ໃນວັນທີ 20 ກັນຍາ 2018, ທີມງານບໍລິຫານ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ເຜີຍແຜ່ວິທີການນຳໃຊ້ເວັບໄຊ LTP ໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາ ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ.

ຈຸດປະສົງໃນການເຜີຍແຜ່ຄັ້ງນີ້ເພື່ອນໍາສະເໜີ ປະຫວັດຄວາມເປັນມາ ໂດຍຫຍໍ້ ກ່ຽວກັບ ເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (ເຊັ່ນວ່າ: ເລີ່ມສ້າງຕັ້ງຂື້ນເວລາໃດ, ເປັນຫຍັງຈິ່ງສ້າງຕັ້ງຂື້ນມາ, ແລະ ມີຂ້ໍມູນຫຍັງເດ່ໃຫ້ຄົ້ນຫາ...ອື່ນໆ), ວິທີຄົ້ນຫາຂໍ້ມູນຕ່າງໆ (ເຊັ່ນວ່າ: ການຄົ້ນຫາອັດຕາພາສີນໍາເຂົ້າ, ການຄົ້ນຫານິຕິກໍາຕ່າງໆ, ການຄົ້ນຫາຂັ້ນຕອນການນໍາເຂົ້າ ແລະ ສົ່ງອອກບາງປະເພດສິນຄ້າ, ຄົ້ນຫາມາດຕະຖານ ແລະ ອື່ນໆ), ແລະ ວິທີການສະໝັກເປັນສະມາຊິກຂອງເວັບໄຊທ໌ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (ແນະນໍາວິທີການສະໝັກ ແລະ ວິທີການຕິດຕາມຂໍ້ມູນຂ່າວສານ).

ການເຜີຍແຜ່ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ແມ່ນວຽກງານໜຶ່ງຂອງການອຳນວຍຄວາມສະດວກທາງດ້ານການຄ້າ ເຊິ່ງມີການສະໜອງຂໍ້ມູນຜ່ານສື່ອອນໄລນ໌. ສະນັ້ນ, ການລົງເຜີຍແຜ່ຂໍ້ມູນໃຫ່ແກ່ຄູອາຈານ ແລະ ນັກສຶກສາຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແມ່ນຄວາມຈຳເປັນຫຼາຍ ເພາະວ່າບັນດານັກສຶກສາຢູ່ສະຖາບັນດັ່ງກ່າວລ້ວນແຕ່ເປັນພະນັກງານຫຼັກແຫຼ່ງມາຈາກແຕ່ລະແຂວງໃນຂອບເຂດທົ່ວປະເທດ ເຊິ່ງຂໍ້ມູນທີ່ເຜີຍແຜ່ມັນຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ທ່ານສາມາດ ດາວໂຫຼດເອກະສານທາງດ້ານລຸ່ມນີ້:
1.LTP-General_Information-2018
2.LTP-Search_system-2018-compressed
3.LTP-Member_Registration-2018

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.