. ເຂດໂລກລະບາດ ແມ່ນທາງການ
ຈະເປັນຜູ້ກໍານົດຂອບເຂດ ໂດຍອີງຕາມ ເງື່ອນໄຂໂຕຈິງ ຂອງແຕ່ລະຊະນິດພະຍາດກໍາລັງລະບາດ.

-    ໝາຍເຖິງໂອກາດ ທີ່ເປັນໄປໄດ້ສູງຂອງຝູງສັດລ້ຽງທີ່ຈະຕິດແປດ ກັບພະຍາດ ຫລື ການກໍ່ໃຫ້ເກີດ
ການລົ້ມຕາຍຂອງຝູງສັດລ້ຽງຊຶ່ງຈະເປັນຜົນເສຍຫາຍຢ່າງໃຫຍ່ຫລວງທາງດ້ານເສດຖະກິດແຫ່ງຊາດ.

-    ໝາຍເຖິງການເກັບຊິ້ນສ່ວນຕົວຢ່າງ ຂອງສັດເຊັ່ນ: ຊີ້ນ, ເຄື່ອງໃນ ຫລື ຜະລິດຕະພັນອື່ນໆ
ເພື່ອນໍາໄປວິໃຈເບິ່ງພະຍາດ ຊື່ງອາດຈະເກັບໃນບາງຄັ້ງຄາວ ຫລື ເປັນປະຈໍາ ຢູ່ຕາມສະຖານທີຕ່າງໆ
ເຊັ່ນ: ໂຮງຂ້າສັດ, ສະຖານທີ່ໆມີການຈໍາໜ່າຍຊີ້ນ, ເຄື່ອງໃນສັດ ຫລື ຜະລິດຕະພັນ
ໃນປະລິມານທີ່ເຫັນວ່າເໝາະສົມຕາມຫລັກວິຊາການສັດຕະວະແພດ.

-    ໝາຍເຖິງພະຍາດກາຝາກ ຊະນິດໜຶ່ງ ທີ່ມີວົງຈອນຊີວິດ ໃນຊ່ວງເປັນຕົວອ່ອນ ຊຶ່ງຈະຝັກໂຕ
ຢູ່ໃນກ້າມຊີ້ນຕ່າງໆ ຕາມຮ່າງກາຍຂອງສັດ ມີລັກສະນະຄ້າຍຄື ເມັດເຂົ້າສານ
ຊຶ່ງເມື່ອຖຶກຄົນບໍລິໂພກຊີ້ນ (ຊິ້ນດິບ) ເຂົ້າໄປ ມັກກໍ່ຈະຂະຫຍາຍໂຕ ເປັນໂຕແກ່ ຢູ່ໃນຮູບ
ຂອງພະຍາດກາຝາກ ໂຕແປ ຂອງຄົນ.

ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.