ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ, ກົມພາສີ     ເລກທີ 07366/ກພສ

ນະຄອນຫຼວງວຽງຈັນ, ວັນທີ 14 ພະຈິກ 2017

ບົດເເນະນໍາ

ວ່າດ້ວຍການນໍາໃຊ້ ໂມດຸນຄຸ້ມຄອງການຂົນສົ່ງສິນຄ້າ (Manifest Module) ທົດລອງ ຢູ່ດ່ານພາສີສາກົນຂົວມິດຕະພາບ lI, ດ່ານພາສີສາກົນແດນສະຫວັນ,ໜ່ວຍງານພາສີປະຈໍາສາງທ່າບົກ, ດ່ານພາສີສາກົນບໍ່ເຕັນ ແລະ ດ່ານພາສີສາກົນຂົວມິດຕະພາບ IV    

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ກົດໝາຍວ່າດ້ວຍພາສີ ສະບັບປັບປຸງມາດຕາ ເລກທີ 57/ສພຊ 24/ ທັນວາ 2014;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 2826/ກງ, ລົງວັນທີ 22 ສິງຫາ 2017, ວ່າດ້ວຍການຈັດຕັ້ງ ເເລະ ການເຄື່ອນໄຫວຂອງກົມພາສີ;
  • ອີງຕາມ ບົດເເນະນໍາຂອງກົມພາສີ ສະບັບເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017 ກ່ຽວກັບການເເຈ້ງພາສີເປັນລາຍລະອຽດດ້ວຍລະບົບເອເລັກໂຕຣນິກ;
  • ອີງຕາມ ຂໍ້ຕົກລົງຂອງກົມພາສີ ສະບັບເລກທີ 7358/ກພສ, ລົງວັນທີ 14/ ພະຈິກ 2017, ວ່າດ້ວຍການນໍາໃຊ້ ໂມດຸນຄຸ້ມຄອງການຂົນສົ່ງສິນຄ້າ ແລະ ໂມດຸນຄຸ້ມຄອງການເຄື່ອນຍ້າຍສິນຄ້າ.

    ເພື່ອຮັບປະກັນໃຫ້ການຄຸ້ມຄອງ, ກວດກາ, ຕິດຕາມ, ເເຈ້ງຂໍ້ມູນເອກະສານຂົນສົ່ງສິນຄ້າ ມີລັກສະນະກະທັດຮັດ, ຮັດກຸມ ແລະ ທັນສະໄໝ ຂື້ນກວ່າເກົ່າ

ຫົວໜ້າກົມພາສີ ອອກບົດເເນະນໍາ:

l. ຈຸດປະສົງ

ບົດເເນະນໍາສະບັບນີ້ ແມ່ນເພື່ອກໍານົດຫຼັກຖານ, ວິທີການ ເເລະ ຂັ້ນຕອນໃນການນໍາໃຊ້ ໂມດຸນຄຸ້ມຄອງການຂົນສົ່ງສິນຄ້າ (Manifest Module) ເພື່ອອໍານວຍຄວາມສະດວກໃນການຕິດຕາມ, ກວດກາ ການເເຈ້ງຂໍ້ມູນການຂົນສົ່ງສິນຄ້າ ເຂົ້າ ສາງພັກສິນຄ້າ ເເລະ ສາມາດຫັກລົບໄດ້ ໃນເວລາເເຈ້ງພາສີເປັນລາຍລະອຽດ ໃຫ້ມີຄວາມເປັນເອກະພາບ ເເລະ ທັນສະໄໝຂື້ນກວ່າເກົ່າ.

II. ຫຼັກການ ເເລະ ຂອບເຂດການນໍາໃຊ້

ບົດເເເນະນໍາສະບັບນີ້ ແມ່ນ ນໍາໃຊ້ທົດລອງ ສະເພາະ ຢູ່ ດ່ານພາສີສາກົນຂົວມິດຕະພາບ ll. ດ່ານພາສີສາກົນແດນສະຫວັນ, ໜ່ວຍງານພາສີປະຈໍາສາງທ່າບົກ, ດ່ານພາສີສາກົນບໍ່ເຕັນ ແລະ ດ່ານພາສີສາກົນຂົວມິດຕະພາບ IV ເພື່ອເປັນການທົດລອງນໍາໃຊ້ໂມດຸນ, ປັບປຸງໂມດຸນໃຫ້ສົມບູນ ເເລະ ເປັນການສ້າງເງື່ອນໄຂໃຫ້ການຜັນຂະຫຍາຍ, ຕິດຕັ້ງ ໂມດຸນດັ່ງກ່າວ ໃນຂອບເຂດທົ່ວປະເທດ.

III. ຂັ້ນຕອນການນໍາໃຊ້ ໂມດຸນຄຸ້ມຄອງການຂົນສົ່ງສິນຄ້າ

  1. ຜູ້ບໍລິການຂົນສົ່ງ ຕ້ອງເເຈ້ງຂໍ້ມູນການຂົນສົ່ງສິນຄ້າ ຢ່າງໜ້ອຍ 24 ຊົ່ວໂມງ ກ່ອນສິນຄ້າມາ, ການເເຈ້ງຂໍ້ມູນ ການຂົນສົ່ງ ໃນໂມດຸນ (Manifest) ໃນລະບົບ ASYCUDA ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:
  • ການແຈ້ງຂໍ້ມູນການຂົນສົ່ງລວມ: ຜູ້ບໍລິການຂົນສົ່ງ ຕ້ອງປະກອບຂໍ້ມູນການຂົນສົ່ງລວມ (General Segment) ໂດຍການຂົນສົ່ງສິນຄ້າ 1 ຄັ້ງ ( 1 shipment ) ໃຫ້ປະກອບຂໍ້ມູນການຂົນສົ່ງລວມ 1 ຊຸດ.
  • ການເເຈ້ງຂໍ້ມູນການຂົນສົ່ງລະອຽດ: ພາຍຫຼັງສໍາເລັດການປະກອບຂໍ້ມູນການຂົນສົ່ງລວມແລ້ວ, ຜູ້ບໍລິການຂົນສົ່ງ ຕ້ອງປະກອບຂໍ້ມູນລາຍລະອຽດຂອງໃບກຳກັບການຂົນສິນຄ້າ ( Bill of lading/Truck bill) ລົງໃບພາກຂໍ້ມູນຂົນສົ່ງລະອຽດ (Way Bill).
  • ການລົງທະບຽນການແຈ້ງຂໍ້ມູນການຂົນສົ່ງ: ລະບົບອາຊີກຸດາ ຈະກຳນົດເລກທີລົງທະບຽນການຂົນສົ່ງ (Manifest Reference No) ເພື່ອເປັນຂໍ້ມູນອ້າງອີງສໍາລັບການປະກອບໃບແຈ້ງພາສີເປັນລາຍລະອຽດ.
  1. ການເຍກລະອຽດໃບກຳກັບການຂົນສົ່ງສິນຄ້າ:
  • ໃນກໍລະນີໃບກໍາກັບການຂົນສົ່ງສິນຄ້າ ເປັນ Master Bill (ໃບກໍາກັບການຂົນສົ່ງສິນຄ້າລວມ),
  • ຜູ້ບໍລິການຂົນສົ່ງ ຕ້ອງແຍກເປັນຂໍ້ມູນການຂົນສົ່ງລະອຽດ (degroupage) ຈຶ່ງດໍາເນີນຂັ້ນຕອນການແຈ້ງພາສີເປັນລາຍລະອຽດໄດ້.
  • ໃນກໍລະນີໃບກໍາກັບການຂົນສົ່ງສິນຄ້າ ເປັນ House Bill (ໃບກໍາກັບການຂົນສົ່ງສິນຄ້າຍ່ອຍ), ຜູ້ບໍລິການຂົນສົ່ງ ບໍ່ຈໍາເປັນຕ້ອງແຍກຂໍ້ມູນການຂົນສິນຄ້້າ ແລະ ສາມາດດໍາເນີນການແຈ້ງພາສີເປັນລາຍລະອຽດໄດ້ເລີຍ.
  1. ການດັດແກ້ຂໍ້ມູນການຂົນສົ່ງ:

    ການດັດແກ້ຂໍ້ມູນການຂົນສົ່ງ: ໃນກໍລະນີ ຂໍ້ມູນໃບກໍາກັບການຂົນສິນຄ້າ ບໍ່ກົງກັບຂໍ້ມູນການຂົນສົ່ງລວມເນື່ອງຄວາມຈໍາເປັນໃດໜື່ງ ເຊັ່ນ: ນໍ້າໜັກສິນຄ້າສູງເກີນຄວາມສາມາດບັນທຸກຂອງເຮືອ ຫຼື ລົດບັນທຸກເຊິ່ງຈໍາເປັນຕ້ອງໄດ້ຂົນສິນຄ້າຈໍານວນໜຶ່ງລົງກ່ອນອອກເດີນທາງ, ຜູ້ບໍລິການຂົນສົ່ງ ຕ້ອງນໍາເອົາເອກະສານ ແລະ ຫຼັກຖານການປ່ຽນແປງດ້ານການຂົນສົ່ງທັງໝົດ ໄປແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາສາງພັກສິນຄ້າ ເພື່ອດໍາເນີນການດັດແກ້ຂໍ້ມູນໃນລະບົບອາຊິກຸດາໃຫ້ຖືກຕ້ອງກັບສິນຄ້າຕົວຈີງທີ່ຂົນສົ່ງມາຮອດສາງຕົວຈີງ.

IV. ຂັ້ນຕອນການແຈ້ງພາສີເປັນລາຍລະອຽດ

ໃນການແຈ້ງພາສີເປັນລາຍລະອຽດ ຜູ້ແຈ້ງພາສີຕ້ອງປະຕິບັດຕາມຂັ້ນຕອນຄຶ:

  • ເຈົ້າຂອງສິນຄ້າ ຫຼື ຜູ້ລິການແຈ້ງພາສີ (ບໍລິສັດ ສະຫວັນໂລຈີສຕິກ) ຕ້ອງດໍາເນີນການແຈ້ງພາສີເປັນລາຍລະອຽດ ຢູ່ຫ້ອງການພາສີປະຈໍາສາງທ່າບົກສະຫວັນນະເຂດ ໂດຍປະຕິບັດຕາມຂັ້ນຕອນທີ່ກໍານົດໃນບົດແຍກນໍາຂອງກົມພາສີ ເລກທີ 00097/ກພສ, ລົງວັນທີ 06 ມັງກອນ 2017. ການປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ,ຜູ້ແຈ້ງພາສີ (ບໍລິການຈັດສິນຄ້າ ຫຼື ຕົວແທນ) ຕ້ອງແຈ້ງເລກທີ່ຂໍ້ມູນການຂົນສົ່ງສິນຄ້າ (Manifest) ແລະ ເລກທີໃບກໍາກັບການຂົນສົ່ງສິນຄ້າ (Bill of Lading/Truck Bill) ໃສ່ໃບແຈ້ງພາສີເປັນລາຍລະອຽດ ເພື່ອໃຫ້ລະບົບອາຊິກຸດາສາມາດກວດກາ ແລະ ເຊື່ອມໂຍມຂໍ້ມູນການຂົນສົ່ງສິນຄ້າ ເຂົ້າກັບໃບແຈ້ງພາສີເປັນລາຍລະອຽດແບບອັດຕະໂນມັດ.
  • ໃບກໍໍາກັບການຂົນສົ່ງສິນຄ້າ House Bill 1 ໃບ ຕ້ອງປະກອບໃບແຈ້ງພາສີເປັນລາຍລະອຽດ 1 ຊຸດ ແລະ ຄັດຕິດໃບກໍາກັບການຂົນສິນຄ້າດັ່ງກ່າວ ໃສ່ໃບແຈ້ງພາສີເປັນລາຍລະອຽດທຸກຄັ້ງ ເພື່ອຢື່ນໃຫ້ເຈົ້າໜ້າທີ່ພາສີດໍາເນີນການກວດກາ.
  • ໃນກໍລະນີ ບາງລາຍການສິນຄ້າ ທີ່ບໍ່ໄດ້ປະກອບເອກະສານໃບແຈ້ງພາສີເປັນລາຍລະອຽດ ໃນການລົບລ້າງໃບກໍາກັບການຂົນສົ່ງສິນຄ້າ, ເຈົ້າໜ້າທີ່ພາສີປະຈໍາສາງພັກເຄື່ອງ ຕ້ອງໄດ້ລົບລ້າງໃບກຳກັບການຂົນສົ່ງສິນຄ້າດັ່ງກ່າວດ້ວຍລະບົບໂດຍນໍາໄຊ້ຄໍາສັ່ງ “Manual Discharge”.

V. ການຈັດຕັ້ງປະຕິບັດ

ມອບໃຫ້ ພະແນກລະບຽບການ ແລະ ຂັ້ນຕອນການແຈ້ງ ສົມທົບກັບ ພະແນກແຜນການ ແລະ ຂໍ້ມູນຂ່າວສານ ຂຶ້ນແຜນເຜີຍແຜ່, ແນະນຳວິທີການນຳໃຊ້, ຕິດຕັ້ງ ເພື່ອທົດລອງນຳໃຊ້ ຢູ່ບັນດາດ່ານພາສີສາກົນເປົ້າໝາຍ ໃຫ້ສຳເລັດຕາມເປົ້າໝາຍ.

ມອບໃຫ້ ພະແນກອ້ອມຂ້າງກົມພາສີ, ກອງຄຸ້ມຄອງພາສີ, ກອງກວດກາພາສີ, ບັນດາດ່ານພາສີສາກົົນໃນຂອບເຂດທົ່ວປະເທດ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດບົດແນະນຳສະບັບນີ້ຢ່າງເຂັ້ມງວດ.

VI. ຜົນສັກສິດ

ບົດແນະນຳສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

ຮັກສາການຫົວໜ້າກົມພາສີ

ບຸນປະເສີດ ສີກຸນລະບຸດ

# ຫົວຂໍ້ ດາວໂຫຼດ
1 Instruction on the Utilization of Manifest Module No. 07366/CD, dated 14 November 2017 PDF
2 ບົດແນະນໍາ ວ່າດ້ວຍ ການໍາໃຊ້ ໂມດູນຄຸ້ມຄອງການຂົນສົ່ງສິນຄ້າ (Manifest Module) ສະບັບເລກທີ 07366/ກພສ, ລົງວັນທີ 14 ພະຈິກ 2017 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.