ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ໝາຍເຖິງ ການໃຫ້ນະໂຍບາຍ ດ້ວຍການກຳນົດລາຍການສິນຄ້າທີ່ຈະນໍາເຂົ້າຖາວອນ ແລະ ຊົ່ວຄາວ ທີ່ກຳນົດໃນແຜນນໍາເຂົ້າ (Master List) ເພື່ອມາຮັບໃຊ້ວຽກງານການຜະລິດ ແລະ ພັດທະນາກິດຈະການລົງທຶນຂອງບັນດາວິສາຫະກິດ ທີ່ນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກິດຈະການລົງທຶນທີ່ມີສັນຍາກັບລັດຖະບານ. ວິສາຫະກິດ ທີ່ລົງທຶນຢູ່ ສປປ ລາວ ທີ່ມີຈຸດປະສົງສະເໜີຂໍນະໂຍບາຍ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ຕ້ອງເປັນນິຕິບຸກຄົນ. 
2. ວິສາຫະກິດນັ້ນ ຕ້ອງນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ. 
3. ຕ້ອງມີການລົງທຶນຢ່າງໜ້ອຍ 1,2 ຕື້ກີບ ຫຼື ມີການນຳໃຊ້ວິຊາການລາວ ແຕ່ 30 ຄົນ ຫຼື ມີການນຳໃຊ້ແຮງງານລາວ ທີ່ມີສັນຍາແຮງງານ ຢ່າງຕໍ່າ 1 ປີ ແຕ່ 50 ຄົນຂຶ້ນໄປ. 
4. ຕ້ອງດຳເນີນທຸລະກິດປົກກະຕິ ແລະ ປະຕິບັດພັນທະພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການ ໂດຍມີໃບຢັ້ງຢືນການເສຍພັນທະອາກອນປະຈໍາປີ. 

ຂໍ້ມູນພາບ: Lao Economic News Channel

ນອກຈາກນັ້ນ, ການຂໍນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ຕ້ອງປະກອບມີບັນດາເອກະສານ ດັ່ງນີ້: 

1. ໃບສະເໜີຂໍນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບ ແຜນນໍາເຂົ້າ ຂອງບໍລິສັດ; 
2. ໃບມອບສິດ ໃຫ້ຜູ້ດຳເນີນແລ່ນເອກະສານ ໂດຍການຢັ້ງຢືນ ແລະ ຮັບຮອງຈາກຜູ້ອຳນວຍການຂອງວິສາຫະກິດນັ້ນ; 
3. ບົດລາຍງານສະພາບການດຳເນີນທຸລະກິດໂດຍຫຍໍ້ ໂດຍປະກອບມີເນື້ອໃນດ້ານການນໍາເຂົ້າຕົວຈິງຂອງປີຜ່ານມາ, ດ້ານແຮງງານ ແລະ ອື່ນໆ;  
4. ຮ່າງແຜນນໍາເຂົ້າ ປະຈໍາປີ  (ຕາມແບບພິມ/ຕາຕະລາງ ທີ່ ຂະແໜງການແຜນການ ແລະ ການລົງທຶນ ກຳນົດ) ແລະ ແບບ Soft File; 
5. ສຳເນົາ ໃບອະນຸຍາດລົງທຶນ (ຖ້າມີ); ໃບທະບຽນວິສາຫະກິດ; ໃບອະນຸຍາດດໍາເນີນກິດຈະການຈາກຂະແໜງການກ່ຽວຂ້ອງ; ໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ ໃນປີຜ່ານມາ; ສັນຍາທີ່ເຊັນກັບລັດຖະບານ (ໃນກໍລະນີ ໂຄງການລົງທຶນສຳປະທານ) ແລະ ໃບອະນຸຍາດປຸກສ້າງ (ກໍລະນີ ບໍລີສັດ/ໂຮງງານ ຂໍປຸກສ້າງໃໝ່); 
6. ສຳເນົາ ແຜນນໍາເຂົ້າ ໃນປີຜ່ານມາ; 
7. ສຳເນົາ ແຜນການ ປະຈໍາປີ ຂອງວິສາຫະກິດ ທີ່ຜ່ານການຮັບຮອງຈາກ ຂະແໜງອຸດສາຫະກໍາ ແລະ ການຄ້າ (ໃນກໍລະນີ ບັນດາວິສາຫະກິດ ຫຼື ໂຮງງານທີ່ທໍາການຜະລິດ). ສໍາລັບ ການນໍາເຂົ້າ ທາດເຄມີ ຕ້ອງມີໃບຢັ້ງຢືນທາດເຄມີ ຈາກກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ກ່ອນ. 

ນອກຈາກນັ້ນ, ໂຄງການໃຫຍ່ທີ່ມີສັນຍາສຳປະທານກັບລັດຖະບານ ແລະ ມີມະຕິຮັບຮອງຈາກສະພາແຫ່ງຊາດ ທີ່ມີມູນຄ່າການລົງທຶນ 1 ຕື້ ໂດລາສະຫະລັດ ຂຶ້ນໄປ ແມ່ນລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ເປັນຜູ້ເຊັນໃບຮັບຮອງແຜນນຳເຂົ້າ.

ສຳລັບຂໍ້ມູນເພີ່ມເຕີມ ທ່ານສາມາດພົວພັນຫາ
ກະຊວງແຜນການ ແລະ ການລົງທຶນ

ຫ້ອງການກະຊວງ ໂທ:+856 21 217010

ກົມສົ່ງເສີມການລົງທຶນ (ຫ້ອງການບໍລິການການລົງທຶນປະຕູດຽວ)

ໂທ: +856 21 217012

ແຟັກ: +856 21 215491

ອີເມລ: [email protected]

ຄລິກທີ່ນີ້ເພື່ອເບິ່ງລາຍລະອຽດຂອງບົດແນະນຳ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.