ດຳລັດ ວ່າດ້ວຍ ເຂດເສດຖະກິດພິເສດ ເລກທີ 188/ລບ, ລົງວັນທີ 07 ມິຖຸນາ 2018,​ ​ ໄດ້ປ່ຽນແທນດໍາລັດ ວ່າດ້ວຍ ເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ສະບັບເລກທີ 443/ລບ, ລົງວັນທີ 26 ຕຸລາ 2010 ແລະ ຂໍ້ຕົກລົງ ຂອງນາຍົກລັດຖະມົນຕີ ວ່າດ້ວຍນະໂຍບາຍເພີ່ມເຕີມຂອງການລົງທຶນຢູ່ເຂດເສດຖະກິດສະເພາະບຶງທາດຫຼວງ ແລະ ຂພສ ໃນຂອບເຂດທົ່ວປະເທດ ສະບັບເລກທີ່ 73/ນຍ, ລົງວັນທີ 28 ກັນຍາ 2015.

 ແຫຼ່ງຂໍ້ມູນພາບ: http://www.rentsbuy.com/

ເຂດເສດຖະກິດພິເສດ ແມ່ນເຂດທີ່ລັດຖະຖານແຫ່ງ ສປປ ລາວ ກໍານົດໃຫ້ມີກົນໄກຄຸ້ມຄອງບໍລິຫານສະເພາະ ເພື່ອສ້າງເງື່ອນໄຂໃຫ້ແກ່ການດຶງດູດການລົງທຶນທີ່ນຳໃຊ້ເຕັກໂນໂລຊີສູງ, ນຳໃຊ້ນະວັດຕະກຳໃໝ່ໆ ໃນການຜະລິດກະສິກຳເປັນສິນຄ້າ, ການຜະລິດທີ່ສະອາດ, ປະຢັດຊັບພະຍາກອນທຳມະຊາດ ແລະ ພະລັງງານ ເພື່ອການພັດທະນາແບບຢືນຢົງ ແລະ ເປັນມິດກັບສິ່ງແວດລ້ອມ.ເຂດເສດຖະກິດພິເສດ ປະກອບມີ ນິຄົມອຸດສາຫະກຳ,​ ເຂດພັດທະນາກະສິກໍາ, ອຸດສາຫະກໍາປຸງແຕ່ງເພື່ອສົ່ງອອກ, ການພັດທະນາເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ການບໍລິການ, ການຄ້າ, ການທ່ອງທ່ຽວ. ອີງຕາມນະໂຍບາຍຂອງລັດກ່ຽວກັບເຂດເສດຖະກິດພິເສດ, ລັດຊຸກຍູ້ສົ່າງເສີມ ບຸກຄົນ, ນິຕິບຸກຄົນ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ  ລົງທຶນເຂົ້າໃນການພັດທະນາເຂດເສະຖະກິດພິເສດ. ລັດ ວາງນະໂຍບາຍພິເສດກ່ຽວກັບການລົງທຶນ, ການດຳເນີນທຸລະກິດ, ການຜະລິດ, ການບໍລິການ, ລາຍຮັບ-ລາຍຈ່າຍ, ການຄຸ້ມຄອງບໍລິຫານດ້ວຍກົນໄກປະຕູດຽວໃນເຂດເສດຖະກິດພິເສດ.

ຄລິກທີ່ນີ້ເພື່ອເບິ່ງດຳລັດສະບັບເຕັມ  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.