ການຈັດຕັ້ງ ແລະ ບຸກຄົນ ທີ່ໄດ້ຍື່ນຄໍາຮ້ອງຂຶ້ນທະບຽນຜະລິດຕະພັນສີນຄ້າ ຈະໄດ້ຮັບໃບຢັ້ງຢືນຄຸນນະພາບຊົ່ວຄາວ, ຮັບການປົກປ້ອງ ແລະ ຕິດຕາມຊ່ວຍເຫລືອ ຈາກອົງການຄຸ້ມຄອງມາດຕະຖານ ໃນການປັບປຸງຄຸນນະພາບ ແລະ ການກຳນົດມາດຕະຖານຂອງຜະລິດຕະພັນສີນຄ້າດັ່ງກ່າວ. ອົງການຄຸ້ມຄອງມາດຕະຖານຈະຮັບການພິຈາລະນາຂຶ້ນທະບຽນຜະລິດຕະພັນສີນຄ້າກໍ່ຕໍ່ເມື່ອ ຜະລິດຕະພັນສີນຄ້າດັ່ງກ່າວໄດ້ຜະລິດຈາກໂຮງງານຢູ່ ສປປ ລາວ.

ການຈັດຕັ້ງ ຫລື ບຸກຄົນທີ່ທໍາການຜະລິດມີຄວາມຕ້ອງການຂໍຂຶ້ນທະບຽນຜະລິດຕະພັນສີນຄ້າຈະຕ້ອງໄດ້ຍື່ນຄໍາຮ້ອງຕໍ່ອົງການຄຸ້ມຄອງມາດຕະຖານ ເຊີ່ງປະກອບດ້ວຍຂໍ້ມູນ ແລະ ເອກະສານຕ່າງໆ (ຕາມແບບຟອມຂອງອົງການຄຸ້ມຄອງມາດຕະຖານ) ຄື:

  1. ລາຍການລະອຽດກ່ຽວກັບຜະລິດຕະພັນສີນຄ້າທີ່ຂໍຂຶ້ນທະບຽນ (ຊື່ການຄ້າ, ປະເພດ..)
  2. ລາຍລະອຽດກ່ຽວກັບກຳມະວິທີການຜະລິດ,
  3. ແຫລ່ງວັດຖຸດີບທີ່ຈະນຳໃຊ້,
  4. ລາຍລະອຽດກ່ຽວກັບຕົ້ນທືນຂອງການຜະລິດ,
  5. ລາຄາຂາຍ
  6. ເອກະສານອ້າງອີງ ຫລື ມາດຕະຖານທີ່ໄດ້ນຳໃຊ້
  7. ຫລັກຖານການຮັບຮອງຄຸນນະພາບ ຫລື ຜົນຂອງການກວດສອບ
  8. ສາຂາຜະລິດຢູ່ພາຍໃນປະເທດ
  9. ເປົ້າຫມາຍຜູ້ຊົມໃຊ້ ແລະ ແຜນການຈຳຫນ່າຍ
  10.  ສໍາເນົາເອກະສານປະກອບກິດຈະການຂອງໂຮງງານ

ນອກຈາກນັ້ນ, ການກວດກາ ແລະ ເອກະສານຕ່າງໆ ເມື່ອເຫັນວ່າຄົບຖ້ວນແລ້ວ ອົງການຄຸ້ມຄອງມາດຕະຖານຈະໄດ້ສົ່ງຄະນະວິຊາການລົງກວດກາຕົວຈີງຢູ່ໂຮງງານ. ອົງການຄຸ້ມຄອງມາດຕະຖານຈະຕີລາຄາ, ທຳການຂຶ້ນທະບຽນຜະລິດຕະພັນສີນຄ້າ ແລະ ສົ່ງຄະນະວິຊາການລົງສົມທົບກັບໂຮງງານ ເພື່ອໃຫ້ຄຳແນະນຳ ໃນການປັບປຸງຂໍ້ບົກຜ່ອງຕ່າງໆ ແລະ ກ້າວໄປເຖີງການກຳນົດມາດຕະຖານຜະລິດຕະພັນສີນຄ້າຮ່ວມກັນຂຶ້ນ. ອົງການຄຸ້ມຄອງມາດຕະຖານຈະອອກໃບຢັ້ງຢືນຄຸນນະພາບຊົ່ວຄາວ ແລະ ໃນເມື່ອຜູ້ຂໍຮ້ອງຂຶ້ນທະບຽນຜະລິດຕະພັນສີນຄ້າເລີກປະກອບກິດຈະການ ຕ້ອງແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານຮັບຮູ້ ພາຍໃນສາມສີບ (30) ວັນກ່ອນ ຫລື ຫລັງວັນເລີກປະກອບກິດຈະການ. ໃນກໍລະນີທີ່ມີການຍົກຍ້າຍສະຖານທີ່ ຫລື ການໂອນໃບຢັ້ງຢືນ ຂຶ້ນທະບຽນຜະລິດຕະພັນສີນຄ້າໃຫ້ຜູ້ອື່ນ ຕ້ອງໄດ້ແຈ້ງໃຫ້ອົງການຄຸ້ມຄອງມາດຕະຖານ ຊາບເສຍກ່ອນ.

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດເພີ່ມເຕີມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.