ສາທາ​ລະນະ​ລັດ ປະ​ຊາ​ທິປະ​​​ໄຕ ປະຊາ​ຊົນ​ລາວ
ສັນ​ຕິ​ພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້
ກົມປູກຝັງ              ເລກທີ: 2201/ກປຝ.
ນະຄອນຫຼວງ​ວຽງ​ຈັນ, ວັນ​ທີ 20 ກັນຍາ 2018

ແຈ້ງການ

ຮຽນ:  ທ່ານ ຫົວໜ້າ ຂະແໜງປູກຝັງແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ.

ເລື່ອງ: ເງື່ອນໄຂດ້ານສຸຂານາໄມພືດ ສຳລັບສົ່ງອອກ ໝາກນອດ (Passion fruit, Passiflora edulis) ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ.

  • ອີງຕາມ ກົດໝາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ສະບັບເລກທີ 013/ສພຊ, ລົງວັນທີ່ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກົມປູກຝັງ ສະບັບເລກທີ 3825/ກປ ລົງວັນທີ 18 ພືດສະພາ 2017;
  • ອີງຕາມ ໜັງສືທາງການຂອງ ກົມວິຊາການກະເສດ ຣາຊະອານາຈັກໄທ ສະບັບເລກທີ AC 0914/1722 ລົງວັນທີ 3 ກໍລະກົດ 2018.

          ກົມປູກຝັງ ຂໍຖືເປັນກຽດແຈ້ງມາຍັງ ຂະແໜງປູກຝັງແຂວງ, ນະຄອນຫຼວງ ແລະ ພາກສວ່ນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ຊາບວ່າ: ປັດຈຸບັນການສົ່ງອອກ ພືດ ແລະ ຜະລິດຕະພັນພືດ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ໂດຍສະເພາະແມ່ນ ພືດ ແລະ ຜະລິດຕະພັນພືດ ທີ່ນອນຢູ່ໃນບັນຊີພຶດຄວບຄຸມ ຂອງຣາຊະອານາຈັກໄທ ຕ້ອງໄດ້ດຳເນີນການເຈລະຈາເຕັກນິກເປີດຕະຫຼາດ ໂດຍຜ່ານການວິໄຈຄວາມສ່ຽງສັດຕູພືດຕາມຫຼັກວິຊາການ. ສະນັ້ນ, ເພື່ອໃຫ້ສອດຄ່ອງກັບເງື່ອນໄຂການນຳເຂົ້າ ດ້ານສຸຂານາໄມພືດຂອງປະເທດຄູ່ຄ້າ ພ້ອມທັງອຳນວຍຄວາມສະດວກທາງດ້ານການຄ້າຕາມທີ່ໄດ້ກຳນົດໄວ້ໃນມາດຕະຖານສາກົນ ດ້ານມາດຕະການສຸຂານາໄມພືດຂອງອົງການປ້ອງກັນພືດສາກົນ ທີ່ ສປປ ລາວ ແລະ ຣາຊະອານາຈັກໄທເປັນພາຄີ.

ກົມປູກຝັງ ອອກແຈ້ງການດັ່ງນີ້:

  1.   ຜູ້ສົ່ງອອກຕ້ອງໄດ້ຮັບອະນຸຍາດນຳເຂົ້າ ໝາກນອດ ຈາກກົມວິຊາການກະເສດ ຣາຊະອານາຈັກໄທ;
  2.   ການຂົນສົ່ງໝາກນອດທີ່ຈະສົ່ງອອກ ຈາກ ສປປ ລາວ ໄປຍັງ ຣາຊະອານາຈັກໄທ ຕ້ອງສົ່ງຜ່ານດ່ານສາກົນ ທີ່ໄດ້ກຳນົດໄວ້;
  3.   ພື້ນທີ່ການຜະລິດຕ້ອງເປັນລະບົບການຜະລິດເພື່ອການຄ້າ ແລະ ຕັ້ງຢູ່ໃນພື້ນທີ່ຂອບເຂດຂອງປະເທດລາວ ໂດຍຜ່ານຂະບວນການຜະລິດ ຕາມມາດຕະຖານ ກະສິກຳທີ່ດີ (GAP);
  4.   ໄດ້ຜ່ານການຂື້ນທະບຽນ ຜູ້ສົ່ງອອກ, ຜູ້ຜະລິດ ແລະ ໂຮງເຮືອນຫຸ້ມຫໍ່ ໂດຍປະຕິບັດຕາມແຈ້ງການຂອງ ກົມປູກຝັງ ສະບັບເລກທີ 2313/ກປຝ ລົງວັນທີ 08 ພະຈິກ 2016;
  5.   ລະບົບໂຮງເຮືອນຫຸ້ມຫໍ່ ສຳລັບສົ່ງອອກໝາກນອດ ໄປຍັງ ຣາຊາອານາຈັກໄທ ຕ້ອງມີຂັ້ນຕອນ ແລະ ມາດຕະການຈັດຕັ້ງປະຕິບັດທີ່ດີ (SOP);
  6.   ລະບົບການເກັບຮັກສາເອກະສານ ເພື່ອສາມາດກວດກາ ແລະ ປະເມີນໃນການສົ່ງອອກ ຄັ້ງຕໍ່ໄປ;
  7.   ສຳລັບການຫຸ້ມຫໍ່ ແລະ ກາໝາຍ ໂດຍສະເພາະວັດສະດຸທີ່ໃຊ້ຫຸ້ມຫໍ່ ແລະ ພາເລດຮອງແກດສີນຄ້າ ຕ້ອງ ເປັນອັນໃໝ່ທຸກຄັ້ງທີ່ສົ່ງອອກ ແລະ ຕາມມາດຕະຖານສາກົນດ້ານມາດຕະການສຸຂານາໄມພືດ (ISPMs);
  8.   ຊຸດສີນຄ້າທີ່ຈະສົ່ງອອກ ຫ້າມມີດິນ ຫຼື ວັດຖຸອື່ນຕິດໄປກັບສີນຄ້າ ເຊັ່ນ: ໃບພືດ, ເມັດພືດ, ແລະ ສີ້ນສ່ວນອື່ນໆ ທີ່ເປັນສັດຕູພືດ ກັກກັນຂອງ ປະເທດໄທ;
  9.   ວັດຖຸຫຸ້ມຫໍ່ປະເພດແກັດເຈ້ຍ ຕ້ອງລະບຸເນື້ອໃນລາຍລະອຽດຄື: ຊື່ປະເທດສົ່ງອອກ, ຊື່ບໍລິສັດທີ່ສົ່ງອອກ, ຊື່ພືດທີ່ສົ່ງອອກ, ເລກທະບຽນໂຮງເຮືອນຫຸ້ມຫໍ່ ແລະ ຜູ້ຜະລິດ;
  10.   ໃນຊຸດສີນຄ້າ ຕ້ອງພີມເອກະສານ ໃສ່ວ່າ “Export to Thailand”
  11.   ການສົ່ງອອກທຸກຄັ້ງ ຕ້ອງມີໃບຢັ້ງຢືນສຸຂານາໄມພືດ ຕົ້ນສະບັບອອກໃຫ້ໂດບອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງ ສປປ ລາວ;
  12.   ການອອກໃບຢັ້ງຢືນສຸຂານາໄມພືດ ທຸກຄັ້ງຕ້ອງພີມຄຳວ່າ “The consignment of passion fruit has been produced and prepared for export in accordance with the condition for import of passion  fruit from Lao PDR to Thailand” ໃສ່ໃນບ່ອນແຈ້ງເພີ່ມຕື່ມ (Additional Declare) ໃນໃບຢັ້ງຢືນສຸຂານາໄມພືດ;
  13.   ເມື່ອສີນຄ້າໄປເຖິງດ່ານຂອງຣາຊະອານາຈັກໄທ ເຈົ້າໜ້າທີ່ກັກກັນພືດຈະດຳເນີນການກວດກາຊຸດສີນຄ້າ ດັ່ງກ່າວເພື່ອຢັ້ງຢືນ ຄວາມຖືກຕ້ອງຂອງເອກະສານ ແລະ ກວດກາສັດຕູພືດ ຕາມລະບຽບການ;
  14.   ການກວດກາພືດຂອງຣາຊະອານາຈັກໄທ ແມ່ນຈະໄດ້ສຸ່ມເກັບຕົວຢ່າງຄື: ຖ້າສີນຄ້າມີຈຳນວນໜ້ອຍກວ່າ 1000 ຫົວໜ່ວຍຈະໄດ້ສຸ່ມເອົາ 450 ຕົວຢ່າງ (ຂື້ນກັບລັກສະນະຂອງຊຸດສີນຄ້າ ແລະ ການຫຸ້ມຫໍ່ ສີນຄ້າ ສົ່ງອອກ) ແຕ່ຖ້າຊຸດສີນຄ້າຫຼາຍກວ່າ 1000 ຫົວໜ່ວຍ ຂື້ນໄປແມ່ນຈະສຸ່ມເອົາ 600 ຕົວຢ່າງ;
  15.   ຊຸດສີນຄ້າໝາກນອດ ຕ້ອງບໍ່ມີການຕິດແປດສັດຕູພືດກັກກັນຂອງ ຣາຊະອານາຈັກໄທ ແຕ່ຖ້າກວດ ພົບສັດຕູພືດ ໃນຊຸດສີນຄ້າດັ່ງກ່າວ ຈະໄດ້ສົ່ງຕໍ່ໄປວິໄຈໃນຫ້ອງທົດລອງ ຊຶ່ງຈະໃຊ້ເວລາລໍຖ້າຜົນການວິໄຈ;
  16.   ພາຍຫຼັງການນຳເຂົ້າທີມງານວິຊາການຈາກປະເທດໄທຈະໄດ້ມາຕິດຕາມ, ກວດສອບປະເມີນລະບົບການສົ່ງ ອອກຂອງ ສປປ ລາວ ເຊິ່ງຜູ້ສົ່ງອອກຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ໃນເວລາລົງປະເມີນ ແລະ ກວດ ສອບ ໃນແຕ່ລະໄລຍະ;  
  17.   ຂະແໜງປູກຝັງແຂວງ, ນະຄອນຫຼວງ ຕ້ອງລາຍງານການຈັດຕັ້ງປະຕິບັດໃນການສົ່ງອອກໝາກນອດ ແລະ ພືດ ຫຼື ຜະລິດຕະພັນພືດອື່ນ ມາຍັງກົມປູກຝັງທຸກໆ 3 ເດືອນ, 6 ເດືອນ.
  18.   ຖ້າຜູ້ສົ່ງອອກ ຕ້ອງການຂໍ້ມູນເພີ່ມເຕມໃຫ້ຕິດຕໍ່ພົວພັນນໍາກົມປູກຝັງ ຫຼື ເຂົ້າໃປເບິ່ງໃນເວບໄຊ: www.laotradeportal.gov.la

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ຫົວໜ້າກົມປູກຝັງ
ເຊັນ ແລະ ປະທັບຕາໂດຍ

ວິໄລສຸກ ເຄນນະວົງ

ບ່ອນສົ່ງ:

- ລັດຖະມົນຕີ ແລະ ຮອງລັດຖະມົນຕີ                       01 ສະບັບ  (ເພື່ອລາຍງານ).    

- ຫ້ອງການກະຊວງ ກປ                                     01 ສະບັບ  (ເພື່ອຊາບ).

- ກົມນະໂຍບາຍ ແລະ ນິຕິກຳ                                01 ສະບັບ  (ເພື່ອຊາບ).

- ກົມແຜນການ ແລະ ການເງິນ                               01 ສະບັບ  (ເພື່ອຊາບ).

- ກົມກວດກາ                                                  01 ສະບັບ  (ເພື່ອຊຸກຍູ້ຕິດຕາມ).

- ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ນະຄອນຫຼວງ       01 ສະບັບ  (ເພື່ອຊີ້ນຳໃນການຈັດຕັ້ງປະຕິບັດ).

- ຂະແໜງປູກຝັງແຂວງ, ນະຄອນຫຼວງ                       01 ສະບັບ  (ເພື່ອຈັດຕັ້ງປະຕິບັດ).

- ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ          01 ສະບັບ  (ເພື່ອຕິດຕາມ ແລະ ເຜີຍແຜ່).

- ເກັບມ້ຽນ                                                          01 ສະບັບ. 

 

# ຫົວຂໍ້ ດາວໂຫຼດ
1 Notification on the phytosanitary conditions for passion fruit exportation from Lao PDR to Thailand, No. 2201/DA, dated 20 September 2018 PDF
2 ແຈ້ງການວ່າດ້ວຍເງື່ອນໄຂດ້ານສຸຂານາໄມພືດ ສໍາລັບສົ່ງອອກໝາກນອດ ຈາກສປປ ລາວ ໄປຍັງຣາຊາອາຈັກໄທເລກທີ 2201/ກປຝ, ລົງວັນທີ 20 ກັນຍາ 2018 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.