ແຈ້ງການເລກທີ 1636/ຫສນຍ.ກຄສ, ລົງວັນທີ 01 ຕຸລາ 2018 ສະບັບນີ້ ມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນເຈົ້າການ ສົມທົບກັບກະຊວງ ສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດ ຕ້ອງມີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂໃຫ້ທັນກັບສະພາບເພື່ອບໍ່ໃຫ້ພະຍາດອະຫິວາໝູ ອາຟຣິກາ ແຜ່ລາມເຂົ້າມາໃນ ສປປ ລາວ. ນອກຈາກນັ້ນ, ຕ້ອງໄດ້ເອົາໃຈໃສ່ຕິດຕາມ, ປະເມີນຄວາມສ່ຽງ ແລະ ເຝົ້າລະວັງສະພາບການລະບາດຂອງພະຍາດສັດຢູ່ບັນດາປະເທດໃກ້ຄຽງ, ຂົງເຂດ, ພາກພື້ນ ແລະ ສາກົນຢ່າງໃກ້ຊິດ. ທີ່ຜ່ານມາ, ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການ ເລກທີ 0945/ກປ, ລົງວັນທີ 05 ກັນຍາ 2018 ໃຫ້ຊາບກ່ຽວກັບການໂຈະຊົ່ວຄາວ ການນຳເຂົ້າໝູຊີ້ນ, ໝູພໍ່ແມ່ພັນ, ໝູນ້ອຍ ແລະ ຜະລິດຕະພັນຊີ້ນໝູທຸກຊະນິດ ຈາກ ສປ ຈີນ ເຂົ້າສູ່ ສປປ ລາວ ເນື່ອງຈາກໄດ້ເກີດມີການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ໃນຟາມລ້ຽງໝູຂອງແຂວງ ຫຼຽວໜົງ, ສປ ຈີນ.

ພາບຕົວຢ່າງເຊື້ອພະຍາດອະຫິວາໝູອາຟຣິກາ                                      ພາບຕົວຢ່າງໝູຕິດເຊື້ອພະຍາດອະຫິວາໝູອາຟຣິກາ
       ແຫຼ່ງຂໍ້ມູນພາບ: https://www.pirbright.ac.uk/asfv                                   ແຫຼ່ງຂໍ້ມູນພາບ: http://vectornews.eu     

 

ອີງຕາມຂໍ້ມູນຂອງອົງການສຸຂະພາບສັດສາກົນ ໄດ້ລາຍງານວ່າ ພະຍາດອະຫິວາໝູອາຟຣິກາ ແມ່ນພະຍາດລະບາດຂອງໝູ ທີ່ເກີດມາຈາກເຊື້ອໄວຣັສຕະກູນ Iridoviridae, ເຊິ່ງເຊື້ອໄວຣັສດັ່ງກ່າວນີ້ມີຄວາມທົນຕໍ່ສະພາບແວດລ້ອມ ແລະ ມີຄວາມເປັນດ່າງສູງໃນລະດັບ ph: 3,9 ຫາ 11,5 ສາມາດຖືເຊື້ອຢູ່ໃນໝູໄດ້ເຖິງ 04 ປີ. ເຮົາສາມາດສັງເກດສັດທີ່ເປັນພະຍາດນີ້ ຈະມີໄຂ້ສູງເຖິງ 42 ອົງສາເຊ, ໃບຫູ ແລະ ຜິວໜັງອາດພົບເປັນປ່າມແດງຊ້ຳ, ມີຈຸດເນື້ອຕາຍເປັນຈຸດ ຢູ່ຕາມຜິວໜັງພື້ນທ້ອງ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.