ຜ່ານຈາກການຈັດຕັ້ງປະຕິບັດຂອບສັນຍາຕ່າງໆ ໃນໄລຍະ 03 ປີຜ່ານມາ (2015, 2016 ແລ ະ 2017) ເຫັນວ່າມູນຄ່າການສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ໂດຍນຳໃຊ້ສິດທິພິເສດທາງດ້ານການຄ້າຕິດໜຶ່ງໃນຫ້າຂອງປະເທດທີ່ ສປປ ລາວ ມີການສົ່ງອອກ ຄື: ປີ 2015 ຢູ່ ໃນອັນດັບທີ່ 05, ປີ 2016 ຢູ່ໃນອັນດັບທີ່ 04 ແລະ ປີ 2017 ຢູ່ອັນດັບທີ່ 05. ສຳລັບສິນຄ້າສົ່ງອອກຫຼັກໃນຂອບສັນຍານີ້ແມ່ນ ຝຸ່ນ/ປຸ໋ຍ (ລະຫັດພາສີ 3104), ຢາງທໍາມະຊາດ (ລະຫັດພາສີ 4001), ແລະ ທອງບໍລິສຸດ (7403). ມູນຄ່າການສົ່ງອອກຂອງ ສປປ ລາວພາຍໃຕ້ສິດທິພິເສດທາງກ້ານຄ້າໄປຍັງ ສປ ຈີນ ປະຕິບັດໄດ້ 53,11 ລ້ານໂດລາສະຫະລັດ (ປີ 2015), 79,82 ລ້ານໂດລາ ສະຫະລັດ (ປີ 2016), ແລະ 74,86 ລ້ານໂດລາສະຫະລັດ (ປີ 2017) ຕາມລໍາດັບ.

ຂໍ້ມູນພາບ: http://taksazlastic.com

 

ເນື່ອງຈາກ ສປ ຈີນ ເປັນປະເທດ ທີ່ມີຂະໜາດຂອງ ເສດຖະກິດ ແລະ ປະຊາກອນທີ່ໃຫຍ່, ໂດຍອີງຕາມຂໍ້ມູນສະຖິຕິຈາກເວັບໄຊທ໌ worldstopexports.com ສະແດງໃຫ້ເຫັນວ່າ ໃນປີ 2017 ສປ ຈີນ ມີມູນຄ່ານຳເຂົ້າສິນຄ້າຈາກທົ່ວໂລກ 1.841 ພັນຕື້ໂດລາສະຫະລັດ ເຊິ່ງ 55,9% ຂອງມູນຄ່າການນໍາເຂົ້າທັງຫມົດຂອງຈີນແມ່ນຈາກບັນດາປະເທດໃນທະວີບອາຊີ. ໃນປີຜ່ານມາ, ຜະລິດຕະພັນສິນຄ້າລາວຖືກເຂົ້າຮ່ວມງານ ວາງສະແດງສິນຄ້າ ຂອງປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ທີ່ນະຄອນຄຸນໝິງ ແຂວງ ຢຸນໜານ, ສປ ຈີນ. ບັນດາ ນັກທຸລະກິດລາວໄດ້ເລືອກເຟັ້ນເອົາຜະລິດຕະພັນ ແລະ ສິນຄ້າ ທີ່ເປັນເອກະລັກ ຂອງລາວຫຼາຍຊະນິດສິນຄ້າ ໂດຍສະເພາະພອຍ, ແກ້ວຫ້ວຍຊາຍ ຂອງແຂວງບໍ່ແກ້ວ, ນ້ຳໜາກຍໍ, ເຂົ້າໄກ່ນ້ອຍ, ຜະລິດຕະພັນໄມ້ ແກະສະຫລັກ ທີ່ເປັນເອກະລັກ ແລະ ໂດ່ດເດັ່ນ.

ຂໍ້ມູນພາບ: https://www.market.unicefusa.org and https://www.pinterest.com

 

ນັກທຸລະກິດ ແລະ ປະຊາຊົນຈີນ ໃຫ້ຄວາມສົນໃຈເປັນພິເສດ ແມ່ນພອຍ, ແກ້ວຫ້ວຍຊາຍ ຂອງແຂວງບໍ່ແກ້ວ, ນ້ຳໜາກຍໍ, ເຂົ້າໄກ່ນ້ອຍ ແລະ ຜະລິດຕະພັນ ໄມ້ແກະສະຫລັກຕ່າງໆ. ເນື່ອງຈາກສິນຄ້າເຫລົ່ານີ້ ສ່ວນຫຼາຍໄດ້ຮັບເຊີນ ເຂົ້າຮ່ວມງານວາງສະແດງ ຢູ່ບັນດາແຂວງຂອງຈີນ ທຸກປີ ເຮັດໃຫ້ປະຊາຊົນຊາວຈີນ ມີຄວາມເພິ່ງພໍໃຈຫລາຍ ແລະ ມີຜົນຕອບຮັບດີພາຍຫລັງຊົມໃຊ້ ຜະລິດຕະພັນລາວ. ເພື່ອເປັນການຊຸກຍູ້ຜະລິດຕະພັນຂອງລາວ, ເປັນທີ່ຍອມຮັບຈາກສາກົນ ແລະ ສາມາດເຂົ້າເຖິງຕະຫຼາດທີ່ມີກຳລັງການຊື້ມະຫາສານ ແລະ ມີຜູ້ບໍລິໂພກຂະໜາດໃຫຍ່ຕິດອັນດັບຕົ້ນໆຂອງໂລກ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈຶ່ງກຳລັງສຶກສາຄົ້ນຄວ້າ ຫາຫຼາຍຂະແໜງການທີ່ສາມາດເຈາະຕະຫຼາດ ແລະ ສິນຄ້າທີ່ມີຜູ້ຊື້ຕ້ອງການຊື້ສິນຄ້າໂດຍອີງໃສ່ຄວາມຕ້ອງການຂອງຕະຫຼາດ ແລະ ທ່າແຮງໃນການສົ່ງອອກສິນຄ້າຂອງ ສປປ ລາວ ເຊິ່ງຈຸດເດັ່ນແມ່ນຂະແໜງກະສິກຳ ມີກາເຟ, ຊາ ແລະ ເຂົ້າໄກ່ນ້ອຍເປັນຕົ້ນ, ຂະແໜງຫັດຖະກຳ ມີຜ້າໄໝລາວ. ສະນັ້ນ, ຈຶ່ງເປັນໂອກາດໃຫ້ແກ່ຜູ້ປະກອບການຂອງ ສປປ ລາວ ໃນການສົ່ງອອກສິນຄ້າໄປ ສປ ຈີນ ໂດຍ ນຳ ໃຊ້ສິດທິພິເສດທາງການຄ້າໃນຂອບສັນຍາຕ່າງໆທີ່ ສປປ ລາວ ກັບ ສປ ຈີນ ເປັນພາຄີໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້, ເພາະວ່າ ສິດທິພິເສດທາງດ້ານການຄ້າທີ່ ສປປ ລາວ ໄດ້ຮັບຈາກ ສປ ຈີນ ( ໄດ້ຮັບການຍົກເວັ້ນອັດຕາພາສີຂາເຂົ້າ ສປ ຈີນ) ກໍ່ເປັນປັດໄຈອັນສຳຄັນທີ່ກະຕຸ້ນໃຫ້ມີການສົ່ງອອກຫຼາຍຂຶ້ນ ແລະ ດຶງດູດເອົານັກທຸລະກິດ ຈາກຕ່າງປະເທດເຂົ້າມາລົງທຶນ ໃນ ສປປ ລາວ.

ຂໍ້ມູນພາບ: http://hukased.blogspot.com

 

ສຳລັບວິທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ມີ 02 ຮູບ ແບບ ຄື: ແບບເຈ້ຍສໍ ແລະ ອອກຜ່ານທາງລະບົບເອເລັກໂຕຣນິກ. ໃນນັ້ນ, ຟອມ E ແລະ SPT ສາມາດຂໍນຳກົມການນຳເຂົ້າ ແລະ ສົ່ງ ອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະ ເທດ. ສ່ວນຟອມ APTA ສາມາດຂໍນຳກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການ ຄ້າ ແລະ ພະແນກອຸດສາຫະກຳ ແລະ ການ ຄ້ານະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ.

ຂໍ້ມູນພາບ: https://www.123rf.com
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.