ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະລາດ ວັດທະນະຖາວອນ

ກະຊວງປ້ອງກັນສະຫງົບ          ເລກທີ 096/ປກສ
ນະຄອນຫຼວງວຽງຈັນ, ວັນທີ 31 ມັງກອນ 2011

ຄຳສັ່ງແນະນຳ
ຂອງລັດຖະມົນຕີການກະຊວງປ້ອງກັນຄວາມສະຫງົບ

ເຖິງ: ກົມໃຫ່ຍສັນຕິບານ, ກົມໃຫ່ຍຕຳຫຼວດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ-ເມືອງ ໃນຂອບເຂດທົ່ວປະເທດ.
ເລື່່ອງ: ໃຫ້ຢຸດເຊົາການຕັ້ງດ່ານກວດກາຕ່າງໆ ຢູ່ຕາມເສັ້ນທາງພາຍໃນປະເທດ ແລະ ການປັບປຸງການຄຸ້ມຄອງຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ.

  • ອີງໃສ່ມະຕິກອງປະຊຸມລັດຖະບານຄັ້ງວັນທີ 24-25/01/2011 ທີ່ຜ່ານມານີ້.

ເພື່ອປະຕິບັດມະຕິກອງປະຊຸມດັ່ງກ່າວ ໃຫ້ກາຍເປັນການຈັດຕັ້ງປະຕິບັດຢ່າງຖືກຕ້ອງເປັນຮູບປະທຳ.

   ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບແນະນໍາດັ່ງນີ້:

1. ທຸກກົມກອງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ-ເມືອງ ຢຸດເຊົາການຕັ້ງປ້ອມ ຕັ້ງດ່ານກວດກາ ປົກກະຕິ ຕາມເສັ້ນທາງຢູ່ພາຍໃນປະເທດຢ່າງຂາດຕົວ, ເພາະເຫັນວ່າເປັນການຂັດຂວາງການສັນຈອນຂອງປະຊາຊົນ, ການຈໍລະຈອນສິນຄ້າບໍ່ລົ່ງລ່ຽນ ຍິ່ງໄປກວ່ານັ້ນກໍ່ເກີດມີປະກົດການຫຍໍ້ທໍ້ຕ່າງໆ ຕໍ່ກັບກໍາລັງປ້ອງກັນຄວາມສະຫງົບ ທີ່ໄປເຮັດໜ້າທີ່ຕື່ມອີກ.
2. ການກວດກາດ້ານວິຊາສະເພາະ ເພື່ອສະກັດກັ້ນ, ຕ້ານສິ່ງທີ່ຜິດກົດໝາຍຕ່າງໆນັ້ນໃຫ້ດຳເນີນຕາມປົກກະຕິ, ໃນນັ້ນໃຫ້ກວດກາເປັນສະເພາະ ຕາມເປົ້າໝາຍວິຊາສະເພາະໃດໜຶ່ງທີ່ກໍາໄດ້ເຊິ່ງມີແຫຼ່ງຂ່າວທີ່ໜ້າເຊື່ອຖື ແລະ ກວດກາຢູ່ສະຖານໃດກໍ່ໄດ້ຕາມຄວາມເໝາະສົມ ແລະ ດຳເນີນການກວດກາຢ່າງມີການຈັດຕັ້ງ.
+ ສຳລັບການກວດລົດຕາມຕົວເມືອງໃຫ້ກວດກາຕາມປ້ອມຈາລະຈອນທີ່ກະຊວງ-ແຂວງໄດ້ກຳນົດ, ຫ້າມກວດກາຕາມຈຸດຕ່າງໆ ຕາມໃຈຄືຜ່ານມາ.
3. ສຳລັບການຄຸ້ມຄອງຄົນຕ່າງປະເທດ ທີ່ລັກປະກອບອາຊີບ, ລັກແຕ່ງງານ ແລະ ອື່ນໆ ໃຫ້ສືບຕໍ່ດຳເນີນປົກກະຕິ ໂດຍຫັນວຽກດັ່ງກ່າວໄປສູ່ລະບົບກົດໝາຍຢ່າງເຂັ້ມງວດ. ມອບໃຫ້ຄະນະຮັບຜິດຊອບຄຸ້ມຄອງຄົນຕ່າງປະເທດ ຂັ້ນກະຊວງ, ຂັ້ນແຂວງ-ຂັ້ນເມືອງ ສືບຕໍ່ຊີ້ນຳຈັດຕັ້ງປະຕິບັດຢ່າງສົມເຫດສົມຜົນ, ຮັບປະກັນບໍ່ໃຫ້ເກີດເລື່ອງອຶກກະທຶກໃຫ່ຍໂຕຕ່າງໆທີ່ບໍ່ດີ; ການຈັດຕັ້ງປະຕິບັດຕ້ອງເລີ່ມຈາກການສຶກສາອົບຮົມ, ການເຮັດໜ້າທີ່ບົດບັນທຶກສັນຍາໃຫ້ຮັດກຸມ, ປັບໃໝ ແລະ ດຳເນີນຄະດີຕາມຄວາມເປັນຈິງຢ່າງເໝາະສົມ, ສຳຫຼັບຄົນຕ່າງປະເທດທີ່ລັກເຂົ້າເມືອງຜິດກົດໝາຍ ຕ້ອງດຳເນີນຕາມລັດຖະບັນຍັດຂອງປະທານປະເທດ, ແລ້ວສົ່ງຄືນປະເທດເດີມຢ່າງເຂັ້ມງວດ.
4. ເພີ່ມທະວີການຄຸ້ມຄອງຄົນເຂົ້າ-ອອກເມືອງ ໃຫ້ຮັດກຸມ ແລະ ສະດວກວ່ອງໄວ, ຕ້ອງເດັດຂາດຕໍ່ຜູ້ທີ່ບໍ່ເພິ່ງປາດຖະໜາທີ່ ເຂົ້າ-ອອກ ສປປ ລາວ ແບບຊະຊາຍ, ໂດຍປະສານສົມທົບກົບແຕ່ລະເຫຼົ່າຮົບວິຊາສະພາຕ່າງໆເປັນຢ່າງດີ. ປັບປຸງການຈັດຕັ້ງນຳພາ-ບັນຊາລະບຽບວິໃນຢູ່ແຕ່ລະດ່ານເຂົ້າອອກເມືອງໃຫ້ມີຄວາມເຂັ້ມແຂງຮັດກຸມ.
5. ໃຫ້ເອົາໃຈໃສ່ຄຸ້ມຄອງກວດກາພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ ຢູ່ດ່ານເຂົ້າ-ອອກເມືອງ ແລະ ກວດກາຕາມເປົ້າໝາຍສະເພາະໃຫ້ຮັດກຸມ, ເດັດຂາດບໍ່ໃຫ້ພະນັກງານ-ນັກຮົບທີ່ບໍ່ປະຕິບັດໜ້າທີ່ນັ້ນສວຍໂອກາດ ຖ້າມີກໍ່ຕ້ອງແກ້ໄຂຢ່າງທັນການ.
+ ມອບໃຫ້ສະຫາຍຫົວໜ້າກົມໃຫ່ຍ, ຫົວໜ້າກົມ, ຫົວໜ້າກອງບັນຊາການອ້ອມຂ້າງກະຊວງ; ຫົວໜ້າກອງບັນຊາການ ປກສ ແຂວງ-ມືອງ ຈັດຕັ້ງນຳພາພະນັກງານ-ນັກຮົບຄົ້ນຄ້ວາເຊື່ອມຊຶມໃຫ້ເລິກເຊິ່ງ, ປັບປຸງແກ້ເຮັດໃຫ້ຖືກທິດຊີ້ນຳຢູ່ຂ້າງເທິງນີ້ເປັນຢ່າງດີ.        

ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ
ດຣ ທອງບັນ ແສງອາພອນ

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
 
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?