ອີງຕາມຄຳສັ່ງ ສະບັບເລກທີ 2501/ອຄ.ຄພນ, ລົງວັນທີ 16 ທັນວາ 2015 ກ່ຽວກັບ ການຕິດສະຫຼາກສິນຄ້າ ເປັນພາສາລາວ. ຜູ້ຜະລິດ, ຜູ້ປະກອບການ, ປຸງແຕ່ງ, ຫຸ້ມຫໍ່ ສິນຄ້າຢູ່ ສປປ ລາວ, ຜູ້ນຳເຂົ້າ ແລະ ຈຳໜ່າຍສິນຄ້າທີ່ຂື້ນທະບຽນວິສາຫະກິດ ການຄ້າຂາຍຍົກ ຫຼື ເປັນຕົວແທນຈໍາໜ່າຍສິນຄ້າໃດໜຶ່ງຕ້ອງຕິດສະຫຼາກສິນຄ້າເປັນພາສາລາວກ່ອນຈຶ່ງຈຳໜ່າຍໃຫ້ຜູ້ຊົມໃຊ້ ຫຼື ສະໜອງໃຫ້ຜູ້ຂາຍຍ່ອຍ. ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນ ສິນຄ້າທີ່ສະໜອງນັ້ນບໍ່ໄດ້ຕິດສະຫຼາກເປັນພາສາລາວ ຈະຖືກກ່າວເຕືອນ, ປັບໃໝ, ໃຫ້ໂຈະ ຫຼື ຖອນໃບທະບຽນວິສາຫະກິດ. ຜູ້ດໍາເນີນທຸລະກິດການຄ້າຂາຍຍ່ອຍ: ການຮັບເອົາສິນຄ້າມາຈຳໜ່າຍ  ໃຫ້ຮັບເອົາສິນຄ້າທີ່ຕິດສະຫຼາກທີ່ເປັນພາສາລາວເທົ່ານັ້ນ. ພ້ອມນີ້ ກໍ່ຕ້ອງວາງຂາຍສິນຄ້າ ທີ່ໄດ້ຕິດສະຫຼາກເປັນພາສາລາວ. ຖ້າເຈົ້າໜ້າທີ່ກວດກາການຄ້າພົບເຫັນສິນຄ້າທີ່ວາງຂາຍບໍ່ໄດ້ຕິດສະຫຼາກເປັນພາສາລາວ ຈະຖືກກ່າວເຕືອນ, ປັບໃໝ, ຍຶດ ຫຼື ອາຍັດສິນຄ້າດັ່ງກ່າວ.

ຮູບພາບຕົວຢ່າງການຕິດສະຫຼາກສິນຄ້າ ເປັນພາສາລາວ

ການປະຕິບັດມາດຕະການຕໍ່ທີ່ຜູ້ລະເມີດ ຕໍ່ຄໍາສັ່ງສະບັບນີ້ ໃຫ້ປະຕິບັດມາດຕະການຄືດັ່ງນີ້:

       1)    ຄັ້ງທີໜຶ່ງ ໃຫ້ຕັກເຕືອນ ແລະ ເຮັດບົດບັນທຶກເຊັນຮັບຮູ້ການລະເມີດ;

       2)    ການລະເມີດຄັ້ງທີສອງໃຫ້ດຳເນີນການປັບໃໝ ແຕ່ຫ້າແສນກີບຫາໜຶ່ງລ້ານກີບ (500.000 ກີບ ຫາ 1.000.000 ກີບ) ສໍາລັບຮ້ານຄ້າຂາຍຍ່ອຍ. ແຕ່ຫ້າລ້ານກີບຫາເຈັດລ້ານກີບ (5.000.000 ກີບ ຫາ 7.000.000 ກີບ) ສໍາລັບຜູ້ຜະລິດ, ຜູ້ນໍາເຂົ້າ, ຜູ້ຂາຍຍົກ ແລະ ຜູ້ເປັນຕົວແທນຈໍາໜ່າຍ;

      3)   ການລະເມີດຄັ້ງທີສາມໃຫ້ດຳເນີນການປັບໃໝ ແຕ່ໜຶ່ງລ້ານກີບຫາສອງລ້ານກີບ ( 1.000.000 ກີບ ຫາ 2.000.000 ກີບ) ແລະ ອາຍັດສິນຄ້າທີ່ວາງຂາຍ ທີ່ບໍ່ໄດ້ຕິດສະຫຼາກເປັນພາສາລາວ ສຳລັບຮ້ານຄ້າຂາຍຍ່ອຍ.ແຕ່ເຈັດລ້ານກີບຫາເກົ້າລ້ານກີບ (7.000.000 ກີບ ຫາ 9.000.000 ກີບ) ພ້ອມທັງໃຫ້ໂຈະ ຫຼື ຖອນ ໃບທະບຽນວິສາຫະກິດ ສຳລັບຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ຂາຍຍົກ ແລະ ຜູ້ເປັນຕົວແທນຈຳໜ່າຍ.

ນອກຈາກນັ້ນ,​ ສຳລັບສິນຄ້າທີ່ໄດ້ຜະລິດ ຫລື ນຳເຂົ້າມາຈຳໜ່າຍ ກ່ອນປະກາດໃຊ້ຄຳສັ່ງສະບັບນີ້ ຜູ້ຂາຍຍ່ອຍຕ້ອງປະສານເອົາສະຫຼາກທີ່ເປັນພາສາລາວ ນຳຜູ້ທີ່ສະໜອງສິນຄ້າໃຫ້ຕົນ. ຖ້າຜູ້ສະໜອງສິນຄ້າ ບໍ່ສາມາດຈັດພິມໃຫ້ໄດ້ ແມ່ນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງວຽງຈັນ  ຈະສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງລົງໄປກວດກາ ແລະ ບັນທືກສິນຄ້າດັ່ງກ່າວ. ຫຼັງຈາກນັ້ນ ຈະຕິດຕາມການຈຳໜ່າຍເປັນແຕ່ລະໄລຍະ ຈົນກວ່າຈະຈຳໜ່າຍສິນຄ້າເຫຼົ່ານັ້ນຫມົດໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.